​2021
ການ​ສືບ​ປະ​ຫວັດ​ຄອບ​ຄົວ​ຊ່ວຍ​ເຫລືອ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ
ເດືອນ​ທັນ​ວາ 2021


“Family History Helps Our Ancestors,” Liahona, December 2021

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ທັນ​ວາ 2021

ການ​ສືບ​ປະ​ຫວັດ​ຄອບ​ຄົວ​ຊ່ວຍ​ເຫລືອ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ

ການ​ສືບ​ປະ​ຫວັດ​ຄອບ​ຄົວ​ຄື​ການ​ຄົ້ນ​ພົບ ແລະ ຮຽນ​ຮູ້​ກ່ຽວ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຮົາ. ເຊັ່ນ​ດຽວ​ກັນ​ເຮົາ​ໄດ້​ຮວບ​ຮວມ​ຂໍ້​ມູນ​ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ເຮັດ​ວຽກ​ງານ​ພຣະ​ວິ​ຫານ​ແທນ​ພວກ​ເພິ່ນ.

ຮູບ​ພາບ
ຂໍ້​ຄວາມ​ສຳ​ຮອງ

ຄອບ​ຄົວ​ເປັນ​ສູນ​ກາງ​ຂອງ​ແຜນ​ແຫ່ງ​ຄວາມ​ສຸກ ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ພຣະ​ອົງ​ໄດ້​ກຽມ​ທາງ​ໃຫ້​ຄອບ​ຄົວ​ດຳ​ເນີນ​ໄປ​ຕະ​ຫລອດ​ການ. ຂະ​ນະ​ທີ່​ເຮົາ​ເຮັດ​ວຽກ​ງານ​ການ​ສືບ​ປະ​ຫວັດ​ຄອບ​ຄົວ ແລະ ວຽກ​ງານ​ພຣະ​ວິ​ຫານ, ເຮົາ​ໄດ້​ຊ່ວຍ​ນຳ​ເອົາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຮົາ, ທັງ​ທີ່​ມີ​ຊີ​ວິດ​ຢູ່ ແລະ ທີ່​ຕາຍ​ໄປ​ແລ້ວ, ມາ​ຮວມ​ກັນ. (“ວຽກ​ງານ​ພຣະ​ວິ​ຫານ” ໝາຍ​ເຖິງ ການ​ຮັບ​ພິ​ທີ​ການ​ຕ່າງໆ​ຂອງ​ພຣະ​ວິ​ຫານ ໃຫ້​ກັບ​ຕົວ​ເຮົາ​ເອງ, ເຊັ່ນ​ວ່າ​ການ​ຜະ​ນຶກ​ເຂົ້າ​ກັບ​ຄູ່​ຄອງ​ຂອງ​ເຮົາ, ຕະ​ຫລອດ​ທັງ​ການ​ເຮັດ​ພິ​ທີ​ການ​ຕ່າງໆ​ໃນ​ພຣະ​ວິ​ຫານ​ແທນ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ.)

