ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ຊ່ວຍ​ຄົນ​ຍາກ​ຈົນ ແລະ ຜູ້​ເດືອດ​ຮ້ອນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2022


ການ​ຊ່ວຍ​ຄົນ​ຍາກ​ຈົນ ແລະ ຜູ້​ເດືອດ​ຮ້ອນ

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ມຸ່ງ​ໝັ້ນ​ທີ່​ຈະ​ຮັບ​ໃຊ້​ຄົນ​ຂັດ​ສົນ, ແລະ ມຸ່ງ​ໝັ້ນ​ທີ່​ຈະ​ຮ່ວມ​ມື​ກັບ​ຄົນ​ອື່ນ​ໃນ​ຄວາມ​ພະ​ຍາ​ຍາມ​ນັ້ນ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ທີ່​ຮັກ​ແພງ​ຂອງ​ພວກ​ເຮົາ ຈະ​ກ່າວ​ກັບ​ພວກ​ເຮົາ​ທີ​ຫລັງ​ໃນ​ພາກ​ນີ້. ເພິ່ນ​ໄດ້​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ກ່າວ​ປາ​ໄສ​ຄົນ​ທຳ​ອິດ.

ຫົວ​ຂໍ້​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້​ແມ່ນ​ກ່ຽວ​ກັບ​ວ່າ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ມອບ ແລະ ເຮັດ​ເພື່ອ​ຄົນ​ຍາກ​ຈົນ ແລະ ຜູ້​ເດືອດ​ຮ້ອນ​ແນວ​ໃດ. ຂ້າ​ພະ​ເຈົ້າ​ຈະ​ກ່າວ​ເຖິງ​ການ​ໃຫ້ ທີ່​ຄ້າຍ​ຄື​ກັນ​ນີ້​ໂດຍ​ຄົນ​ດີ​ອື່ນໆ​ນຳ​ອີກ. ການ​ໃຫ້​ແກ່​ຄົນ​ຂັດ​ສົນ​ເປັນ​ຫລັກ​ທຳ​ໃນ​ສາດ​ສະ​ໜາ​ອັບ​ຣາ​ຮາມ ແລະ ໃນ​ສາດ​ສະ​ໜາ​ອື່ນໆ​ເຊັ່ນ​ກັນ.

ສອງ​ສາມ​ເດືອນ​ຜ່ານ​ມາ​ນີ້, ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ລາຍ​ງານ​ເປັນ​ຄັ້ງ​ທຳ​ອິດ​ເຖິງ​ຂອບ​ເຂດ​ວຽກ​ງານ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ​ທົ່ວ​ໂລກ.1 ຄ່າ​ໃຊ້​ຈ່າຍ​ຂອງ​ພວກ​ເຮົາ​ໃນ​ປີ 2021 ສຳ​ລັບ​ຄົນ​ຂັດ​ສົນ​ໃນ 188 ປະ​ເທດ​ທົ່ວ​ໂລກ ລວມ​ຈຳ​ນວນ​ເງິນ $906 ລ້ານ​ໂດ​ລາ—ເກືອບ​ເຖິງ ໜຶ່ງ​ພັນ​ລ້ານ​ໂດ​ລາ. ນອກ​ຈາກ​ນີ້, ສະ​ມາ​ຊິກ​ຂອງ​ພວກ​ເຮົາ​ໄດ້​ອາ​ສາ​ສະ​ໝັກ​ຫລາຍ​ກວ່າ 6 ລ້ານ​ຊົ່ວ​ໂມງ ໃນ​ວຽກ​ງານ​ອຸ​ດົມ​ການ​ດຽວ​ກັນ​ນັ້ນ.

ແນ່​ນອນ, ຕົວ​ເລກ​ເຫລົ່າ​ນີ້​ເປັນ​ການ​ລາຍ​ງານ​ທີ່​ບໍ່​ສົມ​ບູນ ກ່ຽວ​ກັບ​ການ​ໃຫ້ ແລະ ການ​ຊ່ວຍ​ເຫລືອ​ຂອງ​ພວກ​ເຮົາ. ມັນ​ບໍ່​ໄດ້​ລວມ​ທັງ​ການ​ຮັບ​ໃຊ້​ສ່ວນ​ຕົວ​ຂອງ​ສະ​ມາ​ຊິກ​ເປັນ​ສ່ວນ​ບຸກ​ຄົນ ໃນ​ຂະ​ນະ​ທີ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ກັນ​ແລະ​ກັນ ໃນ​ຕຳ​ແໜ່ງ​ການ​ເອີ້ນ ແລະ ການ​ອາ​ສາ​ສະ​ໝັກ​ຂອງ​ສະ​ມາ​ຊິກ​ຕໍ່​ສະ​ມາ​ຊິກ​ດ້ວຍ​ກັນ. ແລະ ການ​ລາຍ​ງານ​ຂອງ​ພວກ​ເຮົາ​ໃນ​ປີ 2021 ກໍ​ບໍ່​ໄດ້​ກ່າວ​ເຖິງ​ສິ່ງ​ທີ່​ສະ​ມາ​ຊິກ​ແຕ່​ລະ​ຄົນ​ເຮັດ​ຜ່ານ​ທາງ​ອົງ​ການ​ກຸ​ສົນ ທີ່​ນັບ​ບໍ່​ຖ້ວນ ຊຶ່ງ​ບໍ່​ໄດ້​ເຊື່ອມ​ໂຍງ​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຮົາ​ຢ່າງ​ເປັນ​ທາງ​ການ. ຂ້າ​ພະ​ເຈົ້າ​ຈະ​ເລີ່ມ​ຕົ້ນ​ກັບ​ສິ່ງ​ເຫລົ່າ​ນີ້.

