ແລະ ພວກເຂົາຢາກຈະເຫັນພຣະເຢຊູວ່າເປັນຄົນແນວໃດ
ຂ້າພະເຈົ້າເປັນພະຍານວ່າພຣະເຢຊູຊົງພຣະຊົນຢູ່, ວ່າພຣະອົງຮູ້ຈັກເຮົາ, ແລະ ວ່າພຣະອົງມີອຳນາດໃນການປິ່ນປົວ, ປ່ຽນແປງ, ແລະ ໃຫ້ອະໄພ.
ອ້າຍ, ເອື້ອຍນ້ອງ, ແລະ ໝູ່ເພື່ອນທັງຫລາຍ, ໃນປີ 2013 ພັນລະຍາຂອງຂ້າພະເຈົ້າ, ລໍຣີເອວ, ແລະ ຂ້າພະເຈົ້າໄດ້ຖືກເອີ້ນໃຫ້ຮັບໃຊ້ເປັນຜູ້ນຳເຜີຍແຜ່ໃນເຂດເຜີຍແຜ່ ເຊັກໂກ/ສະໂລແວກ. ລູກຂອງພວກເຮົາທັງສີ່ກໍຮັບໃຊ້ກັບພວກເຮົາ.1 ພວກເຮົາໄດ້ຮັບພອນໃນຖານະຄອບຄົວທີ່ມີຜູ້ສອນສາດສະໜາເກັ່ງຫລາຍ ແລະ ດ້ວຍໄພ່ພົນ ເຊັກໂກ ແລະ ສະໂລແວກທີ່ພິເສດ. ພວກເຮົາຮັກເຂົາເຈົ້າ.
ຂະນະທີ່ຄອບຄົວຂອງພວກເຮົາເຂົ້າໄປໃນສະໜາມເຜີຍແຜ່, ບາງສິ່ງບາງຢ່າງທີ່ ແອວເດີ ໂຈເຊັບ ບີ ເວີດລິນ ໄດ້ສິດສອນ ໄດ້ອອກໄປກັບພວກເຮົາ. ໃນຫົວຂໍ້ປາໄສ “ພຣະບັນຍັດຍິ່ງໃຫຍ່,” ແອວເດີ ເວີດລິນ ໄດ້ຖາມວ່າ, “ທ່ານຮັກພຣະຜູ້ເປັນເຈົ້າບໍ?” ຄຳແນະນຳຂອງເພິ່ນຕໍ່ພວກເຮົາຜູ້ທີ່ຈະຕອບວ່າ ໂດຍ ນັ້ນລຽບງ່າຍ ແລະ ເລິກເຊິ່ງຄື: “ໃຊ້ເວລາກັບພຣະອົງ. ໄຕ່ຕອງພຣະຄຳຂອງພຣະອົງ. ຮັບແອກຂອງພຣະອົງໄວ້. ສະແຫວງຫາເພື່ອຄວາມເຂົ້າໃຈ ແລະ ເຊື່ອຟັງ.”2 ຈາກນັ້ນ ແອວເດີ ເວີດລິນ ກໍໄດ້ສັນຍາວ່າພອນແຫ່ງການປ່ຽນແປງຈະມາເຖິງຜູ້ທີ່ຕັ້ງໃຈອຸທິດເວລາ ແລະ ສະຖານທີ່ໃຫ້ແກ່ພຣະເຢຊູຄຣິດ.3
ພວກເຮົາໄດ້ຮັບເອົາຄຳສອນຂອງແອວເດີ ເວີດລິນ ແລະ ສັນຍາດ້ວຍຫົວໃຈ. ພ້ອມກັນກັບຜູ້ສອນສາດສະໜາຂອງພວກເຮົາ, ພວກເຮົາໄດ້ໃຊ້ເວລາເພີ່ມຂຶ້ນກັບພຣະເຢຊູຄຣິດ, ສຶກສາ ມັດທາຍ, ມາຣະໂກ, ລູກາ, ແລະ ໂຢຮັນ ຈາກພຣະຄຳພີໃໝ່ ແລະ 3 ນີໄຟ ຈາກພຣະຄຳພີມໍມອນ. ໃນຕອນທ້າຍຂອງການປະຊຸມຜູ້ສອນສາດສະໜາທຸກຄັ້ງ, ພວກເຮົາເຫັນວ່າຕົວພວກເຮົາເອງໄດ້ກັບໄປອ້າງອີງເຖິງ “ພຣະທຳທັງຫ້າ”4 ການອ່ານ, ການສົນທະນາ, ການພິຈາລະນາ, ແລະ ການຮຽນຮູ້ກ່ຽວກັບພຣະເຢຊູ.
