“Tabitha’s Miracle,” Friend, September 2023, 46–47.
ຂ່າວສານປະຈຳເດືອນ Friend, ເດືອນກັນຍາ 2023
ການອັດສະຈັນຂອງຕາບີທາ
ຕາບີທາ ແມ່ນຜູ້ຕິດຕາມຄົນໜຶ່ງຂອງພຣະເຢຊູຄຣິດ. ນາງໄດ້ຫຍິບເສື້ອຜ້າ ແລະ ເສື້ອຄຸມ ແລະ ໄດ້ເຮັດສິ່ງທີ່ດີຫລາຍໆຢ່າງເພື່ອຄົນອື່ນ.
ແຕ່ແລ້ວ ຕາບີທາກໍໄດ້ລົ້ມປ່ວຍ ແລະ ໄດ້ເສຍຊີວິດໄປ. ຫລາຍຄົນຕ່າງກໍໂສກເສົ້າ.
ສາດສະດາເປໂຕໄດ້ໄປຫາຕາບີທາ. ເພິ່ນໄດ້ໂຜດນາງຈາກຄວາມຕາຍດ້ວຍອຳນາດທີ່ພຣະເຢຊູຄຣິດ ໄດ້ປະທານໃຫ້ແກ່ເພິ່ນ.
ຕາບີທາໄດ້ກັບມາມີຊີວິດອີກຄັ້ງ! ນາງສາມາດຕັດຫຍິບ ແລະ ຮັບໃຊ້ອີກຄັ້ງໄດ້ເຊັ່ນກັນ. ນີ້ຄືການອັດສະຈັນ.
ໜ້າລະບາຍສີ
ເຮົາສາມາດຮັບໃຊ້ຄົນອື່ນໄດ້
ພາບປະກອບ ໂດຍ ເອໂພ ສະຕ໋ອດ
ເຮົາສາມາດຮັກເຊັ່ນດຽວກັບພຣະເຢຊູຄຣິດ ໂດຍການຮັບໃຊ້ຄົນອື່ນ.
© 2023 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Friend Message, September 2023. Language. 19047 331