ຫລັກທຳແຫ່ງຄວາມຮັກນິລັນດອນ
ຄວາມຮັກທີ່ພຣະບິດາເທິງສະຫວັນຂອງເຮົາມີຕໍ່ລູກໆຂອງພຣະອົງນັ້ນແທ້ຈິງ. ພຣະອົງຢູ່ຫັ້ນເພື່ອເຮົາທຸກຄົນ.
ຫລັກທຳແຫ່ງຄວາມຮັກນິລັນດອນໄດ້ຖືກສະແດງອອກໂດຍການດຳລົງຊີວິດຕາມພຣະບັນຍັດສອງຂໍ້ທີ່ສຳຄັນຄື: ຮັກພຣະເຈົ້າດ້ວຍສຸດໃຈ, ສຸດຈິດ, ສຸດຄວາມຄິດ, ແລະ ສຸດກຳລັງ ແລະ ຮັກເພື່ອນບ້ານເໝືອນຮັກຕົນເອງ.1
ຂ້າພະເຈົ້າຍັງຈື່ລະດູໜາວຄັ້ງທຳອິດຂອງຂ້າພະເຈົ້າໃນການດຳລົງຊີວິດຢູ່ລັດຢູທາແຫ່ງນີ້—ມີຫິມະທຸກບ່ອນ. ໂດຍທີ່ມາຈາກທະເລຊາຍໂຊນໍຣັນ, ມື້ທຳອິດຂ້າພະເຈົ້າແມ່ນມ່ວນກັບມັນຫລາຍ, ແຕ່ສອງສາມມື້ຈາກນັ້ນ ຂ້າພະເຈົ້າຮູ້ໄດ້ວ່າຂ້າພະເຈົ້າຕ້ອງຕື່ນແຕ່ເຊົ້າເພື່ອກວດຫິມະອອກຈາກທາງລົດ.
ເຊົ້າມື້ໜຶ່ງ, ໃນລະຫວ່າງພະຍຸຫິມະ, ຂ້າພະເຈົ້າເຫື່ອອອກ, ຈາກການຊ້ວນຫິມະ, ແລະ ຂ້າພະເຈົ້າໄດ້ເຫັນເພື່ອນບ້ານທີ່ຢູ່ຟາກທາງກຳລັງເປີດກະລ້າລົດຂອງລາວ. ລາວມີອາຍຸຫລາຍກວ່າຂ້າພະເຈົ້າ, ສະນັ້ນຂ້າພະເຈົ້າຈຶ່ງຄິດວ່າຖ້າຂ້າພະເຈົ້າແລ້ວໄວໆ ແລ້ວຂ້າພະເຈົ້າກໍຈະຊ່ວຍລາວໄດ້. ສະນັ້ນຂ້າພະເຈົ້າຈຶ່ງໄດ້ຮ້ອງຖາມລາວວ່າ, “ອ້າຍ, ເຈົ້າຕ້ອງການໃຫ້ຊ່ວຍບໍ?”
ລາວຍິ້ມ ແລະ ເວົ້າວ່າ, “ຂອບໃຈ, ແອວເດີ ມອນໂທຢາ.” ແລ້ວລາວກໍດຶງເຄື່ອງເປົ່າຫິມະອອກມາຈາກກະລ້າລົດຂອງລາວ, ເປີດເຄື່ອງຈັກ, ແລະ ພາຍໃນສອງສາມນາທີ, ລາວໄດ້ເປົ່າຫິມະທັງໝົດອອກໄປຈາກໜ້າບ້ານຂອງລາວ ແລ້ວລາວໄດ້ຂ້າມທາງມາພ້ອມກັບເຄື່ອງຈັກຂອງລາວ ແລະ ຖາມຂ້າພະເຈົ້າວ່າ, “ແອວເດີ, ເຈົ້າຕ້ອງການຄວາມຊ່ວຍເຫລືອບໍ?”
ຂ້າພະເຈົ້າໄດ້ຕອບດ້ວຍຮອຍຍິ້ມວ່າ, “ໂດຍ, ຂອບໃຈ.”