ສຳລັບຂ້າພະເຈົ້າ, ລໍຣີເອວ, ແລະ ຜູ້ສອນສາດສະໜາຂອງພວກເຮົາ, ການໃຊ້ເວລາກັບພຣະເຢຊູໃນພຣະຄຳພີ ໄດ້ປ່ຽນແປງທຸກສິ່ງທຸກຢ່າງ. ພວກເຮົາຮູ້ສຶກຊາບຊຶ້ງຫລາຍຂຶ້ນໃນສິ່ງທີ່ພຣະອົງເປັນ ແລະ ແມ່ນຫຍັງທີ່ສຳຄັນຕໍ່ພຣະອົງ. ພ້ອມກັນ ພວກເຮົາພິຈາລະນາໃນວິທີທີ່ພຣະອົງສິດສອນ, ສິ່ງທີ່ພຣະອົງສິດສອນ, ວິທີທີ່ພຣະອົງສະແດງຄວາມຮັກ, ສິ່ງທີ່ພຣະອົງໄດ້ປະຕິບັດເພື່ອໃຫ້ພອນ ແລະ ຮັບໃຊ້, ການອັດສະຈັນຂອງພຣະອົງ, ວິທີທີ່ພຣະອົງຮັບມືກັບຜູ້ທໍລະຍົດ, ສິ່ງທີ່ພຣະອົງກະທຳຕໍ່ອາລົມທີ່ຫຍຸ້ງຍາກຂອງມະນຸດ, ພຣະນາມ ແລະ ຕຳແໜ່ງຕ່າງໆຂອງພຣະອົງ, ວິທີທີ່ພຣະອົງຮັບຟັງ, ວິທີທີ່ພຣະອົງແກ້ໄຂຄວາມຂັດແຍ້ງ, ໂລກທີ່ພຣະອົງອາໄສຢູ່, ຄຳອຸປະມາຂອງພຣະອົງ, ວິທີທີ່ພຣະອົງສະໜັບສະໜູນຄວາມສາມັກຄີ ແລະ ຄວາມເມດຕາ, ຄວາມສາມາດຂອງພຣະອົງທີ່ຈະໃຫ້ອະໄພ ແລະ ປິ່ນປົວ, ຄຳເທດສະໜາຂອງພຣະອົງ, ການອະທິຖານຂອງພຣະອົງ, ການເສຍສະລະຊົດໃຊ້ຂອງພຣະອົງ, ການຟື້ນຄືນພຣະຊົນຂອງພຣະອົງ, ພຣະກິດຕິຄຸນຂອງພຣະອົງ.
