2023
ເຄັດ​ເຊ​ມາ​ເນ
ເດືອນ​ມິ​ຖຸ​ນາ 2023


“Gethsemane,” For the Strength of Youth, Apr. 2023.

ສະ​ຖານ​ທີ່ ຈາກ ພຣະ​ຄຳ​ພີ

ເຄັດ​ເຊ​ມາ​ເນ

ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ສະ​ຖານ​ທີ່ ທີ່​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແທນ​ເຮົາ​ເລີ່ມ​ຕົ້ນ.

ຮູບ​ພາບ
ປ່າ​ຕົ້ນ​ໝາກ​ກອກ​ເທດ

ມັນ​ຢູ່​ໃສ?

ຢູ່​ເນີນ​ພູ​ຂອງ​ຕົ້ນ​ໝາກ​ກອກ​ເທດ, ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ (ທາງ​ເບື້ອງ​ຂວາ​ໃນ​ຮູບ​ປະ​ກອບ, ໝາຍ​ດ້ວຍ​ຕົ້ນ​ໄມ້​ໃຫຍ່).

ຮູບ​ພາບ
ແຜນ​ທີ່​ຂອງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ໃນ​ສະ​ໄໝ​ບູ​ຮານ

ແຜນ​ທີ່​ປະ​ກອບ​ຂອງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ໂດຍ ຈິມ ແມດ​ເຊັນ

ມີ​ຫຍັງ​ຢູ່​ທີ່​ນັ້ນ?

ປ່າ​ຂອງ​ຕົ້ນ​ໝາກ​ກອກ​ເທດ ແລະ ອາດ​ຈະ​ມີ​ລານ​ໂມ້​ສຳ​ລັບ​ຮີດ​ນໍ້າ​ມັນ​ຈາກ​ໝາກ​ກອກ.

ຮູບ​ພາບ
ລານ​ໂມ້​ໝາກ​ກອກ

ມີ​ຫຍັງ​ເກີດ​ຂຶ້ນ​ຢູ່​ທີ່​ນີ້?

ຫລັງ​ຈາກ​ເຂົ້າ​ແລງ​ຄາບ​ສຸດ​ທ້າຍ, ພຣະ​ເຢ​ຊູ​ຄຣິດ​ໄດ້​ໄປ​ທີ່​ສວນ​ເຄັດ​ເຊ​ມາ​ເນ ກັບ​ສາ​ວົກ​ສິບ​ເອັດ​ຄົນ​ຂອງ​ພຣະ​ອົງ. ແລ້ວ​ພຣະ​ອົງ​ໄດ້​ອອກ​ໄປ​ອະ​ທິ​ຖານ ແລະ ໄດ້​ພາ​ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ​ໄປ​ກັບ​ພຣະ​ອົງ.

ພຣະ​ອົງ “ໂສກ​ເສົ້າ ແລະ ເປັນ​ທຸກ​ໜັກ​ໃນ​ໃຈ​ຫລາຍ.” ພຣະ​ອົງ​ໄດ້​ກ່າວ​ວ່າ, “ຈິດ​ໃຈ​ຂອງ​ເຮົາ​ເປັນ​ທຸກ​ໜັກ​ແທບ​ຈະ​ຕາຍ​ຢູ່​ແລ້ວ” (ມາ​ຣະ​ໂກ 14:33–34).

ພຣະ​ອົງ​ໄດ້​ອະ​ທິ​ຖານ​ວ່າ, “ພຣະ​ບິ​ດາ​ເຈົ້າ​ເອີຍ ຖ້າ​ເປັນ​ຄວາມ​ປະ​ສົງ​ຂອງ​ພຣະ​ອົງ​ແລ້ວ ຂໍ​ໃຫ້​ຈອກ​ແຫ່ງ​ຄວາມ​ທົນ​ທຸກ​ທໍ​ລະ​ມານ​ນີ້ ເລື່ອນ​ໄປ​ຈາກ​ລູກ​ທ້ອນ, ແຕ່​ຢ່າງ​ໃດ​ກໍ​ດີ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລູກ​ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເຈົ້າ​ເທີ້ນ.

“ແລ້ວ​ມີ​ເທ​ວະ​ດາ​ຕົນ​ໜຶ່ງ ຈາກ​ສະ​ຫວັນ​ມາ​ປະ​ກົດ​ແກ່​ພຣະ​ອົງ ຊູ​ກຳ​ລັງ​ພຣະ​ອົງ​ຂຶ້ນ.

“ເມື່ອ​ຊົງ​ເກີດ​ເປັນ​ທຸກ​ວຸ້ນ​ວາຍ​ຫລາຍ​ຂຶ້ນ ພຣະ​ອົງ​ກໍ​ຊົງ​ຕັ້ງ​ໃຈ​ພາ​ວັນ​ນາ​ອະ​ທິ​ຖານ​ຫລາຍ ເຫື່ອ​ຂອງ​ພຣະ​ອົງ​ເກີດ​ເປັນ​ເໝືອນ​ເລືອດ​ໄຫລ​ຢາດ​ລົງ​ດິນ​ເປັນ​ເມັດ​ໃຫຍ່” (ລູ​ກາ 22:42–44).

ຫລັງ​ຈາກ​ຄວາມ​ທຸກ​ທໍ​ລະ​ມານ​ຢ່າງ​ໜັກ​ໜ່ວງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ອົງ​ໄດ້​ຖືກ​ທໍ​ລະ​ຍົດ​ໂດຍ​ຢູ​ດາ ແລະ ຖືກ​ຈັບ​ຕົວ​ໄປ​ໂດຍ​ເຈົ້າ​ໜ້າ​ທີ່​ຊາວ​ຢິວ ແລະ ກຸ່ມ​ທະ​ຫານ​ຊາວ​ໂຣມ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ໃນ​ເຄັດ​ເຊ​ມາ​ເນ

Gethsemane [ເຄັດ​ເຊ​ມາ​ເນ], ໂດຍ ໄມ​ໂກ ມອມ

ພິມ