ການ​ສືບ​ປະ​ຫວັດ​ຄອບ​ຄົວ ແລະ ວຽກ​ງານ​ພຣະ​ວິ​ຫານ

ທຸກ​ຄົນ​ຜູ້​ທີ່​ເຄີຍ​ມີ​ຊີ​ວິດ​ຢູ່ ຫລື ຜູ້​ທີ່​ຈະ​ມີ​ຊີ​ວິດ​ຢູ່​ໃນ​ໂລກ​ຕ້ອງ​ການ​ພິ​ທີ​ການ​ຕ່າງໆ​ຂອງ​ພຣະ​ກິດ​ຕິ​ຄຸນ. ຖ້າ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ຍັງ​ບໍ່​ໄດ້​ຮັບ​ໂອ​ກາດ​ນັ້ນ, ເຮົາ​ສາ​ມາດ​ປະ​ຕິ​ບັດ​ພິ​ທິ​ການ​ຕ່າງໆ​ແທນ​ພວກ​ເພິ່ນ​ໄດ້​ໃນ​ພຣະ​ວິ​ຫານ. ໜຶ່ງ​ໃນ​ພິ​ທີ​ການ​ເຫລົ່າ​ນັ້ນ​ຄື​ການ​ຜະ​ນຶກ​ເຂົ້າ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ. ການ “ຜະ​ນຶກ” ໝາຍ​ຄວາມ​ວ່າ ເຮົາ​ຈະ​ສາ​ມາດ​ຢູ່​ກັບ​ຄອບ​ຄົວ​ຂອງ​ເຮົາ​ຕະ​ຫລອດ​ໄປ ຖ້າ​ເຮົາ​ເປັນ​ຄົນ​ຊອບ​ທຳ. ເຮົາ​ສາ​ມາດ​ຜະ​ນຶກ​ເຂົ້າ​ກັບ​ຄອບ​ຄົວ​ຂອງ​ເຮົາ​ໃນ​ພຣະ​ວິ​ຫານ​ເທົ່າ​ນັ້ນ.

ພອນ​ຕ່າງໆ​ຂອງ​ວຽກ​ງານ​ສືບ​ປະ​ຫວັດ​ຄອບ​ຄົວ

ຮູບ​ພາບ
ຄອບ​ຄົວ

ການ​ສືບ​ປະ​ຫວັດ​ຄອບ​ຄົວ​ສາ​ມາດ​ຊ່ວຍ​ເຮົາ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ. ຂະ​ນະ​ທີ່​ເຮົາ​ແບ່ງ​ປັນ​ເລື່ອງ​ລາວ, ຮູບ​ຖ່າຍ, ແລະ ຄວາມ​ຊົງ​ຈຳ​ຕ່າງໆ​ດ້ວຍ​ກັນ, ເຮົາ​ໄດ້​ສ້າງ​ຄວາມ​ຜູກ​ພັນ​ໃນ​ຄອບ​ຄົວ. ເຮົາ​ຍັງ​ເສີມ​ສ້າງ​ຄວາມ​ຮັກ​ທີ່​ເຮົາ​ມີ​ໃຫ້​ກັນ​ອີກ​ດ້ວຍ. ສາດ​ສະ​ດາ​ຫລາຍ​ທ່ານ​ໄດ້​ສັນ​ຍາ​ເຊັ່ນ​ດຽວ​ກັນ​ວ່າ ການ​ເຮັດ​ວຽກ​ງານ​ສືບ​ປະ​ຫວັດ​ຄອບ​ຄົວ​ຂອງ​ເຮົາ​ຈະ​ນຳ​ເຮົາ​ເຂົ້າ​ໃກ້​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ.

ການ​ຊອກ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ

ຮູບ​ພາບ
ບັນ​ທຶກ​ໃນ​ພາ​ສາ​ຈີນ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ເຮົາ​ຜະ​ນຶກ​ເຂົ້າ​ກັບ​ຄອບ​ຄົວ​ປະ​ຈຸ​ບັນ​ຂອງ​ເຮົາ ແລະ ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ. ກ່ອນ​ທີ່​ເຮົາ​ຈະ​ສາ​ມາດ​ຜະ​ນຶກ​ເຂົ້າ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ, ເຮົາ​ຕ້ອງ​ຊອກ​ຫາ ແລະ ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ພວກ​ເພິ່ນ​ເສຍ​ກ່ອນ. ແຕ່​ການ​ສືບ​ປະ​ຫວັດ​ຄອບ​ຄົວ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ການ​ຄົ້ນ​ຫາ​ຊື່, ວັນ​ທີ, ແລະ ສະ​ຖານ​ທີ່​ຕ່າງໆ. ຂະ​ນະ​ທີ່​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ, ເຮົາ​ຈະ​ຮູ້​ສຶກ​ຜູກ​ພັນ​ກັບ​ພວກ​ເພິ່ນ​ຫລາຍ​ຂຶ້ນ.

ພິມ