ເຮົາສາມາດສູ້ກັບທຸກສິ່ງໄດ້ໂດຍພຣະອົງ
ເຮົາເຕີບໃຫຍ່ໃນຄວາມເປັນສານຸສິດຂອງເຮົາເມື່ອເຮົາໃຊ້ສັດທາໃນພຣະຜູ້ເປັນເຈົ້າໃນຊ່ວງເວລາທີ່ຫຍຸ້ງຍາກ.
ລະຫວ່າງການປະຕິບັດສາດສະໜາກິດຢູ່ເທິງໂລກຂອງພຣະຜູ້ຊ່ວຍໃຫ້ລອດ, ພຣະອົງໄດ້ສັງເກດເຫັນຊາຍຕາບອດຄົນໜຶ່ງ. ສານຸສິດຂອງພຣະເຢຊູໄດ້ຖາມວ່າ, “ພຣະອາຈານເອີຍ, ບາບກຳຂອງຜູ້ໃດ ຈຶ່ງເປັນເຫດໃຫ້ຊາຍຄົນນີ້ເກີດມາຕາບອດ?”
ຄຳຕອບຂອງພຣະຜູ້ຊ່ວຍໃຫ້ລອດທີ່ໜັກແໜ້ນ, ດ້ວຍຄວາມຮັກ, ແລະ ຈິງໃຈ ເຮັດໃຫ້ເຮົາໝັ້ນໃຈວ່າພຣະອົງຮູ້ເຖິງການດີ້ນລົນຂອງເຮົາ: “ບໍ່ແມ່ນຍ້ອນການບາບຂອງລາວ ຫລື ບາບກຳຂອງພໍ່ແມ່ລາວ: ລາວຕາບອດເພື່ອໃຫ້ພາລະກິດຂອງພຣະເຈົ້າສຳແດງໃນຕົວລາວ.”1
ໃນຂະນະທີ່ການທ້າທາຍບາງຢ່າງອາດຈະເກີດຂຶ້ນຍ້ອນຄວາມຈົງໃຈທີ່ຈະບໍ່ເຊື່ອຟັງ, ເຮົາຮູ້ໄດ້ວ່າການທ້າທາຍໃນຊີວິດເກີດຂຶ້ນກໍຍ້ອນເຫດຜົນອື່ນໆເຊັ່ນກັນ. ບໍ່ວ່າແຫລ່ງທີ່ມາຂອງການທ້າທາຍຂອງເຮົາຈະເປັນແນວໃດ, ມັນກໍເປັນໂອກາດທອງທີ່ຈະເຕີບໂຕ.
ຄອບຄົວຂອງພວກເຮົາກໍບໍ່ຖືກຍົກເວັ້ນຈາກຄວາມລຳບາກຂອງຊີວິດເຊັ່ນກັນ. ຕອນເຕີບໃຫຍ່, ຂ້າພະເຈົ້າຍົກຍ້ອງຄອບຄົວໃຫຍ່. ຄອບຄົວດັ່ງກ່າວໄດ້ດຶງດູດໃຈຂອງຂ້າພະເຈົ້າ, ໂດຍສະເພາະເມື່ອຂ້າພະເຈົ້າໄດ້ພົບກັບສາດສະໜາຈັກຕອນໄວລຸ້ນຜ່ານພໍ່ລຸງທາງແມ່ຂອງຂ້າພະເຈົ້າ, ສາໂຟ, ແລະ ພັນລະຍາຂອງເພິ່ນ ໃນເມືອງທາໂຄຣາດີ, ປະເທດການາ.
