​2022
ຖືກ​ນຳ​ພາ​ໂດຍ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່
ເດືອນ​ກັນ​ຍາ 2022


“Led by Living Prophets,” Liahona, Sept. 2022.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ກັນ​ຍາ 2022

ຖືກ​ນຳ​ພາ​ໂດຍ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່

ຮູບ​ພາບ
ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຢູ່​ຕໍ່​ໜ້າ​ຮູບ​ປັ້ນ​ພຣະ​ເຢ​ຊູ​ຄຣິດ

ສາດ​ສະ​ດາ​ຄື​ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເພື່ອ​ໃຫ້​ກ່າວ​ແທນ​ພຣະ​ອົງ. ພວກ​ເພິ່ນ ເປັນ​ພະ​ຍານ ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເຊື່ອ​ໃນ​ສາດ​ສະ​ດາ ທັງ​ໃນ​ສະ​ໄໝ​ບູ​ຮານ ແລະ ສະ​ໄໝ​ໃໝ່.

ພຣະ​ເຈົ້າ​ກ່າວ​ຜ່ານ​ທາງ​ສາດ​ສະ​ດາ

ສາດ​ສະ​ດາ​ຮັບ​ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ. ເມື່ອ​ສາດ​ສະ​ດາ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ສິດ​ສອນ​ເຮົາ, ກໍ​ຄື​ກັນ​ກັບ​ວ່າ​ພຣະ​ເຈົ້າ​ກຳ​ລັງ​ກ່າວ​ກັບ​ເຮົາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:38). ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ໄດ້​ວ່າ ພວກ​ເພິ່ນ​ບອກ​ເຮົາ​ເຖິງ​ສິ່ງ​ທີ່​ພຣະ​ເຈົ້າ​ຢາກ​ໃຫ້​ເຮົາ​ຮູ້.

ຮູບ​ພາບ
ມໍ​ມອນ​ກັບ​ແຜ່ນ​ຈາ​ລຶກ​ຄຳ

Mormon Abridging the Plates [ມໍ​ມອນ​ກຳ​ລັງ​ຫຍໍ້​ແຜ່ນ​ຈາ​ລຶກ​ຄຳ], ໂດຍ ທອມ ໂລ​ແວວ

ສາດ​ສະ​ດາ​ສິດ​ສອນ​ເຖິງ​ພຣະ​ເຢ​ຊູ​ຄຣິດ

ສາດ​ສະ​ດາ​ທັງ​ໝົດ ເປັນ​ພະ​ຍານ ເຖິງ​ພຣະ​ເຢ​ຊູ​ຄຣິດ. ພວກ​ເພິ່ນ​ສິດ​ສອນ​ເຮົາ​ວ່າ ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ພວກ​ເພິ່ນ​ສິດ​ສອນ​ເຮົາ​ກ່ຽວ​ກັບ​ພຣະ​ຊົນ​ຊີບ, ຕົວ​ຢ່າງ, ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ແລະ ພວກ​ເພິ່ນ​ສະ​ແດງ​ໃຫ້​ເຮົາ​ເຫັນ​ເຖິງ​ວິ​ທີ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ ແລະ ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ສາດ​ສະ​ດາ

ສາດ​ສະ​ດາ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພວກ​ເພິ່ນ​ອະ​ທິ​ບາຍ​ເຖິງ​ພອນ​ທີ່​ເຮົາ​ໄດ້​ຮັບ​ເມື່ອ​ເຮົາ​ເຊື່ອ​ຟັງ​ພຣະ​ບັນ​ຍັດ ແລະ ຜົນ​ສະ​ທ້ອນ​ທີ່​ເຮົາ​ໄດ້​ຮັບ​ຖ້າ​ເຮົາ​ບໍ່​ເຊື່ອ​ຟັງ. ບາງ​ຄັ້ງ, ພວກ​ເພິ່ນ​ກໍ​ອາດ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ບອກ​ເຮົາ​ກ່ຽວ​ກັບ​ເຫດ​ການ​ຕ່າງໆ​ໃນ​ອະ​ນາ​ຄົດ.

