ທ່ານຍັງເຕັມໃຈຢູ່ບໍ?
ຄວາມເຕັມໃຈຂອງເຮົາທີ່ຈະຕິດຕາມພຣະເຢຊູຄຣິດ ຄືອັດຕາສ່ວນທີ່ກົງກັບເວລາທີ່ເຮົາໃຫ້ຄຳໝັ້ນສັນຍາວ່າຈະຢູ່ໃນສະຖານທີ່ສັກສິດ.
ວັນອາທິດມື້ໜຶ່ງ, ໃນຂະນະທີ່ຂ້າພະເຈົ້າກຳລັງກຽມຮັບສິນລະລຶກ ຫລັງຈາກການມອບໝາຍການປະຊຸມສະເຕກຫລາຍອາທິດຜ່ານມາ, ຄວາມຄິດທີ່ໜ້າສົນໃຈ ແລະ ມີພະລັງຢ່າງໜຶ່ງຜ່ານເຂົ້າມາໃນຈິດໃຈຂອງຂ້າພະເຈົ້າ.
ຂະນະທີ່ປະໂລຫິດໄດ້ເລີ່ມໃຫ້ພອນເຂົ້າຈີ່, ຖ້ອຍຄຳທີ່ຂ້າພະເຈົ້າໄດ້ຍິນມາຫລາຍຄັ້ງ ໄດ້ຖືກຜັກດັນເຂົ້າໄປໃນຄວາມຄິດ ແລະ ຈິດໃຈຂອງຂ້າພະເຈົ້າຢ່າງແຮງ. “ແລະ ລະນຶກເຖິງພຣະອົງຕະຫລອດເວລາ, ໂອ້ ພຣະອົງເຈົ້າ, ພຣະບິດາຜູ້ສະຖິດນິລັນດອນ, ວ່າ ເຂົາເຕັມໃຈ ຮັບ ພຣະນາມຂອງພຣະບຸດຂອງພຣະອົງ, ແລະ ລະນຶກເຖິງພຣະອົງຕະຫລອດເວລາ ແລະ ຮັກສາພຣະບັນຍັດຂອງພຣະອົງ ຊຶ່ງປະທານໃຫ້ເຂົາ; ເພື່ອເຂົາ ຈະມີພຣະວິນຍານຂອງພຣະອົງຢູ່ດ້ວຍຕະຫລອດເວລາ.”1 ມີຈັກເທື່ອແລ້ວທີ່ເຮົາໄດ້ເປັນສັກຂີພະຍານຕໍ່ພຣະເຈົ້າວ່າເຮົາເຕັມໃຈ?
ເມື່ອຂ້າພະເຈົ້າໄຕ່ຕອງເຖິງຄວາມສຳຄັນຂອງຖ້ອຍຄຳສັກສິດເຫລົ່ານັ້ນ, ຄຳເວົ້າທີ່ວ່າ ເຕັມໃຈ ເຮັດໃຫ້ຂ້າພະເຈົ້າປະທັບໃຈຢ່າງທີ່ບໍ່ເຄີຍເປັນມາກ່ອນ. ປະສົບການອັນແສນຫວານ ແລະ ສັກສິດໄດ້ຖ້ວມລົ້ນຈິດໃຈ ແລະ ຫົວໃຈຂອງຂ້າພະເຈົ້າ ດ້ວຍຄວາມຮັກ ແລະ ຄວາມກະຕັນຍູສຳລັບການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ບົດບາດທີ່ສຳຄັນຫລາຍໃນແຜນແຫ່ງການໄຖ່ຂອງພຣະບິດາສຳລັບຄອບຄົວຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າ. ຈາກນັ້ນ, ຂ້າພະເຈົ້າໄດ້ຍິນ ແລະ ຮູ້ສຶກເຖິງຄຳອະທິຖານທີ່ແຊກຊຶມກ່ຽວກັບນ້ຳ: “ວ່າເຂົາຈະເປັນສັກຂີພະຍານຕໍ່ພຣະອົງ … ວ່າເຂົາຈະລະນຶກເຖິງພຣະອົງຕະຫລອດເວລາ.”2 ຂ້າພະເຈົ້າໄດ້ເຂົ້າໃຈຢ່າງແຈ່ມແຈ້ງໃນເວລານັ້ນເລີຍວ່າການຮັກສາພັນທະສັນຍາຂອງຂ້າພະເຈົ້າເປັນຫລາຍກວ່າເຈດຕະນາດີ.
