ມີຄວາມສຸກ ແລະ ຕະຫລອດໄປ
ຄວາມສຸກທີ່ແທ້ຈິງຍືນຍົງ ແລະ ຊົ່ວນິລັນດອນກັບຄົນທີ່ເຮົາຮັກເປັນສ່ວນປະກອບທີ່ສຳຄັນໃນແຜນແຫ່ງຄວາມສຸກຂອງພຣະເຈົ້າ.
ໝູ່ເພື່ອນ, ອ້າຍເອື້ອຍນ້ອງທັງຫລາຍ, ທ່ານຈື່ວ່າ ເຄີຍເຊື່ອ, ຫລື ຢາກເຊື່ອ, ໃນຄວາມສຸກຕະຫລອດໄປຫລືບໍ່?
ແລ້ວຊີວິດກໍເກີດຂຶ້ນ. ເຮົາ “ໃຫຍ່ຂຶ້ນ.” ຄວາມສຳພັນເລີ່ມຊັບຊ້ອນ. ໂລກນີ້ກໍວຸ້ນວາຍ, ແອອັດ, ຊຸກຊົນ, ດ້ວຍການແກ້ງເຮັດ ແລະ ວາງຕົວ. ແຕ່, ໃນ “ສ່ວນເລິກຂອງໃຈ,”1 ເຮົາເຊື່ອ, ຫລື ຢາກເຊື່ອ, ວ່າໃນບ່ອນໃດບ່ອນໜຶ່ງ, ໃນວິທີໃດວິທີໜຶ່ງ, ມີຄວາມສຸກ ແລະ ຕະຫລອດໄປແທ້ໆ ແລະ ເປັນໄປໄດ້.
“ມີຄວາມສຸກ ແລະ ຕະຫລອດໄປ” ບໍ່ແມ່ນສິ່ງທີ່ຈິນຕະນາການໃນເທບນິຍາຍ. ຄວາມສຸກທີ່ແທ້ຈິງຍືນຍົງ ແລະ ຊົ່ວນິລັນດອນກັບຄົນທີ່ເຮົາຮັກເປັນສ່ວນປະກອບທີ່ສຳຄັນໃນແຜນແຫ່ງຄວາມສຸກຂອງພຣະເຈົ້າ. ການກະກຽມດ້ວຍຄວາມຮັກຂອງພຣະອົງສາມາດເຮັດໃຫ້ການເດີນທາງນິລັນດອນຂອງເຮົາມີຄວາມສຸກ ແລະ ຕະຫລອດໄປ.
ເຮົາມີຢ່າງຫລວງຫລາຍໃຫ້ສະເຫລີມສະຫລອງ ແລະ ກະຕັນຍູ. ແຕ່, ບໍ່ມີໃຜໃນພວກເຮົາທີ່ສົມບູນ, ແລະ ກໍບໍ່ມີຄອບຄົວໃດ. ຄວາມສຳພັນຂອງເຮົາມີທັງຄວາມຮັກ, ສັງຄົມ, ແລະ ບຸກຄະລິກກະພາບ ແຕ່ມັກມີການຂັດແຍ້ງ, ຄວາມເຈັບປວດ, ບາງເທື່ອເຈັບປວດສາຫັດ.
“ດ້ວຍວ່າຄົນທັງປວງໄດ້ຕາຍ, ເພາະກ່ຽວເນື່ອງກັບອາດາມສັນໃດ, ຄົນທັງປວງກໍຈະຖືກບັນດານໃຫ້ມີຊີວິດ ເພາະກ່ຽວເນື່ອງກັບພຣະຄຣິດສັນນັ້ນ.”2 ການມີຊີວິດຢູ່ໃນພຣະເຢຊູຄຣິດລວມທັງຄວາມເປັນອະມະຕະ—ຂອງປະທານແຫ່ງການຟື້ນຄືນຊີວິດທາງຮ່າງກາຍຂອງເຮົາ. ເມື່ອເຮົາດຳລົງຊີວິດດ້ວຍສັດທາ ແລະ ການເຊື່ອຟັງ, ການມີຊີວິດໃນພຣະຄຣິດສາມາດລວມທັງຊີວິດນິລັນດອນທີ່ເຕັມໄປດ້ວຍຄວາມສຸກຮ່ວມກັບພຣະເຈົ້າ ແລະ ຄົນທີ່ເຮົາຮັກນຳອີກ.
