ຄວາມກ້າຫານໃນການປະກາດຄວາມຈິງ
ເມື່ອເຮົາຮຽນຮູ້ຄວາມຈິງແລ້ວ, ພຣະຜູ້ເປັນເຈົ້າຈະໃຫ້ໂອກາດເຮົາເຮັດໃນສິ່ງທີ່ພຣະອົງຈະຊົງກະທຳ ຖ້າພຣະອົງຢູ່ກັບເຮົາທຸກມື້ນີ້.
ໃນປີ 1982, ຂ້າພະເຈົ້າກຳລັງຮຽນຈົບອະນຸປະລິນຍາສາຂາ ພູມສັນຖານ ທີ່ໂຮງຮຽນເຕັກນິກ.
ໃນຕອນທ້າຍປີ, ເພື່ອນຮ່ວມຫ້ອງຮຽນຄົນໜຶ່ງໄດ້ຊວນຂ້າພະເຈົ້າໄປລົມນຳ. ຂ້າພະເຈົ້າຈື່ໄດ້ວ່າ ພວກເຮົາໄດ້ຈາກສະມາຊິກໃນຫ້ອງຮຽນຄົນອື່ນໆ ແລະ ໄປທີ່ບໍລິເວນຢູ່ຂ້າງເດີ່ນກິລາ. ເມື່ອພວກເຮົາໄປຮອດບ່ອນນັ້ນແລ້ວ, ລາວກໍເວົ້າກັບຂ້າພະເຈົ້າກ່ຽວກັບຄວາມເຊື່ອທາງສາດສະໜາຂອງລາວ, ລາວບໍ່ໄດ້ພຽງແຕ່ເອົາປຶ້ມມາໃຫ້ຂ້າພະເຈົ້າເບິ່ງເທົ່ານັ້ນ, ແຕ່ລາວຍັງມອບປຶ້ມນັ້ນໃຫ້ຂ້າພະເຈົ້ານຳອີກ. ບອກຕາມຕົງ, ຂ້າພະເຈົ້າບໍ່ຈື່ທຸກຄຳທີ່ລາວໄດ້ເວົ້າກັບຂ້າພະເຈົ້າ, ແຕ່ຂ້າພະເຈົ້າຈື່ຊ່ວງເວລານັ້ນໄດ້ເປັນຢ່າງດີ ແລະ ສິ່ງທີ່ຂ້າພະເຈົ້າຮູ້ສຶກ ເມື່ອລາວເວົ້າວ່າ, “ຂ້ອຍຢາກແບ່ງປັນປະຈັກພະຍານກັບເຈົ້າວ່າ ປຶ້ມນີ້ເປັນຄວາມຈິງ ແລະ ພຣະກິດຕິຄຸນຂອງພຣະເຢຊູຄຣິດໄດ້ຖືກຟື້ນຟູແລ້ວ.”
ຫລັງຈາກການສົນທະນາຂອງພວກເຮົາ, ຂ້າພະເຈົ້າກໍກັບບ້ານ, ເປີດໜັງສືນັ້ນສອງສາມໜ້າ, ແລະ ເອົາມັນວາງໄວ້ຢູ່ຊັ້ນວາງຂອງ. ຍ້ອນວ່າຕອນນັ້ນເປັນຕອນທ້າຍປີ ແລະ ມັນເປັນປີສຸດທ້າຍຂອງລະດັບພູມສັນຖານຂອງຂ້າພະເຈົ້າ, ຂ້າພະເຈົ້າຈຶ່ງບໍ່ໄດ້ໃຫ້ຄວາມສົນໃຈກັບປຶ້ມນັ້ນຫລາຍ ທັງບໍ່ໄດ້ສົນໃຈກັບເພື່ອນຜູ້ທີ່ມອບປຶ້ມໃຫ້ຂ້າພະເຈົ້າ. ທ່ານຄືຊິສາມາດເດົາຊື່ຂອງປຶ້ມນັ້ນໄດ້. ແມ່ນແລ້ວ, ມັນແມ່ນ ພຣະຄຳພີມໍມອນ.
