​2021
ພຣະ​ຄຣິດ​ຊົງ​ຟື້ນ; ສັດ​ທາ​ໃນ​ພຣະ​ອົງ​ຈະ​ຍ້າຍ​ພູ​ເຂົາ
ເດືອນ​ພຶດ​ສະ​ພາ 2021


ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ພຶດ​ສະ​ພາ 2021

ພຣະ​ຄຣິດ​ຊົງ​ຟື້ນ; ສັດ​ທາ​ໃນ​ພຣະ​ອົງ​ຈະ​ຍ້າຍ​ພູ​ເຂົາ

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ເປັນ​ອຳ​ນາດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ມີ​ໃຫ້​ເຮົາ​ໃນ​ຊີ​ວິດ​ນີ້. ທຸກ​ສິ່ງ​ເປັນ​ໄປ​ໄດ້​ສຳ​ລັບ​ຜູ້​ທີ່​ເຊື່ອ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ສຳ​ລັບ​ສິດ​ທິ​ພິ​ເສດ ທີ່​ໄດ້​ມາ​ກ່າວ​ກັບ​ທ່ານ​ໃນ​ວັນ​ອາ​ທິດ​ອີດ​ສະ​ເຕີ​ນີ້.1 ການ​ເສຍ​ສະ​ລະ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ປ່ຽນ​ຊີ​ວິດ​ຂອງ​ເຮົາ​ແຕ່​ລະ​ຄົນ​ຕະ​ຫລອດ​ໄປ. ເຮົາ​ຮັກ​ພຣະ​ອົງ ແລະ ນະ​ມັດ​ສະ​ການ​ພຣະ​ອົງ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ດ້ວຍ​ຄວາມ​ກະ​ຕັນ​ຍູ.

ລະ​ຫວ່າງ​ຫົກ​ເດືອນ​ຜ່ານ​ມາ​ນີ້, ເຮົາ​ໄດ້​ດີ້ນ​ລົນ​ກັບ​ການ​ແຜ່​ລະ​ບາດ​ຕະ​ຫລອດ​ທົ່ວ​ໂລກ. ຂ້າ​ພະ​ເຈົ້າ​ພິ​ສະ​ຫວົງ​ກັບ​ຄວາມ​ສາ​ມາດ ແລະ ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ຂອງ​ທ່ານ ໃນ​ການ​ປະ​ເຊີນ​ກັບ​ການ​ເຈັບ​ປ່ວຍ, ການ​ສູນ​ເສຍ, ແລະ ການ​ຢູ່​ປ່ຽວ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຕະ​ຫລອດ​ເວ​ລາ​ວ່າ, ໃນ​ທັງ​ໝົດ​ນີ້, ທ່ານ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ຕໍ່​ທ່ານ. ຖ້າ​ຫາກ​ທ່ານ​ໄດ້​ຕອບ​ຮັບ​ກັບ​ການ​ທົດ​ລອງ​ດ້ວຍ​ການ​ເປັນ​ສາ​ນຸ​ສິດ​ທີ່​ເຂັ້ມ​ແຂງ​ຂອງ​ທ່ານ, ປີ​ທີ່​ຜ່ານ​ມາ​ນີ້​ກໍ​ບໍ່​ໄດ້​ໄຮ້​ປະ​ໂຫຍດ.

ເຊົ້າ​ມື້​ນີ້, ເຮົາ​ໄດ້​ຍິນ​ຈາກ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ຊຶ່ງ​ມາ​ຈາກ​ທຸກ​ທະ​ວີບ​ຂອງ​ແຜ່ນ​ດິນ​ໂລກ. ແນ່​ນອນ, ພອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ແມ່ນ​ສຳ​ລັບ ທຸກ ເຊື້ອ​ຊາດ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ສາດ​ສະ​ໜາ​ຈັກ ທົ່ວ​ໂລກ. ພຣະ​ເຢ​ຊູ​ຄຣິດ​ເປັນ​ຜູ້​ນຳ​ຂອງ​ເຮົາ.

ຂອບ​ຄຸນ​ພຣະ​ເຈົ້າ, ແມ່ນ​ແຕ່​ການ​ລະ​ບາດ​ກໍ​ບໍ່​ສາ​ມາດ​ຢຸດ​ຢັ້ງ​ການ​ດຳ​ເນີນ​ໄປ​ໜ້າ​ຂອງ​ຄວາມ​ຈິງ​ຂອງ​ພຣະ​ອົງ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຄື​ສິ່ງ​ທີ່​ຕ້ອງ​ການ​ຫລາຍ​ທີ່​ສຸດ​ໃນ​ໂລກ​ທີ່​ສັບ​ສົນ, ມີ​ການ​ຂັດ​ແຍ້ງ, ແລະ ເຊື່ອມ​ໂຊມ​ນີ້.

ລູກໆ​ຂອງ​ພຣະ​ເຈົ້າ​ແຕ່​ລະ​ຄົນ​ສົມ​ຄວນ​ທີ່​ຈະ​ໄດ້​ຮັບ​ໂອ​ກາດ​ໃນ​ການ​ໄດ້​ຍິນ ແລະ ຮັບ​ເອົາ​ການ​ປິ່ນ​ປົວ, ຂ່າວ​ສານ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ເຢ​ຊູ​ຄຣິດ. ບໍ່​ມີ​ຂ່າວ​ສານ​ອື່ນ​ໃດ​ທີ່​ສຳ​ຄັນ​ຫລາຍ​ກວ່າ​ຕໍ່​ຄວາມ​ສຸກ​ຂອງ​ເຮົາ—ໃນ​ເວ​ລາ​ນີ້ ແລະ ຕະ​ຫລອດ​ໄປ.2 ບໍ່​ມີ​ຂ່າວ​ສານ​ອື່ນ​ໃດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ​ຫລາຍ​ກວ່າ​ນີ້. ບໍ່​ມີ​ຂ່າວ​ສານ​ອື່ນ​ໃດ​ທີ່​ສາ​ມາດ​ກຳ​ຈັດ​ການ​ຂັດ​ແຍ້ງ​ຢູ່​ໃນ​ສັງ​ຄົມ​ຂອງ​ເຮົາ.