ການຮັບສ່ວນສິນລະລຶກບໍ່ແມ່ນພິທີກຳທາງສາດສະໜາທີ່ເມີນເສີຍ ບົ່ງບອກເຖິງຄວາມຍິນຍອມຂອງເຮົາລ້າໆ. ມັນເປັນເຄື່ອງເຕືອນໃຈອັນມີພະລັງເຖິງຄວາມເປັນຈິງຂອງການຊົດໃຊ້ອັນບໍ່ມີຂອບເຂດຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ຄວາມຈຳເປັນຕ້ອງລະນຶກເຖິງພຣະອົງຕະຫລອດເວລາ ແລະ ຮັກສາພຣະບັນຍັດຂອງພຣະອົງ. ຄວາມເຕັມໃຈທີ່ຈະສຸມໃຈໃສ່ທີ່ພຣະຜູ້ຊ່ວຍໃຫ້ລອດມີຄວາມສຳຄັນຫລາຍຍ້ອນເປັນສູນກາງຂ່າວສານຂອງສອງຂໍ້ພຣະຄຳພີທີ່ອ້າງເຖິງຫລາຍທີ່ສຸດໃນສາດສະໜາຈັກ: ບົດອະທິຖານສິນລະລຶກ. ການເຂົ້າໃຈຄວາມຈິງເຖິງສິ່ງທີ່ພຣະບິດາເທິງສະຫວັນຊົງເຕັມພຣະໄທສະເໜີມອບໃຫ້ເຮົາແຕ່ລະຄົນຜ່ານທາງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງຄວນປຸກຄວາມພະຍາຍາມເຕັມທີ່ຂອງເຮົາ ທີ່ຈະເຕັມໃຈສະເໝີ.
ຮາກຖານທາງວິນຍານຂອງເຮົາຖືກສ້າງຂຶ້ນຢ່າງໝັ້ນຄົງໃນພຣະເຢຊູຄຣິດແມ່ນບໍ?
ຖ້າວ່າຮາກຖານທາງວິນຍານຂອງເຮົາຕື້ນ ຫລື ເປັນພຽງຜິວເຜີນ, ເຮົາອາດຈະມີແນວໂນ້ມທີ່ຈະຖືຄວາມເຕັມໃຈຂອງເຮົາເປັນຜົນດີທາງສັງຄົມ ຫລື ຄວາມສະດວກສ່ວນຕົວເທົ່ານັ້ນ. ແລະ ຖ້າຫາກເຮົາຮັບເອົາເລື່ອງລາວຂອງສາດສະໜາຈັກວ່າປະກອບດ້ວຍນະໂຍບາຍທີ່ລ້າສະໄໝທາງສັງຄົມ ຫລື ນະໂຍບາຍທີ່ບໍ່ສອດຄ່ອງທາງສັງຄົມ, ຂໍ້ຈຳກັດສ່ວນຕົວ ແລະ ຂໍ້ຜູກມັດດ້ານເວລາທີ່ບໍ່ສົມເຫດສົມຜົນ, ແລ້ວບົດສະຫລຸບຂອງເຮົາກ່ຽວກັບຄວາມເຕັມໃຈນັ້ນກໍຈະມີຄວາມບົກພ່ອງ. ເຮົາບໍ່ຄວນຄາດຫວັງວ່າຫລັກທຳແຫ່ງຄວາມເຕັມໃຈຈະມີແນວໂນ້ມໃນທາງບວກກັບອິດທິພົນຂອງສື່ສັງຄົມ ຫລື ຜູ້ທີ່ມັກ TikTok ຫລືບໍ່. ຫລັກການຂອງມະນຸດບໍ່ຄ່ອຍສອດຄ່ອງກັບຄວາມຈິງອັນສູງສົ່ງ.