ເມື່ອຂ້າພະເຈົ້າ ແລະ ຮັນນາໄດ້ແຕ່ງງານກັນ, ພວກເຮົາມີຄວາມປາດຖະໜາທີ່ຈະບັນລຸຕາມປິຕຸພອນຂອງພວກເຮົາ, ຊຶ່ງໄດ້ບອກໄວ້ວ່າພວກເຮົາຈະໄດ້ຮັບພອນໃຫ້ມີລູກຫລາຍຄົນ. ເຖິງຢ່າງໃດກໍຕາມ, ກ່ອນການໃຫ້ກຳເນີດລູກຊາຍຄົນທີສາມຂອງພວກເຮົາ, ເປັນທີ່ຊັດເຈນທາງການແພດວ່າຮັນນາຈະບໍ່ສາມາດມີລູກໄດ້ອີກ. ດ້ວຍຄວາມກະຕັນຍູ, ເຖິງແມ່ນເຄນເນັດຈະເກີດມາໃນສະຖານະການທີ່ຄຸກຄາມຊີວິດທັງລາວ ແລະ ແມ່, ແຕ່ລາວໄດ້ເກີດມາຢ່າງປອດໄພ, ແລະ ແມ່ຂອງລາວກໍຄ່ອຍດີຂຶ້ນ. ລາວສາມາດເລີ່ມມີສ່ວນຮ່ວມຢ່າງເຕັມສ່ວນໃນຊີວິດຄອບຄົວຂອງພວກເຮົາ—ລວມທັງການໄປໂບດ, ການອະທິຖານເປັນຄອບຄົວປະຈຳວັນ, ການສຶກສາພຣະຄຳພີ, ການສັງສັນໃນຕອນແລງ, ແລະ ກິດຈະກຳໃນວັນພັກຜ່ອນຕ່າງໆທີ່ດີງາມ.
ເຖິງແມ່ນວ່າພວກເຮົາຕ້ອງປັບຕົວກັບຄວາມຄາດຫວັງທີ່ຈະມີຄອບຄົວໃຫຍ່, ມັນຄືຄວາມສຸກທີ່ໄດ້ນຳເອົາຄຳສອນຈາກ “ຄອບຄົວ: ການປະກາດຕໍ່ໂລກ” ມາສິດສອນລູກໆທີ່ຮັກຂອງພວກເຮົາທັງສາມ. ການປະຕິບັດຕາມຄຳສອນເຫລົ່ານັ້ນເຮັດໃຫ້ສັດທາທີ່ເຕີບໂຕຂອງຂ້າພະເຈົ້າມີຄວາມໝາຍຫລາຍຂຶ້ນ.
ດັ່ງທີ່ໄດ້ກ່າວໄວ້ໃນການປະກາດວ່າ: “ການແຕ່ງງານລະຫວ່າງຊາຍ ແລະ ຍິງ ເປັນສິ່ງສຳຄັນຫລາຍຕໍ່ແຜນນິລັນດອນຂອງພຣະອົງ. ເດັກນ້ອຍມີສິດທີ່ຈະມາເກີດນຳພໍ່ແມ່ທີ່ແຕ່ງງານກັນ, ແລະ ທີ່ຈະໄດ້ຮັບການລ້ຽງດູຈາກພໍ່ແມ່ຜູ້ນັບຖືຄຳໝັ້ນສັນຍາທີ່ໄດ້ກະທຳໄວ້ຕໍ່ກັນ ແລະ ຊື່ສັດບໍລິສຸດຕໍ່ກັນ.”2 ເມື່ອເຮົານຳເອົາຫລັກທຳເຫລົ່ານີ້ໄປປະຕິບັດ, ເຮົາກໍຈະໄດ້ຮັບພອນ.
ເຖິງຢ່າງໃດກໍຕາມ, ທ້າຍອາທິດໜຶ່ງລະຫວ່າງການຮັບໃຊ້ໃນຖານະປະທານສະເຕກ, ພວກເຮົາໄດ້ປະສົບກັບການທົດລອງທີ່ຮ້າຍແຮງທີ່ສຸດເທົ່າທີ່ພໍ່ແມ່ເຄີຍປະສົບມາ. ຄອບຄົວຂອງພວກເຮົາກັບມາຈາກກິດຈະກຳໂບດ ແລະ ຮ່ວມກັນຢູ່ເພື່ອກິນເຂົ້າສວຍ. ຈາກນັ້ນລູກຊາຍທັງສາມຄົນຂອງພວກເຮົາກໍອອກໄປຫລິ້ນຢູ່ບໍລິເວນບ້ານຂອງພວກເຮົາ.
ພັນລະຍາຂອງຂ້າພະເຈົ້າໄດ້ຮູ້ສຶກຖືກກະຕຸ້ນເຕືອນແບບຊ້ຳໆວ່າມີບາງສິ່ງຜິດປົກກະຕິ. ລາວໄດ້ບອກໃຫ້ຂ້າພະເຈົ້າໄປເບິ່ງເດັກນ້ອຍໃນຂະນະທີ່ພວກເຮົາກຳລັງລ້າງຖ້ວຍຢູ່. ຂ້າພະເຈົ້າຮູ້ສຶກວ່າພວກເຂົາປອດໄພດີຢູ່ເພາະພວກເຮົາໄດ້ຍິນສຽງຕື່ນເຕັ້ນຈາກການຫລິ້ນຂອງພວກເຂົາ.
