ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ສ້າງ​ຊີ​ວິດ​ໃຫ້​ທົນ​ທານ​ຕໍ່​ຜູ້​ປໍ​ລະ​ປັກ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2022


ການ​ສ້າງ​ຊີ​ວິດ​ໃຫ້​ທົນ​ທານ​ຕໍ່​ຜູ້​ປໍ​ລະ​ປັກ

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ເຮົາ​ຈະ​ສ້າງ​ຊີ​ວິດ​ຂອງ​ເຮົາ​ຕໍ່​ໄປ​ຕາມ​ແຜນ ແລະ ຂໍ້​ກຳ​ນົດ​ທາງ​ເຕັກ​ນິກ​ຂອງ​ການ​ອອກ​ແບບ​ຈາກ​ສະ​ຫວັນ​ໂດຍ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ.

ຕະ​ຫລອດ​ຫລາຍ​ປີ​ຜ່ານ​ມາ​ຈາກ​ແທ່ນ​ປາ​ໄສ​ທີ່​ສວຍ​ງາມ​ໃນ​ສູນ​ກາງ​ປະ​ຊຸມ​ໃຫຍ່​ແຫ່ງ​ນີ້, ເຮົາ​ໄດ້​ຮັບ​ຄຳ​ປຶກ​ສາ, ການ​ດົນ​ໃຈ, ຄຳ​ແນະ​ນຳ, ແລະ ການ​ເປີດ​ເຜີຍ​ອັນ​ດີ​ເລີດ. ບາງ​ຄັ້ງ, ຜູ້​ປາ​ໄສ​ໄດ້​ໃຊ້​ການ​ປຽບ​ທຽບ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ຮູ້ ແລະ ປະ​ສົບ​ການ​ຂອງ​ຕົນ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ແລະ ເຕັມ​ໄປ​ດ້ວຍ​ພະ​ລັງ​ເຖິງ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ໃນ​ວິ​ທີ​ນີ້, ຕົວ​ຢ່າງ​ເຊັ່ນ, ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຍົນ ແລະ ການ​ບິນ​ຕ່າງໆ ຊຶ່ງ​ການ​ຫັນ​ທິດ​ທາງ​ພຽງ​ເລັກ​ນ້ອຍ​ສາ​ມາດ​ນຳ​ເຮົາ​ໄປ​ສູ່​ສະ​ຖານ​ທີ່​ຫ່າງ​ໄກ​ຈາກ​ຈຸດ​ໝາຍ​ປາຍ​ທາງ​ດັ້ງ​ເດີມ​ຂອງ​ເຮົາ​ໄດ້.1 ແລະ ໃນ​ວິ​ທີ​ນີ້, ເຮົາ​ໄດ້​ຮຽນ​ຮູ້​ຈາກ​ການ​ປຽບ​ທຽບ​ວິ​ທີ​ທີ່​ຫົວ​ໃຈ​ຂອງ​ເຮົາ​ທຳ​ງານ​ກັບ​ການ​ປ່ຽນ​ແປງ​ຈິດ​ໃຈ​ອັນ​ເຕັມ​ໄປ​ດ້ວຍ​ພະ​ລັງ ທີ່​ຮຽກ​ຮ້ອງ​ໃຫ້​ຕອບ​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຕິດ​ຕາມ​ພຣະ​ອົງ.2

ໃນ​ເວ​ລາ​ນີ້, ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ດ້ວຍ​ຄວາມ​ຖ່ອມ​ຕົນ ທີ່​ຈະ​ເພີ່ມ​ເຕີມ​ການ​ປຽບ​ທຽບ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ອາ​ຊີບ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ອ້າງ​ເຖິງ​ໂລກ​ຂອງ​ວິ​ສະ​ວະ​ກຳ​ໂຍ​ທາ. ຈາກ​ການ​ເລີ່ມ​ຕົ້ນ​ຂອງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຝັນ​ເຖິງ​ມື້​ທີ່​ຂ້າ​ພະ​ເຈົ້າ​ຈະ​ສຳ​ເລັດ​ຫ້ອງ​ຮຽນ​ຕ່າງໆ​ຕາມ​ຂໍ້​ກຳ​ນົດ ແລະ ແລ້ວ​ສາ​ມາດ​ເອົາ​ຫ້ອງ​ທີ່​ສິດ​ສອນ​ຂ້າ​ພະ​ເຈົ້າ​ເຖິງ​ວິ​ທີ​ອອກ​ແບບ​ເຄ​ຫາ​ສະ​ຖານ ແລະ ອາ​ຄານ​ໂຄງ​ສ້າງ​ອື່ນໆ​ທີ່​ຖື​ວ່າ​ເປັນ​ການ​ສ້າງ “ຕໍ່​ຕ້ານ​ແຜ່ນ​ດິນ​ໄຫວ.”