ສາດສະໜາຈັກເປັນສະຖານທີ່ເຕົ້າໂຮມສຳລັບຄົນທີ່ບໍ່ດີພ້ອມຜູ້ທີ່ຮັກພຣະເຈົ້າ ແລະ ຜູ້ທີ່ເຕັມໃຈທີ່ຈະຕິດຕາມອົງພຣະເຢຊູຄຣິດເຈົ້າ. ຄວາມເຕັມໃຈນັ້ນຄືຮາກຖານໃນຄວາມເປັນຈິງທີ່ວ່າ ພຣະເຢຊູຄື ພຣະຄຣິດ, ພຣະບຸດຂອງພຣະເຈົ້າທີ່ຊົງພຣະຊົນ. ຄວາມຈິງອັນສູງສົ່ງນີ້ສາມາດເຮັດໃຫ້ຮູ້ໄດ້ໂດຍ ອຳນາດຂອງພຣະວິນຍານບໍລິສຸດເທົ່ານັ້ນ. ດັ່ງນັ້ນ, ຄວາມເຕັມໃຈຂອງເຮົາຄືອັດຕາສ່ວນທີ່ກົງກັບເວລາທີ່ເຮົາໃຫ້ຄຳໝັ້ນສັນຍາວ່າຈະຢູ່ໃນສະຖານທີ່ສັກສິດບ່ອນທີ່ອິດທິພົນຂອງພຣະວິນຍານບໍລິສຸດສະຖິດຢູ່ທີ່ນັ້ນ.
ເຮົາອາດຈະເຮັດໄດ້ດີຫລາຍຂຶ້ນໃນການໃຊ້ເວລາທີ່ມີຄວາມໝາຍໃນການສົນທະນາຂໍ້ກັງວົນຂອງເຮົາກັບພຣະບິດາຜູ້ສະຖິດຢູ່ໃນສະຫວັນຜູ້ຮັກເຮົາ, ແລະ ມີເວລາໜ້ອຍລົງໃນການຊອກຫາຄວາມຄິດເຫັນຈາກສຽງອື່ນໆ. ເຮົາກໍສາມາດເລືອກທີ່ຈະປ່ຽນສະຖານະຂ່າວສານຂອງເຮົາໃນແຕ່ລະວັນມາເປັນພຣະຄຳຂອງພຣະຄຣິດໃນພຣະຄຳພີສັກສິດ ແລະ ຄຳເວົ້າຂອງສາດສະດາທີ່ມີຊີວິດຢູ່ຂອງພຣະອົງ.
ຄວາມສຳຄັນທີ່ເຮົາວາງໄວ້ສຳລັບວັນຊະບາໂຕຂອງເຮົາເຊັ່ນການຖືປະຕິບັດ, ຈ່າຍສ່ວນສິບຢ່າງຊື່ສັດ, ມີໃບຮັບຮອງເຂົ້າພຣະວິຫານໃນປະຈຸບັນ, ໄປພຣະວິຫານ, ແລະ ໃຫ້ກຽດແກ່ພັນທະສັນຍາອັນສັກສິດຂອງພຣະວິຫານ ລ້ວນແລ້ວແຕ່ເປັນຕົວຊີ້ບອກອັນມີພະລັງ ແລະ ເປັນຫລັກຖານຄຳໝັ້ນສັນຍາຂອງເຮົາ. ເຮົາເຕັມໃຈທຸ້ມເທຫລາຍກວ່າຄວາມພະຍາຍາມແບບຜິວເຜີນໃນການເສີມສ້າງຄວາມເຂັ້ມແຂງໃຫ້ກັບສັດທາຂອງເຮົາໃນພຣະຄຣິດແລ້ວບໍ?
ພຣະບິດາເທິງສະຫວັນຮັກເຮົາຢ່າງສົມບູນແບບ, ແຕ່ຄວາມຮັກນັ້ນມາພ້ອມກັບຄວາມຄາດຫວັງຢ່າງໃຫຍ່ຫລວງ. ພຣະອົງຄາດຫວັງໃຫ້ເຮົາເຕັມໃຈໃນການວາງພຣະຜູ້ຊ່ວຍໃຫ້ລອດເປັນສູນກາງຊີວິດຂອງເຮົາ. ພຣະຜູ້ຊ່ວຍໃຫ້ລອດເປັນຕົວຢ່າງທີ່ດີເລີດຂອງເຮົາເຖິງການເຕັມໃຈທີ່ຈະເຮັດຕາມພຣະບິດາໃນທຸກເລື່ອງ. ພຣະອົງເປັນ “ທາງນັ້ນ, ເປັນຄວາມຈິງ, ແລະ ເປັນຊີວິດ.”3 ພຣະອົງເຕັມພຣະໄທຊົດໃຊ້ເພື່ອບາບຂອງເຮົາ. ພຣະອົງເຕັມພຣະໄທແບ່ງເບົາພາລະຂອງເຮົາ, ສະຫງົບຄວາມຢ້ານກົວຂອງເຮົາ, ໃຫ້ຄວາມເຂັ້ມແຂງແກ່ເຮົາ, ແລະ ນຳເອົາສັນຕິສຸກ ແລະ ຄວາມເຂົ້າໃຈມາສູ່ໃຈຂອງເຮົາໃນຍາມທຸກໃຈ ແລະ ໂສກເສົ້າ.
