“The Prophet Peter,” Friend, July 2023, 46–47.
ຂ່າວສານປະຈຳເດືອນ Friend, ເດືອນກໍລະກົດ 2023
ສາດສະດາ ເປໂຕ
ຫລັງຈາກທີ່ພຣະເຢຊູຄຣິດໄດ້ຟື້ນຄືນພຣະຊົນ ແລະ ສະເດັດຂຶ້ນສູ່ສະຫວັນແລ້ວ, ເປໂຕກໍໄດ້ກາຍເປັນສາດສະດາ.
ເປໂຕໄດ້ສິດສອນຜູ້ຄົນກ່ຽວກັບການບັບຕິສະມາ ແລະ ພຣະວິນຍານບໍລິສຸດ. ຫລາຍພັນຄົນໄດ້ເລືອກທີ່ຈະຮັບບັບຕິສະມາ!
ມື້ໜຶ່ງ ເປໂຕໄດ້ເຫັນຊາຍຄົນໜຶ່ງຢູ່ນອກພຣະວິຫານ. ຊາຍຄົນນັ້ນຍ່າງບໍ່ໄດ້. ເປໂຕໄດ້ກ່າວວ່າ, “ໃນພຣະນາມແຫ່ງພຣະເຢຊູຄຣິດ, ຈົ່ງຍ່າງໄປ.”
ຊາຍຄົນນັ້ນຫາຍດີຍ້ອນສັດທາຂອງລາວ! ເປໂຕໄດ້ສິດສອນຜູ້ຄົນທີ່ພຣະວິຫານກ່ຽວກັບພຣະເຢຊູຄຣິດ.
ໜ້າລະບາຍສີ
ເຮົາສາມາດບອກຄົນອື່ນກ່ຽວກັບພຣະເຢຊູໄດ້
ຮູບພາບປະກອບ ໂດຍ ເອໂພ ສະຕ໋ອດ
© 2023 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Friend Message, July 2023. Language. 19045 331