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຮາກ​ຖານ​ຂອງ​ຄວາມ​ເຊື່ອ​ທັງ​ໝົດ ແລະ ເປັນ​ວິ​ທີ​ເຂົ້າ​ຫາ​ອຳ​ນາດ​ແຫ່ງ​ສະ​ຫວັນ. ອີງ​ຕາມ​ອັກ​ຄະ​ສາ​ວົກ​ໂປ​ໂລ, “ຖ້າ​ບໍ່​ມີ​ສັດ​ທາ​ແລ້ວ ຈະ​ເປັນ​ທີ່​ພໍ​ພຣະ​ໄທ​ພຣະ​ເຈົ້າ​ບໍ່​ໄດ້ ດ້ວຍ​ວ່າ​ຜູ້​ທີ່​ເຂົ້າ​ມາ​ເຝົ້າ​ພຣະ​ເຈົ້າ​ໄດ້​ນັ້ນ ຕ້ອງ​ເຊື່ອ​ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່ ແລະ ພຣະ​ອົງ​ເປັນ​ຜູ້​ປະ​ທານ​ລາງ​ວັນ ໃຫ້​ແກ່​ຜູ້​ທີ່​ສະ​ແຫວງ​ຫາ​ພຣະ​ອົງ.”3

ທຸກ​ສິ່ງ​ທີ່​ດີ​ໃນ​ຊີ​ວິດ—ພອນ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ນິ​ລັນ​ດອນ​ທີ່​ຈະ​ມາ​ເຖິງ​ທຸກ​ຢ່າງ—ເລີ່ມ​ຕົ້ນ​ດ້ວຍ​ສັດ​ທາ. ການ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ເຮົາ ເລີ່ມ​ຕົ້ນ​ດ້ວຍ​ສັດ​ທາ​ວ່າ ພຣະ​ອົງ​ຈະ​ນຳ​ພາ​ເຮົາ. ການ​ກັບ​ໃຈ​ທີ່​ແທ້​ຈິງ​ເລີ່ມ​ຕົ້ນ​ດ້ວຍ​ສັດ​ທາ​ວ່າ ພຣະ​ເຢ​ຊູ​ຄຣິດ​ມີ​ອຳ​ນາດ​ທີ່​ຈະ​ຊຳ​ລະ​ລ້າງ, ປິ່ນ​ປົວ, ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ.4

“ບໍ່​ໃຫ້​ປະ​ຕິ​ເສດ​ອຳ​ນາດ​ຂອງ​ພຣະ​ເຈົ້າ,” ສາດ​ສະ​ດາ​ໂມ​ໂຣ​ໄນ​ປະ​ກາດ, “ເພາະ​ພຣະ​ອົງ​ທຳ​ງານ​ດ້ວຍ​ອຳ​ນາດ, ຕາມ​ສັດ​ທາ ຂອງ​ລູກ​ຫລານ​ມະ​ນຸດ.”5 ມັນ​ແມ່ນ​ສັດ​ທາ ຂອງ​ເຮົາ ທີ່​ເປີດ​ອຳ​ນາດ​ຂອງ​ພຣະ​ເຈົ້າ ໃນ​ຊີ​ວິດ ຂອງ​ເຮົາ.

ແຕ່, ການ​ໃຊ້​ສັດ​ທາ​ສາ​ມາດ​ເບິ່ງ​ຄື​ວ່າ​ຍາກ​ເກີນ​ໄປ. ບາງ​ເທື່ອ​ເຮົາ​ອາດ​ສົງ​ໄສ​ວ່າ​ເຮົາ​ມີ​ສັດ​ທາ​ພຽງ​ພໍ​ທີ່​ຈະ​ຮັບ​ເອົາ​ພອນ​ທີ່​ເຮົາ​ຕ້ອງ​ການ​ຫລາຍ​ທີ່​ສຸດ​ຫລື​ບໍ່. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກຳ​ຈັດ​ຄວາມ​ຢ້ານ​ກົວ​ເຫລົ່າ​ນັ້ນ​ແລ້ວ ຜ່ານ​ທາງ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ແອວ​ມາ​ໃນ​ພຣະ​ຄຳ​ພີ​ມໍ​ມອນ.

ຮູບ​ພາບ
ເມັດ​ຜັກ​ກາດ

ແອວ​ມາ​ພຽງ​ຂໍ​ໃຫ້​ເຮົາ ທົດ​ລອງ ຖ້ອຍ​ຄຳ ແລະ “ໃຊ້​ສັດ​ທາ ຈັກ​ໜ້ອຍ​ໜຶ່ງ, ແທ້​ຈິງ​ແລ້ວ, ຖ້າ​ຫາກ [ເຮົາ] ເຮັດ​ບໍ່​ໄດ້​ຫລາຍ​ໄປ​ກວ່າ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຊື່ອ.”6 ວະ​ລີ​ທີ່​ວ່າ “ສັດ​ທາ​ໜ້ອຍ​ໜຶ່ງ” ເຕືອນ​ເຮົາ​ເຖິງ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ຖ້າ​ຫາກ​ເຮົາ “ມີ​ສັດ​ທາ​ທໍ່ ເມັດ​ຜັກ​ກາດ,” ເຮົາ​ຈະ​ສາ​ມາດ “ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ຈົ່ງ​ເຄື່ອນ​ຈາກ​ບ່ອນ​ນີ້​ໄປ​ຢູ່​ບ່ອນ​ນັ້ນ; ແລະ ມັນ​ກໍ​ຈະ​ເຄື່ອນ​ໄປ; ແລະ ບໍ່​ມີ​ສິ່ງ​ໃດ​ທີ່ [ເຮົາ] ເຮັດ​ບໍ່​ໄດ້.”7