ພວກເຮົາເຕັມໃຈຊ່ວຍເຫລືອຊຶ່ງກັນແລະກັນເພາະວ່າພວກເຮົາຮັກກັນ, ຄວາມຕ້ອງການຂອງອ້າຍນ້ອງຂ້າພະເຈົ້າກາຍເປັນຄວາມຕ້ອງການຂອງຂ້າພະເຈົ້າ, ແລະ ຄວາມຕ້ອງການຂອງຂ້າພະເຈົ້າກາຍເປັນຂອງລາວ. ບໍ່ວ່າພາສາໃດທີ່ອ້າຍນ້ອງຂອງຂ້າພະເຈົ້າເວົ້າ ຫລື ບໍ່ວ່າລາວມາຈາກປະເທດໃດ, ພວກເຮົາຮັກຊຶ່ງກັນແລະກັນເພາະວ່າພວກເຮົາເປັນອ້າຍນ້ອງກັນ, ເປັນລູກໆຂອງພຣະບິດາອົງດຽວກັນ.
ເມື່ອການປະຕິບັດສາດສະໜາກິດຖືກປະກາດ, ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ, “ພວກເຮົາຈະປະຕິບັດຕາມແບບແຜນທີ່ໃໝ່ກວ່າ, ສັກສິດກວ່າ ໃນການດູແລ ແລະ ປະຕິບັດສາດສະໜາກິດຕໍ່ຄົນອື່ນ.”2 ສຳລັບຂ້າພະເຈົ້າ, ສັກສິດກວ່າ ໝາຍເຖິງເປັນການສ່ວນຕົວຫລາຍກວ່າ, ເລິກເຊິ່ງຫລາຍກວ່າ, ເປັນຄືກັບວິທີຂອງພຣະຜູ້ຊ່ວຍໃຫ້ລອດຫລາຍກວ່າ: “ມີຄວາມຮັກຕໍ່ກັນແລະກັນ,”3 ທີລະຄົນ.
ມັນບໍ່ພຽງພໍທີ່ຈະຫລີກລ້ຽງການຂວາງທາງຄົນອື່ນ; ມັນບໍ່ພຽງພໍທີ່ຈະສັງເກດເຫັນຄົນອື່ນຂັດສົນເທິງຫົນທາງ ແລະ ຜ່ານໄປ. ຂໍໃຫ້ເຮົາໃຊ້ທຸກໂອກາດໃນການຊ່ວຍເຫລືອເພື່ອນບ້ານຂອງເຮົາ, ເຖິງແມ່ນວ່າມັນອາດຈະເປັນຄັ້ງທຳອິດ ແລະ ຄັ້ງດຽວເທົ່ານັ້ນທີ່ເຮົາຈະໄດ້ພົບກັບຄົນນັ້ນໃນຊີວິດນີ້.
ເປັນຫຍັງສຳລັບພຣະເຈົ້າແລ້ວຄືພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນທີ່ຍິ່ງໃຫຍ່?
ຂ້າພະເຈົ້າຄິດວ່າເປັນຍ້ອນພຣະອົງມີຄວາມໝາຍຫຍັງຕໍ່ເຮົາ. ເຮົາເປັນລູກໆຂອງພຣະອົງ, ພຣະອົງດູແລສະຫວັດດີການຂອງເຮົາ, ເຮົາເພິ່ງອາໄສພຣະອົງ, ແລະ ຄວາມຮັກຂອງພຣະອົງປົກປ້ອງເຮົາ. ແຜນຂອງພຣະອົງປະກອບດ້ວຍອຳເພີໃຈ; ດັ່ງນັ້ນ, ເຮົາກໍອາດຈະເຮັດຄວາມຜິດພາດເປັນບາງຄັ້ງ.
ພຣະອົງຍັງອະນຸຍາດໃຫ້ເຮົາຖືກທົດສອບ ແລະ ຖືກລໍ້ລວງ. ແຕ່ບໍ່ວ່າເຮົາຈະເຮັດຜິດພາດ ຫລື ຕົກຢູ່ໃນການລໍ້ລອງ, ແຜນໄດ້ຈັດຕຽມໃຫ້ມີພຣະຜູ້ຊ່ວຍໃຫ້ລອດ ເພື່ອເຮົາຈະສາມາດໄດ້ຮັບການໄຖ່ ແລະ ກັບຄືນໄປສູ່ທີ່ປະທັບຂອງພຣະເຈົ້າ.
