ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄື​ໃຫ້​ພວກ​ເຂົາ​ຮູ້​ຈັກ​ພຣະ​ອົງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2022


ຄື​ໃຫ້​ພວກ​ເຂົາ​ຮູ້​ຈັກ​ພຣະ​ອົງ

(ໂຢ​ຮັນ 17:3)

ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ​ຂອງ​ຂ້າ​ພະ​ເຈົ້າ​ຄື​ໃຫ້​ທ່ານ​ມາ​ຮູ້​ຈັກ​ພຣະ​ເຢ​ຊູ​ໃນ​ພຣະ​ນາມ​ຕ່າງໆ​ຂອງ​ພຣະ​ອົງ ແລະ ທ່ານ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ.

ສອງ​ສາມ​ປີ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ມີ​ປະ​ສົບ​ການ​ທີ່​ປ່ຽນ​ແປງ​ຊີ​ວິດ​ຢ່າງ​ໜຶ່ງ​ໃນ​ລະ​ຫວ່າງ​ການ​ປະ​ຊຸມ​ສິນ​ລະ​ລຶກ​ໃນ​ຫວອດ​ທີ່​ບ້ານ​ຂອງ​ພວກ​ເຮົາ​ໃນ​ລັດ​ອາ​ຣິ​ໂຊ​ນາ. ໃນ​ຂະ​ນະ​ທີ່​ຄຳ​ອະ​ທິ​ຖານ​ສິນ​ລະ​ລຶກ​ໄດ້​ບົ່ງ​ບອກ​ເຖິງ​ຄວາມ​ເຕັມ​ໃຈ “[ຂອງ​ເຮົາ] ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ [ພຣະ​ເຢ​ຊູ​ຄຣິດ],”1 ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ເຕືອນ​ຂ້າ​ພະ​ເຈົ້າ​ວ່າ​ພຣະ​ເຢ​ຊູ​ມີ​ຫລາຍ​ພຣະ​ນາມ. ແລ້ວ​ຄຳ​ຖາມ​ນີ້​ກໍ​ເຂົ້າ​ມາ​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ: “ອາ​ທິດ​ນີ້​ຂ້າ​ພະ​ເຈົ້າ​ຄວນ​ລະ​ນຶກ​ຫາ​ພຣະ​ນາມ​ໃດ?”

ມີ​ສາມ​ພຣະ​ນາມ​ທີ່​ເຂົ້າ​ມາ​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ລົງ​ໄວ້. ພຣະ​ນາມ​ແຕ່​ລະ​ຢ່າງ​ໃນ​ສາມ​ພຣະ​ນາມ​ເຫລົ່າ​ນັ້ນ​ແມ່ນ​ປະ​ກອບ​ດ້ວຍ​ຄຸນ​ລັກ​ສະ​ນະ​ທີ່​ເປັນ​ເໝືອນ​ພຣະ​ຄຣິດ​ທີ່​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ທີ່​ຈະ​ພັດ​ທະ​ນາ​ຢ່າງ​ເຕັມ​ທີ່​ຫລາຍ​ຂຶ້ນ. ອາ​ທິດ​ຕໍ່​ມາ, ຂ້າ​ພະ​ເຈົ້າ​ໄດ້​ສຸມ​ໃຈ​ໃສ່​ພຣະ​ນາມ​ທັງ​ສາມ​ເຫລົ່າ​ນັ້ນ ແລະ ລອງ​ເປີດ​ໃຈ​ຮັບ​ເອົາ​ຄຸນ​ລັກ​ສະ​ນະ ແລະ ລັກ​ສະ​ນະ​ຕ່າງໆ​ທີ່​ສອດ​ຄ່ອງ​ກັນ. ນັບ​ແຕ່​ເວ​ລາ​ນັ້ນ​ເປັນ​ຕົ້ນ​ມາ, ຂ້າ​ພະ​ເຈົ້າ​ໄດ້​ສືບ​ຕໍ່​ຖາມ​ຄຳ​ຖາມ​ນັ້ນ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ນະ​ມັດ​ສະ​ການ​ສ່ວນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ: “ພຣະ​ນາມ​ໃດ​ຂອງ​ພຣະ​ເຢ​ຊູ​ທີ່​ຂ້າ​ພະ​ເຈົ້າ​ຄວນ​ຮັບ​ເອົາ​ອາ​ທິດ​ນີ້?” ການ​ຕອບ​ຄຳ​ຖາມ​ນັ້ນ ແລະ ການ​ພະ​ຍາ​ຍາມ​ພັດ​ທະ​ນາ​ຄຸນ​ລັກ​ສະ​ນະ​ຕ່າງໆ​ທີ່​ສອດ​ຄ່ອງ​ກັນ​ກັບ​ການ​ເປັນ​ເໝືອນ​ພຣະ​ຄຣິດ​ໄດ້​ເປັນ​ພອນ​ໃຫ້​ກັບ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.

ໃນ​ຄຳ​ອະ​ທິ​ຖານ​ວິງ​ວອນ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ໄດ້​ສະ​ແດງ​ຄວາມ​ຈິງ​ທີ່​ສຳ​ຄັນ​ຄື: “ນີ້​ແມ່ນ​ຊີ​ວິດ​ນິ​ລັນ​ດອນ, ຄື​ໃຫ້ ພວກ​ເຂົາ​ຮູ້​ຈັກ​ພຣະ​ອົງ ຜູ້​ເປັນ​ພຣະ​ເຈົ້າ​ທ່ຽງ​ແທ້​ແຕ່​ອົງ​ດຽວ, ແລະ ຮູ້​ຈັກ​ພຣະ​ເຢ​ຊູ​ຄຣິດ​ຜູ້​ທີ່​ພຣະ​ອົງ​ໃຊ້​ມາ.”2 ມື້​ນີ້​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ທີ່​ຈະ​ແບ່ງ​ປັນ​ກັບ​ທ່ານ​ເຖິງ​ພອນ ແລະ ອຳ​ນາດ​ທີ່​ມາ​ຈາກ​ການ​ຮູ້​ຈັກ​ພຣະ​ເຢ​ຊູ​ຄຣິດ​ຜ່ານ​ພຣະ​ນາມ​ຕ່າງໆ​ຂອງ​ພຣະ​ອົງ.

