2023
ພຣະ​ເຢ​ຊູ​ໄດ້​ສະ​ແດງ​ທາງ​ນັ້ນ​ແກ່​ເຮົາ
ເດືອນ​ສິງ​ຫາ 2023


“Jesus Showed Us the Way,” Friend, August 2023, 4–5.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ສິງ​ຫາ 2023

ພຣະ​ເຢ​ຊູ​ໄດ້​ສະ​ແດງ​ທາງ​ນັ້ນ​ແກ່​ເຮົາ

ຮູບ​ພາບ
Alt text

ພາບ​ປະ​ກອບ ໂດຍ ແດນ ເບີ

ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ບຸດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ພຣະ​ອົງ​ໄດ້​ສະ​ເດັດ​ມາ​ສູ່​ແຜ່ນ​ດິນ​ໂລກ ເພື່ອ​ສະ​ແດງ​ໃຫ້​ເຮົາ​ເຫັນ​ເຖິງ​ວິ​ທີ​ທີ່​ເຮົາ​ຈະ​ສາ​ມາດ​ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ໃນ​ມື້​ໃດ​ມື້​ໜຶ່ງ. ພຣະ​ເຢ​ຊູ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ພຣະ​ອົງ​ໄດ້​ສິດ​ສອນ​ວ່າ ເຮົາ​ກໍ​ຄວນ​ຮັບ​ບັບ​ຕິ​ສະ​ມາ​ເຊັ່ນ​ກັນ.

ຮູບ​ພາບ
alt text

ພຣະ​ເຢ​ຊູ​ໄດ້​ສະ​ແດງ​ໃຫ້​ເຮົາ​ເຫັນ​ເຖິງ​ວິ​ທີ​ການ​ດຳ​ລົງ​ຊີ​ວິດ. ພຣະ​ອົງ​ຊົງ​ຮັກ ແລະ ຊ່ວຍ​ເຫລືອ​ທຸກ​ຄົນ. ພຣະ​ອົງ​ຕ້ອງ​ການ​ໃຫ້​ເຮົາ​ຕິດ​ຕາມ​ພຣະ​ອົງ.

ຮູບ​ພາບ
alt text

ພຣະ​ເຢ​ຊູ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ເຈັບ​ປວດ​ທັງ​ໝົດ​ຂອງ​ເຮົາ ແລະ ໄດ້​ທົນ​ທຸກ​ທໍ​ລະ​ມານ​ເພື່ອ​ການ​ບາບ​ຂອງ​ເຮົາ. ແລ້ວ​ພຣະ​ອົງ​ກໍ​ໄດ້​ສິ້ນ​ພຣະ​ຊົນ​ເພື່ອ​ເຮົາ. ນີ້​ເອີ້ນ​ວ່າ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ພຣະ​ອົງ​ໄດ້​ຟື້ນ​ຄືນ​ພຣະ​ຊົນ. ນັ້ນ​ໝາຍ​ຄວາມ​ວ່າ ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່​ທຸກ​ມື້​ນີ້! ເພາະ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈະ​ມີ​ຊີ​ວິດ​ອີກ​ຄັ້ງ​ຫລັງ​ຈາກ​ທີ່​ເຮົາ​ຕາຍ​ເຊັ່ນ​ກັນ.

ຮູບ​ພາບ
alt text

ພຣະ​ເຢ​ຊູ​ໄດ້​ເຮັດ​ສິ່ງ​ທັງ​ໝົດ​ເຫລົ່າ​ນີ້​ເພື່ອ​ເຮົາ ເພາະ​ພຣະ​ອົງ​ຊົງ​ຮັກ​ເຮົາ. ເພາະ​ພຣະ​ອົງ, ເຮົາ​ຈະ​ສາ​ມາດ​ໃຊ້​ຊີ​ວິດ​ຢູ່​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ຄອບ​ຄົວ​ຂອງ​ເຮົາ​ໄດ້​ໃນ​ມື້​ໃດ​ມື້​ໜຶ່ງ.

ຮູບ​ພາບ
alt text

ເຮົາ​ສາ​ມາດ​ຕິດ​ຕາມ​ພຣະ​ເຢ​ຊູ​ໄດ້​ໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ. ເຮົາ​ຍັງ​ສາ​ມາດ​ຕິດ​ຕາມ​ພຣະ​ອົງ​ໄດ້​ທຸກ​ມື້ ເມື່ອ​ເຮົາ​ຮັກ ແລະ ຊ່ວຍ​ເຫລືອ​ຄົນ​ອື່ນ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ພິມ