ຫ້າເດືອນຕໍ່ມາ, ຜູ້ສອນສາດສະໜາໄດ້ມາເຮືອນຂອງຂ້າພະເຈົ້າ; ພໍດີເຂົາເຈົ້າກຳລັງຈະອອກໄປ ຕອນທີ່ຂ້າພະເຈົ້າມາຮອດບ້ານຈາກວຽກ. ຂ້າພະເຈົ້າເລີຍເຊີນເຂົາເຈົ້າເຂົ້າໄປທາງໃນ. ພວກເຮົານັ່ງລົງທີ່ລະບຽງນ້ອຍໆຢູ່ໜ້າບ້ານຂອງຂ້າພະເຈົ້າ, ແລະ ເຂົາເຈົ້າກໍໄດ້ສິດສອນຂ້າພະເຈົ້າ.
ໃນການຄົ້ນຫາຄວາມຈິງຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ຖາມເຂົາເຈົ້າວ່າ ສາດສະໜາຈັກໃດແມ່ນແທ້ຈິງ ແລະ ຂ້າພະເຈົ້າຈະພົບມັນໄດ້ແນວໃດ. ຜູ້ສອນສາດສະໜາໄດ້ສິດສອນຂ້າພະເຈົ້າວ່າ ຂ້າພະເຈົ້າສາມາດຮັບຄຳຕອບໄດ້ດ້ວຍຕົວຂອງຂ້າພະເຈົ້າເອງ. ດ້ວຍຄວາມຄາດຫວັງ ແລະ ຄວາມປາດຖະໜາອັນໃຫຍ່ຫລວງ, ຂ້າພະເຈົ້າຍອມຮັບຄຳທ້າທາຍຂອງເຂົາເຈົ້າໃນການອ່ານພຣະຄຳພີມໍມອນຫລາຍໆບົດ. ຂ້າພະເຈົ້າໄດ້ອະທິຖານດ້ວຍໃຈຈິງ ແລະ ດ້ວຍເຈດຕະນາອັນແທ້ຈິງ (ເບິ່ງ ໂມໂຣໄນ 10:4–5). ຄຳຕອບຕໍ່ຄຳຖາມຂອງຂ້າພະເຈົ້ານັ້ນຊັດເຈນ, ແລະ ບໍ່ເທົ່າໃດມື້ຕໍ່ມາ—ຖ້າຈະເອົາແບບຕົງເປະ ແມ່ນວັນທີ 1 ເດືອນພຶດສະພາ ປີ 1983—ຂ້າພະເຈົ້າໄດ້ຮັບບັບຕິສະມາ ແລະ ໄດ້ຮັບການຢືນຢັນເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ມື້ນີ້, ເມື່ອຂ້າພະເຈົ້ານຶກເຖິງລຳດັບຂອງເຫດການທີ່ໄດ້ເກີດຂຶ້ນ, ຂ້າພະເຈົ້າເຫັນໄດ້ຢ່າງຊັດເຈນວ່າ ຄວາມກ້າຫານຂອງເພື່ອນຫ້ອງຮຽນຂອງຂ້າພະເຈົ້ານັ້ນ ສຳຄັນຫລາຍສໍ່າໃດ ຕອນທີ່ລາວແບ່ງປັນປະຈັກພະຍານກັບຂ້າພະເຈົ້າກ່ຽວກັບຄວາມຈິງທີ່ຖືກຟື້ນຟູ ແລະ ໄດ້ສະແດງຫລັກຖານທີ່ຈັບຕ້ອງໄດ້ແກ່ຂ້າພະເຈົ້າ ກ່ຽວກັບການຟື້ນຟູຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ, ຄືພຣະຄຳພີມໍມອນ. ການກະທຳທີ່ລຽບງ່າຍ, ແຕ່ມີຄວາມສຳຄັນທີ່ເລິກເຊິ່ງສຳລັບຂ້າພະເຈົ້ານັ້ນ, ໄດ້ສ້າງຄວາມສຳພັນລະຫວ່າງຂ້າພະເຈົ້າ ແລະ ຜູ້ສອນສາດສະໜາ ເມື່ອຂ້າພະເຈົ້າໄດ້ພົບກັບເຂົາເຈົ້າ.
