ການເຫັນພຣະເຢຊູຄຣິດຫລາຍຂຶ້ນໃນຊີວິດຂອງເຮົາ
ພຣະຜູ້ຊ່ວຍໃຫ້ລອດເຊື້ອເຊີນເຮົາໃຫ້ເບິ່ງຊີວິດຂອງເຮົາຜ່ານພຣະອົງ, ເພື່ອຈະເຫັນພຣະອົງຫລາຍຂຶ້ນໃນຊີວິດຂອງເຮົາ.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າຖ່ອມໃຈຫລາຍທີ່ໄດ້ມາກ່າວກັບທ່ານໃນເຊົ້າມື້ນີ້. ຂ້າພະເຈົ້າຜູກມັດຫົວໃຈຂອງຂ້າພະເຈົ້າໄວ້ກັບທ່ານດ້ວຍຄວາມກະຕັນຍູໃນການເຕົ້າໂຮມກັນ, ບໍ່ວ່າທ່ານຈະຢູ່ໃສໃນໂລກ, ເພື່ອຮັບຟັງຂ່າວສານຈາກສາດສະດາ, ອັກຄະສາວົກ, ຜູ້ພະຍາກອນ, ຜູ້ເປີດເຜີຍ, ແລະ ຜູ້ນຳໃນອານາຈັກຂອງພຣະເຈົ້າ. ເຮົາປຽບທຽບຄືກັນກັບຜູ້ຄົນໃນສະໄໝກະສັດເບັນຢາມິນ, ຕັ້ງຜ້າເຕັນຂອງເຮົາ ແລະ ເປີດປະຕູຂອງເຮົາໄວ້ ແລະ ມຸ່ງໜ້າໄປຫາສາດສະດາຂອງພຣະເຈົ້າເທິງໂລກນີ້,1 ປະທານຣະໂຊ ເອັມ ແນວສັນ.
ຂ້າພະເຈົ້າສາຍຕາບໍ່ດີເປັນເວລາດົນນານມາແລ້ວເທົ່າທີ່ຂ້າພະເຈົ້າຈື່ໄດ້ ແລະ ຕ້ອງການຄວາມຊ່ວຍເຫລືອຈາກແວ່ນຕາຂະຫຍາຍເພື່ອຊ່ວຍແກ້ໄຂການເບິ່ງເຫັນຂອງຂ້າພະເຈົ້າ. ເມື່ອຂ້າພະເຈົ້າມືນຕາຂຶ້ນມາທຸກໆເຊົ້າ, ໂລກປະກົດວ່າສັບສົນໄປໝົດ. ທຸກສິ່ງທຸກຢ່າງບໍ່ມີຈຸດສຸມ, ເປັນເມັດນ້ອຍໆ, ແລະ ບິດບ້ຽວ. ແມ່ນແຕ່ສາມີທີ່ຮັກຂອງຂ້າພະເຈົ້າກໍຍັງເຫັນເປັນເລືອນລາງບໍ່ມີຕົວຕົນຫລາຍກວ່າການເປັນຄົນທີ່ມີຮູບຮ່າງໜ້າຮັກ ແລະ ປອບໂຍນຄືກັບທີ່ລາວເປັນຢູ່! ການເຫັນສະທ້ອນກັບຂອງຂ້າພະເຈົ້າເປັນທີ່ຈຳເປັນ, ກ່ອນການເລີ່ມຕົ້ນມື້ໃໝ່ຂອງຂ້າພະເຈົ້າ, ຄືການຢື້ເອົາແວ່ນຕາຂອງຂ້າພະເຈົ້າມາໃສ່ເພື່ອຊ່ວຍໃຫ້ຂ້າພະເຈົ້າເບິ່ງເຫັນທຸກຢ່າງອ້ອມຂ້າງຂ້າພະເຈົ້າ ແລະ ເພີດເພີນໄປກັບປະສົບການທີ່ມີຊີວິດຊີວາຫລາຍຂຶ້ນຂະນະທີ່ມັນຊ່ວຍນຳທາງຂ້າພະເຈົ້າຕະຫລອດມື້ຂອງຂ້າພະເຈົ້າ.
