​2022
ພຣະ​ຄຳ​ພີ: ພຣະ​ຄຳ​ຂອງ​ພຣະ​ເຈົ້າ
ເດືອນ​ກໍ​ລະ​ກົດ 2022


“Scriptures: The Word of God,” Liahona, July 2022.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ກໍ​ລະ​ກົດ 2022

ພຣະ​ຄຳ​ພີ: ພຣະ​ຄຳ​ຂອງ​ພຣະ​ເຈົ້າ

ຮູບ​ພາບ
ການ​ຂຽນ​ຂອງ​ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ເດີມ

Old Testament Prophet [ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ເດີມ], ໂດຍ ຈູ​ດິດ ເອ ເມີ

ພຣະ​ຄຳ​ພີ​ແມ່ນ​ປຶ້ມ​ສັກ​ສິດ​ທີ່​ສ່ວນ​ຫລາຍ​ໄດ້​ຖືກ​ຂຽນ​ໂດຍ​ບັນ​ດາ​ສາດ​ສະ​ດາ. ພຣະ​ຄຳ​ພີ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ສິດ​ສອນ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ພຣະ​ຄຳ​ພີ​ທີ່​ເປັນ​ທາງ​ການ​ຂອງ​ສາດ​ສະ​ໜາ​ຈັກ​ມີ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ (ຊຶ່ງ​ລວມ​ທັງ​ພຣະ​ຄຳ​ພີ​ເດີມ ແລະ ພຣະ​ຄຳ​ພີ​ໃໝ່), ພຣະ​ຄຳ​ພີ​ມໍ​ມອນ, ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ແລະ ໄຂ່​ມຸກ​ອັນ​ລ້ຳ​ຄ່າ.

ພຣະ​ຄຳ​ພີ​ເດີມ

ພຣະ​ຄຳ​ພີ​ເດີມ​ເປັນ​ບັນ​ທຶກ​ຂອງ​ການ​ພົວ​ພັນ​ຂອງ​ພຣະ​ເຈົ້າ​ກັບ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ໃນ​ສະ​ໄໝ​ບູ​ຮານ. ມັນ​ລວມ​ທັງ​ຄຳ​ສອນ​ຂອງ​ບັນ​ດາ​ສາດ​ສະ​ດາ​ທັງ​ຫລາຍ​ເຊັ່ນ ໂມ​ເຊ, ໂຢ​ຊວຍ, ເອ​ຊາ​ຢາ, ເຢ​ເຣ​ມີ​ຢາ, ແລະ ດາ​ນີ​ເອນ. ເຖິງ​ແມ່ນ​ວ່າ​ມັນ​ໄດ້​ຖືກ​ຂຽນ​ເປັນ​ເວ​ລາ​ຫລາຍ​ຮ້ອຍ​ປີ​ກ່ອນ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແຕ່​ສາດ​ສະ​ດາ​ຫລາຍ​ທ່ານ​ໃນ​ພຣະ​ຄຳ​ພີ​ເດີມ​ໄດ້​ຂຽນ​ກ່ຽວ​ກັບ​ພຣະ​ອົງ.

ພຣະ​ຄຳ​ພີ​ໃໝ່

ພຣະ​ຄຳ​ພີ​ໃໝ່​ບັນ​ທຶກ​ການ​ກຳ​ເນີດ, ພຣະ​ຊົນ​ຊີບ​ມະ​ຕະ, ຄຳ​ສອນ, ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ມັນ​ຍັງ​ລວມ​ທັງ​ຄຳ​ສອນ​ຂອງ​ບັນ​ດາ​ອັກ​ຄະ​ສາ​ວົກ ແລະ ບັນ​ດາ​ສາ​ນຸ​ສິດ​​ຄົນ​ອື່ນໆ​ຂອງ​ພຣະ​ຄຣິດ​ນຳ​ອີກ. ພຣະ​ຄຳ​ພີ​ໃໝ່​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ວິ​ທີ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃນ​ທຸກ​ວັນ​ນີ້.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ສັ່ງ​ສອນ​ເທດ​ສະ​ໜາ​ຢູ່​ເທິງ​ໂນນ​ພູ

ພຣະ​ຄຳ​ພີ​ມໍ​ມອນ: ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ

ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ບັນ​ທຶກ​ເຖິງ​ບັນ​ດາ​ຜູ້​ຄົນ​ຈຳ​ນວນ​ໜຶ່ງ​ທີ່​ໄດ້​ອາ​ໄສ​ຢູ່​ໃນ​ອາ​ເມ​ຣິ​ກາ​ໃນ​ສະ​ໄໝ​ບູ​ຮານ. ມັນ​ລວມ​ທັງ​ຄຳ​ສອນ​ຂອງ​ບັນ​ດາ​ສາດ​ສະ​ດາ, ແລະ ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ມັນ​ແມ່ນ​ເພື່ອ​ໃຫ້​ທຸກ​ຄົນ​ຍອມ​ຮັບ​ວ່າ ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ. ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ແປ​ມັນ​ຈາກ​ແຜ່ນ​ຈາ​ລຶກ​ຄຳ ໂດຍ​ຂອງ​ປະ​ທານ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ.

