ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ມື້​ນີ້
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2022


ມື້​ນີ້

ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ​ກຳ​ລັງ​ເຮັດ​ພາກ​ສ່ວນ​ຂອງ​ເພິ່ນ ເພື່ອ​ຈະ​ເຮັດ​ໃຫ້​ໂລກ​ເຕັມ​ໄປ​ດ້ວຍ​ພຣະ​ຄຳ​ພີ​ມໍ​ມອນ. ເຮົາ​ຕ້ອງ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ເພິ່ນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ວະ​ລີ “ມື້​ນີ້”1 ແມ່ນ​ຖືກ​ໃຊ້​ຊ້ຳ​ແລ້ວ​ຊ້ຳ​ອີກ​ເພື່ອ​ຮຽກ​ຮ້ອງ​ຄວາມ​ສົນ​ໃຈ​ມາ​ສູ່​ຄຳ​ແນະ​ນຳ, ຄຳ​ສັນ​ຍາ, ແລະ ຄຳ​ສອນ. ໃນ​ຄຳ​ປາ​ໄສ​ຄັ້ງ​ສຸດ​ທ້າຍ​ຂອງ​ກະ​ສັດ​ເບັນ​ຢາ​ມິນ, ເພິ່ນ​ໄດ້​ຕັກ​ເຕືອນ​ຜູ້​ຄົນ​ຂອງ​ເພິ່ນ​ວ່າ “ພວກ​ທ່ານ​ຈະ​ໄດ້​ຍິນ​ຂໍ້​ຄວາມ​ຂອງ​ຂ້າ​ພະ​ເຈົ້າ​ໄດ້ ຊຶ່ງ​ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ກັບ​ພວກ​ທ່ານ​ໃນ​ມື້​ນີ້; … ເປີດ​ຫູ​ຂອງ​ພວກ​ທ່ານ​ເພື່ອ​ພວກ​ທ່ານ​ຈະ​ໄດ້​ຍິນ, ແລະ ເປີດ​ໃຈ​ຂອງ​ພວກ​ທ່ານ​ເພື່ອ​ພວກ​ທ່ານ​ຈະ​ເຂົ້າ​ໃຈ, ແລະ ເປີດ​ຈິດ​ໃຈ​ຂອງ​ພວກ​ທ່ານ​ເພື່ອ​ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ​ຈະ​ເປີດ​ເຜີຍ​ອອກ​ຕໍ່​ສາຍ​ຕາ​ຂອງ​ພວກ​ທ່ານ.”2 ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ກໍ​ມີ​ບັນ​ຍາ​ກາດ​ຄ້າຍ​ຄື​ກັນ​ນີ້. ເຮົາ​ມາ​ຮັບ​ຟັງ​ຄຳ​ແນະ​ນຳ​ສຳ​ລັບ “ມື້​ນີ້,” ເພື່ອ​ວ່າ​ເຮົາ​ຈະ​ເປັນ​ຄົນ​ທີ່ “ເອົາ​ການ​ເອົາ​ງານ​ຢູ່​ຕະ​ຫລອດ​ວັນ​ເວ​ລາ”3 ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ໃນ “ມື້​ນີ້” ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຢ່າງ​ແຮງ​ກ້າ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ຄຳ​ພີ​ມໍ​ມອນ, ຊຶ່ງ​ໂຈ​ເຊັບ ສະ​ມິດ ໄດ້​ເອີ້ນ​ວ່າ “ເປັນ​ພຣະ​ຄຳ​ພີ​ທີ່​ຖືກ​ຕ້ອງ​ທີ່​ສຸດ​ໃນ​ໂລກ.”4

ຮູບ​ພາບ
ພຣະ​ຄຳ​ພີ​ມໍ​ມອນ​ຂອງ​ແອວ​ເດີ ແຣັສ໌​ແບນ

ຢູ່​ໃນ​ມື​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ພຣະ​ຄຳ​ພີ​ມໍ​ມອນ. ນີ້​ແມ່ນ​ສະ​ບັບ​ເກົ່າ​ປີ 1970 ຂອງ​ຂ້າ​ພະ​ເຈົ້າ, ແລະ ມັນ​ລ້ຳ​ຄ່າ​ສຳ​ລັບ​ຂ້າ​ພະ​ເຈົ້າ. ຕາມ​ທີ່​ເຫັນ ມັນ​ເບິ່ງ​ຄື​ວ່າ​ເກົ່າ ແລະ ຊຸດ​ໂຊມ, ແຕ່​ບໍ່​ມີ​ໜັງ​ສື​ອື່ນ​ໃດ​ທີ່​ສຳ​ຄັນ​ຕໍ່​ຊີ​ວິດ ແລະ ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເທົ່າ​ກັບ​ໜັງ​ສື​ເຫລັ້ມ​ນີ້. ຈາກ​ການ​ອ່ານ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ຈາກ​ພຣະ​ວິນ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ,5 ວ່າ​ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າ​ພະ​ເຈົ້າ,6 ວ່າ​ພຣະ​ຄຳ​ພີ​ເຫລົ່າ​ນີ້​ແມ່ນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ,7 ແລະ ວ່າ​ພຣະ​ກິດ​ຕິ​ຄຸນ​ໄດ້​ຖືກ​ຟື້ນ​ຟູ​ແລ້ວ.8 ຄວາມ​ຈິງ​ເຫລົ່າ​ນີ້​ໄດ້​ຝັງ​ເລິກ​ໃນ​ຕົວ​ຂ້າ​ພະ​ເຈົ້າ. ດັ່ງ​ທີ່​ສາດ​ສະ​ດາ​ນີ​ໄຟ​ໄດ້​ກ່າວ, “ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເບີກ​ບານ​ໃນ​ເລື່ອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”9

ຮູບ​ພາບ
ແອວ​ເດີ ແຣັສ໌​ແບນ ກັບ​ປະ​ທານ​ເຜີຍ​ແຜ່​ຂອງ​ເພິ່ນ ແລະ ແອວ​ເດີ ແຮ້ງສ໌

ຊ້າຍ​ຫາ​ຂວາ: ແອວ​ເດີ ຣອນ​ໂນ ເອ ແຣັສ໌​ແບນ, ຜູ້​ສອນ​ສາດ​ສາດ​ສະ​ໜາ​ໜຸ່ມ; ປະ​ທານ​ແຮ​ໂຣນ ວິວ​ກິນ​ສັນ, ປະ​ທານ​ເຂດ​ເຜີຍ​ແຜ່​ສະ​ຫະ​ລັດ​ພາກ​ຕາ​ເວັນ​ອອກ, ແລະ ແອວ​ເດີ ມາ​ຣີ​ອອນ ດີ ແຮ້ງສ໌, ສາ​ວົກ​ເຈັດ​ສິບ.