ແຕ່ສັດທາໃນພຣະເຢຊູຄຣິດກໍເປັນການເລືອກ. “ຖ້າຫາກ [ເຮົາ] ເຮັດບໍ່ໄດ້ຫລາຍໄປກວ່າຄວາມປາດຖະໜາທີ່ຈະເຊື່ອ”4 ໃນພຣະຄຳຂອງພຣະອົງ, ເຮົາມີຈຸດເລີ່ມຕົ້ນເພື່ອລິເລີ່ມ ຫລື ປັບປ່ຽນເສັ້ນທາງແຫ່ງສັດທາຂອງເຮົາ. ພຣະຄຳຂອງພຣະອົງ, ຖ້າປູກຝັງໄວ້ໃນໃຈຂອງເຮົາຄືກັນກັບເມັດພືດ ແລະ ບຳລຸງລ້ຽງດ້ວຍຄວາມເອົາໃຈໃສ່, ກໍຈະເກີດຮາກ ແລະ ສັດທາຂອງເຮົາຈະເຕີບໃຫຍ່ມາເປັນສິ່ງຮອງຮັບ ແລະ ກາຍມາເປັນຫລັກທຳຂອງການກະທຳ ແລະ ພະລັງ. ພຣະຄຳພີມໍມອນເປັນແຫລ່ງຊ່ວຍອັນມີພະລັງທີ່ສຸດສຳລັບການເຕີບໃຫຍ່ ແລະ ການຟື້ນຟູສັດທາຂອງເຮົາ. ຄວາມເຕັມໃຈເປັນຕົວເລັ່ງໃຫ້ເກີດສັດທາ.
ຄວາມເປັນມະຕະ, ໂດຍການອອກແບບຈາກສະຫວັນ, ບໍ່ແມ່ນເລື່ອງງ່າຍ ແລະ ບາງຄັ້ງກໍເປັນການທ້າທາຍ. ເຖິງຢ່າງໃດກໍຕາມ, “[ເຮົາ] ມະນຸດເປັນຢູ່ກໍເພື່ອ [ເຮົາ] ຈະໄດ້ມີຄວາມສຸກ”!5 ການເອົາໃຈໃສ່ຕໍ່ພຣະຜູ້ຊ່ວຍໃຫ້ລອດ ແລະ ພັນທະສັນຍາຈະນຳຄວາມສຸກອັນຍືນຍົງມາໃຫ້! ຈຸດປະສົງຂອງຄວາມເປັນມະຕະຄືການພິສູດຄວາມເຕັມໃຈຂອງເຮົາ. “ວຽກງານທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດ [ແລະ ລາຄາຂອງການເປັນສານຸສິດ] ແມ່ນການຮຽນຮູ້ເຖິງພຣະປະສົງຂອງພຣະຜູ້ເປັນເຈົ້າ ແລະ ແລ້ວປະຕິບັດຕາມ.”6 ການເປັນສານຸສິດທີ່ແທ້ຈິງນຳໄປສູ່ຄວາມສົມບູນແຫ່ງຄວາມຊື່ນຊົມ. ເຮົາເຕັມໃຈທີ່ຈະຈ່າຍຄ່າຂອງການເປັນສານຸສິດບໍ?
