​2022
ສິນ​ລະ​ລຶກ: ວິ​ທີ​ທາງ​ເພື່ອ​ລະ​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ
ເດືອນ​ເມ​ສາ 2022


“The Sacrament: A Way to Remember the Savior,” Liahona, Apr. 2022.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ເມ​ສາ 2022

ສິນ​ລະ​ລຶກ: ວິ​ທີ​ທາງ​ເພື່ອ​ລະ​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ຮູບ​ພາບ
placeholder altText

The Last Supper [ຄາບ​ເຂົ້າ​ເທື່ອ​ສຸດ​ທ້າຍ], ໂດຍ ຊາຍ​ມັນ ດູ​ວີ

ໃນ​ຄືນ​ກ່ອນ​ທີ່​ພຣະ​ອົງ​ຈະ​ຖືກ​ຄຶງ, ພຣະ​ເຢ​ຊູ​ຄຣິດ​ໄດ້​ພົບ​ກັບ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ທີ່​ຄາບ​ເຂົ້າ​ເທື່ອ​ສຸດ​ທ້າຍ. ຢູ່​ທີ່​ນັ້ນ​ພຣະ​ອົງ​ໄດ້​ມອບ​ສິນ​ລະ​ລຶກ​ໃຫ້​ແກ່​ພວກ​ເພິ່ນ​ເປັນ​ເທື່ອ​ທຳ​ອິດ. ພຣະ​ອົງ​ໄດ້​ອະ​ທິ​ບາຍ​ວ່າ ມັນ​ເປັນ​ວິ​ທີ​ທີ່​ຈະ​ໃຫ້​ພວກ​ເພິ່ນ​ລະ​ນຶກ​ເຖິງ​ພຣະ​ອົງ. ສິນ​ລະ​ລຶກ​ແມ່ນ ພິ​ທີ​ການ ທີ່​ເຮົາ​ຮັບ​ສ່ວນ​ຂອງ​ເຂົ້າ​ຈີ່ ແລະ ນ້ຳ​ເພື່ອ​ລະ​ນຶກ​ເຖິງ ການ​ຊົດ​ໃຊ້ ຂອງ​ພຣະ​ຄຣິດ. ເຂົ້າ​ຈີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ພຣະ​ກາຍ​ຂອງ​ພຣະ​ຄຣິດ, ແລະ ນ້ຳ​ເປັນ​ຕົວ​ແທນ​ໃຫ້​ແກ່​ໂລ​ຫິດ​ຂອງ​ພຣະ​ອົງ.

ເຮົາ​ຮັບ​ສິນ​ລະ​ລຶກ​ທຸກ​ວັນ​ອາ​ທິດ​ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ສິນ​ລະ​ລຶກ. ເຮົາ​ຮ້ອງ​ເພງ​ສວດ ໃນ​ຂະ​ນະ​ທີ່ ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ຫັກ​ເຂົ້າ​ຈີ່​ເປັນ​ຕ່ອນ​ນ້ອຍໆ.

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ທີ່​ຫັກ​ເຂົ້າ​ຈີ່​ຈະ​ກ່າວ​ຄຳ​ອະ​ທິ​ຖານ​ພິ​ເສດ. ຄຳ​ອະ​ທິ​ຖານ​ເຫລົ່າ​ນີ້​ມີ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79. ຄຳ​ອະ​ທິ​ຖານ​ຊ່ວຍ​ເຕືອນ​ເຮົາ​ເຖິງ​ສິ່ງ​ທີ່​ເຮົາ​ໄດ້​ສັນ​ຍາ​ໄວ້​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ສິ່ງ​ທີ່​ພຣະ​ອົງ​ໄດ້​ສັນ​ຍາ​ໄວ້​ກັບ​ເຮົາ.

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ຄົນ​ອື່ນໆ​ຈະ​ແຈກ​ຢາຍ​ສິນ​ລະ​ລຶກ​ໃຫ້​ກັບ​ສະ​ມາ​ຊິກ​ຫວອດ ຫລື ສາ​ຂາ. ຂະ​ນະ​ທີ່​ເຮົາ​ຮັບ​ສິນ​ລະ​ລຶກ, ເຮົາ​ລະ​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ​ເພື່ອ​ເຮົາ. ເຮົາ​ຍັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ອີກ​ວ່າ ຈະ​ຮັກ​ສາ​ພັນ​ທະ​ສັນ​ຍາ (ຄຳ​ສັນ​ຍາ) ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ຮູບ​ພາບ
ເດັກ​ຍິງ​ກຳ​ລັງ​ຮັບ​ສ່ວນ​ເຂົ້າ​ຈີ່​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ

ເຮົາ​ມີ​ຄວາມ​ຄາ​ລະ​ວະ​ໃນ​ຂະ​ນະ​ທີ່​ສິນ​ລະ​ລຶກ​ຖືກ​ໃຫ້​ພອນ ແລະ ຖືກ​ຢາຍ. ມັນ​ເປັນ​ເວ​ລາ​ສຳ​ລັບ​ເຮົາ​ທີ່​ຈະ​ຄິດ​ກ່ຽວ​ກັບ​ພຣະ​ຊົນ​ຊີບ, ການ​ສິດ​ສອນ, ແລະ ການ​ຊົດ​ໃຊ້ ຂອງ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ຍັງ​ສາ​ມາດ​ຄິດ​ເຊັ່ນ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ຈະ​ສາ​ມາດ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ​ໄດ້​ແນວ​ໃດ.

ພິມ