​2022
ການ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ວັນ​ອາ​ທິດ​ມີ​ຫຍັງ​ແດ່?
ເດືອນ​ມິ​ຖຸ​ນາ 2022


“What Happens in Sunday Church Meetings?,” Liahona, June 2022.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ມິ​ຖຸ​ນາ 2022

ການ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ວັນ​ອາ​ທິດ​ມີ​ຫຍັງ​ແດ່?

ຮູບ​ພາບ
ຜູ້​ຍິງ​ສອງ​ຄົນ​ໂອບ​ກອດ​ກັນ

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເຕົ້າ​ໂຮມ​ກັນ​ທຸກ​ວັນ​ອາ​ທິດ​ເພື່ອ​ນະ​ມັດ​ສະ​ການ​ພຣະ​ເຈົ້າ ແລະ ສິດ​ສອນ​ຊຶ່ງ​ກັນ​ແລະ​ກັນ​ເຖິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຍິນ​ດີ​ຕ້ອນ​ຮັບ​ໝົດ​ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ, ແລະ ສະ​ມາ​ຊິກ​ມີ​ໂອ​ກາດ​ໃນ​ການ​ອະ​ທິ​ຖານ, ກ່າວ​ຄຳ​ປາ​ໄສ, ແລະ ສິດ​ສອນ​ບົດ​ຮຽນ​ຕ່າງໆ​ຖ້າ​ເຂົາ​ເຈົ້າ​ຕ້ອງ​ການ. ການ​ປະ​ຊຸມ​ເຫລົ່າ​ນີ້​ຊ່ວຍ​ສະ​ມາ​ຊິກ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ສັດ​ທາ​ໃຫ້​ກັນ​ແລະ​ກັນ ແລະ ເຮັດ​ໃຫ້ “ໃຈ​ຂອງ​ພວກ​ເຂົາ​ຜູກ​ພັນ​ກັນ​ໄວ້​ໃນ​ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ ແລະ ໃນ​ຄວາມ​ຮັກ​ທີ່​ມີ​ຕໍ່​ກັນ” (ໂມ​ໄຊ​ຢາ 18:21).

ຮູບ​ພາບ
ເດັກ​ຊາຍ​ນັ່ງ​ຢູ່​ໃນ​ລໍ້​ເລື່ອນ​ກຳ​ລັງ​ຢາຍ​ສິນ​ລະ​ລຶກ.

ກອງ​ປະ​ຊຸມ​ສິນ​ລະ​ລຶກ

ສະ​ມາ​ຊິກ​ຂອງ​ຫວອດ ຫລື ສາ​ຂາ ເຕົ້າ​ໂຮມ​ກັນ​ທຸກ​ວັນ​ອາ​ທິດ​ສຳ​ລັບ​ກອງ​ປະ​ຊຸມ​ສິນ​ລະ​ລຶກ. (ຜູ້​ທີ່​ບໍ່​ເຊື່ອ​ຖື​ຄື​ກັນ​ກັບ​ເຮົາ ກໍ​ຍິນ​ດີ​ຕ້ອນ​ຮັບ​ໃຫ້​ເຂົ້າ​ຮ່ວມ​ເຊັ່ນ​ກັນ.) ສິນ​ລະ​ລຶກ​ທີ່​ມອບ​ໃຫ້​ແກ່​ສະ​ມາ​ຊິກ​ລະ​ຫວ່າງ​ກອງ​ປະ​ຊຸມ​ນີ້​ແມ່ນ​ເພື່ອ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ April 2022 Gospel Basics article ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ສິນ​ລະ​ລຶກ). ກອງ​ປະ​ຊຸມ​ແມ່ນ​ລວມ​ທັງ​ການ​ອະ​ທິ​ຖານ, ເພງ​ນະ​ມັດ​ສະ​ການ, ແລະ ການ​ກ່າວ​ຄຳ​ປາ​ໄສ​ໂດຍ​ສະ​ມາ​ຊິກ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຮູບ​ພາບ
ເດັກ​ຍິງ​ສອງ​ຄົນ​ກຳ​ລັງ​ຍິ້ມ​ໃນ​ໂບດ

