​2022
ແສງ​ໂຄມ​ນຳ​ທາງ​ໃຫ້​ເຮົາ
ເດືອນ​ສິງ​ຫາ 2022


“A Lamp to Our Feet,” For the Strength of Youth, Aug. 2022.

ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth, ເດືອນ​ສິງ​ຫາ 2022

ແສງ​ໂຄມ​ນຳ​ທາງ​ໃຫ້​ເຮົາ

ສິ່ງ​ຂອງ​ທົ່ວ​ໄປ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ໃນ​ສະ​ໃໝ​ບູ​ຮານ​ສາ​ມາດ​ສິດ​ສອນ​ເຮົາ​ເຖິງ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ທາງ​ເຮົາ.

ຮູບ​ພາບ
ໂຄມ​ໄຟ​ນ້ຳ​ມັນ

ຄວາມ​ເປັນ​ຈິງ

ໃນ​ສະ​ໃໝ​ພຣະ​ຄຳ​ພີ​ເດີມ, ຜູ້​ຄົນ​ໄດ້​ໃຊ້​ໂຄມ​ໄຟ​ນ້ຳ​ມັນ​ເພື່ອ​ເອົາ​ແສງ​ສະ​ຫວ່າງ​ໄປ​ກັບ​ພວກ​ເຂົາ​ໃນ​ຄວາມ​ມືດ. ໂຄມ​ໄຟ​ເຫລົ່າ​ນີ້​ສ່ວນ​ຫລາຍ​ມີ​ລັກ​ສະ​ນະ​ພື້ນ​ຖານ​ສາມ​ຢ່າງ​ຄື:

  1. ຖ້ວຍ​ດິນ​ເຜົາ ເພື່ອ​ບັນ​ຈຸ​ນ້ຳ​ມັນ​ໝາກ​ກອກ, ປົກ​ກະ​ຕິ​ແມ່ນ​ມີ​ຂະ​ໜາດ​ນ້ອຍ​ພໍ​ທີ່​ຈະ​ຖື​ໃນ​ອົ້ງ​ມື

  2. ໃສ້​ໂຄມ​ໄຟ​ທີ່​ເຮັດ​ດ້ວຍ​ດ້າຍ​ຜ້າ​ເພື່ອ​ຈູດ​ໄຟ​ຫລັງ​ຈາກ​ທີ່​ມັນ​ດູດ​ຊຶມ​ນ້ຳ​ມັນ

  3. ຫົວ ຫລື ທໍ່​ຫົວ​ເພື່ອ​ວາງ​ໃສ້​ໂຄມ​ໄຟ

ໂຄມ​ໄຟ​ນ້ຳ​ມັນ​ທຳ​ມະ​ດາ​ທີ່​ມີ​ໃສ້​ພຽງ​ອັນ​ດຽວ​ຈະ​ສ່ອງ​ແສງ​ໄດ້​ພໍ​ສອງ​ສາມ​ສອກ​ອ້ອມ​ຮອບ​ຕົວ. ຖ້າ​ໃຊ້​ໃນ​ຂະ​ນະ​ທີ່​ກຳ​ລັງ​ຍ່າງ​ໄປ​ມາ, ມັນ​ຈະ​ສ່ອງ​ແສງ​ໄດ້​ພໍ​ແຕ່​ໃຫ້​ເຫັນ​ບາດ​ກ້າວ​ທາງ​ໜ້າ​ຂອງ​ເຈົ້າ​ເທົ່າ​ນັ້ນ ເພື່ອ​ໃຫ້​ເຈົ້າ​ສາ​ມາດ​ຍ່າງ​ໄປ​ມາ​ຢ່າງ​ລະ​ມັດ​ລະ​ວັງ​ໃນ​ຄວາມ​ມືດ.

ສິ່ງ​ທີ່​ເຮົາ​ສາ​ມາດ​ຮຽນ​ຮູ້

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ຖື​ໂຄມ​ໄຟ

ໃຊ້​ໂດຍ​ໄດ້​ຮັບ​ອະ​ນຸ​ຍາດ. Lead, Kindly Light [ນຳ​ພາ, ດ້ວຍ​ແສງ​ແຫ່ງ​ຄວາມ​ດີ], ໂດຍ ຊາຍ​ມັນ ດູ​ວີ. ໄດ້​ຮັບ​ອະ​ນຸ​ຍາດ​ຈາກ altusfineart.com © 2022.

ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ສ່ອງ​ທາງ​ເຮົາ​ຜ່ານ​ຄວາມ​ມືດ ແລະ ຄວາມ​ສັບ​ສົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ​ໃນ​ໂລກ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ເຮົາ​ບໍ່​ຕ້ອງ​ປິດ​ບັງ​ຄວາມ​ສະ​ຫວ່າງ​ຂອງ​ເຮົາ ແຕ່​ໃຫ້​ນຳ​ເອົາ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ກິດ​ຕິ​ຄຸນ​ໄປ​ກັບ​ເຮົາ ເພື່ອ​ໃຫ້​ຄົນ​ອື່ນ​ສາ​ມາດ​ເຫັນ​ໄດ້ (ເບິ່ງ ມັດ​ທາຍ 5:14–16).

ມັນ​ຂຶ້ນ​ກັບ​ເຮົາ​ທີ່​ຈະ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ໂຄມ​ໄຟ​ຂອງ​ເຮົາ​ຖືກ​ເຕີມ​ເຕັມ​ດ້ວຍ​ນ້ຳ​ມັນ (ເບິ່ງ ມັດ​ທາຍ 25:1–13). ເຮົາ​ເຮັດ​ສິ່ງ​ນີ້​ຜ່ານ​ທາງ​ການ​ອະ​ທິ​ຖານ, ສຶກ​ສາ​ພຣະ​ຄຳ​ພີ, ຮັບ​ໃຊ້, ເຮັດ​ຕາມ​ສາດ​ສະ​ດາ, ແລະ ການ​ກະ​ທຳ​ອື່ນໆ​ດ້ວຍ​ສັດ​ທາ ແລະ ການ​ອຸ​ທິດ​ຕົນ (ເບິ່ງ Spencer W. Kimball, Faith Precedes the Miracle [1972], 256).

ຖ້າ​ເຮົາ​ໃຊ້​ສັດ​ທາ, ບາງ​ຄັ້ງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ສົ່ງ​ແສງ​ນຳ​ທາງ​ເຮົາ​ພຽງ​ພໍ​ສຳ​ລັບ​ໃຫ້​ເຮົາ​ກ້າວ​ໄປ​ອີກ​ຂັ້ນ (ເບິ່ງ Boyd K. Packer, “The Candle of the Lord,” Ensign, Jan. 1983, 54).

ພິມ