​2022
ການ​ສັງ​ສັນ​ໃນ​ຕອນ​ແລງ​ແມ່ນ​ຫຍັງ?
ເດືອນ​ສິງ​ຫາ 2022


“What Is Home Evening?” Liahona, Aug. 2022.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ສິງ​ຫາ 2022

ການ​ສັງ​ສັນ​ໃນ​ຕອນ​ແລງ​ແມ່ນ​ຫຍັງ?

ຮູບ​ພາບ
ແມ່, ພໍ່, ແລະ ລູກ​ສາວ​ກຳ​ລັງ​ນັ່ງ​ຢູ່​ນອກ​ບ້ານ

ການ​ສັງ​ສັນ​ໃນ​ຕອນ​ແລງ​ເປັນ​ເວ​ລາ​ທີ່​ຖືກ​ຈັດ​ໄວ້​ໃນ​ລະ​ຫວ່າງ​ອາ​ທິດ​ເພື່ອ​ໃຫ້​ຄອບ​ຄົວ​ຂອງ​ທ່ານ​ໄດ້​ມາ​ໂຮມ​ກັນ. ໃນ​ຊ່ວງ​ເວ​ລາ​ນີ້, ທ່ານ​ສາ​ມາດ “ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ, ເສີມ​ສ້າງ​ປະ​ຈັກ​ພະ​ຍານ, ສ້າງ​ຄວາມ​ສາ​ມັກ​ຄີ, ແລະ ຊື່ນ​ຊົມ​ນຳ​ກັນ​ແລະ​ກັນ” (General Handbook: Serving in The Church of Jesus Christ of Latter-day Saints, 2.2.4, ChurchofJesusChrist.org). ການ​ສັງ​ສັນ​ໃນ​ຕອນ​ແລງ​ເບິ່ງ​ແຕກ​ຕ່າງ​ກັນ​ໄປ​ໃນ​ແຕ່​ລະ​ຄອບ​ຄົວ. ແຕ່​ວ່າ​ເປົ້າ​ໝາຍ​ຄື ເພື່ອ​ໃຊ້​ເວ​ລາ​ນີ້​ໃຫ້​ໄດ້​ໃກ້​ຊິດ​ກັນ​ຫລາຍ​ຂຶ້ນ ແລະ ໃກ້​​ຊິດ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ.

ການ​ກະ​ກຽມ

ຄິດ​ກ່ຽວ​ກັບ​ກິດ​ຈະ​ກຳ​ທີ່​ຄອບ​ຄົວ​ຂອງ​ທ່ານ​ມັກ ແລະ ຫົວ​ຂໍ້​ພຣະ​ກິດ​ຕິ​ຄຸນ​ທີ່​ທ່ານ​ຕ້ອງ​ການ​ສົນ​ທະ​ນາ ແລະ ຮຽນ​ຮູ້​ດ້ວຍ​ກັນ. ພ້ອມ​ກັນ​ນັ້ນ, ເລືອກ​ວັນ ແລະ ເວ​ລາ​ໃນ​ແຕ່​ລະ​ອາ​ທິດ​ທີ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສ່ວນ​ໃຫຍ່ ຫລື ທຸກ​ຄົນ​ສາ​ມາດ​ພົບ​ປະ​ກັນ​ໄດ້. ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ​ໃຫ້​ສະ​ມາ​ຊິກ​ຈັດ​ການ​ສັງ​ສັນ​ໃນ​ຕອນ​ແລງ ໃນ​ແລງ​ວັນ​ຈັນ. ແຕ່​ຄອບ​ຄົວ​ສາ​ມາດ​ພົບ​ປະ​ກັນ​ໃນ​ເວ​ລາ​ທີ່​ສະ​ດວກ​ທີ່​ສຸດ​ສຳ​ລັບ​ເຂົາ​ເຈົ້າ.

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ອະ​ທິ​ຖານ

ການ​ອະ​ທິ​ຖານ

ຫລາຍ​ຄອບ​ຄົວ​ໄດ້​ເລີ່ມ​ຕົ້ນ ແລະ ປິດ​ການ​ສັງ​ສັນ​ໃນ​ຕອນ​ແລງ​ດ້ວຍ​ການ​ອະ​ທິ​ຖານ. ສິ່ງ​ນີ້​ຊ່ວຍ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ມາ​ສະ​ຖິດ​ຢູ່​ໃນ​ບ້ານ​ຂອງ​ເຂົາ​ເຈົ້າ. ການ​ສັງ​ສັນ​ໃນ​ຕອນ​ແລງ​ເປັນ​ເວ​ລາ​ທີ່​ເໝາະ​ສົມ​ທີ່​ສຸດ​ສຳ​ລັບ​ເດັກ​ນ້ອຍ ແລະ ຜູ້​ໃຫຍ່​ໃນ​ການ​ຮຽນ​ຮູ້​ກ່ຽວ​ກັບ​ການ​ອະ​ທິ​ຖານ​ໃນ​ກຸ່ມ​ນ້ອຍ.

