​2021
ຖາ​ນະ​ປະ​ໂລ​ຫິດ​ຄື​ອຳ​ນາດ​ຂອງ​ພຣະ​ເຈົ້າ
ເດືອນ​ສິງ​ຫາ 2021


“The Priesthood Is God’s Power,” Liahona, August 2021

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ສິງ​ຫາ 2021

ຖາ​ນະ​ປະ​ໂລ​ຫິດ​ຄື​ອຳ​ນາດ​ຂອງ​ພຣະ​ເຈົ້າ

ພຣະ​ເຈົ້າ​ອວຍ​ພອນ​ເຮົາ​ຜ່ານ​ທາງ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ມີ​ໄວ້​ໃຫ້​ທຸກ​ຄົນ.

ຖາ​ນະ​ປະ​ໂລ​ຫິດ​ຄື​ອຳ​ນາດ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ໃຊ້​ອຳ​ນາດ​ນີ້​ເພື່ອ​ອວຍ​ພອນ​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ ແລະ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ກັບ​ຄືນ​ໄປ​ອາ​ໄສ​ຢູ່​ກັບ​ພຣະ​ອົງ. ພຣະ​ເຈົ້າ​ໄດ້​ປະ​ທານ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ. ດ້ວຍ​ອຳ​ນາດ​ນີ້, ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ສາ​ມາດ​ນຳ​ພາ​ສາດ​ສະ​ໜາ​ຈັກ, ແລະ ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ສາ​ມາດ​ດຳ​ເນີນ​ພິ​ທີ​ການ​ສັກ​ສິດ, ດັ່ງ​ເຊັ່ນ​ການ​ບັບ​ຕິ​ສະ​ມາ, ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ. ຍິງ ແລະ ຊາຍ​ທຸກ​ຄົນ​ຜູ້​ທີ່​ຮັບ​ເອົາ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຢ່າງ​ມີ​ຄ່າ​ຄວນ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ (ຄຳ​ສັນ​ຍາ​ສັກ​ສິດ) ກໍ​ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໄດ້.

ຮູບ​ພາບ
ສິນ​ລະ​ລຶກ

ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຖືກ​ມອບ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ.

ຕອນ​ພຣະ​ເຢ​ຊູ​ຄຣິດ​​ຢູ່​ເທິງ​ໂລກ, ພຣະ​ອົງ​ໄດ້​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ດ້ວຍ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ພຣະ​ອົງ​ຍັງ​ໄດ້​ປະ​ທານ​ອຳ​ນາດ​ນີ້​ໃຫ້​ແກ່​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ນຳ​ອີກ. ໃນ​ຫລາຍໆ​ສັດ​ຕະ​ວັດ​ຫລັງ​ຈາກ​ພວກ​ເພິ່ນ​ໄດ້​ເສຍ​ຊີ​ວິດ​ໄປ, ສະ​ມາ​ຊິກ​ຫລາຍໆ​ຄົນ​ກໍ​ໄດ້​ຕົກ​ອອກ​ໄປ​ຈາກ​ສາດ​ສະ​ໜາ​ຈັກ. ເຂົາ​ເຈົ້າ​ໄດ້​ປ່ຽນ​ແປງ​ພຣະ​ກິດ​ຕິ​ຄຸນ ແລະ ວິ​ທີ​ການ​ທຳ​ງານ​ຂອງ​ສາດ​ສະ​ໜາ​ຈັກ​ຢ່າງ​ບໍ່​ຖືກ​ຕ້ອງ. ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ກໍ​ບໍ່​ໄດ້​ຢູ່​ເທິງ​ໂລກ​ອີກ​ຕໍ່​ໄປ. ໃນ​ປີ 1829, ພຣະ​ເຢ​ຊູ​ໄດ້​ສົ່ງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ ແລະ ອັກ​ຄະ​ສາ​ວົກ​ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ​ລົງ​ມາ​ມອບ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເປັນ​ອົງ​ການ​ດຽວ​ຢູ່​ເທິງ​ໂລກ​ທີ່​ມີ​ສິດ​ອຳ​ນາດ​ນີ້​ຈາກ​ພຣະ​ເຈົ້າ.

ຮູບ​ພາບ
ການ​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ

The Voice of Peter, James, and John [ສຽງ​ຂອງ​ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ], ໂດຍ ລິນ​ດາ ເຄີ​ລີ ຄຣິສ​ເຕັນ​ເຊັນ ແລະ ໄມ​ໂກ ທີ ມອມ

ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຄື​ສິດ​ອຳ​ນາດ​ທີ່​ຈະ​ຊີ້​ນຳ​ການ​ນຳ​ໃຊ້​ຖາ​ນະ​ປະ​ໂລ​ຫິດ, ດັ່ງ​ເຊັ່ນ​ການ​ໃຫ້​ອະ​ນຸ​ຍາດ​ເພື່ອ​ດຳ​ເນີນ​ພິ​ທີ​ການ​ຕ່າງໆ. ພຣະ​ເຢ​ຊູ​ຄຣິດ​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທັງ​ໝົດ. ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ເປັນ​ຄົນ​ດຽວ​ຢູ່​ເທິງ​ໂລກ​ທີ່​ສາ​ມາດ​ນຳ​ໃຊ້​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ເພື່ອ​ຊີ້​ນຳ​ຕະ​ຫລອດ​ທົ່ວ​ສາດ​ສະ​ໜາ​ຈັກ. ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ເພິ່ນ, ຄົນ​ອື່ນ​ກໍ​ສາ​ມາດ​ນຳ​ໃຊ້​ຂໍ​ກະ​ແຈ​ບາງ​ຢ່າງ​ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ພຣະ​ເຈົ້າ. ຜູ້​ນຳ​ດັ່ງ​ເຊັ່ນ​ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ນຳ​ໃຊ້​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ເພື່ອ​ນຳ​ພາ​ຢູ່​ໃນ​ຫວອດ ແລະ ສະ​ເຕກ​ຂອງ​ພວກ​ເພິ່ນ. ເປັນ​ເພາະ​ການ​ເອີ້ນ​ຕ່າງໆ​ໃຫ້​ຮັບ​ໃຊ້​ມາ​ຈາກ​ຜູ້​ນຳ​ທີ່​ມີ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ບັນ​ດາ​ຊາຍ ແລະ ຍິງ​ຜູ້​ທີ່​ຮັບ​ໃຊ້​ໃນ​ການ​ເອີ້ນ​ກໍ​ໃຊ້​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂະ​ນະ​ທີ່​ເຂົາ​ເຈົ້າ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ.

ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ

ຖາ​ນະ​ປະ​ໂລ​ຫິດ​ມີ​ສອງ​ພາກ​ສ່ວນ: ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ. ຜ່ານ​ທາງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຊີ້​ນຳ​ວຽກ​ງານ​ທາງ​ຝ່າຍ​ວິນ​ຍານ​ຂອງ​ສາດ​ສະ​ໜາ​ຈັກ​ທັງ​ໝົດ, ດັ່ງ​ເຊັ່ນ​ວຽກ​ງານ​ເຜີຍ​ແຜ່ ແລະ ວຽກ​ງານ​ພຣະ​ວິ​ຫານ. ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ປະ​ຕິ​ບັດ​ວຽກ​ງານ​ພາຍ​ໃຕ້​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ມັນ​ຖືກ​ນຳ​ໃຊ້​ເພື່ອ​ດຳ​ເນີນ​ພິ​ທີ​ການ​ຕ່າງໆ ດັ່ງ​ເຊັ່ນ​ການ​ບັບ​ຕິ​ສະ​ມາ ແລະ ພິ​ທີ​ສິນ​ລະ​ລຶກ.

ຮູບ​ພາບ
ການ​ບັບ​ຕິ​ສະ​ມາ

ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ຜ່ານ​ທາງ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ຕ່າງໆ, ພຣະ​ເຈົ້າ​ເຮັດ​ໃຫ້​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ມີ​ໄວ້​ໃຫ້​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ. ພອນ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ​ການ​ບັບ​ຕິ​ສະ​ມາ, ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ສິນ​ລະ​ລຶກ, ແລະ ພິ​ທີ​ການ​ພຣະ​ວິ​ຫານ. ບັນ​ດາ​ຊາຍ ແລະ ຍິງ​ຜູ້​ທີ່​ໄດ້​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ​ໃນ​ພຣະ​ວິ​ຫານ ກໍ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ. ເຮົາ​ກໍ​ສາ​ມາດ​ໄດ້​ຮັບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ການ​ປິ່ນ​ປົວ, ການ​ປອບ​ໂຍນ, ແລະ ການ​ຊີ້​ນຳ​ຄື​ກັນ.

ຮູບ​ພາບ
ຄູ່​ແຕ່ງ​ງານ​ໃໝ່​ຢູ່​ທີ່​ພຣະ​ວິ​ຫານ

ພຣະ​ຄຳ​ພີ​ກ່າວ​ວ່າ​ຢ່າງ​ໃດ​ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ?

ຖາ​ນະ​ປະ​ໂລ​ຫິດ​ທີ່​ໄດ້​ເປັນ​ຢູ່​ໃນ​ສະ​ໄໝ​ບູ​ຮານ​ກໍ​ຍັງ​ເປັນ​ຢູ່​ແບບ​ດຽວ​ກັນ​ໃນ​ວັນ​ເວ​ລາ​ນີ້ (ເບິ່ງ ໂມ​ເຊ 6:7).

ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຊ່ວຍ​ເຮັດ​ໃຫ້​ແນ່​ໃຈ​ວ່າ ເຮົາ​ສຳ​ເລັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ວິ​ທີ​ທາງ​ທີ່​ເປັນ​ລະ​ບຽບ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:11).

ຜູ້​ຊາຍ​ທີ່​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ສາ​ມາດ​ໃຊ້​ມັນ​ໄດ້​ພຽງ​ແຕ່ “ຕາມ​ຫລັກ​ທຳ​ແຫ່ງ​ຄວາມ​ຊອບ​ທຳ​ເທົ່າ​ນັ້ນ” (​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:36).

ໜ້າ​ທີ່​ບາງ​ຢ່າງ​ຂອງ​ຜູ້​ທີ່​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແມ່ນ​ຖືກ​ບັນ​ຍາຍ​ໄວ້​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:38–67.

ພິມ