ເຮົາມັກຈະຮູ້ສຶກວ່າ “ເປັນຄົນ [ເຕ້ຍ]” ຄືກັບຊັກຂ່າຍທີ່ແລ່ນປີນຂຶ້ນຕົ້ນຊຸກະໂມນໃນຂະນະທີ່ພຣະເຢຊູຜ່ານຕົວເມືອງເຢຣິໂກ ເພາະວ່າ, ດັ່ງທີ່ລູກາໄດ້ອະທິບາຍ, ເຮົາ “ຢາກຈະເຫັນພຣະເຢຊູວ່າເປັນຄົນແນວໃດ.”5 ບໍ່ແມ່ນພຣະເຢຊູທີ່ເຮົາປາດຖະໜາ ຫລື ຕ້ອງການໃຫ້ພຣະອົງເປັນ, ແຕ່ແທນທີ່ຄືພຣະເຢຊູຜູ້ທີ່ເປັນດັ່ງພຣະອົງເປັນ.6 ເໝືອນດັ່ງທີ່ແອວເດີ ເວີດລິນ ໄດ້ສັນຍາໄວ້, ເຮົາໄດ້ຮຽນຮູ້ໃນທາງທີ່ແທ້ຈິງວ່າ “ພຣະກິດຕິຄຸນຂອງພຣະເຢຊູຄຣິດຄືພຣະກິດຕິຄຸນແຫ່ງການປ່ຽນແປງ. ທີ່ຮັບເອົາເຮົາໃນຖານະຊາຍ ແລະ ຍິງເທິງແຜ່ນດິນໂລກ ແລະ ຂັດເກົາເຮົາໃຫ້ກາຍເປັນຊາຍ ແລະ ຍິງຊົ່ວນິລັນດອນ.”7
ມື້ເຫລົ່ານັ້ນເປັນມື້ທີ່ພິເສດ. ທີ່ເຮົາມາເຊື່ອວ່າ “ບໍ່ມີສິ່ງໃດທີ່ພຣະເຈົ້າເຮັດບໍ່ໄດ້.”8 ໃນຍາມບ່າຍອັນສັກສິດທີ່ເມືອງປຣາກ, ບຣາຕິດສະລາວາ, ຫລື ເບີໂນ, ການປະສົບກັບພະລັງ ແລະ ຄວາມເປັນຈິງຂອງພຣະເຢຊູ, ຍັງຄົງມີຄວາມໝາຍພິເສດໃນຊີວິດຂອງພວກເຮົາໝົດທຸກຄົນ.
ພວກເຮົາມັກສຶກສາ ມາຣະໂກ 2:1–12. ມີເລື່ອງລາວທີ່ໜ້າສົນໃຈ. ຂ້າພະເຈົ້າຕ້ອງການອ່ານຈາກສ່ວນໜຶ່ງໂດຍກົງຈາກ ມາຣະໂກ ແລະ ແລ້ວແບ່ງປັນຕາມທີ່ຂ້າພະເຈົ້າເຂົ້າໃຈ ຫລັງຈາກການສຶກສາ ແລະ ສົນທະນາຮອບດ້ານກັບຜູ້ສອນສາດສະໜາຂອງພວກເຮົາ ແລະ ຄົນອື່ນໆ.9
“ໃນວັນຕໍ່ມາ [ພຣະເຢຊູ] ສະເດັດກັບຄືນມາໃນເມືອງກາເປນາອູມອີກ ແລະ ຄົນທັງຫລາຍຕ່າງກໍໄດ້ຍິນວ່າພຣະອົງພັກຢູ່ທີ່ເຮືອນ.
“ດັ່ງນັ້ນ ປະຊາຊົນຢ່າງຫລວງຫລາຍຈຶ່ງມາເຕົ້າໂຮມກັນ, ອັ່ງອໍຢູ່ເຕັມເຮືອນ ຈົນບໍ່ມີບ່ອນຫວ່າງແມ່ນແຕ່ປະຕູທາງເຂົ້າ: ແລະ ພຣະອົງກຳລັງສອນພຣະທຳສູ່ພວກເຂົາຟັງ.
“ມີຄົນຈຳພວກໜຶ່ງສີ່ຄົນຫາມຄົນເປ້ຍມາຫາພຣະເຢຊູ.”