ໃນ​ທີ່​ສຸດ​ມື້​ນັ້ນ​ກໍ​ມາ​ເຖິງ ຫ້ອງ​ຮຽນ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ​ສຳ​ລັບ​ວິ​ຊາ​ນີ້. ຄຳ​ເວົ້າ​ທຳ​ອິດ​ຈາກ​ອາ​ຈານ​ສອນ​ຄື: “ແນ່​ນອນ​ວ່າ​ທຸກ​ຄົນ​ກະ​ຕື​ລື​ລົ້ນ​ໃນ​ການ​ເລີ່ມ​ຫລັກ​ສູດ​ນີ້ ແລະ ຮຽນ​ຮູ້​ວິ​ທີ​ການ​ອອກ​ແບບ​ໂຄງ​ສ້າງ​ເຄ​ຫາ​ສະ​ຖານ​ຕໍ່​ຕ້ານ​ແຜ່ນ​ດິນ​ໄຫວ,” ຊຶ່ງ​ຫລາຍ​ຄົນ​ໃນ​ພວກ​ເຮົາ​ໄດ້​ງຶກ​ໜ້າ​ຕອບ​ຮັບ​ຢ່າງ​ກະ​ຕື​ລື​ລົ້ນ. ຈາກ​ນັ້ນ​ອາ​ຈານ​ສອນ​ໄດ້​ເວົ້າ​ວ່າ, “ຂ້ອຍ​ເສຍ​ໃຈ​ທີ່​ຕ້ອງ​ບອກ​ພວກ​ເຈົ້າ​ວ່າ​ມັນ​ເປັນ​ໄປ​ບໍ່​ໄດ້, ເພາະ​ຂ້ອຍ​ບໍ່​ສາ​ມາດ​ສອນ​ພວກ​ເຈົ້າ​ໃຫ້​ອອກ​ແບບ​ອາ​ຄານ​ທີ່​ຕໍ່​ຕ້ານ, ຄຳ​ວ່າ ‘ຕໍ່​ຕ້ານ’ ຫລື ຕ້ານ​ແຜ່ນ​ດິນ​ໄຫວ​ໄດ້. ສິ່ງ​ນີ້​ບໍ່​ສົມ​ເຫດ​ສົມ​ຜົນ,” ເພິ່ນ​ເວົ້າ, “ເພາະ​ວ່າ​ແຜ່ນ​ດິນ​ໄຫວ​ຈະ​ເກີດ​ຂຶ້ນ​ຢູ່​ແລ້ວ, ບໍ່​ວ່າ​ເຮົາ​ຈະ​ມັກ​ຫລື​ບໍ່​ກໍ​ຕາມ.”

ແລ້ວ​ເພິ່ນ​ກໍ​ເວົ້າ​ຕໍ່, “ສິ່ງ​ທີ່​ຂ້ອຍ​ສາ​ມາດ​ສອນ​ພວກ​ເຈົ້າ​ໄດ້​ຄື​ການ​ອອກ​ແບບ​ໂຄງ​ສ້າງ​ເຄ​ຫາ​ສະ​ຖານ​ທີ່​ທົນ​ທານ​ຕໍ່​ແຜ່ນ​ດິນ​ໄຫວ, ໂຄງ​ສ້າງ​ເຄ​ຫາ​ສະ​ຖານ​ທີ່​ສາ​ມາດ​ທົນ​ທານ​ຕໍ່​ແຮງ​ທີ່​ມາ​ຈາກ​ແຜ່ນ​ດິນ​ໄຫວ​ໄດ້, ສະ​ນັ້ນ​ໂຄງ​ສ້າງ​ເຄ​ຫາ​ສະ​ຖານ​ຍັງ​ຄົງ​ຢືນ​ຢູ່​ໂດຍ​ບໍ່​ມີ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ ແລະ ຕໍ່​ຈາກ​ນັ້ນ​ຍັງ​ສາ​ມາດ​ນຳ​ໃຊ້​ໄດ້​ຢູ່​ເຖິງ​ແມ່ນ​ວ່າ​ຈະ​ຖືກ​ຜົນ​ກະ​ທົບ​ມາ​ແລ້ວ​ກໍ​ຕາມ.”