ວິ​ທີ​ງ່າຍໆ​ອີກ​ວິ​ທີ​ໜຶ່ງ​ໃນ​ການ​ຮູ້​ຈັກ​ຄົນ​ໃດ​ຄົນ​ໜຶ່ງ​ຄື​ການ​ຮຽນ​ຮູ້​ຊື່​ຂອງ​ເຂົາ​ເຈົ້າ. ດັ່ງ​ທີ່​ໄດ້​ຖືກ​ກ່າວ​ໄວ້​ວ່າ “ຊື່​ຂອງ​ຄົນ​ຜູ້​ໜຶ່ງ​ຄື​ສຽງ​ເອີ້ນ​ທີ່​ສຳ​ຄັນ ແລະ ມ່ວນ​ທີ່​ສຸດ​ໃນ​ພາ​ສາ​ໃດ​ໜຶ່ງ.”3 ທ່ານ​ເຄີຍ​ມີ​ປະ​ສົບ​ການ ທີ່​ໄດ້​ເອີ້ນ​ຊື່​ຄົນ​ໃດ​ຄົນ​ໜຶ່ງ​ຜິດ ຫລື ລືມ​ຊື່​ຂອງ​ເຂົາ​ບໍ? ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ອາ​ເລກ​ຊີ, ແລະ ຂ້າ​ພະ​ເຈົ້າ, ມີ​ຄັ້ງ​ໜຶ່ງ​ທີ່, ເອີ້ນ​ຊື່​ລູກ​ຄົນ​ໜຶ່ງ​ຂອງ​ພວກ​ເຮົາ​ວ່າ “ໂລ​ລາ.” ພໍ​ດີ, ອາດ​ຈະ​ເປັນ​ດັ່ງ​ທີ່​ທ່ານ​ຄິດ​ໄວ້, ໂລ​ລາ​ຄື​ໝາ​ຂອງ​ພວກ​ເຮົາ! ບໍ່​ວ່າ​ຈະ​ດີ ຫລື ຮ້າຍ, ການ​ລືມ​ຊື່​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ເປັນ​ການ​ບອກ​ກັບ​ຄົນ​ນັ້ນ​ວ່າ​ທ່ານ​ອາດ​ຈະ​ບໍ່​ສະ​ໜິດ​ກັບ​ຄົນ​ນັ້ນ​ດີ​ປານ​ໃດ.

ພຣະ​ເຢ​ຊູ​ຮູ້​ຈັກ ແລະ ເອີ້ນ​ຜູ້​ຄົນ​ຕາມ​ຊື່. ຕໍ່​ຜູ້​ຄົນ​ອິດ​ສະ​ຣາ​ເອນ​ໃນ​ສະ​ໄໝ​ບູ​ຮານ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ຢ່າ​ຢ້ານ​ກົວ​ເລີຍ: ເຮົາ​ໄດ້​ໄຖ່​ເຈົ້າ​ໃຫ້​ພົ້ນ​ແລ້ວ, ພວກ​ເຈົ້າ​ເປັນ​ຂອງ​ເຮົາ ຈຶ່ງ​ເອີ້ນ​ພວກ​ເຈົ້າ​ຕາມ​ຊື່.”4 ໃນ​ມື້​ເຊົ້າ​ຂອງ​ວັນ​ອີດ​ສະ​ເຕີ, ການ​ເປັນ​ພະ​ຍານ​ຂອງ​ມາ​ຣີ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ​ໝັ້ນ​ຄົງ​ແຂງ​ແກ່ນ​ເມື່ອ​ພຣະ​ເຢ​ຊູ​ເອີ້ນ​ນາງ​ຕາມ​ຊື່.5 ໃນ​ທຳ​ນອງ​ດຽວ​ກັນ, ພຣະ​ເຈົ້າ​ໄດ້​ເອີ້ນ​ໂຈ​ເຊັບ ສະ​ມິດ ຕາມ​ຊື່ ໃນ​ການ​ຕອບ​ຄຳ​ອະ​ທິ​ຖານ​ດ້ວຍ​ສັດ​ທາ​ຂອງ​ເພິ່ນ.6

ໃນ​ບາງ​ກໍ​ລະ​ນີ, ພຣະ​ເຢ​ຊູ​ໄດ້​ຕັ້ງ​ຊື່​ໃໝ່​ໃຫ້​ກັບ​ເຫລົ່າ​ສາ​ວົກ​ຂອງ​ພຣະ​ອົງ ຊຶ່ງ​ບົ່ງ​ບອກ​ເຖິງ​ລັກ​ສະ​ນະ, ຄວາມ​ສາ​ມາດ, ແລະ ​ສັກ​ກະ​ຍະ​ພາບ​ຂອງ​ເຂົາ​ເຈົ້າ. ພຣະ​ເຢ​ໂຮ​ວາ​ໄດ້​ປ່ຽນ​ຊື່​ໃໝ່​ໃຫ້​ກັບ​ຢາ​ໂຄບ​ເປັນ​ອິດ​ສະ​ຣາ​ເອນ, ຊຶ່ງ​ມີ​ຄວາມ​ໝາຍ​ວ່າ “ຜູ້​ທີ່​ໄຊ​ຊະ​ນະ​ກັບ​ພຣະ​ເຈົ້າ” ຫລື “ຂໍ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ.”7 ພຣະ​ເຢ​ຊູ​ໄດ້​ປ່ຽນ​ຊື່​ຢາ​ໂກ​ໂບ ແລະ ໂຢ​ຮັນ​ມາ​ເປັນ ໂບ​ອະ​ເນ​ເຄ, ຊຶ່ງ​ໝາຍ​ຄວາມ​ວ່າ “ລູກ​ຟ້າ​ຮ້ອງ.”8 ໂດຍ​ທີ່​ຫລິງ​ເຫັນ​ຄວາມ​ເປັນ​ຜູ້​ນຳ​ໃນ​ຕົວ​ລາວ, ພຣະ​ເຢ​ຊູ​ໄດ້​ປ່ຽນ​ຊື່​ຂອງ​ຊີ​ໂມນ​ມາ​ເປັນ​ເກ​ຟາ ຫລື ເປ​ໂຕ, ຊຶ່ງ​ໝາຍ​ຄວາມ​ວ່າ​ຫີນ.9

ເຊັ່ນ​ດຽວ​ກັນ​ກັບ​ທີ່​ພຣະ​ເຢ​ຊູ​ຮູ້​ຈັກ​ຊື່​ຂອງ​ເຮົາ​ແຕ່​ລະ​ຄົນ, ວິ​ທີ​ໜຶ່ງ​ທີ່​ເຮົາ​ສາ​ມາດ​ຮູ້​ຈັກ​ພຣະ​ເຢ​ຊູ​ໄດ້​ດີ​ຂຶ້ນ​ຄື​ການ​ຮຽນ​ຮູ້​ພຣະ​ນາມ​ຕ່າງໆ​ຂອງ​ພຣະ​ອົງ. ດັ່ງ​ດຽວ​ກັນ​ກັບ​ຊື່​ຂອງ​ອິດ​ສະ​ຣາ​ເອນ ແລະ ເປ​ໂຕ, ພຣະ​ນາມ​ຕ່າງໆ​ຂອງ​ພຣະ​ເຢ​ຊູ​ເປັນ​ພຣະ​ນາມ​ທີ່​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ພາ​ລະ​ກິດ, ຈຸດ​ປະ​ສົງ, ລັກ​ສະ​ນະ, ແລະ ຄຸນ​ລັກ​ສະ​ນະ​ຕ່າງໆ​ຂອງ​ພຣະ​ອົງ. ເມື່ອ​ເຮົາ​ຮູ້​ຈັກ​ພຣະ​ນາມ​ຕ່າງໆ​ຂອງ​ພຣະ​ເຢ​ຊູ, ເຮົາ​ຈະ​ມາ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ກ່ຽວ​ກັບ​ພາ​ລະ​ກິດ​ອັນ​ສູງ​ສົ່ງ​ຂອງ​ພຣະ​ອົງ ແລະ ຄຸນ​ລັກ​ສະ​ນະ​ທີ່​ບໍ່​ເຫັນ​ແກ່​ຕົວ​ຂອງ​ພຣະ​ອົງ. ການ​ທີ່​ຮູ້​ຈັກ​ພຣະ​ນາມ​ຕ່າງໆ​ຂອງ​ພຣະ​ອົງ​ຍັງ​ຊ່ວຍ​ເປັນ​ແຮງ​ຈູງ​ໃຈ​ເຮົາ​ໃຫ້​ກາຍ​ເປັນ​ເໝືອນ​ພຣະ​ອົງ​ຫລາຍ​ຂຶ້ນ—ເພື່ອ​ພັດ​ທະ​ນາ​ຄຸນ​ລັກ​ສະ​ນະ​ໃຫ້​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ​ທີ່​ນຳ​ເອົາ​ຈຸດ​ປະ​ສົງ ແລະ ຄວາມ​ຊື່ນ​ຊົມ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ.

