2023
ການ​ກຸ້ມ​ຕົນ​ເອງ​ເຮັດ​ໃຫ້​ເຮົາ​ເຂັ້ມ​ແຂງ​ຂຶ້ນ
ເດືອນ​ສິງ​ຫາ 2023


“Self-Reliance Strengthens Us,” Liahona, Aug. 2023.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ສິງ​ຫາ 2023

ການ​ກຸ້ມ​ຕົນ​ເອງ​ເຮັດ​ໃຫ້​ເຮົາ​ເຂັ້ມ​ແຂງ​ຂຶ້ນ

ຮູບ​ພາບ
ຄົນ​ສອງ​ຄົນ​ກຳ​ລັງ​ລ້າງ​ຖ້ວຍ

ການ​ກຸ້ມ​ຕົນ​ເອງ​ໝາຍ​ຄວາມ​ວ່າ ເຮົາ​ສາ​ມາດ​ດູ​ແລ​ຄວາມ​ຕ້ອງ​ການ​ຂອງ​ຕົນ​ເອງ ແລະ ຂອງ​ຄອບ​ຄົວ​ຂອງ​ເຮົາ​ໄດ້. ເມື່ອ​ເຮົາ​ກຸ້ມ​ຕົນ​ເອງ, ເຮົາ​ກໍ​ຈະ​ສາ​ມາດ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ແລະ ເບິ່ງ​ແຍງ​ຄົນ​ອື່ນ​ໄດ້​ດີ​ຍິ່ງ​ຂຶ້ນ. ແຕ່​ການ​ກຸ້ມ​ຕົນ​ເອງ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ເຮົາ​ຕ້ອງ​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ຂອງ​ເຮົາ​ໂດຍ​ລຳ​ພັງ. ເຮົາ​ສາ​ມາດ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ໝູ່​ເພື່ອນ, ຄອບ​ຄົວ, ສະ​ມາ​ຊິກ​ຫວອດ ຫລື ສາ​ຂາ, ແລະ ມື​ອາ​ຊີບ ເມື່ອ​ເຮົາ​ຕ້ອງ​ການ.

ຫລັກ​ທຳ​ຂອງ​ການ​ກຸ້ມ​ຕົນ​ເອງ

ການ​ກາຍ​ເປັນ​ຄົນ​ກຸ້ມ​ຕົນ​ເອງ​ຮຽກ​ຮ້ອງ​ໃຫ້​ມີ​ການ​ສຶກ​ສາ, ການ​ເຊື່ອ​ຟັງ, ແລະ ການ​ເຮັດ​ວຽກ​ໜັກ. ເຮົາ​ພະ​ຍາ​ຍາມ​ດູ​ແລ​ຕົນ​ເອງ​ໃຫ້​ດີ​ທີ່​ສຸດ, ແລະ ເຮົາ​ສາ​ມາດ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຄົນ​ອື່ນ​ໄດ້ ເມື່ອ​ຈຳ​ເປັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພື່ອ​ທີ່​ຈະ​ກາຍ​ເປັນ​ຄົນ​ກຸ້ມ​ຕົນ​ເອງ​ຢ່າງ​ແທ້​ຈິງ, ເຮົາ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ເຊັ່ນ​ກັນ. ຫລັງ​ຈາກ​ນັ້ນ ຂະ​ນະ​ທີ່​ເຮົາ​ເຮັດ​ວຽກ​ເພື່ອ​ທີ່​ຈະ​ຊ່ວຍ​ຕົນ​ເອງ, ພຣະ​ອົງ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ.