ໃນທີ່ສຸດເມື່ອພວກເຮົາທັງສອງໄດ້ໄປກວດເບິ່ງລູກຊາຍຂອງພວກເຮົາ, ດ້ວຍຄວາມຕົກໃຈ ພວກເຮົາພົບວ່າເຄນເນັດອາຍຸ 18 ເດືອນນອນຈົມຢູ່ໃນຄຸນ້ຳ, ໂດຍທີ່ພວກອ້າຍຂອງລາວບໍ່ເຫັນ. ພວກເຮົາໄດ້ພາລາວໄປໂຮງໝໍຢ່າງໄວວາ, ແຕ່ຄວາມພະຍາຍາມທັງໝົດທີ່ຈະຊ່ວຍຊີວິດລາວກັບໄຮ້ຜົນ.
ພວກເຮົາເສຍໃຈຫລາຍທີ່ພວກເຮົາຈະບໍ່ມີໂອກາດລ້ຽງລູກອັນເປັນທີ່ຮັກຂອງພວກເຮົາໃນຊີວິດມະຕະນີ້. ເຖິງແມ່ນພວກເຮົາຮູ້ວ່າເຄນເນັດຈະເປັນສ່ວນໜຶ່ງຂອງຄອບຄົວພວກເຮົາຊົ່ວນິລັນດອນ, ຂ້າພະເຈົ້າພົບວ່າຕົວເອງສົງໄສເປັນຫຍັງພຣະເຈົ້າຈຶ່ງປ່ອຍໃຫ້ເລື່ອງໂສກເສົ້າແບບນີ້ເກີດຂຶ້ນກັບຂ້າພະເຈົ້າ ໃນເມື່ອຂ້າພະເຈົ້າໄດ້ເຮັດສຸດຄວາມສາມາດຂອງຂ້າພະເຈົ້າໃນການຂະຫຍາຍການເອີ້ນຂອງຂ້າພະເຈົ້າ. ຂ້າພະເຈົ້າຫາກໍກັບມາບ້ານຈາກການເຮັດໜ້າທີ່ຢ່າງໜຶ່ງຂອງຂ້າພະເຈົ້າໃນການປະຕິບັດສາດສະໜາກິດຕໍ່ໄພ່ພົນ. ເປັນຫຍັງພຣະເຈົ້າຈຶ່ງບໍ່ເບິ່ງການຮັບໃຊ້ຂອງຂ້າພະເຈົ້າ ແລະ ປົກປັກຮັກສາລູກຂອງພວກເຮົາ ແລະ ຄອບຄົວຂອງພວກເຮົາຈາກຄວາມໂສກເສົ້າຄັ້ງນີ້? ຍິ່ງຂ້າພະເຈົ້າຄິດຫລາຍເທົ່າໃດ, ມັນກໍຍິ່ງຂົມຂື່ນຫລາຍຂຶ້ນເທົ່ານັ້ນ.
ພັນລະຍາຂອງຂ້າພະເຈົ້າບໍ່ເຄີຍໂທດຂ້າພະເຈົ້າທີ່ບໍ່ເຮັດຕາມການກະຕຸ້ນເຕືອນຂອງລາວ, ແຕ່ຂ້າພະເຈົ້າໄດ້ຮຽນຮູ້ບົດຮຽນທີ່ປ່ຽນແປງຊີວິດ ແລະ ໄດ້ຕັ້ງກົດໄວ້ສອງຂໍ້, ທີ່ຈະບໍ່ມີວັນລະເມີດກົດເຫລົ່ານັ້ນ:
ກົດຂໍ້ທີ 1: ໃຫ້ຮັບຟັງ ແລະ ເອົາໃຈໃສ່ຕໍ່ການກະຕຸ້ນຂອງພັນລະຍາຂອງຕົນ.
ກົດຂໍ້ທີ 2: ຖ້າບໍ່ແນ່ໃຈດ້ວຍເຫດຜົນໃດກໍຕາມ, ໃຫ້ກັບຄືນໄປເຮັດຕາມກົດຂໍ້ທີ 1.