ສອງ​ສາມ​ປີ​ກ່ອນ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສຶກ​ສາ​ພຣະ​ຄຳ​ພີ​ທຸກ​ຂໍ້​ທີ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ຢູ່​ໃນ Topical Guide.10 ແລ້ວ​ເພິ່ນ​ກໍ​ໄດ້​ເຊື້ອ​ເຊີນ​ໃຫ້​ຜູ້​ໃຫຍ່​ໜຸ່ມ​ສຶກ​ສາ​ຂໍ້​ພຣະ​ຄຳ​ພີ​ທີ່​ຄື​ກັນ​ເຫລົ່າ​ນີ້. ກ່ຽວ​ກັບ​ພຣະ​ນາມ​ຕ່າງໆ​ຂອງ​ພຣະ​ເຢ​ຊູ, ປະ​ທານ​ແນວ​ສັນ​ໄດ້​ກ່າວ​ວ່າ, “ໃຫ້​ຮຽນ​ຮູ້​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພຣະ​ເຢ​ຊູ​ຄຣິດ ເປັນ​ຢູ່ ໂດຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ຄວາມ​ເຂົ້າ​ໃຈ​ຢ່າງ​ຈິງ​ຈັງ​ວ່າ​ພຣະ​ນາມ​ຕ່າງໆ​ມີ​ຄວາມ​ໝາຍ​ແຕ່​ລະ​ຢ່າງ​ແນວ​ໃດ​ຕໍ່​ທ່ານ​ເປັນ​ການ ສ່ວນ​ຕົວ.11

ໂດຍ​ການ​ປະ​ຕິ​ບັດ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ປະ​ທານ​ແນວ​ສັນ, ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ສ້າງ​ລາຍ​ການ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຂອງ​ຂ້າ​ພະ​ເຈົ້າ​ເອງ. ລາຍ​ການ​ພຣະ​ນາມ​ສ່ວນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ປະ​ຈຸ​ບັນ​ມີ​ຫລາຍ​ກວ່າ 300 ພຣະ​ນາມ, ແລະ ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ​ຍັງ​ມີ​ອີກ​ຫລາຍ​ທີ່​ຂ້າ​ພະ​ເຈົ້າ​ຍັງ​ບໍ່​ທັນ​ຄົ້ນ​ພົບ​ເທື່ອ.

ຂະ​ນະ​ທີ່​ມີ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ບາງ​ຈຳ​ນວນ​ທີ່​ຖືກ​ສະ​ຫງວນ​ໄວ້​ໃຊ້​ກັບ​ພຣະ​ອົງ​ເທົ່າ​ນັ້ນ,12 ຂ້າ​ພະ​ເຈົ້າ​ຢາກ​ແບ່ງ​ປັນ​ຫ້າ​ພຣະ​ນາມ ແລະ ຕຳ​ແໜ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ເຮົາ​ແຕ່​ລະ​ຄົນ. ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ສ້າງ​ລາຍ​ການ​ຂອງ​ຕົນ​ເອງ​ເມື່ອ​ທ່ານ​ມາ​ຮູ້​ຈັກ​ກັບ​ພຣະ​ເຢ​ຊູ​ໂດຍ​ພຣະ​ນາມ​ຕ່າງໆ​ຂອງ​ພຣະ​ອົງ. ໃນ​ການ​ເຮັດ​ເຊັ່ນ​ນັ້ນ, ທ່ານ​ຈະ​ພົບ​ວ່າ​ຍັງ​ມີ​ພຣະ​ນາມ​ອື່ນໆ—ພ້ອມ​ຄຸນ​ລັກ​ສະ​ນະ​ທີ່​ສອດ​ຄ່ອງ​ກັນ​ໃນ​ການ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ—ທີ່​ທ່ານ​ຈະ​ຕ້ອງ​ການ​ຮັບ​ໄວ້​ໃນ​ຖາ​ນະ​ສາ​ນຸ​ສິດ​ໃນ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຢ​ຊູ.13

ພຣະ​ນາມ​ທີ​ໜຶ່ງ, ພຣະ​ເຢ​ຊູ​ຄື ຜູ້​ລ້ຽງ​ແກະ​ທີ່​ດີ.14 ຕົວ​ຢ່າງ​ເຊັ່ນ, ພຣະ​ເຢ​ຊູ​ຮູ້​ຈັກ​ແກະ​ຂອງ​ພຣະ​ອົງ,15 “ເພິ່ນ​ເອີ້ນ​ແກະ​ຂອງ​ເພິ່ນ​ຕາມ​ຊື່,”16 ແລະ, ໃນ​ຖາ​ນະ​ພຣະ​ເມ​ສາ​ນ້ອຍ, ໄດ້​ມອບ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ເພື່ອ​ລູກ​ແກະ​ຂອງ​ພຣະ​ອົງ.17 ໃນ​ທຳ​ນອງ​ດຽວ​ກັນ, ພຣະ​ເຢ​ຊູ​ປາດ​ຖະ​ໜາ​ໃຫ້​ເຮົາ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ, ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ໃນ​ຄອບ​ຄົວ​ຂອງ​ເຮົາ ແລະ ໃນ​ຖາ​ນະ​ອ້າຍ​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ອີກ​ວິ​ທີ​ໜຶ່ງ​ທີ່​ເຮົາ​ສາ​ມາດ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຢ​ຊູ​ຄື​ການ​ລ້ຽງ​ຮັກ​ສາ​ແກະ​ຂອງ​ພຣະ​ອົງ.18 ສຳ​ລັບ​ແກະ​ທີ່​ອາດ​ຈະ​ຫລົງ​ທາງ​ໄປ, ຄົນ​ລ້ຽງ​ແກະ​ທີ່​ດີ​ຈະ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເພື່ອ​ຊອກ​ຫາ​ແກະ​ໂຕ​ທີ່​ເສຍ​ໄປ ແລະ ແລ້ວ​ຈະ​ຢູ່​ກັບ​ພວກ​ມັນ​ຈົນ​ກວ່າ​ຈະ​ກັບ​ຄືນ​ມາ​ດ້ວຍ​ຄວາມ​ປອດ​ໄພ.19 ໃນ​ຖາ​ນະ​ຜູ້​ລ້ຽງ​ແກະ​ທີ່​ດີ ແລະ ອີງ​ຕາມ​ສະ​ພາບ​ທ້ອງ​ຖິ່ນ​ເອື້ອ​ອຳ​ນວຍ, ເຮົາ​ຄວນ​ສະ​ແຫວງ​ຫາ​ການ​ໃຊ້​ເວ​ລາ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ກັບ​ຜູ້​ຄົນ​ທີ່​ບ້ານ​ຂອງ​ເຂົາ​ເຈົ້າ​ໃຫ້​ຫລາຍ​ຂຶ້ນ. ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ, ການ​ສົ່ງ​ຂໍ້​ຄວາມ​ຫາ ແລະ ເທັກ​ໂນ​ໂລ​ຈີ​ຄວນ​ໃຊ້​ເປັນ​ຕົວ​ຊ່ວຍ​ເສີມ, ບໍ່​ແມ່ນ​ແທນ​ທີ່, ການ​ຕິດ​ຕໍ່​ແບບ​ໜ້າ​ຕໍ່​ໜ້າ.20