ວິ​ສະ​ວະ​ກອນ​ເຮັດ​ການ​ຄິດ​ໄລ່​ທີ່​ບົ່ງ​ບອກ​ຂະ​ໜາດ, ຄຸນ​ນະ​ພາບ, ແລະ ລັກ​ສະ​ນະ​ຂອງ​ພື້ນ​ຖານ, ເສົາ, ຄານ, ແຜ່ນ​ຄອນ​ກີດ, ແລະ ອົງ​ປະ​ກອບ​ໂຄງ​ສ້າງ​ເຄ​ຫາ​ສະ​ຖານ​ອື່ນໆ​ທີ່​ໄດ້​ຮັບ​ການ​ອອກ​ແບບ. ຜົນ​ໄດ້​ຮັບ​ເຫລົ່າ​ນີ້​ຖືກ​ແປ​ອອກ​ມາ​ເປັນ​ແຜນ​ການ ແລະ ຂໍ້​ກຳ​ນົດ​ທາງ​ເຕັກ​ນິກ, ຊຶ່ງ​ຈຳ​ເປັນ​ຕ້ອງ​ປະ​ຕິ​ບັດ​ຕາມ​ຢ່າງ​ເຂັ້ມ​ງວດ​ໂດຍ​ຜູ້​ກໍ່​ສ້າງ​ເພື່ອ​ໃຫ້​ວຽກ​ງານ​ອອກ​ມາ​ຕາມ​ທີ່​ວາງ​ແຜນ ແລະ ດັ່ງ​ນັ້ນ​ຈຶ່ງ​ບັນ​ລຸ​ຈຸດ​ປະ​ສົງ​ທີ່​ໄດ້​ຮັບ​ການ​ອອກ​ແບບ ແລະ ສ້າງ​ຂຶ້ນ.

ເຖິງ​ແມ່ນ​ວ່າ​ເວ​ລາ​ຈະ​ຜ່ານ​ມາ 40 ກວ່າ​ປີ​ຕັ້ງ​ແຕ່​ມື້​ທຳ​ອິດ​ຂອງ​ຫ້ອງ​ຮຽນ​ດ້ານ​ວິ​ສະ​ວະ​ກຳ ທົນ​ທານ​ຕໍ່​ແຜ່ນ​ດິນ​ໄຫວ, ຂ້າ​ພະ​ເຈົ້າ​ຍັງ​ຈື່​ຈຳ​ເປັນ​ຢ່າງ​ດີ​ໃນ​ຕອນ​ທີ່​ຂ້າ​ພະ​ເຈົ້າ​ເລີ່ມ​ທີ່​ຈະ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ, ເຖິງ​ຄວາມ​ຈຳ​ເປັນ​ຂອງ​ຄວາມ​ສຳ​ຄັນ​ວ່າ​ແນວ​ຄິດ​ນີ້​ຈະ​ປະ​ກົດ​ໃນ​ໂຄງ​ສ້າງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ອອກ​ແບບ​ໃນ​ຊີ​ວິດ​ຂອງ​ການ​ເຮັດ​ວຽກ​ໃນ​ອະ​ນາ​ຄົດ​ຂອງ​ຂ້າ​ພະ​ເຈົ້າ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ແຕ່​ສິ່ງ​ທີ່​ສຳ​ຄັນ​ກວ່າ—ຄື​ມັນ​ຈະ​ຄົງ​ຢູ່​ຕະ​ຫລອດ​ໄປ​ໃນ​ການ​ຫລໍ່​ຫລອມ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ເອງ ແລະ ຜູ້​ທີ່​ຂ້າ​ພະ​ເຈົ້າ​ອາດ​ຈະ​ໃຊ້​ອິດ​ທິ​ພົນ​ໃນ​ທາງ​ບວກ.