ໃນທາງທີ່ໜ້າອັດສະຈັນ, ສາດສະດາຂອງພຣະຜູ້ເປັນເຈົ້າໄດ້ດຶງດູດເຮົາໃຫ້ເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ລວມທັງຜ່ານທາງພິທີການ ແລະ ພັນທະສັນຍາພຣະວິຫານທີ່ສັກສິດ ທີ່ມີຢູ່ໃກ້ເຮົາຫລາຍຂຶ້ນໃນຫລາຍສະຖານທີ່. ເຮົາມີໂອກາດ ແລະ ຂອງປະທານທີ່ດີເລີດ ໃນການຄົ້ນພົບຄວາມເຂົ້າໃຈທາງວິນຍານ, ຄວາມຮັກ, ການກັບໃຈ, ແລະ ການໃຫ້ອະໄພຊຶ່ງກັນແລະກັນ ແລະ ຄອບຄົວຂອງເຮົາ, ໃນການເວລາ ແລະ ນິລັນດອນ.
ໂດຍໄດ້ຮັບອະນຸຍາດ, ຂ້າພະເຈົ້າຂໍແບ່ງປັນປະສົບການສັກສິດໂດຍກົງທາງວິນຍານສອງຢ່າງ ທີ່ໝູ່ເພື່ອນເລົ່າໃຫ້ຟັງກ່ຽວກັບພຣະເຢຊູຄຣິດຮວບຮວມຄອບຄົວ ໂດຍການປິ່ນປົວ ແມ່ນແຕ່ການຂັດແຍ້ງໃນຫລາຍລຸ້ນຄົນ.3 “ບໍ່ມີຂອບເຂດ ແລະ ນິລັນດອນ,”4 “ແຂງແກ່ນຫລາຍກວ່າເຊືອກແຫ່ງຄວາມຕາຍ,”5 ການຊົດໃຊ້ຂອງພຣະເຢຊູຄຣິດສາມາດຊ່ວຍເຮົານຳສັນຕິສຸກມາໃຫ້ອະດີດຂອງເຮົາ ແລະ ນຳຄວາມຫວັງມາໃຫ້ອະນາຄົດຂອງເຮົາໄດ້.
ຕອນເຂົາເຈົ້າເຂົ້າຮ່ວມສາດສະໜາຈັກຂອງພຣະເຢຊູຄຣິດ, ເພື່ອນຂອງຂ້າພະເຈົ້າ ແລະ ສາມີຂອງນາງໄດ້ຮຽນຮູ້ຢ່າງມີຄວາມສຸກວ່າ ຄວາມສຳພັນໃນຄອບຄົວບໍ່ຈຳເປັນຕ້ອງ “ຢູ່ນຳກັນຈົນເຖິງມື້ຕາຍ.” ໃນບ້ານຂອງພຣະຜູ້ເປັນເຈົ້າ, ຄອບຄົວສາມາດຢູ່ນຳກັນຊົ່ວນິລັນດອນ (ຜະນຶກ).
ແຕ່ເພື່ອນຂອງຂ້າພະເຈົ້າບໍ່ຢາກຜະນຶກເຂົ້າກັບພໍ່ຂອງນາງ. “ລາວບໍ່ໄດ້ເປັນສາມີທີ່ດີກັບແມ່ຂອງຂ້ອຍ. ລາວບໍ່ໄດ້ເປັນພໍ່ທີ່ດີກັບລູກໆຂອງລາວ,” ນາງເວົ້າ. “ພໍ່ຂອງຂ້ອຍຕ້ອງລໍ. ຂ້ອຍບໍ່ມີຄວາມປາດຖະໜາທີ່ຈະເຮັດວຽກພຣະວິຫານ ແລະ ຜະນຶກເຂົ້າກັບລາວຊົ່ວນິລັນດອນ.”