ນີ້​ຄື​ປະ​ຫວັດ​ຂອງ​ພຣະ​ຄຳ​ພີ​ເຫລັ້ມ​ນີ້. ຕອນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ເອົາ​ຄຳ​ແນະ​ນຳ​ຂອງ​ແອວ​ເດີ ມາ​ຣີ​ອອນ ດີ ແຮ້ງສ໌, ທີ່​ໄດ້​ຢ້ຽມ​ຢາມ​ພວກ​ເຮົາ​ໃນ​ເຂດ​ເຜີຍ​ແຜ່​ສະ​ຫະ​ລັດ​ພາກ​ຕາ​ວັນ​ອອກ. ເພິ່ນ​ໄດ້​ເປັນ​ອະ​ດີດ​ປະ​ທານ​ເຜີຍ​ແຜ່​ເຂດ​ອັງ​ກິດ, ແລະ ຜູ້​ສອນ​ສາດ​ສະ​ໜາ​ຂອງ​ເພິ່ນ​ສອງ​ຄົນ​ກໍ​ຢູ່​ເທິງ​ເວ​ທີ​ນີ້​ໃນ​ມື້​ນີ້: ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ແລະ ແອວ​ເດີ ຄວິນ​ຕິນ ແອວ ຄຸກ ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ.10 ດັ່ງ​ທີ່​ເພິ່ນ​ໄດ້​ທ້າ​ທາຍ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ເພິ່ນ​ຢູ່​ປະ​ເທດ​ອັງ​ກິດ, ເພິ່ນ​ກໍ​ໄດ້​ທ້າ​ທາຍ​ພວກ​ເຮົາ​ໃຫ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ທີ່​ຍັງ​ບໍ່​ມີ​ໝາຍ​ເຫດ​ໃດໆ​ວ່າ​ຢ່າງ​ໜ້ອຍ​ສອງ​ເທື່ອ. ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮັບ​ເອົາ​ການ​ທ້າ​ທາຍ​ນັ້ນ. ການ​ອ່ານ​ເທື່ອ​ທຳ​ອິດ​ຂ້າ​ພະ​ເຈົ້າ​ຕ້ອງ​ໝາຍ​ເຫດ ຫລື ຂີດ​ໝາຍ​ຢູ່​ກ້ອງ​ທຸກ​ສິ່ງ​ທີ່​ແນະ​ນຳ​ໃຫ້​ເອົາ​ໃຈ​ໃສ່ ຫລື ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ຂ້າ​ພະ​ເຈົ້າ​ໄດ້​ໃຊ້​ສໍ​ສີ​ແດງ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຂີດ​ໝາຍ​ຢູ່​ກ້ອງ​ຫລາຍໆ​ຂໍ້. ເທື່ອ​ທີ​ສອງ, ແອວ​ເດີ ແຮ້ງສ໌ ໄດ້​ເວົ້າ​ວ່າ​ໃຫ້​ໝາຍ​ຫລັກ​ທຳ ແລະ ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ດ້ວຍ​ສີ, ແລະ ເທື່ອ​ນີ້​ຂ້າ​ພະ​ເຈົ້າ​ໄດ້​ໃຊ້​ສໍ​ສີ​ຟ້າ​ຂີດ​ໝາຍ​ພຣະ​ຄຳ​ພີ. ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ສອງ​ເທື່ອ, ດັ່ງ​ທີ່​ຖືກ​ແນະ​ນຳ, ແລະ ແລ້ວ​ອີກ​ສອງ​ເທື່ອ, ໂດຍ​ການ​ໃຊ້​ສີ​ເຫລືອງ ແລະ ສີ​ດຳ​ໝາຍ​ຂໍ້​ທີ່​ສຳ​ຄັນ​ສຳ​ລັບ​ຂ້າ​ພະ​ເຈົ້າ.11 ຕາມ​ທີ່​ທ່ານ​ເຫັນ​ໄດ້, ຂ້າ​ພະ​ເຈົ້າ​ໄດ້​ໝາຍ​ເຫດ​ໄວ້​ຫລາຍໆ​ບ່ອນ.

ຮູບ​ພາບ
ພຣະ​ຄຳ​ພີ​ມໍ​ມອນ​ທີ່​ມີ​ຮອຍ​ໝາຍ

ການ​ອ່ານ​ຂອງ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ພຽງ​ແຕ່​ການ​ຂີດ​ໝາຍ​ພຣະ​ຄຳ​ພີ​ເທົ່າ​ນັ້ນ. ແຕ່​ລະ​ເທື່ອ​ທີ່​ໄດ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ, ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ທີ່​ເລິກ​ເຊິ່ງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ພະ​ຍານ​ທີ່​ຈຳ​ເປັນ ແລະ ເລິກ​ເຊິ່ງ​ເຖິງ​ຄວາມ​ຈິງ​ຂອງ​ຄຳ​ສອນ​ຂອງ​ພຣະ​ອົງ ແລະ ວ່າ​ມັນ​ກ່ຽວ​ຂ້ອງ​ກັບ “ມື້​ນີ້” ແນວ​ໃດ. ໜັງ​ສື​ເຫລັ້ມ​ນີ້​ເໝາະ​ສົມ​ດີ​ກັບ​ຊື່​ຂອງ​ມັນ, “ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ.”12 ດ້ວຍ​ການ​ສືກ​ສາ​ນັ້ນ ແລະ ການ​ເປັນ​ພະ​ຍານ​ທາງ​ວິນ​ຍານ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ, ຂ້າ​ພະ​ເຈົ້າ​ໄດ້​ກາຍ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ແລະ ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.13

ໃນ “ມື້​ນີ້,” ຜູ້​ສອນ​ສາດ​ສະ​ໜາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ແມ່ນ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ຕອນ​ເພິ່ນ​ຫາ​ກໍ​ຖືກ​ເອີ້ນ​ເປັນ​ອັກ​ຄະ​ສາ​ວົກ, ເພິ່ນ​ໄດ້​ກ່າວ​ປາ​ໄສ​ຢູ່​ທີ່​ເມືອງ​ອັກ​ຄຣາ, ປະ​ເທດ​ກາ​ນາ.14 ຢູ່​ໃນ​ງານ​ນັ້ນ​ມີ​ເຈົ້າ​ໜ້າ​ທີ່​ຜູ້​ມີ​ກຽດ​ເຂົ້າ​ຮ່ວມ​ດ້ວຍ, ລວມ​ທັງ​ກະ​ສັດ​ຊົນ​ເຜົ່າ​ອາ​ຟຣີ​ກາ​ທ່ານ​ໜຶ່ງ, ທີ່​ເພິ່ນ​ໄດ້​ໂອ້​ລົມ​ຜ່ານ​ທາງ​ນາຍ​ແປ​ພາ​ສາ. ກະ​ສັດ​ທ່ານ​ນັ້ນ​ເປັນ​ນັກ​ສຶກ​ສາ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຢ່າງ​ຈິງ​ຈັງ ແລະ ເພິ່ນ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ. ຫລັງ​ຈາກ​ການ​ປາ​ໄສ​ຂອງ​ປະ​ທານ​ແນວ​ສັນ, ກະ​ສັດ​ໄດ້​ເຂົ້າ​ມາ​ຫາ​ເພິ່ນ, ໄດ້​ຖາມ​ເປັນ​ພາ​ສາ​ອັງ​ກິດ​ທີ່​ຄ່ອງ​ແຄ້ວ​ທີ່​ສຸດ​ວ່າ, “ທ່ານ​ເປັນ​ໃຜ​ກັນ​ແນ່?” ປະ​ທານ​ແນວ​ສັນ​ໄດ້​ອະ​ທິ​ບາຍ​ວ່າ​ເພິ່ນ​ເປັນ​ອັກ​ຄະ​ສາ​ວົກ​ທີ່​ຖືກ​ແຕ່ງ​ຕັ້ງ​ຂອງ​ພຣະ​ເຢ​ຊູ​ຄຣິດ.15 ກະ​ສັດ​ຖາມ​ຕໍ່​ວ່າ “ເຈົ້າ​ສາ​ມາດ​ສອນ​ຫຍັງ​ແດ່​ໃຫ້​ຂ້ອຍ ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ?”16

ປະ​ທານ​ແນວ​ສັນ​ໄດ້​ຢິບ​ເອົາ​ພຣະ​ຄຳ​ພີ​ມໍ​ມອນ​ອອກ​ມາ ແລະ ໄດ້​ເປີດ​ໄປ​ຫາ 3 ນີ​ໄຟ 11. ນຳ​ກັນ ປະ​ທານ​ແນວ​ສັນ ແລະ ກະ​ສັດ​ໄດ້​ອ່ານ​ຄຳ​ເທດ​ສະ​ໜາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ຊາວ​ນີ​ໄຟ​ວ່າ: “ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຢ​ຊູ​ຄຣິດ, ຜູ້​ທີ່​ສາດ​ສະ​ດາ​ໄດ້​ໃຫ້​ຖ້ອຍ​ຄຳ​ວ່າ​ຈະ​ມາ​ຍັງ​ໂລກ​ນີ້. … ເຮົາ​ເປັນ​ຄວາມ​ສະ​ຫວ່າງ ແລະ ຊີ​ວິດ​ຂອງ​ໂລກ.”17

