2023
ການ​ດູ​ແລ​ຄົນ​ຂັດ​ສົນ
ເດືອນ​ກັນ​ຍາ 2023


“Caring for Those in Need,” Liahona, Sept. 2023.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ກັນ​ຍາ 2023.

ການ​ດູ​ແລ​ຄົນ​ຂັດ​ສົນ

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ປິ່ນ​ປົວ​ຜູ້​ຄົນ

He Healed Many of Diverse Diseases [ພຣະ​ອົງ​ໄດ້​ປິ່ນ​ປົວ​ຫລາກ​ຫລາຍ​ພະ​ຍາດ​ສາ​ລະ​ພັດ], ໂດຍ ເຈ ເຄີກ ຣິ​ເຈີດ, ຫ້າມ​ລອກ​ແບບ

ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເຮົາ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ດູ​ແລ​ຄົນ​ຂັດ​ສົນ. ເຮົາ​ດູ​ແລ​ຄົນ​ອື່ນ​ໂດຍ​ການ​ຮັບ​ໃຊ້​ພວກ​ເຂົາ, ຊ່ວຍ​ເຫລືອ​ໃຫ້​ພວກ​ເຂົາ​ກຸ້ມ​ຕົນ​ເອງ, ແລະ ແບ່ງ​ປັນ​ສິ່ງ​ທີ່​ເຮົາ​ມີ.

ຕົວ​ຢ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ

ພຣະ​ເຢ​ຊູ​ຄຣິດ​ຊົງ​ຮັກ, ປອບ​ໂຍນ, ແລະ ອະ​ທິ​ຖານ​ເພື່ອ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ພຣະ​ອົງ. ພຣະ​ອົງ “ໄດ້​ໄປ​ທຸກ​ຫົນ​ທຸກ​ແຫ່ງ​ເຮັດ​ຄຸນ​ງາມ​ຄວາມ​ດີ” (ກິດ​ຈະ​ການ 10:38). ເຮົາ​ສາ​ມາດ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ​ໄດ້​ໂດຍ​ການ​ຮັກ, ການ​ປອບ​ໂຍນ, ການ​ຮັບ​ໃຊ້, ແລະ ການ​ອະ​ທິ​ຖານ​ເພື່ອ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ. ເຮົາ​ສາ​ມາດ​ຊອກ​ຫາ​ວິ​ທີ​ທີ່​ຈະ​ຊ່ວຍ​ເຫລືອ​ຄົນ​ອື່ນ​ໄດ້​ສະ​ເໝີ.

ຮູບ​ພາບ
ຄົນ​ສອງ​ຄົນ​ກຳ​ລັງ​ຍ່າງ

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ຄໍາ​ວ່າ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແມ່ນ​ຖືກ​ໃຊ້​ໃນ​ພຣະ​ຄໍາ​ພີ ແລະ ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ອະ​ທິ​ບາຍ​ວ່າ ເຮົາ​ດູ​ແລ​ກັນ​ແລະ​ກັນ​ແນວ​ໃດ. ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ເປັນ​ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ສະ​ມາ​ຊິກ​ເປັນ​ບຸກ​ຄົນ ຫລື ເປັນ​ຄອບ​ຄົວ​ໃນ​ຫວອດ ຫລື ສາ​ຂາ. ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແມ່ນ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ດູ​ແລ​ແມ່​ຍິງ​ຜູ້​ໃຫຍ່​ແຕ່​ລະ​ຄົນ. ອ້າຍ​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຊ່ວຍ​ໃຫ້​ແນ່​ໃຈ​ວ່າ ສະ​ມາ​ຊິກ​ທຸກ​ຄົນ​ໄດ້​ຮັບ​ການ​ຈົດ​ຈໍາ ແລະ ໄດ້​ຮັບ​ການ​ດູ​ແລ.

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ປູກ​ເບ້ຍ

ການ​ຊ່ວຍ​ໃຫ້​ຄົນ​ອື່ນ​ກຸ້ມ​ຕົນ​ເອງ

ເຮົາ​ສາ​ມາດ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ໝູ່​ເພື່ອນ​ໃຫ້ ກຸ້ມ​ຕົນ​ເອງ ໂດຍ​ການ​ຊຸກ​ຍູ້​ໃຫ້​ເຂົາ​ເຈົ້າ​ພົບ​ວິ​ທີ​ແກ້​ໄຂ​ບັນ​ຫາ​ໄລ​ຍະ​ຍາວ. ຈາກ​ນັ້ນ ເຮົາ​ກໍ​ສາ​ມາດ​ສະ​ໜັບ​ສະ​ໜູນ​ເຂົາ​ເຈົ້າ ຂະ​ນະ​ທີ່​ເຂົາ​ເຈົ້າ​ເຮັດ​ວຽກ​ເພື່ອ​ເປົ້າ​ໝາຍ​ຂອງ​ຕົນ. ຊອກ​ຫາ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ກຸ້ມ​ຕົນ​ເອງ​ໄດ້​ໃນ Liahona ເດືອນ​ສິງ​ຫາ 2023 Gospel Basics article.