“ແຕ່ພວກເຂົາເຂົ້າໄປຫາພຣະອົງບໍ່ໄດ້ ເພາະປະຊາຊົນໜາແໜ້ນຫລາຍ. ສະນັ້ນພວກເຂົາຈຶ່ງຮື້ຫລັງຄາຊື່ບ່ອນທີ່ພຣະອົງພວມສັ່ງສອນຢູ່ນັ້ນອອກ; ຄັນຮື້ເປັນປ່ອງແລ້ວພວກເຂົາກໍຢ່ອນຄົນເປ້ຍທີ່ຢູ່ເທິງທີ່ນອນຂອງລາວລົງມາ.
“ເມື່ອພຣະເຢຊູໄດ້ເຫັນ [ສັດທາ] ຂອງຄົນເຫລົ່ານີ້, ພຣະອົງກໍກ່າວແກ່ຄົນເປ້ຍວ່າ ລູກເອີຍຄວາມຜິດບາບຂອງເຈົ້າໄດ້ຮັບການອະໄພແລ້ວ.”
ຫລັງຈາກທີ່ໄດ້ກ່າວກັບກຸ່ມຄົນບາງຈຳນວນ,10 ພຣະເຢຊູໄດ້ແນມເບິ່ງຊາຍທີ່ປ່ວຍເປັນເປ້ຍ ແລະ ຮັກສາລາວທາງຮ່າງກາຍ, ໂດຍກ່າວວ່າ:
“ເຮົາສັ່ງເຈົ້າໃຫ້ລຸກຂຶ້ນ, ຍົກເອົາບ່ອນນອນ, ແລະ ເມືອເຮືອນສາ.
“ຄົນເປ້ຍກໍລຸກຂຶ້ນ, ຍົກເອົາບ່ອນນອນຂອງຕົນ, ແລະ ອອກຈາກເຮືອນໄປທັນທີ; ປະຊາຊົນທຸກຄົນຕ່າງກໍງຶດປະຫລາດໃຈ, ແລະ ສັນລະເສີນພຣະເຈົ້າ, ແລະ ເວົ້າວ່າ, ພວກເຮົາບໍ່ເຄີຍເຫັນເຫດການເຊັ່ນນີ້ຈັກເທື່ອ.”11
ບັດນີ້ ເລື່ອງລາວຕາມທີ່ຂ້າພະເຈົ້າເຂົ້າໃຈ: ໃນຊ່ວງຕອນຕົ້ນຂອງການປະຕິບັດສາດສະໜາກິດຂອງພຣະອົງ, ພຣະເຢຊູໄດ້ກັບຄືນໄປເມືອງກາເປນາອູມ, ໝູ່ບ້ານຊາວປະມົງນ້ອຍໆທີ່ຕັ້ງຢູ່ທາງຝັ່ງທິດເໜືອຂອງທະເລຄາລີເລ.12 ບໍ່ດົນຕໍ່ມາພຣະອົງໄດ້ປະຕິບັດເລື່ອງລາວແຫ່ງຄວາມອັດສະຈັນໂດຍການປິ່ນປົວຄົນເຈັບປ່ວຍ ແລະ ໄລ່ວິນຍານຊົ່ວຮ້າຍອອກໄປ.13 ດ້ວຍຄວາມກະຕືລືລົ້ນທີ່ຈະໄດ້ຍິນ ແລະ ປະສົບພົບພໍ້ກັບຊາຍຄົນນັ້ນທີ່ມີຊື່ວ່າພຣະເຢຊູ, ປະຊາຊົນໄດ້ເຕົ້າໂຮມກັນທີ່ບ້ານບ່ອນທີ່ມີຂ່າວລືວ່າພຣະອົງຈະພັກຢູ່.14 ຂະນະທີ່ພວກເຂົາເຕົ້າໂຮມກັນຢູ່ນັ້ນ, ພຣະເຢຊູໄດ້ເລີ່ມສິດສອນ.15