ຄວາມຈິງໄດ້ຖືກສະແດງແກ່ຂ້າພະເຈົ້າ, ແລະ ຫລັງຈາກການຮັບບັບຕິສະມາຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ກາຍເປັນສານຸສິດຂອງພຣະເຢຊູຄຣິດ. ໃນຊ່ວງປີຕໍ່ໆມາ, ແລະ ດ້ວຍການຊ່ວຍເຫລືອຂອງບຸກຄົນທີ່ພິເສດຫລາຍເຊັ່ນ ຜູ້ນຳ, ຄູສອນ, ໝູ່ເພື່ອນ, ແລະ ຜ່ານທາງການສຶກສາສ່ວນຕົວຂອງຂ້າພະເຈົ້າເອງນຳ, ຂ້າພະເຈົ້າໄດ້ຮຽນຮູ້ວ່າ ເມື່ອຂ້າພະເຈົ້າຕັດສິນໃຈທີ່ຈະເປັນສານຸສິດຂອງພຣະເຢຊູຄຣິດ, ຂ້າພະເຈົ້າໄດ້ຍອມຮັບວຽກງານທີ່ບໍ່ແມ່ນພຽງແຕ່ປົກປ້ອງຄວາມຈິງເທົ່ານັ້ນ ແຕ່ຍັງປະກາດມັນອີກດ້ວຍ.
ເມື່ອເຮົາຕົກລົງທີ່ຈະເຊື່ອໃນຄວາມຈິງ, ທີ່ຈະຕິດຕາມມັນ, ແລະ ເມື່ອເຮົາພະຍາຍາມທີ່ຈະກາຍເປັນສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ, ເຮົາບໍ່ໄດ້ຮັບໃບຢັ້ງຢືນທີ່ຮັບປະກັນວ່າ ເຮົາຈະບໍ່ເຮັດຜິດພາດ, ວ່າເຮົາຈະບໍ່ຖືກລໍ້ລວງໃຫ້ເດີນໄປຈາກຄວາມຈິງ, ວ່າເຮົາຈະບໍ່ຖືກວິພາກວິຈານ, ຫລື ແມ່ນແຕ່ວ່າ ເຮົາຈະບໍ່ປະສົບກັບຄວາມທຸຸກ. ແຕ່ຄວາມຮູ້ເຖິງຄວາມຈິງໄດ້ສິດສອນວ່າ ເມື່ອເຮົາເຂົ້າໄປໃນທາງທີ່ຄັບ ແລະ ແຄບ ທີ່ຈະພາເຮົາກັບຄືນໄປສູ່ທີ່ປະທັບຂອງພຣະບິດາເທິງສະຫວັນ, ມັນຈະມີທາງໜີພົ້ນຈາກບັນຫາເຫລົ່ານີ້ສະເໝີ (ເບິ່ງ 1 ໂກຣິນໂທ 10:13); ມັນຈະມີຄວາມເປັນໄປໄດ້ໃນການສົງໄສຄວາມສົງໄສຂອງເຮົາ ກ່ອນເຮົາຈະສົງໄສສັດທາຂອງເຮົາສະເໝີ (ເບິ່ງ Dieter F. Uchtdorf, “Come, Join with Us,” Liahona, Nov. 2013, 21); ແລະ ທ້າຍທີ່ສຸດ, ເຮົາມີການຮັບປະກັນວ່າ ເຮົາຈະບໍ່ມີວັນຢູ່ຜູ້ດຽວ ເມື່ອເຮົາຜ່ານຜ່າຄວາມທຸກ, ເພາະພຣະເຈົ້າຊົງຢ້ຽມຢາມຜູ້ຄົນຂອງພຣະອົງ ໃນທ່າມກາງຄວາມທຸກຂອງພວກເຂົາ (ເບິ່ງ ໂມໄຊຢາ 24:14).
