ຖືກຍົກຂຶ້ນເທິງໄມ້ກາງແຂນ
ໃນການເປັນຜູ້ຕິດຕາມພຣະເຢຊູຄຣິດ ບາງເທື່ອເຮົາຕ້ອງແບກພາລະ ແລະ ໄປຫາບ່ອນທີ່ຈຳເປັນຕ້ອງເສຍສະລະ ແລະ ຄວາມທຸກທໍລະມານທີ່ຫລີກລ້ຽງບໍ່ໄດ້.
ຫລາຍປີກ່ອນ, ຫລັງຈາກການສົນທະນາທີ່ມະຫາວິທະຍາໄລກ່ຽວກັບປະຫວັດສາດສາດສະໜາຂອງຊາວອາເມຣິກັນ, ເພື່ອນນັກຮຽນຄົນໜຶ່ງໄດ້ຖາມຂ້າພະເຈົ້າວ່າ, “ເປັນຫຍັງໄພ່ພົນຍຸກສຸດທ້າຍຈຶ່ງບໍ່ໃຊ້ໄມ້ກາງແຂນຄືກັນກັບຊາວຄຣິດຄົນອື່ນໆ ເພື່ອເປັນສັນຍາລັກເຖິງສັດທາຂອງເຂົາເຈົ້າ?”
ເຖິງແມ່ນຄຳຖາມກ່ຽວກັບໄມ້ກາງແຂນໄດ້ຖືກຖາມເລື້ອຍໆກ່ຽວກັບຄວາມມຸ່ງໝັ້ນຂອງເຮົາຕໍ່ພຣະຄຣິດ, ຂ້າພະເຈົ້າໄດ້ຕອບລາວທັນທີວ່າ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຖືວ່າການເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດເປັນສູນກາງຄວາມຈິງ, ເປັນຮາກຖານທີ່ຈຳເປັນ, ເປັນຄຳສອນຫລັກ, ແລະ ເປັນການສະແດງຄວາມຮັກຈາກສວັນທີ່ສູງສຸດ ໃນແຜນອັນຍິ່ງໃຫຍ່ຂອງພຣະເຈົ້າສຳລັບຄວາມລອດຂອງລູກໆຂອງພຣະອົງ.1 ຂ້າພະເຈົ້າໄດ້ອະທິບາຍວ່າ ພຣະຄຸນທີ່ຊ່ວຍໃຫ້ລອດ ຊຶ່ງມີໃນການກະທຳນັ້ນຈຳເປັນ ແລະ ປະທານໃຫ້ກັບຄອບຄົວມະນຸດ ຈາກອາດາມ ແລະ ເອວາ ຈົນເຖິງທີ່ສຸດຂອງແຜ່ນດິນໂລກ.2 ຂ້າພະເຈົ້າໄດ້ອ້າງຄຳເວົ້າຂອງສາດສະດາໂຈເຊັບ ສະມິດ, ຜູ້ໄດ້ກ່າວວ່າ, “ທຸກສິ່ງ … ທັງປວງທີ່ກ່ຽວຂ້ອງກັບສາດສະໜາຂອງເຮົາ ເປັນພຽງສ່ວນປະກອບເທົ່ານັ້ນ” ຕໍ່ການຊົດໃຊ້ຂອງພຣະເຢຊູຄຣິດ.3
