​2022
ໂມ​ເຊ ແລະ ເຂົ້າ​ມາ​ນາ
ເດືອນ​ເມ​ສາ 2022


“Moses and the Manna,” Monthly Friend Messages, April 2022

“ໂມ​ເຊ ແລະ ເຂົ້າ​ມາ​ນາ”

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ເມ​ສາ 2022

ໂມ​ເຊ ແລະ ເຂົ້າ​ມາ​ນາ

ຮູບ​ພາບ
ໂມ​ເຊ ແລະ ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ໂມ​ເຊ​ເປັນ​ສາດ​ສະ​ດາ. ເພິ່ນ​ໄດ້​ນຳ​ພາ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ. ພວກ​ເຂົາ​ໄດ້​ຍ່າງ​ເປັນ​ເວ​ລາ​ຫລາຍ​ມື້.

ຮູບ​ພາບ
ເດັກ​ນ້ອຍ​ກັບ​ເຂົ້າ​ມາ​ນາ

ຜູ້​ຄົນ​ຫິວ​ເຂົ້າ. ພວກ​ເຂົາ​ບໍ່​ມີ​ອາ​ຫານ. ສະ​ນັ້ນ​ພຣະ​ເຈົ້າ​ຈຶ່ງ​ໄດ້​ສົ່ງ​ອາ​ຫານ​ມາ​ໃຫ້​ພວກ​ເຂົາ​ຈາກ​ສະ​ຫວັນ. ມັນ​ຖືກ​ເອີ້ນ​ວ່າ ມາ​ນາ.

ຮູບ​ພາບ
ລູກ​ຊາຍ ແລະ ແມ່​ກຳ​ລັງ​ກຽມ​ເຂົ້າ​ມາ​ນາ

ແຕ່​ລະ​ເຊົ້າ, ຜູ້​ຄົນ​ໄດ້​ເກັບ​ເອົາ​ເຂົ້າ​ມາ​ນາ​ມາ​ກິນ. ແຕ່​ວ່າ​ມັນ​ຈະ​ບູດ​ເນົ່າ​ຖ້າ​ປະ​ໄວ້​ຂ້າມ​ຄືນ. ພວກ​ເຂົາ​ຈຳ​ຕ້ອງ​ໄດ້​ເກັບ​ເອົາ​ໃໝ່​ໃນ​ມື້​ຕໍ່​ໄປ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກັບ​ເດັກ​ນ້ອຍ

ເຂົ້າ​ມາ​ນາ​ເຕືອນ​ເຮົາ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ພຣະ​ເຈົ້າ​ໄດ້​ສົ່ງ​ເຂົ້າ​ມາ​ນາ​ມາ​ເພື່ອ​ຊ່ວຍ​ຊີ​ວິດ​ຜູ້​ຄົນ. ພຣະ​ອົງ​ໄດ້​ສົ່ງ​ພຣະ​ເຢ​ຊູ​ມາ​ສູ່​ໂລກ​ນີ້​ເພື່ອ​ຊ່ວຍ​ຊີ​ວິດ​ເຮົາ​ເຊັ່ນ​ກັນ. ເຮົາ​ຕ້ອງ​ການ​ພຣະ​ເຢ​ຊູ​ທຸກ​ມື້, ເຊັ່ນ​ດຽວ​ກັນ​ກັບ​ທີ່​ເຮົາ​ຕ້ອງ​ການ​ອາ​ຫານ​ທຸກໆ​ມື້.

ຮູບ​ພາບ
ເດັກ​ນ້ອຍ​ກຳ​ລັງ​ແນມ​ເບິ່ງ​ຮູບ​ພາບ​ຂອງ​ພຣະ​ເຢ​ຊູ​ຄຣິດ

ເຮົາ​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ. ພຣະ​ອົງ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ ແລະ ຊ່ວຍ​ເຮົາ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ໃນ​ແຕ່​ລະ​ວັນ.

ໜ້າ​ລະ​ບາຍ​ສີ

ເຮົາ​ຕ້ອງ​ການ​ພຣະ​ເຢ​ຊູ​ທຸກ​ມື້

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກັບ​ເດັກ​ນ້ອຍ

ໃຫ້​ກົດ​ຮູບ​ເພື່ອ​ດາວ​ໂຫລດ.

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ພຣະ​ເຢ​ຊູ​ຊ່ວຍ​ເຈົ້າ​ແນວ​ໃດ?

ພິມ