ໃນ​ປີ 1831, ໜ້ອຍ​ກວ່າ​ສອງ​ປີ​ຫລັງ​ຈາກ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ການ​ເປີດ​ເຜີຍ​ໃຫ້​ເພື່ອ​ນຳ​ພາ​ສະ​ມາ​ຊິກ ແລະ, ຂ້າ​ພະ​ເຈົ້າ​ເຊື່ອ, ວ່າ​ແມ່ນ​ກ່ຽວ​ກັບ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ​ທົ່ວ​ໂລກ ດັ່ງ​ນີ້:

“ຈົ່ງ​ເບິ່ງ, ມັນ​ບໍ່​ສົມ​ຄວນ​ທີ່​ເຮົາ​ຈະ​ບັນ​ຊາ​ໃນ​ທຸກ​ສິ່ງ; ເພາະ​ຄົນ​ໃດ​ທີ່​ຖືກ​ບັງ​ຄັບ​ໃນ​ທຸກ​ສິ່ງ, ຄົນໆ​ນັ້ນ​ເປັນ​ຜູ້​ຮັບ​ໃຊ້​ທີ່​ກຽດ​ຄ້ານ ແລະ ບໍ່​ສະ​ຫລາດ; ດັ່ງ​ນັ້ນ ເຂົາ​ຈຶ່ງ​ບໍ່​ໄດ້​ຮັບ​ລາງ​ວັນ​ເລີຍ. …

“ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ວ່າ ມະ​ນຸດ​ຄວນ​ທຸ້ມ​ເທ​ຢ່າງ​ກະ​ຕື​ລື​ລົ້ນ​ໃນ​ອຸ​ດົມ​ການ​ດີ, ແລະ ເຮັດ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ຂອງ​ຕົນ​ເອງ, ແລະ ເຮັດ​ໃຫ້​ເກີດ​ຄວາມ​ຊອບ​ທຳ​ຢ່າງ​ຫລວງ​ຫລາຍ;

“ເພາະ ພະ​ລັງ​ຢູ່​ໃນ​ຕົວ​ເຂົາ, ຊຶ່ງ​ໃນ​ການ​ນີ້​ເຂົາ​ເປັນ​ຕົວ​ແທນ​ອິດ​ສະ​ລະ​ພາບ​ຂອງ​ຕົນ​ເອງ. ແລະ ຕາບ​ໃດ​ທີ່​ມະ​ນຸດ​ເຮັດ​ຄວາມ​ດີ ເຂົາ​ຈະ​ບໍ່​ມີ​ທາງ​ສູນ​ເສຍ​ລາງ​ວັນ​ຂອງ​ຕົນ​ໄປ​ຈັກ​ເທື່ອ.”2

ຫລາຍ​ກວ່າ 38 ປີ ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ ແລະ ຫລາຍ​ກວ່າ 30 ປີ ໃນ​ອາ​ຊີບ​ການ​ງານ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄວາມ​ພະ​ຍາ​ຍາມ​ຢ່າງ​ຫລວງ​ຫລາຍ​ຂອງ​ອົງ​ການ ແລະ ບຸກ​ຄົນ​ໃນ​ລັກ​ສະ​ນະ​ທີ່​ການ​ເປີດ​ເຜີຍ​ບັນ​ຍາຍ​ວ່າ​ເປັນ “ອຸ​ດົມ​ການ​ດີ” ແລະ “[ກຳ​ລັງ] ເຮັດ​ໃຫ້​ເກີດ​ຄວາມ​ຊອບ​ທຳ​ຢ່າງ​ຫລວງ​ຫລາຍ.” ມີ​ຕົວ​ຢ່າງ​ຈົນ​ນັບ​ບໍ່​ຖ້ວນ​ຂອງ​ການ​ຮັບ​ໃຊ້​ມະ​ນຸດ​ສະ​ທຳ​ຕະ​ຫລອດ​ທົ່ວ​ໂລກ, ເກີນ​ຂອບ​ເຂດ​ຂອງ​ເຮົາ​ເອງ ແລະ ເໜືອ​ຄວາມ​ຮູ້​ທົ່ວ​ໄປ​ຂອງ​ເຮົາ. ເມື່ອ​ພິ​ຈາ​ລະ​ນາ​ເຖິງ​ເລື່ອງ​ນີ້, ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ສາດ​ສະ​ດາ/ກະ​ສັດ ເບັນ​ຢາ​ມິນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ຜູ້​ຊຶ່ງ​ຄຳ​ເທດ​ສະ​ໜາ​ຂອງ​ເພິ່ນ​ລວມ​ຄວາມ​ຈິງ​ນິ​ລັນ​ດອນ​ທີ່​ວ່າ: “ເມື່ອ​ພວກ​ທ່ານ​ຮັບ​ໃຊ້​ເພື່ອນ​ມະ​ນຸດ​ດ້ວຍ​ກັນ ພວກ​ທ່ານ​ກໍ​ຮັບ​ໃຊ້​ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ນັ້ນ​ເອງ.”3

