​2022
ການ​ຕົກ​ແມ່ນ​ພາກ​ສ່ວນ​ໜຶ່ງ​ໃນ​ແຜນ​ຂອງ​ພຣະ​ເຈົ້າ
ເດືອນ​ມັງ​ກອນ 2022


“The Fall Was Part of God’s Plan,” Liahona, January 2022

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ມັງ​ກອນ 2022

ການ​ຕົກ​ແມ່ນ​ພາກ​ສ່ວນ​ໜຶ່ງ​ໃນ​ແຜນ​ຂອງ​ພຣະ​ເຈົ້າ

ຍ້ອນ​ການ​ຕົກ, ເຮົາ​ຈຶ່ງ​ໄດ້​ມາ​ສູ່​ໂລກ​ນີ້ ແລະ ສາ​ມາດ​ກັບ​ຄືນ​ໄປ​ຢູ່​ກັບ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ​ຂອງ​ເຮົາ​ອີກ​ຄັ້ງ.

ຮູບ​ພາບ
ອາ​ດາມ ແລະ ເອ​ວາ

Adam and Eve in the Gorden of Eden [ອາ​ດາມ ແລະ ເອ​ວາ​ຢູ່​ໃນ​ສວນ​ເອ​ເດນ], ໂດຍ ຣໍ​ເບີດ ທີ ບາ​ແຣັດ

ໃນ​ສວນ​ເອ​ເດນ, ພຣະ​ເຈົ້າ​ໄດ້​ບັນ​ຊາ​ອາ​ດາມ ແລະ ເອ​ວາ ບໍ່​ໃຫ້​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ດີ ແລະ ຮູ້​ຊົ່ວ. ແລ້ວ​ພຣະ​ອົງ​ໄດ້​ບອກ​ເຂົາ​ເຈົ້າ​ອີກ​ວ່າ, “ເຈົ້າ​ສາ​ມາດ​ເລືອກ​ເພື່ອ​ຕົວ​ເອງ, … ແຕ່, ຈຳ​ໄວ້​ວ່າ​ເຮົາ​ຫ້າມ​ເຈົ້າ” (ໂມ​ເຊ 3:17). ຊາ​ຕານ​ໄດ້​ລໍ້​ລວງ​ເອ​ວາ​ໃຫ້​ກິນ​ໝາກ​ໄມ້​ຂອງ​ຕົ້ນ​ນັ້ນ. ມັນ​ໄດ້​ບອກ​ນາງ​ວ່າ, “ພວກ​ເຈົ້າ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ, ຮູ້​ຈັກ​ດີ ແລະ ຮູ້​ຈັກ​ຊົ່ວ” (ໂມ​ເຊ 4:11). ນາງ​ໄດ້​ກິນ​ໝາກ​ໄມ້​ນັ້ນ ແລະ ແລ້ວ​ໄດ້​ເອົາ​ໄປ​ໃຫ້​ອາ​ດາມ​ກິນ. ພຣະ​ເຈົ້າ​ໄດ້​ສົ່ງ​ເຂົາ​ເຈົ້າ​ອອກ​ໄປ​ຢູ່​ນອກ​ສວນ​ເອ​ເດນ.

ການ​ຕົກ

ຮູບ​ພາບ
ອາ​ດາມ ແລະ ເອ​ວາ

That Ye Do Always Remember Me [ວ່າ​ເຈົ້າ​ລະ​ນຶກ​ເຖິງ​ເຮົາ​ຢູ່​ຕະ​ຫລອດ​ເວ​ລາ], ໂດຍ ແກ​ຣີ ແອວ ແຄບ, ຫ້າມ​ຄັດ​ລອກ

ເມື່ອ​ອາ​ດາມ ແລະ ເອ​ວາ​ໄດ້​ອອກ​ຈາກ​ສວນ​ເອ​ເດນ, ເຂົາ​ເຈົ້າ​ບໍ່​ໄດ້​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ອີກ​ຕໍ່​ໄປ. ການ​ພັດ​ພາກ​ຈາກ​ພຣະ​ເຈົ້າ​ນີ້​ເອີ້ນ​ວ່າ​ຄວາມ​ຕາຍ​ທາງ​ວິນ​ຍານ. ການ​ອອກ​ໄປ​ຈາກ​ສວນ​ເອ​ເດນ​ນັ້ນ​ກໍ​ຍັງ​ມີ​ຄວາມ​ໝາຍ​ວ່າ​ອາ​ດາມ ແລະ ເອ​ວາ​ກາຍ​ເປັນ​ມະ​ຕະ ແລະ ດ້ວຍ​ເຫດ​ນີ້​ຈຶ່ງ​ສາ​ມາດ​ຕາຍ​ໄດ້. ເຖິງ​ແມ່ນ​ວ່າ​ອາ​ດາມ ແລະ ເອ​ວາ​ຈະ​ບໍ່​ໄດ້​ຢູ່​ກັບ​ພຣະ​ເຈົ້າ​ອີກ​ແລ້ວ ແລະ ບັດ​ນີ້​ໄດ້​ກາຍ​ເປັນ​ມະ​ຕະ, ແຕ່​ເຂົາ​ເຈົ້າ​ໄດ້​ມີ​ຄວາມ​ສຸກ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ​ເມື່ອ​ເຂົາ​ເຈົ້າ​ໄດ້​ເຫັນ​ວ່າ​ເຂົາ​ເຈົ້າ​ຈະ​ກ້າວ​ໜ້າ​ຕໍ່​ໄປ (ເບິ່ງ ໂມ​ເຊ 5:10–11). “ອາ​ດາມ​ຕົກ​ເພື່ອ​ມະ​ນຸດ​ຈະ​ໄດ້​ເປັນ​ຢູ່; ແລະ ມະ​ນຸດ​ເປັນ​ຢູ່​ກໍ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ຄວາມ​ສຸກ” (2 ນີ​ໄຟ 2:25).

