​2022
ກ່ອນ​ເຮົາ​ໄດ້​ມາ​ສູ່​ໂລກ​ນີ້
ເດືອນ​ມັງ​ກອນ 2022


“Before We Came to Earth,” Monthly Friend Messages, January 2022

ກ່ອນ​ເຮົາ​ໄດ້​ມາ​ສູ່​ໂລກ​ນີ້

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ມັງ​ກອນ 2022

ກ່ອນ​ເຮົາ​ໄດ້​ມາ​ສູ່​ໂລກ​ນີ້

ຮູບ​ພາບ
ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ໃນ​ໂລກ​ວິນ​ຍານ​ກ່ອນ​ເກີດ

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ກ່ອນ​ເຮົາ​ເກີດ​ມາ, ເຮົາ​ໄດ້​ຢູ່​ໃນ​ສະ​ຫວັນ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ພຣະ​ອົງ​ໄດ້​ສິດ​ສອນ​ເຮົາ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ສຸກ.

ຮູບ​ພາບ
ເດັກ​ນ້ອຍ​ຜູ້​ຊາຍ​ກຳ​ລັງ​ຮ້ອງ​ໄຫ້, ເດັກ​ນ້ອຍ​ຜູ້​ຍິງ​ຖື​ໝາກ​ບານ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ເວົ້າ​ວ່າ ເຮົາ​ຈະ​ມາ​ສູ່​ໂລກ​ນີ້​ເພື່ອ​ຮັບ​ຮ່າງ​ກາຍ. ເຮົາ​ຈະ​ໄດ້​ຮຽນ​ຮູ້ ແລະ ຈະ​ຕ້ອງ​ເລືອກ. ບາງ​ຄັ້ງ​ເຮົາ​ຈະ​ເຮັດ​ຜິດ. ເຮົາ​ຈະ​ຕ້ອງ​ການ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຮູບ​ພາບ
ເດັກ​ນ້ອຍ​ຜູ້​ຍິງ​ຖື​ໝາກ​ບານ​ກຳ​ລັງ​ປອບ​ໂຍນ​ເດັກ​ນ້ອຍ​ຜູ້​ຊາຍ​ທີ່​ກຳ​ລັງ​ຮ້ອງ​ໄຫ້

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ສະ​ແດງ​ໃຫ້​ເຮົາ​ຮູ້​ຈັກ​ວິ​ທີ​ທີ່​ຈະ​ໃຊ້​ຊີ​ວິດ. ແລະ ເມື່ອ​ເຮົາ​ເລືອກ​ສິ່ງ​ຜິດ, ເຮົາ​ກໍ​ຈະ​ສາ​ມາດ​ກັບ​ໃຈ​ໄດ້.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ໃນ​ໂລກ​ກ່ອນ​ເກີດ

ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ, “ຂ້າ​ພຣະ​ອົງ​ຢູ່​ນີ້​ເດ, ຂໍ​ຈົ່ງ​ສົ່ງ​ຂ້າ​ພຣະ​ອົງ​ໄປ​ເຖີດ.” ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ເລືອກ​ເອົາ​ພຣະ​ອົງ​ໃຫ້​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ພຣະ​ເຢ​ຊູ​ໄດ້​ສັນ​ຍາ​ວ່າ​ຈະ​ມາ​ສູ່​ໂລກ​ນີ້​ເພື່ອ​ຊ່ວຍ​ເຮົາ.

ຮູບ​ພາບ
ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ

ເຮົາ​ສາ​ມາດ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ສາ​ມາດ​ກັບ​ຄືນ​ໄປ ແລະ ຢູ່​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ອີກ​ໃນ​ມື້​ໜຶ່ງ.

ໜ້າ​ລະ​ບາຍ​ສີ

ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ

ຮູບ​ພາບ
ເດັກ​ນ້ອຍ​ກຳ​ລັງ​ຫລຽວ​ເບິ່ງ​ດວງ​ດາວ​ຕ່າງໆ

ໃຫ້​ກົດ​ຮູບ​ເພື່ອ​ດາວ​ໂຫລດ.

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ແນວ​ໃດ?

ພິມ