ປະ​ທານ​ແນວ​ສັນ​ໄດ້​ມອບ​ພຣະ​ຄຳ​ພີ​ມໍ​ມອນ​ສະ​ບັບ​ນັ້ນ​ໃຫ້​ແກ່​ກະ​ສັດ, ແລະ ກະ​ສັດ​ໄດ້​ເວົ້າ​ວ່າ, “ຖ້າ​ເຈົ້າ​ເອົາ​ເພັດ​ພອຍ​ໃຫ້​ຂ້ອຍ, ກໍ​ບໍ່​ມີ​ຄ່າ​ເທົ່າ​ກັບ​ການ​ເພີ່ມ​ເຕີມ​ຄວາມ​ຮູ້​ກ່ຽວ​ກັບ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ໃຫ້​ຂ້ອຍ.”18

ນີ້​ບໍ່​ໄດ້​ເປັນ​ຕົວ​ຢ່າງ​ດຽວ​ທີ່​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ​ແບ່ງ​ປັນ​ພຣະ​ຄຳ​ພີ​ມໍ​ມອນ. ເພິ່ນ​ໄດ້​ມອບ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ຫລາຍ​ຮ້ອຍ​ຄົນ, ສະ​ແດງ​ການ​ເປັນ​ພະ​ຍານ​ຂອງ​ເພິ່ນ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ສະ​ເໝີ. ເມື່ອ​ປະ​ທານ​ແນວ​ສັນ​ພົບ​ປະ​ກັບ​ແຂກ​ຄົນ, ປະ​ທານ, ກະ​ສັດ, ເຈົ້າ​ໜ້າ​ທີ່, ແລະ ຜູ້​ນຳ​ທຸ​ລະ​ກິດ ແລະ ອົງ​ການ ແລະ ສາດ​ສະ​ໜາ​ອື່ນໆ​ທີ່​ຫລາກ​ຫລາຍ, ບໍ່​ວ່າ​ຢູ່​ທີ່​ສຳ​ນັກ​ງານ​ຂອງ​ສາດ​ສະ​ໜາ​ຈັກ ຫລື ຢູ່​ທີ່​ສະ​ຖານ​ທີ່​ຂອງ​ພວກ​ເພິ່ນ​ກໍ​ຕາມ, ເພິ່ນ​ຈະ​ມອບ​ປຶ້ມ​ພຣະ​ຄຳ​ພີ​ທີ່​ເປີດ​ເຜີຍ​ເຫລັ້ມ​ນີ້​ໃຫ້​ດ້ວຍ​ຄວາມ​ຄາ​ລະ​ວະ. ເພິ່ນ​ສາ​ມາດ​ມອບ​ສິ່ງ​ອື່ນໆ​ຫລາຍ​ຢ່າງ​ຫໍ່​ດ້ວຍ​ໂບ ທີ່​ສາ​ມາດ​ວາງ​ໄວ້​ທີ່​ໂຕະ ຫລື ທີ່​ວາງ​ຂອງ​ເພື່ອ​ເປັນ​ການ​ເຕືອນ​ໃຈ​ເຖິງ​ການ​ຢ້ຽມ​ຢາມ​ຂອງ​ເພິ່ນ. ແຕ່, ເພິ່ນ​ມອບ​ສິ່ງ​ທີ່​ລ້ຳ​ຄ່າ​ທີ່​ສຸດ​ສຳ​ລັບ​ເພິ່ນ, ເໜືອ​ກວ່າ​ເພັດ​ພອຍ, ດັ່ງ​ທີ່​ກະ​ສັດ​ຊົນ​ເຜົ່າ​ໄດ້​ບັນ​ຍາຍ.

“ຄວາມ​ຈິງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ,” ປະ​ທານ​ແນວ​ສັນ​ໄດ້​ກ່າວ, “ມີ ພະ​ລັງ ທີ່​ຈະ​ປິ່ນ​ປົວ, ປອບ​ໂຍນ, ຟື້ນ​ຟູ, ຊ່ວຍ​ເຫລືອ, ເພີ່ມ​ຄວາມ​ເຂັ້ມ​ແຂງ, ເຮັດ​ໃຫ້​ສະ​ບາຍ​ໃຈ​ຂຶ້ນ, ແລະ ເປັນ​ກຳ​ລັງ​ໃຈ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ.”19 ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ຄຳ​ພີ​ມໍ​ມອນ​ເຫລົ່າ​ນີ້​ຖືກ​ຈັບ​ໄວ້​ໃຫ້​ແໜ້ນ​ໃນ​ມື​ຂອງ​ຜູ້​ຄົນ​ທີ່​ໄດ້​ຮັບ​ມັນ​ຈາກ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ. ຈະ​ບໍ່​ມີ​ຂອງ​ຂວັນ​ທີ່​ດີ​ກວ່າ​ນີ້​ເລີຍ.

ຮູບ​ພາບ
ປະ​ທານ​ແນວ​ສັນ​ກັບ​ພັນ​ລະ​ຍາ​ຂອງ​ປະ​ທານ​ປະ​ເທດ​ແກມ​ບີ

ເມື່ອ​ບໍ່​ດົນ​ມາ​ນີ້​ເພິ່ນ​ໄດ້​ພົບ​ກັບ​ພັນ​ລະ​ຍາ​ຂອງ​ປະ​ທານ​ປະ​ເທດ​ແກມ​ບີ ຢູ່​ທີ່​ຫ້ອງ​ທຳ​ງານ​ຂອງ​ເພິ່ນ ແລະ ເພິ່ນ​ໄດ້​ມອບ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ແກ່​ຍາ​ນາງ​ດ້ວຍ​ຄວາມ​ຖ່ອມ​ຕົນ. ເພິ່ນ​ບໍ່​ໄດ້​ຢຸດ​ຢູ່​ພຽງ​ເທົ່າ​ນັ້ນ. ເພິ່ນ​ໄດ້​ເປີດ​ອ່ານ​ກັບ​ຍາ​ນາງ, ເພື່ອ​ສິດ​ສອນ ແລະ ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ແລະ ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ລູກໆ​ຂອງ​ພຣະ​ເຈົ້າ​ທຸກໆ​ຄົນ—ໃນ​ທຸກ​ບ່ອນ.

ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ​ກຳ​ລັງ​ເຮັດ​ພາກ​ສ່ວນ​ຂອງ​ເພິ່ນ ເພື່ອ​ຈະ​ເຮັດ​ໃຫ້​ໂລກ​ເຕັມ​ໄປ​ດ້ວຍ​ພຣະ​ຄຳ​ພີ​ມໍ​ມອນ.20 ແຕ່​ເພິ່ນ​ຈະ​ເຮັດ​ສິ່ງ​ນີ້​ຄົນ​ດຽວ​ບໍ່​ໄດ້. ເຮົາ​ຕ້ອງ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ເພິ່ນ.

ໂດຍ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ຕົວ​ຢ່າງ​ຂອງ​ເພິ່ນ, ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ດ້ວຍ​ຄວາມ​ຖ່ອມ​ຕົນ ແລະ ຢ່າງ​ແຮງ​ກ້າ​ຫລາຍ​ຂຶ້ນ​ທີ່​ຈະ​ແບ່ງ​ປັນ​ພຣະ​ຄຳ​ພີ​ມໍ​ມອນ.