ການ​ຮັບ​ໃຊ້​ດ້ານ​ສະ​ຫວັດ​ດີ​ການ ແລະ ການ​ຮັບ​ໃຊ້​ມະ​ນຸດ​ສະ​ທຳ​ຢ່າງ​ຫລວງ​ຫລາຍ​ຕໍ່​ເພື່ອນ​ມະ​ນຸດ​ດ້ວຍ​ກັນ​ຂອງ​ເຮົາ ໄດ້​ຖືກ​ສິດ​ສອນ ແລະ ປະ​ຕິ​ບັດ​ໂດຍ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແລະ ໂດຍ​ພວກ​ເຮົາ​ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ຍົກ​ຕົວ​ຢ່າງ, ພວກ​ເຮົາ​ຖື​ສິນ​ອົດ​ເຂົ້າ​ທຸກ​ຕົ້ນ​ເດືອນ ແລະ ບໍ​ລິ​ຈາກ​ຢ່າງ​ໜ້ອຍ​ເທົ່າ​ກັບ​ອາ​ຫານ​ທີ່​ບໍ່​ໄດ້​ກິນ ເພື່ອ​ຊ່ວຍ​ເຫລືອ​ຄົນ​ຂັດ​ສົນ​ໃນ​ໝູ່​ສະ​ມາ​ຊິກ​ຂອງ​ເຮົາ​ເອງ. ສາດ​ສະ​ໜາ​ຈັກ​ກໍ​ຍັງ​ບໍ​ລິ​ຈາກ​ຢ່າງ​ຫລວງ​ຫລາຍ​ສຳ​ລັບ​ການ​ຮັບ​ໃຊ້​ມະ​ນຸດ​ສະ​ທຳ ແລະ ການ​ຮັບ​ໃຊ້​ອື່ນໆ​ຕະ​ຫລອດ​ທົ່ວ​ໂລກ​ນຳ​ອີກ.

ເຖິງ​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຮົາ​ເຮັດ​ສິ່ງ​ເຫລົ່າ​ນັ້ນ​ທັງ​ໝົດ​ໂດຍ​ກົງ, ແຕ່​ການ​ຮັບ​ໃຊ້​ມະ​ນຸດ​ສະ​ທຳ​ສ່ວນ​ຫລາຍ​ຕໍ່​ລູກໆ​ຂອງ​ພຣະ​ເຈົ້າ​ທົ່ວ​ໂລກ​ຖືກ​ດຳ​ເນີນ​ການ​ໂດຍ​ບຸກ​ຄົນ ແລະ ອົງ​ການ​ທີ່​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ຢ່າງ​ເປັນ​ທາງ​ການ​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຮົາ. ດັ່ງ​ທີ່​ອັກ​ຄະ​ສາ​ວົກ​ທ່ານ​ໜຶ່ງ​ຂອງ​ພວກ​ເຮົາ​ໄດ້​ສັງ​ເກດ: “ພຣະ​ເຈົ້າ​ກຳ​ລັງ​ໃຊ້​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ເພື່ອ​ບັນ​ລຸ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່ ແລະ ອັດ​ສະ​ຈັນ​ຂອງ​ພຣະ​ອົງ. … ມັນ​ກວ້າງ​ໄກ​ເກີນ​ໄປ, ລຳ​ບາກ​ເກີນ​ໄປ, ສຳ​ລັບ​ຄົນ​ໃດ​ຄົນ​ໜຶ່ງ.”4 ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ, ເຮົາ​ຕ້ອງ​ຮູ້​ຈັກ ແລະ ເຫັນ​ຄຸນ​ຄ່າ​ຂອງ​ການ​ຮັບ​ໃຊ້​ຂອງ​ຄົນ​ອື່ນ​ຫລາຍ​ຂຶ້ນ.

