2023
ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ
ເດືອນ​ມີ​ນາ 2023


“Priesthood Blessings,” Liahona, Mar. 2023.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ມີ​ນາ 2023

ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ແຕ່ງ​ຕັ້ງ​ອັກ​ຄະ​ສາ​ວົກ​ສິບ​ສອງ

Christ Ordaining the Twelve Apostles [ພຣະ​ຄຣິດ​ກຳ​ລັງ​ແຕ່ງ​ຕັ້ງ​ອັກ​ຄະ​ສາ​ວົກ​ສິບ​ສອງ], ໂດຍ ແຮ​ຣີ ແອນ​ເດີ​ສັນ

ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຖືກ​ມອບ​ໃຫ້​ຜ່ານ​ທາງ​ການ​ດົນ​ໃຈ​ໂດຍ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ​ທີ່​ຈະ​ໄດ້​ຮັບ​ອຳ​ນາດ, ການ​ປິ່ນ​ປົວ, ການ​ປອບ​ໂຍນ, ແລະ ການ​ນຳ​ພາ​ຈາກ​ພຣະ​ອົງ.

ຖາ​ນະ​ປະ​ໂລ​ຫິດ

ຖາ​ນະ​ປະ​ໂລ​ຫິດ​ຄື ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ຜູ້​ຊາຍ​ທີ່​ມີ​ຄ່າ​ຄວນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ກະ​ທຳ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ເມື່ອ​ເຂົາ​ເຈົ້າ​ໃຫ້​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ຂະ​ນະ​ທີ່​ເຂົາ​ເຈົ້າ​ໃຫ້​ພອນ​ເຫລົ່າ​ນີ້, ເຂົາ​ເຈົ້າ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ການ​ໃຫ້​ພອນ​ຄົນ​ອື່ນໆ.

ຮູບ​ພາບ
ມື​ກຳ​ລັງ​ວາງ​ຢູ່​ເທິງ​ຫົວ

ຮູບ​ຖ່າຍ​ໂດຍ ເດ​ວິດ ວິນ​ເຕີ

ວິ​ທີ​ການ​ໃຫ້​ພອນ

ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຖືກ​ມອບ​ໃຫ້​ໂດຍ​ການ​ວາງ​ມື​ໃສ່​ເທິງ​ຫົວ. ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ບຸກ​ຄົນ​ທີ່​ກຳ​ລັງ​ຮັບ​ເອົາ​ພອນ. ແລ້ວ​ເພິ່ນ​ກໍ​ໃຫ້​ພອນ​ຕາມ​ພຣະ​ວິນ​ຍານ​ຊົງ​ນຳ. ຜູ້​ທີ່​ໃຫ້​ພອນ ແລະ ຜູ້​ທີ່​ຮັບ​ເອົາ​ພອນ​ນັ້ນ​ໄດ້​ສະ​ແດງ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ເຈົ້າ ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ປະ​ສົງ ແລະ ເວ​ລາ​ຂອງ​ພຣະ​ອົງ.

ການ​ຕັ້ງ​ຊື່ ແລະ ການ​ໃຫ້​ພອນ​ເດັກ

ຫລັງ​ຈາກ​ທີ່​ເດັກ​ນ້ອຍ​ໄດ້​ເກີດ​ມາ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຈະ​ຕັ້ງ​ຊື່ ແລະ ໃຫ້​ພອນ​ແກ່​ເດັກ​ຄົນ​ນັ້ນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:70). ສິ່ງ​ນີ້​ມັກ​ຈະ​ເກີດ​ຂຶ້ນ​ໃນ ກອງ​ປະ​ຊຸມ​ຖື​ສິນ​ອົດ​ເຂົ້າ ແລະ ສະ​ແດງ​ປະ​ຈັກ​ພະ​ຍານ. ທຳ​ອິດ​ເດັກ​ຄົນ​ນັ້ນ​ຈະ​ຖືກ​ຕັ້ງ​ຊື່. ແລ້ວ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຈະ​ໃຫ້​ພອນ​ແກ່​ເດັກ​ຄົນ​ນັ້ນ.