ຄວາມຍາກລຳບາກໃນຊີວິດຂອງເຮົາອາດຈະເຮັດໃຫ້ເກີດຄວາມສົງໄສກ່ຽວກັບການບັນລຸຄຳສັນຍາຕ່າງໆທີ່ເຮັດໄວ້ກັບເຮົາ. ແຕ່ຈົ່ງວາງໃຈໃນພຣະບິດາຂອງເຮົາ. ພຣະອົງຮັກສາຄຳສັນຍາຂອງພຣະອົງສະເໝີ, ແລະ ເຮົາສາມາດຮຽນຮູ້ເຖິງສິ່ງທີ່ພຣະອົງປາດຖະໜາທີ່ຈະສິດສອນເຮົາ.
ແມ່ນແຕ່ເມື່ອເຮົາເຮັດໃນສິ່ງທີ່ຖືກຕ້ອງ, ສະຖານະການຕ່າງໆໃນຊີວິດຂອງເຮົາສາມາດປ່ຽນແປງຈາກດີເປັນຮ້າຍ, ຈາກຄວາມສຸກເປັນຄວາມໂສກເສົ້າ. ພຣະເຈົ້າຕອບຄຳອະທິຖານຂອງເຮົາຕາມຄວາມເມດຕາ ແລະ ຄວາມຮັກອັນເປັນນິດ ແລະ ໃນເວລາຂອງພຣະອົງເອງ.
-
ຫ້ວຍນ້ຳບ່ອນທີ່ເອລີຢາດື່ມນ້ຳແຫ້ງ.4
-
ຄັນທະນູຢ່າງດີຂອງນີໄຟຫັກ.5
-
ໜຸ່ມນ້ອຍຄົນໜຶ່ງໄດ້ຖືກຈຳແນກຊົນຊັ້ນ ແລະ ຖືກໄລ່ອອກຈາກໂຮງຮຽນ.
-
ເດັກນ້ອຍທີ່ຖືກຄອງຄອຍໃຫ້ມາເກີດເປັນເວລາດົນນານເສຍຊີວິດພາຍໃນເວລາບໍ່ຈັກມື້.
ສະຖານະການສາມາດປ່ຽນແປງ.
ເມື່ອສະຖານະການປ່ຽນແປງຈາກດີ ແລະ ໃນແງ່ບວກມາເປັນບໍ່ດີ ແລະ ໃນແງ່ລົບ, ເຮົາກໍຍັງມີຄວາມສຸກໄດ້ເພາະວ່າຄວາມສຸກບໍ່ໄດ້ຂຶ້ນຢູ່ກັບສະຖານະການແຕ່ຂຶ້ນກັບທັດສະນະຄະຕິຂອງເຮົາຕໍ່ສະຖານະການນັ້ນໆ. ປະທານແນວສັນໄດ້ກ່າວວ່າ, “ຄວາມສຸກທີ່ເຮົາຮູ້ສຶກ ບໍ່ຂຶ້ນກັບສະຖານະການໃນຊີວິດຂອງເຮົາ ແຕ່ມັນຂຶ້ນກັບວ່າ ເຮົາເອົາໃຈໃສ່ຕໍ່ສິ່ງໃດ ໃນຊີວິດຂອງເຮົາ.”6
ເຮົາສາມາດນັ່ງຢູ່ ແລະ ລໍຖ້າໃຫ້ສະຖານະການປ່ຽນແປງດ້ວຍໂຕມັນເອງ, ຫລື ເຮົາສາມາດຊອກຫາ ແລະ ເຮັດໃຫ້ເກີດສະຖານະການໃໝ່ຂຶ້ນມາ.
-
ເອລີຢາໄດ້ຍ່າງໄປເມືອງຊາເຣຟັດ, ບ່ອນທີ່ແມ່ໝ້າຍຄົນໜຶ່ງໄດ້ເອົາອາຫານ ແລະ ນ້ຳມາໃຫ້ເພິ່ນກິນ.7
-
ນີໄຟໄດ້ເຮັດຄັນທະນູໄມ້ ແລະ ລ່າສັດເປັນອາຫານ.8
-
ໜຸ່ມນ້ອຍຄົນນັ້ນໄດ້ນັ່ງຟັງ ແລະ ຈົດກ່າຍບົດຮຽນຢູ່ໃກ້ປ່ອງຢ້ຽມ, ແລະ ທຸກມື້ນີ້ລາວໄດ້ກາຍເປັນຄູສອນຊັ້ນປະຖົມ.