ຮູບ​ພາບ
ແອວ​ເດີ ແຣັສ໌​ແບນ ກັບ​ປະ​ທານ​ປະ​ເທດ​ໂມ​ຊຳ​ບິກ

ເມື່ອ​ບໍ່​ດົນ​ມາ​ນີ້​ຂ້າ​ພະ​ເຈົ້າ​ໄດ້​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ມອບ​ໝາຍ​ຢູ່​ທີ່​ປະ​ເທດ​ໂມ​ຊຳ​ບິກ. ປະ​ຊາ​ຊົນ​ຂອງ​ປະ​ເທດ​ທີ່​ສວຍ​ງາມ​ແຫ່ງ​ນີ້​ກຳ​ລັງ​ດີ້ນ​ລົນ​ຢູ່​ກັບ​ຄວາມ​ທຸກ​ຍາກ, ສຸ​ຂະ​ພາບ​ທີ່​ຊຸດ​ໂຊມ, ການ​ຕົກ​ງານ, ພະ​ຍຸ, ແລະ ຄວາມ​ວຸ້ນ​ວາຍ​ທາງ​ດ້ານ​ການ​ເມືອງ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ກຽດ​ທີ່​ໄດ້​ພົບ​ກັບ​ທ່ານ​ຟີ​ລິບ ໄນ​ຢູ​ຊີ, ປະ​ທານ​ປະ​ເທດ. ຕາມ​ທີ່​ເພິ່ນ​ໄດ້​ຂໍ​ຮ້ອງ, ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ເພື່ອ​ເພິ່ນ ແລະ ປະ​ເທດ​ຂອງ​ເພິ່ນ; ຂ້າ​ພະ​ເຈົ້າ​ໄດ້​ບອກ​ເພິ່ນ​ວ່າ ພວກ​ເຮົາ​ກຳ​ລັງ​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ເຢ​ຊູ​ຄຣິດ21 ໃນ​ປະ​ເທດ​ຂອງ​ເພິ່ນ. ໃນ​ທ້າຍ​ການ​ຢ້ຽມ​ຢາມ​ຂອງ​ພວກ​ເຮົາ, ຂ້າ​ພະ​ເຈົ້າ​ໄດ້​ມອບ​ພຣະ​ຄຳ​ພີ​ມໍ​ມອນ​ເຫລັ້ມ​ໜຶ່ງ​ໃຫ້​ເພິ່ນ​ເປັນ​ພາ​ສາ​ປອກ​ຕຸຍ​ການ, ທີ່​ເປັນ​ພາ​ສາ​ຂອງ​ເພິ່ນ. ຂະ​ນະ​ທີ່​ເພິ່ນ​ໄດ້​ຮັບ​ເອົາ​ພຣະ​ຄຳ​ພີ​ດ້ວຍ​ຄວາມ​ກະ​ຕັນ​ຍູ, ຂ້າ​ພະ​ເຈົ້າ​ໄດ້​ເປັນ​ພະ​ຍານ​ເຖິງ​ຄວາມ​ຫວັງ ແລະ ຄຳ​ສັນ​ຍາ​ສຳ​ລັບ​ຜູ້​ຄົນ​ຂອງ​ເພິ່ນ, ທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນ​ພຣະ​ຄຳ​ພີ​ນັ້ນ.22

ຮູບ​ພາບ
ແອວ​ເດີ ແຣັສ໌​ແບນ ກັບ​ກະ​ສັດ ແລະ ລາ​ຊີ​ນີ​ຂອງ​ປະ​ເທດ​ເລ​ໂຊ​ໂຕ

ໃນ​ອີກ​ໂອ​ກາດ​ໜຶ່ງ, ເມ​ລາ​ນີ, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກະ​ສັດ ເລັດ​ຊີ ອົງ​ທີ​ສາມ ຂອງ​ປະ​ເທດ​ເລ​ໂຊ​ໂຕ ແລະ ພັນ​ລະ​ຍາ​ຂອງ​ເພິ່ນ ຢູ່​ທີ່​ບ້ານ​ຂອງ​ພວກ​ເພິ່ນ.23 ສຳ​ລັບ​ພວກ​ເຮົາ, ຈຸດ​ເດັ່ນ​ຂອງ​ການ​ຢ້ຽມ​ຢາມ​ແມ່ນ​ການ​ມອບ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ພວກ​ເພິ່ນ ແລະ ແລ້ວ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ. ເມື່ອ​ຂ້າ​ພະ​ເຈົ້າ​ຫວນ​ຄິດ​ເຖິງ​ປະ​ສົບ​ການ​ນັ້ນ ແລະ ປະ​ສົບ​ການ​ອື່ນໆ, ຂ້າ​ພະ​ເຈົ້າ​ກໍ​ຄິດ​ເຖິງ​ຂໍ້​ພຣະ​ຄຳ​ພີ​ຍຸກ​ສຸດ​ທ້າຍ​ທີ່​ວ່າ: “ເພື່ອ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ຈະ​ຖືກ​ປ່າວ​ປະ​ກາດ​ໂດຍ​ຄົນ​ທີ່​ອ່ອນ​ແອ ແລະ ຄົນ​ທີ່​ຕ່ຳ​ຕ້ອຍ​ຈົນ​ເຖິງ​ທີ່​ສຸດ​ຂອງ​ໂລກ, ແລະ ຕໍ່​ບັນ​ດາ​ກະ​ສັດ ແລະ ຜູ້​ປົກ​ຄອງ.”24

ຮູບ​ພາບ
ແອວ​ເດີ ແຣັສ໌​ແບນ ກັບ​ທ່ານ​ທູດ​ແພນ​ດີ
ຮູບ​ພາບ
ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ກັບ​ຄຸນ​ພໍ່​ບັດ​ຕາ​ໂລ​ມິວ

ຂ້າ​ພະ​ເຈົ້າ​ໄດ້​ມອບ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ແກ່​ທ່ານ​ທູດ ອິນ​ດຣາ ມາ​ນີ ແພນ​ດີ ຂອງ​ປະ​ເທດ​ອິນ​ເດຍ, ທີ່​ປະ​ຈຳ​ຕຳ​ແໜ່ງ​ທີ່​ສະ​ຫະ​ປະ​ຊາ​ຊາດ​ທີ່​ເມືອງ​ເຈ​ນີ​ວາ25; ກັບ​ຄຸນ​ພໍ່​ບັດ​ຕາ​ໂລ​ມິວ26 ຈາກ​ໂບດ​ໂອ​ຕະ​ດອກສ໌​ພາກ​ຕາ​ເວັນ​ອອກ, ແລະ ຫລາຍໆ​ທ່ານ​ຕື່ມ​ອີກ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ຖິດ​ຢູ່​ກັບ​ພວກ​ເຮົາ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຍື່ນ “ຫລັກ​ສີ​ລາ​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ” ນີ້​ໃຫ້​ແກ່​ພວກ​ເພິ່ນ27 ແລະ ໄດ້​ກ່າວ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ທີ່​ເປັນ, ຫີນ​ເສົາ​ເອກ​ຂອງ​ສັດ​ທາ​ຂອງ​ເຮົາ.28

ບັດ​ນີ້, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ໄປ​ທີ່​ປະ​ເທດ​ໂມ​ຊຳ​ບິກ ຫລື ປະ​ເທດ​ອິນ​ເດຍ ຫລື ພົບ​ປະ​ກັບ​ກະ​ສັດ ຫລື ຜູ້​ປົກ​ຄອງ ເພື່ອ​ຈະ​ມອບ​ໜັງ​ສື​ທີ່​ມີ​ຄຳ​ສອນ ແລະ ຄຳ​ສັນ​ຍາ​ສັກ​ສິດ​ເຫລັ້ມ​ນີ້​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ. ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃນ, ມື້​ນີ້, ໃຫ້​ມອບ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ໝູ່​ເພື່ອນ ແລະ ຄອບ​ຄົວ​ຂອງ​ທ່ານ, ເພື່ອນ​ຮ່ວມ​ງານ​ຂອງ​ທ່ານ, ຄູ​ສອນ​ການ​ເຕະ​ບານ​ຂອງ​ທ່ານ, ຫລື ພໍ່​ຄ້າ​ຂາຍ​ໝາກ​ໄມ້​ຢູ່​ທີ່​ຕະ​ຫລາດ. ເຂົາ​ເຈົ້າ​ຕ້ອງ​ການ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ພົບ​ເຫັນ​ຢູ່​ໃນ​ໜັງ​ສື​ເຫລັ້ມ​ນີ້. ເຂົາ​ເຈົ້າ​ຕ້ອງ​ການ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ຂອງ​ຊີ​ວິດ​ປະ​ຈຳ​ວັນ ແລະ ຊີ​ວິດ​ນິ​ລັນ​ດອນ​ທີ່​ຈະ​ມາ​ເຖິງ. ເຂົາ​ເຈົ້າ​ຕ້ອງ​ການ​ຈະ​ຮູ້​ເຖິງ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ທີ່​ຖືກ​ວາງ​ໄວ້​ຕໍ່​ໜ້າ​ເຂົາ​ເຈົ້າ ແລະ ຄວາມ​ຮັກ​ອັນ​ຍືນ​ຍົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ຕໍ່​ເຂົາ​ເຈົ້າ. ມັນ​ເຕັມ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ນີ້.