ຮູບ​ພາບ
ເດັກ​ຊາຍ​ປ່ວຍ​ກຳ​ລັງ​ຮັບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ຮູບ​ຖ່າຍ​ໂດຍ ແວວ​ເດັນ ຊີ ແອນ​ເດີ​ເຊັນ

ການ​ໃຫ້​ພອນ​ແກ່​ຄົນ​ເຈັບ​ປ່ວຍ

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ສາ​ມາດ​ໃຫ້​ພອນ​ແກ່​ຜູ້​ຄົນ​ທີ່​ເຈັບ​ປ່ວຍ​ໄດ້. ການ​ໃຫ້​ພອນ​ນີ້​ມີ​ຢູ່​ສອງ​ພາກ​ສ່ວນ: ການ​ເຈີມ ດ້ວຍ​ນ້ຳ​ມັນ ແລະ ການ​ຜະ​ນຶກ​ການ​ເຈີມ. ທຳ​ອິດ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຈະ​ຢອດ​ນ້ຳ​ມັນ​ໝາກ​ກອກ​ທີ່​ໄດ້​ຖືກ​ອຸ​ທິດ​ໃຫ້​ສັກ​ສິດ​ແລ້ວ, ຫລື ຖືກ​ໃຫ້​ພອນ, ລົງ​ເທິງ​ຫົວ​ຂອງ​ຜູ້​ປ່ວຍ ແລະ ກ່າວ​ຄຳ​ອະ​ທິ​ຖານ​ສັ້ນໆ. ແລ້ວ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ອີກ​ຄົນ​ໜຶ່ງ​ຈະ​ຜະ​ນຶກ​ການ​ເຈີມ​ນັ້ນ ແລະ ໃຫ້​ພອນ​ແກ່​ຄົນ​ເຈັບ​ປ່ວຍ​ຕາມ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ພອນ​ແຫ່ງ​ການ​ປອບ​ໂຍນ ແລະ ການ​ແນະ​ນຳ

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ສາ​ມາດ​ໃຫ້​ພອນ​ແຫ່ງ​ການ​ປອບ​ໂຍນ ແລະ ການ​ແນະ​ນຳ​ແກ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ຄົນ​ອື່ນໆ​ທີ່​ຮຽກ​ຮ້ອງ​ມາ. ພໍ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ສາ​ມາດ​ໃຫ້​ພອນ​ຂອງ​ພໍ່​ແກ່​ລູກໆ​ຂອງ​ຕົນ​ໄດ້. ສິ່ງ​ເຫລົ່າ​ນີ້​ອາດ​ຈະ​ເປັນ​ປະ​ໂຫຍດ​ຫລາຍ​ໂດຍ​ສະ​ເພາະ​ເວ​ລາ​ທີ່​ລູກ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ພິ​ເສດ.

ການ​ແຕ່ງ​ຕັ້ງ​ສະ​ມາ​ຊິກ​ເປັນ​ທາງ​ການ​ເພື່ອ​ການ​ຮັບ​ໃຊ້​ໃນ​ການ​ເອີ້ນ

ເມື່ອ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຮັບ​ການ​ເອີ້ນ, ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ພອນ​ໃນ​ເວ​ລາ​ທີ່​ເຂົາ​ເຈົ້າ​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ເພື່ອ​ຮັບ​ໃຊ້. ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ພອນ​ເຂົາ​ເຈົ້າ​ດ້ວຍ​ສິດ​ອຳ​ນາດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ການ​ເອີ້ນ. ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຍັງ​ໃຫ້​ພອນ​ແກ່​ເຂົາ​ເຈົ້າ​ເພື່ອ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ໃນ​ການ​ຮັບ​ໃຊ້​ຂອງ​ເຂົາ​ເຈົ້າ​ເຊັ່ນ​ກັນ.

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ອ່ານ​ປິ​ຕຸ​ພອນ​ຂອງ​ລາວ

ຮູບ​ຖ່າຍ​ໂດຍ ຊອນ​ນາ ສະ​ຕີບ​ເວັນ​ສັນ

ປິ​ຕຸ​ພອນ

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ມີ​ຄ່າ​ຄວນ​ທຸກ​ຄົນ​ສາ​ມາດ​ຮັບ​ເອົາ​ປິ​ຕຸ​ພອນ. ພອນ​ນີ້​ແມ່ນ​ໃຫ້​ຄຳ​ແນະ​ນຳ​ສ່ວນ​ຕົວ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ປິ​ຕຸ​ພອນ​ສາ​ມາດ​ໃຫ້​ການ​ນຳ​ພາ ແລະ ການ​ປອບ​ໂຍນ​ຕະ​ຫລອດ​ຊີ​ວິດ​ຂອງ​ບຸກ​ຄົນ​ໄດ້. ມັນ​ກໍ​ຍັງ​ສາ​ມາດ​ບອກ​ເຖິງ​ເຊື້ອ​ສາຍ​ຂອງ​ບຸກ​ຄົນ​ຢູ່​ໃນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ນຳ​ອີກ. ມີ​ພຽງ​ແຕ່​ຜູ້​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ ປິ​ຕຸ ເທົ່າ​ນັ້ນ ທີ່​ສາ​ມາດ​ໃຫ້​ພອນ​ນີ້​ໄດ້.

ພິມ