ຄຳຕອບຄື ພຣະເຢຊູ
ບໍ່ວ່າການທ້າທາຍຈະຍາກ ຫລື ສັບສົນພຽງໃດກໍຕາມ, ພວກເຈົ້າສາມາດຈື່ຈຳໄດ້ສະເໝີວ່າ ຄຳຕອບນັ້ນລຽບງ່າຍຫລາຍ: ມັນຄື ພຣະເຢຊູສະເໝີ.
ນັບວ່າເປັນກຽດຢ່າງຍິ່ງທີ່ໄດ້ກ່າວກັບທ່ານໃນພາກນີ້ຂອງກອງປະຊຸມໃຫຍ່. ມື້ນີ້, ຂ້າພະເຈົ້າຈະກ່າວກັບທ່ານໃນຖານະມິດສະຫາຍ. ໃນພຣະທຳໂຢຮັນ, ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນວ່າ ພວກເຮົາເປັນມິດສະຫາຍຂອງພຣະອົງ ຖ້າພວກເຮົາເຮັດໃນສິ່ງທີ່ພຣະອົງຊົງຂໍໃຫ້ພວກເຮົາເຮັດ.1
ນີ້ແມ່ນຄວາມຮັກສ່ວນຕົວ ແລະ ສ່ວນລວມຂອງພວກເຮົາຕໍ່ພຣະຜູ້ຊ່ວຍໃຫ້ລອດ, ແລະ ພັນທະສັນຍາຂອງພວກເຮົາກັບພຣະອົງ, ທີ່ຜູກມັດພວກເຮົາໄວ້ນຳກັນ. ດັ່ງທີ່ປະທານເຮັນຣີ ບີ ໄອຣິງ ໄດ້ສິດສອນວ່າ: “ຂ້າພະເຈົ້າຫວັງທີ່ຈະເວົ້າຕໍ່ທ່ານວ່າ ພຣະຜູ້ເປັນເຈົ້າຮັກທ່ານ ແລະ ໄວ້ວາງພຣະໄທໃນຕົວທ່ານຫລາຍສໍ່າໃດ. ແລະ, ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າຫວັງທີ່ຈະບອກທ່ານວ່າ ພຣະອົງເພິ່ງອາໄສທ່ານຫລາຍສໍ່າໃດ.”2
ເມື່ອຂ້າພະເຈົ້າໄດ້ຖືກເອີ້ນໃຫ້ເປັນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ໂດຍ ປະທານຣະໂຊ ເອັມ ແນວສັນ, ຂ້າພະເຈົ້າເຕັມປ່ຽມໄປດ້ວຍອາລົມຄວາມຮູ້ສຶກ. ມັນເປັນຄວາມຮູ້ສຶກທີ່ເຕັມລົ້ນ. ຈູລີ ພັນລະຍາຂອງຂ້າພະເຈົ້າກັບຂ້າພະເຈົ້າ ໄດ້ຄອງຄອຍຖ້າວັນເສົາພາກບ່າຍຂອງກອງປະຊຸມໃຫຍ່ສາມັນດ້ວຍໃຈຈົດຈໍ່. ມັນເປັນເລື່ອງຖ່ອມຕົວທີ່ໄດ້ຮັບການສະໜັບສະໜູນ. ຂ້າພະເຈົ້າໄດ້ນັບບາດກ້າວຢ່າງລະມັດລະວັງໄປຍັງບ່ອນນັ່ງທີ່ກຳນົດໄວ້ໃຫ້ ເພື່ອວ່າຈະບໍ່ລົ້ມຢູ່ໃນວຽກງານມອບໝາຍທຳອິດຂອງຂ້າພະເຈົ້າ.
ໃນຕອນຈົບຂອງພາກນັ້ນ, ມີບາງຢ່າງເກີດຂຶ້ນ ທີ່ສົ່ງຜົນກະທົບອັນເລິກເຊິ່ງຕໍ່ຂ້າພະເຈົ້າ. ສະມາຊິກໃນກຸ່ມໄດ້ຢືນລຽນແຖວ ແລະ ໄດ້ທັກທາຍເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ຄົນໃໝ່ເທື່ອລະຄົນ. ແຕ່ລະຄົນໄດ້ແບ່ງປັນຄວາມຮັກ ແລະ ການສະໜັບສະໜູນຂອງພວກເພິ່ນ. ດ້ວຍ ອ້ອມກອດ ທີ່ອົບອຸ່ນໃຈ ພວກເພິ່ນໄດ້ເວົ້າວ່າ, “ບໍ່ຕ້ອງເປັນຫ່ວງ—ທ່ານເປັນພາກສ່ວນ.”