ເຮົາ​ໄດ້​ຮັບ​ພອນ​ຫລາຍ​ພຽງ​ໃດ​ທີ່​ໄດ້​ເພິ່ງ​ພາ​ຄວາມ​ຮູ້​ຂອງ​ແຜນ​ແຫ່ງ​ຄວາມ​ລອດ​ທີ່​ຖືກ​ສ້າງ​ຂຶ້ນ​ໂດຍ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ທີ່​ມີ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແລະ ເພິ່ງ​ພາ​ການ​ນຳ​ທາງ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່! ທີ່​ກ່າວ​ມາ​ທັງ​ໝົດ​ຖື​ເປັນ​ການ​ອອກ​ແບບ “ແຜນ​ການ” ແລະ “ຂໍ້​ກຳ​ນົດ​ທາງ​ເຕັກ​ນິກ” ຈາກ​ສະ​ຫວັນ ທີ່​ສິດ​ສອນ​ເຮົາ​ຢ່າງ​ຊັດ​ເຈນ​ເຖິງ​ວິ​ທີ​ສ້າງ​ຊີ​ວິດ​ທີ່​ມີ​ຄວາມ​ສຸກ—ຊີ​ວິດ​ທີ່​ທົນ​ທານ​ຕໍ່​ຄວາມ​ຜິດ​ບາບ, ທົນ​ທານ​ຕໍ່​ການ​ລໍ້​ລວງ, ທົນ​ທານ​ຕໍ່​ການ​ໂຈມ​ຕີ​ຈາກ​ຊາ​ຕານ, ຜູ້​ທີ່​ພະ​ຍາ​ຍາມ​ຢ່າງ​ໜັກ​ໃນ​ການ​ຂັດ​ຂວາງ​ເສັ້ນ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ​ຮ່ວມ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ກັບ​ຄອບ​ຄົວ​ທີ່​ຮັກ​ຂອງ​ເຮົາ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພຣະ​ອົງ​ເອງ, ໃນ​ຕອນ​ຕົ້ນ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ, “ຖືກ​ປ່ອຍ​ໃຫ້​ຖືກ​ລໍ້​ລວງ​ຈາກ​ມານ.”3 ແຕ່​ພຣະ​ເຢ​ຊູ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ທົດ​ລອງ​ຄັ້ງ​ຍິ່ງ​ໃຫຍ່​ນັ້ນ. ການ​ມີ​ທັດ​ສະ​ນະ​ຄະ​ຕິ​ຂອງ​ການ​ຕໍ່​ຕ້ານ​ຊາ​ຕານ ຫລື ຕໍ່​ຕ້ານ​ການ​ລໍ້​ລວງ​ໄດ້​ຊ່ວຍ​ພຣະ​ອົງ​ແນວ​ໃດ? ສິ່ງ​ທີ່​ເຮັດ​ໃຫ້​ພຣະ​ເຢ​ຊູ​ໄດ້​ຮັບ​ໄຊ​ຊະ​ນະ​ຈາກ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ​ທີ່​ສຸດ​ເຫລົ່າ​ນີ້​ຄື​ການ​ກຽມ​ພ້ອມ​ທາງ​ວິນ​ຍານ​ຂອງ​ພຣະ​ອົງ, ຊຶ່ງ​ໃຫ້​ພຣະ​ອົງ​ຢູ່​ໃນ​ສະ​ພາບ​ທີ່​ຈະ​ທົນ​ທານ​ຕໍ່​ການ​ລໍ້​ລວງ​ຂອງ​ຜູ້​ປໍ​ລະ​ປັກ​ໄດ້.

ມີ​ປັດ​ໃຈ​ຫຍັງ​ແດ່​ທີ່​ຊ່ວຍ​ໃຫ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພ້ອມ​ສຳ​ລັບ​ຊ່ວງ​ເວ​ລາ​ສຳ​ຄັນ​ນັ້ນ?

ສິ່ງ​ທຳ​ອິດ, ພຣະ​ອົງ​ໄດ້​ຖື​ສິນ​ອົດ​ເຂົ້າ​ເປັນ​ເວ​ລາ 40 ມື້ ແລະ 40 ຄືນ, ການ​ຖື​ສິນ​ອົດ​ເຂົ້າ​ທີ່​ມາ​ພ້ອມ​ກັບ​ການ​ອະ​ທິ​ຖານ​ຢ່າງ​ຕໍ່​ເນື່ອງ. ສະ​ນັ້ນ, ເຖິງ​ແມ່ນ​ວ່າ​ພຣະ​ກາຍ​ຂອງ​ພຣະ​ອົງ​ຈະ​ອ່ອນ​ເພຍ, ແຕ່​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ເຂັ້ມ​ແຂງ​ທີ່​ສຸດ. ເຖິງ​ແມ່ນ​ວ່າ, ໂຊກ​ດີ​ຫລາຍ​ທີ່, ເຮົາ​ບໍ່​ໄດ້​ຖືກ​ຮ້ອງ​ຂໍ​ໃຫ້​ຖື​ສິນ​ອົດ​ເຂົ້າ​ເປັນ​ເວ​ລາ​ດັ່ງ​ກ່າວ—ແຕ່​ພຽງ 24 ຊົ່ວ​ໂມງ ແລະ ເດືອນ​ລະ​ຄັ້ງ—ການ​ຖື​ສິນ​ອົດ​ເຂົ້າ​ຈະ​ເຮັດ​ໃຫ້​ເຮົາ​ມີ​ພະ​ລັງ​ທາງ​ວິນ​ຍານ ແລະ ກຽມ​ເຮົາ​ໃຫ້​ພ້ອມ​ເພື່ອ​ທົນ​ທານ​ຕໍ່​ການ​ທົດ​ລອງ​ຂອງ​ຊີ​ວິດ​ນີ້.