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ມຸ່ງ​ໝັ້ນ​ທີ່​ຈະ ຮັບ​ໃຊ້ ຄົນ​ຂັດ​ສົນ, ແລະ ມຸ່ງ​ໝັ້ນ​ທີ່​ຈະ ຮ່ວມ​ມື ກັບ​ຄົນ​ອື່ນ​ໃນ​ຄວາມ​ພະ​ຍາ​ຍາມ​ນັ້ນ. ເມື່ອ​ບໍ່​ດົນ​ມາ​ນີ້ ພວກ​ເຮົາ​ໄດ້​ມອບ​ຂອງ​ຂວັນ​ຊິ້ນ​ໃຫຍ່​ໃຫ້​ກັບ​ໂຄງ​ການ​ອາ​ຫານ​ໂລກ​ສະ​ຫະ​ປະ​ຊາ​ຊາດ. ເປັນ​ເວ​ລາ​ຫລາຍ​ທົດ​ສະ​ວັດ​ຂອງ​ວຽກ​ງານ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ​ຂອງ​ພວກ​ເຮົາ, ມີ​ສອງ​ອົງ​ການ​ສຳ​ຄັນ​ທີ່​ເປັນ​ຜູ້​ທຳ​ງານ​ຫລັກ​ຂອງ​ພວກ​ເຮົາ: ໂຄງ​ການ​ຕ່າງໆ​ຮ່ວມ​ກັບ​ສະ​ພາ​ກາ​ແດງ ແລະ Red Crescent [ສະ​ພາ​ຈັນ​ແດງ] ໃນ​ຫລາຍ​ສິບ​ປະ​ເທດ ໄດ້​ໃຫ້​ຄວາມ​ຊ່ວຍ​ເຫລືອ​ລູກໆ​ຂອງ​ພຣະ​ເຈົ້າ ໃນ​ຊ່ວງ​ທີ່​ເກີດ​ໄພ​ທຳ​ມະ​ຊາດ ແລະ ການ​ຂັດ​ແຍ້ງ. ໃນ​ທຳ​ນອງ​ດຽວ​ກັນ, ພວກ​ເຮົາ​ມີ​ປະ​ຫວັດ​ການ​ຊ່ວຍ​ເຫລືອ​ບັນ​ເທົາ​ທຸກ​ກັບ​ໂບດ​ກາ​ໂຕ​ລິກ​ຢ່າງ​ຍາວ​ນານ. ອົງ​ການ​ເຫລົ່າ​ນີ້​ໄດ້​ສິດ​ສອນ​ພວກ​ເຮົາ​ຢ່າງ​ຫລວງ​ຫລາຍ​ກ່ຽວ​ກັບ​ການ​ບັນ​ເທົາ​ທຸກ​ລະ​ດັບ​ໂລກ.

ພວກ​ເຮົາ​ກໍ​ຍັງ​ໄດ້​ຮັບ​ຄວາມ​ຮ່ວມ​ມື​ກັບ​ອົງ​ການ​ອື່ນໆ, ລວມ​ທັງ Muslim Aid [ມຸດ​ສະ​ລິມ​ຊ່ວຍ​ອາ​ສາ], ນ້ຳ​ສຳ​ລັບ​ຜູ້​ຄົນ, ແລະ IsraAID [ອິດ​ສະ​ຣາ​ຊ່ວຍ​ອາ​ສາ], ເປັນ​ຕົ້ນ. ເຖິງ​ແມ່ນ​ວ່າ​ໂຄງ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ​ມີ​ຄວາມ​ຊ່ຽວ​ຊານ​ສະ​ເພາະ​ດ້ານ​ນີ້, ແຕ່​ພວກ​ເຮົາ​ກໍ​ມີ​ເປົ້າ​ໝາຍ​ຮ່ວມ​ກັນ​ໃນ​ການ​ບັນ​ເທົາ​ທຸກ​ໃນ​ບັນ​ດາ​ລູກໆ​ຂອງ​ພຣະ​ເຈົ້າ. ທັງ​ໝົດ​ນີ້​ແມ່ນ​ພາກ​ສ່ວນ​ໜຶ່ງ​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ.

ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່​ສິດ​ສອນ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ຄື “ຄວາມ​ສະ​ຫວ່າງ​ທີ່​ແທ້​ຈິງ ທີ່​ໃຫ້​ຄວາມ​ສະ​ຫວ່າງ​ແກ່​ມະ​ນຸດ​ທຸກ​ຄົນ​ທີ່​ມາ​ສູ່​ໂລກ.”5 ໂດຍ​ການ​ນີ້, ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ​ຈຶ່ງ​ຖືກ​ດົນ​ໃຈ​ໃຫ້​ຮັບ​ໃຊ້​ພຣະ​ອົງ ແລະ ກັນ​ແລະ​ກັນ​ຢ່າງ​ສຸດ​ຄວາມ​ຮູ້ ແລະ ຄວາມ​ສາ​ມາດ​ຂອງ​ພວກ​ເຂົາ.

ພຣະ​ຄຳ​ພີ​ມໍ​ມອນ​ສິດ​ສອນ​ວ່າ “ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຊື້ອ​ເຊີນ ແລະ ຊັກ​ຈູງ​ໃຫ້​ເຮັດ​ຄວາມ​ດີ, ແລະ ໃຫ້​ຮັກ​ພຣະ​ເຈົ້າ ແລະ ໃຫ້​ຮັບ​ໃຊ້​ພຣະ​ອົງ, ແມ່ນ​ມາ​ຈາກ​ການ​ດົນ​ໃຈ​ຈາກ​ພຣະ​ເຈົ້າ.”6

ຕື່ມ​ດ້ວຍ:

“ເພາະ​ຈົ່ງ​ເບິ່ງ, ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດ​ໄດ້​ຖືກ​ມອບ​ໃຫ້​ແກ່​ມະ​ນຸດ​ທຸກ​ຄົນ, ເພື່ອ​ເຂົາ​ຈະ​ຮູ້​ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ; ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຂໍ​ສະ​ແດງ​ວິ​ທີ​ທີ່​ຈະ​ຕັດ​ສິນ​ໃຫ້​ແກ່​ທ່ານ ເພາະ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຊື້ອ​ເຊີນ​ໃຫ້​ເຮັດ​ຄວາມ​ດີ, ແລະ ຊັກ​ຊວນ​ໃຫ້​ເຊື່ອ​ໃນ​ພຣະ​ຄຣິດ, ຖືກ​ສົ່ງ​ມາ​ໂດຍ​ອຳ​ນາດ ແລະ ຂອງ​ປະ​ທານ​ຂອງ​ພຣະ​ຄຣິດ. …

“ແລະ ບັດ​ນີ້, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, … ທ່ານ​ຮູ້​ຈັກ​ຄວາມ​ສະ​ຫວ່າງ​ຊຶ່ງ​ໂດຍ​ຄວາມ​ສະ​ຫວ່າງ​ນັ້ນ ທ່ານ​ຈະ​ຕັດ​ສິນ ຊຶ່ງ​ຄວາມ​ສະ​ຫວ່າງ​ນັ້ນ​ຄື ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ, ຈົ່ງ​ເບິ່ງ​ວ່າ​ທ່ານ​ຈະ​ບໍ່​ຕັດ​ສິນ​ຜິດ.”7

ຕໍ່​ໄປ​ນີ້​ແມ່ນ​ບາງ​ຕົວ​ຢ່າງ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ​ທີ່​ຊ່ວຍ​ເຫລືອ​ລູກໆ​ຄົນ​ອື່ນໆ​ຂອງ​ພຣະ​ເຈົ້າ ໃນ​ຄວາມ​ຕ້ອງ​ການ​ທີ່​ຈຳ​ເປັນ​ດ້ານ​ອາ​ຫານ, ການ​ດູ​ແລ​ທາງ​ດ້ານ​ການ​ແພດ, ແລະ ການ​ສິດ​ສອນ:

ເມື່ອ​ສິບ​ປີ​ກ່ອນ, ຄອບ​ຄົວ​ກັນ​ຫາ​ຣີ, ສາ​ມີ​ພັນ​ລະ​ຍາ​ຊາວ​ຊິກ ໃນ​ສະ​ຫະ​ລັດ​ອາ​ຣັບ​ເອ​ມິ​ເຣດ, ໄດ້​ລິ​ເລີ່ມ​ຄວາມ​ພະ​ຍາ​ຍາມ​ທີ່​ໜ້າ​ປະ​ທັບ​ໃຈ ໃນ​ການ​ລ້ຽງ​ອາ​ຫານ​ຜູ້​ຫິວ​ໂຫຍ. ຜ່ານ​ທາງ Guru Nanak Darbar Sikh temple [ວັດ​ກູ​ຣູ ນາ​ນາກ ດາ​ບາ ຊິກ], ປະ​ຈຸ​ບັນ​ເຂົາ​ເຈົ້າ​ໄດ້​ລ້ຽງ​ອາ​ຫານ​ເຈ ຫລາຍ​ກວ່າ 30,000 ຄາບ​ເຂົ້າ​ທຸກ​ທ້າຍ​ອາ​ທິດ ສຳ​ລັບ​ທຸກ​ຄົນ​ທີ່​ຜ່ານ​ເຂົ້າ​ມາ​ໃນ​ປະ​ຕູ​ຂອງ​ເຂົາ​ເຈົ້າ, ໂດຍ​ບໍ່​ຄຳ​ນຶງ​ເຖິງ​ສາດ​ສະ​ໜາ ຫລື ເຊື້ອ​ຊາດ. ດຣ. ກັນ​ຫາ​ຣີ ອະ​ທິ​ບາຍ​ວ່າ, “ພວກ​ເຮົາ​ເຊື່ອ​ວ່າ​ທຸກ​ຄົນ​ເປັນ​ໜຶ່ງ​ດຽວ​ກັນ, ພວກ​ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ​ອົງ​ດຽວ​ກັນ, ແລະ ພວກ​ເຮົາ​ຢູ່​ທີ່​ນີ້​ເພື່ອ​ຮັບ​ໃຊ້​ມະ​ນຸດ​ຊາດ.”8