ໃນຄວາມສຳພັນຂອງເຮົາກັບພຣະຜູ້ຊ່ວຍໃຫ້ລອດ, ພຣະອົງເບິ່ງທີ່ຈິດໃຈ ແລະ “ບໍ່ເລືອກໜ້າຄົນ.”3 ລອງພິຈາລະນາເບິ່ງການທີ່ພຣະອົງເລືອກອັກຄະສາວົກຂອງພຣະອົງ. ພຣະອົງບໍ່ໄດ້ສົນໃຈກັບຖານະ ຫລື ຄວາມຮັ່ງມີ. ພຣະອົງໄດ້ເຊື້ອເຊີນເຮົາໃຫ້ຕິດຕາມພຣະອົງ, ແລະ ຂ້າພະເຈົ້າເຊື່ອວ່າ ພຣະອົງເຮັດໃຫ້ເຮົາແນ່ໃຈວ່າ ເຮົາເປັນພາກສ່ວນກັບພຣະອົງ.
ຂໍ້ຄວາມນີ້ກ່ຽວຂ້ອງກັບຊາວໜຸ່ມຂອງສາດສະໜາຈັກໂດຍສະເພາະ. ຂ້າພະເຈົ້າເຫັນໃນຕົວພວກເຈົ້າ ສິ່ງທີ່ປະທານແນວສັນເຫັນໃນຕົວພວກເຈົ້າ. ເພິ່ນໄດ້ກ່າວວ່າ “ມີບາງຢ່າງທີ່ພິເສດກ່ຽວກັບຊາວໜຸ່ມລຸ້ນນີ້ທີ່ບໍ່ສາມາດປະຕິເສດໄດ້. ພຣະບິດາເທິງສະຫວັນຂອງພວກເຈົ້າ ຕ້ອງມີຄວາມໝັ້ນໃຈຢ່າງໃຫຍ່ຫລວງໃນຕົວຂອງພວກເຈົ້າ ຈຶ່ງໄດ້ສົ່ງພວກເຈົ້າມາຍັງແຜ່ນດິນໂລກໃນເວລານີ້. ພວກເຈົ້າໄດ້ເກີດມາເພື່ອຄວາມຍິ່ງໃຫຍ່!”4
ຂ້າພະເຈົ້າກະຕັນຍູຕໍ່ສິ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ຈາກຊາວໜຸ່ມ. ຂ້າພະເຈົ້າກະຕັນຍູຕໍ່ສິ່ງທີ່ລູກໆຂອງຂ້າພະເຈົ້າສິດສອນຂ້າພະເຈົ້າ, ຕໍ່ສິ່ງທີ່ຜູ້ສອນສາດສະໜາສິດສອນຂ້າພະເຈົ້າ, ແລະ ຕໍ່ສິ່ງທີ່ຫລານສາວ ແລະ ຫລານຊາຍໄດ້ສິດສອນຂ້າພະເຈົ້າ.
ເມື່ອບໍ່ດົນມານີ້, ຂ້າພະເຈົ້າໄດ້ເຮັດວຽກຢູ່ສວນຂອງພວກເຮົາກັບຫລານຊາຍຂອງຂ້າພະເຈົ້າ ແນັດ. ລາວອາຍຸຫົກປີ ແລະ ມີຈິດໃຈທີ່ບໍລິສຸດ. ລາວເປັນຫລານຊາຍຄົນໂປດຂອງຂ້າພະເຈົ້າ ຊື່ວ່າ ແນັດ, ແລະ ຂ້າພະເຈົ້າເຊື່ອວ່າ ຂ້າພະເຈົ້າເປັນລຸງຄົນໂປດຂອງລາວທີ່ກຳລັງຂຶ້ນກ່າວໃນກອງປະຊຸມໃຫຍ່ໃນມື້ນີ້.