ພຣະ​ນາມ​ທີ​ສອງ, ພຣະ​ເຢ​ຊູ ເປັນ​ມະ​ຫາ​ປະ​ໂລ​ຫິດ​ສຳ​ລັບ​ສິ່ງ​ປະ​ເສີດ ຊຶ່ງ​ມາ​ເຖິງ​ແລ້ວ.21 ໂດຍ​ທີ່​ຮູ້​ວ່າ​ການ​ຄຶງ​ຂອງ​ພຣະ​ອົງ​ຈະ​ມາ​ຮອດ​ໃນ​ອີກ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ, ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ: “ເຮົາ​ບອກ​ເລື່ອງ​ນີ້​ແກ່​ເຈົ້າ​ທັງ​ຫລາຍ, ເພື່ອ​ພວກ​ເຈົ້າ​ຈະ​ມີ​ຄວາມ​ສະ​ຫງົບ​ສຸກ​ໃນ​ເຮົາ. ໃນ​ໂລກ​ນີ້​ພວກ​ເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳ​ບາກ: ແຕ່​ຈົ່ງ​ຊື່ນ​ໃຈ​ເທາະ; ເພາະ​ຝ່າຍ​ເຮົາ​ໄດ້​ຊະ​ນະ​ໂລກ​ແລ້ວ.”22 ປະ​ຈຸ​ບັນ​ນີ້, ຂະ​ນະ​ທີ່​ໂລກ​ຂອງ​ເຮົາ​ມັກ​ຈະ​ມີ​ການ​ຈຳ​ແນກ​ຄວາມ​ແຕກ​ຕ່າງ ແລະ ແບ່ງ​ແຍກ​ກັນ, ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ​ທີ່​ເຮົາ​ຕ້ອງ​ສັ່ງ​ສອນ ແລະ ຝຶກ​ຝົນ​ໃນ​ດ້ານ​ບວກ, ການ​ເບິ່ງ​ໂລກ​ໃນ​ແງ່​ດີ, ແລະ ມີ​ຄວາມ​ຫວັງ. ເຖິງ​ວ່າ​ຈະ​ມີ​ການ​ທ້າ​ທາຍ​ໃນ​ອະ​ດີດ​ຂອງ​ເຮົາ, ສັດ​ທາ​ຍ່ອມ​ຊີ້​ໄປ​ຫາ​ອະ​ນາ​ຄົດ​ສະ​ເໝີ,23 ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ, ເພື່ອ​ເຮັດ​ໃຫ້​ເຮົາ​ບັນ​ລຸ​ການ​ເຊື້ອ​ເຊີນ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ວ່າ​ຈົ່ງ​ເບີກ​ບານ​ເຖີດ.24 ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ມີ​ຄວາມ​ສຸກ​ຊ່ວຍ​ໃຫ້​ເຮົາ​ກາຍ​ເປັນ ສາ​ນຸ​ສິດ​ແຫ່ງ​ສິ່ງ​ດີ​ທີ່​ຈະ​ມາ​ເຖິງ.

ອີກ​ຊື່​ໜຶ່ງ​ຂອງ​ພຣະ​ເຢ​ຊູ​ຄື ເພາະ​ພຣະ​ອົງ​ເປັນ ເໝືອນ​ກັນ ເຊັ່ນ, ມື້​ວານ​ນີ້, ມື້​ນີ້, ແລະ ຕະ​ຫລອດ​ການ.25 ຄວາມ​ສະ​ໝ່ຳ​ສະ​ເໝີ​ຄື​ຄຸນ​ລັກ​ສະ​ນະ​ຂອງ​ການ​ເປັນ​ເໝືອນ​ພຣະ​ຄຣິດ. ພຣະ​ເຢ​ຊູ​ຊົງ​ປະ​ຕິ​ບັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ສະ​ເໝີ,26 ແລະ ພຣະ​ພາ​ຫາ​ຂອງ​ພຣະ​ອົງ​ຈະ​ເດ່​ອອກ​ໄປ​ເພື່ອ​ຊ່ວຍ​ໃຫ້​ລອດ, ຊ່ວຍ​ເຫລືອ, ແລະ ປິ່ນ​ປົວ​ເຮົາ​ຢູ່​ສະ​ເໝີ.27 ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ຫລາຍ​ຂຶ້ນ, ເຮົາ​ກໍ​ຈະ​ກາຍ​ເປັນ​ເໝືອນ​ພຣະ​ເຢ​ຊູ​ຫລາຍ​ຂຶ້ນ.28 ເຖິງ​ແມ່ນ​ວ່າ​ໂລກ​ຈະ​ປະ​ສົບ​ກັບ​ຄວາມ​ປັ່ນ​ປ່ວນ​ຄັ້ງ​ໃຫຍ່​ຕາມ​ຄວາມ​ນິ​ຍົມ​ທີ່​ແກ່ວງ​ໄປ​ມາ​ຂະ​ນະ​ທີ່​ຜູ້​ຄົນ​ຖືກ​ພັດ​ໄປ​ມາ ແລະ ຫອບ​ໄປ​ດ້ວຍ​ລົມ​ແຫ່ງ​ຄຳ​ສອນ​ທຸກ​ປະ​ການ,29 ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ຈະ​ຊ່ວຍ​ໃຫ້​ເຮົາ​ແນ່ວ​ແນ່ ແລະ ບໍ່​ຫວັ່ນ​ໄຫວ​ໃນ​ລະ​ຫວ່າງ​ພະ​ຍຸ​ແຫ່ງ​ຊີ​ວິດ.30 ເຮົາ​ສາ​ມາດ​ສະ​ແດງ​ຄວາມ​ໝັ້ນ​ຄົງ​ໄດ້​ເຊັ່ນ​ກັນ​ໂດຍ​ການ​ຍອມ​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ປະ​ທານ​ແນວ​ສັນ​ທີ່​ວ່າ “ຈົ່ງ​ຫາ​ເວ​ລາ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ.”31 ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ມາ​ຈາກ​ເລື່ອງ​ເລັກ​ນ້ອຍ ແລະ ລຽບ​ງ່າຍ32 ເຊັ່ນ​ການ​ພັດ​ທະ​ນາ “ນິ​ໄສ​ບໍ​ລິ​ສຸດ ແລະ ກິດ​ຈະ​ວັດ​ທີ່​ຊອບ​ທຳ”33 ຂອງ​ການ​ອະ​ທິ​ຖານ​ປະ​ຈຳ​ວັນ, ການ​ກັບ​ໃຈ, ການ​ສຶກ​ສາ​ພຣະ​ຄຳ​ພີ, ແລະ ຮັບ​ໃຊ້​ຄົນ​ອື່ນ.