ເຖິງແມ່ນປະສົບການຈະພັງທະລາຍ ແລະ ພວກເຮົາຍັງໂສກເສົ້າຕໍ່ໄປ, ແຕ່ໃນທີ່ສຸດພາລະອັນໜັກໜ່ວງຂອງພວກເຮົາກໍຄ່ອຍໆເບົາບາງໄປ.3 ພັນລະຍາ ແລະ ຂ້າພະເຈົ້າໄດ້ຮຽນຮູ້ບົດຮຽນສະເພາະຈາກການສູນເສຍຂອງພວກເຮົາ. ພວກເຮົາໄດ້ມາຮູ້ສຶກເຖິງຄວາມເປັນໜຶ່ງດຽວ ແລະ ຜູກພັນກັນດ້ວຍພັນທະສັນຍາພຣະວິຫານຂອງພວກເຮົາ; ພວກເຮົາຮູ້ວ່າພວກເຮົາສາມາດທວງເອົາເຄນເນັດເປັນຂອງພວກເຮົາຄືນອີກໃນໂລກຕໍ່ໄປ ເພາະວ່າລາວໄດ້ເກີດໃນພັນທະສັນຍາ. ພວກເຮົາຍັງໄດ້ຮັບປະສົບການທີ່ຈຳເປັນໃນການປະຕິບັດສາດສະໜາກິດຕໍ່ຄົນອື່ນ ແລະ ເຂົ້າອົກເຂົ້າໃຈກັບຄວາມເຈັບປວດຂອງພວກເຂົາ. ຂ້າພະເຈົ້າເປັນພະຍານວ່າ ຄວາມຂົມຂື່ນຂອງພວກເຮົາໄດ້ສະຫລາຍໄປຂະນະທີ່ພວກເຮົາໃຊ້ສັດທາໃນພຣະຜູ້ເປັນເຈົ້າ. ປະສົບການຂອງພວກເຮົາຍັງຍາກຢູ່ຕໍ່ໄປ, ແຕ່ພວກເຮົາໄດ້ຮຽນຮູ້ຈາກອັກຄະສາວົກໂປໂລວ່າ ພວກເຮົາ “ສາມາດສູ້ກັບທຸກສິ່ງໄດ້ໂດຍ [ພຣະຄຣິດຜູ້ຊົງຊູກຳລັງພວກເຮົາ]” ຖ້າພວກເຮົາສຸມໃຈໃສ່ພຣະອົງ.4
ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ, “ເມື່ອເຮົາເຮັດໃຫ້ຊີວິດຂອງເຮົາສຸມໃສ່ແຜນແຫ່ງຄວາມລອດຂອງພຣະເຈົ້າ, … ແລະ ພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ, ເຮົາສາມາດຮູ້ສຶກເຖິງຄວາມສຸກໄດ້ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນ—ຫລື ບໍ່ເກີດຂຶ້ນກໍຕາມ—ໃນຊີວິດຂອງເຮົາ.” ເພິ່ນຍັງກ່າວຕື່ມອີກວ່າ, “ຄວາມສຸກມາຈາກພຣະອົງ ແລະ ເພາະພຣະອົງ.”5
ພວກເຮົາສາມາດເບີກບານ ແລະ ເຕັມໄປດ້ວຍສັນຕິສຸກໃນເວລາແຫ່ງຄວາມລຳບາກຂອງພວກເຮົາ. ພວກເຮົາຮູ້ສຶກເຖິງຄວາມຮັກໄດ້ຍ້ອນພຣະຜູ້ຊ່ວຍໃຫ້ລອດ ແລະ ການຊົດໃຊ້ຂອງພຣະອົງກາຍເປັນແຫລ່ງຊ່ວຍອັນມີພະລັງໃຫ້ແກ່ພວກເຮົາໃນຊ່ວງເວລາທີ່ທ້າທາຍນັ້ນ. “ທຸກສິ່ງທຸກຢ່າງທີ່ບໍ່ຍຸດຕິທຳ [ແລະ ຫຍຸ້ງຍາກ] ໃນຊີວິດສາມາດຖືກແກ້ໄຂໃຫ້ຖືກຕ້ອງໄດ້ ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ.”6 ພຣະອົງໄດ້ບັນຊາວ່າ, “ໃນໂລກນີ້ພວກເຈົ້າຈະມີຄວາມທຸກລຳບາກ: ແຕ່ຈົ່ງຊື່ນໃຈເທາະ, ເພາະຝ່າຍເຮົາໄດ້ຊະນະໂລກແລ້ວ.”7 ພຣະອົງສາມາດຊ່ວຍໃຫ້ພວກເຮົາອົດທົນຕໍ່ຄວາມເຈັບປວດ, ຄວາມເຈັບປ່ວຍ, ແລະ ການທົດລອງຕ່າງໆທີ່ພວກເຮົາປະເຊີນຢູ່ໃນຊີວິດຕະມະ.
