​2022
ການ​ຮັບ​ໃຊ້​ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ
ເດືອນ​ມີ​ນາ 2022


“Serving in Church Callings,” Liahona, Mar. 2022.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ມີ​ນາ 2022

ການ​ຮັບ​ໃຊ້​ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ

ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ໄດ້​ຂໍ​ໃຫ້​ສະ​ມາ​ຊິກ​ຮັບ​ໃຊ້​ໃນ​ໜ້າ​ທີ່​ມອບ​ໝາຍ​ໃດ​ໜຶ່ງ​ທີ່​ຮູ້​ກັນ​ວ່າ “ການ​ເອີ້ນ.” ການ​ເອີ້ນ​ເປີດ​ໂອ​ກາດ​ໃຫ້​ສະ​ມາ​ຊິກ​ໄດ້​ຮັບ​ໃຊ້​ຄົນ​ອື່ນ ແລະ ຫຍັບ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ.

ຮູບ​ພາບ
ຜູ້​ຊາຍ​ນັ່ງ​ຢູ່​ໃນ​ລໍ້​ເລື່ອນ​ກຳ​ລັງ​ສອນ​ຊັ້ນ​ຮຽນ​ຂອງ​ສາດ​ສະ​ໜາ​ຈັກ

ຮູບ​ພາບ​ຖ່າຍ​ໂດຍ ເດ​ວິດ ໂບ​ເວນ ນິວ​ຕັນ

ເມື່ອ​ເຮົາ​ຮັບ​ໃຊ້​ໃນ​ການ​ເອີ້ນ​ຕ່າງໆ​ຂອງ​ເຮົາ, ເຮົາ​ໄດ້​ຊ່ວຍ​ໃນ​ການ​ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ເຈົ້າ. ເຮົາ​ສິດ​ສອນ​ຄົນ​ອື່ນໆ​ກ່ຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ແລະ ຊ່ວຍ​ຄົນ​ທີ່​ເຮົາ​ສິດ​ສອນ​ໃຫ້​ຫຍັບ​ເຂົ້າ​ໃກ້​ພວກ​ພຣະ​ອົງ​ຫລາຍ​ຂຶ້ນ. ເຮົາ​ຍັງ​ໄດ້​ຮັບ​ພອນ​ນຳ​ອີກ​ຂະ​ນະ​ທີ່​ເຮົາ​ຮັບ​ໃຊ້​ຢ່າງ​ຊື່​ສັດ.

ການ​ໄດ້​ຮັບ​ການ​ເອີ້ນ

ຮູບ​ພາບ
ຊາຍ​ໜຸ່ມ​ກຳ​ລັງ​ຢືນ​ຢູ່​ຕໍ່​ໜ້າ​ຜູ້​ເຂົ້າ​ຮ່ວມ​ປະ​ຊຸມ​ໂບດ

ຄົນ​ທີ່​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ. ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ໄດ້​ອະ​ທິ​ຖານ​ສຳ​ລັບ​ການ​ດົນ​ໃຈ​ເພື່ອ​ໃຫ້​ຮູ້​ວ່າ​ຄວນ​ຂໍ​ໃຫ້​ໃຜ​ຮັບ​ໃຊ້​ໃນ​ການ​ເອີ້ນ​ແຕ່​ລະ​ຢ່າງ. ຈາກ​ນັ້ນ​ຜູ້​ນຳ​ກໍ​ຂໍ​ໃຫ້​ສະ​ມາ​ຊິກ​ຄົນ​ໃດ​ຄົນ​ໜຶ່ງ​ຮັບ​ໃຊ້ ແລະ ອະ​ທິ​ບາຍ​ໜ້າ​ທີ່​ຂອງ​ການ​ເອີ້ນ​ນັ້ນ. ສະ​ມາ​ຊິກ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໃນ​ການ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ​ບ່ອນ​ທີ່​ສະ​ມາ​ຊິກ​ຫວອດ ຫລື ສາ​ຂາ​ທຳ​ການ​ສະ​ໜັບ​ສະ​ໜູນ. ນີ້​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ເຕັມ​ໃຈ​ສະ​ໜັບ​ສະ​ໜູນ​ບຸກ​ຄົນ​ທີ່​ຖືກ​ເອີ້ນ. ຕໍ່​ຈາກ​ນັ້ນ​ສະ​ມາ​ຊິກ​ຈະ​ໄດ້​ຮັບ​ພອນ​ໂດຍ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ. ສິ່ງ​ນີ້​ຖືກ​ເອີ້ນ​ວ່າ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ. ສະ​ມາ​ຊິກ​ຈະ​ຖືກ​ມອບ​ສິດ​ອຳ​ນາດ​ໃຫ້ ເພື່ອ​ປະ​ຕິ​ບັດ​ໃນ​ການ​ເອີ້ນ ແລະ ພອນ​ອື່ນໆ​ເພື່ອ​ຊ່ວຍ​ເຫລືອ​ລາວ​ໃນ​ການ​ຮັບ​ໃຊ້.

