​2022
ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຮັບ​ທຸກ​ທໍ​ລະ​ມານ
ເດືອນ​ເມ​ສາ 2022


“The Suffering Savior,” For the Strength of Youth, Apr. 2022.

ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth, ເດືອນ​ເມ​ສາ 2022

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຮັບ​ທຸກ​ທໍ​ລະ​ມານ

ຫລາຍ​ຮ້ອຍ​ປີ ກ່ອນ​ພຣະ​ເຢ​ຊູ​ຄຣິດ​ສະ​ເດັດ​ມາ, ເອ​ຊາ​ຢາ​ໄດ້​ເຫັນ​ລ່ວງ​ໜ້າ​ເຖິງ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ​ເພື່ອ​ບາບ​ຂອງ​ເຮົາ.

ດູ​ໝິ່ນ​ປະ​ໝາດ ແລະ ​ປະ​ຖິ້ມ

ຮູບ​ພາບ
ພຣະ​ຫັດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຖືກ​ມັດ

ເມື່ອ​ພຣະ​ເຢ​ຊູ​ຄຣິດ​ສະ​ເດັດ​ມາ​ຍັງ​ໂລກ​ນີ້, ມີ​ຜູ້​ຄົນ​ຈຳ​ນວນ​ໜຶ່ງ​ທີ່​ເຊື່ອ​ໃນ​ພຣະ​ອົງ, ແຕ່​ວ່າ​ສ່ວນ​ຫລາຍ​ແມ່ນ​ບໍ່​ເຊື່ອ. ພວກ​ເຂົາ​ຍັງ​ດູ​ຖູກ​ພຣະ​ອົງ, ແລະ ຫລາຍ​ຄົນ​ໄດ້​ກຽດ​ຊັງ​ພຣະ​ອົງ. ໃນ​ທີ່​ສຸດ, ຜູ້​ຄົນ​ໄດ້​ເລືອກ​ໃຫ້​ພຣະ​ອົງ​ຖືກ​ທໍ​ລະ​ມານ ແລະ ຖືກ​ຂ້າ. (ເບິ່ງ 1 ນີ​ໄຟ 19:9.)

ທ່ານ​ທົນ​ຕໍ່​ຄວາມ​ທຸກ​ທີ່​ເປັນ​ຂອງ​ພວກ​ເຮົາ

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ຄຸ​ເຂົ່າ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ

ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ເອົາ​ຄວາມ​ເຈັບ​ປວດ, ຄວາມ​ເຈັບ​ໄຂ້, ແລະ ຄວາມ​ອ່ອນ​ແອ​ຂອງ​ເຮົາ​ໄປ​ທັງ​ໝົດ. ພຣະ​ອົງ​ໄດ້​ກະ​ທຳ​ສິ່ງ​ນີ້ ເພື່ອ​ວ່າ​ພຣະ​ອົງ​ຈະ​ມີ​ຄວາມ​ເມດ​ຕາ​ຕໍ່​ເຮົາ ແລະ ຮູ້​ວ່າ​ຈະ​ຊ່ວຍ​ເຫລືອ​ເຮົາ​ໄດ້​ແນວ​ໃດ. (ເບິ່ງ ແອວ​ມາ 7:11–13.)

ຍ້ອນ​ການ​ບາບ​ຂອງ​ພວກ​ເຮົາ​ນັ້ນ ທ່ານ​ຈຶ່ງ​ໄດ້​ຮັບ​ບາດ​ເຈັບ

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ຢູ່​ເທິງ​ໄມ້​ກາງ​ແຂນ

ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ເພື່ອ​ບາບ​ຂອງ​ເຮົາ. ພຣະ​ອົງ​ກະ​ທຳ​ສິ່ງ​ນີ້ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຖ້າ​ເຮົາ​ກັບ​ໃຈ. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:11; 19:15–19.)

ດີ​ປົກ​ກະ​ຕິ​ຍ້ອນ​ການ​ຕົບ​ຕີ​ທີ່​ທ່ານ​ໄດ້​ຮັບ​ເອົາ

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ຈັບ​ບາຍ​ພຣະ​ຫັດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ຟື້ນ​ຄືນ​ພຣະ​ຊົນ

“ຮອຍ​ຖືກ​ຕົບ​ຕີ​ຂອງ​ພຣະ​ອົງ” ຄື​ບາດ​ແຜ​ຂອງ​ພຣະ​ອົງ. ສິ່ງ​ເຫລົ່າ​ນີ້​ຢັ້ງ​ຢືນ​ເຖິງ​ຄວາມ​ທຸກ​ທໍ​ລະ​ມານ​ທັງ​ໝົດ​ທີ່​ພຣະ​ອົງ​ໄດ້​ອົດ​ທົນ​ເພື່ອ​ເຮົາ, ລວມ​ທັງ​ການ​ຫລັ່ງ​ໂລ​ຫິດ​ຂອງ​ພຣະ​ອົງ ແລະ ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ. ຍ້ອນ​ວ່າ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ເພື່ອ​ເຮົາ, ເຮົາ​ຈຶ່ງ​ສາ​ມາດ​ຫາຍ​ດີ​ອີກ​ຄັ້ງ. ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ວ່າ ເຮົາ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ແກ່​ຄວາມ​ຜິດ​ບາບ​ຂອງ​ເຮົາ. ເມື່ອ​ເຮົາ​ກັບ​ໃຈ ແລະ ພະ​ຍາ​ຍາມ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ພຣະ​ອົງ​ຈະ​ປິ່ນ​ປົວ​ເຮົາ ແລະ ປ່ຽນ​ແປງ​ເຮົາ. (ເບິ່ງ ໂມ​ໄຊ​ຢາ 3:7–11; ຫລັກ​ແຫ່ງ​ຄວາມ​ເຊື່ອ 1:3.)

ພິມ