ພວກເຮົາພົບເຫັນເລື່ອງລາວຕ່າງໆຂອງຜູ້ນຳທີ່ຍິ່ງໃຫຍ່ ແລະ ມີກຽດໃນພຣະຄຳພີ, ເຊັ່ນເຢເຣມີຢາ, ໂຢບ, ໂຈເຊັບ ສະມິດ, ແລະ ນີໄຟ, ຜູ້ທີ່ບໍ່ໄດ້ຖືກຍົກເວັ້ນຈາກການຕໍ່ສູ້ດີ້ນລົນ ແລະ ການທ້າທາຍຂອງຄວາມເປັນມະຕະ. ພວກເພິ່ນເປັນມະນຸດທີ່ຮຽນຮູ້ໃນການເຊື່ອຟັງພຣະຜູ້ເປັນເຈົ້າແມ່ນແຕ່ໃນສະພາບທີ່ໂຫດຮ້າຍ.8
ໃນລະຫວ່າງມື້ທີ່ໂຫດຮ້າຍໃນການຢູ່ໃນຄຸກລີເບີຕີ, ໂຈເຊັບ ສະມິດ ໄດ້ຮ້ອງອອກມາວ່າ, “ໂອ້ ພຣະອົງເຈົ້າ, ພຣະອົງຊົງປະທັບຢູ່ບ່ອນໃດ? ແລະ ສາລາທີ່ປົກປິດບ່ອນລີ້ຂອງພຣະອົງຢູ່ບ່ອນໃດ?”9 ພຣະຜູ້ເປັນເຈົ້າໄດ້ສິດສອນໂຈເຊັບໃຫ້ “ອົດທົນມັນໄດ້ດີ”10 ແລະ ໄດ້ສັນຍາວ່າຖ້າເພິ່ນເຮັດໄດ້, ທຸກຢ່າງນີ້ຈະເປັນປະສົບການໃຫ້ແກ່ເພິ່ນ ແລະ ຈະເກີດຂຶ້ນເພື່ອຄວາມດີຂອງເພິ່ນ.11
ເມື່ອສະທ້ອນກັບຄືນເຖິງປະສົບການຂອງຂ້າພະເຈົ້າເອງ, ຂ້າພະເຈົ້າຮູ້ວ່າຂ້າພະເຈົ້າໄດ້ຮຽນຮູ້ບາງບົດຮຽນທີ່ດີທີ່ສຸດຂອງຂ້າພະເຈົ້າ ໃນຊ່ວງເວລາທີ່ຍາກລຳບາກທີ່ສຸດໃນຊີວິດຂອງຂ້າພະເຈົ້າ, ຊ່ວງເວລາທີ່ນຳຂ້າພະເຈົ້າອອກຈາກເຂດສະດວກສະບາຍຂອງຂ້າພະເຈົ້າ. ຄວາມຫຍຸ້ງຍາກທີ່ຂ້າພະເຈົ້າໄດ້ພົບພໍ້ໃນຕອນເປັນໜຸ່ມ, ຕອນຮຽນຮູ້ກ່ຽວກັບສາດສະໜາຈັກຜ່ານທາງຫ້ອງຮຽນສາດສະໜາ, ຕອນຫາກໍປ່ຽນໃຈເຫລື້ອມໃສ, ຕອນເປັນຜູ້ສອນສາດສະໜາເຕັມເວລາ, ແລະ ການທ້າທາຍທີ່ຂ້າພະເຈົ້າປະເຊີນໜ້າໃນການສຶກສາຂອງຂ້າພະເຈົ້າ, ໃນຄວາມພະຍາຍາມຂະຫຍາຍການເອີ້ນຂອງຂ້າພະເຈົ້າ, ແລະ ໃນການລ້ຽງດູຄອບຄົວ ໄດ້ກຽມຂ້າພະເຈົ້າສຳລັບອະນາຄົດ. ຍິ່ງຂ້າພະເຈົ້າຕອບຮັບຕໍ່ສະຖານະການທີ່ຍາກລຳບາກຢ່າງລ່າເລີງດ້ວຍສັດທາໃນພຣະຜູ້ເປັນເຈົ້າຫລາຍເທົ່າໃດ, ກໍຍິ່ງເຮັດໃຫ້ຂ້າພະເຈົ້າເຕີບໃຫຍ່ໃນການເປັນສານຸສິດຂອງຂ້າພະເຈົ້າຫລາຍເທົ່ານັ້ນ.