-
ຄູ່ສາມີພັນລະຍາໄດ້ພັດທະນາສັດທາອັນຍິ່ງໃຫຍ່ໃນພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ ແລະ ໄວ້ວາງໃຈໃນແຜນແຫ່ງຄວາມລອດ. ຄວາມຮັກທີ່ເຂົາເຈົ້າມີຕໍ່ຜູ້ທີ່ຄອງຄອຍລູກມາດົນ ຊຶ່ງເສຍຊີວິດກະທັນຫັນນັ້ນຍິ່ງໃຫຍ່ກວ່າຄວາມໂສກເສົ້າຂອງເຂົາເຈົ້າ.
ເມື່ອຂ້າພະເຈົ້າໄດ້ຍິນຄຳຖາມທີ່ວ່າ, “ພຣະບິດາເທິງສະຫວັນ, ຢູ່ທີ່ນັ້ນແທ້ບໍ? ແລະ ພຣະອົງໄດ້ຍິນ ແລະ ຕອບຄຳອະທິຖານ [ທຸກຄັ້ງ] ຂອງເດັກນ້ອຍບໍ?,”9 ຂ້າພະເຈົ້າມັກຈະຕອບໄປວ່າ: “ພຣະອົງເຄີຍຢູ່ທີ່ນັ້ນ, ພຣະອົງຍັງຢູ່ຫັ້ນ, ແລະ ພຣະອົງຈະຢູ່ຄຽງຂ້າງທ່ານ ແລະ ຂ້າພະເຈົ້າຕະຫລອດເວລາ. ຂ້າພະເຈົ້າຄືບຸດຂອງພຣະອົງ, ພຣະອົງຄືພຣະບິດາຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າກຳລັງຮຽນຮູ້ໃນການເປັນບິດາທີ່ດີ, ເໝືອນດັ່ງພຣະອົງເປັນ.”
ຂ້າພະເຈົ້າ ແລະ ພັນລະຍາພະຍາຍາມຢູ່ຄຽງຂ້າງລູກໆຂອງພວກເຮົາສະເໝີ, ບໍ່ວ່າກໍລະນີໃດ, ແລະ ບໍ່ວ່າດ້ວຍວິທີໃດກໍຕາມ. ເດັກແຕ່ລະຄົນມີເອກະລັກໃຜມັນ, ຄຸນຄ່າຂອງເຂົາຕໍ່ພຣະເຈົ້ານັ້ນຍິ່ງໃຫຍ່, ແລະ ບໍ່ວ່າເຂົາຈະມີການທ້າທາຍ, ຄວາມຜິດບາບ, ແລະ ຄວາມອ່ອນແອໃດໆກໍຕາມ, ພຣະເຈົ້າຮັກເຂົາ, ແລະ ພວກເຮົາກໍເຊັ່ນກັນ.
ເມື່ອຂ້າພະເຈົ້າໄດ້ຮັບການເອີ້ນນີ້ໃນຖານະເຈົ້າໜ້າທີ່ຊັ້ນຜູ້ໃຫຍ່, ວັນສຸດທ້າຍກ່ອນການເດີນທາງຂອງພວກເຮົາໄປເມືອງເຊົາເລັກ, ລູກໆທຸກຄົນຂອງຂ້າພະເຈົ້າ ແລະ ຄອບຄົວຂອງເຂົາເຈົ້າໄດ້ມາຮວມກັນຢູ່ໃນບ້ານພວກເຮົາເພື່ອເຮັດການສັງສັນໃນຄອບຄົວ, ຊຶ່ງພວກເຮົາໄດ້ສະແດງຄວາມຮັກ ແລະ ຄວາມກະຕັນຍູຂອງພວກເຮົາ. ຫລັງຈາກບົດຮຽນແລ້ວ, ຂ້າພະເຈົ້າໄດ້ໃຫ້ພອນຖານະປະໂລຫິດແກ່ລູກແຕ່ລະຄົນຂອງຂ້າພະເຈົ້າ. ທຸກຄົນກໍມີນ້ຳຕາ. ຫລັງຈາກການໃຫ້ພອນແລ້ວ, ລູກຊາຍກົກຂອງຂ້າພະເຈົ້າໄດ້ເປັນຕົວແທນໃຫ້ທຸກຄົນໃນການກ່າວຄຳສະແດງຄວາມກະຕັນຍູສຳລັບຄວາມຮັກອັນຍິ່ງໃຫຍ່ທີ່ພວກຂ້າພະເຈົ້າໄດ້ມີໃຫ້ແກ່ເຂົາເຈົ້າຈາກມື້ທີ່ເຂົາເຈົ້າໄດ້ເກີດມາຈົນເຖິງປະຈຸບັນ.