ຢ່າງ​ທີ​ສີ່​ຄື, ພຣະ​ຄຣິດ​ຄື ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດ​ສະ​ຣາ​ເອນ.34 ພຣະ​ຊົນ​ຊີບ​ຂອງ​ພຣະ​ເຢ​ຊູ​ໄດ້​ເປັນ​ແບບ​ແຜນ​ແຫ່ງ​ຄວາມ​ບໍ​ລິ​ສຸດ. ເມື່ອ​ເຮົາ​ຕິດ​ຕາມ​ພຣະ​ເຢ​ຊູ, ເຮົາ​ຈະ​ກາຍ​ເປັນ​ຜູ້​ບໍ​ລິ​ສຸດ ໃນ ອິດ​ສະ​ຣາ​ເອນ.35 ເຮົາ​ເພີ່ມ​ພູນ​ໃນ​ຄວາມ​ບໍ​ລິ​ສຸດ​ເມື່ອ​ເຮົາ​ໄປ​ພຣະ​ວິ​ຫານ​ເປັນ​ປະ​ຈຳ, ຊຶ່ງ​ຈາ​ລຶກ “ບໍ​ລິ​ສຸດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ” ຢູ່​ເທິງ​ທາງ​ເຂົ້າ​ທຸກ​ບ່ອນ. ທຸກ​ຄັ້ງ​ທີ່​ເຮົາ​ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ, ເຮົາ​ອອກ​ມາ​ຈາກ​ທີ່​ນັ້ນ​ດ້ວຍ​ຂອງ​ປະ​ທານ​ສັກ​ສິດ​ພ້ອມ​ກັບ​ອຳ​ນາດ​ທີ່​ຍິ່ງ​ໃຫຍ່​ທີ່​ຈະ​ເຮັດ​ໃຫ້​ບ້ານ​ຂອງ​ເຮົາ​ເປັນ​ສະ​ຖານ​ທີ່​ບໍ​ລິ​ສຸດ.36 ສຳ​ລັບ​ຜູ້​ທີ່​ຍັງ​ບໍ່​ມີ​ໃບ​ຮັບ​ຮອງ​ໃນ​ປະ​ຈຸ​ບັນ​ເພື່ອ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ສັກ​ສິດ, ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ໃຫ້​ທ່ານ​ພົບ​ກັບ​ອະ​ທິ​ການ​ຂອງ​ທ່ານ ແລະ ກຽມ​ຕົວ​ຂອງ​ທ່ານ​ໃນ​ການ​ເຂົ້າ​ໄປ ຫລື ກັບ​ຄືນ​ໄປ​ຫາ​ສະ​ຖານ​ທີ່​ສັກ​ສິດ​ນັ້ນ. ເວ​ລາ​ໃນ​ພຣະ​ວິ​ຫານ​ຈະ​ຊ່ວຍ​ເພີ່ມ​ພູນ​ຄວາມ​ບໍ​ລິ​ສຸດ​ໃນ​ຊີ​ວິດ​ຂອງ​ເຮົາ.

ພຣະ​ນາມ​ສຸດ​ທ້າຍ​ອີກ​ພຣະ​ນາມ​ໜຶ່ງ​ຂອງ​ພຣະ​ເຢ​ຊູ​ຄື ພຣະ​ອົງ​ຊົງ ສັດ​ຊື່ ແລະ ທ່ຽງ​ທຳ.37 ດັ່ງ​ເຊັ່ນ​ທີ່​ພຣະ​ເຢ​ຊູ​ຊົງ​ສັດ​ຊື່ ແລະ ທ່ຽງ​ທຳ​ມາ​ຕະ​ຫລອດ, ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ​ຂອງ​ພຣະ​ອົງ​ຄື​ການ​ທີ່​ເຮົາ​ສະ​ແດງ​ຄຸນ​ລັກ​ສະ​ນະ​ເຫລົ່າ​ນີ້​ໃນ​ຊີ​ວິດ​ຂອງ​ເຮົາ. ເມື່ອ​ສັດ​ທາ​ຂອງ​ເຮົາ​ເສື່ອມ​ລົງ, ເຮົາ​ສາ​ມາດ​ຮ້ອງ​ຫາ​ພຣະ​ເຢ​ຊູ​ໄດ້​ວ່າ, “ພຣະ​ອົງ​ເຈົ້າ​ເອີຍ, ຊ່ວຍ​ຂ້າ​ນ້ອຍ​ແດ່​ທ້ອນ,” ຄື​ກັນ​ກັບ​ເປ​ໂຕ​ທີ່​ເພິ່ນ​ກຳ​ລັງ​ຈົມ​ລົງ​ໃນ​ທະ​ເລ​ທີ່​ມີ​ພະ​ຍຸ​ໃນ​ຄາ​ລີ​ເລ.38 ໃນ​ມື້​ນັ້ນ, ພຣະ​ເຢ​ຊູ​ໄດ້​ຢື້​ລົງ​ໄປ​ເພື່ອ​ຊ່ວຍ​ເຫລືອ​ສາ​ວົກ​ທີ່​ກຳ​ລັງ​ຈະ​ຈົມ​ນ້ຳ. ພຣະ​ອົງ​ໄດ້​ກະ​ທຳ​ແບບ​ນັ້ນ​ກັບ​ຂ້າ​ພະ​ເຈົ້າ, ແລະ ພຣະ​ອົງ​ຈະ​ກະ​ທຳ​ແບບ​ດຽວ​ກັນ​ກັບ​ທ່ານ. ຢ່າ​ຍອມ​ແພ້​ໃນ​ພຣະ​ເຢ​ຊູ—ພຣະ​ອົງ​ກໍ​ຈະ​ບໍ່​ຍອມ​ແພ້​ໃນ​ຕົວ​ທ່ານ!

ເມື່ອ​ເຮົາ​ສັດ​ຊື່ ແລະ ທ່ຽງ​ທຳ, ເຮົາ​ເຮັດ​ຕາມ​ການ​ເອີ້ນ​ຂອງ​ພຣະ​ເຢ​ຊູ​ທີ່​ວ່າ “ຈົ່ງ​ເຂົ້າ​ສະ​ໜິດ​ຢູ່​ໃນ​ເຮົາ,” ຊຶ່ງ​ມີ​ຄວາມ​ໝາຍ​ເຊັ່ນ​ກັນ​ວ່າ “ຈົ່ງ​ຢູ່​ກັບ​ເຮົາ.”39 ເມື່ອ​ເຮົາ​ປະ​ເຊີນ​ໜ້າ​ກັບ​ຄຳ​ຖາມ, ເມື່ອ​ເຮົາ​ຖືກ​ເຍາະ​ເຍີ້ຍ​ຍ້ອນ​ສັດ​ທາ​ຂອງ​ເຮົາ, ເມື່ອ​ບັນ​ດາ​ຜູ້​ຄົນ​ທີ່​ຢູ່​ໃນ​ອາ​ຄານ​ໃຫຍ່ ແລະ ກວ້າງ​ຂວາງ​ຂອງ​ໂລກ​ຊີ້​ມື​ມາ​ໃສ່​ເຮົາ, ໃຫ້​ເຮົາ​ຈົ່ງ​ຍຶດ​ໝັ້ນ​ໃນ​ຄວາມ​ສັດ​ຊື່ ແລະ ຢູ່​ໃນ​ຄວາມ​ທ່ຽງ​ທຳ. ໃນ​ຊ່ວງ​ເວ​ລາ​ເຫລົ່າ​ນີ້, ໃຫ້​ເຮົາ​ລະ​ນຶກ​ເຖິງ​ຄຳ​ວິງ​ວອນ​ຂອງ​ພຣະ​ເຢ​ຊູ​ທີ່​ວ່າ: “ຈົ່ງ​ເບິ່ງ​ທີ່​ເຮົາ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ; ຢ່າ​ສົງ​ໄສ, ຢ່າ​ສູ່​ຢ້ານ.”40 ເມື່ອ​ເຮົາ​ກະ​ທຳ​ເຊັ່ນ​ນັ້ນ, ພຣະ​ອົງ​ກໍ​ຈະ​ປະ​ທານ​ສັດ​ທາ, ຄວາມ​ຫວັງ, ແລະ ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ ເພື່ອ​ຈະ​ຢູ່​ກັບ​ພຣະ​ອົງ​ຕະ​ຫລອດ​ໄປ.41

