​2021
ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ
ເດືອນ​ສິງ​ຫາ 2021


“The Priesthood of God,” For the Strength of Youth, Aug. 2021, 20–21.

ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth ເດືອນ​ສິງ​ຫາ 2021

ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84

ສິ່ງ​ທີ່​ຊາວ​ໜຸ່ມ​ທຸກ​ຄົນ​ຄວນ​ຮູ້​ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ ແລະ ຄວາມ​ສຳ​ພັນ​ຂອງ​ພວກ​ເຂົາ​ກັບ​ມັນ.

ຮູບ​ພາບ
ຊາວ​ໜຸ່ມ

ເຈົ້າ​ເຄີຍ​ສັງ​ເກດ​ເຫັນ​ວ່າ​ມັນ​ສັບ​ສົນ​ຂະ​ໜາດ​ໃດ​ບໍ ເມື່ອ​ຄຳ​ສັບ​ຄຳ​ໜຶ່ງ​ຖືກ​ໃຊ້​ໃນ​ສອງ​ວິ​ທີ​ທາງ? ຍົກ​ຕົວ​ຢ່າງ, ໃນ​ພາ​ສາ​ອັງ​ກິດ ຄຳ​ສັບ​ທີ່​ວ່າ ແຜ່ນ​ດິນ​ໂລກ ໝາຍ​ເຖິງ​ທັງ​ດາວ​ພະ​ເຄາະ​ທີ່​ເຮົາ​ອາ​ໄສ​ຢູ່ ແລະ ຂີ້​ດິນ​ທີ່​ຢູ່​ໃຕ້​ຕີນ​ຂອງ​ເຮົາ. ທັງ​ສອງ​ຄວາມ​ໝາຍ​ກໍ​ຖືກ​ຕ້ອງ, ແຕ່​ສິ່ງ​ທີ່​ເຈົ້າ​ໝາຍ​ເຖິງ​ເມື່ອ​ເຈົ້າ​ໃຊ້​ຄຳ​ສັບ​ນີ້​ແມ່ນ​ຂຶ້ນ​ຢູ່​ກັບ​ສິ່ງ​ທີ່​ເຈົ້າ​ກຳ​ລັງ​ກ່າວ​ເຖິງ​ຢູ່​ໃນ​ເວ​ລາ​ນັ້ນ. ເພື່ອ​ເຮັດ​ໃຫ້​ມັນ​ສັບ​ສົນ​ຂຶ້ນ​ໄປ​ອີກ, ເມື່ອ​ຄຳ​ວ່າ ແຜ່ນ​ດິນ​ໂລກ ໝາຍ​ເຖິງ​ດາວ​ພະ​ເຄາະ​ຂອງ​ເຮົາ, ມັນ​ຍັງ​ລວມ​ທັງ​ຄວາມ​ຄິດ​ຂອງ​ຄຳ​ທີ່​ວ່າ ຂີ້​ດິນ, ເພາະ​ຂີ້​ດິນ​ນັ້ນ​ມີ​ຢູ່​ເທິງ​ດາວ​ພະ​ເຄາະ.

ການ​ກຳ​ນົດ​ຄວາມ​ໝາຍ​ຂອງ​ຄຳ​ສັບ ຖາ​ນະ​ປະ​ໂລ​ຫິດ

ຄຳ​ສັບ​ໜຶ່ງ​ທີ່​ເຮົາ​ໃຊ້​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ໃນ​ສອງ​ວິ​ທີ​ທາງ​ຄື​ຄຳ​ສັບ​ທີ່​ວ່າ ຖາ​ນະ​ປະ​ໂລ​ຫິດ. ຄຳ​ສັບ​ນີ້​ໝາຍ​ເຖິງ​ອຳ​ນາດ ແລະ ສິດ​ອຳ​ນາດ​ທັງ​ໝົດ​ຂອງ​ພຣະ​ເຈົ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ຍັງ​ໃຊ້​ຄຳ​ສັບ ຖາ​ນະ​ປະ​ໂລ​ຫິດ ໃນ​ທາງ​ທີ່​ຈຳ​ກັດ​ນຳ​ອີກ—​ເພື່ອ​ໝາຍ​ເຖິງ “ອຳ​ນາດ ແລະ ສິດ​ອຳ​ນາດ​ທີ່​ພຣະ​ເຈົ້າ​ປະ​ທານ​ໃຫ້​ແກ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ເພື່ອ​ໃຫ້​ປະ​ຕິ​ບັດ​ໃນ​ທຸກ​ສິ່ງ​ທີ່​ຈຳ​ເປັນ​ສຳ​ລັບ​ຄວາມ​ລອດ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ.”1

ຖາ​ນະ​ປະ​ໂລ​ຫິດ​ທີ່​ຖືກ​ມອບ​ໃຫ້​ແກ່​ຊາຍ​ຄົນ​ໜຶ່ງ​ບໍ່​ໄດ້​ເປັນ​ອຳ​ນາດ​ທັງ​ໝົດ​ຂອງ​ພຣະ​ເຈົ້າ. ຕາ​ຕະ​ລາງ​ຕໍ່​ໄປ​ນີ້​ຈະ​ສະ​ແດງ​ໃຫ້​ເຫັນ​ຈຸດ​ນີ້.