ບ້ານເຮືອນໃນເມືອງກາເປນາອູມໃນເວລານັ້ນເປັນເຮືອນທີ່ມີຫລັງຄາຮາບພຽງ, ເປັນເຮືອນຊັ້ນດຽວ, ລວມກັນເປັນກຸ່ມ.16 ຫລັງຄາ ແລະ ຝາແມ່ນເຮັດດ້ວຍຫີນປະສົມກັບໄມ້, ດິນໜຽວ, ແລະ ໄພຫຍ້າ, ເຂົ້າໄປທາງໃນໄດ້ດ້ວຍຂັ້ນໃດທີ່ລຽບງ່າຍທີ່ຢູ່ທາງຂ້າງຂອງເຮືອນ.17 ຝູງຊົນໄດ້ເພີ່ມຂຶ້ນຢ່າງໄວພາຍໃນເຮືອນ, ເຕັມຫ້ອງທີ່ພຣະເຢຊູກຳລັງສິດສອນ, ແລະ ກະຈາຍອອກໄປຕາມຫົນທາງ.18
ເລື່ອງລາວໄດ້ສຸມໃສ່ຜູ້ຊາຍຄົນໜຶ່ງທີ່ “ປ່ວຍເປັນເປ້ຍ” ແລະ ໝູ່ເພື່ອນຂອງລາວທັງສີ່.19 ເປ້ຍລ່ອຍເປັນຮູບແບບໜຶ່ງຂອງອຳມະພາດ, ມັກມາພ້ອມກັບຄວາມອ່ອນເພຍ ແລະ ການສັ່ນຂອງຮ່າງກາຍທີ່ຄວບຄຸມບໍ່ໄດ້.20 ຂ້າພະເຈົ້ານຶກພາບເຫັນຕອນທີ່ມີຄົນໜຶ່ງໃນສີ່ຄົນທີ່ໄດ້ບອກກັບໝູ່ຄົນອື່ນໆວ່າ, “ພຣະເຢຊູມາບ້ານເຮົາ. ພວກເຮົາທຸກຄົນຮູ້ກ່ຽວກັບສິ່ງອັດສະຈັນຕ່າງໆທີ່ພຣະອົງໄດ້ສະແດງໃຫ້ເຫັນ ແລະ ຜູ້ຄົນທີ່ພຣະອົງໄດ້ຊ່ວຍປິ່ນປົວ. ຖ້າພວກເຮົາສາມາດນຳເອົາໝູ່ຂອງພວກເຮົາໄປຫາພຣະເຢຊູ, ບາງທີລາວອາດຖືກປິ່ນປົວໃຫ້ຫາຍດີເຊັ່ນກັນ.”
ດັ່ງນັ້ນ ພວກເຂົາແຕ່ລະຄົນໄດ້ພາກັນຈັບເອົາຄົນລະມຸມແຈສາດ ຫລື ເສື່ອ ທີ່ໝູ່ຂອງພວກເຂົານັ້ນນອນຢູ່ ແລະ ເລີ່ມຕົ້ນຫາມລາວຜ່ານເສັ້ນທາງທີ່ຄົດລ້ຽວ, ຄັບແຄບ, ທາງບໍ່ໄດ້ປູຢາງຂອງເມືອງກາເປນາອູມ.21 ກ້າມເນື້ອເຈັບປວດ, ພວກເຂົາພາກັນລ້ຽວໃນໂຄ້ງສຸດທ້າຍແຕ່ເຫັນພຽງຝູງຊົນ ຫລື, ຕາມທີ່ພຣະຄຳພີໄດ້ເອີ້ນວ່າ, “ປະຊາຊົນ” ໄດ້ເຕົ້າໂຮມກັນເພື່ອມາຟັງນັ້ນແໜ້ນໜາຫລາຍ ຈົນເຂົ້າໄປຫາພຣະເຢຊູບໍ່ໄດ້.22 ດ້ວຍຄວາມຮັກ ແລະ ສັດທາ, ຄົນທັງສີ່ບໍ່ໄດ້ຍອມແພ້. ແຕ່, ພວກເຂົາໄດ້ປີນຂັ້ນໄດຂຶ້ນໄປເທິງຫລັງຄາຮາບພຽງ, ຄ່ອຍໆຍົກໝູ່ຂອງພວກເຂົາຂຶ້ນກັບເສື່ອນອນຂອງລາວໄປພ້ອມກັນກັບພວກເຂົາຢ່າງລະມັດລະວັງ, ຮື້ຫລັງຄາບ່ອນທີ່ພຣະເຢຊູກຳລັງສິດສອນຢູ່, ແລະ ຢ່ອນໝູ່ຂອງພວກເຂົາລົງໄປ.23
