“Isaiah Teaches about Jesus Christ,” Monthly Friend Messages, September 2022
“Isaiah Teaches about Jesus Christ”
ຂ່າວສານປະຈຳເດືອນ Friend, ເດືອນກັນຍາ 2022
ເອຊາຢາສິດສອນກ່ຽວກັບພຣະເຢຊູຄຣິດ
ຮູບພາບປະກອບ ໂດຍ ເອໂພ ສະຕ໋ອດ
ເອຊາຢາເປັນສາດສະດາ. ເພິ່ນມີຊີວິດຢູ່ກ່ອນພຣະເຢຊູຄຣິດໄດ້ມາກຳເນີດ. ແຕ່ເພິ່ນຮູ້ວ່າພຣະເຢຊູຈະສະເດັດມາ.
ເອຊາຢາໄດ້ເວົ້າວ່າ ພຣະເຢຊູຈະມາກຳເນີດໃນຖານະພຣະບຸດຂອງພຣະເຈົ້າ. ພຣະເຢຊູຈະຊ່ວຍເຫລືອ ແລະ ປິ່ນປົວຄົນອື່ນໆ.
ເອຊາຢາຍັງໄດ້ເວົ້າວ່າ ພຣະເຢຊູຈະສະເດັດມາສູ່ໂລກນີ້. ພຣະອົງຈະຖືກເອີ້ນວ່າອົງສັນຕິລາດ. ພຣະອົງຈະມອບພຣະຊົນຊີບຂອງພຣະອົງເພື່ອເຮົາ ເພາະວ່າພຣະອົງຮັກເຮົາຫລາຍແທ້ໆ.
ສິ່ງທີ່ເອຊາຢາສິດສອນນັ້ນໄດ້ເກີດຂຶ້ນ. ຫລາຍປີຕໍ່ມາ, ພຣະເຢຊູໄດ້ສະເດັດມາສູ່ໂລກ. ພຣະອົງໄດ້ສະແດງຫົນທາງໃຫ້ກັບເຮົາ. ພຣະອົງໄດ້ສິ້ນພຣະຊົນ ແລະ ກັບມາມີຊີວິດອີກຄັ້ງ. ພຣະອົງຍັງຊົງພຣະຊົນຢູ່ໃນທຸກວັນນີ້!
ເຮົາສາມາດຮຽນຮູ້ກ່ຽວກັບພຣະເຢຊູຄຣິດ. ເມື່ອເຮົາຈື່ຈຳສິ່ງທີ່ພຣະອົງໄດ້ກະທຳເພື່ອເຮົາ, ເຮົາສາມາດຮູ້ສຶກສະຫງົບ ແລະ ມີຄວາມຫວັງ!
ໜ້າລະບາຍສີ
ເຮົາສາມາດຮຽນຮູ້ກ່ຽວກັບພຣະເຢຊູຄຣິດ
ໃຫ້ກົດຮູບເພື່ອດາວໂຫລດ.
ຮູບພາບປະກອບ ໂດຍ ເອໂພ ສະຕ໋ອດ
ເລື່ອງລາວທີ່ເຈົ້າມັກທີ່ສຸດກ່ຽວກັບພຣະເຢຊູແມ່ນຫຍັງ?
© 2022 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Friend Message, September 2022. Laotian. 18299 331