ເປັນເວລາໜຶ່ງປີ, ທີ່ນາງໄດ້ຖືສິນອົດເຂົ້າ, ອະທິຖານ, ເວົ້າລົມກັບພຣະຜູ້ເປັນເຈົ້າຫລາຍເທື່ອກ່ຽວກັບພໍ່ຂອງນາງ. ໃນທີ່ສຸດ, ນາງກໍພ້ອມ. ວຽກພຣະວິຫານຂອງພໍ່ນາງໄດ້ສຳເລັດ. ຕໍ່ມາ, ນາງເວົ້າວ່າ, “ພໍ່ຂອງຂ້ອຍໄດ້ມາຫາຂ້ອຍໃນຄວາມຝັນ, ໃສ່ຊຸດສີຂາວ. ລາວໄດ້ປ່ຽນໄປ. ລາວເວົ້າວ່າ, ‘ເບິ່ງພໍ່ແມ. ພໍ່ສະອາດໝົດແລ້ວ. ຂອບໃຈທີ່ເຮັດວຽກໃນພຣະວິຫານໃຫ້ພໍ່.’” ພໍ່ຂອງນາງໄດ້ເວົ້າຕື່ມວ່າ, “ໃຫ້ລຸກຂຶ້ນ ແລະ ກັບໄປພຣະວິຫານ; ອ້າຍຂອງເຈົ້າກຳລັງລໍຖ້າຮັບບັບຕິສະມາ.”
ເພື່ອນຂອງຂ້າພະເຈົ້າເວົ້າວ່າ, “ບັນພະບຸລຸດຂອງຂ້ອຍ ແລະ ຄົນທີ່ໄດ້ລ່ວງລັບໄປແລ້ວ ກຳລັງລໍຖ້າດ້ວຍໃຈຈົດຈໍ່ຢາກໃຫ້ວຽກຂອງເຂົາເຈົ້າສຳເລັດ.”
“ສຳລັບຂ້ອຍແລ້ວ,” ນາງເວົ້າ, “ພຣະວິຫານເປັນສະຖານທີ່ໃຫ້ການປິ່ນປົວ, ຮຽນຮູ້, ແລະ ຍອມຮັບການຊົດໃຊ້ຂອງພຣະເຢຊູຄຣິດ.”
ປະສົບການຢ່າງທີສອງ. ເພື່ອນອີກຄົນໜຶ່ງໄດ້ຄົ້ນຄວ້າປະຫວັດຄອບຄົວຂອງລາວຢ່າງພາກພຽນ. ລາວຢາກລະບຸຕົວພໍ່ຕູ້ທວດຂອງລາວ.
ເຊົ້າມື້ໜຶ່ງ, ເພື່ອນຂອງຂ້າພະເຈົ້າເວົ້າວ່າ ລາວຮູ້ສຶກມີວິນຍານຂອງຊາຍຄົນໜຶ່ງຢູ່ໃນຫ້ອງລາວ. ຊາຍຄົນນັ້ນຢາກຖືກພົບເຫັນ ແລະ ເປັນທີ່ຮູ້ຈັກໃນຄອບຄົວຂອງລາວ. ຊາຍຄົນນັ້ນສຳນຶກຜິດຕໍ່ຄວາມຜິດພາດ ຊຶ່ງບັດນີ້ລາວໄດ້ກັບໃຈແລ້ວ. ຊາຍຄົນນັ້ນໄດ້ຊ່ວຍເພື່ອນຂອງຂ້າພະເຈົ້າໃຫ້ຮູ້ວ່າ ເພື່ອນຂອງຂ້າພະເຈົ້າບໍ່ມີສາຍສຳພັນດີເອັນເອກັບຄົນທີ່ເພື່ອນຂອງຂ້າພະເຈົ້າຄິດວ່າເປັນພໍ່ຕູ້ທວດຂອງລາວ. “ໃນອີກຄຳໜຶ່ງ,” ເພື່ອນຂອງຂ້າພະເຈົ້າເວົ້າ, “ຂ້ອຍໄດ້ຄົ້ນພົບພໍ່ຕູ້ທວດຂອງຂ້ອຍ ແລະ ໄດ້ຮູ້ວ່າ ລາວບໍ່ແມ່ນຜູ້ທີ່ບັນທຶກຄອບຄົວຂອງພວກເຮົາບົ່ງບອກວ່າແມ່ນພໍ່ຕູ້ທວດຂອງພວກເຮົາ.”