ແລ້ວຂ້າພະເຈົ້າໄດ້ອ່ານສິ່ງທີ່ນີໄຟໄດ້ຂຽນ 600 ປີ ກ່ອນການກຳເນີດຂອງພຣະເຢຊູ: “ແລະ … ທູດໄດ້ກ່າວກັບຂ້າພະເຈົ້າ … , ມີຄວາມວ່າ: ເບິ່ງເຖີດ! ແລະ ຂ້າພະເຈົ້າໄດ້ເບິ່ງ ແລະ ເຫັນພຣະເມສານ້ອຍຂອງພຣະເຈົ້າ, … [ຜູ້] ຖືກຍົກຂຶ້ນເທິງໄມ້ກາງແຂນ ແລະ ຖືກປະຫານເພື່ອບາບຂອງໂລກ.”4
ດ້ວຍຄວາມກະຕືລືລົ້ນຫລາຍທີ່ຈະ “ຮັກ, ແບ່ງປັນ, ແລະ ເຊື້ອເຊີນ” ຂອງຂ້າພະເຈົ້າ, ຂ້າພະເຈົ້າຈຶ່ງອ່ານຕໍ່ໄປ! ຕໍ່ຊາວນີໄຟໃນໂລກໃໝ່ ພຣະຄຣິດທີ່ຟື້ນຄືນພຣະຊົນແລ້ວໄດ້ກ່າວວ່າ, “ພຣະບິດາຂອງເຮົາໄດ້ສົ່ງເຮົາມາເພື່ອວ່າເຮົາຈະໄດ້ຖືກຍົກຂຶ້ນເທິງໄມ້ກາງແຂນ; … ເພື່ອວ່າເຮົາຈະໄດ້ຊັກນຳຄົນທັງຫລາຍມາຫາເຮົາ, … ແລະ ເປັນດ້ວຍເຫດນີ້ ເຮົາຈຶ່ງຖືກຍົກຂຶ້ນ.”5
ຂ້າພະເຈົ້າກຳລັງຈະອ້າງເຖິງຄຳເວົ້າຂອງອັກຄະສາວົກໂປໂລ ເມື່ອຂ້າພະເຈົ້າໄດ້ສັງເກດເຫັນວ່າ ເພື່ອນຂອງຂ້າພະເຈົ້າເຫລືອດຕາໄປບ່ອນອື່ນ. ລາວຫລຽວເບິ່ງໂມງຂອງລາວຢ່າງໄວ ເຕືອນຂ້າພະເຈົ້າວ່າ ລາວຕ້ອງໄດ້ໄປບ່ອນໃດບ່ອນໜຶ່ງ—ບ່ອນໃດກໍຕາມ—ແລະ ລາວກໍຟ້າວອອກໄປຫາບ່ອນນັດໝາຍສົມມຸດຂອງລາວ. ການສົນທະນາຂອງພວກເຮົາກໍຈົບລົງຈັງຊັ້ນ.
ໃນເຊົ້າມື້ນີ້, ເປັນເວລາ 50 ປີ ຜ່ານມາແລ້ວ, ຂ້າພະເຈົ້າຕັ້ງໃຈທີ່ຈະອະທິບາຍກ່ຽວກັບເລື່ອງນັ້ນ—ເຖິງແມ່ນພວກທ່ານແຕ່ລະຄົນ, ທຸກຄົນເລີ່ມເບິ່ງໂມງກໍຕາມ. ຂະນະທີ່ຂ້າພະເຈົ້າຈະພະຍາຍາມອະທິບາຍວ່າໂດຍທົ່ວໄປແລ້ວ ເປັນຫຍັງເຮົາຈຶ່ງ ບໍ່ ຍຶດຖືຮູບໄມ້ກາງແຂນ, ຂ້າພະເຈົ້າຢາກຂໍສະແດງຄວາມເຄົາລົບຢ່າງເລິກເຊິ່ງ ແລະ ຊົມເຊີຍຢ່າງສຸດຊຶ້ງຕໍ່ແຮງຈູງໃຈທີ່ເຕັມດ້ວຍສັດທາ ແລະ ຊີວິດຂອງຜູ້ທີ່ຍຶດຖື.