ເພງ

ຫລາຍ​ຄອບ​ຄົວ​ກໍ​ຍັງ​ມີ​ການ​ຮ້ອງ​ເພງ​ເປີດ ແລະ ປິດ​ເຊັ່ນ​ກັນ. ເຂົາ​ເຈົ້າ​ມັກ​ຈະ​ເລືອກ​ເພງ​ຈາກ​ປຶ້ມ​ເພງ​ສວດ ຫລື ປຶ້ມ​ເພງ​ປະ​ຖົມ​ໄວ. ສາດ​ສະ​ໜາ​ຈັກ​ມີ​ບັນ​ທຶກ​ແຟມ​ສຽງ​ປີ​ອາ​ໂນ​ຂອງ​ເພງ​ສວດ​ທີ່ music.ChurchofJesusChrist.org. ທ່ານ​ຍັງ​ສາ​ມາດ​ເບິ່ງ​ວິ​ດີ​ໂອ​ຂອງ​ກຸ່ມ​ນັກ​ຮ້ອງ​ແທັບ​ເບິ​ແນັກ​ໂກ​ທີ່​ບໍ​ລິ​ເວນ​ພຣະ​ວິ​ຫານ​ໄດ້​ເຊັ່ນ​ກັນ. ການ​ຮ້ອງ​ເພງ​ໃນ​ລະ​ຫວ່າງ​ການ​ສັງ​ສັນ​ໃນ​ຕອນ​ແລງ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ໄດ້​ຮຽນ​ຮູ້​ເພງ​ສວດ​ທີ່​ໄດ້​ຮ້ອງ​ຢູ່​ທີ່​ໂບດ.

ບົດ​ຮຽນ

ສາດ​ສະ​ໜາ​ຈັກ​ມີ​ແຫລ່ງ​ຊ່ວຍ​ຫລາຍ​ຢ່າງ​ທີ່​ສາ​ມາດ​ຊ່ວຍ​ກ່ຽວ​ກັບ​ການ​ສັງ​ສັນ​ໃນ​ຕອນ​ແລງ. ທ່ານ​ອາດ​ໃຊ້​ເວ​ລາ​ສອງ​ສາມ​ນາ​ທີ​ໃນ​ການ​ອ່ານ ແລະ ສົນ​ທະ​ນາ​ກ່ຽວ​ກັບ​ບົດ​ຄວາມ​ໃດ​ໜຶ່ງ​ຈາກ Liahona, Friend, ຫລື For the Strength of Youth. ນີ້​ຍັງ​ສາ​ມາດ​ເປັນ​ເວ​ລາ​ເບິ່ງ ແລະ ສົນ​ທະ​ນາ​ກ່ຽວ​ກັບ​ວິ​ດີ​ໂອ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ​ເຊັ່ນ​ກັນ. ຫລື ທ່ານ​ສາ​ມາດ​ອ່ານ​ຄຳ​ປາ​ໄສ​ໃດ​ໜຶ່ງ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ອ່ານ​ພຣະ​ຄຳ​ພີ, ຫລື ສົນ​ທະ​ນາ​ການ​ອ່ານ​ໃນ​ອາ​ທິດ​ນັ້ນ​ໃນ ຈົ່ງ​ຕາມ​ເຮົາ​ມາ.