ຫລາຍປີຜ່ານມາ, ຂ້າພະເຈົ້າໄດ້ຮັບຮູ້ວ່າພຶດຕິກຳນີ້ສະແດງໃຫ້ເຫັນຊີວິດປະຈຳວັນຂອງຂ້າພະເຈົ້າແມ່ນເພິ່ງພາອາໄສສອງຢ່າງຄື: ຢ່າງທຳອິດ, ເຄື່ອງມືໃນການຊ່ວຍໃຫ້ຂ້າພະເຈົ້າກະຈ່າງແຈ້ງ, ເອົາໃຈໃສ່, ແລະ ເຫັນໂລກອ້ອມຕົວຂອງຂ້າພະເຈົ້າ; ແລະ ຢ່າງທີສອງ, ຄວາມຈຳເປັນສຳລັບການນຳທາງທີ່ແທ້ຈິງ ເພື່ອຊີ້ບອກໃຫ້ຂ້າພະເຈົ້າໄປໃນທາງທີ່ຖືກຕ້ອງ. ການປະຕິບັດທີ່ລຽບງ່າຍປະຈຳວັນນີ້ສະທ້ອນໃຫ້ຂ້າພະເຈົ້າເຫັນຂໍ້ສັງເກດທີ່ສຳຄັນເຖິງຄວາມສຳພັນຂອງເຮົາກັບພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ.
ໃນຊີວິດຂອງເຮົາທີ່ຫລາຍເທື່ອມັກຈະມີຄຳຖາມ, ຄວາມກັງວົນ, ຄວາມກົດດັນ ແລະ ໂອກາດຕ່າງໆ, ຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດທີ່ມີຕໍ່ເຮົາແຕ່ລະຄົນ ແລະ ໃນຖານະລູກໆແຫ່ງພັນທະສັນຍາຂອງພຣະອົງ, ພ້ອມທັງຄຳສອນ ແລະ ກົດຂອງພຣະອົງນຳອີກ ແມ່ນມີແຫລ່ງຊ່ວຍປະຈຳວັນທີ່ເຮົາສາມາດເພິ່ງພາໃຫ້ເປັນ “ຄວາມສະຫວ່າງຊຶ່ງສອດສ່ອງ, … ໃຫ້ດວງຕາ [ຂອງເຮົາ] ແຈ້ງ [ສະຫວ່າງ] [ແລະ] ໃຫ້ຊີວິດຊີວາ [ແກ່] ຄວາມເຂົ້າໃຈ [ຂອງເຮົາ].”2 ຂະນະທີ່ເຮົາສະແຫວງຫາພອນຂອງພຣະວິນຍານໃນຊີວິດຂອງເຮົາ, ເຮົາຈະສາມາດ, ດັ່ງທີ່ຢາໂຄບໄດ້ສິດສອນ, ເຫັນ “ເລື່ອງດັ່ງທີ່ເປັນຈິງ, ແລະ … ເຖິງເລື່ອງດັ່ງທີ່ຈະເປັນຈິງ.”3
ໃນຖານະລູກໆແຫ່ງພັນທະສັນຍາຂອງພຣະເຈົ້າ, ເຮົາໄດ້ຮັບພອນພິເສດດ້ວຍເຄື່ອງມືຢ່າງຫລວງຫລາຍທີ່ຖືກກຳນົດໄວ້ຈາກສະຫວັນ ເພື່ອປັບປຸງວິໄສທັດທາງວິນຍານຂອງເຮົາ. ພຣະຄຳ ແລະ ຄຳສອນຂອງພຣະເຢຊູຄຣິດຕາມທີ່ໄດ້ບັນທຶກໄວ້ໃນພຣະຄຳພີ ແລະ ຂ່າວສານຕ່າງໆຈາກສາດສະດາຜູ້ທີ່ຖືກເລືອກຂອງພຣະອົງ, ແລະ ພຣະວິນຍານຂອງພຣະອົງ ໄດ້ຮັບຜ່ານທາງການອະທິຖານທຸກມື້, ການໄປພຣະວິຫານເປັນປະຈຳ, ແລະ ພິທີການສິນລະລຶກແຕ່ລະອາທິດ ສາມາດຊ່ວຍໃນການຟື້ນຟູສັນຕິສຸກ ແລະ ມອບຂອງປະທານທີ່ຈຳເປັນແຫ່ງການຫລິງເຫັນ ທີ່ນຳແສງສະຫວ່າງຂອງພຣະຄຣິດ ແລະ ຄວາມເຂົ້າໃຈຂອງພຣະອົງມາສູ່ມຸມຕ່າງໆຂອງຊີວິດເຮົາ ແລະ ໃນໂລກທີ່ມືດມົວ. ພຣະຜູ້ຊ່ວຍໃຫ້ລອດສາມາດເປັນເຂັມທິດ ແລະ ເປັນນາຍເຮືອຂອງເຮົາເຊັ່ນກັນ ໃນຂະນະທີ່ເຮົາຂັບເຮືອຜ່ານກະແສນ້ຳທີ່ສະຫງົບ ແລະ ທີ່ປັ່ນປ່ວນຂອງຊີວິດ. ພຣະອົງສາມາດເຮັດໃຫ້ເສັ້ນທາງທີ່ຖືກຕ້ອງແຈ່ມແຈ້ງຂຶ້ນ ເພື່ອນຳເຮົາໄປສູ່ຈຸດໝາຍປາຍທາງນິລັນດອນຂອງເຮົາ. ສະນັ້ນ ພຣະອົງຢາກໃຫ້ເຮົາເຫັນຫຍັງ, ແລະ ພຣະອົງຢາກໃຫ້ເຮົາໄປໃສ?
ສາດສະດາທີ່ຮັກແພງຂອງເຮົາໄດ້ສິດສອນວ່າ “ຄວາມຕັ້ງໃຈຂອງເຮົາຕ້ອງຍຶດໝັ້ນຢູ່ທີ່ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະກິດຕິຄຸນຂອງພຣະອົງ” ແລະ ວ່າເຮົາຕ້ອງ “ພະຍາຍາມທາງຈິດໃຈທີ່ຈະຫວັງເພິ່ງພຣະອົງ ໃນທຸກ ຄວາມຄິດ.”4 ປະທານແນວສັນຍັງໄດ້ສັນຍາອີກວ່າ “ບໍ່ມີສິ່ງໃດທີ່ເຊື້ອເຊີນພຣະວິນຍານໄດ້ຫລາຍກວ່າການສຸມໃຈໃສ່ພຣະເຢຊູຄຣິດ. … ພຣະອົງຈະນຳພາ ແລະ ຊີ້ນຳ ທ່ານ ໃນຊີວິດສ່ວນຕົວຂອງທ່ານ ຖ້າຫາກທ່ານຈະ ຫາເວລາໃຫ້ພຣະອົງ ໃນຊີວິດຂອງທ່ານ—ທຸກໆວັນ.”5 ໝູ່ເພື່ອນທັງຫລາຍ, ພຣະເຢຊູຄຣິດເປັນທັງຈຸດປະສົງຂອງຄວາມຕັ້ງໃຈຂອງເຮົາ ແລະ ເຈດຕະນາຂອງຈຸດໝາຍປາຍທາງຂອງເຮົາ. ເພື່ອຊ່ວຍເຮົາໃຫ້ຄົງທີ່ໃນການມຸ່ງໜ້າໄປໃນທາງທີ່ຖືກຕ້ອງ, ພຣະຜູ້ຊ່ວຍໃຫ້ລອດເຊື້ອເຊີນເຮົາໃຫ້ເບິ່ງຊີວິດຂອງເຮົາ ຜ່ານພຣະອົງ ເພື່ອຈະເຫັນພຣະອົງ ຫລາຍຂຶ້ນ ໃນຊີວິດຂອງເຮົາ. ຂ້າພະເຈົ້າໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບການເຊື້ອເຊີນສະເພາະນີ້ຜ່ານທາງການສຶກສາພຣະຄຳພີເດີມຂອງຂ້າພະເຈົ້າ.