ຮູບ​ພາບ
ໂມ​ເຊ​ກັບ​ແຜ່ນ​ພຣະ​ບັນ​ຍັດ

Moses and the Tablets [ໂມ​ເຊ ແລະ ແຜ່ນ​ພຣະ​ບັນ​ຍັດ], ໂດຍ ແຈ​ຣີ ຮາ​ສະ​ຕັນ

ສາດ​ສະ​ດາ​ສະ​ໄໝ​ບູ​ຮານ

ພຣະ​ເຈົ້າ​ໄດ້​ສິດ​ສອນ​ຜູ້​ຄົນ​ຜ່ານ​ທາງ​ສາດ​ສະ​ດາ​ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ. ສາດ​ສະ​ດາ​ຜູ້​ທີ່​ມີ​ຊີ​ວິດ​ຢູ່​ໃນ​ສະ​ໄໝ​ພຣະ​ຄຳ​ພີ​ເດີມ​ແມ່ນ​ລວມ​ທັງ ອາ​ດາມ, ໂນ​ອາ, ອັບ​ຣາ​ຮາມ, ໂມ​ເຊ, ເອ​ຊາ​ຢາ, ແລະ ທ່ານ​ອື່ນໆ. ຍັງ​ມີ​ສາດ​ສະ​ດາ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ອີກ​ດ້ວຍ. ສາດ​ສະ​ດາ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ ລີ​ໄຮ, ໂມ​ໄຊ​ຢາ, ແອວ​ມາ, ແລະ ໂມ​ໂຣ​ໄນ. ເຮົາ​ສາ​ມາດ​ຮຽນ​ຮູ້​ເຖິງ​ສິ່ງ​ທີ່​ພວກ​ເພິ່ນ​ສິດ​ສອນ​ໄດ້ ໂດຍ​ການ​ອ່ານ​ພຣະ​ຄຳ​ພີ.

ສາດ​ສະ​ດາ​ສະ​ໄໝ​ໃໝ່

ໂຈ​ເຊັບ ສະ​ມິດ ຄື​ສາດ​ສະ​ດາ​ຄົນ​ທຳ​ອິດ​ໃນ​ຍຸກ​ສະ​ໄໝ​ໃໝ່. ເພິ່ນ​ໄດ້​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຄືນ​ມາ​ສູ່​ໂລກ. ຣະ​ໂຊ ເອັມ ແນວ​ສັນ ເປັນ​ສາດ​ສະ​ດາ ແລະ ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ທຸກ​ວັນ​ນີ້. ທີ່​ປຶກ​ສາ​ຂອງ​ເພິ່ນ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ອັກ​ຄະ​ສາ​ວົກ​ສິບ​ສອງ​ກໍ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ເຊັ່ນ​ກັນ.

ຮູບ​ພາບ
ຄູ່​ສາ​ມີ​ພັນ​ລະ​ຍາ​ກຳ​ລັງ​ເບິ່ງ​ກອງ​ປະ​ຊຸມ​ໃຫຍ່​ໃນ​ມື​ຖື

ການ​ຟັງ​ສາດ​ສະ​ດາ

ສາດ​ສະ​ດາ​ກ່າວ​ກັບ​ເຮົາ​ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ແລະ ເວ​ລາ​ອື່ນໆ. ເພິ່ນ​ສິດ​ສອນ​ເຮົາ​ເຖິງ​ສິ່ງ​ທີ່​ພຣະ​ເຈົ້າ​ຢາກ​ໃຫ້​ເຮົາ​ຮູ້ ແລະ ວິ​ທີ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ໃນ​ທຸກ​ວັນ​ນີ້. ເຮົາ​ສາ​ມາດ​ຊອກ​ຫາ​ການ​ສິດ​ສອນ​ຂອງ​ເພິ່ນ​ໄດ້​ໃນ Liahona ແລະ ທີ່ ChurchofJesusChrist.org.

ພອນ​ຂອງ​ການ​ເຮັດ​ຕາມ​ສາດ​ສະ​ດາ

ເຮົາ​ຈະ​ໄດ້​ຮັບ​ພອນ​ຖ້າ​ເຮົາ​ເຮັດ​ຕາມ​ຄຳ​ສອນ​ຂອງ​ສາດ​ສະ​ດາ. ເມື່ອ​ເຮົາ​ເຮັດ​ຕາມ​ສາດ​ສະ​ດາ, ເຮົາ​ສາ​ມາດ​ຮູ້​ໄດ້​ວ່າ ເຮົາ​ກຳ​ລັງ​ເຮັດ​ໃນ​ສິ່ງ​ທີ່​ພຣະ​ເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ. ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ສັນ​ຕິ​ສຸກ​ໃນ​ຊີ​ວິດ​ຂອງ​ເຮົາ ແລະ ເຂົ້າ​ໃກ້​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ.

ພິມ