ເມື່ອ​ທ່ານ​ຍື່ນ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ເຂົາ​ເຈົ້າ, ທ່ານ​ກຳ​ລັງ​ເປີດ​ຄວາມ​ຄິດ ແລະ ໃຈ​ຂອງ​ເຂົາ​ເຈົ້າ​ຕໍ່​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ຖື​ພຣະ​ຄຳ​ພີ​ເປັນ​ປຶ້ມ​ໄປ​ຕິດ​ຕົວ. ທ່ານ​ສາ​ມາດ​ແບ່ງ​ປັນ​ມັນ​ໄດ້​ງ່າຍໆ​ຈາກ​ໂທ​ລະ​ສັບ​ມື​ຖື​ຂອງ​ທ່ານ ຈາກ​ພາກ​ພຣະ​ຄຳ​ພີ​ໃນ​ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.29

ໃຫ້​ຄິດ​ເຖິງ​ຄົນ​ທີ່​ຈະ​ໄດ້​ຮັບ​ພອນ​ຈາກ​ພຣະ​ກິດ​ຕິ​ຄຸນ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ, ແລະ ແລ້ວ​ໃຫ້​ສົ່ງ​ພຣະ​ຄຳ​ພີ​ມໍ​ມອນ​ຈາກ​ໂທ​ລະ​ສັບ​ມື​ຖື​ຂອງ​ທ່ານ​ໄປ​ໃຫ້​ເຂົາ​ເຈົ້າ. ຢ່າ​ລືມ​ຮວມ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ໃສ່​ນຳ ແລະ ວິ​ທີ​ທີ່​ໜັງ​ສື​ເຫລັ້ມ​ນີ້​ໄດ້​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ.

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ປະ​ທານ​ແນວ​ສັນ, ໃນ​ການ​ເຮັດ​ໃຫ້​ແຜ່ນ​ດິນ​ໂລກ​ເຕັມ​ໄປ​ດ້ວຍ​ພຣະ​ຄຳ​ພີ​ມໍ​ມອນ. ຄວາມ​ຕ້ອງ​ການ​ກໍ​ມີ​ຫລາຍ; ເຮົາ​ຕ້ອງ​ລົງ​ມື​ກະ​ທຳ​ໃນ​ເວ​ລາ​ນີ້. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ​ທ່ານ​ຈະ​ເປັນ​ພາກ​ສ່ວນ​ໃນ “ວຽກ​ງານ ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ຢູ່​ເທິງ​ແຜ່ນ​ດິນ​ໂລກ,” ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ,30 ຂະ​ນະ​ທີ່​ທ່ານ​ໄດ້​ຮັບ​ການ​ດົນ​ໃຈ​ທີ່​ຈະ​ເອື້ອມ​ອອກ​ໄປ​ຫາ​ຜູ້​ຄົນ​ທີ່ “ຖືກ​ກີດ​ກັນ​ຈາກ​ຄວາມ​ຈິງ ເພາະ​ພວກ​ເຂົາ​ບໍ່​ຮູ້​ວ່າ​ຈະ​ຊອກ​ຫາ​ມັນ​ໄດ້​ຢູ່​ບ່ອນ​ໃດ.”31 ເຂົາ​ເຈົ້າ​ຕ້ອງ​ການ​ປະ​ຈັກ​ພະ​ຍານ ແລະ ການ​ເປັນ​ພະ​ຍານ​ຂອງ​ທ່ານ​ວ່າ ໜັງ​ສື​ເຫລັ້ມ​ນີ້​ໄດ້​ປ່ຽນ​ຊີ​ວິດ​ຂອງ​ທ່ານ ແລະ ໄດ້​ນຳ​ທ່ານ​ມາ​ໃກ້​ຊິດ​ກັບ​ພຣະ​ເຈົ້າ, ຄວາມ​ສັນ​ຕິ​ສຸກ​ຂອງ​ພຣະ​ອົງ32 ແລະ “ຂ່າວ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່” ຂອງ​ພຣະ​ອົງ​ແນວ​ໃດ.33

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຕາມ​ພຣະ​ປະ​ສົງ​ແຫ່ງ​ສະ​ຫວັນ ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຖືກ​ກະ​ກຽມ​ໄວ້​ທີ່​ອະ​ເມ​ຣິ​ກາ​ສະ​ໄໝ​ບູ​ຮານ ເພື່ອ​ໃຫ້​ອອກ​ມາ​ປະ​ກາດ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ເພື່ອ​ນຳ​ຈິດ​ວິນ​ຍານ​ມາ​ຫາ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ອົງ​ໃນ “ມື້​ນີ້.” ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ຢາ​ໂຄບ 2:2–3; ໂມ​ໄຊ​ຢາ 2:14, 30; 5:7; ແອວ​ມາ 7:15; ແລະ ຫລາຍ​ຂໍ້​ອື່ນ​ອີກ​ໃນ​ພຣະ​ຄຳ​ພີ​ມໍ​ມອນ.

  2. ໂມ​ໄຊ​ຢາ 2:9.

  3. ແອວ​ມາ 53:20.

  4. Teachings of Presidents of the Church: Joseph Smith (2007), 64. ການ​ຖະ​ແຫລງ​ເຕັມ​ສະ​ບັບ​ຂອງ​ໂຈ​ເຊັບ ສະ​ມິດ ທີ່​ໄດ້​ກ່າວ​ຢູ່​ທີ່​ສະ​ພາ​ກັບ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ເມື່ອ​ວັນ​ທີ 28 ເດືອນ​ພະ​ຈິກ, 1841 ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ບອກ​ພີ່​ນ້ອງ​ທຸກ​ຄົນ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ພີ​ທີ່​ຖືກ​ຕ້ອງ​ທີ່​ສຸດ​ໃນ​ໂລກ​ເໜືອ​ກວ່າ​ພຣະ​ຄຳ​ພີ​ໃດໆ ແລະ ມັນ​ເປັນ​ທັງ​ຫລັກ​ສີ​ລາ​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ ແລະ ມະ​ນຸດ​ທຸກ​ຄົນ​ຈະ​ໄດ້​ເຂົ້າ​ໃກ້​ພຣະ​ເຈົ້າ​ໂດຍ​ການ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ພຣະ​ຄຳ​ພີ​ນີ້​ຫລາຍ​ກວ່າ​ປະ​ຕິ​ບັດ​ຕາມ​ໜັງ​ສື​ເຫລັ້ມ​ອື່ນໆ.” ການ​ອ້າງ​ເຖິງ​ຄຳ​ທີ່​ວ່າ “ຖືກ​ຕ້ອງ” ອາດ​ເປັນ​ເພາະ​ການ​ເປີດ​ເຜີຍ​ທີ່​ໄດ້​ຮັບ​ໃນ​ການ​ແປ ແລະ ຄຳ​ສອນ​ທີ່​ຖືກ​ສອນ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ທີ່​ສະ​ຖາ​ປະ​ນາ​ຄວາມ​ຈິງ​ທີ່ “ແຈ່ມ​ແຈ້ງ ແລະ ມີ​ຄ່າ” ໄດ້​ດີ​ກວ່າ​ໜັງ​ສື​ເຫລັ້ມ​ອື່ນໆ (ເບິ່ງ 1 ນີ​ໄຟ 13:40).

