2023
ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ຊ່ວຍ​ເຮົາ​ໄດ້
ເດືອນ​ມິ​ຖຸ​ນາ 2023


“The Holy Ghost Can Help Us,” Liahona, June 2023.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ມິ​ຖຸ​ນາ 2023

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ຊ່ວຍ​ເຮົາ​ໄດ້

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ນັ່ງ ແລະ ເບິ່ງ​ຕາ​ເວັນ​ຂຶ້ນ

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ສະ​ມາ​ຊິກ​ອົງ​ທີ​ສາມ​ຢູ່​ໃນ​ຝ່າຍ​ພຣະ​ເຈົ້າ. ພຣະ​ຄຳ​ພີ​ຍັງ​ໄດ້​ອ້າງ​ອີງ​ເຖິງ​ພຣະ​ອົງ​ວ່າ​ເປັນ​ພຣະ​ວິນ​ຍານ, ພຣະ​ວິນ​ຍານ​ສັກ​ສິດ, ຫລື ພຣະ​ຜູ້​ປອບ​ໂຍນ. ຂະ​ນະ​ທີ່​ເຮົາ​ຮຽນ​ຮູ້​ທີ່​ຈະ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ, ພຣະ​ອົງ​ຈະ​ເປັນ​ພະ​ຍານ​ແກ່​ເຮົາ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ຈະ​ຊ່ວຍ​ເຮົາ​ໃຫ້​ຮຽນ​ຮູ້​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ.

ສະ​ມາ​ຊິກ​ໃນ​ຝ່າຍ​ພຣະ​ເຈົ້າ

ພຣະ​ບິ​ດາ​ເທິງ​ສະ​ຫວັນ, ພຣະ​ເຢ​ຊູ​ຄຣິດ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ ຄື​ຝ່າຍ​ພຣະ​ເຈົ້າ. ພວກ​ພຣະ​ອົງ​ຮັກ​ເຮົາ ແລະ ເຮັດ​ວຽກ​ງານ​ຮ່ວມ​ກັນ​ເປັນ​ໜຶ່ງ​ດຽວ ເພື່ອ​ເຮັດ​ໃຫ້​ເກີດ​ມີ ແຜນ​ແຫ່ງ​ຄວາມ​ລອດ. ເຖິງ​ແມ່ນ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຈະ​ມີ​ພຣະ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ, ແຕ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນັ້ນ​ບໍ່​ມີ. ພຣະ​ອົງ​ເປັນ​ວິນ​ຍານ.

ຮູບ​ພາບ
ຮູບ​ພາບ​ແກ້ວ​ສີ​ຂອງ​ພຣະ​ບິ​ດາ ແລະ ພຣະ​ບຸດ

ພະ​ຍານ​ເຖິງ​ພຣະ​ບິ​ດາ ແລະ ພຣະ​ບຸດ

ພຣະ​ວິນ​ຍານ​ບໍ​ລິ​ສຸດ “ເປັນ​ພະ​ຍານ​ເຖິງ​ພຣະ​ບິ​ດາ ແລະ ພຣະ​ບຸດ” (2 ນີ​ໄຟ 31:18). ນີ້​ໝາຍ​ຄວາມ​ວ່າ ເຮົາ​ສາ​ມາດ​ຮັບ ປະ​ຈັກ​ພະ​ຍານ ເຖິງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ທຸກ​ປະ​ການ. ພຣະ​ອົງ​ຈະ​ຊ່ວຍ​ໃຫ້​ເຮົາ​ຮູ້​ວ່າ ພຣະ​ກິດ​ຕິ​ຄຸນ—ລວມ​ທັງ​ແຜນ​ແຫ່ງ​ຄວາມ​ລອດ, ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ການ​ຟື້ນ​ຟູ, ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ—ຄື​ຄວາມ​ຈິງ. ພຣະ​ອົງ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ເຮົາ ຂະ​ນະ​ທີ່​ເຮົາ​ສືບ​ຕໍ່​ອະ​ທິ​ຖານ, ຮັກ​ສາ​ພຣະ​ບັນ​ຍັດ, ແລະ ສຶກ​ສາ​ພຣະ​ກິດ​ຕິ​ຄຸນ.