ຂະນະທີ່ລາວຊ່ວຍຂ້າພະເຈົ້າຊອກຫາວິທີແກ້ໄຂບັນຫາສຳລັບໂຄງການຂອງພວກເຮົາ, ຂ້າພະເຈົ້າເວົ້າວ່າ, “ແນັດ, ນັ້ນເປັນຄວາມຄິດທີ່ດີຫລາຍ. ເຈົ້າເຮັດແນວໃດຄືມາສະຫລາດແທ້?” ລາວແນມເບິ່ງຂ້າພະເຈົ້າ, ດ້ວຍການສະແດງໃນສາຍຕາຂອງລາວທີ່ເວົ້າວ່າ, ລຸງຣາຍແອນ, ເຈົ້າບໍ່ຮູ້ຄຳຕອບຂອງຄຳຖາມນີ້ໄດ້ແນວໃດ?
ລາວພຽງແຕ່ຍິກບ່າຂອງລາວ, ຍິ້ມ, ແລະ ເວົ້າຢ່າງໝັ້ນໃຈວ່າ, “ພຣະເຢຊູ.”
ທ້າວແນັດໄດ້ເຕືອນຂ້າພະເຈົ້າໃນມື້ນັ້ນ ເຖິງຄຳສອນທີ່ລຽບງ່າຍ ແຕ່ເລິກເຊິ່ງນີ້. ຄຳຕອບຂອງຄຳຖາມທີ່ລຽບງ່າຍທີ່ສຸດ ແລະ ຂອງບັນຫາທີ່ຊັບຊ້ອນທີ່ສຸດນັ້ນແມ່ນຄືກັນສະເໝີ. ຄຳຕອບນັ້ນກໍຄື ພຣະເຢຊູຄຣິດ. ທຸກໆທາງອອກສາມາດພົບໄດ້ໃນພຣະອົງ.
ໃນພຣະທຳໂຢຮັນ, ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວຕໍ່ບັນດາສານຸສິດຂອງພຣະອົງວ່າ ພຣະອົງຈະຈັດກຽມສະຖານທີ່ໄວ້ສຳລັບພວກເຂົາ. ໂທມາສັບສົນ ແລະ ໄດ້ເວົ້າຕໍ່ພຣະຜູ້ຊ່ວຍໃຫ້ລອດວ່າ:
“ພຣະອົງເຈົ້າເອີຍ ພວກຂ້ານ້ອຍບໍ່ຮູ້ວ່າ ທ່ານຈະໄປໃສ? ພວກຂ້ານ້ອຍຈະຮູ້ຈັກທາງນັ້ນໄດ້ຢ່າງໃດ?
“ພຣະເຢຊູໄດ້ຕອບເພິ່ນວ່າ, ເຮົານີ້ແຫລະ ເປັນທາງນັ້ນ, ເປັນຄວາມຈິງ, ແລະ ເປັນຊີວິດ: ບໍ່ມີຜູ້ໃດມາເຖິງພຣະບິດາໄດ້, ນອກຈາກມາທາງເຮົາ.”5
ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນບັນດາສານຸສິດຂອງພຣະອົງວ່າ ພຣະອົງ “ເປັນທາງນັ້ນ, ເປັນຄວາມຈິງ, ແລະ ເປັນຊີວິດ.” ພຣະອົງເປັນຄຳຕອບຂອງຄຳຖາມກ່ຽວກັບວິທີມາຫາພຣະບິດາເທິງສະຫວັນ. ການໄດ້ຮັບປະຈັກພະຍານກ່ຽວກັບບົດບາດທີ່ສູງສົ່ງຂອງພຣະອົງໃນຊີວິດຂອງເຮົາ ເປັນສິ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ຕອນທີ່ຂ້າພະເຈົ້າຍັງໜຸ່ມ.
