2023
ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ
ເດືອນ​ກໍ​ລະ​ກົດ 2023


“Sharing the Gospel of Jesus Christ,” Liahona, July 2023.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ກໍ​ລະ​ກົດ 2023

ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ

ຮູບ​ພາບ
ຍິງ​ໜຸ່ມ​ທີ່​ມີ​ພຣະ​ຄຳ​ພີ​ເປີດ​ຢູ່​ເທິງ​ຕັກ

ເມື່ອ​ເຮົາ​ຄິດ​ເຖິງ​ພອນ​ທີ່​ເຮົາ​ໄດ້​ຮັບ​ຍ້ອນ​ວ່າ​ເຮົາ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເຮົາ​ກໍ​ຢາກ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ກັບ​ຄົນ​ທີ່​ເຮົາ​ຮັກ. ເຮົາ​ສາ​ມາດ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ກ່ຽວ​ກັບ​ຄວາມ​ຈິງ ຜ່ານ​ທາງ​ຖ້ອຍ​ຄໍາ ແລະ ຕົວ​ຢ່າງ​ຂອງ​ເຮົາ. ເຮົາ​ສາ​ມາດ​ອະ​ທິ​ຖານ​ຂໍ​ການ​ດົນ​ໃຈ ເພື່ອ​ໃຫ້​ເຮົາ​ຮູ້​ວ່າ ເຮົາ​ຄວນ​ແບ່ງ​ປັນ​ກັບ​ໃຜ ແລະ ຄວນ​ເວົ້າ​ຫຍັງ.

ຮູບ​ພາບ
ພຣະ​ເຢ​ຊູ​ຍື່ນ​ພຣະ​ຫັດ​ອອກ​ໄປ​ຫາ​ຊາຍ​ພິ​ການ

ຮັກ​ຄົນ​ອື່ນ

ສ່ວນ​ໜຶ່ງ​ທີ່​ສໍາ​ຄັນ​ຂອງ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແມ່ນ​ການ​ຮັກ​ຄົນ​ອື່ນ. ເມື່ອ​ເຮົາ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ຄົນ​ອື່ນ ຜ່ານ​ທາງ​ການ​ກະ​ທໍາ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ, ເຮົາ​ກໍ​ກໍາ​ລັງ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ—ບາງ​ຄັ້ງ​ໂດຍ​ທີ່​ບໍ່​ເວົ້າ​ຫຍັງ​ຈັກ​ຄຳ. ແລະ ເມື່ອ​ຄົນ​ອື່ນ​ຮູ້​ວ່າ ເຮົາ​ຫ່ວງ​ໃຍ​ເຂົາ​ເຈົ້າ​ແທ້ໆ, ເຂົາ​ເຈົ້າ​ອາດ​ເປີດ​ໃຈ​ຮັບ​ຟັງ​ຄວາມ​ຄິດ​ຂອງ​ເຮົາ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຫລາຍ​ຍິ່ງ​ຂຶ້ນ. (ເບິ່ງ Gary E. Stevenson, “Love, Share, Invite,” Liahona, May 2022, 84–87.)

ແບ່ງ​ປັນ​ໃນ​ວິ​ທີ​ທີ່​ປົກ​ກະ​ຕິ ແລະ ເປັນ​ທໍາ​ມະ​ຊາດ

ເຮົາ​ສາ​ມາດ​ແບ່ງ​ປັນ​ສິ່ງ​ທີ່​ເຮົາ​ຮັກ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ໄດ້. ຖ້າ​ເຮົາ​ເຮັດ​ສິ່ງ​ນີ້​ໃຫ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຊີ​ວິດ​ປະ​ຈໍາ​ວັນ​ຂອງ​ເຮົາ​ແລ້ວ, ມັນ​ກໍ​ຈະ​ບໍ່​ເປັນ​ເລື່ອງ​ທີ່​ໜ້າ​ອຶດ​ອັດ ຫລື ບໍ່​ສະ​ບາຍ​ໃຈ. ຍົກ​ຕົວ​ຢ່າງ, ເຮົາ​ສາ​ມາດ​ເວົ້າ​ລົມ​ກັບ​ຄອບ​ຄົວ ແລະ ໝູ່​ເພື່ອນ​ຂອງ​ເຮົາ ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ເຮັດ​ໃນ​ວັນ​ອາ​ທິດ. ຫລື ເຮົາ​ສາ​ມາດ​ບອກ​ເຂົາ​ເຈົ້າ​ກ່ຽວ​ກັບ​ຄວາມ​ສຸກ​ທີ່​ເຮົາ​ຮູ້​ສຶກ ເມື່ອ​ເຮົາ​ຮັບ​ໃຊ້​ຄົນ​ອື່ນ. (ເບິ່ງ Dieter F. Uchtdorf, “Missionary Work: Sharing What Is in Your Heart,” Liahona, May 2019, 15–18.)

ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ມາ​ຮ່ວມ​ກັບ​ເຮົາ

ເຮົາ​ສາ​ມາດ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ໄດ້. ຍົກ​ຕົວ​ຢ່າງ, ເຮົາ​ສາ​ມາດ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ມາ​ຮ່ວມ​ກອງ​ປະ​ຊຸມ ຫລື ກິດ​ຈະ​ກໍາ​ຂອງ​ສາດ​ສະ​ໜາ​ຈັກ, ອ່ານ​ພຣະ​ຄໍາ​ພີ​ມໍ​ມອນ, ເບິ່ງ​ວິ​ດີ​ໂອ​ຂອງ​ສາດ​ສະ​ໜາ​ຈັກ, ຫລື ຮັບ​ການ​ຢ້ຽມ​ຢາມ​ຈາກ​ຜູ້​ສອນ​ສາດ​ສະ​ໜາ. ປະ​ສົບ​ການ​ເຫລົ່າ​ນີ້ ສາ​ມາດ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ ແລະ ຢາກ​ຮຽນ​ຮູ້​ເພີ່ມ​ເຕີມ.