ຮູບ​ພາບ
ມື​ທີ່​ກຳ​ລັງ​ຖື​ເຂັມ​ທິດ

ນຳ​ພາ ແລະ ປົກ​ປ້ອງ​ເຮົາ

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ນຳ​ພາ​ເຮົາ​ໃນ​ການ​ຕັດ​ສິນ​ໃຈ​ຂອງ​ເຮົາ ແລະ ປົກ​ປ້ອງ​ເຮົາ​ຈາກ​ໄພ​ອັນ​ຕະ​ລາຍ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ​ໄດ້. ພຣະ​ອົງ​ຈະ​ຊ່ວຍ​ເຮົາ​ໃຫ້​ພົບ​ເຫັນ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ຕ່າງໆ​ຂອງ​ເຮົາ ຖ້າ​ເຮົາ​ອະ​ທິ​ຖານ ແລະ ພະ​ຍາ​ຍາມ​ເຮັດ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ. ພຣະ​ອົງ​ຈະ​ນໍາ​ພາ​ເຮົາ​ໃຫ້ “ເຮັດ​ຄວາມ​ດີ” ຢູ່​ສະ​ເໝີ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:12).

ປອບ​ໂຍນ​ເຮົາ

ບາງ​ຄັ້ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກໍ​ຖືກ​ກ່າວ​ເຖິງ​ວ່າ​ເປັນ “ພຣະ​ຜູ້​ປອບ​ໂຍນ” (ໂຢ​ຮັນ 14:26). ພຣະ​ອົງ​ສາ​ມາດ​ເຕີມ​ເຕັມ​ເຮົາ “ດ້ວຍ​ຄວາມ​ຫວັງ ແລະ ຄວາມ​ຮັກ​ທີ່​ສົມ​ບູນ” (ໂມ​ໂຣ​ໄນ 8:26) ເມື່ອ​ເຮົາ​ມີ​ຄວາມ​ກັງ​ວົນ, ໂສກ​ເສົ້າ, ຫລື ຢ້ານ​ກົວ. ຂະ​ນະ​ທີ່​ພຣະ​ອົງ​ຊ່ວຍ​ເຫລືອ​ເຮົາ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ເຮົາ​ຈະ​ສາ​ມາດ​ເອົາ​ຊະ​ນະ​ຄວາມ​ທໍ້​ແທ້ ແລະ ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ທົດ​ລອງ​ຂອງ​ເຮົາ.

ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ຫລັງ​ຈາກ​ທີ່​ເຮົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ, ເຮົາ​ກໍ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃນ ພິ​ທີ​ການ ທີ່​ເອີ້ນ​ວ່າ ການ​ຢືນ​ຢັນ. ເມື່ອ​ເຮົາ​ໄດ້​ຮັບ​ຂອງ​ປະ​ທານ​ນີ້​ແລ້ວ, ເຮົາ​ສາ​ມາດ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ເພື່ອນ​ຕະ​ຫລອດ​ເວ​ລາ ຕາບ​ໃດ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ.

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ຮູບ​ພາບ​ປະ​ກອບ​ໂດຍ ເຈ ເຄີກ ຣິ​ເຈີດສ໌

ວິ​ທີ​ທີ່​ເຮົາ​ໄດ້​ຍິນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ພຣະ​ວິນ​ຍານ​ບໍ​ລິ​ສຸດ ສື່​ສານ​ກັບ​ຜູ້​ຄົນ​ດ້ວຍ​ວິ​ທີ​ທີ່​ແຕກ​ຕ່າງ​ກັນ​ໄປ. ນີ້​ອາດ​ຈະ​ລວມ​ທັງ​ຄວາມ​ຮູ້​ສຶກ​ທີ່​ສະ​ຫງົບ​ສຸກ ແລະ ປອບ​ໂຍນ ຫລື ຄວາມ​ເຂົ້າ​ໃຈ​ເລິກ​ເຊິ່ງ​ກ່ຽວ​ກັບ​ສິ່ງ​ທີ່​ຄວນ​ເວົ້າ ຫລື ເຮັດ. ຂະ​ນະ​ທີ່​ເຮົາ​ອະ​ທິ​ຖານ​ເພື່ອ​ຂໍ​ການ​ນຳ​ພາ ແລະ ຟັງ​ການ​ກະ​ຕຸ້ນ​ຂອງ​ພຣະ​ອົງ, ເຮົາ​ຈະ​ສາ​ມາດ​ຮຽນ​ຮູ້​ວິ​ທີ​ທີ່​ພຣະ​ອົງ​ເວົ້າ​ກັບ​ເຮົາ​ໄດ້.

ພິມ