ຮູບ​ພາບ
ນົກ​ທ່າມ​ກາງ​ເມັດ​ຜັກ​ກາດ

ພຣະ​ຜູ້​ເປັນ​ເຈົ້າ​ເຂົ້າ​ໃຈ​ຄວາມ​ອ່ອນ​ແອ​ຂອງ​ການ​ເປັນ​ມະ​ນຸດ​ຂອງ​ເຮົາ. ເຮົາ​ຈະ​ລັງ​ເລ​ໃຈ​ເປັນ​ບາງ​ຄັ້ງ. ແຕ່​ພຣະ​ອົງ​ກໍ​ຮູ້​ເຖິງ​ສັກ​ກະ​ຍະ​ພາບ​ທີ່​ຍິ່ງ​ໃຫຍ່​ຂອງ​ເຮົາ. ເມັດ​ຜັກ​ກາດ​ເປັນ​ເມັດ​ນ້ອຍໆ ແຕ່​ມັນ​ເຕີບ​ໂຕ​ເປັນ​ຕົ້ນ​ໃຫຍ່​ພໍ​ໃຫ້​ນົກ​ເຮັດ​ຮັງ​ໃສ່​ໄດ້. ເມັດ​ຜັກ​ກາດ​ເປັນ​ຕົວ​ແທນ​ໃຫ້​ສັດ​ທາ​ທີ່​ນ້ອຍໆ ແຕ່ ເຕີບ​ໂຕ ຂຶ້ນ​ໄດ້.8

ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຮຽກ​ຮ້ອງ​ສັດ​ທາ ທີ່​ສົມ​ບູນ ກ່ອນ​ເຮົາ​ຈະ​ເຂົ້າ​ເຖິງ​ອຳ​ນາດ ທີ່​ສົມ​ບູນ ຂອງ​ພຣະ​ອົງ​ໄດ້. ແຕ່​ພຣະ​ອົງ​ໄດ້​ຂໍ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຄຳ​ຮຽກ​ຮ້ອງ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ທ່ານ​ໃນ​ເຊົ້າ​ຂອງ​ວັນ​ອີດ​ສະ​ເຕີ​ນີ້ ແມ່ນ​ໃຫ້ ເລີ່ມ​ຕົ້ນ​ມື້​ນີ້ ເພື່ອ​ເພີ່ມ​ພູນ​ສັດ​ທາ​ຂອງ​ທ່ານ. ຜ່ານ​ທາງ​ສັດ​ທາ​ຂອງ​ທ່ານ, ພຣະ​ເຢ​ຊູ​ຄຣິດ​ຈະ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ທ່ານ​ໃຫ້​ຍ້າຍ​ພູ​ເຂົາ​ໃນ​ຊີ​ວິດ​ຂອງ​ທ່ານ​ໄດ້,9 ເຖິງ​ແມ່ນ​ການ​ທ້າ​ທາຍ​ສ່ວນ​ຕົວ​ຂອງ​ທ່ານ​ອາດ​ໃຫຍ່​ເທົ່າ​ກັບ​ພູ​ເຂົາ ເອ​ວີ​ເຣັດ ກໍ​ຕາມ.

ພູ​ເຂົາ​ຂອງ​ທ່ານ​ອາດ​ເປັນ​ຄວາມ​ເປົ່າ​ປ່ຽວ​ດຽວ​ດາຍ, ຄວາມ​ສົງ​ໄສ, ຄວາມ​ປ່ວຍ​ໄຂ້, ຫລື ບັນ​ຫາ​ສ່ວນ​ຕົວ​ອື່ນໆ. ພູ​ເຂົາ​ຂອງ​ທ່ານ​ຈະ​ແຕກ​ຕ່າງ, ແຕ່​ຄຳ​ຕອບ​ຕໍ່​ການ​ທ້າ​ທາຍ​ຂອງ​ທ່ານ​ແຕ່​ລະ​ຢ່າງ​ແມ່ນ ໃຫ້​ເພີ່ມ​ພູນ​ສັດ​ທາ​ຂອງ​ທ່ານ. ສິ່ງ​ນັ້ນ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ. ຜູ້​ຮຽນ​ທີ່​ກຽດ​ຄ້ານ ແລະ ສາ​ນຸ​ສິດ​ທີ່​ເຫລວ​ໄຫລ ຈະ​ດີ້ນ​ລົນ​ສະ​ເໝີ ແມ່ນ​ແຕ່​ໃນ​ການ​ມີ​ສັດ​ທາ​ພຽງ​ໜ້ອຍ​ດຽວ.

ກ່ອນ​ຈະ​ເຮັດ​ຫຍັງ​ໄດ້​ດີ ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ. ການ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ບໍ່​ໄດ້​ຖືກ​ຍົກ​ເວັ້ນ. ການ​ເພີ່ມ​ພູນ​ສັດ​ທາ​ຂອງ​ທ່ານ ແລະ ການ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ. ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ຫ້າ​ຢ່າງ​ເພື່ອ​ຊ່ວຍ​ທ່ານ​ພັດ​ທະ​ນາ​ສັດ​ທາ ແລະ ການ​ໄວ້​ວາງ​ໃຈ​ນັ້ນ.