ເຫດຜົນໜຶ່ງທີ່ພວກເຮົາບໍ່ເນັ້ນໄມ້ກາງແຂນວ່າເປັນສັນຍາລັກທີ່ມາຈາກຮາກເຫງົ້າໃນພຣະຄຣິສຕະທຳຄຳພີຂອງພວກເຮົາ. ເພາະວ່າການຄຶງເປັນການປະຫານຊີວິດທີ່ທໍລະມານທີ່ສຸດຢ່າງໜຶ່ງ ໃນຈັກກະພົບໂຣມ, ຜູ້ຕິດຕາມພຣະຄຣິດລຸ້ນເດີມຫລາຍຄົນບໍ່ຢາກເນັ້ນເຖິງເຄື່ອງມືແຫ່ງຄວາມທຸກທໍລະມານທີ່ໂຫດຮ້າຍນັ້ນ. ຄວາມໝາຍຂອງການສິ້ນພຣະຊົນຂອງພຣະຄຣິດເປັນສູນກາງຂອງສັດທາຂອງພວກເຂົາຢ່າງແນ່ນອນ, ແຕ່ເປັນເວລາປະມານ 300 ປີ ທີ່ພວກເຂົາພະຍາຍາມຖ່າຍທອດເອກະລັກພຣະກິດຕິຄຸນຜ່ານທາງວິທີອື່ນ.6
ເມື່ອເຖິງສັດຕະວັດທີສີ່ ແລະ ທີຫ້າ, ໄມ້ກາງແຂນໄດ້ຖືກນຳມາໃຊ້ເປັນສັນຍາລັກຂອງສາດສະໜາຄຣິດສະຕຽນໂດຍທົ່ວໄປ, ແຕ່ຄວາມເຊື່ອຂອງພວກເຮົາບໍ່ຄື “ສາດສະໜາຄຣິດສະຕຽນໂດຍທົ່ວໄປ.” ພວກເຮົາບໍ່ແມ່ນໂບດກາໂຕລິກ ຫລື ໂບດໂປເຕສະຕັງ, ແຕ່ພວກເຮົາແມ່ນໂບດ ທີ່ຖືກຟື້ນຟູ, ແມ່ນສາດສະໜາຈັກໃນພຣະຄຳພີໃໝ່ ທີ່ຖືກຟື້ນຟູ. ດັ່ງນັ້ນ, ຕົ້ນກຳເນີດ ແລະ ສິດອຳນາດຂອງພວກເຮົາຢ້ອນຄືນຫລັງກັບໄປ ກ່ອນ ເວລາຂອງສະພາ, ລັດທິຄວາມເຊື່ອ, ແລະ ການຍຶດຖື.7 ໃນຄວາມໝາຍນີ້, ການບໍ່ມີສັນຍາລັກທີ່ໃຊ້ກັນເປັນເວລາດົນນານກ່ອນຈະນຳໄມ້ກາງແຂນມາໃຊ້ ກໍເປັນຫລັກຖານຢ່າງໜຶ່ງວ່າ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຄືການຟື້ນຟູການເລີ່ມຕົ້ນທີ່ແທ້ຈິງຂອງຊາວຄຣິດ.
ອີກເຫດຜົນໜຶ່ງທີ່ບໍ່ໄດ້ໃຊ້ໄມ້ກາງແຂນເປັນສັນຍາລັກຄື ພວກເຮົາເນັ້ນໃສ່ທີ່ການອັດສະຈັນອັນສົມບູນຂອງພາລະກິດຂອງພຣະຄຣິດ—ການຟື້ນຄືນພຣະຊົນທີ່ຮຸ່ງໂລດ ຕະຫລອດທັງການເສຍສະລະຊົດໃຊ້ ແລະ ການສິ້ນພຣະຊົນຂອງພຣະອົງ. ໃນການເນັ້ນຄວາມສຳພັນດັ່ງກ່າວ, ຂ້າພະເຈົ້າສັງເກດຮູບພາບສອງແຜ່ນ8 ທີ່ຕິດຢູ່ຝາຫ້ອງບ່ອນຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງຮ່ວມປະຊຸມສັກສິດໃນພຣະວິຫານທຸກວັນພະຫັດໃນເມືອງເຊົາເລັກ. ຮູບພາບເຫລົ່ານີ້ເປັນສິ່ງຊ່ວຍເຕືອນໃຈພວກເຮົາສະເໝີ ເຖິງຄ່າທີ່ຕ້ອງຈ່າຍ ແລະ ເຖິງໄຊຊະນະຂອງພຣະອົງຜູ້ນັ້ນ ຊຶ່ງພວກເຮົາເປັນຜູ້ຮັບໃຊ້ຂອງພຣະອົງ.