ຂະນະທີ່ຂ້າພະເຈົ້າຮັບໃຊ້ເປັນຜູ້ສອນສາດສະໜາຢູ່ປະເທດອາກຊັງຕິນ, ປະທານຮາວເວີດ ດັບເບິນຢູ ຮັນເທີ ໄດ້ເຊື້ອເຊີນໃຫ້ພວກເຮົາເຮັດບາງຢ່າງທີ່ມີຜົນກະທົບຕໍ່ຊີວິດຂອງຂ້າພະເຈົ້າຢ່າງເລິກເຊິ່ງ. ເພິ່ນໄດ້ກ່າວວ່າ, “ເຮົາຕ້ອງຮູ້ຈັກພຣະຄຣິດໃຫ້ດີກວ່າທີ່ເຮົາຮູ້ຈັກພຣະອົງ; ເຮົາຕ້ອງລະນຶກເຖິງພຣະອົງໃຫ້ເລື້ອຍໆກວ່າທີ່ເຮົາລະນຶກເຖິງພຣະອົງ; ເຮົາຕ້ອງຮັບໃຊ້ພຣະອົງຢ່າງກ້າຫານກວ່າທີ່ເຮົາຮັບໃຊ້ພຣະອົງ.”6
ໃນຕອນນັ້ນ, ຂ້າພະເຈົ້າກັງວົນກ່ຽວກັບວ່າ ຈະເປັນຜູ້ສອນສາດສະໜາທີ່ດີກວ່າເກົ່າໄດ້ແນວໃດ. ນີ້ແມ່ນຄຳຕອບ: ການທີ່ຮູ້ຈັກພຣະຄຣິດ, ການລະນຶກເຖິງພຣະອົງ, ແລະ ການຮັບໃຊ້ພຣະອົງ. ຜູ້ສອນສາດສະໜາທົ່ວໂລກ ສາມັກຄີກັນໃນຈຸດປະສົງນີ້: ຄື ໃຫ້ “ເຊື້ອເຊີນຜູ້ອື່ນໃຫ້ເຂົ້າມາຫາພຣະຄຣິດ ໂດຍການຊ່ວຍໃຫ້ເຂົາຮັບເອົາພຣະກິດຕິຄຸນທີ່ຖືກຟື້ນຟູ ຜ່ານທາງສັດທາໃນພຣະອົງ ແລະ ການຊົດໃຊ້ຂອງພຣະອົງ” ແລະ ຜ່ານທາງ “ການກັບໃຈ, ການຮັບບັບຕິສະມາ, ການຮັບເອົາຂອງປະທານແຫ່ງພຣະວິນຍານບໍລິສຸດ, ແລະ ການອົດທົນຈົນເຖິງທີ່ສຸດ.”7 ສຳລັບມິດສະຫາຍທີ່ກຳລັງຟັງຜູ້ສອນສາດສະໜາຢູ່, ຂ້າພະເຈົ້າຂໍຕື່ມການເຊື້ອເຊີນຂອງຂ້າພະເຈົ້າເພື່ອໃຫ້ເຂົ້າມາຫາພຣະຄຣິດ. ພວກເຮົາຈະພະຍາຍາມຢ່າງໜັກນຳກັນ ເພື່ອຈະໄດ້ຮູ້ຈັກພຣະອົງ, ລະນຶກເຖິງພຣະອົງ, ແລະ ຮັບໃຊ້ພຣະອົງ.