  5. ເບິ່ງ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ: ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ,” ການ​ປະ​ກາດ​ໂດຍ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ວັນ​ທີ 1 ເດືອນ​ມັງ​ກອນ, 2000: “ພວກ​ເຮົາ​ສະ​ແດງ​ປະ​ຈັກ​ພະ​ຍານ, ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຢ່າງ​ຖືກ​ຕ້ອງ​ຂອງ​ພຣະ​ອົງ—ວ່າ​ພຣະ​ເຢ​ຊູ​ຄື ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ, ພຣະ​ບຸດ​ທີ່​ເປັນ​ອະ​ມະ​ຕະ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ເປັນ​ກະ​ສັດ​ເອ​ມາ​ນູ​ເອນ​ຜູ້​ຍິ່ງ​ໃຫຍ່, ຜູ້​ຊຶ່ງ​ທຸກ​ວັນ​ນີ້​ປະ​ທັບ​ຢືນ​ຢູ່​ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ. ພຣະ​ອົງ​ເປັນ​ຄວາມ​ສະ​ຫວ່າງ, ເປັນ​ຊີ​ວິດ, ແລະ ເປັນ​ຄວາມ​ຫວັງ​ຂອງ​ໂລກ. ທິດ​ທາງ​ຂອງ​ພຣະ​ອົງ​ເປັນ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ຄວາມ​ສຸກ​ໃນ​ຊີ​ວິດ​ນີ້ ແລະ ໃນ​ຊີ​ວິດ​ນິ​ລັນ​ດອນ ໃນ​ໂລກ​ທີ່​ຈະ​ມາ​ເຖິງ. ຂໍ​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ສຳ​ລັບ​ຂອງ​ປະ​ທານ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ຂອງ​ພຣະ​ບຸດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ” (ChurchofJesusChrist.org).

  6. ເບິ່ງ ເອ​ຊາ​ຢາ 49:26; 1 ນີ​ໄຟ 21:26; 22:12; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 66:1.

  7. ຈະ​ພົບ​ເຫັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ພຣະ​ຄຳ​ພີ. ຍົກ​ຕົວ​ຢ່າງ, ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ເລ​ມັນ ແລະ ເລ​ມູ​ເອນ ໄດ້​ຖາມ​ວ່າ, “ຮາວ​ເຫລັກ​ນັ້ນ ໝາຍ​ຄວາມ​ວ່າ​ແນວ​ໃດ?” ເມື່ອ​ອ້າງ​ເຖິງ​ຄວາມ​ຝັນ​ຂອງ​ລີ​ໄຮ. ນີ​ໄຟ​ໄດ້​ຕອບ​ພວກ​ເຂົາ​ວ່າ, “ນັ້ນ​ຄື ພຣະ​ຄຳ​ຂອງ​ພຣະ​ເຈົ້າ; ແລະ ຜູ້​ໃດ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ແລະ ຈະ​ຍຶດ​ໝັ້ນ​ແລ້ວ, ພວກ​ເຂົາ​ຈະ​ບໍ່​ຕາຍ​ເລີຍ; ທັງ​ສິ່ງ​ລໍ້​ລວງ ແລະ ລູກ​ສອນ​ໄຟ​ຂອງ​ຜູ້​ປໍ​ລະ​ປັກ​ກໍ​ຈະ​ບໍ່​ອາດ​ເອົາ​ຊະ​ນະ​ໂດຍ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຕາ​ບອດ ເພື່ອ​ຈະ​ນຳ​ພວກ​ເຂົາ​ໄປ​ສູ່​ຄວາມ​ພິ​ນາດ​ໄດ້” (1 ນີ​ໄຟ 15:23–24).

  8. ເບິ່ງ “ການ​ຟື້ນ​ຟູ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ: ການ​ປະ​ກາດ​ຕໍ່​ໂລກ​ເນື່ອງ​ໃນ​ວາ​ລະ​ຄົບ​ຮອບ​ສອງ​ຮ້ອຍ​ປີ,” ຊຶ່ງ​ລວມ​ທັງ​ຂໍ້​ຄວາມ​ດັ່ງ​ຕໍ່​ໄປ​ນີ້​ວ່າ: “ພວກ​ເຮົາ​ປະ​ກາດ​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຊຶ່ງ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 6 ເດືອນ​ເມ​ສາ, 1830, ຄື​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ໃນ​ພຣະ​ຄຳ​ພີ​ໃໝ່​ທີ່​ຖືກ​ຟື້ນ​ຟູ. ສາດ​ສະ​ໜາ​ຈັກ​ນີ້​ຍຶດ​ໝັ້ນ​ຢູ່​ທີ່​ພຣະ​ຊົນ​ຊີບ​ທີ່​ດີ​ພ້ອມ​ຂອງ​ຫີນເສົາ​ເອກອັນສຳ​ຄັນ, ພຣະ​ເຢ​ຊູ​ຄຣິດ, ແລະ ໃນ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ ແລະ ໃນ​ການ​ຟື້ນ​ຄືນ​ພຣະ​ຊົນ​ທີ່​ຈິງ​ແທ້​ຂອງ​ພຣະ​ອົງ. ອີກ​ເທື່ອ​ໜຶ່ງ ພຣະ​ເຢ​ຊູ​ຄຣິດ​ໄດ້​ເອີ້ນ​ເອົາ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ ແລະ ໄດ້​ມອບ​ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ພວກ​ເພິ່ນ. ພຣະ​ອົງ​ເຊື້ອ​ເຊີນ​ເຮົາ​ທຸກ​ຄົນ​ໃຫ້​ມາ​ຫາ​ພຣະ​ອົງ ແລະ ມາ​ຫາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ເພື່ອ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ພິ​ທີ​ການ​ແຫ່ງ​ຄວາມ​ລອດ, ແລະ ຄວາມ​ສຸກ​ທີ່​ຍືນ​ຍາວ. … ພວກ​ເຮົາ​ຍິນ​ດີ​ທີ່​ຈະ​ປະ​ກາດ​ວ່າ ການ​ຟື້ນ​ຟູ​ທີ່​ສັນ​ຍາ​ຍັງ​ດຳ​ເນີນ​ໄປ​ໜ້າ ຜ່ານ​ທາງ​ການ​ເປີດ​ເຜີຍ​ອັນ​ຕໍ່​ເນື່ອງ. ແຜ່ນ​ດິນ​ໂລກ​ຈະ​ບໍ່​ເໝືອນ​ເດີມ​ອີກ, ຂະ​ນະ​ທີ່​ພຣະ​ເຈົ້າ ‘ຮວບ​ຮວມ​ສິ່ງ​ສາ​ລະ​ພັດ​ໄວ້​ໃນ​ພຣະ​ຄຣິດ’ (ເອ​ເຟ​ໂຊ 1:10)” (ChurchofJesusChrist.org).

  9. 2 ນີ​ໄຟ 4:16.

  10. ເບິ່ງ Quentin L. Cook, “Be Not Weary in Well-Doing” (Brigham Young University devotional, Aug. 24, 2020), speeches.byu.edu; Eliza Smith-Driggs, “This Week on Social: How to Develop a Love for the Lord, Yourself and Others,” Church News, July 17, 2020, thechurchnews.com.

  11. ການ​ອ່ານ​ເທື່ອ​ທີ​ສາມ, ສີ​ເຫລືອງ: ທໍ​ລະ​ນີ​ສາດ ຫລື ພູມ​ສາດ; ການ​ອ່ານ​ເທື່ອ​ທີ​ສີ່, ສີ​ດຳ: ເລື່ອງ​ລາວ​ໃນ​ພຣະ​ຄຳ​ພີ​ມໍ​ມອນ.

  12. “ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ” ຖືກ​ຕື່ມ​ໃສ່​ເປັນ​ຊື່​ຮອງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ທຸກໆ​ສະ​ບັບ. ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ປ່ຽນ​ຊື່​ເພື່ອ​ເນັ້ນ​ເຖິງ​ຈຸດ​ປະ​ສົງ​ຂອງ​ພຣະ​ຄຳ​ພີ​ດັ່ງ​ທີ່​ກ່າວ​ຢູ່​ໃນ ໜ້າ​ວິ​ເຄາະ​ສະ​ບັບ: “ເພື່ອ​ໃຫ້​ຊາວ​ຢິວ ແລະ ຄົນ​ຕ່າງ​ຊາດ​ຮັບ​ຮູ້​ວ່າ​ພຣະ​ເຢ​ຊູ​ຄື ພຣະ​ຄຣິດ ພຣະ​ເຈົ້າ​ຜູ້​ສະ​ຖິດ​ນິ​ລັນ​ດອນ ຜູ້​ຊຶ່ງ​ສະ​ແດງ​ພຣະ​ອົງ​ເອງ​ໃຫ້​ປະ​ຈັກ​ແກ່​ປະ​ຊາ​ຊາດ​ທັງ​ປວງ.”

