2023
ຈົ່ງ​ມາ​ຫາ​ພຣະ​ອົງ
ເດືອນ​ມີ​ນາ 2023


“Come unto Him,” For the Strength of Youth, Mar. 2023.

ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ມີ​ນາ 2023

ຈົ່ງ​ມາ​ຫາ​ພຣະ​ອົງ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຊື້ອ​ເຊີນ​ເຮົາ​ໃຫ້​ວາງ​ພາ​ລະ​ຂອງ​ເຮົາ​ໄວ້​ກັບ​ພຣະ​ອົງ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ

ຮູບ​ພາບ​ປະ​ກອບ ໂດຍ ແອນ​ນີ ເຮັນ​ຣີ ເນ​ເດີ

ຈົ່ງ​ມາ​ຫາ​ເຮົາ

ເຮົາ​ສາ​ມາດ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໂດຍ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ການ​ມີ​ສັດ​ທາ​ໃນ​ພຣະ​ອົງ, ການ​ກັບ​ໃຈ, ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ, ແລະ ການ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ.

ເຮັດ​ການ​ໜັກ​ໜ່ວງ … ພາ​ລະ​ໜັກ

ການ​ແບກ​ຫາບ​ພາ​ລະ ແລະ ການ​ເຮັດ​ວຽກ​ໜັກ​ທາງ​ດ້ານ​ຮ່າງ​ກາຍ ບໍ່​ພຽງ​ແຕ່​ເຮັດ​ໃຫ້​ເຮົາ​ອິດ​ເມື່ອຍ​ທາງ​ດ້ານ​ຮ່າງ​ກາຍ​ເທົ່າ​ນັ້ນ, ແຕ່​ອິດ​ເມື່ອຍ​ທາງ​ດ້ານ​ຈິດ​ໃຈ, ຄວາມ​ຮູ້​ສຶກ, ແລະ ວິນ​ຍານ​ນຳ​ອີກ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເໜີ​ມອບ​ສັນ​ຕິ​ສຸກ​ຂອງ​ພຣະ​ອົງ​ໃຫ້​ແກ່​ເຮົາ, ບໍ່​ວ່າ​ເຮົາ​ຈະ​ແບກ​ຫາບ​ພາ​ລະ​ແບບ​ໃດ​ກໍ​ຕາມ.

ແອກ

ແອກ​ເປັນ​ເຄື່ອງ​ມື​ຢ່າງ​ໜຶ່ງ​ທີ່​ໃຊ້​ໃນ​ການ​ທຽມ​ສັດ​ສອງ​ໂຕ​ໃຫ້​ເຂົ້າ​ກັນ​ເພື່ອ​ພວກ​ມັນ​ຈະ​ສາ​ມາດ​ລາກ​ສິ່ງ​ຂອງ​ໜັກ, ເຊັ່ນ​ວ່າ​ຄັນ​ໄຖ ຫລື ກວຽນ. ແອກ​ມັກ​ຈະ​ມີ​ຄານ​ໄມ້​ວາງ​ຢູ່​ເທິງ​ໂໜກ​ຄໍ​ຂອງ​ສັດ​ແຕ່​ລະ​ໂຕ, ເພື່ອ​ກະ​ຈາຍ​ນ້ຳ​ໜັກ.

ຮຽນ​ຮູ້

ເຮົາ​ສາ​ມາດ​ຮຽນ​ຮູ້​ຈາກ​ພຣະ​ເຢ​ຊູ​ຄຣິດ​ໂດຍ​ການ​ສຶກ​ສາ​ຄຳ​ສອນ ແລະ ຕົວ​ຢ່າງ​ຂອງ​ພຣະ​ອົງ—ແລະ ພະ​ຍາ​ຍາມ​ເຮັດ​ຕາມ.

ຄວາມ​ເຊົາ​ເມື່ອຍ

ຄວາມ​ເຊົາ​ເມື່ອຍ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຄື​ສັນ​ຕິ​ສຸກ​ຂອງ​ພຣະ​ອົງ, ຊຶ່ງ​ເຮັດ​ໃຫ້​ຈິດ​ໃຈ ແລະ ວິນ​ຍານ​ຂອງ​ເຮົາ​ສະ​ຫງົບ. ພຣະ​ອົງ​ຊ່ວຍ​ໃຫ້​ເຮົາ​ເອົາ​ຊະ​ນະ​ຄວາມ​ກັງ​ວົນ​ທາງ​ໂລກ ແລະ ປະ​ທານ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ໃຫ້​ແກ່​ເຮົາ ເມື່ອ​ເຮົາ​ຮູ້​ສຶກ​ອ່ອນ​ແອ.

ກໍ​ພໍ​ເໝາະ … ເບົາ

ການ​ຮັບ​ເອົາ​ແອກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແບກ​ໄວ້​ກັບ​ເຮົາ ໝາຍ​ເຖິງ​ການ​ຜູກ​ມັດ​ຕົວ​ເຮົາ​ເອງ​ໄວ້​ກັບ​ພຣະ​ອົງ​ຜ່ານ​ທາງ​ພັນ​ທະ​ສັນ​ຍາ. ມັນ​ໝາຍ​ເຖິງ​ການ​ມອບ​ຫົວ​ໃຈ​ຂອງ​ເຮົາ​ໃຫ້​ກັບ​ພຣະ​ອົງ ແລະ ວຽກ​ງານ​ຂອງ​ພຣະ​ອົງ. ເມື່ອ​ເຮົາ​ເຮັດ​ສິ່ງ​ນີ້, ເຮົາ​ຈະ​ຮູ້​ສຶກ​ວ່າ ພາ​ລະ​ຂອງ​ເຮົາ​ເບົາ​ບາງ​ລົງ ຍ້ອນ​ວ່າ​ພຣະ​ອົງ​ກຳ​ລັງ​ຊ່ວຍ​ເຫລືອ​ເຮົາ​ຢູ່.

ພິມ