ຮູບ​ພາບ
ເດັກ​ນ້ອຍ​ກຳ​ລັງ​ເຮັດ​ເຂົ້າ​ໜົມ

ຮູບ​ຖ່າຍ​ຂອງ​ເດັກ​ນ້ອຍ​ກຳ​ລັງ​ເຮັດ​ເຂົ້າ​ໜົມ ໂດຍ ມິ​ແຊວ ລອຍສ໌

ການ​ມີ​ສ່ວນ​ຮ່ວມ​ໃນ​ຄອບ​ຄົວ

ເດັກ​ນ້ອຍ​ສາ​ມາດ​ມີ​ສ່ວນ​ຮ່ວມ​ໃນ​ການ​ສັງ​ສັນ​ໃນ​ຕອນ​ແລງ. ພວກ​ເຂົາ​ສາ​ມາດ​ຊ່ວຍ​ໃນ​ການ​ວາງ​ແຜນ​ກິດ​ຈະ​ກຳ​ຕ່າງໆ, ອະ​ທິ​ຖານ, ຫລື ເລືອກ ແລະ ນຳ​ເພງ​ຕ່າງໆ. ພວກ​ເຂົາ​ຍັງ​ສາ​ມາດ​ສິດ​ສອນ​ບົດ​ຮຽນ. ກ່ອນ​ການ​ສັງ​ສັນ​ໃນ​ຕອນ​ແລງ, ທ່ານ​ສາ​ມາດ​ຊ່ວຍ​ລູກ​ຄົນ​ໃດ​ຄົນ​ໜຶ່ງ​ຂອງ​ທ່ານ​ອ່ານ​ເລື່ອງ​ໃນ​ວາ​ລະ​ສານ Friend ຫລື ເລື່ອງ​ທີ່​ເຂົາ​ມັກ​ໃນ​ພຣະ​ຄຳ​ພີ. ແລ້ວ​ລູກ​ຄົນ​ນັ້ນ​ສາ​ມາດ​ເລົ່າ​ເລື່ອງ​ນັ້ນ​ໃຫ້​ຄອບ​ຄົວ​ຟັງ ເພື່ອ​ເປັນ​ບົດ​ຮຽນ​ກໍ​ໄດ້. ເດັກ​ນ້ອຍ​ຫລາຍ​ຄົນ​ມັກ​ສະ​ແດງ​ເລື່ອງ​ລາວ​ຕ່າງໆ​ໃນ​ພຣະ​ຄຳ​ພີ​ສຳ​ລັບ​ການ​ສັງ​ສັນ​ໃນ​ຕອນ​ແລງ​ເຊັ່ນ​ກັນ. ໃຫ້​ລູກ​ຜູ້​ໃຫຍ່​ວາງ​ແຜນ​ບົດ​ຮຽນ ຫລື ເລືອກ​ເອົາ​ຄຳ​ປາ​ໄສ​ໃດ​ໜຶ່ງ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ທີ່​ພວກ​ເຂົາ​ຢາກ​ອ່ານ. ແລ້ວ​ໃຫ້​ພວກ​ເຂົາ​ເປັນ​ຜູ້​ນຳ​ພາ​ການ​ສົນ​ທະ​ນາ.

ກິດ​ຈະ​ກຳ

ຫລາຍ​ຄອບ​ຄົວ​ມີ​ຄວາມ​ສຸກ​ກັບ​ການ​ເຮັດ​ກິດ​ຈະ​ກຳ​ເພື່ອ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ສັງ​ສັນ​ໃນ​ຕອນ​ແລງ. ກິດ​ຈະ​ກຳ​ໃນ​ບ້ານ​ສາ​ມາດ​ລວມ​ທັງ​ການ​ຫລິ້ນ​ເກມ​ຕ່າງໆ, ການ​ເຮັດ​ຫັດ​ຖະ​ກຳ, ຫລື ການ​ແຕ່ງ​ກິນ​ດ້ວຍ​ກັນ.

ສຳ​ລັບ​ກິດ​ຈະ​ກຳ​ນອກ​ບ້ານ ພວກ​ທ່ານ​ສາ​ມາດ​ອອກ​ໄປ​ຍ່າງ​ຫລິ້ນ, ໄປ​ເດີນ​ປ່າ​ກັບ​ຄອບ​ຄົວ, ຫລື ຫລິ້ນ​ກິ​ລາ​ຢູ່​ນອກ​ນຳ​ກັນ. ຊອກ​ຫາ​ກິດ​ຈະ​ກຳ​ໃດ​ໜຶ່ງ​ທີ່​ທຸກ​ຄົນ​ໃນ​ຄອບ​ຄົວ​ສະ​ມາດ​ເຮັດ​ໄດ້, ແລະ ມ່ວນ​ຊື່ນ​ນຳ​ກັນ. ຫລີກ​ລ້ຽງ​ການ​ແຂ່ງ​ຂັນ​ກັນ​ທີ່​ອາດ​ຈະ​ຂັບ​ໄລ່​ພຣະ​ວິນ​ຍານ​ອອກ​ໄປ.

ການ​ຮັບ​ໃຊ້

ການ​ສັງ​ສັນ​ໃນ​ຕອນ​ແລງ​ເປັນ​ເວ​ລາ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ຄອບ​ຄົວ​ທີ່​ຈະ​ຮັບ​ໃຊ້​ຄົນ​ອື່ນ. ພວກ​ທ່ານ​ສາ​ມາດ​ຊ່ວຍ​ເຫລືອ​ເພື່ອນ​ບ້ານ​ສູງ​ອາ​ຍຸ, ເສີບ​ອາ​ຫານ​ໃນ​ສະ​ຖານ​ທີ່​ສຳ​ລັບ​ຄົນ​ບໍ່​ມີ​ບ້ານ, ຂຽນ​ຈົດ​ໝາຍ​ຫາ​ຜູ້​ສອນ​ສາດ​ສະ​ໜາ, ຫລື ເກັບ​ຂີ້​ເຫຍື້ອ, ເປັນ​ຕົ້ນ.

ພິມ