ເມື່ອເຮົາຮຽນຮູ້ຄວາມຈິງແລ້ວ, ພຣະຜູ້ເປັນເຈົ້າຈະໃຫ້ໂອກາດເຮົາເຮັດໃນສິ່ງທີ່ພຣະອົງຈະຊົງກະທຳ ຖ້າພຣະອົງຢູ່ກັບເຮົາທຸກມື້ນີ້. ແທ້ຈິງແລ້ວ, ພຣະອົງໄດ້ສະແດງໃຫ້ເຮົາເຫັນ ໂດຍຄຳສອນຂອງພຣະອົງ ໃນສິ່ງທີ່ເຮົາຄວນເຮັດ: “ແລະ ພວກເຈົ້າຈະອອກໄປໃນອຳນາດຂອງພຣະວິນຍານຂອງເຮົາ, ສັ່ງສອນພຣະກິດຕິຄຸນຂອງເຮົາ, ເປັນຄູ່ໆ, ໃນນາມຂອງເຮົາ, ເປັ່ງສຽງຂອງພວກເຈົ້າດັ່ງກັບສຽງແກ, ປະກາດຄຳຂອງເຮົາເໝືອນດັ່ງເຫລົ່າທູດຂອງພຣະເຈົ້າ” (ຄຳສອນ ແລະ ພັນທະສັນຍາ 42:6). ໂອກາດສຳລັບການຮັບໃຊ້ເຜີຍແຜ່ໃນໄວໜຸ່ມຂອງເຮົານັ້ນແມ່ນພິເສດ!
ຂໍຮ້ອງ, ຊາຍໜຸ່ມທັງຫລາຍ, ຢ່າໄດ້ເລື່ອນວັນກະກຽມຂອງພວກເຈົ້າທີ່ຈະຮັບໃຊ້ພຣະຜູ້ເປັນເຈົ້າໃນຖານະຜູ້ສອນສາດສະໜາ. ຂະນະທີ່ພວກເຈົ້າປະເຊີນກັບສະຖານະການທີ່ອາດເຮັດໃຫ້ການຕັດສິນໃຈໄປຮັບໃຊ້ເຜີຍແຜ່ເປັນເລື່ອງຍາກ—ດັ່ງເຊັ່ນ ການຕ້ອງໄດ້ໂຈະການຮຽນຂອງພວກເຈົ້າໄວ້ຊົ່ວໄລຍະໜຶ່ງ, ການບອກລາແຟນຂອງພວກເຈົ້າ ໂດຍທີ່ບໍ່ຮັບປະກັນວ່າ ພວກເຈົ້າຈະໄດ້ອອກໄປທ່ຽວກັບນາງອີກຫລືບໍ່, ຫລື ແມ່ນແຕ່ການຍ່າງອອກຈາກວຽກງານ—ຈົ່ງຈື່ຈຳຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ. ລະຫວ່າງການປະຕິບັດສາດສະໜາກິດຂອງພຣະອົງ, ພຣະອົງກໍເຄີຍປະເຊີນກັບຄວາມຫຍຸ້ງຍາກ, ລວມທັງການວິຈານ, ການຂົ່ມເຫັງ, ແລະ ໃນທີ່ສຸດ ຈອກອັນຂົມຂື່ນຂອງການເສຍສະລະຊົດໃຊ້ຂອງພຣະອົງ. ແຕ່ໃນທຸກສະຖານະການ ພຣະອົງໄດ້ສະແຫວງຫາທີ່ຈະເຮັດຕາມພຣະປະສົງຂອງພຣະບິດາຂອງພຣະອົງ ແລະ ມອບລັດສະໝີພາບໃຫ້ພຣະອົງ. (ເບິ່ງ ໂຢຮັນ 5:30; 6:38–39; 3 ນີໄຟ 11:11; ຄຳສອນ ແລະ ພັນທະສັນຍາ 19:18–19.)
ຍິງໜຸ່ມທັງຫລາຍ, ພວກເຈົ້າເປັນທີ່ຍິນດີຕ້ອນຮັບ, ຖ້າພວກເຈົ້າປາດຖະໜາ, ທີ່ຈະເຮັດວຽກໃນສວນອະງຸ່ນຂອງພຣະຜູ້ເປັນເຈົ້າຄືກັນ, ແລະ ຂະນະທີ່ພວກເຈົ້າກຽມພ້ອມທີ່ຈະຮັບໃຊ້ເປັນຜູ້ສອນສາດສະໜາເຕັມເວລາ, ພວກເຈົ້າຈະບໍ່ໄດ້ຮັບການຍົກເວັ້ນຈາກການທ້າທາຍດຽວກັນ.