ຮູບ​ພາບ
ສອງ​ມື​ພະ​ນົມ​ກັນ

ການ​ກຸ້ມ​ຕົນ​ເອງ​ທາງ​ວິນ​ຍານ

ເຮົາ​ສາ​ມາດ​ສ້າງ​ການ​ກຸ້ມ​ຕົນ​ເອງ​ທາງ​ວິນ​ຍານ​ໄດ້​ໂດຍ​ການ​ພະ​ຍາ​ຍາມ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ເຮັດ​ສິ່ງ​ນີ້​ເມື່ອ​ເຮົາ​ອະ​ທິ​ຖານ, ສຶກ​ສາ​ພຣະ​ຄຳ​ພີ, ໄປ​ໂບດ, ເຊື່ອ​ຟັງ​ພຣະ​ບັນ​ຍັດ, ແລະ ເຮັດ​ສິ່ງ​ອື່ນໆ​ທີ່​ເຮັດ​ໃຫ້​ເຮົາ​ເຂົ້າ​ໃກ້​ພຣະ​ຄຣິດ​ຫລາຍ​ຂຶ້ນ. ການ​ທີ່​ຮູ້​ວ່າ ພຣະ​ອົງ​ເຕັມ​ພຣະ​ໄທ​ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ ຈະ​ເຮັດ​ໃຫ້​ເຮົາ​ມີ​ສັດ​ທາ​ທີ່​ຈະ​ເຂັ້ມ​ແຂງ ແມ່ນ​ແຕ່​ໃນ​ຍາມ​ທີ່​ຊີ​ວິດ​ຍາກ​ລຳ​ບາກ.

ການ​ກຸ້ມ​ຕົນ​ເອງ​ທາງ​ໂລກ

ການ​ກຸ້ມ​ຕົນ​ເອງ​ທາງ​ໂລກ​ແມ່ນ​ລວມ​ທັງ​ການ​ທີ່​ສາ​ມາດ​ດູ​ແລ​ຄວາມ​ຕ້ອງ​ການ​ທາງ​ຮ່າງ​ກາຍ​ຂອງ​ຕົນ​ເອງ ແລະ ຂອງ​ຄອບ​ຄົວ​ຂອງ​ເຮົາ. ນີ້​ລວມ​ທັງ​ອາ​ຫານ, ບ່ອນ​ຢູ່​ອາ​ໄສ, ສຸ​ຂະ​ພາບ, ແລະ ຄວາມ​ຕ້ອງ​ການ​ອື່ນໆ. ເຮົາ​ເຮັດ​ສິ່ງ​ນີ້​ໂດຍ​ການ​ມີ​ການ​ສຶກ​ສາ​ທີ່​ດີ, ການ​ຮຽນ​ຮູ້ ຫລື ການ​ເສີມ​ຂະ​ຫຍາຍ​ທັກ​ສະ​ທີ່​ຈຳ​ເປັນ, ການ​ເຮັດ​ວຽກ​ໜັກ, ການ​ໃຊ້​ເວ​ລາ​ຢ່າງ​ສະ​ຫລາດ, ແລະ ​ການ​ບໍ​ລິ​ຫານ​ເງິນ​ຂອງ​ເຮົາ​ໃຫ້​ດີ.

ຮູບ​ພາບ
ແມ່​ຍິງ​ສາມ​ຄົນ​ກຳ​ລັງ​ຍ່າງ​ນຳ​ກັນ

ການ​ກຸ້ມ​ຕົນ​ເອງ​ທາງ​ອາ​ລົມ

ການ​ກຸ້ມ​ຕົນ​ເອງ​ທາງ​ອາ​ລົມ ແມ່ນ​ຄວາມ​ສາ​ມາດ​ໃນ​ການ​ປັບ​ຕົວ​ຕໍ່​ຄວາມ​ທ້າ​ທາຍ​ທາງ​ອາ​ລົມ​ດ້ວຍ​ຄວາມ​ກ້າ​ຫານ ແລະ ສັດ​ທາ. ເຮົາ​ທຸກ​ຄົນ​ຕ່າງ​ກໍ​ມີ​ຄວາມ​ທ້າ​ທາຍ ແລະ ຄວາມ​ຜ່າຍ​ແພ້. ຂອບ​ຄຸນ​ສຳ​ລັບ​ພຣະ​ກິດ​ຕິ​ຄຸນ, ເຮົາ​ຈຶ່ງ​ຮູ້​ວ່າ ເຮົາ​ສາ​ມາດ​ເລືອກ​ວິ​ທີ​ທີ່​ຈະ​ຕອບ​ສະ​ໜອງ​ຕໍ່​ສິ່ງ​ເຫລົ່າ​ນີ້. ການ​ຕອບ​ສະ​ໜອງ​ດ້ວຍ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ເພີ່ມ​ຄວາມ​ສາ​ມາດ​ໃນ​ການ​ປະ​ເຊີນ​ກັບ​ຄວາມ​ຍາກ​ລຳ​ບາກ​ອື່ນໆ​ດ້ວຍ​ຄວາມ​ຫວັງ​ທີ່​ຫລາຍ​ຍິ່ງ​ຂຶ້ນ.