ການ​ປະ​ຊຸມ​ອື່ນໆ

ຫລັງ​ຈາກ​ກອງ​ປະ​ຊຸມ​ສິນ​ລະ​ລຶກ, ສະ​ມາ​ຊິກ​ຈະ​ແຍກ​ຍ້າຍ​ກັນ​ໄປ​ຫ້ອງ​ຮຽນ​ຕ່າງໆ ແລະ ກຸ່ມ​ຖາ​ນະ​ປະ​ໂລ​ຫິດ. ເດັກ​ນ້ອຍ​ທີ່​ມີ​ອາ​ຍຸ 18 ເດືອນ ຫາ 11 ປີ​ຈະ​ເຂົ້າ​ຮ່ວມ​ຊັ້ນ​ປະ​ຖົມ​ໄວ. ໃນ​ວັນ​ອາ​ທິດ​ທຳ​ອິດ ແລະ ວັນ​ອາ​ທິດ​ທີ​ສາມ​ຂອງ​ແຕ່​ລະ​ເດືອນ, ສະ​ມາ​ຊິກ​ຜູ້​ອື່ນໆ​ໝົດ​ທຸກ​ຄົນ​ຈະ​ເຂົ້າ​ຮ່ວມ​ໂຮງ​ຮຽນ​ວັນ​ອາ​ທິດ. ໃນ​ວັນ​ອາ​ທິດ​ທີ​ສອງ ແລະ ວັນ​ອາ​ທິດ​ທີ​ສີ່, ເຂົາ​ເຈົ້າ​ຈະ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ການ​ປະ​ຊຸມ​ກຸ່ມ​ຍິງ​ໜຸ່ມ, ຫລື ການ​ປະ​ຊຸມ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ.

ການ​ອະ​ທິ​ຖານ

ການ​ອະ​ທິ​ຖານ​ຢູ່​ໃນ​ການ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ຖືກ​ກ່າວ​ໂດຍ​ສະ​ມາ​ຊິກ. ການ​ອະ​ທິ​ຖານ​ແມ່ນ​ລຽບ​ງ່າຍ ແລະ ໄດ້​ຮັບ​ການ​ຊົງ​ນຳ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ສະ​ມາ​ຊິກ​ອະ​ທິ​ຖານ​ໂດຍ​ນຳ​ໃຊ້​ຖ້ອຍ​ຄຳ​ທີ່​ສະ​ແດງ​ເຖິງ​ຄວາມ​ຮັກ ແລະ ຄວາມ​ເຄົາ​ລົບ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ໃນ​ນີ້​ລວມ​ທັງ​ການ​ນຳ​ໃຊ້​ຄຳ​ແທນ​ນາມ​ທີ່​ວ່າ ພຣະ​ອົງ, ຂອງ​ພຣະ​ອົງ, ຂອງ​ພຣະ​ອົງ​ເອງ, ແລະ ພຣະ​ອົງ​ເຈົ້າ ເມື່ອ​ອະ​ທິ​ຖານ​ຫາ​ພຣະ​ອົງ.

ຄຳ​ປາ​ໄສ

ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ ຫລື ໃນ​ຝ່າຍ​ປະ​ທານ​ສາ​ຂາ​ເປັນ​ຜູ້​ຂໍ​ໃຫ້​ສະ​ມາ​ຊິກ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ. ຄຳ​ປາ​ໄສ​ເຫລົ່າ​ນີ້​ຈະ​ເນັ້ນ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຜູ້​ກ່າວ​ຄຳ​ປາ​ໄສ​ຈະ​ນຳ​ໃຊ້​ພຣະ​ຄຳ​ພີ ແລະ ຂໍ້​ຄວາມ​ຂອງ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຂະ​ນະ​ທີ່​ເຂົາ​ເຈົ້າ​ກະ​ກຽມ​ຄຳ​ປາ​ໄສ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຍັງ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ເຖິງ​ພອນ​ຂອງ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ນຳ​ອີກ.