ຄວາມສຳພັນໃນຄອບຄົວຂອງລາວໄດ້ຊັດເຈນຂຶ້ນ, ເພື່ອນຂອງຂ້າພະເຈົ້າເວົ້າ, “ຂ້ອຍຮູ້ສຶກເປັນອິດສະລະ, ສະບາຍໃຈ. ມັນສ້າງຄວາມແຕກຕ່າງໃນການຮູ້ວ່າ ຄອບຄົວຂອງຂ້ອຍເປັນໃຜ.” ເພື່ອນຂອງຂ້າພະເຈົ້າເວົ້າວ່າ, “ງ່າຄົດກໍບໍ່ໄດ້ໝາຍຄວາມວ່າຕົ້ນບໍ່ດີ. ວິທີທີ່ເຮົາມາສູ່ໂລກນີ້ແມ່ນບໍ່ສຳຄັນເທົ່າກັບຜູ້ທີ່ເຮົາເປັນເວລາເຮົາຈາກມັນໄປ.”
ພຣະຄຳພີສັກສິດ ແລະ ປະສົບການທີ່ສັກສິດຂອງການປິ່ນປົວ ແລະ ຄວາມສະຫງົບສ່ວນຕົວ, ລວມທັງຜູ້ທີ່ມີຊີວິດຢູ່ໃນໂລກວິນຍານ, ເນັ້ນຫລັກທຳຫ້າຂໍ້.
ໜຶ່ງ: ສູນກາງໃນແຜນແຫ່ງການໄຖ່ ແລະ ຄວາມສຸກຂອງພຣະເຈົ້າ, ພຣະເຢຊູຄຣິດ, ຜ່ານທາງການຊົດໃຊ້ຂອງພຣະອົງ, ສັນຍາວ່າຈະຮວບຮວມວິນຍານຂອງເຮົາເຂົ້າກັບຮ່າງກາຍ, “ບໍ່ມີວັນແຍກອອກຈາກກັນອີກຕໍ່ໄປ, ເພື່ອວ່າ [ເຮົາ] ຈະໄດ້ຮັບຄວາມສົມບູນແຫ່ງຄວາມຊື່ນຊົມ.”6
ສອງ: ການຊົດໃຊ້—ຄັ້ງດຽວໃນພຣະຄຣິດ—ມາເຖິງເມື່ອເຮົາໃຊ້ສັດທາ ແລະ ນຳໝາກຜົນອອກມາສູ່ການກັບໃຈ.7 ໃນມະຕະເປັນສັນໃດ, ໃນອະມະຕະກໍເປັນສັນນັ້ນ. ພິທີການພຣະວິຫານເອງບໍ່ໄດ້ປ່ຽນແປງເຮົາ ຫລື ຜູ້ທີ່ຢູ່ໃນໂລກວິນຍານ. ແຕ່ພິທີການແຫ່ງສະຫວັນເຫລົ່ານີ້ເຮັດໃຫ້ເກີດພັນທະສັນຍາທີ່ຊຳລະກັບພຣະຜູ້ເປັນເຈົ້າ, ຊຶ່ງສາມາດນຳຄວາມປອງດອງມາໃຫ້ ກັບພຣະອົງ ແລະ ກັບຄົນອື່ນ.