ໜຶ່ງ, ສຶກ​ສາ. ກາຍ​ເປັນ​ຜູ້​ຮຽນ​ທີ່​ເອົາ​ໃຈ​ໃສ່. ໃຫ້​ເອົາ​ຕົວ​ເຂົ້າ​ຫາ​ພຣະ​ຄຳ​ພີ ເພື່ອ​ໃຫ້​ເຂົ້າ​ໃຈ​ພາ​ລະ​ກິດ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຄຣິດ​ຫລາຍ​ກວ່າ​ເກົ່າ. ຮູ້​ຄຳ​ສອນ​ຂອງ​ພຣະ​ຄຣິດ ເພື່ອ​ວ່າ​ທ່ານ​ຈະ​ເຂົ້າ​ໃຈ​ອຳ​ນາດ​ຂອງ​ມັນ​ສຳ​ລັບ​ຊີ​ວິດ​ຂອງ​ທ່ານ. ຮັບ​ເອົາ​ຄວາມ​ຈິງ​ທີ່​ວ່າ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ກ່ຽວ​ຂ້ອງ​ກັບ ທ່ານ. ພຣະ​ອົງ​ໄດ້​ຮັບ​ເອົາ​ຄວາມ​ທຸກ​ທໍ​ລະ​ມານ ຂອງ​ທ່ານ, ຄວາມ​ຜິດ​ພາດ ຂອງ​ທ່ານ, ຄວາມ​ອ່ອນ​ແອ ຂອງ​ທ່ານ, ແລະ ບາບ ຂອງ​ທ່ານ. ພຣະ​ອົງ​ໄດ້​ຈ່າຍ​ແທນ ແລະ ມອບ​ອຳ​ນາດ​ໃຫ້​ທ່ານ​ເພື່ອ​ຍ້າຍ​ພູ​ເຂົາ ທຸກ ໜ່ວຍ ທີ່​ທ່ານ​ຈະ​ປະ​ເຊີນ. ທ່ານ​ຮັບ​ເອົາ​ອຳ​ນາດ​ນັ້ນ​ດ້ວຍ​ສັດ​ທາ, ດ້ວຍ​ຄວາມ​ໄວ້​ວາງ​ໃຈ, ແລະ ດ້ວຍ​ຄວາມ​ເຕັມ​ໃຈ​ຂອງ​ທ່ານ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ.

ການ​ຍ້າຍ​ພູ​ເຂົາ​ຂອງ​ທ່ານ​ອາດ​ຮຽກ​ຮ້ອງ​ການ​ມະ​ຫັດ​ສະ​ຈັນ. ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ການ​ມະ​ຫັດ​ສະ​ຈັນ. ການ​ມະ​ຫັດ​ສະ​ຈັນ​ມີ​ມາ​ອີງ​ຕາມ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ຈຸດ​ສູນ​ກາງ​ຂອງ​ສັດ​ທາ​ນັ້ນ​ແມ່ນ​ການ​ໄວ້​ວາງ​ໃຈ​ໃນ​ພຣະ​ປະ​ສົງ ແລະ ເວ​ລາ​ຂອງ​ພຣະ​ອົງ—ພຣະ​ອົງ​ຈະ​ອວຍ​ພອນ​ທ່ານ​ດ້ວຍ​ວິ​ທີ​ໃດ ແລະ ເມື່ອ​ໃດ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຢ່າງ​ປະ​ຕິ​ຫານ​ທີ່​ທ່ານ​ປາດ​ຖະ​ໜາ. ພຽງ​ແຕ່​ຄວາມ​ບໍ່​ເຊື່ອ ຂອງ​ທ່ານ ເທົ່າ​ນັ້ນ​ທີ່​ຈະ​ກີດ​ກັນ​ທ່ານ​ຈາກ​ການ​ບໍ່​ໃຫ້​ພຣະ​ເຈົ້າ​ອວຍ​ພອນ​ທ່ານ​ດ້ວຍ​ການ​ມະ​ຫັດ​ສະ​ຈັນ ເພື່ອ​ຍ້າຍ​ພູ​ເຂົາ​ໃນ​ຊີ​ວິດ ຂອງ​ທ່ານ.10

ເມື່ອ​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ເທົ່າ​ໃດ, ມັນ​ຈະ​ງ່າຍ​ຂຶ້ນ​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ, ໃນ​ຄວາມ​ຮັກ​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ, ແລະ ໃນ​ພະ​ລັງ, ການ​ປິ່ນ​ປົວ, ແລະ ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ອົງ​ຫລາຍ​ເທົ່າ​ນັ້ນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ບໍ່​ຢູ່​ໃກ້​ທ່ານ​ຫລາຍ​ເທົ່າ​ກັບ​ຕອນ​ທີ່​ທ່ານ​ກຳ​ລັງ​ປະ​ເຊີນ ຫລື ກຳ​ລັງ​ປີນ​ຂຶ້ນ​ພູ​ເຂົາ ດ້ວຍ​ສັດ​ທາ.

ສອງ, ເລືອກ​ທີ່​ຈະ ເຊື່ອ ໃນ​ພຣະ​ເຢ​ຊູ​ຄຣິດ. ຖ້າ​ຫາກ​ທ່ານ​ສົງ​ໄສ​ກ່ຽວ​ກັບ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ ຫລື ຄວາມ​ຖືກ​ຕ້ອງ​ຂອງ​ການ​ຟື້ນ​ຟູ ຫລື ຄວາມ​ຈິງ​ຂອງ​ການ​ເອີ້ນ​ຈາກ​ສະ​ຫວັນ​ໃຫ້​ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ, ຈົ່ງ ເລືອກ ທີ່​ຈະ​ເຊື່ອ11 ແລະ ຊື່​ສັດ​ຕໍ່​ໄປ. ໃຫ້​ນຳ​ຄຳ​ຖາມ​ຂອງ​ທ່ານ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ ມາ​ຫາ​ແຫລ່ງ​ອື່ນໆ​ທີ່​ຊື່​ສັດ. ສຶກ​ສາ​ດ້ວຍ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ ເຊື່ອ ແທນ​ທີ່​ຈະ​ເປັນ​ຄວາມ​ຫວັງ​ວ່າ​ທ່ານ​ຈະ​ພົບ​ເຫັນ​ຄວາມ​ບົກ​ພ່ອງ​ໃນ​ປະ​ສົບ​ການ​ຊີ​ວິດ​ຂອງ​ສາດ​ສະ​ດາ ຫລື ຄວາມ​ແຕກ​ຕ່າງ​ຢູ່​ໃນ​ພຣະ​ຄຳ​ພີ. ເຊົາ​ສົງ​ໄສ​ຫລາຍ​ຂຶ້ນ ຊຶ່ງ​ເກີດ​ຈາກ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ເລື່ອງ​ດັ່ງ​ກ່າວ​ນຳ​ຄົນ​ທີ່​ສົງ​ໄສ​ຢູ່​ແລ້ວ. ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ພາ​ທ່ານ ໃນ​ເສັ້ນ​ທາງ​ແຫ່ງ​ການ​ຄົ້ນ​ພົບ​ທາງ​ວິນ​ຍານ​ຂອງ​ທ່ານ.