ກົດຂອງໂມເຊໄດ້ຖືກມອບໃຫ້ແກ່ຊາວອິດສະຣາເອນໃນສະໄໝບູຮານ ເປັນພຣະກິດຕິຄຸນກຽມພ້ອມ, ອອກແບບມາເພື່ອກຽມຜູ້ຄົນໃຫ້ພ້ອມສຳລັບພັນທະສັນຍາແຫ່ງຄວາມສຳພັນທີ່ສູງກວ່າກັບພຣະເຈົ້າຜ່ານທາງພຣະເຢຊູຄຣິດ.6 ກົດທີ່, ອຸດົມສົມບູນດ້ວຍເຄື່ອງໝາຍ ຊີ້ບອກຜູ້ທີ່ເຊື່ອໃຫ້ “ມຸ່ງຫາການສະເດັດມາ” ແລະ ການຊົດໃຊ້ຂອງພຣະເຢຊູຄຣິດ,7 ມີຈຸດປະສົງເພື່ອຊ່ວຍຜູ້ຄົນຂອງອິດສະຣາເອນໃຫ້ເອົາໃຈໃສ່ໃນພຣະຜູ້ຊ່ວຍໃຫ້ລອດ ໂດຍໃຊ້ສັດທາໃນພຣະອົງ, ການເສຍສະລະຂອງພຣະອົງ, ແລະ ກົດຂອງພຣະອົງ ແລະ ພຣະບັນຍັດຂອງພຣະອົງ ໃນຊີວິດຂອງພວກເຂົາ8—ມັນແມ່ນເຈດຕະນາທີ່ຈະນຳພວກເຂົາໄປສູ່ຄວາມເຂົ້າໃຈຫລາຍຂຶ້ນກ່ຽວກັບພຣະຜູ້ໄຖ່ຂອງພວກເຂົາ.
ເຊັ່ນດຽວກັບເຮົາໃນທຸກມື້ນີ້, ຜູ້ຄົນຂອງພຣະເຈົ້າໃນສະໄໝບູຮານໄດ້ຮັບການເຊື້ອເຊີນໃຫ້ເບິ່ງຊີວິດຂອງພວກເຂົາ ຜ່ານພຣະອົງ ເພື່ອຈະເຫັນ ພຣະອົງຫລາຍຂຶ້ນ ໃນຊີວິດຂອງພວກເຂົາ. ແຕ່ເມື່ອເຖິງເວລາຂອງການປະຕິບັດສາດສະໜາກິດຂອງພຣະຜູ້ຊ່ວຍໃຫ້ລອດ, ຊາວອິດສະຣາເອນໄດ້ສູນເສຍການເບິ່ງເຫັນພຣະຄຣິດໃນປະເພນີຂອງພວກເຂົາ, ໂດຍປະຖິ້ມພຣະອົງ ແລະ ເພີ່ມເຕີມກົດທີ່ບໍ່ໄດ້ຮັບອະນຸຍາດ ທີ່ບໍ່ມີເຄື່ອງໝາຍໃຫ້ຄວາມຮູ້ຊີ້ບອກເຖິງແຫລ່ງແຫ່ງຄວາມລອດ ແລະ ການໄຖ່ທີ່ແທ້ຈິງແຫ່ງດຽວຂອງພວກເຂົາຄື—ພຣະເຢຊູຄຣິດ.9