ອັນ​ດັບ​ທີ​ສອງ​ຄື, ໃນ​ເລື່ອງ​ລາວ​ຂອງ​ການ​ລໍ້​ລວງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ເຊີນ, ເຮົາ​ເຫັນ​ໄດ້​ວ່າ​ພຣະ​ອົງ​ຕອບ​ກັບ​ຊາ​ຕານ​ດ້ວຍ​ການ​ມີ​ພຣະ​ຄຳ​ພີ​ໃນ​ຈິດ​ໃຈ​ຂອງ​ພຣະ​ອົງ​ຕະ​ຫລອດ, ໂດຍ​ອ້າງ​ອີງ​ເຖິງ, ແລະ ນຳ​ໃຊ້​ມັນ​ໃນ​ເວ​ລາ​ທີ່​ເໝາະ​ສົມ.

ເມື່ອ​ຊາ​ຕານ​ລໍ້​ລວງ​ພຣະ​ອົງ​ໃຫ້​ປ່ຽນ​ກ້ອນ​ຫີນ​ມາ​ເປັນ​ເຂົ້າ​ຈີ່​ເພື່ອ​ວ່າ​ພຣະ​ອົງ​ຈະ​ຊົງ​ສະ​ໜອງ​ຄວາມ​ຫິວ​ໂຫຍ​ຈາກ​ການ​ຖື​ສິນ​ອົດ​ເຂົ້າ​ເປັນ​ເວ​ລາ​ດົນ​ນານ​ຂອງ​ພຣະ​ອົງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄຳ​ພີ​ວ່າ, ມະ​ນຸດ​ຈະ​ບໍ່​ລ້ຽງ​ຊີ​ວິດ​ດ້ວຍ​ອາ​ຫານ​ສິ່ງ​ດຽວ, ແຕ່​ລ້ຽງ​ດ້ວຍ​ພຣະ​ຄຳ​ທຸກ​ຂໍ້​ທີ່​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ເຈົ້າ.”4 ຈາກ​ນັ້ນ, ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທັບ​ຢູ່​ເທິງ​ຍອດ​ພຣະ​ວິ​ຫານ, ມານ​ພະ​ຍາ​ຍາມ​ລໍ້​ລວງ​ພຣະ​ອົງ​ໃຫ້​ສະ​ແດງ​ອຳ​ນາດ​ຂອງ​ພຣະ​ອົງ, ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ດ້ວຍ​ສິດ​ອຳ​ນາດ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄຳ​ພີ​ອີກ​ວ່າ, ຢ່າ​ທົດ​ລອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ.”5 ແລະ ສຳ​ລັບ​ຄວາມ​ພະ​ຍາ​ຍາມ​ຄັ້ງ​ທີ​ສາມ​ຂອງ​ຊາ​ຕານ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄຳ​ພີ​ວ່າ, ຈົ່ງ​ຂາບ​ໄຫວ້​ນະ​ມັດ​ສະ​ການ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ, ແລະ ປະ​ຕິ​ບັດ​ແຕ່​ພຣະ​ອົງ​ຜູ້​ດຽວ.”6