ສາມ, ກະ​ທຳ ດ້ວຍ​ສັດ​ທາ. ທ່ານ​ຈະ​ເຮັດ​ສິ່ງ​ໃດ​ຖ້າ​ຫາກ​ທ່ານ​ມີ​ສັດ​ທາ ຫລາຍ​ຂຶ້ນ? ໃຫ້​ຄິດ​ກ່ຽວ​ກັບ​ມັນ. ໃຫ້​ຂຽນ​ກ່ຽວ​ກັບ​ມັນ. ແລ້ວ ຮັບ​ເອົາ​ສັດ​ທາ​ຕື່ມ ໂດຍ​ການ​ເຮັດ​ບາງ​ສິ່ງ​ທີ່ ຮຽກ​ຮ້ອງ​ສັດ​ທາ​ຕື່ມ​ອີກ.

ສີ່, ຮັບ​ເອົາ​ພິ​ທີ​ການ​ສັກ​ສິດ ຢ່າງ​ມີ​ຄ່າ​ຄວນ. ພິ​ທີ​ການ​ຈະ​ເປີດ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃຫ້​ແກ່​ຊີ​ວິດ​ຂອງ​ທ່ານ.12

ແລະ ຫ້າ, ທູນ​ຂໍ ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ສັດ​ທາ​ຮຽກ​ຮ້ອງ​ຄວາມ​ພະ​ຍາ​ຍາມ. ການ​ໄດ້​ຮັບ​ການ​ເປີດ​ເຜີຍ​ຮຽກ​ຮ້ອງ​ຄວາມ​ພະ​ຍາ​ຍາມ. ແຕ່ “ທຸກ​ຄົນ​ທີ່​ໝັ່ນ​ຂໍ ຈະ​ໄດ້​ຮັບ; ແລະ ທຸກ​ຄົນ​ທີ່​ໝັ່ນ​ຊອກ ຈະ​ພົບ; ແລະ ທຸກ​ຄົນ​ທີ່​ໝັ່ນ​ເຄາະ ຈະ​ມີ​ຜູ້​ໄຂ​ປະ​ຕູ​ໃຫ້.”13 ພຣະ​ເຈົ້າ​ຮູ້​ວ່າ​ແມ່ນ​ຫຍັງ​ຈະ​ຊ່ວຍ​ໃຫ້​ສັດ​ທາ​ຂອງ​ທ່ານ​ເຕີບ​ໂຕ​ຂຶ້ນ. ທູນ​ຂໍ, ແລະ ແລ້ວ​ໃຫ້​ທູນ​ຂໍ​ອີກ.

ຜູ້​ທີ່​ບໍ່​ເຊື່ອ​ອາດ​ເວົ້າ​ວ່າ ສັດ​ທາ​ແມ່ນ​ສຳ​ລັບ​ຄົນ​ອ່ອນ​ແອ. ແຕ່​ການ​ຢືນ​ຢັນ​ນີ້​ໄດ້​ມອງ​ຂ້າມ ອຳ​ນາດ ແຫ່ງ​ສັດ​ທາ. ອັກ​ຄະ​ສາ​ວົກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ສືບ​ຕໍ່​ສິດ​ສອນ​ຄຳ​ສອນ​ຂອງ​ພຣະ​ອົງ​ຫລັງ​ຈາກ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ​ບໍ, ໃນ​ເວ​ລາ​ທີ່​ຊີ​ວິດ​ຂອງ​ພວກ​ເພິ່ນ​ມີ​ອັນ​ຕະ​ລາຍ, ຖ້າ​ຫາກ​ພວກ​ເພິ່ນ​ໄດ້​ສົງ​ໄສ​ພຣະ​ອົງ?14 ໂຈ​ເຊັບ ແລະ ໄຮ​ຣຳ ສະ​ມິດ ຈະ​ຍອມ​ຕາຍ​ເພາະ​ຄວາມ​ເຊື່ອ​ໃນ​ການ​ປົກ​ປ້ອງ​ການ​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ ນອກ​ຈາກ​ພວກ​ເພິ່ນ​ຮູ້​ຢ່າງ​ແນ່​ນອນ​ວ່າ ມັນ​ເປັນ​ຄວາມ​ຈິງ? ໄພ່​ພົນ​ເກືອບ​ເຖິງ 2,000 ຄົນ​ຈະ​ຍອມ​ຕາຍ​ຢູ່​ໃນ​ເສັ້ນ​ທາງ​ຂອງ​ຜູ້​ບຸກ​ເບີກ​ບໍ15 ຖ້າ​ຫາກ​ເຂົາ​ເຈົ້າ​ບໍ່​ມີ​ສັດ​ທາ​ວ່າ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ຟື້ນ​ຟູ​ແລ້ວ? ແນ່​ນອນ, ສັດ​ທາ​ແມ່ນ​ອຳ​ນາດ​ທີ່ ເຮັດ​ໃຫ້ ຜູ້​ທີ່​ບໍ່​ເປັນ​ຕາ​ເຊື່ອ ເຮັດ​ສຳ​ເລັດ​ສິ່ງ​ທີ່​ເປັນ​ໄປ​ບໍ່​ໄດ້.