  13. ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຄື​ການ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະ​ອົງ. ສາ​ນຸ​ສິດ​ໄດ້​ຮັບ​ບັບ​ຕິ​ສະ​ມາ; ເຂົາ​ເຈົ້າ​ໄດ້​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ; ເຂົາ​ເຈົ້າ​ພະ​ຍາ​ຍາມ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ​ໂດຍ​ການ​ຮັບ​ເອົາ​ຄຸນ​ສົມ​ບັດ​ຂອງ​ພຣະ​ອົງ​ທີ່​ບັນ​ຍາຍ​ໂດຍ​ອັກ​ຄະ​ສາ​ວົກ​ເປ​ໂຕ ວ່າ: “ເພາະ​ເຫດ​ນີ້​ແຫລະ ເຈົ້າ​ທັງ​ຫລາຍ​ຈົ່ງ​ອົດ​ສາ​ພະ​ຍາ​ຍາມ​ຈົນ​ສຸດ​ກຳ​ລັງ, ເພື່ອ​ຈະ​ເອົາ​ຄຸນ​ຄວາມ​ດີ​ເພີ່ມ​ຄວາມ​ເຊື່ອ; ແລະ ເອົາ​ຄວາມ​ຮູ້​ເພີ່ມ​ຄວາມ​ດີ; ເອົາ​ຄວາມ​ຮູ້​ຈັກ​ບັງ​ຄັບ​ຕົນ​ເພີ່ມ​ຄວາມ​ຮູ້; ເອົາ​ຄວາມ​ໝັ້ນ​ໃຈ​ເພີ່ມ​ຄວາມ​ບັງ​ຄັບ​ຕົນ; ເອົາ​ຄວາມ​ເຫລື້ອມ​ໃສ​ໃນ​ພຣະ​ເຈົ້າ​ເພີ່ມ​ຄວາມ​ໝັ້ນ​ໃຈ; ເອົາ​ຄວາມ​ຮັກ​ພີ່​ນ້ອງ​ເພີ່ມ​ຄວາມ​ເຫລື້ອມ​ໃສ​ໃນ​ພຣະ​ເຈົ້າ; ແລະ ເອົາ​ຄວາມ​ຮັກ​ຄົນ​ທົ່ວ​ໄປ​ເພີ່ມ​ຄວາມ​ຮັກ​ພີ່​ນ້ອງ” (2 ເປ​ໂຕ 1:5–7; ເບິ່ງ ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດ​ສະ​ໜາ [2004], 143–55) ນຳ​ອີກ.

  14. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ທ່ານ​ໝໍ​ຜ່າ​ຕັດ​ຫົວ​ໃຈ​ທີ່​ເປັນ​ທີ່​ຮູ້​ຈັກ​ຕະ​ຫລອດ​ທົ່ວ​ໂລກ ກ່ອນ​ການ​ເອີ້ນ​ຂອງ​ເພິ່ນ​ສູ່​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ໃນ​ປີ 1984, ໄດ້​ກ່າວ​ປາ​ໄສ​ຢູ່​ທີ່​ໂຮງ​ຮຽນ​ການ​ແພດ​ຢູ່​ເມືອງ​ອັກ​ຄຣາ, ປະ​ເທດ​ກາ​ນາ, ໃນ​ປີ 1986 ກ່ຽວ​ກັບ​ປະ​ຫວັດ​ຂອງ​ການ​ຜ່າ​ຕັດ​ຫົວ​ໃຈ. ຕໍ່​ມາ​ເມື່ອ​ສື່​ມວນ​ຊົນ​ໄດ້​ສຳ​ພາດ​ເພິ່ນ, ເພິ່ນ​ໄດ້​ອະ​ທິ​ບາຍ​ວ່າ​ເພິ່ນ​ເປັນ “ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຈະ​ຊ່ວຍ​ໃຫ້ [ຜູ້​ຄົນ] ກາຍ​ເປັນ​ປະ​ຊາ​ຊົນ​ທີ່​ດີ​ຂຶ້ນ, ສ້າງ​ຄອບ​ຄົວ​ທີ່​ເຂັ້ມ​ແຂງ, ເພື່ອ​ຈະ​ໄດ້​ຮັບ​ຄວາມ​ສຸກ​ທີ່​ແທ້​ຈິງ ແລະ ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ.” ເພິ່ນ​ໄດ້​ກັບ​ຄືນ​ໄປ​ເມືອງ​ອັກ​ຄຣາ, ປະ​ເທດ​ກາ​ນາ, ເມື່ອ​ວັນ​ທີ 16 ເດືອນ​ພະ​ຈິກ, 2001, ສຳ​ລັບ​ພິ​ທິ​ອຸ​ທິດ​ທີ່​ດິນ​ກໍ່​ສ້າງ​ພຣະ​ວິ​ຫານ​ອັກ​ຄຣາ ກາ​ນາ (ເບິ່ງ “Ground Broken for First Temple in West Africa,” Church News, Nov. 24, 2001, thechurchnews.com).

  15. ເບິ່ງ General Handbook: Serving in The Church of Jesus Christ of Latter-day Saints, 5.1.1.1: “ໃນ​ວັນ​ເວ​ລາ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ເອີ້ນ​ຜູ້​ຊາຍ​ຜ່ານ​ທາງ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ ເພື່ອ​ແຕ່ງ​ຕັ້ງ​ໃຫ້​ເປັນ​ອັກ​ຄະ​ສາ​ວົກ ແລະ ເພື່ອ​ຮັບ​ໃຊ້​ຢູ່​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ (​ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:26–28)” (ChurchofJesusChrist.org).

  16. ເບິ່ງ Russell M. Nelson, “The Book of Mormon: What Would Your Life Be Like without It?,” Liahona, Nov. 2017, 60.

  17. 3 ນີ​ໄຟ 11:10–11.

  18. ເບິ່ງ Russell M. Nelson, “The Book of Mormon: What Would Your Life Be Like without It?,” 61.

  19. Russell M. Nelson, “The Book of Mormon: What Would Your Life Be Like without It?,” 62.

  20. ເບິ່ງ ໂມ​ເຊ 7:62.

  21. ພຣະ​ວິ​ຫານ​ເບ​ອີ​ຣາ ໂມ​ຊຳ​ບິກ ຖືກ​ປະ​ກາດ​ເມື່ອ ວັນ​ທີ 4 ເດືອນ​ເມ​ສາ, 2021, ໂດຍ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ປະ​ຊາ​ຊົນ​ຫລາຍ​ກວ່າ​ເຄິ່ງ​ລ້ານ​ຄົນ​ອາ​ໄສ​ຢູ່​ທີ່​ເມືອງ​ເບ​ອີ​ຣາ, ຊຶ່ງ​ຕັ້ງ​ຢູ່​ແຄມ​ມະ​ຫາ​ສະ​ໝຸດ​ອິນ​ເດຍ.

  22. ຕົວ​ຢ່າງ​ຂອງ​ຄວາມ​ຫວັງ ແລະ ຄຳ​ສັນ​ຍາ​ທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ລວມ​ທັງ 2 ນີ​ໄຟ 31:20; ຢາ​ໂຄບ 4:4–6; ແອວ​ມາ 13:28–29; 22:16; 34:41; ອີ​ເທີ 12:32; ໂມ​ໂຣ​ໄນ 7:41; 8:26.

  23. ແອວ​ເດີ ແລະ ຊິດ​ສະ​ເຕີ ແຣັສ໌​ແບນ ໄດ້​ພົບ​ກັບ​ຄອບ​ຄົວ​ກະ​ສັດ ເມື່ອ​ວັນ​ທີ 10 ເດືອນ​ກຸມ​ພາ, 2020, ຕອນ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ມອບ​ໝາຍ​ທີ່​ອາ​ຟຣິ​ກາ ເພື່ອ​ອຸ​ທິດ​ພຣະ​ວິ​ຫານ​ເດີ​ແບນ ອາ​ຟຣິ​ກາ​ໃຕ້.

  24. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:23.