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ພຣະ​ເຢ​ຊູ​ຢາກ​ໃຫ້​ເຮົາ​ຮູ້​ຈັກ​ພຣະ​ອົງ​ຍ້ອນ​ວ່າ​ບໍ່​ມີ​ພຣະ​ນາມ​ອື່ນ​ໃດ​ຈະ​ປະ​ທານ​ໃຫ້​ພາຍ​ໃຕ້​ສະ​ຫວັນ​ອີກ​ເລີຍ ຊຶ່ງ​ໂດຍ​ທາງ​ນັ້ນ​ເຮົາ​ຈະ​ລອດ​ໄດ້.42 ພຣະ​ເຢ​ຊູ​ເປັນ​ທາງ​ນັ້ນ, ເປັນ​ຄວາມ​ຈິງ, ແລະ ເປັນ​ຊີ​ວິດ—ບໍ່​ມີ​ຜູ້​ໃດ​ສາ​ມາດ​ກັບ​ຄືນ​ຫາ​ພຣະ​ບິ​ດາ​ໄດ້ ນອກ​ຈາກ​ມາ​ທາງ​ພຣະ​ອົງ.43 ພຣະ​ເຢ​ຊູ​ຄື​ຫົນ​ທາງ​ດຽວ! ຍ້ອນ​ເຫດ​ຜົນ​ນັ້ນ, ພຣະ​ເຢ​ຊູ​ຈຶ່ງ​ເອີ້ນ​ຫາ​ເຮົາ​ວ່າ, “ຈົ່ງ​ມາ​ຫາ​ເຮົາ​ເຖີດ,”44 “ຕິດ​ຕາມ​ເຮົາ​ມາ,”45 “ເດີນ​ໄປ​ກັບ​ເຮົາ,”46 ແລະ “ຈົ່ງ​ຮຽນ​ຮູ້​ຈາກ​ເຮົາ.”47

ດ້ວຍ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ວ່າ—ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່, ພຣະ​ອົງ​ຮັກ​ທ່ານ, ແລະ ວ່າ​ພຣະ​ອົງ​ຮູ້​ຈັກ​ຊື່​ທ່ານ. ພຣະ​ອົງ​ຄື​ພຣະ​ບຸດ​ຂອງ​ພຣະ​ເຈົ້າ,48 ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ບິ​ດາ.49 ພຣະ​ອົງ​ຄື​ຫີນ​ສີ​ລາ​ຂອງ​ເຮົາ, ເປັນ​ປ້ອມ​ປ້ອງ​ກັນ​ເຮົາ, ເປັນ​ດັ່ງ​ໂລ້​ປົກ​ປ້ອງ​ເຮົາ, ເປັນ​ບ່ອນ​ປ້ອງ​ກັນ​ໃຫ້​ປອດ​ໄພ​ຂອງ​ເຮົາ, ແລະ ເປັນ​ຜູ້​ປົດ​ປ່ອຍ​ຂອງ​ເຮົາ.50 ພຣະ​ອົງ​ຄື​ຄວາມ​ສະ​ຫວ່າງ​ຊຶ່ງ​ສ່ອງ​ແສງ​ຢູ່​ໃນ​ຄວາມ​ມືດ.51 ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ52 ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ.53 ພຣະ​ອົງ​ເປັນ​ເຫດ​ໃຫ້​ຄົນ​ທັງ​ປວງ​ເປັນ​ຄືນ​ມາ, ທັງ​ເປັນ​ຊີ​ວິດ.54 ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ​ຂອງ​ຂ້າ​ພະ​ເຈົ້າ​ຄື​ໃຫ້​ທ່ານ​ມາ​ຮູ້​ຈັກ​ພຣະ​ເຢ​ຊູ​ໃນ​ພຣະ​ນາມ​ຕ່າງໆ​ຂອງ​ພຣະ​ອົງ ແລະ ທ່ານ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຂະ​ນະ​ທີ່​ທ່ານ​ເປັນ​ແບບ​ຢ່າງ​ຄຸນ​ລັກ​ສະ​ນະ​ອັນ​ສູງ​ສົ່ງ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ທ່ານ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77.

  2. ໂຢ​ຮັນ 17:3; ເນັ້ນ​ຄຳ​ເນີ້ງ. ກ່ຽວ​ກັບ​ຄຳ​ອະ​ທິ​ຖານ​ນີ້, ປະ​ທານ​ເດ​ວິດ ໂອ ມິກ​ເຄ ໄດ້​ສິດ​ສອນ​ວ່າ: “ຂໍ້​ພຣະ​ຄຳ​ພີ​ນີ້​ໄດ້​ຖືກ​ນຳ​ມາ​ຈາກ​ຄຳ​ອະ​ທິ​ຖານ​ທີ່​ຮຸ່ງ​ໂລດ​ທີ່​ສຸດ—ຂ້າ​ພະ​ເຈົ້າ​ຄິດ​ວ່າ​ເປັນ​ຄຳ​ອະ​ທິ​ຖານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ—ເທົ່າ​ທີ່​ເຄີຍ​ກ່າວ​ໄວ້​ໃນ​ໂລກ, ຍົກ​ເວັ້ນ​ແຕ່​ຄຳ​ອະ​ທິ​ຖານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ນີ້​ຄື​ຄຳ​ອະ​ທິ​ຖານ​ຂອງ​ພຣະ​ຄຣິດ​ທີ່​ກ່າວ​ອອກ​ມາ​ກ່ອນ​ເຂົ້າ​ໄປ​ໃນ​ສວນ​ເຄັດ​ເຊ​ມາ​ເນ ໃນ​ຄືນ​ທີ່​ພຣະ​ອົງ​ຖືກ​ທໍ​ລະ​ຍົດ. … ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ​ຈະ​ມີ​ບົດ​ອື່ນ​ທີ່​ສຳ​ຄັນ​ໄປ​ກວ່າ​ບົດ​ນີ້​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ” (ໃນ Conference Report, Oct. 1967, 5).

  3. Dale Carnegie, How to Win Friends and Influence People, rev. ed. (1981), 83.

  4. ເອ​ຊາ​ຢາ 43:1; ເນັ້ນ​ຄຳ​ເນີ້ງ.

  5. ເບິ່ງ ໂຢ​ຮັນ 20:16.

  6. ເບິ່ງ ໂຈ​ເຊັບ ສະ​ມິດ—ປ​ະຫວັດ 1:17.

  7. Bible Dictionary, “Israel.”

  8. ມາ​ຣະ​ໂກ 3:17.

  9. ເບິ່ງ ລູ​ກາ 6:14; ໂຢ​ຮັນ 1:42.