ຢ່າ​ໝິ່ນ​ປະ​ໝາດ​ສັດ​ທາ​ທີ່​ທ່ານ​ມີ​ຢູ່​ແລ້ວ. ຕ້ອງ​ໃຊ້​ສັດ​ທາ​ເພື່ອ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ ແລະ ຄົງ​ຢູ່​ຢ່າງ​ຊື່​ສັດ. ຕ້ອງ​ໃຊ້​ສັດ​ທາ​ເພື່ອ​ເຮັດ​ຕາມ​ສາດ​ສະ​ດາ ແທນ​ທີ່​ຈະ​ເຮັດ​ຕາມ​ຜູ້​ຊ່ຽວ​ຊານ ແລະ ໃຫ້​ຄວາມ​ຄິດ​ຄວາມ​ເຫັນ​ທີ່​ເປັນ​ທີ່​ນິ​ຍົມ. ຕ້ອງ​ໃຊ້​ສັດ​ທາ​ເພື່ອ​ຮັບ​ໃຊ້​ເຜີຍ​ແຜ່​ລະ​ຫວ່າງ​ການ​ແຜ່​ລະ​ບາດ. ຕ້ອງ​ໃຊ້​ສັດ​ທາ​ເພື່ອ​ດຳ​ລົງ​ຊີ​ວິດ​ຢ່າງ​ບໍ​ລິ​ສຸດ ເມື່ອ​ຊາວ​ໂລກ​ຮ້ອງ​ບອກ​ວ່າ ກົດ​ຂອງ​ພຣະ​ເຈົ້າ​ເລື່ອງ​ພົມ​ມະ​ຈັນ ລ້າ​ສະ​ໄໝ​ແລ້ວ​ໃນ​ເວ​ລາ​ນີ້. ຕ້ອງ​ໃຊ້​ສັດ​ທາ​ເພື່ອ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ເດັກ​ນ້ອຍ ໃນ​ໂລກ​ທີ່​ບໍ່​ສົນ​ໃຈ​ທາງ​ສາດ​ສະ​ໜາ. ຕ້ອງ​ໃຊ້​ສັດ​ທາ​ເພື່ອ​ອ້ອນ​ວອນ​ຂໍ​ຊີ​ວິດ​ຂອງ​ຄົນ​ທີ່​ເຮົາ​ຮັກ ແລະ ແມ່ນ​ແຕ່​ຕ້ອງ​ມີ​ສັດ​ທາ​ຫລາຍ​ກວ່າ​ເກົ່າ​ໃນ​ການ​ຮັບ​ເອົາ​ຄຳ​ຕອບ​ທີ່​ຜິດ​ຫວັງ.

ເມື່ອ​ສອງ​ປີ​ກ່ອນ, ຊິດ​ສະ​ເຕີ ແນວ​ສັນ ກັບ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ປະ​ເທດ​ຊາ​ມົວ, ຕົງ​ກາ, ຟີ​ຈີ, ແລະ ຕາ​ຮີ​ຕີ. ແຕ່​ລະ​ເກາະ​ເຫລົ່າ​ນັ້ນ​ໄດ້​ປະ​ເຊີນ​ກັບ​ຝົນ​ຕົກ​ຟ້າ​ລົມ​ແຮງ​ເປັນ​ເວ​ລາ​ຫລາຍ​ມື້. ສະ​ມາ​ຊິກ​ໄດ້​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ ຂໍ​ໃຫ້​ກອງ​ປະ​ຊຸມ​ກາງ​ແປນ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ຝົນ​ຕົກ​ຟ້າ​ລົມ.

ປະ​ເທດ​ຊາ​ມົວ, ຟີ​ຈີ, ແລະ ຕາ​ຮີ​ຕີ, ເມື່ອ​ເຖິງ​ເວ​ລາ ເລີ່ມ​ຕົ້ນ​ກອງ​ປະ​ຊຸມ, ຝົນ​ກໍ​ໄດ້​ຢຸດ. ແຕ່​ໃນ​ປະ​ເທດ​ຕົງ​ກາ, ຝົນ ບໍ່ ຢຸດ. ແຕ່​ໄພ່​ພົນ​ທີ່​ຊື່​ສັດ 13,000 ຄົນ​ໄດ້​ມາ​ຮອດ​ກ່ອນ​ຫລາຍ​ຊົ່ວ​ໂມງ ເພື່ອ​ຈອງ​ບ່ອນ​ນັ່ງ, ໄດ້​ລໍ​ຖ້າ​ດ້ວຍ​ຄວາມ​ອົດ​ທົນ​ໃນ​ທ່າມ​ກາງ​ສາຍ​ຝົນ, ແລະ ແລ້ວ​ໄດ້​ນັ່ງ​ຕາກ​ຝົນ​ຢູ່​ກອງ​ປະ​ຊຸມ​ເປັນ​ເວ​ລາ​ສອງ​ຊົ່ວ​ໂມງ.

ຮູບ​ພາບ
ໄພ່​ພົນ​ຊາວ​ຕົງ​ກາ​ທ່າມ​ກາງ​ສາຍ​ຝົນ

ພວກ​ເຮົາ​ໄດ້​ເຫັນ​ສັດ​ທາ​ທີ່​ມີ​ຊີ​ວິດ​ຊີ​ວາ​ໃນ​ທ່າມ​ກາງ​ຊາວ​ເກາະ​ເຫລົ່າ​ນັ້ນ—ສັດ​ທາ​ພຽງ​ພໍ​ທີ່​ຈະ​ຢຸດ​ຝົນ​ໃຫ້​ເຊົາ​ຕົກ ແລະ ສັດ​ທາ​ທີ່​ອົດ​ທົນ​ເມື່ອ​ຝົນ​ບໍ່​ເຊົາ​ຕົກ.