ເຫດ​ການ​ແຜ່ນ​ດິນ​ໄຫວ​ໄດ້​ປະ​ຮ່ອງ​ຮອຍ​ຂອງ​ມັນ​ໄວ້​ກັບ​ໂຄງ​ສ້າງ​ເຄ​ຫາ​ສະ​ຖານ ແມ່ນ​ແຕ່​ຖືກ​ອອກ​ແບບ ແລະ ສ້າງ​ຂຶ້ນ​ຢ່າງ​ຖືກ​ຕ້ອງ—ຜົນ​ທີ່​ຕາມ​ມາ​ເຊັ່ນ​ບາງ​ທີ​ອາດ​ມີ​ຮອຍ​ແຕກ​ແຫງ, ການ​ເພ​ພັງ​ຂອງ​ເຄື່ອງ​ເຟີ​ນິ​ເຈີ ຫລື ເພ​ດານ​ຕ່າງໆ, ແລະ ການ​ເພ​ພັງ​ຂອງ​ປ່ອງ​ຢ້ຽມ. ແຕ່​ສິ່ງ​ປຸກ​ສ້າງ​ທີ່​ອອກ​ແບບ​ມາ​ຢ່າງ​ດີ ແລະ ສ້າງ​ຂຶ້ນ​ເປັນ​ຢ່າງ​ດີ​ຈະ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ການ​ປົກ​ປ້ອງ​ຜູ້​ຢູ່​ອາ​ໄສ, ແລະ ດ້ວຍ​ການ​ສ້ອມ​ແປງ​ຈຳ​ນວນ​ໜຶ່ງ, ກໍ​ຈະ​ເຮັດ​ໃຫ້​ມັນ​ຄືນ​ສູ່​ສະ​ພາບ​ເດີມ.

ໃນ​ທຳ​ນອງ​ດຽວ​ກັນ, ການ​ກະ​ທົບ​ຂອງ​ຜູ້​ປໍ​ລະ​ປັກ​ສາ​ມາດ​ເຮັດ​ໃຫ້​ເກີດ “ຮອຍ​ແຕກ​ແຫງ,” ຫລື ຄວາມ​ເສຍ​ຫາຍ​ບາງ​ສ່ວນ​ໃນ​ຊີ​ວິດ​ເຊັ່ນ​ກັນ​ທ່າມ​ກາງ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ໃນ​ການ​ສ້າງ​ຊີ​ວິດ​ຂອງ​ເຮົາ​ໄປ​ຕາມ​ແບບ​ແຜນ​ທີ່​ສົມ​ບູນ​ຈາກ​ສະ​ຫວັນ. “ຮອຍ​ແຕກ​ແຫງ” ເຫລົ່າ​ນີ້ ສາ​ມາດ​ປະ​ກົດ​ຜ່ານ​ທາງ​ຄວາມ​ຮູ້​ສຶກ​ຂອງ​ຄວາມ​ໂສກ​ເສົ້າ ຫລື ສຳ​ນຶກ​ຜິດ​ສຳ​ລັບ​ການ​ເຮັດ​ຄວາມ​ຜິດ​ພາດ ແລະ ສຳ​ລັບ​ການ​ທີ່​ບໍ່​ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ດ້ວຍ​ຄວາມ​ສົມ​ບູນ​ແບບ, ຫລື ກັບ​ຄວາມ​ຮູ້​ສຶກ​ທີ່​ວ່າ​ເຮົາ​ຍັງ​ບໍ່​ດີ​ເທົ່າ​ທີ່​ເຮົາ​ຕ້ອງ​ການ.

ແຕ່​ສິ່ງ​ທີ່​ກ່ຽວ​ຂ້ອງ​ຢ່າງ​ແທ້​ຈິງ​ຄື​ການ​ປະ​ຕິ​ບັດ​ຕາມ​ແຜນ ແລະ ຂໍ້​ກຳ​ນົດ​ທີ່​ຖືກ​ອອກ​ແບບ​ຈາກ​ສະ​ຫວັນ, ທີ່​ວ່າ, ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພວກ​ເຮົາ​ຍັງ​ຄົງ​ຢືນ​ຢູ່​ຕໍ່​ໄປ. ໂຄງ​ສ້າງ​ຊີ​ວິດ​ຂອງ​ເຮົາ​ບໍ່​ໄດ້​ຖືກ​ທຳ​ລາຍ​ຍ້ອນ​ຄວາມ​ພະ​ຍາ​ຍາມ​ຂອງ​ຜູ້​ປໍ​ລະ​ປັກ ຫລື ສະ​ພາບ​ການ​ທີ່​ຍາກ​ທີ່​ເຮົາ​ຕ້ອງ​ໄດ້​ປະ​ເຊີນ​ໜ້າ​ກັບ​ມັນ, ກົງ​ກັນ​ຂ້າມ, ເຮົາ​ພ້ອມ​ທີ່​ຈະ​ກ້າວ​ໄປ​ຂ້າງ​ໜ້າ.