ການຮັບໃຊ້ວຽກງານເຜີຍແຜ່ ແມ່ນຊ່ວງເວລາອັນສັກສິດໃນຊີວິດຂອງຂ້າພະເຈົ້າ. ໃນການສຳພາດສຸດທ້າຍຂອງຂ້າພະເຈົ້າ ໃນຖານະຜູ້ສອນສາດສະໜາເຕັມເວລາ, ປະທານບະແລ ພິນຄ໊ອກ ໄດ້ເວົ້າກ່ຽວກັບການປ່ຽນແປງໃນຜູ້ນຳເຂດເຜີຍແຜ່, ເພາະເພິ່ນ ແລະ ພັນລະຍາກໍໃກ້ຈະຈົບການຮັບໃຊ້ຂອງພວກເພິ່ນແລ້ວ. ພວກເຮົາທັງສອງຮູ້ສຶກໂສກເສົ້າທີ່ຕ້ອງໄດ້ຈາກສິ່ງທີ່ພວກເຮົາຮັກຫລາຍ. ເພິ່ນສາມາດເຫັນໄດ້ວ່າ ຂ້າພະເຈົ້າຮູ້ສຶກກັງວົນກັບຄວາມຄິດກ່ຽວກັບການທີ່ຈະບໍ່ໄດ້ເປັນຜູ້ສອນສາດສະໜາເຕັມເວລາອີກ. ເພິ່ນເປັນຄົນທີ່ມີສັດທາອັນຍິ່ງໃຫຍ່ ແລະ ໄດ້ສິດສອນຂ້າພະເຈົ້າດ້ວຍຄວາມຮັກ ດັ່ງທີ່ເພິ່ນເຄີຍໄດ້ເຮັດລະຫວ່າງສອງປີຜ່ານມານັ້ນ. ເພິ່ນໄດ້ຊີ້ໃສ່ຮູບຂອງພຣະເຢຊູຄຣິດຢູ່ເໜືອໂຕະຂອງເພິ່ນ ແລະ ເວົ້າວ່າ, “ແອວເດີ ໂອເຊັນ, ທຸກຢ່າງຈະເປັນໄປດ້ວຍດີ ເພາະມັນເປັນວຽກງານຂອງພຣະອົງ.” ຂ້າພະເຈົ້າຮູ້ສຶກໝັ້ນໃຈຂຶ້ນ ເມື່ອຮູ້ວ່າ ພຣະຜູ້ຊ່ວຍໃຫ້ລອດຈະຊ່ວຍເຮົາ, ບໍ່ແມ່ນພຽງແຕ່ຍາມທີ່ເຮົາກຳລັງຮັບໃຊ້, ແຕ່ຕະຫລອດເວລາ—ຖ້າເຮົາຍອມໃຫ້ພຣະອົງຊ່ວຍ.
ຊິດສະເຕີ ພິນຄ໊ອກ ສິດສອນພວກເຮົາ ຈາກສ່ວນເລິກຂອງຫົວໃຈຂອງເພິ່ນ ໃນວະລີພາສາສະເປນທີ່ລຽບງ່າຍ. ເມື່ອເພິ່ນເວົ້າວ່າ, “Jesucristo vive,” ຂ້າພະເຈົ້າຮູ້ວ່າມັນເປັນຄວາມຈິງ ແລະ ວ່າພຣະອົງຊົງພຣະຊົນຢູ່. ເມື່ອເພິ່ນເວົ້າວ່າ, “Elderes y hermanas, les amo,” ຂ້າພະເຈົ້າຮູ້ວ່າ ເພິ່ນຮັກພວກເຮົາ ແລະ ຢາກໃຫ້ພວກເຮົາຕິດຕາມພຣະຜູ້ຊ່ວຍໃຫ້ລອດຢູ່ສະເໝີ.
ຂ້າພະເຈົ້າ ແລະ ພັນລະຍາ ໄດ້ຮັບພອນເມື່ອບໍ່ດົນມານີ້ ໃຫ້ຮັບໃຊ້ໃນຖານະຜູ້ນຳເຂດເຜີຍແຜ່ ເພື່ອເຮັດວຽກກັບບັນດາຜູ້ສອນສາດສະໜາທີ່ດີເດັ່ນໃນປະເທດອູຣູກວາຍ. ຂ້າພະເຈົ້າເວົ້າໄດ້ວ່າ ເຂົາເຈົ້າເປັນຜູ້ສອນສາດສະໜາທີ່ດີທີ່ສຸດໃນໂລກ, ແລະ ຂ້າພະເຈົ້າເຊື່ອວ່າ ຜູ້ນຳເຂດເຜີຍແຜ່ທຸກຄົນກໍຮູ້ສຶກແນວນັ້ນ. ສານຸສິດເຫລົ່ານີ້ໄດ້ສິດສອນຂ້າພະເຈົ້າທຸກມື້ກ່ຽວກັບການຕິດຕາມພຣະຜູ້ຊ່ວຍໃຫ້ລອດ.
