​2022
ຢ່າ​ສູ່​ຢ້ານ—ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ກັບ​ເຈົ້າ
ເດືອນ​ກໍ​ລະ​ກົດ 2022


“Fear Not, the Lord Is with You,” For the Strength of Youth, July 2022.

ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth, ເດືອນ​ກໍ​ລະ​ກົດ 2022

ຢ່າ​ສູ່​ຢ້ານ—ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ກັບ​ເຈົ້າ

ຄວາມ​ຢ້ານ​ກົວ​ບໍ່​ໄດ້​ເປັນ​ເລື່ອງ​ໃໝ່. ນັບ​ຕັ້ງ​ແຕ່​ສະ​ໄໝ​ບູ​ຮານ, ຄວາມ​ຢ້ານ​ກົວ​ໄດ້​ຈຳ​ກັດ ທັດ​ສະ​ນະ ຂອງ​ລູກໆ​ຂອງ​ພຣະ​ເຈົ້າ. ໃນ 2 ກະ​ສັດ, ກະ​ສັດ​ຂອງ​ຊີ​ເຣຍ​ໄດ້​ສົ່ງ ກອງ​ທັບ​ໃຫຍ່ ເພື່ອ​ໄປ​ຈັບ ແລະ ຂ້າ​ສາດ​ສະ​ດາ​ເອ​ລີ​ຊາ.

“ມື້​ຕໍ່​ມາ ຄົນ​ຮັບ​ໃຊ້​ຂອງ [ເອ​ລີ​ຊາ] ໄດ້​ລຸກ​ຂຶ້ນ​ແຕ່​ເຊົ້າໆ ແລະ ອອກ​ໄປ​ທາງ​ນອກ​ເຮືອນ, ລາວ​ຈຶ່ງ​ເຫັນ​ກຳ​ລັງ​ທະ​ຫານ​ຂອງ​ຊີ​ເຣຍ ພ້ອມ​ດ້ວຍ​ຝູງ​ມ້າ ແລະ ລົດ​ຮົບ​ອ້ອມ​ເມືອງ​ຢູ່. ຄົນ​ຮັບ​ໃຊ້ [ຂອງ​ເອ​ລີ​ຊາ] ຮ້ອງ​ຂຶ້ນ​ວ່າ, ທ່ານ​ເອີຍ ຕາຍ​ແລ້ວ​ບັດ​ນີ້ ພວກ​ເຮົາ​ຈະ​ເຮັດ​ຢ່າງ​ໃດ?” (2 ກະ​ສັດ 6:15).

ນັ້ນ​ແມ່ນ​ຄຳ​ເວົ້າ​ທີ່​ຢ້ານ​ກົວ.

“[ເອ​ລີ​ຊາ] ຕອບ​ວ່າ, ບໍ່​ຕ້ອງ​ຢ້ານ: ຝ່າຍ​ຂອງ​ພວກ​ເຮົາ​ມີ​ຫລາຍ​ກວ່າ​ຝ່າຍ​ຂອງ​ພວກ​ເຂົາ.

“ເອ​ລີ​ຊາ​ກໍ​ອະ​ທິ​ຖານ​ວ່າ, ‘ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ພຣະ​ອົງ​ເປີດ​ຕາ​ຄົນ​ຮັບ​ໃຊ້​ຂອງ​ຂ້າ​ນ້ອຍ​ຄົນ​ນີ້​ໃຫ້​ເຫັນ​ກຳ​ລັງ​ຝ່າຍ​ເຮົາ​ແດ່​ທ້ອນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ຕາ​ຄົນ​ຮັບ​ໃຊ້​ຂອງ​ເພິ່ນ; ເມື່ອ​ຄົນ​ຮັບ​ໃຊ້​ຂອງ​ເພິ່ນ​ຫລຽວ​ຂຶ້ນ​ໄປ​ທີ່​ເທິງ​ພູ ລາວ​ກໍ​ເຫັນ​ຝູງ​ມ້າ ແລະ ລົດ​ຮົບ​ເປັນ​ໄຟ​ຢູ່​ອ້ອມ​ລ້ອມ​ເອ​ລີ​ຊາ” (2 ກະ​ສັດ 6:16–17).

ເຮົາ​ອາດ​ມີ ຫລື ບໍ່​ມີ​ລົດ​ຮົບ​ທີ່​ເປັນ​ໄຟ​ຖືກ​ສົ່ງ​ມາ ກຳ​ຈັດ ຄວາມ​ຢ້ານ​ກົວ​ຂອງ​ເຮົາ ແລະ ເອົາ​ຊະ​ນະ​ມານ​ຂອງ​ເຮົາ, ແຕ່​ບົດ​ຮຽນ​ກໍ​ແຈ່ມ​ແຈ້ງ​ດີ. ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ນຳ​ເຮົາ, ເປັນ​ຫ່ວງ​ເຮົາ, ແລະ ໃຫ້​ພອນ​ເຮົາ​ໃນ​ວິ​ທີ​ທາງ​ທີ່​ພຽງ​ແຕ່​ພຣະ​ອົງ​ເທົ່າ​ນັ້ນ​ທີ່​ສາ​ມາດ​ເຮັດ​ໄດ້.

ຖ້າ​ຫາກ​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໃນ​ວິ​ທີ​ທາງ​ຂອງ​ພຣະ​ອົງ​ແທ້ໆ, ຖ້າ​ຫາກ​ເຮົາ​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ, ເຮົາ​ຈະ​ບໍ່​ຢ້ານ​ຄວາມ​ຄິດ​ຂອງ​ໂລກ ຫລື ເປັນ​ທຸກ​ເພາະ​ສິ່ງ​ເຫລົ່າ​ນັ້ນ. ພຣະ​ຜູ້​ເປັນ​ເຈົ້າ​ຄຸ້ມ​ຄອງ​ເຮົາ​ຢູ່, ຫ່ວງ​ໃຍ​ເຮົາ, ແລະ ຢືນ​ຢູ່​ຄຽງ​ຂ້າງ​ເຮົາ.

ພິມ