ຄວາມ​ສຸກ​ທີ່​ຖືກ​ສັນ​ຍາ​ໄວ້​ໃນ​ພຣະ​ຄຳ​ພີ ຊຶ່ງ​ເປັນ​ຈຸດ​ປະ​ສົງ​ຂອງ​ການ​ມີ​ຊີ​ວິດ​ຂອງ​ເຮົາ​7 ບໍ່​ຄວນ​ຖືກ​ເຂົ້າ​ໃຈ​ວ່າ ເຮົາ​ຈະ​ບໍ່​ມີ​ຄວາມ​ຫຍຸ້ງ​ຍາກ ຫລື ຄວາມ​ໂສກ​ເສົ້າ, ວ່າ​ເຮົາ​ຈະ​ບໍ່​ມີ “ຮອຍ​ແຕກ​ແຫງ” ອັນ​ເປັນ​ຜົນ​ຈາກ​ການ​ລໍ້​ລວງ, ຈາກ​ຜູ້​ປໍ​ລະ​ປັກ, ຫລື ຈາກ​ການ​ທົດ​ລອງ​ຕົວ​ຈິງ​ໃນ​ຊີ​ວິດ​ຢູ່​ໃນ​ໂລກ​ຂອງ​ເຮົາ.

ຄວາມ​ສຸກ​ນີ້​ກ່ຽວ​ຂ້ອງ​ກັບ​ມຸມ​ມອງ​ຂອງ​ນີ​ໄຟ​ທີ່​ໄດ້​ກ່າວ​ວ່າ, “ໂດຍ​ທີ່​ເຫັນ​ຄວາມ​ທຸກ​ຫລາຍ​ຢ່າງ​ໃນ​ວັນ​ເວ​ລາ​ຂອງ​ຂ້າ​ພະ​ເຈົ້າ, ເຖິງ​ຢ່າງ​ໃດ​ກໍ​ຕາມ ໂດຍ​ເປັນ​ທີ່​ໂປດ​ປານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕະ​ຫລອດ​ວັນ​ເວ​ລາ​ຂອງ​ຂ້າ​ພະ​ເຈົ້າ.”8 ຕະ​ຫລອດ​ວັນ​ເວ​ລາ​ຂອງ​ເພິ່ນ! ແມ່ນ​ແຕ່​ມື້​ທີ່​ນີ​ໄຟ​ທົນ​ທຸກ​ລະ​ຫວ່າງ​ຄວາມ​ບໍ່​ເຂົ້າ​ໃຈ ແລະ ການ​ປະ​ຕິ​ເສດ​ຂອງ​ພວກ​ອ້າຍ​ຂອງ​ເພິ່ນ​ເອງ, ແມ່ນ​ແຕ່​ເວ​ລາ​ທີ່​ພວກ​ເຂົາ​ມັດ​ເພິ່ນ​ໃນ​ເຮືອ, ແມ່ນ​ແຕ່​ເວ​ລາ​ທີ່​ພໍ່​ຂອງ​ເພິ່ນ, ລີ​ໄຮ, ເສຍ​ຊີ​ວິດ, ແມ່ນ​ແຕ່​ເວ​ລາ​ທີ່​ເລ​ມັນ ແລະ ເລ​ມູ​ເອນ​ກາຍ​ເປັນ​ສັດ​ຕູ​ຮ້າຍ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ. ແມ່ນ​ແຕ່​ມື້​ທີ່​ຫຍຸ້ງ​ຍາກ​ເຫລົ່າ​ນັ້ນ, ນີ​ໄຟ​ໄດ້​ຮູ້​ສຶກ​ເປັນ​ທີ່​ໂປດ​ປານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ເຮົາ​ສາ​ມາດ​ມີ​ຄວາມ​ສະ​ຫງົບ​ໄດ້​ເມື່ອ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ມີ​ວັນ​ປ່ອຍ​ໃຫ້​ເຮົາ​ຖືກ​ລໍ້​ລວງ​ເກີນ​ກວ່າ​ທີ່​ເຮົາ​ຈະ​ທົນ​ທານ​ໄດ້. ແອວ​ມາ​ໄດ້​ເຊື້ອ​ເຊີນ​ໃຫ້​ເຮົາ “ເຝົ້າ​ເບິ່ງ ແລະ ອະ​ທິ​ຖານ​ສະ​ເໝີ, ເພື່ອ [ເຮົາ] ຈະ​ບໍ່​ຖືກ​ລໍ້​ລວງ​ຈົນ​ເກີນ​ກວ່າ​ທີ່ [ເຮົາ] ຈະ​ອົດ​ທົນ​ໄດ້, ແລະ ຖືກ​ພຣະ​ວິນ​ຍານ​ອັນ​ສັກ​ສິດ​ນຳ​ພາ​ໄປ, ເພື່ອ​ກາຍ​ເປັນ​ຄົນ​ຖ່ອມ​ຕົວ, ອ່ອນ​ໂຍນ, ສອນ​ງ່າຍ, ອົດ​ທົນ, ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ອົດ​ກັ້ນ​ອັນ​ຍາວ​ນານ.”9