ຕໍ່ທຸກຄົນທີ່ຕັດສິນໃຈທີ່ຈະຮັບໃຊ້ພຣະອົງ, ຂ້າພະເຈົ້າສັນຍາກັບພວກເຈົ້າວ່າ 24 ຫລື 18 ເດືອນ ຂອງການຮັບໃຊ້ ຈະຜ່ານໄປໃນສະໜາມເຜີຍແຜ່ເຊັ່ນດຽວກັບທີ່ມັນຈະຜ່ານໄປ ຖ້າພວກເຈົ້າຢູ່ບ້ານ, ແຕ່ໂອກາດທີ່ກຳລັງລໍຖ້າຊາຍໜຸ່ມ ແລະ ຍິງໜຸ່ມທີ່ມີຄ່າຄວນຂອງສາດສະໜາຈັກນີ້ໃນສະໜາມເຜີຍແຜ່ນັ້ນ ແມ່ນພິເສດ. ສິດທິພິເສດຂອງການເປັນຕົວແທນຂອງພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ ແລະ ສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດນັ້ນ ບໍ່ອາດຖືກລະເລີຍໄດ້. ການມີສ່ວນຮ່ວມໃນການອະທິຖານທີ່ນັບບໍ່ຖ້ວນ, ການພັດທະນາ ແລະ ການແບ່ງປັນປະຈັກພະຍານຫລາຍເທື່ອໃນລະຫວ່າງວັນ, ການສຶກສາພຣະຄຳພີເປັນເວລາຫລາຍຊົ່ວໂມງ, ແລະ ການພົບປະກັບຜູ້ຄົນທີ່ພວກເຈົ້າຈະບໍ່ມີວັນພົບ ຖ້າພວກເຈົ້າຢູ່ບ້ານ ແມ່ນປະສົບການທີ່ບໍ່ສາມາດພັນລະນາໄດ້. ປະສົບການລະດັບດຽວກັນ ແມ່ນຖືກສະຫງວນໄວ້ສຳລັບຊາວໜຸ່ມທີ່ພຣະຜູ້ເປັນເຈົ້າເອີ້ນໃຫ້ຮັບໃຊ້ເຜີຍແຜ່. ພວກເຈົ້າເປັນທີ່ຍິນດີຕ້ອນຮັບ ແລະ ຈຳເປັນຫລາຍ. ຂໍຮ້ອງຢ່າໄດ້ຫລຸດຄວາມສຳຄັນຂອງການຮັບໃຊ້ເຜີຍແຜ່ລົງ, ສຳລັບການຮັບໃຊ້ບໍລິການ ກໍເປັນປະສົບການທີ່ບໍ່ສາມາດອະທິບາຍໄດ້ເໝືອນກັນ. “ຄ່າຂອງຈິດວິນຍານ ຍິ່ງໃຫຍ່ໃນສາຍພຣະເນດຂອງພຣະເຈົ້າ” (ຄຳສອນ ແລະ ພັນທະສັນຍາ 18:10), ລວມທັງຄ່າຂອງຈິດວິນຍານຂອງພວກເຈົ້າ.
ເມື່ອກັບຈາກການຮັບໃຊ້ຂອງພວກເຈົ້າ, ບາງເທື່ອແຟນຂອງພວກເຈົ້າ ອາດຈະບໍ່ລໍຖ້າພວກເຈົ້າອີກຕໍ່ໄປ, ແຕ່ພວກເຈົ້າຈະໄດ້ຮູ້ເປັນຢ່າງດີເຖິງວີທີຕິດຕໍ່ສື່ສານທີ່ມີປະສິດທິພາບ. ການສຶກສາຂອງພວກເຈົ້າກໍຈະມີເຫດມີຜົນຫລາຍຂຶ້ນ ດ້ວຍປະສົບການໜ້ອຍໜຶ່ງ ກ່ຽວກັບການກຽມຕົວໃຫ້ພຽງພໍຫລາຍຂຶ້ນ ສຳລັບບ່ອນເຮັດວຽກ, ແລະ ໃນທີ່ສຸດ, ພວກເຈົ້າກໍຈະມີຄວາມແນ່ນອນຢ່າງເຕັມທີ່ ໃນການປະກາດພຣະກິດຕິຄຸນແຫ່ງສັນຕິສຸກຢ່າງກ້າຫານ, ໂດຍເປັນພະຍານກ່ຽວກັບຄວາມຈິງທີ່ຖືກຟື້ນຟູ.