ຢູ່​ໃນ​ຕາ​ຕະ​ລາງ​ນີ້ ເຈົ້າ​ຈະ​ເຫັນ​ບາງ​ຕົວ​ຢ່າງ​ຂອງ​ອຳ​ນາດ​ຂອງ​ພຣະ​ເຈົ້າ, ຊຶ່ງ​ເປັນ​ນິດ ແລະ ບໍ່​ມີ​ຂອບ​ເຂດ. ຢູ່​ພາຍ​ໃນ​ນັ້ນ, ເຈົ້າ​ກໍ​ຈະ​ເຫັນ​ຕົວ​ຢ່າງ​ຂອງ​ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ທີ່​ພຣະ​ອົງ​ມອບ​ໝາຍ​ໃຫ້, ຫລື ປະ​ທານ​ໃຫ້​ແກ່​ຜູ້​ຊາຍ​ທີ່​ມີ​ຄ່າ​ຄວນ ເພື່ອ​ໃຫ້​ປະ​ຕິ​ບັດ​ວຽກ​ງານ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ.

ຕົວ​ຢ່າງ​ຂອງ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃນ​ຊີ​ວິດ​ຂອງ​ເຈົ້າ

ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທັງ​ໝົດ​ກໍ​ມີ​ໄວ້​ໃຫ້​ທິ​ດາ ແລະ ບຸດ​ທີ່​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທຸກໆ​ຄົນ. ລາຍ​ການ​ອັນ​ທີ​ສອງ​ກໍ​ພຽງ​ເປັນ​ຕົວ​ແທນ​ໃຫ້​ແກ່​ພອນ​ເຫລົ່າ​ນັ້ນ​ທີ່​ມາ​ສູ່​ເຈົ້າ ຜ່ານ​ທາງ​ຜູ້​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ຫລື ໄດ້​ຮັບ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຖືກ​ມອບ​ໃຫ້​ແກ່​ລາວ.

ນີ້​ຄື​ລະ​ບຽບ​ການ​ທີ່​ພຣະ​ເຈົ້າ​ໄດ້​ສະ​ຖາ​ປະ​ນາ​ສຳ​ລັບ​ການ​ຈັດ​ຕັ້ງ ແລະ ການ​ບໍ​ລິ​ຫານ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ຕົວ​ຢ່າງ​ອື່ນໆ​ຂອງ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ລວມ​ທັງ​ປະ​ທານ​ກຸ່ມ​ມັກ​ຄະ​ນາ​ຍົກ ຫລື ປະ​ທານ​ກຸ່ມ​ຄູ​ສອນ ຜູ້​ທີ່​ມີ​ຂໍ​ກະ​ແຈ​ເພື່ອ​ຊີ້​ນຳ​ວຽກ​ງານ​ຂອງ​ກຸ່ມ​ຂອງ​ລາວ, ພອນ​ຂອງ​ພໍ່​ທີ່​ຖືກ​ມອບ​ໃຫ້​ໃນ​ບ້ານ, ແລະ ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ​ຕ່າງໆ.

ຊາຍ, ຍິງ, ແລະ ຖາ​ນະ​ປະ​ໂລ​ຫິດ

ເຖິງ​ແມ່ນ​ວ່າ​ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຖືກ​ມອບ​ໃຫ້​ພຽງ​ແຕ່​ຜູ້​ຊາຍ, ປະ​ທານ​ດາ​ລິນ ເອັຈ ໂອກສ໌, ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ, ໄດ້​ອະ​ທິ​ບາຍ​ຫລັກ​ທຳ​ສຳ​ຄັນ​ຂໍ້​ໜຶ່ງ​ວ່າ: “ຖາ​ນະ​ປະ​ໂລ​ຫິດ​ແມ່ນ​ອຳ​ນາດ ແລະ ສິດ​ອຳ​ນາດ​ແຫ່ງ​ສະ​ຫວັນ​ທີ່​ໄດ້​ຮັກ​ສາ​ໄວ້​ເພື່ອ​ນຳ​ໃຊ້​ສຳ​ລັບ​ວຽກ​ງານ​ຂອງ​ພຣະ​ເຈົ້າ ເພື່ອ​ເປັນ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ. ຖາ​ນະ​ປະ​ໂລ​ຫິດ ບໍ່​ໄດ້​ໝາຍ​ເຖິງ​ຜູ້​ຄົນ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ຂອງ​ຖາ​ນະ​ປະ​ໂລ​ຫິດ ຫລື ຜູ້​ຄົນ​ທີ່​ໃຊ້​ສິດ​ອຳ​ນາດ​ຂອງ​ມັນ. ຜູ້​ຊາຍ​ທີ່​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ບໍ່​ໄດ້​ເປັນ​ຖາ​ນະ​ປະ​ໂລ​ຫິດ. … ເຮົາ​ບໍ່​ຄວນ​ເອີ້ນ​ຜູ້​ຊາຍ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ວ່າ​ເປັນ ຖາ​ນະ​ປະ​ໂລ​ຫິດ.2