ຄວາມຊື່ນຊົມຂອງເຮົາຈະສົມບູນ ເມື່ອເຮົາຮູ້ສຶກເຖິງພຣະຄຸນ ແລະ ການໃຫ້ອະໄພຂອງພຣະເຢຊູຄຣິດທີ່ມີຕໍ່ເຮົາ. ແລະ ເມື່ອເຮົາສະເໜີມອບການອັດສະຈັນແຫ່ງພຣະຄຸນ ແລະ ການໃຫ້ອະໄພຂອງພຣະອົງໃຫ້ກັບຄົນອື່ນ, ຄວາມເມດຕາທີ່ເຮົາໄດ້ຮັບ ແລະ ຄວາມເມດຕາທີ່ເຮົາສະເໜີມອບໃຫ້ ສາມາດຊ່ວຍເຮັດໃຫ້ຊີວິດເປັນໄປຢ່າງຍຸດຕິທຳ.8
ສາມ: ພຣະເຈົ້າຮູ້ຈັກ ແລະ ຮັກເຮົາຢ່າງສົມບູນ. “ພຣະເຈົ້າຈະບໍ່ຖືກເຍາະເຍີ້ຍ,”9 ຫລື ຫລອກລວງບໍ່ໄດ້. ດ້ວຍຄວາມເມດຕາ ແລະ ຄວາມຍຸດຕິທຳທີ່ສົມບູນ, ພຣະອົງໂອບກອດຜູ້ທີ່ຖ່ອມຕົວ ແລະ ອົດທົນດ້ວຍອ້ອມແຂນແຫ່ງຄວາມປອດໄພຂອງພຣະອົງ.
ໃນພຣະວິຫານເຄີດແລນ, ສາດສະດາໂຈເຊັບ ສະມິດ ໄດ້ຮັບພາບນິມິດ ເຫັນອ້າຍຂອງເພິ່ນ ອາລ໌ວິນ ຢູ່ໃນອານາຈັກຊັ້ນສູງ. ສາດສະດາໂຈເຊັບອັດສະຈັນໃຈ, ເພາະອາລ໌ວິນໄດ້ເສຍຊີວິດກ່ອນໄດ້ຮັບພິທີການຊ່ວຍໃຫ້ລອດແຫ່ງການບັບຕິສະມາ.10 ຢ່າງສະບາຍໃຈ, ພຣະຜູ້ເປັນເຈົ້າໄດ້ອະທິບາຍວ່າ: ພຣະຜູ້ເປັນເຈົ້າ “ຈະພິພາກສາ [ເຮົາ] ຕາມວຽກງານ [ຂອງເຮົາ], ຕາມຄວາມປາດຖະໜາຂອງໃຈ [ເຮົາ].”11 ຈິດວິນຍານຂອງເຮົາບັນທຶກວຽກງານ ແລະ ຄວາມປາດຖະໜາຂອງເຮົາ.
ດ້ວຍຄວາມກະຕັນຍູ, ເຮົາຮູ້ວ່າ ຄົນເປັນ ແລະ “ຄົນຕາຍຜູ້ທີ່ກັບໃຈຈະຖືກໄຖ່, ໂດຍການເຊື່ອຟັງຕໍ່ພິທີການຂອງບ້ານຂອງພຣະເຈົ້າ”12 ແລະ ການຊົດໃຊ້ຂອງພຣະຄຣິດ. ໃນໂລກວິນຍານ, ແມ່ນແຕ່ຜູ້ທີ່ຢູ່ໃນບາບ ແລະ ການລ່ວງລະເມີດ ມີໂອກາດທີ່ຈະກັບໃຈ.13