ລອງພິຈາລະນາເບິ່ງວ່າໃນຊ່ວງເວລາຂອງການສິດສອນທີ່ຈິງຈັງ, ພຣະເຢຊູໄດ້ຍິນສຽງຂຸຂະ, ແນມຂຶ້ນໄປເບິ່ງ, ແລະ ເຫັນຮູທີ່ເລີ່ມໃຫຍ່ຂຶ້ນເລື້ອຍໆໃນເພດານຂະນະທີ່ຂີ້ຝຸ່ນ ແລະ ໄພຫຍ້າຕົກລົງທົ່ວຫ້ອງ. ຊາຍພິການຄົນໜຶ່ງທີ່ນອນຕິດເສື່ອໄດ້ຖືກຢ່ອນລົງມາສູ່ພື້ນ. ເປັນທີ່ປະຫລາດໃຈຫລາຍ, ພຣະເຢຊູເຂົ້າໃຈວ່ານີ້ບໍ່ແມ່ນການລົບກວນ ແຕ່ເປັນເລື່ອງສຳຄັນ. ພຣະອົງແນມເບິ່ງຊາຍທີ່ນອນຢູ່ຕິດເສື່ອ, ໃຫ້ອະໄພບາບຂອງລາວຕໍ່ສາທາລະນະຊົນ, ແລະ ໄດ້ປິ່ນປົວລາວທາງຮ່າງກາຍ.24
ດ້ວຍການລະນຶກເຖິງເລື່ອງລາວໃນ ມາຣະໂກ 2, ມີຄວາມຈິງຫລາຍປະການທີ່ສຳຄັນໄດ້ກາຍເປັນຄວາມຊັດເຈນກ່ຽວກັບພຣະເຢຊູໃນຖານະພຣະຄຣິດ. ຢ່າງທຳອິດ, ເມື່ອເຮົາພະຍາຍາມຊ່ວຍບາງຄົນທີ່ເຮົາຮັກໃຫ້ມາຫາພຣະຄຣິດ, ເຮົາສາມາດເຮັດໄດ້ດ້ວຍຄວາມໝັ້ນໃຈວ່າພຣະອົງມີຄວາມສາມາດທີ່ຈະຍົກຄວາມໜັກໜ່ວງຂອງຄວາມຜິດບາບ ແລະ ໃຫ້ອະໄພໄດ້. ຢ່າງທີສອງ, ເມື່ອເຮົານຳເອົາຄວາມເຈັບປ່ວຍທາງຮ່າງກາຍ, ທາງຈິດໃຈ, ຫລື ຄວາມເຈັບປ່ວຍອື່ນໆມາຫາພຣະຄຣິດ, ເຮົາສາມາດເຮັດໄດ້ໂດຍທີ່ຮູ້ວ່າພຣະອົງມີອຳນາດແຫ່ງການປິ່ນປົວ ແລະ ປອບໂຍນ. ຢ່າງທີສາມ, ເມື່ອເຮົາໃຊ້ຄວາມພະຍາຍາມຄືກັນກັບທັງສີ່ຄົນທີ່ນຳເອົາຄົນອື່ນໆມາຫາພຣະຄຣິດ, ເຮົາສາມາດເຮັດໄດ້ດ້ວຍຄວາມແນ່ໃຈວ່າພຣະອົງເຫັນຄວາມຕັ້ງໃຈທີ່ແທ້ຈິງຂອງເຮົາ ແລະ ຈະໃຫ້ກຽດຢ່າງເໝາະສົມ.