ໃນລະຫວ່າງການສຳພາດປະຈຳ ຊິດສະເຕີຜູ້ສອນສາດສະໜາຄົນໜຶ່ງໄດ້ຍ່າງເຂົ້າມາໃນຫ້ອງການ. ນາງເປັນຜູ້ສອນສາດສະໜາທີ່ປະສົບຜົນສຳເລັດ, ເປັນຜູ້ຝຶກອົບຮົມທີ່ດີເລີດ, ແລະ ເປັນຜູ້ນຳທີ່ອຸທິດຕົນ. ນາງເປັນທີ່ເພິ່ງພາຂອງຄູ່ສອນຂອງນາງ ແລະ ເປັນທີ່ຮັກຂອງຜູ້ຄົນ. ນາງເຊື່ອຟັງ, ຖ່ອມຕົວ, ແລະ ມີຄວາມໝັ້ນໃຈ. ການຢ້ຽມຢາມຄັ້ງກ່ອນຂອງພວກເຮົາ ໄດ້ມຸ່ງເນັ້ນໃສ່ເຂດຂອງນາງ ແລະ ຄົນທີ່ນາງກຳລັງສິດສອນ. ການຢ້ຽມຢາມຄັ້ງນີ້ແມ່ນແຕກຕ່າງ. ເມື່ອຂ້າພະເຈົ້າຖາມນາງວ່າ ນາງເປັນແນວໃດ, ຂ້າພະເຈົ້າເບິ່ງອອກໄດ້ວ່າ ນາງກຳລັງມີບັນຫາ. ນາງເວົ້າວ່າ, “ປະທານໂອເຊັນ, ຂ້ານ້ອຍບໍ່ຮູ້ວ່າ ຂ້ານ້ອຍຈະເຮັດໄດ້ບໍ່. ຂ້ານ້ອຍບໍ່ຮູ້ວ່າ ຂ້ານ້ອຍຈະມີວັນດີພໍບໍ່. ຂ້ານ້ອຍບໍ່ຮູ້ວ່າ ຂ້ານ້ອຍຈະສາມາດເປັນຜູ້ສອນສາດສະໜາທີ່ພຣະຜູ້ເປັນເຈົ້າຕ້ອງການໃຫ້ຂ້ານ້ອຍເປັນໄດ້ບໍ່.”
ນາງເປັນຜູ້ສອນສາດສະໜາທີ່ໂດດເດັ່ນ. ດີເລີດໃນທຸກດ້ານ. ເປັນຄວາມຝັນຂອງປະທານເຂດເຜີຍແຜ່ທຸກຄົນ. ຂ້າພະເຈົ້າບໍ່ເຄີຍກັງວົນກ່ຽວກັບຄວາມສາມາດຂອງນາງໃນຖານະຜູ້ສອນສາດສະໜາເລີຍ.
ຂະນະທີ່ຂ້າພະເຈົ້າຟັງນາງຢູ່ນັ້ນ, ຂ້າພະເຈົ້າກໍບໍ່ຮູ້ວ່າ ຈະເວົ້າແນວໃດ. ຂ້າພະເຈົ້າອະທິຖານຢ່າງງຽບໆວ່າ: “ພຣະບິດາເທິງສະຫວັນ, ນີ້ແມ່ນຜູ້ສອນສາດສະໜາທີ່ດີເດັ່ນ. ນາງເປັນຂອງພຣະອົງ. ນາງເຮັດທຸກຢ່າງຖືກຕ້ອງ. ຂ້ານ້ອຍບໍ່ຢາກເຮັດຜິດພາດ. ຂໍຈົ່ງຊ່ວຍໃຫ້ຂ້ານ້ອຍຮູ້ວ່າຄວນເວົ້າແນວໃດແດ່ດ້ວຍເຖີດ.”
ຖ້ອຍຄຳກໍມາຫາຂ້າພະເຈົ້າ. ຂ້າພະເຈົ້າເວົ້າວ່າ, “Hermana [ຊິດສະເຕີ], ຂ້ອຍຮູ້ສຶກເສຍໃຈຫລາຍທີ່ເຈົ້າຮູ້ສຶກແນວນີ້. ຂ້ອຍຂໍຖາມເຈົ້າແດ່. ຖ້າເຈົ້າມີໝູ່ທີ່ເຈົ້າກຳລັງສິດສອນຢູ່ ທີ່ຮູ້ສຶກແນວນີ້, ເຈົ້າຈະເວົ້າວ່າແນວໃດ?