  10. ເບິ່ງ Russell M. Nelson, “ຂ້າ​ພະ​ເຈົ້າ​ສຶກ​ສາ​ພຣະ​ຄຳ​ພີ​ຫລາຍ​ກວ່າ 2,200 ຂໍ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພາຍ​ໃນ​ຫົກ​ອາ​ທິດ: ນີ້​ຄື​ສິ່ງ​ເລັກໆ​ນ້ອຍໆ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້,” Inspiration (blog), Feb. 28, 2017, ChurchofJesusChrist.org. ຫລັງ​ຈາກ​ປະ​ສົບ​ການ​ນີ້, ປະ​ທານ​ແນວ​ສັນ​ໄດ້​ອຸ​ທານ​ວ່າ, “ຂ້າ​ພະ​ເຈົ້າ​ເປັນ​ຄົນ​ໃໝ່!” (“Drawing the Power of Jesus Christ into Our Lives,” Liahona, May 2017, 39).

  11. Russell M. Nelson, “Prophets, Leadership, and Divine Law” (worldwide devotional for young adults, Jan. 8, 2017), broadcasts.ChurchofJesusChrist.org.

  12. ຍົກ​ຕົວ​ຢ່າງ, ພຣະ​ເຢ​ຊູ​ຄື​ພຣະ​ເມ​ຊີ​ອາ, ພຣະ​ຄຣິດ, ພຣະ​ເຢ​ໂຮ​ວາ​ຜູ້​ຍິ່ງ​ໃຫຍ່, ພຣະ​ບຸດ​ຫົວ​ປີ​ຈາກ​ຄວາມ​ຕາຍ, ແລະ ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ເຈົ້າ.

  13. ນອກ​ຈາກ​ຄຳ​ເຊື້ອ​ເຊີນ​ຂອງ​ປະ​ທານ​ແນວ​ສັນ​ໃຫ້​ສຶກ​ສາ​ພຣະ​ຄຳ​ພີ​ກ່ຽວ​ກັບ​ພຣະ​ເຢ​ຊູ​ໃນ Topical Guide ແລ້ວ, ທ່ານ​ຍັງ​ສາ​ມາດ​ຮຽນ​ຮູ້​ພຣະ​ນາມ​ຕ່າງໆ​ຂອງ​ພຣະ​ເຢ​ຊູ​ໄດ້​ໂດຍ​ການ​ອ້າງ​ອີງ​ໃສ່ Bible Dictionary ໃນ​ຫົວ​ຂໍ້ “Christ, names of.” ທ່ານ​ຍັງ​ສາ​ມາດ​ສຶກ​ສາ​ປຶ້ມ​ຂອງ Elder Jeffrey R. Holland Witness for His Names (2019) ແລະ ບົດ​ປາ​ໄສ​ໃຫ້​ຄຳ​ດົນ​ໃຈ​ໂດຍ Elder Ronald A. Rasband ໃນ​ຫົວ​ຂໍ້ “Name above All Names” (Brigham Young University–Hawaii devotional, Oct. 20, 2020), speeches.byuh.edu.

  14. ເບິ່ງ ໂຢ​ຮັນ 10:11.

  15. ເບິ່ງ ໂຢ​ຮັນ 10:14.

  16. ໂຢ​ຮັນ 10:3.

  17. ເບິ່ງ ໂຢ​ຮັນ 10:11–15; 1 ນີ​ໄຟ 11:31–33.

  18. ເບິ່ງ ໂຢ​ຮັນ 21:15–17.

  19. ຂ້າ​ພະ​ເຈົ້າ​ມັກ​ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ໃນ​ຂໍ້​ພຣະ​ຄຳ​ພີ ລູ​ກາ 15:4, ຊຶ່ງ​ອ່ານ​ວ່າ, “ມີ​ຄົນ​ໃດ​ແດ່​ໃນ​ພວກ​ເຈົ້າ​ມີ​ແກະ​ຢູ່​ຮ້ອຍ​ໂຕ ແລະ ໂຕ​ໜຶ່ງ​ເສຍ​ໄປ ຄົນ​ນັ້ນ​ຈະ​ເຮັດ​ຢ່າງ​ໃດ, ລາວ​ຈະ​ບໍ່​ປະ​ເກົ້າ​ສິບ​ເກົ້າ​ໂຕ​ນັ້ນ​ໄວ້​ໃນ​ທົ່ງ​ຫຍ້າ ແລະ ໄປ​ຊອກ​ຫາ​ໂຕ​ທີ່​ເສຍ​ນັ້ນ, ຈົນ​ພົບ​ບໍ?” (ໃນ ລູ​ກາ 15:4, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ , ເນັ້ນ​ຄຳ​ເນີ້ງ).

  20. ດັ່ງ​ທີ່ ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ສັງ​ເກດ​ວ່າ: “ທຸກ​ຄົນ​ຄິດ​ວ່າ​ການ​ສົ່ງ​ຂໍ້​ຄວາມ​ຫາ​ແມ່ນ​ພຽງ​ພໍ​ແລ້ວ [ສຳ​ລັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ]. ບາງ​ໂອ​ກາດ​ກໍ​ຕ້ອງ​ການ​ໃຫ້​ທ່ານ​ໄປ​ທີ່​ບ້ານ, ແລະ ພົບ​ປະ​ກັບ​ຜູ້​ຄົນ​ແບບ​ເຊິ່ງ​ໜ້າ ເພາະ​ວ່າ​ທ່ານ​ຈະ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ ແລະ ການ​ດົນ​ໃຈ​ຈາກ​ການ​ໄປ​ຢ້ຽມ​ທີ່​ບ້ານ​ຫລາຍ​ກວ່າ​ວິ​ທີ​ອື່ນໆ” (“An Evening with Elder David A. Bednar” [broadcast for religious educators], Feb. 7, 2020], broadcasts.ChurchofJesusChrist.org).

  21. ເບິ່ງ ເຮັບ​ເຣີ 9:11.

  22. ໂຢ​ຮັນ 16:33.

  23. ເບິ່ງ Jeffrey R. Holland, “‘Remember Lot’s Wife’: Faith Is for the Future” (Brigham Young University devotional, Jan. 13, 2009), 2, speeches.byu.edu. “ສັດ​ທາ​ຈະ​ຊີ້​ໄປ​ຫາ​ອະ​ນາ​ຄົດ​ສະ​ເໝີ. ສັດ​ທາ​ກ່ຽວ​ຂ້ອງ​ກັບ​ພອນ​ຕ່າງໆ ແລະ ຄວາມ​ຈິງ ແລະ ເຫດ​ການ ທີ່​ຈະ ບັງ​ເກີດ​ຜົນ​ທີ່​ມີ​ປະ​ສິດ​ທິ​ພາບ​ໃນ​ຊີ​ວິດ​ຂອງ​ເຮົາ.”

  24. ເບິ່ງ ມັດ​ທາຍ 9:2; ມາ​ຣະ​ໂກ 6:50; ໂຢ​ຮັນ 16:33; 3 ນີ​ໄຟ 1:13; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 61:36.

  25. ເບິ່ງ ເຮັບ​ເຣີ 13:8; ເບິ່ງ Bible Dictionary “Christ, names of” ນຳ​ອີກ.

  26. ເບິ່ງ ໂຢ​ຮັນ 8:29.

  27. ເບິ່ງ ແອວ​ມາ 5:33; 19:36; 3 ນີ​ໄຟ 9:14.