ຈົ່ງໃຫ້ພອນແກ່ລູກໆຂອງທ່ານບໍ່ວ່າເຂົາຈະມີອາຍຸພຽງ 5 ປີ ຫລື 50 ປີ. ຢູ່ກັບເຂົາ; ຢູ່ເພື່ອເຂົາ. ເຖິງແມ່ນວ່າການທຳມາຫາກິນຄືໜ້າທີ່ຮັບຜິດຊອບທີ່ກຳນົດຂຶ້ນຈາກການອອກແບບໂດຍສະຫວັນ, ເຮົາຢ່າລືມທີ່ຈະແບ່ງເວລາແຫ່ງຄວາມສຸກໃຫ້ກັບລູກໆຂອງເຮົາດ້ວຍ.
ຄວາມຮັກທີ່ພຣະບິດາເທິງສະຫວັນຂອງເຮົາມີຕໍ່ລູກໆຂອງພຣະອົງນັ້ນແທ້ຈິງ. ພຣະອົງຢູ່ຫັ້ນເພື່ອເຮົາທຸກຄົນ. ຂ້າພະເຈົ້າບໍ່ຮູ້ວ່າພຣະອົງເຮັດໄດ້ແນວໃດ, ແຕ່ພຣະອົງເຮັດ. ພຣະອົງ ແລະ ພຣະບຸດຫົວປີຂອງພຣະອົງເປັນໜຶ່ງດຽວໃນການເຮັດວຽກ ແລະ ລັດສະໝີພາບຂອງພຣະບິດາ “ຄືການທີ່ຈະເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ.”10 ພວກພຣະອົງໄດ້ສົ່ງພຣະວິນຍານບໍລິສຸດມາເພື່ອນຳທາງເຮົາ, ກະຕຸ້ນເຕືອນເຮົາ, ແລະ ປອບໂຍນເຮົາໃນຍາມຈຳເປັນ.
ພຣະອົງໄດ້ແນະນຳໃຫ້ພຣະບຸດທີ່ຮັກຂອງພຣະອົງສ້າງໂລກທີ່ສວຍງາມນີ້. ພຣະອົງໄດ້ແນະນຳອາດາມ ແລະ ເອວາ ແລະ ມອບອຳເພີໃຈໃຫ້ແກ່ເຂົາເຈົ້າ. ພຣະອົງໄດ້ສົ່ງຜູ້ສົ່ງຂ່າວມາເປັນເວລາຫລາຍປີເພື່ອວ່າເຮົາຈະສາມາດໄດ້ຮັບຄວາມຮັກ ແລະ ພຣະບັນຍັດຂອງພຣະອົງ.
ພຣະອົງຢູ່ໃນປ່າສັກສິດໂດຍຕອບຄຳຖາມທີ່ຈິງໃຈຂອງຊາຍໜຸ່ມໂຈເຊັບ ແລະ ເອີ້ນເພິ່ນດ້ວຍຊື່. ພຣະອົງໄດ້ກ່າວວ່າ: “ນີ້ຄືບຸດທີ່ຮັກຂອງເຮົາ. ຈົ່ງຟັງທ່ານ!”11
ຂ້າພະເຈົ້າເຊື່ອວ່າການສະແດງຄວາມຮັກສູງສຸດທີ່ພຣະເຈົ້າມີໃຫ້ກັບເຮົານັ້ນເກີດຂຶ້ນໃນສວນເຄັດເຊມາເນ, ບ່ອນທີ່ພຣະບຸດຂອງພຣະເຈົ້າທີ່ຊົງພຣະຊົນໄດ້ອະທິຖານວ່າ, “ພຣະບິດາຂອງລູກເອີຍ, ຖ້າເປັນໄປໄດ້, ຂໍໃຫ້ຈອກແຫ່ງຄວາມທົນທຸກທໍລະມານນີ້ເລື່ອນພົ້ນໄປຈາກລູກທ້ອນ: ແຕ່ເຖິງຢ່າງໃດກໍດີ, ຂໍຢ່າໃຫ້ເປັນໄປຕາມໃຈປາດຖະໜາຂອງລູກ, ແຕ່ໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ.”12
ຂ້າພະເຈົ້າສັງເກດເຫັນວ່າສ່ວນໜ້ອຍທີ່ຂ້າພະເຈົ້າສາມາດເຂົ້າໃຈເຖິງການຊົດໃຊ້ຂອງພຣະເຢຊູຄຣິດເພີ່ມຄວາມຮັກຂອງຂ້າພະເຈົ້າທີ່ມີຕໍ່ພຣະບິດາ ແລະ ພຣະບຸດຂອງພຣະອົງ, ຫລຸດຄວາມປາດຖະໜາຂອງຂ້າພະເຈົ້າໃນການເຮັດບາບ ແລະ ຄວາມບໍ່ເຊື່ອຟັງລົງ, ແລະ ເພີ່ມເຕີມຄວາມຕັ້ງໃຈໃນການກະທຳດີຂຶ້ນ ແລະ ເປັນຄົນດີຂຶ້ນ.