ໂລກທຸກມື້ຂອງຊາວອິດສະຣາເອນກາຍເປັນຄວາມສັບສົນ ແລະ ມືດມົວ. ລູກຫລານຂອງອິດສະຣາເອນ, ໃນສະພາບນີ້, ເຊື່ອວ່າການປະຕິບັດ ແລະ ພິທີກຳຂອງກົດ ຄືເສັ້ນທາງໄປສູ່ຄວາມລອດສ່ວນບຸກຄົນ ແລະ ໃນສ່ວນໜຶ່ງໄດ້ຫລຸດຜ່ອນກົດຂອງໂມເຊໃຫ້ເປັນຊຸດພິທີການບໍລິຫານ ປົກຄອງຊີວິດປະຊາຊົນ.10 ສິ່ງນີ້ໄດ້ຮຽກຮ້ອງໃຫ້ພຣະຜູ້ຊ່ວຍໃຫ້ລອດຟື້ນຟູການເອົາໃຈໃສ່ ແລະ ຄວາມກະຈ່າງແຈ້ງຕໍ່ພຣະກິດຕິຄຸນຂອງພຣະອົງ.
ໃນທີ່ສຸດ, ຊາວອິດສະຣາເອນສ່ວນຫລາຍໄດ້ປະຕິເສດຂ່າວສານຂອງພຣະອົງ, ເຖິງຂັ້ນກ່າວຫາພຣະຜູ້ຊ່ວຍໃຫ້ລອດ—ຜູ້ຊຶ່ງ ໃຫ້ ກົດ ແລະ ປະກາດວ່າພຣະອົງ ຄື “ກົດ, ແລະ ແສງສະຫວ່າງ”11—ຂອງການຝ່າຝືນ. ແມ່ນແຕ່ພຣະເຢຊູໄດ້ເທດສະໜາຢູ່ເທິງເນີນພູ, ກ່າວເຖິງກົດຂອງໂມເຊ, ໄດ້ປະກາດວ່າ “ຢ່າຄິດວ່າເຮົາມານີ້ເພື່ອລຶບລ້າງກົດ ແລະ ຖ້ອຍຄຳຂອງສາດສະດາ: ເຮົາບໍ່ໄດ້ມາເພື່ອລຶບລ້າງ ແຕ່ເຮົາມາເພື່ອເຮັດໃຫ້ມັນສົມບູນ.”12 ແລ້ວພຣະຜູ້ຊ່ວຍໃຫ້ລອດ, ຜ່ານທາງການຊົດໃຊ້ນິລັນດອນຂອງພຣະອົງ, ໄດ້ຢຸດຕິການປະຕິບັດກົດເກນ, ລະບຽບ, ແລະ ພິທີການທີ່ປະຕິບັດໂດຍຊາວອິດສະຣາເອນໃນເວລານັ້ນ. ການເສຍສະລະຄັ້ງສຸດທ້າຍຂອງພຣະອົງນຳໄປສູ່ການປ່ຽນແປງຈາກການເຜົາເຄື່ອງບູຊາຖວາຍ ມາເປັນການສະແດງອອກດ້ວຍ “ໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ,” ຂອງເຮົາ13 ຈາກພິທີການແຫ່ງການເສຍສະລະ ມາເປັນພິທີການແຫ່ງສິນລະລຶກ.