ອະ​ທິ​ການ

ອະ​ທິ​ການ​ແມ່ນ​ຜູ້​ນຳ​ຂອງ​ຫວອດ. (ໃນ​ສາ​ຂາ, ປະ​ທານ​ສາ​ຂາ​ແມ່ນ​ຄ້າຍ​ຄື​ກັບ​ອະ​ທິ​ການ.) ປະ​ທານ​ສະ​ເຕກ​ຈະ​ເປັນ​ຜູ້​ແນະ​ນຳ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ມີ​ຄ່າ​ຄວນ​ເພື່ອ​ໃຫ້​ເປັນ​ອະ​ທິ​ການ. ຝ່າຍ​ປະ​ທານ​ສູງ​ສຸດ​ຈະ​ເປັນ​ຜູ້​ອະ​ນຸ​ມັດ​ການ​ເອີ້ນ​ນັ້ນ. ຈາກ​ນັ້ນ​ອະ​ທິ​ການ​ກໍ​ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ເພື່ອ​ຮັບ​ໃຊ້. ເພິ່ນ​ກໍ​ຍັງ​ໄດ້​ຮັບ​ຂໍ​ກະ​ແຈ​ຖາ​ນະ​ປະ​ໂລ​ຫິດ​ນຳ​ອີກ, ຊຶ່ງ​ໝາຍ​ຄວາມ​ວ່າ​ເພິ່ນ​ມີ​ສິດ​ອຳ​ນາດ​ໃນ​ການ​ຊີ້​ນຳ​ຫວອດ. ໃນ​ຖາ​ນະ​ອະ​ທິ​ການ, ເພິ່ນ​ຈະ​ຮັບ​ໃຊ້ ແລະ ນຳ​ພາ​ສະ​ມາ​ຊິກ​ທຸກ​ຄົນ​ໃນ​ຫວອດ.

ຝ່າຍ​ປະ​ທານ

ອົງ​ການ ກຸ່ມ​ຖາ​ນະ​ປະ​ໂລ​ຫິດ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ຍິງ​ໜຸ່ມ, ປະ​ຖົມ​ໄວ, ແລະ ໂຮງ​ຮຽນ​ວັນ​ອາ​ທິດ​ໄດ້​ຖືກ​ນຳ​ພາ​ໂດຍ​ຝ່າຍ​ປະ​ທານ, ໂດຍ​ທົ່ວ​ໄປ​ແລ້ວ​ແມ່ນ​ມີ​ປະ​ທານ​ໜຶ່ງ​ຄົນ ແລະ ທີ່​ປຶກ​ສາ​ສອງ​ຄົນ. ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ໄດ້​ຮັບ​ການ​ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ​ຝ່າຍ​ປະ​ທານ​ສະ​ເຕກ. ຝ່າຍ​ອະ​ທິ​ການ​ຈະ​ຂໍ​ໃຫ້​ສະ​ມາ​ຊິກ​ຮັບ​ໃຊ້​ໃນ​ຝ່າຍ​ປະ​ທານ​ຕ່າງໆ​ໃນ​ຫວອດ ແລະ ຈະ​ແຕ່ງ​ຕັ້ງ​ພວກ​ເພິ່ນ. ຜູ້​ນຳ​ທຸກ​ຄົນ​ຈະ​ຮັບ​ໃຊ້​ສະ​ມາ​ຊິກ​ໃນ​ກຸ່ມ ຫລື ໃນ​ອົງ​ການ​ຂອງ​ຕົນ. ພວກ​ເພິ່ນ​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄວາມ​ຕ້ອງ​ການ​ຂອງ​ສະ​ມາ​ຊິກ ແລະ ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ.

ຮູບ​ພາບ
ຜູ້​ຍິງ​ໄດ້​ນຳ​ເອົາ​ອາ​ຫານ​ມາ​ໃຫ້​ແມ່​ຄົນ​ໜຶ່ງ​ທີ່​ອູ້ມ​ລູກ​ຢູ່

ການ​ເອີ້ນ​ອື່ນໆ

ການ​ເອີ້ນ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ​ແມ່ນ​ລວມ​ທັງ​ການ​ສິດ​ສອນ, ການ​ຊ່ວຍ​ເຫລືອ​ກ່ຽວ​ກັບ​ດົນ​ຕີ, ການ​ຈົດ​ບັນ​ທຶກ, ການ​ວາງ​ແຜນ​ກິດ​ຈະ​ກຳ​ຂອງ​ຊາວ​ໜຸ່ມ ຫລື ເດັກ​ນ້ອຍ, ແລະ ການ​ຮັບ​ໃຊ້​ໃນ​ວິ​ທີ​ອື່ນໆ. ການ​ເອີ້ນ​ແຕ່​ລະ​ຢ່າງ​ໃນ​ສາດ​ສະ​ໜາ​ຈັກ​ແມ່ນ​ສຳ​ຄັນ ແລະ ເປີດ​ໂອ​ກາດ​ໃຫ້​ສະ​ມາ​ຊິກ​ໄດ້​ຮັບ​ໃຊ້​ຄົນ​ອື່ນ ແລະ ຮັບ​ໃຊ້​ພຣະ​ເຈົ້າ. ຂະ​ນະ​ທີ່​ເຮົາ​ທຸກ​ຄົນ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ເຮັດ​ໃຫ້​ການ​ເອີ້ນ​ຂອງ​ເຮົາ​ສຳ​ເລັດ, ເຮົາ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຄົນ​ອື່ນ ແລະ ຊ່ວຍ​ໃຫ້​ສາດ​ສະ​ໜາ​ຈັກ​ເຕີບ​ໂຕ.

ພິມ