  28. ເບິ່ງ, ຍົກ​ຕົວ​ຢ່າງ, David A. Bednar, “More Diligent and Concerned at Home,” Liahona, Nov. 2009, 20: “ຄວາມ​ສະ​ໝ່ຳ​ສະ​ເໝີ​ເປັນ​ຫລັກ​ທຳ​ສຳ​ຄັນ​ເມື່ອ​ເຮົາ​ວາງ​ຮາກ​ຖານ​ຂອງ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ໃນ​ຊີ​ວິດ​ຂອງ​ເຮົາ. … ເຮົາ​ຕ້ອງ ແລະ ຄວນ​ສະ​ໝ່ຳ​ສະ​ເໝີ​ຫລາຍ​ຂຶ້ນ.”

  29. ເບິ່ງ ເອ​ເຟ​ໂຊ 4:14.

  30. ເບິ່ງ ໂມ​ໄຊ​ຢາ 5:15.

  31. Russell M. Nelson, “Make Time for the Lord,” Liahona, Nov. 2021, 120.

  32. ເບິ່ງ ແອວ​ມາ 37:6.

  33. ນີ້​ຄື​ວະ​ລີ​ທີ່​ປະ​ທານ​ດາ​ລິນ ເອັຈ ໂອກສ໌ ກ່າວ​ຊ້ຳ​ໄປ​ຊ້ຳ​ມາ​ຫລາຍ​ຄັ້ງ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ. ເບິ່ງ, ຍົກ​ຕົວ​ຢ່າງ, “YSA Face to Face with Elder Oaks and Elder Ballard” (broadcast for young single adults, Nov. 19, 2017), ChurchofJesusChrist.org.

  34. ເບິ່ງ 2 ນີ​ໄຟ 9:18–19, 41.

  35. ໃນ​ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ທົ່ວ​ໂລກ​ສຳ​ລັບ​ຊາວ​ໜຸ່ມ, ຊິດ​ສະ​ເຕີ ເວັນ​ດີ ແນວ​ສັນ ໄດ້​ຕັ້ງ​ຄຳ​ຖາມ​ທີ່​ເພິ່ນ​ເວົ້າ​ວ່າ​ສາ​ມາດ​ປ່ຽນ​ແປງ​ຊີ​ວິດ, ເພີ່ມ​ຄວາມ​ໝັ້ນ​ໃຈ ແລະ ຫລຸດ​ຜ່ອນ​ຄວາມ​ວິ​ຕົກ​ກັງ​ວົນ, ເປັນ​ແຮງ​ຈູງ​ໃຈ, ເພີ່ມ​ຄວາມ​ກະ​ຕັນ​ຍູ ແລະ ຫລຸດ​ຜ່ອນ​ຄວາມ​ກົດ​ດັນ, ຊ່ວຍ​ຕໍ່​ຕ້ານ​ການ​ລໍ້​ລວງ, ແລະ ນຳ​ມາ​ຊຶ່ງ​ຄວາມ​ຊື່ນ​ຊົມ, ການ​ປອບ​ໂຍນ, ຄວາມ​ຮັກ, ແລະ ສັນ​ຕິ​ສຸກ. ຄຳ​ຖາມ​ນັ້ນ​ຄື “ຊາວ​ໜຸ່ມ​ທີ່​ບໍ​ລິ​ສຸດ​ຈະ​ເຮັດ​ແນວ​ໃດ?” ຈາກ​ນັ້ນ​ເພິ່ນ​ໄດ້​ສະ​ໜັບ​ສະ​ໜູນ​ໃຫ້​ນຳ​ໃຊ້​ຄຳ​ຖາມ​ນີ້​ໃນ​ໜຶ່ງ​ສະ​ຖາ​ນະ​ການ​ຂອງ​ແຕ່​ລະ​ມື້ ເປັນ​ເວ​ລາ​ສາມ​ມື້​ຕິດ​ຕໍ່​ກັນ. ເບິ່ງ “One Question That Can Change Your Life” (worldwide devotional for young adults, May 15, 2022), broadcasts.ChurchofJesusChrist.org.

  36. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:12–13, 22.

  37. ເບິ່ງ ພຣະ​ນິ​ມິດ 19:11.

  38. ມັດ​ທາຍ 14:30.

  39. ໂຢ​ຮັນ 15:4. ພາ​ສາ​ກຣີກ ສະ​ໜິດ ແມ່ນ μείνατε (meinate ຫລື menó), ຊຶ່ງ​ມີ​ຄວາມ​ໝາຍ​ວ່າ ຢູ່​ນຳ ຫລື ຍັງ​ຄົງ​ຢູ່.

  40. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:36.

  41. ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ຄັ້ງ​ໜຶ່ງ​ໄດ້​ສັງ​ເກດ​ວ່າ, ໃນ​ພາ​ສາ​ສະ​ເປນ, ວະ​ລີ​ໃນ​ພາ​ສາ​ອັງ​ກິດ​ທີ່​ວ່າ “ຈົ່ງ​ເຂົ້າ​ສະ​ໜິດ​ຢູ່​ໃນ​ເຮົາ” ຖືກ​ແປ​ມາ​ເປັນ “permaneced en mi.” ເພິ່ນ​ໄດ້​ກ່າວ​ຕໍ່​ໄປ​ວ່າ: “ຄວາມ​ໝາຍ​ໃນ​ນີ້​ຄື ‘ຢູ່​ນຳ—ແຕ່​ຢູ່​ດ້ວຍ ຕະ​ຫລອດ​ໄປ.’ … ມາ​ຢ່າງ​ຖາ​ວອນ, ເພື່ອ​ເຫັນ​ແກ່​ທ່ານ ແລະ ຄົນ​ທຸກ​ລຸ້ນ​ຜູ້​ທີ່​ຈະ​ຕ້ອງ​ຕິດ​ຕາມ​ທ່ານ, ແລະ ເຮົາ​ຈະ​ຊ່ວຍ​ເຫລືອ​ຊຶ່ງ​ກັນ​ແລະ​ກັນ​ໃຫ້​ເຂັ້ມ​ແຂງ​ຈົນ​ເຖິງ​ທີ່​ສຸດ” (“Abide in Me,” Liahona, May 2004, 32).

  42. ເບິ່ງ 2 ນີ​ໄຟ 31:21.

  43. ເບິ່ງ ໂຢ​ຮັນ 14:6.

  44. ມັດ​ທາຍ 11:28; 3 ນີ​ໄຟ 9:14, 22.

  45. ມັດ​ທາຍ 16:24; ລູ​ກາ 18:22; ໂຢ​ຮັນ 21:19; ເບິ່ງ 2 ນີ​ໄຟ 31:10.

  46. ພຣະ​ນິ​ມິດ 3:4; ໂມ​ເຊ 6:34.

  47. ມັດ​ທາຍ 11:29; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:23.

  48. ເບິ່ງ 3 ນີ​ໄຟ 18:21.

  49. ເບິ່ງ ໂຢ​ຮັນ 1:14; ແອວ​ມາ 5:48.

  50. ເບິ່ງ 2 ຊາ​ມູ​ເອນ 22:2–3.

  51. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:21.

  52. ເບິ່ງ ລູ​ກາ 2:11.

  53. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:11–13.

  54. ເບິ່ງ ໂຢ​ຮັນ 11:25.

ພິມ