ກົງກັນຂ້າມ, ຜູ້ທີ່ຈົງໃຈເລືອກຄວາມຊົ່ວຮ້າຍ, ຜູ້ເລື່ອນວັນທີ່ຈະກັບໃຈຢ່າງມີສະຕິ, ຫລື ຜູ້ທີ່ວາງແຜນເພື່ອການກັບໃຈຢ່າງງ່າຍໆ, ຈະຖືກພິພາກສາໂດຍພຣະເຈົ້າ ແລະ “ຈື່ຈຳເຖິງຄວາມຜິດທັງໝົດ [ຂອງພວກເຂົາ].”14 ເຮົາບໍ່ສາມາດເຮັດບາບຢ່າງຮູ້ຕົວໃນວັນເສົາ, ແລ້ວຄາດຫວັງການໃຫ້ອະໄພຢ່າງອັດຕະໂນມັດ ໂດຍການຮັບສ່ວນສິນລະລຶກໃນວັນອາທິດ. ສຳລັບຜູ້ສອນສາດສະໜາ ຫລື ຄົນອື່ນໆ ຜູ້ເວົ້າວ່າ ການເຮັດຕາມພຣະວິນຍານໝາຍເຖິງການບໍ່ຕ້ອງເຊື່ອຟັງມາດຕະຖານຜູ້ເຜີຍແຜ່ ຫລື ພຣະບັນຍັດ, ກະລຸນາຈື່ຈຳວ່າ ການເຊື່ອຟັງພຣະບັນຍັດຈະເຊື້ອເຊີນພຣະວິນຍານ. ບໍ່ຄວນມີໃຜໃນພວກເຮົາທີ່ເລື່ອນວັນກັບໃຈ. ພອນຂອງການກັບໃຈເລີ່ມຕົ້ນເມື່ອເຮົາເລີ່ມຕົ້ນກັບໃຈ.
ສີ່: ພຣະຜູ້ເປັນເຈົ້າປະທານໂອກາດອັນສູງສົ່ງໃຫ້ເຮົາ ເພື່ອກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ ຂະນະທີ່ເຮົາສະເໜີມອບພິທີການພຣະວິຫານແຫ່ງຄວາມລອດໃຫ້ແກ່ຄົນອື່ນ ທີ່ຕ້ອງການ ແຕ່ບໍ່ສາມາດເຮັດໄດ້ດ້ວຍຕົວເອງ. ເຮົາເລີ່ມສົມບູນ ແລະ ດີພ້ອມຍິ່ງຂຶ້ນ15 ເມື່ອເຮົາກາຍເປັນ “ຜູ້ຊ່ວຍໃຫ້ລອດ … ຢູ່ເທິງພູຊີໂອນ.”16 ຂະນະທີ່ເຮົາຮັບໃຊ້ຄົນອື່ນ, ພຣະວິນຍານສັກສິດແຫ່ງຄຳສັນຍາ ສາມາດຮັບຮອງພິທີການ ແລະ ຊຳລະທັງຜູ້ໃຫ້ ແລະ ຜູ້ຮັບ. ທັງຜູ້ໃຫ້ ແລະ ຜູ້ຮັບສາມາດເຮັດ ແລະ ເພີ່ມພູນພັນທະສັນຍາແຫ່ງການປ່ຽນແປງ, ເມື່ອເວລາຜ່ານໄປ ຈະໄດ້ຮັບພອນແຫ່ງຄຳສັນຍາຂອງອັບຣາຮາມ, ອີຊາກ, ແລະ ຢາໂຄບ.
ສຸດທ້າຍ, ຫ້າ: ຕາມທີ່ກົດທອງຄຳ17 ສິດສອນ, ຄວາມມີສັດສ່ວນຂອງການຊຳລະໃນການກັບໃຈ ແລະ ການໃຫ້ອະໄພ ເຊື້ອເຊີນເຮົາແຕ່ລະຄົນໃຫ້ສະເໜີມອບໃຫ້ຄົນອື່ນ ໃນສິ່ງທີ່ຕົວເຮົາເອງຕ້ອງການ ແລະ ປາດຖະໜາ.