ສິ່ງທີ່ຖືກນຳສະເໜີຕໍ່ສາທາລະນະຫລາຍກວ່າກ່ຽວກັບໄຊຊະນະສອງສ່ວນຂອງພຣະຄຣິດແມ່ນການໃຊ້ຮູບພາບຂອງທ່ານທໍວາວເຊັນ ເປັນຮູບພຣະຄຣິດທີ່ຟື້ນຄືນພຣະຊົນແລ້ວກຳລັງອອກມາຈາກອຸບມຸງດ້ວຍລັດສະໝີພາບ ພ້ອມດ້ວຍຮອຍແຜຈາກການຄຶງທີ່ຍັງປະກົດເປັນຫລັກຖານ.9
ສຸດທ້າຍ, ເຮົາເຕືອນໃຈຕົວເອງວ່າ ປະທານກໍດອນ ບີ ຮິງລີ ຄັ້ງໜຶ່ງເຄີຍສິດສອນວ່າ, “ຊີວິດຂອງຜູ້ຄົນຂອງເຮົາຈະຕ້ອງ [ເປັນ] … ສັນຍາລັກໃຫ້ແກ່ [ສັດທາ] ຂອງເຮົາ.”10 ການພິຈາລະນາເຫລົ່ານີ້—ໂດຍສະເພາະອັນທີຫລັງ—ນຳພາຂ້າພະເຈົ້າໄປຫາສິ່ງທີ່ອາດສຳຄັນທີ່ສຸດໃນຂໍ້ພຣະຄຳພີອ້າງອີງທັງໝົດເຖິງໄມ້ກາງແຂນ. ມັນບໍ່ກ່ຽວຂ້ອງກັບກີ້ສາຍຄໍ ຫລື ເຄື່ອງປະດັບ, ກັບຍອດແຫລມ ຫລື ປ້າຍຕ່າງໆ. ແຕ່ມັນກ່ຽວຂ້ອງກັບຄວາມຊື່ສັດອັນແຂງແກ່ນ ແລະ ຄວາມເຊື່ອທີ່ໝັ້ນຄົງ ຊຶ່ງຊາວຄຣິດຄວນນຳມາຫາການເອີ້ນທີ່ພຣະຄຣິດໄດ້ກ່າວກັບສານຸສິດທຸກຄົນຂອງພຣະອົງ. ໃນທຸກແຜ່ນດິນ ແລະ ທຸກໄວ, ພຣະອົງໄດ້ກ່າວກັບເຮົາທຸກຄົນວ່າ, “ຖ້າຊາຍ [ຫລື ຍິງ] ຢາກຕາມເຮົາມາ, ໃຫ້ຜູ້ນັ້ນຕັດສິດຂອງຕົນ, ແລະ ຮັບແບກໄມ້ກາງແຂນຂອງຕົນແລ້ວຕິດຕາມເຮົາມາ.”11
ສິ່ງນີ້ກ່າວເຖິງໄມ້ກາງແຂນທີ່ເຮົາແບກ ແທນທີ່ຈະສວມ. ໃນການເປັນຜູ້ຕິດຕາມພຣະເຢຊູຄຣິດ, ບາງເທື່ອເຮົາຕ້ອງແບກພາລະ—ຂອງເຮົາເອງ ຫລື ຂອງຄົນອື່ນ—ແລະ ໄປຫາບ່ອນທີ່ຈຳເປັນຕ້ອງເສຍສະລະ ແລະ ຄວາມທຸກທໍລະມານທີ່ຫລີກລ້ຽງບໍ່ໄດ້. ຊາວຄຣິດທີ່ແທ້ຈິງບໍ່ສາມາດຕິດຕາມພຣະອາຈານໄດ້ສະເພາະແຕ່ໃນເລື່ອງທີ່ເຂົາເຫັນດ້ວຍເທົ່ານັ້ນ. ບໍ່ເລີຍ. ເຮົາຕິດຕາມພຣະອົງໄປທຸກຫົນທຸກແຫ່ງ, ລວມທັງ, ຖ້າຈຳເປັນ, ເຂົ້າໄປໃນສະໜາມທີ່ເຕັມໄປດ້ວຍນ້ຳຕາ ແລະ ບັນຫາ, ບ່ອນທີ່ບາງເທື່ອເຮົາອາດຕ້ອງຢືນຢູ່ຄົນດຽວ.
ຂ້າພະເຈົ້າຮູ້ຈັກຜູ້ຄົນ, ໃນ ແລະ ນອກສາດສະໜາຈັກ, ຜູ້ທີ່ກຳລັງຕິດຕາມພຣະຄຣິດຢ່າງຊື່ສັດເຊັ່ນນັ້ນ. ຂ້າພະເຈົ້າຮູ້ຈັກເດັກນ້ອຍທີ່ຮ່າງກາຍພິການ, ແລະ ຂ້າພະເຈົ້າຮູ້ຈັກພໍ່ແມ່ຜູ້ດູແລພວກເຂົາ. ຂ້າພະເຈົ້າເຫັນທຸກຄົນທຳງານບາງຄັ້ງຈົນໝົດແຮງ, ສະແຫວງຫາຄວາມເຂັ້ມແຂງ, ຄວາມປອດໄພ, ແລະ ຊ່ວງເວລາທີ່ມີຄວາມສຸກຈັກໜ້ອຍໜຶ່ງ ທີ່ບໍ່ມາເຖິງໃນທາງອື່ນ. ຂ້າພະເຈົ້າຮູ້ຈັກຜູ້ໃຫຍ່ໜຸ່ມຫລາຍຄົນ ທີ່ປາດຖະໜາ ແລະ ຄູ່ຄວນ ສຳລັບຄູ່ຄອງທີ່ມີຄວາມຮັກ, ການແຕ່ງງານທີ່ດີ, ແລະ ບ້ານເຕັມໄປດ້ວຍລູກໆຂອງເຂົາເຈົ້າເອງ. ບໍ່ມີຄວາມປາດຖະໜາໃດທີ່ຈະຊອບທຳໄປກວ່ານີ້, ແຕ່ປີແລ້ວປີເລົ່າ ຄວາມໂຊກດີເຊັ່ນນັ້ນຍັງບໍ່ມາເຖິງ. ຂ້າພະເຈົ້າຮູ້ຈັກຜູ້ທີ່ຕໍ່ສູ້ກັບການປ່ວຍທາງຈິດຫລາຍປະເພດ, ທີ່ອ້ອນວອນຂໍຄວາມຊ່ວຍເຫລືອ ຂະນະທີ່ເຂົາເຈົ້າອະທິຖານ ແລະ ທູນຂໍ ແລະ ຄ່ຳຄວນ ເພື່ອແຜ່ນດິນແຫ່ງຄຳສັນຍາຂອງຄວາມໝັ້ນຄົງທາງອາລົມ. ຂ້າພະເຈົ້າຮູ້ຈັກຜູ້ທີ່ມີຊີວິດຢູ່ກັບຄວາມທຸກຍາກຢ່າງຮ້າຍແຮງແຕ່, ຕ້ານຄວາມສິ້ນຫວັງ, ຂໍພຽງແຕ່ມີໂອກາດທີ່ຈະເຮັດໃຫ້ຊີວິດຂອງຄົນທີ່ເຂົາເຈົ້າຮັກ ແລະ ຄົນອື່ນທີ່ຢູ່ອ້ອມຂ້າງເຂົາເຈົ້າດີຂຶ້ນ. ຂ້າພະເຈົ້າຮູ້ຈັກຫລາຍຄົນທີ່ຕໍ່ສູ້ກັບເລື່ອງຍາກຄືເລື່ອງເອກະລັກ, ເພດ, ແລະ ເພດສະພາບ. ຂ້າພະເຈົ້າຮ້ອງໄຫ້ເພື່ອພວກເຂົາ, ແລະ ຂ້າພະເຈົ້າຮ້ອງໄຫ້ກັບພວກເຂົາ, ໂດຍທີ່ຮູ້ວ່າ ຜົນສະທ້ອນໃນການຕັດສິນໃຈຂອງພວກເຂົາຈະສຳຄັນຫລາຍພຽງໃດ.
ສິ່ງເຫລົ່ານີ້ເປັນພຽງແຕ່ສອງສາມຢ່າງຂອງສະຖານະການທ້າທາຍຢ່າງຫລວງຫລາຍທີ່ເຮົາອາດປະເຊີນໃນຊີວິດ, ເປັນສິ່ງເຕືອນໃຈຢ່າງໜັກແໜ້ນວ່າ ການເປັນສານຸສິດທີ່ແທ້ຈິງ ມີ ຄ່າໃຊ້ຈ່າຍ. ກັບ ອາໂຣນາ, ຜູ້ພະຍາຍາມທີ່ຈະມອບງົວເຖິກ ແລະ ໄມ້ສຳລັບໄວ້ເຮັດຟືນໃຫ້ເພິ່ນຟຣີ, ກະສັດດາວິດໄດ້ກ່າວວ່າ “ບໍ່; ເຮົາຈະຈ່າຍເງິນໃຫ້ເຈົ້າ. ເຮົາຈະ [ບໍ່] ເອົາສິ່ງທີ່ບໍ່ໄດ້ຊື້ມາຖວາຍບູຊາແກ່ ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາ.”12 ເຮົາກໍຈະເວົ້າແບບນັ້ນຄືກັນ.