ເສັ້ນທາງແຫ່ງພັນທະສັນຍາບໍ່ແມ່ນລາຍການກວດສອບທຳມະດາ; ມັນຄືຂັ້ນຕອນແຫ່ງການເຕີບໂຕທາງວິນຍານ ແລະ ຄຳໝັ້ນສັນຍາອັນເລິກເຊິ່ງຕໍ່ອົງພຣະເຢຊູຄຣິດເຈົ້າ. ສູນກາງຈຸດປະສົງຂອງແຕ່ລະພຣະບັນຍັດ, ຫລັກທຳ, ພັນທະສັນຍາ, ແລະ ພິທີການຄືການສ້າງສັດທາ ແລະ ໄວ້ວາງໃຈໃນພຣະຄຣິດ. ດັ່ງນັ້ນ, ຄວາມຕັ້ງໃຈຂອງເຮົາໃນການໃຫ້ພຣະຄຣິດເປັນສູນກາງ ຈະຕ້ອງສະໝ່ຳສະເໝີ—ບໍ່ແມ່ນຕາມເງື່ອນໄຂ, ສະຖານະການ, ຫລື ແບບຜິວເຜີນ. ເຮົາບໍ່ສາມາດມີວັນພັກ ຫລື ຂໍເວລາສ່ວນຕົວຈາກຄວາມເຕັມໃຈຂອງເຮົາໃນການ “ຢືນເປັນພະຍານຂອງພຣະເຈົ້າ ໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນ.”7 ການເປັນສານຸສິດບໍ່ແມ່ນລາຄາຖືກ, ຍ້ອນວ່າຄວາມເປັນເພື່ອນຂອງພຣະວິນຍານບໍລິສຸດປະເມີນລາຄາບໍ່ໄດ້.
ແນ່ນອນ ພຣະຜູ້ເປັນເຈົ້າໄດ້ຄິດເຖິງວັນເວລາຂອງເຮົາຂະນະທີ່ພຣະອົງສິດສອນກ່ຽວກັບຄຳອຸປະມາເລື່ອງຍິງສາວບໍລິສຸດສິບຄົນ. ຈາກຫ້າຄົນເປັນຄົນສະຫລາດ ພຣະອົງກ່າວວ່າ: ພວກເຂົາ “ໄດ້ຮັບເອົາພຣະວິນຍານສັກສິດເພື່ອການນຳທາງ, ແລະ ບໍ່ໄດ້ຖືກຫລອກລວງ,”8 ໃນຂະນະທີ່ໂຄມໄຟຂອງພວກຄົນໂງ່ “ໃກ້ຈະມອດ” ຍ້ອນບໍ່ມີນ້ຳມັນ.9 ບາງທີຄຳເວົ້າຂອງນີໄຟກໍອະທິບາຍໄດ້ດີທີ່ສຸດເຖິງສະມາຊິກເຫລົ່ານີ້ຂອງສາດສະໜາຈັກທີ່ຄັ້ງໜຶ່ງເຄີຍຊື່ສັດວ່າ: “ແລະ ມານຈະເຮັດໃຫ້ຄົນອື່ນໆສະຫງົບ ແລະ ກ່ອມພວກນັ້ນໄປໃນຄວາມໝັ້ນຄົງທີ່ເຕັມໄປດ້ວຍກາມມະລົມຈົນວ່າພວກນັ້ນຈະເວົ້າວ່າ: ທຸກຢ່າງດີໃນຊີໂອນ.”10
ຄວາມໝັ້ນຄົງທາງກາມມະລົມຄືການສະແຫວງຫາ ແລະ ການໄວ້ວາງໃຈໃນສິ່ງຂອງທາງໂລກແທນທີ່ຈະເປັນພຣະຄຣິດ—ໃນອີກຄຳໜຶ່ງຄືການເບິ່ງຜ່ານທັດສະນະທາງໂລກແທນຈະເປັນທັດສະນະທາງວິນຍານ. ພຣະວິນຍານບໍລິສຸດປະທານຄວາມສາມາດໃຫ້ແກ່ເຮົາໃນການເບິ່ງເຫັນ “ເລື່ອງດັ່ງທີ່ເປັນຈິງ, ແລະ … ເລື່ອງດັ່ງທີ່ຈະເປັນ.”11 ພຽງແຕ່ “ໂດຍອຳນາດຂອງພຣະວິນຍານບໍລິສຸດ [ເຮົາຈະສາມາດ] ຮູ້ຈັກຄວາມຈິງຂອງທຸກເລື່ອງ”12 ແລະ ຈະບໍ່ຖືກຫລອກລວງ. ເຮົາສາມາດວາງພຣະຄຣິດໃຫ້ເປັນສູນກາງໃນຊີວິດຂອງເຮົາ ແລະ ໃຫ້ຄຳໝັ້ນສັນຍາວ່າເຮົາເຕັມໃຈໃນການເຊື່ອຟັງພຣະບັນຍັດຂອງພຣະອົງ ບໍ່ແມ່ນຍ້ອນເຮົາຕາບອດ ແຕ່ຍ້ອນວ່າເຮົາສາມາດເບິ່ງເຫັນ.13