ປະທານເອັມ ຣະໂຊ ບາເລີດ, ໄດ້ສິດສອນໃນຫົວຂໍ້ນີ້, ໂດຍກ່າວວ່າ, “ໃນແງ່ໜຶ່ງ, ການເສຍສະລະໄດ້ປ່ຽນຈາກການຖວາຍເປັນ ເຄື່ອງບູຊາ ມາເປັນ ຜູ້ບູຊາ.”14 ເມື່ອເຮົານຳເອົາເຄື່ອງບູຊາມາຖວາຍໃຫ້ກັບພຣະຜູ້ຊ່ວຍໃຫ້ລອດ, ເຮົາໄດ້ຖືກເຊື້ອເຊີນໃຫ້ເບິ່ງພຣະເຢຊູຄຣິດຫລາຍຂຶ້ນໃນຊີວິດຂອງເຮົາ, ເມື່ອເຮົາໃຫ້ຄວາມປະສົງຂອງເຮົາເປັນໄປຕາມພຣະອົງໂດຍການຮັບຮູ້ ແລະ ເຂົ້າໃຈທີ່ພຣະອົງໄດ້ຍອມຕໍ່ພຣະປະສົງຂອງພຣະບິດາ. ເມື່ອເຮົາຈົດຈໍ່ຢູ່ທີ່ພຣະເຢຊູຄຣິດ, ເຮົາຮັບຮູ້ ແລະ ເຮົາເຂົ້າໃຈວ່າພຣະອົງຄືແຫລ່ງ ແລະ ທາງດຽວເທົ່ານັ້ນທີ່ຈະໄດ້ຮັບການໃຫ້ອະໄພ ແລະ ການໄຖ່, ແມ່ນແຕ່ຈົນເຖິງຊີວິດນິລັນດອນ ແລະ ຄວາມສູງສົ່ງ.
ໂດຍທີ່ເປັນຜູ້ຕິດຕາມພຣະກິດຕິຄຸນມາກ່ອນ, ຂ້າພະເຈົ້າໄດ້ພົບຫລາຍຄົນທີ່ສັງເກດ ແລະ ຮັບຮູ້ການປ່ຽນແປງໃນພຶດຕິກຳ, ການປະພຶດ, ແລະ ການເລືອກຕ່າງໆຂອງຂ້າພະເຈົ້າ ຫລັງຈາກທີ່ຂ້າພະເຈົ້າໄດ້ມາເຂົ້າຮ່ວມສາດສະໜາຈັກ. ເຂົາເຈົ້າສົງໄສກ່ຽວກັບວ່າ “ເປັນຫຍັງ” ໃນສິ່ງທີ່ເຂົາເຈົ້າເຫັນ—ເປັນຫຍັງຂ້າພະເຈົ້າຈຶ່ງເລືອກຮັບບັບຕິສະມາ ແລະ ເຂົ້າຮ່ວມກັບຜູ້ທີ່ເຊື່ອກຸ່ມ ນີ້ ແມ່ນແຕ່ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ເປັນຫຍັງຂ້າພະເຈົ້າຈຶ່ງລະເວັ້ນການປະຕິບັດບາງຢ່າງໃນວັນຊະບາໂຕ, ເປັນຫຍັງຂ້າພະເຈົ້າຈຶ່ງຊື່ສັດໃນການຮັກສາກົດພຣະວາຈາແຫ່ງປັນຍາ, ເປັນຫຍັງຂ້າພະເຈົ້າຈຶ່ງອ່ານພຣະຄຳພີມໍມອນ, ເປັນຫຍັງຂ້າພະເຈົ້າຈຶ່ງເຊື່ອ ແລະ ຮວບຮວມເອົາຄຳສອນຂອງສາດສະດາປະຈຸບັນ ແລະ ອັກຄະສາວົກເຂົ້າໃນຊີວິດຂອງຂ້າພະເຈົ້າ, ເປັນຫຍັງຂ້າພະເຈົ້າຈຶ່ງເຂົ້າຮ່ວມການປະຊຸມໂບດທຸກອາທິດ, ເປັນຫຍັງຂ້າພະເຈົ້າຈຶ່ງເຊື້ອເຊີນຄົນອື່ນໃຫ້ “ມາເບິ່ງເອົາ, ໃຫ້ມາຊ່ວຍເຫລືອ, … ໃຫ້ມາເຂົ້າຮ່ວມ,”15 ແລະ “ໃຫ້ມາເປັນພາກສ່ວນ.”16