ພູ​ເຂົາ​ໃນ​ຊີ​ວິດ​ຂອງ​ເຮົາ​ຈະ​ບໍ່​ເຄື່ອນ​ຍ້າຍ​ຕາມ​ວິ​ທີ ຫລື ຕາມ​ເວ​ລາ​ທີ່​ເຮົາ​ຕ້ອງ​ການ​ສະ​ເໝີ. ແຕ່​ສັດ​ທາ​ຂອງ​ເຮົາ​ຈະ​ໝຸນ​ໄປ​ໜ້າ ສະ​ເໝີ. ສັດ​ທາ​ຈະ​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ ສະ​ເໝີ.

ຈົ່ງ​ຮູ້​ໄວ້​ວ່າ: ຖ້າ​ຫາກ​ທຸກ​ສິ່ງ ແລະ ທຸກ​ຄົນ​ຢູ່​ໃນ​ໂລກ ຜູ້​ທີ່​ທ່ານ​ໄວ້​ວາງ​ໃຈ​ເຮັດ​ໃຫ້​ທ່ານ​ຜິດ​ຫວັງ, ພຣະ​ເຢ​ຊູ​ຄຣິດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຈະ ບໍ່​ເຄີຍ ເຮັດ​ໃຫ້​ທ່ານ​ຜິດ​ຫວັງ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ເຊືອບ, ຫລື ຫລັບ​ໄປ​ຈັກ​ເທື່ອ.16 ພຣະ​ອົງ “ເປັນ​ເໝືອນ​ກັນ ເຊັ່ນ​ມື້​ວານ​ນີ້, ມື້​ນີ້, ແລະ [ມື້​ອື່ນ].”17 ພຣະ​ອົງ​ຈະ​ບໍ່​ປະ​ຖິ້ມ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ,18 ຄຳ​ສັນ​ຍາ​ຂອງ​ພຣະ​ອົງ, ຫລື ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ຜູ້​ຄົນ​ຂອງ​ພຣະ​ອົງ. ພຣະ​ອົງ​ທຳ​ການ​ມະ​ຫັດ​ສະ​ຈັນ​ໃນ​ມື້​ນີ້, ແລະ ພຣະ​ອົງ​ຈະ​ທຳ​ການ​ມະ​ຫັດ​ສະ​ຈັນ​ໃນ​ມື້​ອື່ນ.19

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ເປັນ ອຳ​ນາດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ມີ​ໃຫ້​ເຮົາ​ໃນ​ຊີ​ວິດ​ນີ້. ທຸກ​ສິ່ງ​ເປັນ​ໄປ​ໄດ້​ສຳ​ລັບ​ຜູ້​ທີ່​ເຊື່ອ.20

ສັດ​ທາ​ທີ່ ເຕີບ​ໂຕ ຂອງ​ທ່ານ​ໃນ​ພຣະ​ອົງ​ຈະ​ຍ້າຍ​ພູ​ເຂົາ—ບໍ່​ແມ່ນ​ພູ​ເຂົາ​ກ້ອນ​ຫີນ​ທີ່​ເຮັດ​ໃຫ້​ໂລກ​ນີ້​ສວຍ​ງາມ ແຕ່​ເປັນ​ພູ​ເຂົາ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ​ໃນ​ຊີ​ວິດ​ຂອງ​ທ່ານ. ສັດ​ທາ​ທີ່ ຮຸ່ງ​ເຮືອງ ຂອງ​ທ່ານ ຈະ​ຊ່ວຍ​ທ່ານ​ປ່ຽນ​ການ​ທ້າ​ທາຍ​ເປັນ​ການ​ເຕີບ​ໂຕ ແລະ ໂອ​ກາດ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້.

ໃນ​ວັນ​ອາ​ທິດ​ອີດ​ສະ​ເຕີ​ນີ້, ດ້ວຍ​ຄວາມ​ຮັກ ແລະ ຄວາມ​ກະ​ຕັນ​ຍູ​ຢ່າງ​ເລິກ​ເຊິ່ງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ປະ​ກາດ​ການ​ເປັນ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ພຣະ​ເຢ​ຊູ​ຄຣິດ​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແທ້ໆ. ພຣະ​ອົງ​ຊົງ​ຟື້ນ​ເພື່ອ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ພຣະ​ອົງ​ຊົງ​ຟື້ນ​ເພື່ອ​ອວຍ​ພອນ​ຊີ​ວິດ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ, ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ຢູ່​ໃສ​ກໍ​ຕາມ. ດ້ວຍ​ສັດ​ທາ​ໃນ​ພຣະ​ອົງ, ເຮົາ​ສາ​ມາດ​ຍ້າຍ​ພູ​ເຂົາ​ໃນ​ຊີ​ວິດ​ຂອງ​ເຮົາ​ໄດ້. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ບ່ອນ​ວ່າງ​ສຳ​ລັບ​ຮູບ​ພາບ