ຍິງສາວບໍລິສຸດທີ່ໂງ່ຈ້າເດຈະເປັນແນວໃດ? ເປັນຫຍັງພວກເຂົາຈຶ່ງບໍ່ເຕັມໃຈໃນການຖືຖ້ວຍນ້ຳມັນແຫ່ງວິນຍານ? ພວກເຂົາພຽງແຕ່ຜັດມື້ຜັດວັນບໍ? ບາງທີພວກເຂົາອາດມັກສະບາຍເກີນໄປຍ້ອນວ່າມັນບໍ່ສະດວກ ຫລື ເບິ່ງຄ້າຍກັບວ່າບໍ່ຈຳເປັນ. ດ້ວຍເຫດຜົນໃດກໍຕາມ, ພວກເຂົາຖືກຫລອກລວງກ່ຽວກັບບົດບາດສຳຄັນຂອງພຣະຄຣິດ. ນີ້ຄືພື້ນຖານການຫລອງລວງຂອງຊາຕານ, ແລະ ເປັນຫຍັງໃນທີ່ສຸດໂຄມໄຟແຫ່ງປະຈັກພະຍານຂອງພວກເຂົາຈຶ່ງຄ່ອຍໆໝົດໄປຍ້ອນຂາດນ້ຳມັນແຫ່ງວິນຍານ. ຄຳອຸປະມານີ້ເປັນຄຳປຽບທຽບສຳລັບວັນເວລາຂອງເຮົາ. ຫລາຍຕໍ່ຫລາຍຄົນທີ່ໄດ້ຈາກພຣະຜູ້ຊ່ວຍໃຫ້ລອດ ແລະ ພັນທະສັນຍາຂອງພວກເຂົາກ່ອນທີ່ພວກເຂົາຈະອອກຈາກສາດສະໜາຈັກຂອງພຣະອົງໄປ.
ເຮົາມີຊີວິດຢູ່ໃນຊ່ວງເວລາທີ່ບໍ່ເຄີຍມີມາກ່ອນທີ່ສາດສະດາໃນສະໄໝບູຮານໄດ້ບອກລ່ວງໜ້າວ່າ, ໃນມື້ນັ້ນຊາຕານ “ຈະແຜ່ເຂົ້າໄປໃນໃຈຂອງລູກຫລານມະນຸດ, ແລະ ຍຸຍົງພວກເຂົາໃຫ້ຄຽດແຄ້ນໃຫ້ສິ່ງທີ່ດີ.”14 ຫລາຍຄົນໃນພວກເຮົາທີ່ມີຊີວິດຢູ່ໃນໂລກອອນລາຍ ທີ່ຈົມຢູ່ໃນຄວາມບັນເທີງ ແລະ ຂ່າວສານຕ່າງໆທີ່ຂັດກັບເອກະລັກແຫ່ງສະຫວັນ ແລະ ຄວາມເຊື່ອຖືໃນພຣະຄຣິດ.
ອິດທິພົນທາງວິນຍານທີ່ມີພະລັງທີ່ສຸດໃນຊີວິດຂອງເດັກນ້ອຍຄືແບບຢ່າງອັນຊອບທຳຂອງພໍ່ແມ່ ແລະ ປູ່ຍ່າຕາຍາຍທີ່ຮັກຂອງເຂົາ ຜູ້ທີ່ຊື່ສັດໃນການຮັກສາພັນທະສັນຍາອັນສັກສິດຂອງຕົນ. ພໍ່ແມ່ຕັ້ງໃຈສິດສອນລູກໆຂອງຕົນໃຫ້ມີສັດທາໃນອົງພຣະເຢຊູຄຣິດເຈົ້າ, ເພື່ອວ່າພວກເຂົາ “ຈະໄດ້ຮູ້ວ່າ ພວກເຂົາຈະຫລຽວຫາແຫລ່ງໃດເພື່ອການປົດບາບຂອງພວກເຂົາ” ເຊັ່ນກັນ.15 ການຮັກສາພັນທະສັນຍາທີ່ບໍ່ເອົາໃຈໃສ່ ແລະ ບໍ່ສະໝ່ຳສະເໝີ ຈະນຳໄປສູ່ການບາດເຈັບທາງວິນຍານ. ຄວາມເສຍຫາຍທາງວິນຍານມັກເກີດຂຶ້ນຫລາຍທີ່ສຸດກັບລູກຫລານຂອງເຮົາ. ພໍ່ແມ່ ແລະ ປູ່ຍ່າຕາຍາຍ, ເຮົາຍັງເຕັມໃຈຢູ່ບໍ?