ລາວໄດ້ແນມເບິ່ງໜ້າຂ້າພະເຈົ້າ ແລະ ຍິ້ມ. ດ້ວຍພຣະວິນຍານ ແລະ ຄວາມເຊື່ອໝັ້ນຂອງຜູ້ສອນສາດສະໜາທີ່ແນ່ແທ້ນັ້ນ, ນາງໄດ້ເວົ້າວ່າ, “ປະທານ, ງ່າຍໆ. ຂ້ານ້ອຍຈະບອກລາວວ່າ ພຣະຜູ້ຊ່ວຍໃຫ້ລອດຮູ້ຈັກລາວຢ່າງສົມບູນ. ຂ້ານ້ອຍຈະບອກລາວວ່າ ພຣະອົງຊົງພຣະຊົນຢູ່. ພຣະອົງຮັກເຈົ້າ. ເຈົ້າດີພໍ, ແລະ ເຈົ້າເຮັດໄດ້!”
ນາງທັງຫົວໜ້ອຍໜຶ່ງ ທັງເວົ້າວ່າ, “ຂ້ານ້ອຍຄິດວ່າ ຖ້າມັນໃຊ້ໄດ້ກັບໝູ່ຂອງຂ້ານ້ອຍ, ມັນກໍໃຊ້ໄດ້ກັບຂ້ານ້ອຍຄືກັນ.”
ເມື່ອເຮົາມີຄຳຖາມ ຫລື ຄວາມສົງໄສ, ເຮົາອາດຮູ້ສຶກວ່າ ທາງອອກນັ້ນຊັບຊ້ອນ ຫລື ວ່າການຊອກຫາຄຳຕອບນັ້ນສັບສົນເກີນໄປ. ຂໍໃຫ້ເຮົາຈື່ຈຳໄວ້ວ່າ ຜູ້ປໍລະປັກ, ຄືບິດາຂອງຄວາມຕົວະທັງໝົດ, ແມ່ນນັກສະຖາປະນິກຂອງຄວາມສັບສົນວຸ້ນວາຍ.8
ພຣະຜູ້ຊ່ວຍໃຫ້ລອດຊົງເປັນເຈົ້າແຫ່ງຄວາມລຽບງ່າຍ.
ປະທານແນວສັນໄດ້ກ່າວວ່າ:
ຜູ້ປໍລະປັກກໍສະຫລາດແທ້ໆ. ສຳລັບຄົນລຸ້ນໃໝ່ ມັນເຮັດໃຫ້ຄວາມດີເບິ່ງຄືວ່າເປັນຄວາມຊົ່ວ ແລະ ຄວາມຊົ່ວເປັນຄວາມດີ. ຂ່າວສານຂອງມັນດັງສະນັ່ນ, ກ້າຫານ, ແລະ ອວດອົ່ງ.
“ເຖິງຢ່າງໃດກໍຕາມ, ຂ່າວສານຈາກພຣະບິດາເທິງສະຫວັນຂອງເຮົາແມ່ນແຕກຕ່າງຈາກນັ້ນ. ພຣະອົງສື່ສານແບບລຽບງ່າຍ, ແຜ່ວເບົາ, ແລະ ແຈ່ມແຈ້ງທີ່ສຸດ ຈົນເຮົາເຂົ້າໃຈຜິດບໍ່ໄດ້.”9
ເຮົາຮູ້ສຶກກະຕັນຍູພຽງໃດ ທີ່ພຣະເຈົ້າຮັກເຮົາຫລາຍ ຈົນສົ່ງພຣະບຸດຂອງພຣະອົງມາ. ພຣະອົງຄືຄຳຕອບ.