ທີ່​ກ່າວ​ມາ​ນັ້ນ​ສາ​ມາດ​ນຳ​ໄປ​ໃຊ້​ກັບ​ການ​ທົດ​ລອງ​ຂອງ​ຊີ​ວິດ​ໄດ້. ອຳ​ໂມນ​ໄດ້​ເຕືອນ​ເຮົາ​ເຖິງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ວ່າ: “ຈົ່ງ​ອອກ​ໄປ … ຈົ່ງ​ຮັບ​ເອົາ​ຄວາມ​ທຸກ​ຂອງ​ພວກ​ເຈົ້າ​ດ້ວຍ​ຄວາມ​ອົດ​ທົນ, ແລະ ເຮົາ​ຈະ​ມອບ​ຄວາມ​ສຳ​ເລັດ​ໃຫ້​ແກ່​ພວກ​ເຈົ້າ.”10

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຈັດ​ຫາ​ຄວາມ​ຊ່ວຍ​ເຫລືອ​ໃຫ້​ກັບ​ເຮົາ​ສະ​ເໝີ ເມື່ອ​ເຮົາ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຍາກ​ລຳ​ບາກ, ການ​ລໍ້​ລວງ, ຄວາມ​ບໍ່​ເຂົ້າ​ໃຈ, ຄວາມ​ອ່ອນ​ແອ, ແລະ ແມ່ນ​ແຕ່​ຄວາມ​ຕາຍ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ເຮົາ​ກ່າວ​ກັບ​ຄົນ​ໜຶ່ງ ກໍ​ຄື​ກັນ​ກັບ​ເຮົາ​ກ່າວ​ກັບ​ທຸກ​ຄົນ, ຈົ່ງ​ເບີກ​ບານ​ເຖີດ, ເດັກ​ນ້ອຍໆ​ເອີຍ; ເພາະ​ເຮົາ​ຢູ່​ໃນ​ທ່າມ​ກາງ​ພວກ​ເຈົ້າ, ແລະ ເຮົາ​ຈະ​ບໍ່​ປະ​ຖິ້ມ​ພວກ​ເຈົ້າ.”11 ພຣະ​ອົງ​ຈະ​ບໍ່​ມີ​ວັນ​ປະ​ຖິ້ມ​ເຮົາ!

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ເຮົາ​ຈະ​ສ້າງ​ຊີ​ວິດ​ຂອງ​ເຮົາ​ຕໍ່​ໄປ​ຕາມ​ແຜນ ແລະ ຂໍ້​ກຳ​ນົດ​ທາງ​ເຕັກ​ນິກ​ຂອງ​ການ​ອອກ​ແບບ​ຈາກ​ສະ​ຫວັນ​ໂດຍ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ໄດ້​ບັນ​ລຸ​ເປົ້າ​ໝາຍ​ຜ່ານ​ທາງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ. ດັ່ງ​ນັ້ນ, ຍ້ອນ​ພຣະ​ຄຸນ​ທີ່​ມາ​ເຖິງ​ເຮົາ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ເຮົາ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ສ້າງ​ຊີ​ວິດ​ເພື່ອ​ໃຫ້​ທົນ​ທານ​ຕໍ່​ຄວາມ​ຜິດ​ບາບ, ທົນ​ທານ​ຕໍ່​ການ​ລໍ້​ລວງ, ແລະ ເຂັ້ມ​ແຂງ​ໃນ​ການ​ອົດ​ທົນ​ຕໍ່​ຄວາມ​ໂສກ​ເສົ້າ, ໃນ​ເວ​ລາ​ແຫ່ງ​ຄວາມ​ຫຍຸ້ງ​ຍາກ​ໃນ​ຊີ​ວິດ​ຂອງ​ເຮົາ. ແລະ ນອກ​ຈາກ​ນີ້, ເຮົາ​ຈະ​ຢູ່​ໃນ​ສະ​ພາບ​ທີ່​ຈະ​ເຂົ້າ​ເຖິງ​ພອນ​ທີ່​ຖືກ​ສັນ​ຍາ​ໄວ້​ທຸກ​ປະ​ການ​ຜ່ານ​ທາງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