ປະທານຣະໂຊ ເອັມ ແນວສັນ ໄດ້ເຕືອນວ່າ “ແຕ່ໃນອະນາຄົດ, ມັນເປັນໄປບໍ່ໄດ້ ທີ່ເຮົາຈະປອດໄພທາງວິນຍານ, ຖ້າປາດສະຈາກການນຳພາ, ການຊີ້ນຳ, ແລະ ອິດທິພົນທີ່ປອບໂຍນ ຂອງພຣະວິນຍານບໍລິສຸດ.”16 ນີ້ເປັນຄຳເຕືອນທີ່ຊັດເຈນ ແລະ ບໍ່ຜິດພ້ຽນໃຫ້ຕົບແຕ່ງໂຄມໄຟຂອງເຮົາ ແລະ ເພີ່ມນ້ຳມັນສຳຮອງທາງວິນຍານຂອງເຮົາໄວ້. ເຮົາຍັງເຕັມໃຈທີ່ຈະເຮັດຕາມສາດສະດາທີ່ຍັງມີຊີວິດຢູ່ບໍ? ຖ້ວຍນ້ຳມັນແຫ່ງວິນຍານຂອງທ່ານມີນ້ຳມັນຫລາຍປານໃດ? ການປ່ຽນແປງໃດແດ່ໃນຊີວິດສ່ວນຕົວຂອງທ່ານທີ່ຈະຊ່ວຍໃຫ້ທ່ານສາມາດມີອິດທິພົນຂອງພຣະວິນຍານບໍລິສຸດຕະຫລອດເວລາຫລາຍຂຶ້ນ?
ປະຈຸບັນນີ້, ເຊັ່ນດຽວກັນກັບວັນເວລາຂອງພຣະເຢຊູ, ຈະມີຜູ້ທີ່ຫັນຫລັງກັບໄປ, ບໍ່ເຕັມໃຈທີ່ຈະຍອມຮັບເອົາຄ່າຂອງການເປັນສານຸສິດ. ຂະນະທີ່ການວິພາກວິຈານທີ່ຮຸນແຮງ ແລະ ສະແດງຄວາມກຽດຊັງເພີ່ມຂຶ້ນຕໍ່ສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ຕໍ່ຜູ້ທີ່ເຮັດຕາມພຣະອົງ, ການເປັນສານຸສິດຂອງເຮົາຈະຮຽກຮ້ອງຄວາມເຕັມໃຈຫລາຍຂຶ້ນໃນການເສີມສ້າງກະດູກສັນຫລັງທາງວິນຍານຂອງເຮົາໃຫ້ຊື່ຕົງ ແລະ ເຂັ້ມແຂງ ແລະ ບໍ່ຫົວຊາພວກເຂົາເລີຍ.17
ຖ້າວ່າພື້ນຖານທາງວິນຍານຂອງເຮົາຖືກສ້າງຂຶ້ນຢ່າງແຂງແກ່ນເທິງພຣະເຢຊູຄຣິດ ເຮົາຈະບໍ່ຕົກໄປ, ແລະ ເຮົາບໍ່ຕ້ອງຢ້ານ.
“ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າຮຽກຮ້ອງຫົວໃຈ ແລະ ຈິດໃຈທີ່ເຕັມໃຈ; ແລະ ຄົນທີ່ເຕັມໃຈ ແລະ ເຊື່ອຟັງຈະໄດ້ຢູ່ດີກິນດີຢູ່ໃນແຜ່ນດິນຊີໂອນໃນວັນເວລາສຸດທ້າຍນີ້.”18
ຂໍໃຫ້ເຮົາເຕັມໃຈຕະຫລອດເວລາ. ໃນພຣະນາມອັນສັກສິດຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.