ການ​ໃຫ້​ບໍ​ລິ​ການ​ທາງ​ການ​ແພດ ແລະ ຝ່າຍ​ແຂ້ວ ໃຫ້​ກັບ​ຄົນ​ຂັດ​ສົນ ກໍ​ເປັນ​ຕົວ​ຢ່າງ​ໜຶ່ງ​ອີກ. ໃນ​ເມືອງ​ຊິ​ຄາ​ໂກ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ໝໍ​ສຸກ​ເສີນ​ຊາວ​ຊີ​ເຣຍ-ອາ​ເມ​ຣິ​ກັນ, ດຣ. ຊາ​ເຮີ ຊາ​ລູນ. ເພິ່ນ​ເປັນ​ຜູ້​ໜຶ່ງ​ໃນ​ຜູ້​ກໍ່​ຕັ້ງ MedGlobal [ອົງ​ການ​ແພດ​ທົ່ວ​ໂລກ], ຊຶ່ງ​ຈັດ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ແພດ ໃຫ້​ອາ​ສາ​ສະ​ໝັກ​ເວ​ລາ, ທັກ​ສະ, ຄວາມ​ຮູ້, ແລະ ການ​ເປັນ​ຜູ້​ນຳ ເພື່ອ​ຊ່ວຍ​ຄົນ​ອື່ນ​ໃນ​ຍາມ​ວິ​ກິດ, ດັ່ງ​ເຊັ່ນ​ໃນ​ສົງ​ຄາມ​ຊີ​ເຣຍ, ບ່ອນ​ທີ່ ດຣ. ຊາ​ລູນ ໄດ້​ສ່ຽງ​ຊີ​ວິດ​ຂອງ​ເພິ່ນ​ໃນ​ການ​ຮັກ​ສາ​ພະ​ຍາ​ບານ​ແກ່​ປະ​ຊາ​ຊົນ. ອົງ​ການ​ແພດ​ທົ່ວ​ໂລກ ແລະ ອົງ​ການ​ທີ່​ຄ້າຍ​ຄື​ກັນ​ນີ້ (ລວມ​ທັງ​ຜູ້​ຊ່ຽວ​ຊານ​ໄພ່​ພົນ​ຍຸກ​ສຸດ​ທ້າຍ) ສະ​ແດງ​ໃຫ້​ເຫັນ​ວ່າ ພຣະ​ເຈົ້າ​ກຳ​ລັງ​ສົ່ງ​ມື​ອາ​ຊີບ​ແຫ່ງ​ສັດ​ທາ ໃຫ້​ນຳ​ການ​ບັນ​ເທົາ​ທຸກ​ໄປ​ໃຫ້​ຄົນ​ຍາກ​ຈົນ​ທົ່ວ​ໂລກ.9

ລູກໆ​ຂອງ​ພຣະ​ເຈົ້າ​ຢ່າງ​ຫລວງ​ຫລາຍ​ທີ່​ບໍ່​ເຫັນ​ແກ່​ຕົວ ໄດ້​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ການ​ສິດ​ສອນ, ໃນ​ທົ່ວ​ໂລກ​ເຊັ່ນ​ກັນ. ຕົວ​ຢ່າງ​ໜຶ່ງ​ທີ່​ດີ, ທີ່​ພວກ​ເຮົາ​ຮູ້​ຈັກ​ຜ່ານ​ທາງ​ໂຄງ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ, ແມ່ນ​ກິດ​ຈະ​ກຳ​ຂອງ​ຊາຍ​ຄົນ​ໜຶ່ງ​ຊື່ ເກບ​ບຣຽວ, ຊຶ່ງ​ເຄີຍ​ເປັນ​ຊາວ​ອົບ​ພະ​ຍົບ​ຈາກ​ການ​ຂັດ​ແຍ້ງ​ຕ່າງໆ​ຫລາຍ​ເທື່ອ. ເມື່ອ​ບໍ່​ດົນ​ມາ​ນີ້​ລາວ​ໄດ້​ສັງ​ເກດ​ເຫັນ​ວ່າ ເດັກ​ນ້ອຍ​ຊາວ​ອົບ​ພະ​ຍົບ​ຫລາຍ​ກວ່າ​ຮ້ອຍ​ພັນ​ຄົນ​ໃນ​ອາ​ຟຣິ​ກາ ຕາ​ເວັນ​ອອກ ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ ເພື່ອ​ຮັກ​ສາ​ຄວາມ​ຫວັງ ແລະ ຈິດ​ໃຈ​ຂອງ​ພວກ​ເຂົາ​ໃຫ້​ເຂັ້ມ​ແຂງ. ລາວ​ໄດ້​ຈັດ​ລະ​ບຽບ​ນາຍ​ຄູ​ຄົນ​ອື່ນໆ​ໃນ​ກຸ່ມ​ຊາວ​ອົບ​ພະ​ຍົບ​ອອກ​ເປັນ​ສິ່ງ​ທີ່​ພວກ​ເຂົາ​ເອີ້ນ​ວ່າ “ໂຮງ​ຮຽນ​ຕົ້ນ​ໄມ້,” ບ່ອນ​ທີ່​ພວກ​ເດັກ​ນ້ອຍ​ໄປ​ເຕົ້າ​ໂຮມ​ເພື່ອ​ຮ່ຳ​ຮຽນ​ຢູ່​ກ້ອງ​ຕົ້ນ​ໄມ້. ລາວ​ບໍ່​ໄດ້​ລໍ​ຖ້າ​ໃຫ້​ຄົນ​ອື່ນ​ຈັດ​ລະ​ບຽບ ຫລື ຊີ້​ນຳ ແຕ່​ໄດ້​ນຳ​ພາ​ໂຄງ​ການ​ດ້ວຍ​ຕົວ​ເອງ ທີ່​ໃຫ້​ໂອ​ກາດ​ການ​ຮຽນ​ຮູ້​ແກ່​ເດັກ​ນັກ​ຮຽນ​ຊັ້ນ​ປະ​ຖົມ​ຫລາຍ​ພັນ​ຄົນ ລະ​ຫວ່າງ​ຫລາຍ​ປີ​ທີ່​ພັດ​ຖິ່ນ​ເຫລົ່າ​ນັ້ນ.