ເວ​ລາ​ແຫ່ງ​ການ​ທົດ​ສອບ

ເມື່ອ​ເຮົາ​ໄດ້​ເກີດ​ມາ, ເຮົາ​ດຳ​ລົງ​ຊີ​ວິດ​ຢູ່​ຫ່າງ​ໄກ​ຈາກ​ພຣະ​ເຈົ້າ, ເຊັ່ນ​ດຽວ​ກັນ​ກັບ​ອາ​ດາມ ແລະ ເອ​ວາ​ຫລັງ​ຈາກ​ການ​ຕົກ. ຊາ​ຕານ​ໄດ້​ລໍ້​ລວງ​ເຮົາ​ໃຫ້​ເລືອກ​ເຮັດ​ສິ່ງ​ທີ່​ບໍ່​ດີ. ການ​ລໍ້​ລວງ​ເຫລົ່າ​ນີ້​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ການ​ທົດ​ສອບ ແລະ ເລືອກ​ລະ​ຫວ່າງ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ສິ່ງ​ທີ່​ຜິດ (ເບິ່ງ ແອວ​ມາ 12:24). ແຕ່​ລະ​ຄັ້ງ​ທີ່​ເຮົາ​ເຮັດ​ບາບ ແລະ ບໍ່​ກັບ​ໃຈ, ເຮົາ​ໄດ້​ເລີ່ມ​ຫ່າງ​ໄກ​ອອກ​ໄປ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ແຕ່​ວ່າ​ຖ້າ​ເຮົາ​ກັບ​ໃຈ, ເຮົາ​ກໍ​ຫຍັບ​ເຂົ້າ​ໃກ້​ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ​ຂອງ​ເຮົາ.

ຄວາມ​ຕາຍ​ທາງ​ຮ່າງ​ກາຍ

ຮູບ​ພາບ
ປ່າ​ຊ້າ

ແຜ່ນ​ດິນ​ໂລກ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ​ເພື່ອ​ເຮົາ (ເບິ່ງ 1 ນີ​ໄຟ 17:36). ການ​ຕົກ​ໄດ້​ເຮັດ​ໃຫ້​ມັນ​ເປັນ​ໄປ​ໄດ້​ສຳ​ລັບ​ອາ​ດາມ ແລະ ເອ​ວາ​ເພື່ອ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ໃນ​ການ​ມີ​ລູກ​ຫລານ, ຊ່ວຍ​ໃຫ້​ເຮົາ​ມາ​ສູ່​ໂລກ​ນີ້​ໃນ​ສະ​ພາບ​ທີ່​ມີ​ຮ່າງ​ກາຍ. ຮ່າງ​ກາຍ​ຂອງ​ເຮົາ​ຈະ​ຕາຍ​ໃນ​ມື້​ໜຶ່ງ, ແຕ່​ວ່າ​ວິນ​ຍານ​ຂອງ​ເຮົາ​ຈະ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ. ຮ່າງ​ກາຍ ແລະ ວິນ​ຍານ​ຂອງ​ເຮົາ​ຈະ​ຮວມ​ເຂົ້າ​ກັນ​ເມື່ອ​ເຮົາ​ຟື້ນ​ຄືນ​ຊີ​ວິດ.

ຖືກ​ຊ່ວຍ​ໃຫ້​ລອດ​ໂດຍ​ພຣະ​ເຢ​ຊູ​ຄຣິດ

ຮູບ​ພາບ
ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ

The Resurrection [ການ​ຟື້ນ​ຄືນ​ພຣະ​ຊົນ], ໂດຍ ແຮ​ຣີ ແອນ​ເດີ​ເຊັນ

ໂດຍ​ຜ່ານ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​, ເຮົາ​ຈຶ່ງ​ສາ​ມາດ​ເອົາ​ຊະ​ນະ​ຄວາມ​ຕາຍ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ. ຍ້ອນ​ວ່າ​ພຣະ​ຄຣິດ​ໄດ້​ຟື້ນ​ຄືນ​ພຣະ​ຊົນ, ທຸກ​ຄົນ​ຜູ້​ທີ່​ໄດ້​ເກີດ​ມາ​ເທິງ​ໂລກ​ນີ້​ຈະ​ໄດ້​ຟື້ນ​ຄືນ​ຊີ​ວິດ ແລະ ມີ​ຊີ​ວິດ​ຢູ່​ຕະ​ຫລອດ​ໄປ. ແລະ ຍ້ອນ​ວ່າ​ພຣະ​ຄຣິດ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ແທນ​ບາບ​ຂອງ​ເຮົາ, ເຮົາ​ສາ​ມາດ​ກັບ​ໃຈ ແລະ ໄດ້​ຮັບ​ການ​ໃຫ້​ອະ​ໄພ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຢູ່​ກັບ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ​ຂອງ​ເຮົາ​ໄດ້​ອີກ​ຄັ້ງ.

ພິມ