​2021
ສາດ​ສະ​ໜາ​ຈັກ​ທົ່ວ​ໂລກ
ເດືອນ​ທັນ​ວາ 2021


“The Church around the World,” Friend, Dec. 2021.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ທັນ​ວາ 2021

ສາດ​ສະ​ໜາ​ຈັກ​ທົ່ວ​ໂລກ

ຮູບ​ພາບ
ເດັກ​ນ້ອຍ​ຜູ້​ບຸກ​ເບີກ

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໃຫ້​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຍ້າຍ​ໄປ​ຢູ່​ບ່ອນ​ໄກໆ. ບາງ​ຄົນ​ກໍ​ຂີ່​ກວຽນ​ທີ່​ມີ​ຜ້າ​ມຸງ. ບາງ​ຄົນ​ກໍ​ຍູ້​ລໍ້.

ຮູບ​ພາບ
ເດັກ​ນ້ອຍ​ໄດ້​ຊ່ວຍ​ເຫລືອ​ໃນ​ການ​ສ້າງ​ພຣະ​ວິ​ຫານ​ເຊົາ​ເລັກ

ເຂົາ​ເຈົ້າ​ໄດ້​ໄປ​ຫາ​ບ່ອນ​ໃໝ່​ເພື່ອ​ຢູ່​ອາ​ໄສ. ເຂົາ​ເຈົ້າ​ໄດ້​ສ້າງ​ບ້ານ​ເມືອງ​ຂຶ້ນ. ເຂົາ​ເຈົ້າ​ໄດ້​ສ້າງ​ພຣະ​ວິ​ຫານ​ໃໝ່.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ໃນ​ສະ​ໃໝ​ກ່ອນ​ໄດ້​ໃຫ້​ບັບ​ຕິ​ສະ​ມາ​ໃນ​ແມ່​ນ້ຳ

ຜູ້​ສອນ​ສາດ​ສະ​ໜາ​ໄດ້​ໄປ​ຫາ​ຫລາຍ​ປະ​ເທດ. ເຂົາ​ເຈົ້າ​ໄດ້​ສິດ​ສອນ​ຄົນ​ອື່ນໆ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ຫລາຍ​ຄົນ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ສາດ​ສະ​ໜາ​ຈັກ​ໄດ້​ເຕີບ​ໃຫຍ່.

ຮູບ​ພາບ
ໜ່ວຍ​ໂລກ
ຮູບ​ພາບ
ຮູບ​ປັ້ນ​ທູດ​ໂມ​ໂຣ​ໄນ

ທຸກ​ມື້​ນີ້, ມີ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ອາ​ໄສ​ຢູ່​ທົ່ວ​ໂລກ. ມີ​ພຣະ​ວິ​ຫານ​ຫລາຍ​ແຫ່ງ​ໃນ​ຫລາຍ​ປະ​ເທດ.

ຮູບ​ພາບ
ເດັກ​ນ້ອຍ

ບໍ່​ວ່າ​ເຮົາ​ຈະ​ອາ​ໄສ​ຢູ່​ໃສ​ກໍ​ຕາມ, ພຣະ​ເຢ​ຊູ​ຮັກ​ເຮົາ. ເຮົາ​ຮູ້​ວ່າ​ພຣະ​ອົງ​ຮັກ​ເຮົາ!

ໜ້າ​ລະ​ບາຍ​ສີ

ພຣະ​ອົງ​ຮັກ​ເຮົາ​ທຸກ​ຄົນ

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກັບ​ເດັກ​ນ້ອຍ

ໃຫ້​ກົດ​ຮູບ​ເພື່ອ​ດາວ​ໂຫລດ.

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຢ​ຊູ​ແນວ​ໃດ?

ພິມ