ແນ່​ນອນ, ສາມ​ຕົວ​ຢ່າງ​ເຫລົ່າ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ ທຸກ​ສິ່ງ​ທີ່​ເວົ້າ ຫລື ກະ​ທຳ​ໂດຍ​ອົງ​ການ ຫລື ບຸກ​ຄົນ ອ້າງ​ວ່າ​ດີ ຫລື ເປັນ​ຂອງ​ພຣະ​ເຈົ້າ ແນວ​ນັ້ນ​ແທ້ໆ. ຕົວ​ຢ່າງ​ເຫລົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ພຣະ​ເຈົ້າ​ດົນ​ໃຈ​ຫລາຍ​ອົງ​ການ ແລະ ຫລາຍ​ຄົນ​ໃຫ້​ເຮັດ​ຄວາມ​ດີ​ຫລາຍ​ຂຶ້ນ. ມັນ​ກໍ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ເຮົາ​ຫລາຍ​ຄົນ​ຄວນ​ຮັບ​ຮູ້​ຄວາມ​ດີ​ທີ່​ຄົນ​ອື່ນ​ເຮັດ ແລະ ສະ​ໜັບ​ສະ​ໜູນ ເມື່ອ​ເຮົາ​ມີ​ເວ​ລາ ແລະ ມີ​ວິ​ທີ​ທີ່​ຈະ​ເຮັດ​ເຊັ່ນ​ກັນ.

ຕໍ່​ໄປ​ນີ້​ແມ່ນ​ບາງ​ຕົວ​ຢ່າງ​ຂອງ​ການ​ຮັບ​ໃຊ້​ທີ່​ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ ແລະ ສະ​ມາ​ຊິກ​ຂອງ​ພວກ​ເຮົາ ແລະ ຜູ້​ຄົນ ແລະ ອົງ​ການ​ທີ່​ດີ​ອື່ນໆ​ກໍ​ສະ​ໜັບ​ສະ​ໜູນ ດ້ວຍ​ການ​ບໍ​ລິ​ຈາກ​ເວ​ລາ ແລະ ເງິນ​ເປັນ​ສ່ວນ​ບຸກ​ຄົນ:

ຂ້າ​ພະ​ເຈົ້າ​ຈະ​ເລີ່ມ​ຕົ້ນ​ດ້ວຍ​ເສ​ລີ​ພາບ​ທາງ​ສາດ​ສະ​ໜາ. ໃນ​ການ​ສະ​ໜັບ​ສະ​ໜູນ​ເລື່ອງ​ນີ້, ພວກ​ເຮົາ​ເຮັດ​ໄປ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ພວກ​ເຮົາ​ເອງ, ແຕ່​ກໍ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ສາດ​ສະ​ໜາ​ອື່ນ​ນຳ​ອີກ. ດັ່ງ​ທີ່​ປະ​ທານ​ຄົນ​ທຳ​ອິດ, ໂຈ​ເຊັບ ສະ​ມິດ, ໄດ້​ສິດ​ສອນ​ວ່າ, “ພວກ​ເຮົາ​ເຊື່ອ​ຖື​ສິດ​ທິ​ແຫ່ງ​ການ​ນະ​ມັດ​ສະ​ການ​ພຣະ​ເຈົ້າ ຜູ້​ມີ​ລິດ​ທາ​ນຸ​ພາບ​ຕາມ​ການ​ບອກ​ຂອງ​ຄວາມ​ຮູ້​ສຶກ​ຜິດ ຫລື ຖືກ​ຂອງ​ເຮົາ​ເອງ ແລະ ຍອມ​ໃຫ້​ຄົນ​ທັງ​ປວງ​ມີ​ສິດ​ທິ​ເຊັ່ນ​ດຽວ​ກັນ ໃຫ້​ເຂົາ​ນະ​ມັດ​ສະ​ການ​ຢ່າງ​ໃດ, ທີ່​ໃດ, ຫລື ສິ່ງ​ໃດ​ທີ່​ເຂົາ​ຈະ​ນະ​ມັດ​ສະ​ການ.”10