ບາງເທື່ອຄວາມເຕັມໃຈທີ່ຈະໃຫ້ອະໄພຄົນອື່ນ ເຮັດໃຫ້ທັງເຂົາ ແລະ ເຮົາເຊື່ອວ່າ ເຮົາສາມາດກັບໃຈ ແລະ ໄດ້ຮັບການໃຫ້ອະໄພ. ບາງເທື່ອຄວາມເຕັມໃຈທີ່ຈະກັບໃຈ ແລະ ຄວາມສາມາດທີ່ຈະໃຫ້ອະໄພ ມາເຖິງໃນເວລາທີ່ແຕກຕ່າງກັນ. ພຣະຜູ້ຊ່ວຍໃຫ້ລອດເປັນພຣະຜູ້ເປັນກາງຂອງເຮົານຳພຣະເຈົ້າ, ແຕ່ພຣະອົງກໍຍັງຊ່ວຍນຳເຮົາມາຫາຕົວເອງ ແລະ ກັນແລະກັນ ເມື່ອເຮົາມາຫາພຣະອົງ. ໂດຍສະເພາະເມື່ອຄວາມເຈັບປວດນັ້ນເລິກ, ການສ້ອມແປງຄວາມສຳພັນຂອງເຮົາ ແລະ ການປິ່ນປົວໃຈຂອງເຮົາແມ່ນຍາກ, ບາງເທື່ອເປັນໄປບໍ່ໄດ້ສຳລັບເຮົາທີ່ຈະເຮັດດ້ວຍຕົວເອງ. ແຕ່ສະຫວັນສາມາດປະທານຄວາມເຂັ້ມແຂງ ແລະ ປັນຍາໃຫ້ເຮົາ ເກີນກວ່າຂອງເຮົາເອງ ເພື່ອຈະໄດ້ຮູ້ວ່າເມື່ອໃດຄວນຍຶດຖື ແລະ ເມື່ອໃດຄວນປ່ອຍວາງ.
ເຮົາຢູ່ຄົນດຽວໜ້ອຍລົງ ເມື່ອເຮົາຮູ້ວ່າເຮົາບໍ່ໄດ້ຢູ່ຄົນດຽວ. ພຣະຜູ້ຊ່ວຍໃຫ້ລອດຂອງເຮົາເຂົ້າໃຈສະເໝີ.18 ດ້ວຍຄວາມຊ່ວຍເຫລືອຂອງພຣະຜູ້ຊ່ວຍໃຫ້ລອດ, ເຮົາສາມາດມອບຄວາມທະນົງຕົວຂອງເຮົາ, ຄວາມເຈັບປວດຂອງເຮົາ, ບາບຂອງເຮົາໃຫ້ແກ່ພຣະເຈົ້າ. ເຖິງຢ່າງໃດກໍຕາມ ເຮົາອາດຮູ້ສຶກຂະນະທີ່ເຮົາເລີ່ມຕົ້ນ, ເຮົາເລີ່ມສົມບູນຂະນະທີ່ເຮົາໄວ້ວາງໃຈໃນພຣະອົງ ເພື່ອເຮັດໃຫ້ຄວາມສຳພັນຂອງເຮົາສົມບູນ.
ພຣະຜູ້ເປັນເຈົ້າ, ຜູ້ເຫັນ ແລະ ເຂົ້າໃຈຢ່າງສົມບູນ, ຈະໃຫ້ອະໄພຜູ້ໃດກໍຕາມທີ່ພຣະອົງຈະໃຫ້ອະໄພ; ສ່ວນເຮົາ (ຜູ້ບໍ່ສົມບູນແບບ) ຕ້ອງໃຫ້ອະໄພທຸກຄົນ. ເມື່ອເຮົາມາຫາພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ເຮົາສຸມໃຈໃສ່ຕົວເອງໜ້ອຍລົງ. ເຮົາຕັດສິນໜ້ອຍລົງ ແລະ ໃຫ້ອະໄພຫລາຍຂຶ້ນ. ການໄວ້ວາງໃຈໃນພຣະຄຸນຄວາມດີ, ຄວາມເມດຕາ, ແລະ ພຣະຄຸນຂອງພຣະອົງ19 ສາມາດປົດປ່ອຍເຮົາຈາກການຂັດແຍ້ງ, ການໃຈຮ້າຍ, ການຂົ່ມເຫັງ, ການປະຖິ້ມ, ຄວາມບໍ່ຍຸດຕິທຳ, ແລະ ການທ້າທາຍທາງຮ່າງກາຍ ແລະ ຈິດໃຈໄດ້ ທີ່ບາງເທື່ອມາກັບຮ່າງກາຍທີ່ມີເນື້ອໜັງໃນໂລກມະຕະນີ້. ມີຄວາມສຸກ ແລະ ຕະຫລອດໄປບໍ່ໄດ້ໝາຍຄວາມວ່າ ທຸກຄວາມສຳພັນຈະມີຄວາມສຸກ ແລະ ຕະຫລອດໄປ. ແຕ່ໃນຊ່ວງໄລຍະໜຶ່ງພັນປີທີ່ຊາຕານຖືກມັດໄວ້20 ອາດໃຫ້ເວລາເຮົາທີ່ຕ້ອງການ ແລະ ວິທີໜ້າແປກໃຈແກ່ເຮົາ ທີ່ຈະຮັກ, ເຂົ້າໃຈ, ແລະ ຈັດການກັບສິ່ງທີ່ເຮົາຢາກແກ້ໄຂ ຂະນະທີ່ເຮົາກຽມຕົວສຳລັບນິລັນດອນ.