ໃນເວລານັ້ນ, ຄຳຖາມເຫລົ່ານັ້ນກໍເຮັດໃຫ້ຮູ້ສຶກໜັກໃຈ ແລະ, ເບິ່ງອອກໄດ້ວ່າ, ບາງຄັ້ງກໍເປັນເໝືອນການກ່າວຫາ. ແຕ່ເມື່ອຂ້າພະເຈົ້າຕໍ່ສູ້ກັບການວິຈານຂອງຜູ້ຄົນ, ຂ້າພະເຈົ້າໄດ້ມາຮູ້ວ່າການຖາມຄຳຖາມຂອງພວກເຂົາ, ຄວາມຈິງແລ້ວ, ເປັນການເຊື້ອເຊີນຄັ້ງທຳອິດຂອງຂ້າພະເຈົ້າໃຫ້ຈັບ ແລະ ສວມໃສ່ແວ່ນຕາທາງວິນຍານ ເພື່ອເຮັດໃຫ້ກະຈ່າງແຈ້ງ, ເອົາໃຈໃສ່, ແລະ ເສີມສ້າງໃນສິ່ງທີ່ກະຕຸ້ນໃຫ້ຂ້າພະເຈົ້າຍຶດໝັ້ນໃນແນວທາງປະຕິບັດ ແລະ ມາດຕະຖານພຣະກິດຕິຄຸນ. ແມ່ນຫຍັງທີ່ເປັນແຫລ່ງປະຈັກພະຍານຂອງຂ້າພະເຈົ້າ? ຂ້າພະເຈົ້າເຮັດໄດ້ແຕ່ “ຮັກສາການປະຕິບັດພາຍນອກ” ເທົ່ານັ້ນບໍ ໂດຍບໍ່ໄດ້ເຮັດໃຫ້ການປະຕິບັດເຫລົ່ານັ້ນເຊື່ອມໂຍງກັບກົດຂອງພຣະເຈົ້າເພື່ອ “ເຮັດໃຫ້ສັດທາຂອງ [ຂ້າພະເຈົ້າ] ໝັ້ນຄົງໃນພຣະຄຣິດ”17 ຫລື ການສະແດງອອກໃນຄວາມເຂົ້າໃຈວ່າ ພຣະເຢຊູຄຣິດຊົງເປັນແຫລ່ງອຳນາດດຽວໃນການປະຕິບັດຂອງຂ້າພະເຈົ້າ?
ຜ່ານທາງຄວາມພະຍາຍາມທີ່ຊອບທຳໃນການເບິ່ງ ທີ່ ແລະ ຊອກຫາ ພຣະເຢຊູຄຣິດໃນທຸກຄວາມນຶກຄິດ ແລະ ການກະທຳຂອງຂ້າພະເຈົ້າ, ດວງຕາຂອງຂ້າພະເຈົ້າສະຫວ່າງສະໄຫວ ແລະ ຄວາມເຂົ້າໃຈຂອງຂ້າພະເຈົ້າກໍໄວຂຶ້ນໃນການຮັບຮູ້ວ່າພຣະເຢຊູຄຣິດໄດ້ເອີ້ນໃຫ້ຂ້າພະເຈົ້າ “ມາຫາ” ພຣະອົງ.18 ຈາກການເປັນສານຸສິດໃນຊ່ວງໄວໜຸ່ມຂອງຂ້າພະເຈົ້າ, ຂ້າພະເຈົ້າຍັງຈື່ຈຳຄຳເຊື້ອເຊີນຂອງຜູ້ສອນສາດສະໜາຕໍ່ຂ້າພະເຈົ້າ ໃຫ້ມາຮ່ວມນຳເຂົາເຈົ້າໃນຂະນະທີ່ເຂົາເຈົ້າສິດສອນພຣະກິດຕິຄຸນໃຫ້ກັບຍິງໜຸ່ມກຸ່ມໜຶ່ງທີ່ອາຍຸລຸ້ນດຽວກັບຂ້າພະເຈົ້າ. ແລງມື້ໜຶ່ງ, ຂະນະທີ່ພວກເຮົານັ່ງຢູ່ໃນການສັງສັນໃນຄອບຄົວໃນບ້ານຂອງຍິງຄົນໜຶ່ງໃນກຸ່ມ, ຄຳຖາມທີ່ລະອຽດອ່ອນວ່າ ເປັນຫຍັງຂ້າພະເຈົ້າຈຶ່ງເຊື່ອ ໄດ້ແທງໃຈຂ້າພະເຈົ້າ ແລະ ໃຫ້ຂ້າພະເຈົ້າໄດ້ເປັນພະຍານຕໍ່ເຂົາເຈົ້າດ້ວຍຄວາມເຂົ້າໃຈຢ່າງເລິກເຊິ່ງເຖິງນິມິດຂອງພຣະຜູ້ເປັນເຈົ້າກ່ຽວກັບແຮງຈູງໃຈທາງວິນຍານໃນການເປັນສານຸສິດຂອງຂ້າພະເຈົ້າ ແລະ ໄດ້ຂັດເກົາປະຈັກພະຍານຂອງຂ້າພະເຈົ້າຕະຫລອດມາ.
ຂ້າພະເຈົ້າໄດ້ຮຽນຮູ້ແຕ່ນັ້ນມາ, ດັ່ງທີ່ຂ້າພະເຈົ້າຮູ້ດຽວນີ້, ວ່າພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ນຳທາງເຮົາໃຫ້ໄປທີ່ຕຶກໂບດແຕ່ລະອາທິດເພື່ອຮັບສ່ວນສິນລະລຶກຂອງພຣະອົງ, ໄປທີ່ບ້ານຂອງພຣະຜູ້ເປັນເຈົ້າເພື່ອເຮັດພັນທະສັນຍາກັບພຣະອົງ, ໄປຫາພຣະຄຳພີ ແລະ ຄຳສອນຂອງສາດສະດາເພື່ອຮຽນຮູ້ພຣະຄຳຂອງພຣະອົງ. ພຣະອົງຊີ້ນຳປາກຂອງເຮົາໃຫ້ເປັນພະຍານເຖິງພຣະອົງ, ໃຫ້ມືຂອງເຮົາຍົກຂຶ້ນ ແລະ ຮັບໃຊ້ເໝືອນດັ່ງພຣະອົງໄດ້ຮັບໃຊ້, ໃຫ້ດວງຕາຂອງເຮົາໄດ້ເຫັນໂລກ ແລະ ຄົນອື່ນໆເໝືອນດັ່ງທີ່ພຣະອົງເຫັນ—“ດັ່ງທີ່ເປັນຈິງ, ແລະ … ທີ່ຈະເປັນຈິງ.”19 ແລະ ເມື່ອເຮົາຍອມໃຫ້ພຣະອົງຊີ້ນຳເຮົາໃນທຸກເລື່ອງ, ເຮົາໄດ້ຮັບປະຈັກພະຍານວ່າ “ທຸກສິ່ງທຸກຢ່າງຊີ້ໃຫ້ເຫັນວ່າ ມັນມີພຣະເຈົ້າ,”20 ເພາະວ່າເຮົາຊອກຫາພຣະອົງຢູ່ທີ່ໃດກໍເຫັນພຣະອົງຢູ່ທີ່ນັ້ນ21—ແຕ່ລະມື້ ແລະ ທຸກໆມື້. ຂ້າພະເຈົ້າເປັນພະຍານເຖິງສິ່ງນີ້ ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.