ຮູບ​ພາບ
ຍິງ​ອາ​ວຸ​ໂສ​ສອງ​ຄົນ​ກຳ​ລັງ​ນັ່ງ​ລົມ​ກັນ

ຖາມ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ

ຫລັງ​ຈາກ​ທີ່​ໝູ່​ເພື່ອນ ແລະ ສະ​ມາ​ຊິກ​ໃນ​ຄອບ​ຄົວ​ມາ​ໂບດ ຫລື ຮຽນ​ບົດ​ຮຽນ​ກັບ​ຜູ້​ສອນ​ສາດ​ສະ​ໜາ, ເຮົາ​ສາ​ມາດ​ຖາມ​ເຂົາ​ເຈົ້າ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ​ໄດ້. ບາງ​ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ອາດ​ເປັນ​ສິ່ງ​ທີ່​ໃໝ່​ສຳ​ລັບ​ເຂົາ​ເຈົ້າ, ດັ່ງ​ນັ້ນ ເຮົາ​ຈຶ່ງ​ສາ​ມາດ​ຕອບ​ຄຳ​ຖາມ​ທີ່​ເຂົາ​ເຈົ້າ​ມີ​ໄດ້. ເຮົາ​ສາ​ມາດ​ສະ​ແດງ​ຄວາມ​ຮັກ ແລະ ການ​ສະ​ໜັບ​ສະ​ໜູນ​ຂອງ​ເຮົາ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ໃນ​ການ​ເຂົ້າ​ມາ​ຫາ​ພຣະ​ຄຣິດ.

ເພີ່ມ​ເຕີມ​ໃສ່​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ

ເຮົາ​ໃຫ້​ຄຸນ​ຄ່າ ແລະ ເຄົາ​ລົບ​ຄວາມ​ເຊື່ອ​ຂອງ​ຄົນ​ອື່ນ, ແລະ ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ເພີ່ມ​ເຕີມ​ໃສ່​ສັດ​ທາ​ທີ່​ເຂົາ​ເຈົ້າ​ມີ​ຢູ່​ແລ້ວ. ຍົກ​ຕົວ​ຢ່າງ, ໝູ່​ຄົນ​ໜຶ່ງ​ທີ່​ໄດ້​ພົບ​ການ​ປອບ​ໂຍນ​ໃນ​ຂໍ້​ພຣະ​ຄຳ​ພີ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ອາດ​ພົບ​ການ​ປອບ​ໂຍນ​ໃນ​ຄຳ​ສອນ​ທີ່​ເຮົາ​ແບ່ງ​ປັນ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ເຊັ່ນ​ກັນ.

ຮູບ​ພາບ
ຍິງ​ໜຸ່ມ​ກຳ​ລັງ​ຊ່ວຍ​ຍິງ​ອາ​ວຸ​ໂສ​ຄົນ​ໜຶ່ງ​ຂ້າມ​ທາງ

ຊ່ວຍ​ເຫລືອ​ສະ​ມາ​ຊິກ​ໃໝ່​ຂອງ​ສາດ​ສະ​ໜາ​ຈັກ

ເມື່ອ​ຜູ້​ຄົນ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ, ເຮົາ​ສາ​ມາດ​ຊ່ວຍ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໄດ້. ເຮົາ​ສາ​ມາດ​ເປັນ​ໝູ່​ຂອງ​ເຂົາ​ເຈົ້າ, ຕອບ​ຄຳ​ຖາມ​ເຂົາ​ເຈົ້າ, ແລະ ສະ​ໜັບ​ສະ​ໜູນ​ເຂົາ​ເຈົ້າ ເມື່ອ​ເຂົາ​ເຈົ້າ​ຮັບ​ການ​ເອີ້ນ. ເຮົາ​ສາ​ມາດ​ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ສືບ​ຕໍ່​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ແລະ ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ຮູບ​ພາບ
ແອວ​ເດີ​ຜູ້​ສອນ​ສາດ​ສະ​ໜາ​ສອງ​ຄົນ ແລະ ຊາຍ​ຄົນ​ໜຶ່ງ​ກຳ​ລັງ​ເບິ່ງ​ໂທ​ລະ​ສັບ​ນຳ​ກັນ

ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ

ນອກ​ເໜືອ​ຈາກ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ​ແລ້ວ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ສາ​ມາດ​ຖືກ​ເອີ້ນ​ໃຫ້​ໄປ​ຮັບ​ໃຊ້​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ. ຖ້າ​ພວກ​ເຂົາ​ກຽມ​ພ້ອມ​ແລ້ວ, ຊາຍ​ໜຸ່ມ​ສາ​ມາດ​ຮັບ​ໃຊ້​ໄດ້ ຕັ້ງ​ແຕ່​ອາ​ຍຸ 18 ປີ. ຍິງ​ໜຸ່ມ ແລະ ຜູ້​ໃຫຍ່​ອາ​ວຸ​ໂສ ກໍ​ສາ​ມາດ​ຮັບ​ໃຊ້​ໄດ້​ເຊັ່ນ​ກັນ. ທ່ານ​ສາ​ມາດ​ພົບ​ຂໍ້​ມູນ​ເພີ່ມ​ເຕີມ​ໄດ້​ທີ່ ChurchofJesusChrist.org/callings/missionary.

ພິມ