ສຳລັບຜູ້ທີ່ແຕ່ງງານແລ້ວ ແລະ ຢູ່ໃນຊ່ວງໄລຍະທີ່ແຕກຕ່າງກັນໃນຊີວິດຂອງທ່ານ, ທ່ານເປັນທີ່ຈຳເປັນຫລາຍໃນວຽກງານຂອງພຣະຜູ້ເປັນເຈົ້າ. ຈົ່ງກຽມຕົວໃຫ້ພ້ອມ. ໃຊ້ຊີວິດຢ່າງມີສຸຂະພາບດີ, ສະແຫວງຫາການກຸ້ມຕົນເອງທາງຝ່າຍໂລກ ແລະ ຝ່າຍວິນຍານ, ເພາະໂອກາດຕ່າງໆທີ່ຈະເຮັດໃນສິ່ງທີ່ພຣະຜູ້ເປັນເຈົ້າຈະຊົງກະທຳເພື່ອລູກໆຂອງພຣະອົງນັ້ນ ບໍ່ໄດ້ມີຈຳກັັດແຕ່ສຳລັບຄົນກຸ່ມອາຍຸດຽວ. ປະສົບການທີ່ໜ້າຊົມຊື່ນທີ່ສຸດ ທີ່ຂ້າພະເຈົ້າ ແລະ ພັນລະຍາໄດ້ມີໃນບໍ່ເທົ່າໃດປີທີ່ຜ່ານມາ ແມ່ນມາຈາກໃນຂະນະທີ່ຮັບໃຊ້ຢູ່ຄຽງຂ້າງກັບຄູ່ສາມີພັນລະຍາທີ່ພິເສດຫລາຍຄູ່, ຮັບໃຊ້ໃນສະຖານທີ່ພິເສດ, ແລະ ຮັບໃຊ້ຄົນທີ່ພິເສດ.
ປະສົບການທີ່ຂ້າພະເຈົ້າໄດ້ມີຕອນຮຽນຈົບລະດັບສາຂາພູມສັນຖານ ໄດ້ສິດສອນຂ້າພະເຈົ້າວ່າ ເຮົາປົກປ້ອງຄວາມຈິງສະເໝີ ເມື່ອເຮົາປະກາດມັນ ແລະ ວ່າການປົກປ້ອງຄວາມຈິງ ແມ່ນການກະທຳທີ່ຫ້າວຫັນ. ການປ້ອງກັນຄວາມຈິງ ບໍ່ຄວນເຮັດໃນລັກສະນະທີ່ກ້າວລ້າວ ແຕ່ຄວນເຮັດດ້ວຍຄວາມສົນໃຈຢ່າງແທ້ຈິງ ທີ່ຈະຮັກ, ແບ່ງປັນ, ແລະ ເຊື້ອເຊີນຄົນທີ່ເຮົາກຳລັງເປັນພະຍານເຖິງຄວາມຈິງ, ໂດຍຄຳນຶງເຖິງແຕ່ສະຫວັດດີພາບຝ່າຍໂລກ ແລະ ຝ່າຍວິນຍານຂອງລູກໆຂອງພຣະບິດາເທິງສະຫວັນທີ່ຊົງຮັກ (ເບິ່ງ ໂມໄຊຢາ 2:41).
ໃນກອງປະຊຸມໃຫຍ່ສາມັນ ເດືອນຕຸລາ ປີ 2021, ປະທານຣະໂຊ ເອັມ ແນວສັນ, ສາດສະດາທີ່ຮັກແພງຂອງພວກເຮົາ, ໄດ້ສິດສອນວ່າ ກົງກັນຂ້າມກັບສິ່ງທີ່ບາງຄົນຄິດ, ຄຳວ່າ ຖືກ ແລະ ຜິດ ກໍມີຈິງ. ຄວາມຈິງແທ້ມີຢູ່ຈິງ—ຄວາມຈິງນິລັນດອນກໍມີຈິງ. (ເບິ່ງ “Pure Truth, Pure Doctrine, and Pure Revelation,” Liahona, Nov. 2021, 6.)