ເມື່ອເຮົາແບກໄມ້ກາງແຂນຂອງເຮົາ ແລະ ຕິດຕາມພຣະອົງໄປ, ຄົງຈະເປັນເລື່ອງໜ້າເສົ້າ ຖ້າຫາກນ້ຳໜັກຂອງການທ້າທາຍຂອງເຮົາ ບໍ່ໄດ້ເຮັດໃຫ້ເຮົາຮູ້ສຶກເຫັນອົກເຫັນໃຈ ແລະ ເອົາໃຈໃສ່ຕໍ່ພາລະຂອງຄົນອື່ນຫລາຍຂຶ້ນ. ມັນເປັນສິ່ງຂັດແຍ້ງ ທີ່ແຂນຂອງພຣະຜູ້ຊ່ວຍໃຫ້ລອດຖືກກາງອອກກວ້າງ ແລະ ແລ້ວຕອກຕະປູລົງທີ່ນັ້ນ, ໂດຍບໍ່ໄດ້ຕັ້ງໃຈ ແຕ່ຖືກຕ້ອງ ວ່າຊາຍ, ຍິງ, ແລະ ເດັກນ້ອຍທຸກຄົນໃນຄອບຄົວມະນຸດທັງໝົດ ບໍ່ພຽງແຕ່ເປັນທີ່ຕ້ອນຮັບ ແຕ່ຖືກເຊື້ອເຊີນໃຫ້ມາຫາອ້ອມກອດທີ່ໄຖ່ ແລະ ສູງສົ່ງຂອງພຣະອົງ.13
ເໝືອນດັ່ງການຟື້ນຄືນພຣະຊົນທີ່ຮຸ່ງໂລດຕິດຕາມການຄຶງອັນເຈັບປວດ, ພອນທຸກປະການຈະຖອກເທລົງມາເທິງຜູ້ທີ່ເຕັມໃຈ, ດັ່ງທີ່ສາດສະດາຢາໂຄບ ໃນພຣະຄຳພີມໍມອນກ່າວວ່າ, ຈົ່ງ “ເຊື່ອໃນພຣະຄຣິດ, ແລະ ເຫັນແກ່ການສິ້ນພຣະຊົນຂອງພຣະອົງ, ແລະ ທົນຮັບເອົາໄມ້ກາງແຂນຂອງພຣະອົງ.” ບາງເທື່ອພອນເຫລົ່ານີ້ຈະມາເຖິງໄວ ແລະ ບາງເທື່ອຈະມາເຖິງທີຫລັງ, ແຕ່ທ້າຍສຸດອັນໜ້າອັດສະຈັນຕໍ່ via dolorosa [ເສັ້ນທາງທີ່ຍາກລຳບາກ] ສ່ວນຕົວຂອງເຮົາ14 ແມ່ນຄຳສັນຍາຈາກພຣະອາຈານເອງ ທີ່ພອນມາເຖິງ ແລະ ຈະມາເຖິງ. ເພື່ອຈະໄດ້ຮັບພອນເຊັ່ນນັ້ນ, ຂໍໃຫ້ເຮົາຈົ່ງຕິດຕາມພຣະອົງ—ຢ່າງບໍ່ທໍ້ຖອຍ, ທັງບໍ່ລໍຊ້າ ຫລື ໜີ, ບໍ່ຫວັ່ນໄຫວໃນວຽກງານ, ບໍ່ວ່າໄມ້ກາງແຂນຂອງເຮົາຈະໜັກ ຫລື ເບົາ, ບໍ່ວ່າເສັ້ນທາງຈະມືດໄປຊົ່ວໄລຍະໜຶ່ງ. ສຳລັບຄວາມເຂັ້ມແຂງຂອງທ່ານ, ຄວາມຈົງຮັກພັກດີຂອງທ່ານ, ແລະ ຄວາມຮັກຂອງທ່ານ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຍິ່ງເປັນສ່ວນຕົວ. ມື້ນີ້ ຂ້າພະເຈົ້າຂໍສະແດງພະຍານຂອງອັກຄະສາວົກເຖິງພຣະອົງ ຜູ້ໄດ້ “ຖືກຍົກຂຶ້ນ”15 ແລະ ເຖິງພອນນິລັນດອນທີ່ພຣະອົງໄດ້ປະທານໃຫ້ແກ່ຜູ້ທີ່ “ຖືກຍົກຂຶ້ນ” ກັບພຣະອົງ, ແມ່ນແຕ່ອົງພຣະເຢຊູຄຣິດເຈົ້າ, ອາແມນ.