ພຣະເຢຊູໄດ້ຍ່າງໄປຫາສວນເຄັດເຊມາເນໂດຍບໍ່ມີຄວາມຢ້ານກົວ ແລະ ສົງໄສ, ໄວ້ວາງພຣະໄທໃນພຣະບິດາຂອງພຣະອົງ, ໂດຍທີ່ຮູ້ວ່າພຣະອົງຈະຕ້ອງໄດ້ຢຽບເຄື່ອງປັ່ນໝາກອະງຸ່ນຄົນດຽວ. ພຣະອົງໄດ້ອົດທົນກັບຄວາມເຈັບປວດ ແລະ ຄວາມອັບອາຍທັງໝົດ. ພຣະອົງຖືກກ່າວໂທດ, ຖືກຕັດສິນ, ແລະ ຖືກຄຶງ. ໃນຊ່ວງເວລາທີ່ເຈັບປວດ ແລະ ທຸກທໍລະມານທີ່ສຸດຢູ່ເທິງໄມ້ກາງແຂນນັ້ນ, ພຣະເຢຊູໄດ້ສຸມພຣະໄທໃສ່ຄວາມຕ້ອງການຂອງມານດາ ແລະ ສານຸສິດທີ່ຮັກຂອງພຣະອົງ. ພຣະອົງໄດ້ຖວາຍພຣະຊົນຊີບຂອງພຣະອົງ.
ໃນມື້ທີສາມພຣະອົງໄດ້ຟື້ນຄືນພຣະຊົນ. ອຸບມຸງວ່າງເປົ່າ; ພຣະອົງໄດ້ປະທັບຢູ່ເບື້ອງຂວາພຣະຫັດຂອງພຣະບິດາຂອງພຣະອົງ. ພວກພຣະອົງຫວັງວ່າເຮົາຈະເລືອກທີ່ຈະຮັກສາພັນທະສັນຍາຂອງເຮົາ ແລະ ກັບໄປສູ່ທີ່ປະທັບຂອງພວກພຣະອົງ. ສະພາວະທີສອງນີ້ບໍ່ແມ່ນສະພາວະສຸດທ້າຍຂອງເຮົາ, ບ້ານໃນໂລກບໍ່ໄດ້ເປັນຂອງເຮົາ, ແຕ່ເຮົາຄືສິ່ງທີ່ມີຊີວິດນິລັນດອນທີ່ອາໄສຢູ່ເພື່ອປະສົບການຊົ່ວຄາວເທົ່ານັ້ນ.
ພຣະເຢຊູຄືພຣະຄຣິດ, ພຣະບຸດຂອງພຣະເຈົ້າທີ່ຊົງພຣະຊົນຢູ່. ພຣະອົງຊົງພຣະຊົນ, ແລະ ເພາະພຣະອົງຊົງພຣະຊົນ, ລູກໆຂອງພຣະເຈົ້າທຸກຄົນຈະມີຊີວິດຕະຫລອດໄປ. ຂອບພຣະໄທເພາະການເສຍສະລະຊົດໃຊ້ຂອງພຣະອົງ, ເຮົາທຸກຄົນຈຶ່ງສາມາດຢູ່ນຳກັນ ກັບພວກພຣະອົງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.