ຍັງຈື່ໄດ້ບໍວ່າ, ການສິດສອນຂອງພຣະເຢຊູໄດ້ຖືກລົບກວນດ້ວຍການປະກົດຕົວຂອງຮູຢູ່ເທິງຫລັງຄາ. ແທນທີ່ຈະຕີສອນ ຫລື ເມີນເສີຍຕໍ່ສີ່ຄົນທີ່ສ້າງຮູຂັດຈັງຫວະນັ້ນ, ພຣະຄຳພີໄດ້ບອກເຮົາວ່າ “ພຣະເຢຊູ ເຫັນ [ສັດທາ] ຂອງຄົນເຫລົ່ານີ້.”25 ແລ້ວຜູ້ທີ່ໄດ້ເຫັນການອັດສະຈັນ “ພາກັນສັນລະເສີນພຣະເຈົ້າ, ທີ່ໃຫ້ສິດອຳນາດຢ່າງນີ້ແກ່ມະນຸດ.”26
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າຂໍປິດດ້ວຍການເພີ່ມຂໍ້ສັງເກດອີກສອງຢ່າງ. ບໍ່ວ່າໃນຖານະຜູ້ສອນສາດສະໜາ, ຜູ້ປະຕິບັດສາດສະໜາກິດ, ປະທານສະມາຄົມສະຕີສົງເຄາະ, ອະທິການ, ຄູສອນ, ພໍ່ແມ່, ອ້າຍເອື້ອຍນ້ອງ, ຫລື ໝູ່ເພື່ອນ, ເຮົາທຸກຄົນມີສ່ວນຮ່ວມໃນຖານະສານຸສິດໄພ່ພົນຍຸກສຸດທ້າຍ ໃນວຽກງານຂອງການນຳເອົາຄົນອື່ນມາຫາພຣະຄຣິດ. ດັ່ງນັ້ນ, ຄຸນສົມບັດທີ່ສະແດງອອກໂດຍເພື່ອນສີ່ຄົນມີຄ່າຄວນໃນການພິຈາລະນາ ແລະ ເອົາເປັນແບບຢ່າງ.27 ພວກເຂົາກ້າຫານ, ປັບຕົວໄດ້, ທົນທານ, ສ້າງສັນ, ດັດແປງ, ມີຄວາມຫວັງ, ມີຄວາມຕັ້ງໃຈ, ຊື່ສັດ, ເບິ່ງໂລກໃນແງ່ດີ, ຖ່ອມຕົວ, ແລະ ອົດທົນ.