ການ​ສຶກ​ສາ

ເຮົາ​ຄວນ​ຮຽນ​ຮູ້​ຢູ່​ສະ​ເໝີ. ພຣະ​ເຈົ້າ​ຕ້ອງ​ການ​ໃຫ້​ເຮົາ​ໃຫ້​ຄວາມ​ຮູ້​ແກ່​ຈິດ​ໃຈ​ຂອງ​ເຮົາ ແລະ ພັດ​ທະ​ນາ​ທັກ​ສະ​ຂອງ​ເຮົາ​ຕະ​ຫລອດ​ທັງ​ຊີ​ວິດ​ນີ້ ແລະ ໃນ​ຊີ​ວິດ​ໜ້າ. ຍິ່ງ​ເຮົາ​ຮຽນ​ຮູ້​ຫລາຍ​ເທົ່າ​ໃດ, ເຮົາ​ກໍ​ຈະ​ຍິ່ງ​ສາ​ມາດ​ເປັນ​ອິດ​ທິ​ພົນ​ດີ​ກວ່າ​ເກົ່າ​ເພື່ອ​ຄວາມ​ດີ ແລະ ຈັດ​ຫາ​ໃຫ້​ຕົນ​ເອງ, ຄອບ​ຄົວ​ຂອງ​ເຮົາ, ແລະ ຄົນ​ທີ່​ຂັດ​ສົນ.

ຮູບ​ພາບ
ຊາຍ​ໜຸ່ມ​ກຳ​ລັງ​ຖື​ຖົງ

ພອນ​ຂອງ​ການ​ກຸ້ມ​ຕົນ​ເອງ

ສາດ​ສະ​ດາ​ໄດ້​ສິດ​ສອນ​ວ່າ ເມື່ອ​ເຮົາ​ພັດ​ທະ​ນາ​ການ​ກຸ້ມ​ຕົນ​ເອງ​ຂອງ​ເຮົາ, ເຮົາ​ຈະ​ໄດ້​ຮັບ​ພອນ​ແຫ່ງ​ຄວາມ​ຫວັງ ແລະ ສັນ​ຕິ​ສຸກ​ທີ່​ຫລາຍ​ຍິ່ງ​ຂຶ້ນ. ເຮົາ​ຈະ​ສາ​ມາດ​ຊ່ວຍ​ເຫລືອ​ຄອບ​ຄົວ​ຂອງ​ເຮົາ ແລະ ຄົນ​ອື່ນ​ທີ່​ຂັດ​ສົນ​ໄດ້. ແລະ ເຮົາ​ຈະ​ໄດ້​ຮັບ​ພອນ​ໂດຍ​ການ​ມີ​ໂອ​ກາດ​ຫລາຍ​ຂຶ້ນ ແລະ ມີ​ຄວາມ​ສາ​ມາດ​ໃນ​ການ​ສືບ​ຕໍ່​ກ້າວ​ໜ້າ​ຕໍ່​ໄປ.

ແຫລ່ງ​ຊ່ວຍ​ເຫລືອ​ຂອງ​ສາດ​ສະ​ໜາ​ຈັກ

ສະ​ເຕກ​ຂອງ​ທ່ານ​ອາດ​ສະ​ເໜີ​ກຸ່ມ​ການ​ກຸ້ມ​ຕົນ​ເອງ. ກຸ່ມ​ເຫລົ່າ​ນີ້​ສາ​ມາດ​ສິດ​ສອນ​ທ່ານ​ກ່ຽວ​ກັບ​ຫລັກ​ທຳ​ຂອງ​ການ​ກຸ້ມ​ຕົນ​ເອງ ແລະ ທັກ​ສະ​ເຊັ່ນ ການ​ບໍ​ລິ​ຫານ​ເງິນ​ຂອງ​ທ່ານ​ເອງ ຫລື ການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ທີ່​ດີ​ກວ່າ. ທ່ານ​ສາ​ມາດ​ຊອກ​ຫາ​ແຫລ່ງ​ຊ່ວຍ​ເຫລືອ​ທີ່​ກ່ຽວ​ຂ້ອງ​ໄດ້​ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ. ເລືອກ “Books and Lessons” ແລະ ຈາກ​ນັ້ນ “Self-Reliance.”

ພິມ