ແຫລ່ງ​ອ້າງ​ອີງ

  1. ໃນ​ບາງ​ພາກ​ສ່ວນ​ຂອງ​ໂລກ, ຜູ້​ຄົນ​ໃຊ້​ວິ​ທີ​ພິ​ເສດ​ໃນ​ການ​ທັກ​ທາຍ​ກັນ​ໃນ​ເຊົ້າ​ຂອງ​ວັນ​ອີດ​ສະ​ເຕີ. ໃນ​ພາ​ສາ​ຂອງ​ຕົນ​ເອງ, ຜູ້​ທັກ​ທາຍ​ຈະ​ເວົ້າ​ວ່າ, “ພຣະ​ຄຣິດ​ຊົງ​ຟື້ນ!” ແລ້ວ​ຜູ້​ທັກ​ທາຍ​ກັບ​ໄປ​ຈະ​ເວົ້າ​ວ່າ, “ແນ່​ນອນ! ພຣະ​ອົງ​ຊົງ​ຟື້ນ!” ຍົກ​ຕົວ​ຢ່າງ, ການ​ທັກ​ທາຍ​ກັນ​ໃນ​ວັນ​ອີດ​ສະ​ເຕີ ໂດຍ​ຜູ້​ທີ່​ເວົ້າ​ພາ​ສາ​ລັດ​ເຊຍ​ເລີ່ມ​ຕົ້ນ​ດ້ວຍ​ຄຳ​ວ່າ “Христос воскрес” (ພຣະ​ຄຣິດ​ຊົງ​ຟື້ນ [ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ]!), ຖືກ​ຕອບ​ດ້ວຍ​ຄຳ​ວ່າ “Воистину! воскрес!” (ແນ່ນອນ! ພຣະ​ອົງ​ຊົງ​ຟື້ນ!).

  2. ເບິ່ງ ໂມ​ໄຊ​ຢາ 2:41.

  3. ເຮັບ​ເຣີ 11:6. Lectures on Faith ກ່າວ​ວ່າ​ສັດ​ທາ “ແມ່ນ​ຫລັກ​ທຳ​ປົກ​ຄອງ​ສຳ​ຄັນ​ທຳ​ອິດ​ທີ່​ມີ​ພະ​ລັງ, ການ​ຄອບ​ຄອງ, ແລະ ສິດ​ອຳ​ນາດ​ເໜືອ​ທຸກ​ສິ່ງ” ([1985], 5).

  4. ເບິ່ງ ມັດ​ທາຍ 11:28–30; ແອວ​ມາ 7:12–13; ອີ​ເທີ 12:27.

  5. ໂມ​ໂຣ​ໄນ 10:7; ເນັ້ນ​ຄຳ​ເນີ້ງ.

  6. ແອວ​ມາ 32:27; ເນັ້ນ​ຄຳ​ເນີ້ງ.

  7. ມັດ​ທາຍ 17:20, ເນັ້ນ​ຄຳ​ເນີ້ງ; ເບິ່ງ ຮີ​ລາ​ມັນ 12:9, 13 ນຳ​ອີກ.

  8. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 78:17–18. ລາງ​ວັນ​ສຳ​ລັບ​ການ​ປະ​ຖິ້ມ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ຄື​ການ​ກາຍ​ມາ​ເປັນ “ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໂດຍ​ການ​ຊົດ​ໃຊ້​ຂອງ​ອົງ​ພຣະ​ຄຣິດ” (ໂມ​ໄຊ​ຢາ 3:19).

  9. ເບິ່ງ 1 ນີ​ໄຟ 7:12.

  10. ເບິ່ງ ມໍ​ມອນ 9:19–21; ອີ​ເທີ 12:30.

  11. ເບິ່ງ 2 ນີ​ໄຟ 33:10–11.

  12. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:20.

  13. ມັດ​ທາຍ 7:8.

  14. ປາດ​ສະ​ຈາກ​ອຳ​ນາດ​ແຫ່ງ​ສັດ​ທາ, ອະ​ບີ​ນາ​ໄດ​ຈະ​ຍອມ​ຕາຍ​ດ້ວຍ​ໄຟ​ບໍ ເພາະ​ການ​ບໍ່​ຍອມ​ປະ​ຕິ​ເສດ​ສິ່ງ​ທີ່​ເພິ່ນ​ຮູ້​ວ່າ​ເປັນ​ຄວາມ​ຈິງ? (ເບິ່ງ ໂມ​ໄຊ​ຢາ 17:7–20). ປາດ​ສະ​ຈາກ​ອຳ​ນາດ​ນັ້ນ, ອີ​ເທີ​ຈະ​ລີ້​ຊ່ອນ​ຕົວ​ຢູ່​ໃນ​ຖ້ຳ​ບໍ (ເບິ່ງ ອີ​ເທີ 13:13–14) ແລະ ໂມ​ໂຣ​ໄນ​ໄດ້​ອົດ​ທົນ​ເປັນ​ເວ​ລາ​ຫລາຍ​ປີ​ກັບ​ຄວາມ​ເປົ່າ​ປ່ຽວ​ດຽວ​ດາຍ (ເບິ່ງ ໂມ​ໂຣ​ໄນ 1:1–3) ເມື່ອ​ຊີ​ວິດ​ຂອງ​ພວກ​ເພິ່ນ​ຄົງ​ສຸກ​ສະ​ບາຍ​ກວ່າ ຖ້າ​ຫາກ​ພວກ​ເພິ່ນ​ພຽງ​ແຕ່​ປະ​ຕິ​ເສດ​ສິ່ງ​ທີ່​ພວກ​ເພິ່ນ​ເຊື່ອ?

  15. ເບິ່ງ Melvin L. Bashore, H. Dennis Tolley, ແລະ the BYU Pioneer Mortality Team, “Mortality on the Mormon Trail, 1847–1868,” BYU Studies, vol. 53, no. 4 (2014), 115.

  16. ເບິ່ງ ເພງ​ສັນ​ລະ​ເສີນ 121:4.

  17. ມໍ​ມອນ 9:9.

  18. ເບິ່ງ ເອ​ຊາ​ຢາ 54:10; 3 ນີ​ໄຟ 22:10.

  19. ເບິ່ງ ມໍ​ມອນ 9:10–11, 15.

  20. ເບິ່ງ ມາ​ຣະ​ໂກ 9:23.

ພິມ