ສິ່ງທີ່ຍາກໃນຊີວິດຂອງເຮົາຈະມາຫາເຮົາຢ່າງບໍ່ໜ້າແປກໃຈ ເມື່ອເຮົາເຂົ້າມາສູ່ເສັ້ນທາງຄັບ ແລະ ແຄບ.12 ພຣະເຢຊູຄຣິດໄດ້ຮຽນຮູ້ທີ່ຈະ “ນອບນ້ອມຍອມເຊື່ອຟັງ ໂດຍຄວາມທຸກລຳບາກທີ່ພຣະອົງໄດ້ທົນ.”13 ເມື່ອເຮົາຕິດຕາມພຣະອົງ, ໂດຍສະເພາະໃນເວລາທີ່ຫຍຸ້ງຍາກຂອງເຮົາ, ເຮົາຈະກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ.
ພັນທະສັນຍາຢ່າງໜຶ່ງທີ່ເຮົາໄດ້ເຮັດນຳພຣະຜູ້ເປັນເຈົ້າໃນພຣະວິຫານແມ່ນທີ່ຈະດຳລົງຊີວິດຕາມກົດແຫ່ງການເສຍສະລະ. ການເສຍສະລະເປັນພາກສ່ວນໜຶ່ງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດຕະຫລອດມາ. ມັນຄືສິ່ງເຕືອນໃຈຢ່າງໜຶ່ງເຖິງການເສຍສະລະອັນຍິ່ງໃຫຍ່ຂອງພຣະເຢຊູຄຣິດເພື່ອທຸກໆຄົນທີ່ເຄີຍມີຊີວິດ ຫລື ຈະມີຊີວິດຢູ່ເທິງໂລກ.
ຂ້າພະເຈົ້າຮູ້ວ່າ ພຣະຜູ້ເປັນເຈົ້າຈະທົດແທນໃຫ້ກັບຄວາມປາດຖະໜາອັນຊອບທຳຂອງເຮົາສະເໝີ. ຈື່ໄດ້ບໍວ່າຂ້າພະເຈົ້າຖືກສັນຍາໄວ້ໃນປິຕຸພອນຂອງຂ້າພະເຈົ້າວ່າຈະມີລູກຫລາຍຄົນ? ຄຳທຳນາຍນັ້ນກຳລັງເກີດເປັນຈິງ. ຂ້າພະເຈົ້າ ແລະ ພັນລະຍາໄດ້ຮັບໃຊ້ຮ່ວມກັບຜູ້ສອນສາດສະໜາຫລາຍຮ້ອຍຄົນ, ຈາກຫລາຍກວ່າ 25 ປະເທດ, ໃນເຂດເຜີຍແຜ່ຊາຍຝັ່ງການາເຄບ. ພວກເຂົາເປັນທີ່ຮັກຂອງພວກເຮົາຄືກັນກັບວ່າເປັນລູກຂອງພວກເຮົາເອງ.
ຂ້າພະເຈົ້າເປັນພະຍານວ່າເຮົາເຕີບໃຫຍ່ໃນຄວາມເປັນສານຸສິດຂອງເຮົາເມື່ອເຮົາໃຊ້ສັດທາໃນພຣະຜູ້ເປັນເຈົ້າໃນຊ່ວງເວລາທີ່ຫຍຸ້ງຍາກ. ຖ້າເຮົາເຮັດເຊັ່ນນັ້ນ, ພຣະອົງຈະເພີ່ມຄວາມເຂັ້ມແຂງໃຫ້ເຮົາດ້ວຍຄວາມເມດຕາ ແລະ ຊ່ວຍແບກພາລະຕ່າງໆຂອງເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.