ເຮົາຈະພົບສັງຄົມສະຫວັນໃນກັນແລະກັນ.21 ວຽກງານ ແລະ ລັດສະໝີພາບຂອງພຣະເຈົ້າ ຄືການເຮັດໃຫ້ເກີດມີຄວາມສຸກ ແລະ ຕະຫລອດໄປ.22 ຊີວິດ ແລະ ຄວາມສູງສົ່ງນິລັນດອນ ຄືການຮູ້ຈັກພຣະເຈົ້າ ແລະ ພຣະເຢຊູຄຣິດ, ຜ່ານທາງອຳນາດຂອງພຣະເຈົ້າ, ເພື່ອວ່າ ພວກພຣະອົງຢູ່ທີ່ໃດ ເຮົາກໍຢູ່ທີ່ນັ້ນດ້ວຍ.23
ອ້າຍເອື້ອຍນ້ອງທີ່ຮັກແພງ, ພຣະເຈົ້າພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະບຸດທີ່ຮັກຂອງພຣະອົງຊົງພຣະຊົນຢູ່. ພວກພຣະອົງສະເໜີມອບສັນຕິສຸກ, ຄວາມຊື່ນຊົມ, ແລະ ການປິ່ນປົວໃຫ້ທຸກຕະກຸນ, ທຸກພາສາ, ແລະ ເຮົາແຕ່ລະຄົນ. ສາດສະດາຂອງພຣະຜູ້ເປັນເຈົ້າກຳລັງນຳທາງ. ການເປີດເຜີຍໃນຍຸກສຸດທ້າຍມີສືບຕໍ່. ຂໍໃຫ້ເຮົາຈົ່ງຫຍັບເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ ໃນບ້ານສັກສິດຂອງພຣະຜູ້ເປັນເຈົ້າ, ແລະ ຂໍໃຫ້ພຣະອົງຫຍັບເຮົາໃຫ້ເຂົ້າໃກ້ພຣະເຈົ້າ ແລະ ກັນແລະກັນ ຂະນະທີ່ເຮົາສານຫົວໃຈຂອງເຮົາເຂົ້າກັນໃນພຣະຄຣິດ ດ້ວຍຄວາມເຫັນອົກເຫັນໃຈ, ຄວາມຈິງ, ແລະ ຄວາມເມດຕາ ໃນທຸກຊົ່ວລຸ້ນຄົນຂອງເຮົາ—ໃນການເວລາ ແລະ ນິລັນດອນ, ມີຄວາມສຸກ ແລະ ຕະຫລອດໄປ. ໃນພຣະເຢຊູຄຣິດ, ມັນເປັນໄປໄດ້; ໃນພຣະເຢຊູຄຣິດ, ມັນເປັນຄວາມຈິງ. ຂ້າພະເຈົ້າຂໍເປັນພະຍານ, ໃນພຣະນາມອັນສັກສິດຂອງພຣະອົງ, ພຣະເຢຊູຄຣິດ, ອາແມນ.