ຕົວ​ຢ່າງ​ອື່ນ​ອີກ​ຂອງ​ໂຄງ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ ແລະ ການ​ຊ່ວຍ​ເຫລືອ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໂດຍ​ຄວາມ​ສະ​ໝັກ​ໃຈ​ຂອງ​ສະ​ມາ​ຊິກ​ຂອງ​ພວກ​ເຮົາ​ເຊັ່ນ​ກັນ ໄດ້​ແກ່ ໂຮງ​ຮຽນ, ວິ​ທະ​ຍາ​ໄລ, ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ຊື່​ສຽງ​ຂອງ​ພວກ​ເຮົາ ແລະ ເງິນ​ບໍ​ລິ​ຈາກ​ຈຳ​ນວນ​ຫລວງ​ຫລາຍ​ຂອງ​ພວກ​ເຮົາ​ທີ່​ຜູ້​ຄົນ​ບໍ່​ຄ່ອຍ​ຮູ້​ຈັກ ແຕ່​ເວ​ລາ​ນີ້​ພວກ​ເຮົາ​ເຜີຍ​ຂໍ້​ມູນ​ການ​ບໍ​ລິ​ຈາກ​ຈຳ​ນວນ​ຫລວງ​ຫລາຍ​ເພື່ອ​ການ​ບັນ​ເທົາ​ທຸກ​ໃຫ້​ແກ່​ຜູ້​ທຸກ​ທໍ​ລະ​ມານ​ຈາກ​ການ​ທຳ​ລາຍ ແລະ ການ​ອົບ​ພະ​ຍົບ​ໜີ​ໄພ​ທຳ​ມະ​ຊາດ ເຊັ່ນ​ພະ​ຍຸ​ທໍ​ນາ​ໂດ ແລະ ແຜ່ນ​ດິນ​ໄຫວ.

ກິດ​ຈະ​ກຳ​ການ​ກຸ​ສົນ​ອື່ນໆ​ທີ່​ສະ​ມາ​ຊິກ​ຂອງ​ພວກ​ເຮົາ​ສະ​ໜັບ​ສະ​ໜູນ ໂດຍ​ການ​ບໍ​ລິ​ຈາກ​ດ້ວຍ​ຄວາມ​ສະ​ໝັກ​ໃຈ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ແມ່ນ​ມີ​ຫລາຍ​ກວ່າ​ທີ່​ຈະ​ລະ​ບຸ​ໄດ້, ແຕ່​ການ​ກ່າວ​ເຖິງ​ພຽງ​ໜ້ອຍ​ດຽວ​ເຫລົ່າ​ນີ້​ຈະ​ບົ່ງ​ບອກ​ເຖິງ​ຄວາມ​ຫລາກ​ຫລາຍ ແລະ ຄວາມ​ສຳ​ຄັນ​ຂອງ​ກິດ​ຈະ​ກຳ: ການ​ຕໍ່​ຕ້ານ​ການ​ຈຳ​ແນກ​ເຊື້ອ​ຊາດ ແລະ ອະ​ຄະ​ຕິ​ອື່ນໆ; ການ​ວິ​ເຄາະ​ວິ​ທີ​ປ້ອງ​ກັນ ແລະ ຮັກ​ສາ​ໂຣກ​ພະ​ຍາດ; ການ​ຊ່ວຍ​ເຫລືອ​ຜູ້​ພິ​ການ; ການ​ສະ​ໜັບ​ສະ​ໜູນ​ໂຄງ​ການ​ດົນ​ຕີ; ແລະ ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ທາງ​ສິນ​ທຳ ແລະ ກາຍ​ຍະ​ພາບ​ສຳ​ລັບ​ທຸກ​ຄົນ.

ໂຄງ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ຜູ້​ຄົນ​ທີ່​ຊອບ​ທຳ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ທີ່​ວ່າ: “ແລະ ໃນ​ສະ​ພາບ​ອັນ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພວກ​ເຂົາ​ແບບ​ນີ້, ພວກ​ເຂົາ​ບໍ່​ໄດ້​ປະ​ໃຫ້​ຜູ້​ໃດ​ເປືອຍ​ເປົ່າ, ຫລື ຫິວ​ໂຫຍ, ຫລື ກະ​ຫາຍ​ນ້ຳ, ຫລື ເຈັບ​ປວດ, … ແລະ ພວກ​ເຂົາ … ແຈກ​ຢາຍ​ໃຫ້​ແກ່​ທຸກ​ຄົນ​ທັງ​ຜູ້​ເຖົ້າ ແລະ ຜູ້​ໜຸ່ມ, ທັງ​ຂ້າ​ທາດ ແລະ ຜູ້​ເປັນ​ອິດ​ສະ​ລະ, ທັງ​ຊາຍ ແລະ ຍິງ, ບໍ່​ວ່າ​ຈະ​ຢູ່​ນອກ​ສາດ​ສະ​ໜາ​ຈັກ, ຫລື ຢູ່​ໃນ​ສາດ​ສະ​ໜາ​ຈັກ​ກໍ​ຕາມ.”11

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ຜູ້​ຊຶ່ງ​ຄວາມ​ສະ​ຫວ່າງ ແລະ ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ນຳ​ພາ​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ ໃນ​ການ​ຊ່ວຍ​ເຫລືອ​ຄົນ​ຍາກ​ຈົນ ແລະ ຜູ້​ເດືອດ​ຮ້ອນ ຕະ​ຫລອດ​ທົ່ວ​ໂລກ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