ນອກຈາກນີ້, ທັງສີ່ຄົນນັ້ນໄດ້ເນັ້ນໜັກເຖິງຄວາມສຳຄັນທາງວິນຍານຂອງຊຸມຊົນ ແລະ ຄວາມເປັນເພື່ອນ.28 ເພື່ອນຳເອົາໝູ່ຂອງພວກເຂົາໄປຫາພຣະຄຣິດ, ແຕ່ລະຄົນຕ້ອງໄດ້ຖືເອົາຄົນລະແຈມຸມຂອງພວກເຂົາ. ຖ້າຄົນໃດຄົນໜຶ່ງປ່ອຍວາງລົງ, ກໍຈະເຮັດໃຫ້ເລື່ອງນີ້ເປັນການຍາກຂຶ້ນ. ຖ້າສອງຄົນຍອມແພ້, ວຽກງານນີ້ຍິ່ງເປັນໄປບໍ່ໄດ້ເລີຍ. ເຮົາແຕ່ລະຄົນມີບົດບາດທີ່ຈະສະແດງໃນອານາຈັກຂອງພຣະເຈົ້າ.29 ຂະນະທີ່ເຮົາເຕີມເຕັມບົດບາດຂອງເຮົາ ແລະ ເຮັດພາກສ່ວນຂອງເຮົາ, ເຮົາໄດ້ຖືແຈມຸມຂອງເຮົາໄວ້. ບໍ່ວ່າຈະຢູ່ປະເທດອາກຊັງຕິນ ຫລື ຫວຽດນາມ, ເມືອງອັກຄຣາ ຫລື ບຣິດສະເບນ, ສາຂາ ຫລື ຫວອດ, ຄອບຄົວ ຫລື ຄູ່ຜູ້ສອນສາດສະໜາ, ເຮົາແຕ່ລະຄົນມີແຈມູມໃຫ້ຖື. ເມື່ອເຮົາປະຕິບັດ, ແລະ ຖ້າເຮົາຈະເຮັດແນວນັ້ນ, ພຣະຜູ້ເປັນເຈົ້າຈະປະທານພອນໃຫ້ແກ່ເຮົາທຸກຄົນ. ດັ່ງທີ່ພຣະອົງໄດ້ເຫັນສັດທາ ຂອງພວກເຂົາ, ສະນັ້ນພຣະອົງກໍຈະເຫັນສັດທາ ຂອງເຮົາ ເຊັ່ນກັນ ແລະ ກໍຈະປະທານພອນໃຫ້ແກ່ເຮົາເປັນກຸ່ມໃຫຍ່.
ໃນເວລາທີ່ແຕກຕ່າງກັນ, ຂ້າພະເຈົ້າເຄີຍຖືແຈມຸມຊ່ວຍຫາມບາງຄົນ, ແລະ ໃນບາງຄັ້ງຂ້າພະເຈົ້າກໍຖືກໃຫ້ຊ່ວຍຫາມເຊັ່ນກັນ. ພະລັງສ່ວນໜຶ່ງຂອງເລື່ອງພຣະເຢຊູທີ່ໜ້າປະຫລາດໃຈນີ້ຄືມັນໄດ້ຊ່ວຍເຕືອນຄວາມຊົງຈຳຂອງເຮົາໃຫ້ຮູ້ວ່າ ເຮົາຕ້ອງການຊຶ່ງກັນແລະກັນຫລາຍພຽງໃດ, ໃນຖານະອ້າຍເອື້ອຍນ້ອງກັນ, ເພື່ອມາຫາພຣະຄຣິດ ແລະ ຮັບການປ່ຽນແປງ.
ນີ້ແມ່ນສອງສາມຢ່າງທີ່ຂ້າພະເຈົ້າໄດ້ຮຽນຮູ້ຈາກການໃຊ້ເວລາກັບພຣະເຢຊູໃນ ມາຣະໂກ 2.
“ຂໍໃຫ້ພຣະເຈົ້າຊ່ວຍໃຫ້ເຮົາສາມາດ [ຖືແຈມຸມຂອງເຮົາ], ວ່າເຮົາຈະບໍ່ຫລົບຫລີກ, ວ່າເຮົາຈະບໍ່ຢ້ານ, ແຕ່ໃຫ້ເຮົາເຂັ້ມແຂງໃນສັດທາຂອງເຮົາ, ແລະ ຕັ້ງໃຈໃນວຽກງານຂອງເຮົາ, ເພື່ອບັນລຸພຣະປະສົງຂອງພຣະຜູ້ເປັນເຈົ້າ.”30
ຂ້າພະເຈົ້າເປັນພະຍານວ່າພຣະເຢຊູຊົງພຣະຊົນຢູ່, ວ່າພຣະອົງຮູ້ຈັກເຮົາ, ແລະ ວ່າພຣະອົງມີອຳນາດໃນການປິ່ນປົວ, ປ່ຽນແປງ, ແລະ ໃຫ້ອະໄພ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.