ເຖິງ​ແມ່ນ​ວ່າ​ຜູ້​ຍິງ​ບໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຖາ​ນະ​ປະ​ໂລ​ຫິດ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ອະ​ທິ​ບາຍ​ວ່າ, “ເມື່ອ​ທ່ານ​ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ ເພື່ອ​ຮັບ​ໃຊ້​ຢູ່​ໃນ​ຕຳ​ແໜ່ງ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ທີ່​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ … ທ່ານ​ໄດ້​ຮັບ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ທຳ​ງານ​ໃນ​ຕຳ​ແໜ່ງ​ດັ່ງ​ກ່າວ.”3 ບາງ​ຕົວ​ຢ່າງ​ແມ່ນ​ລວມ​ທັງ​ຝ່າຍ​ປະ​ທານ​ຫ້ອງ​ຮຽນ​ຍິງ​ໜຸ່ມ, ເອື້ອຍ​ນ້ອງ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ, ຜູ້​ນຳ​ໃນ​ຫວອດ ແລະ ສະ​ເຕກ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ເພື່ອ​ໃຫ້​ສິດ​ສອນ ແລະ ນຳ​ພາ, ແລະ ພະ​ນັກ​ງານ​ທີ່​ດຳ​ເນີນ​ພິ​ທີ​ການ​ໃນ​ພຣະ​ວິ​ຫານ.

ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ເປັນ​ພອນ​ໃຫ້​ແກ່​ທຸກ​ຄົນ

ພອນ​ທີ່​ພວກ​ເຈົ້າ ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ໄດ້​ຮັບ​ເປັນ​ຂອງ​ພວກ​ເຈົ້າ ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ທີ່​ພວກ​ເຈົ້າ​ໄດ້​ເຮັດ​ຕອນ​ຮັບ​ບັບ​ຕິ​ສະ​ມາ ແລະ ພັນ​ທະ​ສັນ​ຍາ​ທີ່​ພວກ​ເຈົ້າ​ຈະ​ເຮັດ​ໃນ​ພຣະ​ວິ​ຫານ. ເຖິງ​ແມ່ນ​ວ່າ​ພວກ​ເຈົ້າ​ບໍ່​ມີ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ພວກ​ເຈົ້າ​ກໍ​ຕາມ, ພວກ​ເຈົ້າ​ກໍ​ຍັງ​ສາ​ມາດ​ໄດ້​ຮັບ​ພອນ​ດ້ວຍ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ພວກ​ເຈົ້າ ຂະ​ນະ​ທີ່​ພວກ​ເຈົ້າ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ພວກ​ເຈົ້າ​ໄດ້​ເຮັດ​ກັບ​ພຣະ​ອົງ (ເບິ່ງ 1 ນີ​ໄຟ 14:14).

ຂະ​ນະ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ເຮົາ​ຈະ​ໄດ້​ຮັບ​ພອນ​ທີ່​ເສີມ​ຄວາມ​ເຂັ້ມ​ແຂງ ແລະ ເປັນ​ພອນ​ໃຫ້​ແກ່​ເຮົາ. ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ເຈົ້າ​ໃຫ້​ໄຕ່​ຕອງ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃນ​ຊີ​ວິດ​ຂອງ​ເຈົ້າ—ພອນ​ທີ່​ມີ​ມາ​ເພາະ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ທີ່​ບໍ່​ມີ​ທີ່​ສິ້ນ​ສຸດ ແລະ ພອນ​ອື່ນໆ​ທີ່​ມີ​ມາ​ຜ່ານ​ທາງ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໂດຍ​ສະ​ເພາະ ທີ່​ຖືກ​ປະ​ທານ​ໃຫ້ ແລະ ຖືກ​ມອບ​ໝາຍ​ໃຫ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ.

ພິມ