ບົດ​ຮຽນ​ຕ່າງໆ

ຫລັງ​ຈາກ​ກອງ​ປະ​ຊຸມ​ສິນ​ລະ​ລຶກ, ສະ​ມາ​ຊິກ​ກໍ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ໃນ​ຫ້ອງ​ຮຽນ​ທີ່​ນ້ອຍ​ກວ່າ. ບົດ​ຮຽນ​ຕ່າງໆ​ອາດ​ກ່ຽວ​ກັບ​ພຣະ​ຄຳ​ພີ, ຄຳ​ສອນ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ຫລື ເລື່ອງ​ອື່ນໆ. ເຖິງ​ແມ່ນ​ວ່າ​ຄູ​ສອນ​ຈະ​ເປັນ​ຜູ້​ນຳ​ພາ​ບົດ​ຮຽນ, ແຕ່​ມັນ​ກໍ​ບໍ່​ແມ່ນ​ການ​ບັນ​ຍາຍ. ສະ​ມາ​ຊິກ​ທຸກ​ຄົນ​ໃນ​ຫ້ອງ​ຮຽນ​ສາ​ມາດ​ແບ່ງ​ປັນ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ຫົວ​ຂໍ້​ດັ່ງ​ກ່າວ.

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ເວົ້າ​ຢູ່​ທີ່​ແທ່ນ​ປາ​ໄສ​ໃນ​ໂບດ

ປະ​ຈັກ​ພະ​ຍານ

ເດືອນ​ລະ​ຄັ້ງ, ທີ່​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ຈະ​ມີ​ການ​ປະ​ຊຸມ​ສະ​ແດງ​ປະ​ຈັກ​ພະ​ຍານ​ນຳ​ອີກ. ຕາມ​ປົກ​ກະ​ຕິ​ແລ້ວ ມັນ​ຈະ​ເປັນ​ວັນ​ອາ​ທິດ​ທຳ​ອິດ​ຂອງ​ເດືອນ. ລະ​ຫວ່າງ​ການ​ປະ​ຊຸມ​ນີ້, ສະ​ມາ​ຊິກ​ສາ​ມາດ​ສະ​ແດງ​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ການ​ສະ​ແດງ​ປະ​ຈັກ​ພະ​ຍານ​ໝາຍ​ເຖິງ​ການ​ປະ​ກາດ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຕາມ​ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ການ​ກະ​ກຽມ

ສະ​ມາ​ຊິກ​ກຽມ​ພ້ອມ​ສຳ​ລັບ​ການ​ປະ​ຊຸມ​ໃນ​ວັນ​ອາ​ທິດ​ໂດຍ​ການ​ອະ​ທິ​ຖານ, ການ​ສຶກ​ສາ​ພຣະ​ຄຳ​ພີ, ແລະ ການ​ກຽມ​ພ້ອມ​ທີ່​ຈະ​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຖ້າ​ຫາກ​ທ່ານ​ຖືກ​ຂໍ​ໃຫ້​ກ່າວ​ຄຳ​ປາ​ໄສ ຫລື ສິດ​ສອນ​ບົດ​ຮຽນ, ຈົ່ງ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ສາ​ມາດ​ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ດ້ວຍ​ການ​ອະ​ທິ​ຖານ. ນຳ​ໃຊ້​ພຣະ​ຄຳ​ພີ. ສະ​ແດງ​ປະ​ຈັກ​ພະ​ຍານ​ເຖິງ​ຄວາມ​ຈິງ. ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ທ່ານ​ສາ​ມາດ​ຊ່ວຍ​ທ່ານ​ໃນ​ການ​ກະ​ກຽມ, ຖ້າ​ຕ້ອງ​ການ.

ພິມ