ປະທານແນວສັນໄດ້ກ່າວເມື່ອບໍ່ດົນມານີ້ວ່າ:
“ບໍ່ມີເວລາໃດທີ່ຕ້ອງການພຣະກິດຕິຄຸນຂອງພຣະເຢຊູຄຣິດຫລາຍກວ່າໃນເວລານີ້. …
“… ສິ່ງນີ້ເນັ້ນເຖິງຄວາມຈຳເປັນຮີບດ່ວນສຳລັບເຮົາທີ່ຈະເຮັດຕາມຄຳແນະນຳຂອງພຣະຜູ້ເປັນເຈົ້າຕໍ່ສານຸສິດຂອງພຣະອົງໃຫ້ ‘ໄປ … ທົ່ວ ໂລກ ປະກາດຂ່າວປະເສີດແກ່ມະນຸດສະໂລກ ທັງຫລາຍ.’”10
ສຳລັບຜູ້ທີ່ເລືອກທີ່ຈະຮັບໃຊ້, ຂ້າພະເຈົ້າສາມາດຢືນຢັນເຖິງພອນຕ່າງໆທີ່ຈະມາເຖິງ ເມື່ອທ່ານຟັງການເອີ້ນຂອງສາດສະດາ. ການຮັບໃຊ້ບໍ່ໄດ້ກ່ຽວກັບທ່ານ; ມັນກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ. ທ່ານຈະຖືກເອີ້ນໃຫ້ໄປຍັງສະຖານທີ່ໜຶ່ງ, ແຕ່ສິ່ງທີ່ສຳຄັນກວ່າແມ່ນວ່າ ທ່ານຈະຖືກເອີ້ນໃຫ້ໄປຫາຜູ້ຄົນ. ທ່ານຈະມີໜ້າທີ່ຮັບຜິດຊອບ ແລະ ພອນອັນຍິ່ງໃຫຍ່ແຫ່ງການຊ່ວຍໃຫ້ໝູ່ເພື່ອນໃໝ່ໆເຂົ້າໃຈວ່າ ຄຳຕອບຄື ພຣະເຢຊູ.
ນີ້ແມ່ນ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ແລະ ນີ້ແມ່ນບ່ອນທີ່ພວກເຮົາເປັນພາກສ່ວນ. ທຸກສິ່ງທີ່ປະທານແນວສັນຊຸກຍູ້ດ້ວຍຄວາມຮັກໃຫ້ເຮົາເຮັດ ຈະນຳພາເຮົາໃຫ້ໃກ້ຊິດກັບພຣະຜູ້ຊ່ວຍໃຫ້ລອດຫລາຍຍິ່ງຂຶ້ນ.
ຕໍ່ຊາວໜຸ່ມທີ່ງົດງາມຂອງພວກເຮົາ—ລວມທັງຫລານຊາຍຂອງຂ້າພະເຈົ້າ ແນັດ—ຕະຫລອດຊີວິດຂອງພວກເຈົ້າ, ບໍ່ວ່າການທ້າທາຍຈະຍາກ ຫລື ສັບສົນພຽງໃດກໍຕາມ, ພວກເຈົ້າສາມາດຈື່ຈຳໄດ້ສະເໝີວ່າ ຄຳຕອບນັ້ນລຽບງ່າຍຫລາຍ: ມັນຄື ພຣະເຢຊູສະເໝີ.
ເມື່ອຂ້າພະເຈົ້າໄດ້ຍິນຜູ້ທີ່ພວກເຮົາສະໜັບສະໜູນໃຫ້ເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ ກ່າວໃນຫລາຍວາລະໂອກາດ, ຂ້າພະເຈົ້າກໍເວົ້າວ່າ ເຮົາຮັກພວກທ່ານ, ເຮົາຂອບໃຈພວກທ່ານ, ແລະ ເຮົາຕ້ອງການພວກທ່ານ. ນີ້ຄືບ່ອນທີ່ທ່ານເປັນພາກສ່ວນ.
ຂ້າພະເຈົ້າຮັກພຣະຜູ້ຊ່ວຍໃຫ້ລອດ. ຂ້າພະເຈົ້າເປັນພະຍານເຖິງພຣະນາມຂອງພຣະອົງ, ແມ່ນແຕ່ພຣະເຢຊູຄຣິດ. ຂ້າພະເຈົ້າເປັນພະຍານວ່າ ພຣະອົງຊົງເປັນ “ຜູ້ສ້າງ ແລະ ຜູ້ສຳເລັດສັດທາຂອງເຮົາ,”11 ແລະ ພຣະອົງຊົງເປັນເຈົ້າແຫ່ງຄວາມລຽບງ່າຍ. ຄຳຕອບຄື ພຣະເຢຊູ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.