  25. ແອວ​ເດີ ແຣັສ໌​ແບນ ໄດ້​ພົບ​ທ່ານ​ທູດ​ອິນ​ດຣາ ມາ​ນີ ແພນ​ດີ, ຜູ້​ແທນ​ຖາ​ວອນ​ຂອງ​ປະ​ເທດ​ອິນ​ເດຍ​ທີ່​ສະ​ຫະ​ປະ​ຊາ​ຊາດ ແລະ ອົງ​ການ​ນາ​ນາ​ຊາດ​ອື່ນໆ​ທີ່​ເມືອງ​ເຈ​ນີ​ວາ, ຕອນ​ປະ​ຕິ​ບັດ​ໜ້າ​ທີ່​ມອບ​ໝາຍ​ທີ່​ກອງ​ປະ​ຊຸມ​ລະ​ຫວ່າງ​ສາດ​ສະ​ໜາ​ທີ່​ເມືອງ​ໂບ​ໂລ​ນາ, ປະ​ເທດ​ອີ​ຕາ​ລີ, ເມື່ອ​ວັນ​ທີ 17 ເດືອນ​ກັນ​ຍາ, 2021.

  26. ແອວ​ເດີ ແຣັສ໌​ແບນ ໄດ້​ພົບ​ຄຸນ​ພໍ່​ປິ​ຕຸ​ບັດ​ຕາ​ໂລ​ມິວ ​ຈາກ​ໂບດ​ໂອ​ຕະ​ດອກສ໌​ພາກ​ຕາ​ເວັນ​ອອກ ຕອນ​ປະ​ຕິ​ບັດ​ໜ້າ​ທີ່​ມອບ​ໝາຍ​ທີ່​ກອງ​ປະ​ຊຸມ​ລະ​ຫວ່າງ​ສາດ​ສະ​ໜາ​ທີ່​ເມືອງ​ໂບ​ໂລ​ນາ, ປະ​ເທດ​ອີ​ຕາ​ລີ, ເມື່ອ​ວັນ​ທີ 13 ເດືອນ​ກັນ​ຍາ, 2021.

  27. Teachings: Joseph Smith, 64. ຫລັກ​ສີ​ລາ​ສຳ​ຄັນ​ແມ່ນ​ກ້ອນ​ຫີນ​ທີ່​ມີ​ລັກ​ສະ​ນະ​ຄື​ຫລີ້ມ ຢູ່​ຈຸດ​ກາງ​ສູງ​ສຸດ​ຂອງ​ປະ​ຕູ​ໂຂງ, ທີ່​ຍຶດ​ຫີນ​ກ້ອນ​ອື່ນໆ​ໄວ້​ນຳ​ກັນ. ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ບັນ​ຍາຍ​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ “ຫລັກ​ສີ​ລາ​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ” ເພາະ​ຄວາມ​ສຳ​ຄັນ​ຂອງ​ມັນ​ໃນ​ການ​ເຕົ້າ​ໂຮມ​ສາດ​ສະ​ໜາ​ຈັກ​ຜ່ານ​ທາງ​ຫລັກ​ທຳ ແລະ ພິ​ທີ​ການ. ພຣະ​ຄຳ​ພີ​ມໍ​ມອນ​ເປັນ “ຫລັກ​ສີ​ລາ​ສຳ​ຄັນ” ສຳ​ລັບ​ຊີ​ວິດ​ຂອງ​ສະ​ມາ​ຊິກ, ທີ່​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຍຶດ​ໝັ້ນ​ຢູ່​ຢ່າງ​ໝັ້ນ​ຄົງ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

  28. ເບິ່ງ ເອ​ເຟ​ໂຊ 2:19–20. ພຣະ​ເຢ​ຊູ​ຄຣິດ​ຄື​ຫີນ​ເສົາ​ເອກ​ອັນ​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ຊຶ່ງ​ມີ​ພຣະ​ນາມ​ຂອງ​ພຣະ​ອົງ. ດັ່ງ​ທີ່​ການ​ວາງ​ຫີນ​ເສົາ​ເອກ​ຢູ່​ທີ່​ພຣະ​ວິ​ຫານ​ກໍ​ເປັນ​ແບບ​ສັນ​ຍາ​ລັກ​ຂອງ​ຫີນ​ເສົາ​ເອກ​ທີ່​ປະ​ກອບ​ເປັນ​ພື້ນ​ຖານ​ຂອງ​ບ້ານ​ຂອງ​ພຣະ​ເຈົ້າ, ພຣະ​ເຢ​ຊູ​ຄຣິດ​ກໍ​ເປັນ​ຫີນ​ເສົາ​ເອກ​ຂອງ​ສັດ​ທາ ແລະ ຄວາມ​ລອດ​ຂອງ​ເຮົາ. ພຣະ​ອົງ​ໄດ້​ສະ​ລະ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ເພື່ອ​ວ່າ​ເຮົາ​ຈະ​ມີ​ຊີ​ວິດ; ບໍ່​ມີ​ໃຜ​ຈະ​ທຽບ​ເທົ່າ​ກັບ​ພຣະ​ອົງ​ໄດ້​ເລີຍ​ໃນ​ຄວາມ​ເຂັ້ມ​ແຂງ, ໃນ​ຈຸດ​ປະ​ສົງ, ຫລື ໃນ​ຄວາມ​ຮັກ.

  29. ທ່ານ​ສາ​ມາດ​ແບ່ງ​ປັນ​ຈາກ​ໂທ​ລະ​ສັບ​ມື​ຖື​ຂອງ​ທ່ານ. ວິ​ທີ​ໜຶ່ງ​ກໍ​ແມ່ນ​ໂດຍ​ການ​ເປີດ​ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ, ໄປ​ຫາ​ບ່ອນ​ຮວບ​ຮວມ “ພຣະ​ຄຳ​ພີ”, ແລະ ແລ້ວ​ກົດ “ແບ່ງ​ປັນ​ດຽວ​ນີ້” ຢູ່​ຂ້າງ​ເທິງ. ຫລື ຈາກ​ແອັບ​ພາຍ​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ທ່ານ​ສາ​ມາດ​ກົດ​ເຄື່ອງ​ໝາຍ “ແບ່ງ​ປັນ” ຊຶ່ງ​ມີ​ລະ​ຫັດ​ດິ​ຈິ​ຕັນ ທີ່​ໝູ່​ເພື່ອນ​ສາ​ມາດ​ສະ​ແກນ​ໄດ້​ງ່າຍໆ​ໂດຍ​ການ​ໃຊ້​ໂທ​ລະ​ສັບ​ຂອງ​ເຂົາ.

  30. Russell M. Nelson, “Hope of Israel” (worldwide youth devotional, June 3, 2018), HopeofIsrael.ChurchofJesusChrist.org. “ເມື່ອ​ວັນ​ທີ 3 ເດືອນ​ມິ​ຖຸ​ນາ, 2018, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ແລະ ພັນ​ລະ​ຍາ​ຂອງ​ເພິ່ນ, ເວັນ​ດີ ດັບ​ເບິນ​ຢູ ແນວ​ສັນ, ໄດ້​ເຊື້ອ​ເຊີນ​ຊາວ​ໜຸ່ມ​ໃຫ້ ‘ເຂົ້າ​ຮ່ວມ​ກອງ​ທັບ​ຊາວ​ໜຸ່ມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ’ ແລະ ມີ​ສ່ວນ​ຮ່ວມ​ໃນ ‘ການ​ທ້າ​ທາຍ​ທີ່ ຍິ່ງ​ໃຫຍ່​ທີ່​ສຸດ, ອຸ​ດົມ​ການ​ທີ່ ຍິ່ງ​ໃຫຍ່​ທີ່​ສຸດ, ແລະ ວຽກ​ງານ​ທີ່ ຍິ່ງ​ໃຫຍ່​ທີ່​ສຸດ ຢູ່​ເທິງ​ແຜ່ນ​ດິນ​ໂລກ.’ ແລະ ແມ່ນ​ຫຍັງ​ຄື​ການ​ທ້າ​ທາຍ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ? ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ” (Charlotte Larcabal, “A Call to Enlist and Gather Israel,” New Era, Mar. 2019, 24).

  31. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 123:12.

  32. ເບິ່ງ 2 ນີ​ໄຟ 4:27; ໂມ​ໄຊ​ຢາ 4:3; 15:18; ແອວ​ມາ 46:12.

  33. 1 ນີ​ໄຟ 13:37.

ພິມ