ການ​ຮັບ​ໃຊ້​ຄົນ​ອື່ນ

ມີ​ຫລາຍ​ວິ​ທີ​ທີ່​ເຮົາ​ສາ​ມາດ​ຮັບ​ໃຊ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ ແລະ ຊ່ວຍ​ສະ​ໜອງ​ຄວາມ​ຕ້ອງ​ການ​ທາງ​ໂລກ, ທາງ​ວິນ​ຍານ, ແລະ ທາງ​ອາ​ລົມ​ຂອງ​ພວກ​ເຂົາ. ການ​ຮຽນ​ຮູ້​ກ່ຽວ​ກັບ​ຄົນ​ອື່ນ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ຮູ້​ວ່າ ເຮົາ​ຈະ​ສາ​ມາດ​ຮັບ​ໃຊ້​ພວກ​ເຂົາ​ໄດ້​ດີ​ຂຶ້ນ​ໄດ້​ແນວ​ໃດ. ເຮົາ​ຍັງ​ສາ​ມາດ​ອະ​ທິ​ຖານ​ຂໍ​ການ​ນຳ​ພາ ເພື່ອ​ໃຫ້​ຮູ້​ເຖິງ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້​ເພື່ອ​ທີ່​ຈະ​ຊ່ວຍ​ເຫລືອ.

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ເກັບ​ໝາກ​ໄມ້

ການ​ແບ່ງ​ປັນ​ສິ່ງ​ທີ່​ເຮົາ​ມີ

ເຮົາ​ສາ​ມາດ​ຮັບ​ໃຊ້​ຄົນ​ອື່ນ​ໄດ້​ໂດຍ​ການ​ແບ່ງ​ປັນ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ອວຍ​ພອນ​ເຮົາ. ຍົກ​ຕົວ​ຢ່າງ, ເຮົາ​ສາ​ມາດ​ບໍ​ລິ​ຈາກ ເງິນ​ຖື​ສິນ​ອົດ​ເຂົ້າ ຢ່າງ​ເອື້ອ​ເຟື້ອ ຫລື ທຳ​ການ​ບໍ​ລິ​ຈາກ​ໃຫ້​ກອງ​ທຶນ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທໍາ​ຂອງ​ສາດ​ສະ​ໜາ​ຈັກ. ເຮົາ​ຍັງ​ສາ​ມາດ​ຮັບ​ໃຊ້​ໃນ​ຊຸມ​ຊົນ​ຂອງ​ເຮົາ ແລະ ໃນ ການ​ເອີ້ນ ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ໄດ້​ເຊັ່ນ​ກັນ.

ໜ້າ​ທີ່​ຂອງ​ຜູ້​ນໍາ​ໃນ​ສາດ​ສະ​ໜາ​ຈັກ

ອະ​ທິ​ການ​ຄວບ​ຄຸມ​ການ​ດູ​ແລ​ຄົນ​ຂັດ​ສົນ​ໃນ​ຫວອດ​ຂອງ​ຕົນ. ເພິ່ນ​ສາ​ມາດ​ໃຊ້​ເງິນ​ຈາກ​ການ​ຖື​ສິນ​ອົດ​ເຂົ້າ ເພື່ອ​ຊ່ວຍ​ເຫລືອ​ສະ​ມາ​ຊິກ​ທີ່​ຂັດ​ສົນ. ຜູ້​ນໍາ​ຄົນ​ອື່ນໆ, ລວມ​ທັງ​ທີ່​ປຶກ​ສາ​ຂອງ​ເພິ່ນ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ, ຊ່ວຍ​ສະ​ມາ​ຊິກ​ພົບ​ແຫລ່ງ​ຊ່ວຍ​ເຫລືອ​ທີ່​ເຂົາ​ເຈົ້າ​ສາ​ມາດ​ໃຊ້​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ.

ໂຄງ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທໍາ​ຂອງ​ສາດ​ສະ​ໜາ​ຈັກ

ສາດ​ສະ​ໜາ​ຈັກ​ຊ່ວຍ​ເຫລືອ​ຜູ້​ຄົນ​ທົ່ວ​ໂລກ ດ້ວຍ​ການ​ຕອບ​ສະ​ໜອງ​ຕໍ່​ເຫດ​ການ​ສຸກ​ເສີນ, ໂຄງ​ການ​ໃນ​ຊຸມ​ຊົນ, ແລະ ໂຄງ​ການ​ອື່ນໆ​ເຊັ່ນ: ໂຄງ​ການ​ນໍ້າ​ສະ​ອາດ ແລະ ໂຄງ​ການ​ສັກ​ຢາ​ປ້ອງ​ກັນ. ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ, ໃຫ້​ເບິ່ງ Dallin H. Oaks, “Helping the Poor and Distressed,” Liahona, Nov. 2022, 6–8.

ພິມ