ພຣະຄຳພີສັກສິດໄດ້ສິດສອນເຮົາວ່າ, “ຄວາມຈິງຄື ຄວາມຮູ້ເຖິງສິ່ງທີ່ເປັນຢູ່, ແລະ ດັ່ງທີ່ໄດ້ເປັນມາ, ແລະ ດັ່ງທີ່ຈະເປັນ” (ຄຳສອນ ແລະ ພັນທະສັນຍາ 93:24).
ຄວາມຮູ້ກ່ຽວກັບຄວາມຈິງ ບໍ່ໄດ້ເຮັດໃຫ້ເຮົາດີກວ່າຄົນອື່ນ, ແຕ່ມັນສິດສອນເຮົາເຖິງສິ່ງທີ່ເຮົາຕ້ອງເຮັດ ເພື່ອກັບຄືນໄປສູ່ທີ່ປະທັບຂອງພຣະເຈົ້າ.
ຂະນະທີ່ທ່ານດຳເນີນຢ່າງໝັ້ນຄົງໃນພຣະຄຣິດ ແລະ ດ້ວຍຄວາມກ້າຫານ ບໍ່ພຽງແຕ່ໃນການປະກາດຄວາມຈິງເທົ່ານັ້ນ ແຕ່ໃນການດຳລົງຊີວິດຕາມຄວາມຈິງນຳອີກ, ທ່ານຈະພົບກັບຄວາມປອບໂຍນ ແລະ ຄວາມສະຫງົບ ໃນລະຫວ່າງຄວາມວຸ້ນວາຍທີ່ທ່ານອາດປະເຊີນໃນສະໄໝນີ້.
ການທ້າທາຍໃນຊີວິດສາມາດເຮັດໃຫ້ເຮົາລົ້ມລົງໄດ້, ແຕ່ຂໍໃຫ້ຮູ້ວ່າ ເມື່ອເຮົາໃຊ້ສັດທາໃນພຣະເຢຊູຄຣິດ, “ຄວາມທຸກ [ຂອງເຮົາ] ຈະມີຢູ່ພຽງແຕ່ຊົ່ວຄາວເທົ່ານັ້ນ” (ຄຳສອນ ແລະ ພັນທະສັນຍາ 121:7) ໃນຂອບເຂດອັນຍິ່ງໃຫຍ່ຂອງນິລັນດອນ. ຂໍຮ້ອງ ຢ່າກຳນົດເວລາວ່າ ເມື່ອໃດຄວາມຫຍຸ້ງຍາກ ແລະ ການທ້າທາຍຂອງທ່ານຈະໝົດໄປ. ຈົ່ງໄວ້ວາງໃຈໃນພຣະບິດາເທິງສະຫວັນ ແລະ ບໍ່ຍອມແພ້, ເພາະຖ້າເຮົາຍອມແພ້, ເຮົາຈະບໍ່ມີວັນຮູ້ວ່າ ຈຸດໝາຍປາຍທາງຂອງການເດີນທາງຂອງເຮົາຈະເປັນແນວໃດໃນອານາຈັກຂອງພຣະເຈົ້າ.
ຈົ່ງຍຶດໝັ້ນໃນຄວາມຈິງ, ຮຽນຮູ້ຈາກແຫລ່ງແຫ່ງຄວາມຈິງ:
-
ພຣະຄຳພີ (ເບິ່ງ 2 ນີໄຟ 32:3).
-
ຖ້ອຍຄຳຂອງສາດສະດາ (ເບິ່ງ ອາໂມດ 3:7).
-
ພຣະວິນຍານບໍລິສຸດ (ເບິ່ງ ໂຢຮັນ 16:13).
ຂ້າພະເຈົ້າເປັນພະຍານເຖິງພຣະເຢຊູຄຣິດ ແລະ ວ່ານີ້ແມ່ນສາດສະໜາຈັກຂອງພຣະອົງ. ເຮົາມີສາດສະດາທີ່ມີຊີວິດຢູ່, ແລະ ເຮົາຈະຮູ້ສຶກເປັນອິດສະລະສະເໝີ ເມື່ອເຮົາປະກາດຄວາມຈິງດ້ວຍຄວາມກ້າຫານ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.