ຮູບ​ພາບ
ໂຈ​ເຊັບ ສະ​ມິດ ກຳ​ລັງ​ຮັບ​ການ​ເປີດ​ເຜີຍ

Joseph Smith Jr. Receiving Revelation [ໂຈ​ເຊັບ ສະ​ມິດ ຜູ້​ລູກ ກຳ​ລັງ​ຮັບ​ການ​ເປີດ​ເຜີຍ], ໂດຍ ແດນ​ໂຍ ເອ ຫລຸຍ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ບັນ​ຈຸ​ການ​ເປີດ​ເຜີຍ​ຕ່າງໆ​ທີ່​ມອບ​ໃຫ້​ໂຈ​ເຊັບ ສະ​ມິດ ແລະ ບັນ​ດາ​ສາດ​ສະ​ດາ​ອື່ນໆ​ໃນ​ຍຸກ​ສຸດ​ທ້າຍ. ການ​ເປີດ​ເຜີຍ​ບັນ​ຍາຍ​ເຖິງ​ວິ​ທີ​ທີ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ຢ່າງ​ໃດ. ມັນ​ຍັງ​ບັນ​ຈຸ​ຄຳ​ສອນ​ພຣະ​ກິດ​ຕິ​ຄຸນ​ທີ່​ສຳ​ຄັນ​ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ, ພິ​ທີ​ການ​ຕ່າງໆ​ແຫ່ງ​ພຣະ​ກິດ​ຕິ​ຄຸນ, ແລະ ສິ່ງ​ທີ່​ເກີດ​ຂຶ້ນ​ຫລັງ​ຈາກ​ຊີ​ວິດ​ນີ້​ນຳ​ອີກ.

ໄຂ່​ມຸກ​ອັນ​ລ້ຳ​ຄ່າ

ໄຂ່​ມຸກ​ອັນ​ລ້ຳ​ຄ່າ ລວມ​ທັງ​ໜັງ​ສື​ຂອງ​ໂມ​ເຊ ແລະ ຂອງ​ອັບ​ຣາ​ຮາມ, ປະ​ຈັກ​ພະ​ຍານ​ຂອງ​ໂຈ​ເຊັບ ສະ​ມິດ, ແລະ ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂອງ​ສາດ​ສະ​ໜາ​ຈັກ. ມັນ​ຍັງ​ລວມ​ທັງ​ໂຈ​ເຊັບ ສະ​ມິດ—ມັດ​ທາຍ, ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ແປ​ພຣະ​ຄຳ​ພີ​ໃໝ່​ຂອງ​ໂຈ​ເຊັບ ສະ​ມິດ ນຳ​ອີກ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ບັນ​ດາ​ສາດ​ສະ​ດາ​ໄດ້​ສິດ​ສອນ​ເຮົາ​ໃຫ້​ສຶກ​ສາ​ພຣະ​ຄຳ​ພີ​ທຸກ​ວັນ. ການ​ເຮັດ​ເຊັ່ນ​ນັ້ນ​ຊ່ວຍ​ໃຫ້​ເຮົາ​ມີ​ສັດ​ທາ​ເພີ່ມ​ຂຶ້ນ ແລະ ເຂົ້າ​ໃກ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ. ເມື່ອ​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ​ດ້ວຍ​ການ​ອະ​ທິ​ຖານ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຊ່ວຍ​ໃຫ້​ເຮົາ​ພົບ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ຂອງ​ເຮົາ.

ສາດ​ສະ​ດາ​ໃນ​ຍຸກ​ປະ​ຈຸ​ບັນ

ເມື່ອ​ບັນ​ດາ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ໃນ​ປະ​ຈຸ​ບັນ​ກ່າວ​ດ້ວຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຖ້ອຍ​ຄຳ​ຂອງ​ພວກ​ເພິ່ນ​ກໍ​ເປັນ​ດັ່ງ​ພຣະ​ຄຳ​ພີ. ຕົວ​ຢ່າງ​ໜຶ່ງ​ເຖິງ​ສິ່ງ​ນີ້​ແມ່ນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ເຮົາ​ສາ​ມາດ​ສຶກ​ສາ​ຄຳ​ສອນ​ຕ່າງໆ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ໄດ້​ໃນ Liahona ສະ​ບັບ​ເດືອນ​ພຶດ​ສະ​ພາ ແລະ ເດືອນ​ພະ​ຈິກ.

ຮູບ​ພາບ
ໂມ​ເຊ​ເອົາ​ຊະ​ນະ​ຊາ​ຕານ

Moses Overcomes Satan [ໂມ​ເຊ​ເອົາ​ຊະ​ນະ​ຊາ​ຕານ], ໂດຍ ໂຈ​ເຊັບ ບຣິກ​ກີ

ພິມ