ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພຣະ​ເຢ​ຊູ​ຄຣິດ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2022


ພຣະ​ເຢ​ຊູ​ຄຣິດ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ

ໄວ້​ວາງ​ໃຈ​ໃນ​ພຣະ​ເຢ​ຊູ​ຄຣິດ. ພຣະ​ອົງ​ຈະ​ນຳ​ພາ​ທ່ານ​ໄປ​ໃນ​ທາງ​ທີ່​ຖືກ​ຕ້ອງ. ພຣະ​ອົງ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ທ່ານ.

ໃນ​ການ​ກະ​ກຽມ​ສຳ​ລັບ​ຂ່າວ​ສານ​ນີ້ ໃນ​ມື້​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແຮງ​ກ້າ​ໃຫ້​ກ່າວ​ກັບ​ກຸ່ມ​ຊາຍ​ໜຸ່ມ ແລະ ກຸ່ມ​ຍິງ​ໜຸ່ມ.

ຂ້າ​ພະ​ເຈົ້າ​ກໍ​ກຳ​ລັງ​ກ່າວ​ກັບ​ຜູ້​ທີ່​ເຄີຍ​ເປັນ​ໜຸ່ມ, ແມ່ນ​ແຕ່​ຜູ້​ທີ່​ບໍ່​ສາ​ມາດ​ຈື່​ຈຳ​ມັນ​ອີກ​ແລ້ວ.

ແລະ ຂ້າ​ພະ​ເຈົ້າ​ກໍ​ກ່າວ​ກັບ​ທຸກ​ຄົນ​ທີ່​ຮັກ​ຄົນ​ໜຸ່ມ​ຂອງ​ພວກ​ເຮົາ ແລະ ຢາກ​ໃຫ້​ເຂົາ​ເຈົ້າ​ບັນ​ລຸ​ຄວາມ​ສຳ​ເລັດ.

ສຳ​ລັບ​ຄົນ​ລຸ້ນ​ໃໝ່, ຂ້າ​ພະ​ເຈົ້າ​ມີ​ຂ່າວ​ສານ​ພິ​ເສດ​ສຳ​ລັບ​ພວກ​ເຈົ້າ​ໂດຍ​ສະ​ເພາະ ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ພວກ​ເຈົ້າ, ພຣະ​ເຢ​ຊູ​ຄຣິດ.

ຂ່າວ​ສານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ທ່ານ

ເພື່ອນ​ໜຸ່ມ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຖ້າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ທີ່​ນີ້ ໃນ​ເວ​ລາ​ນີ້, ພຣະ​ອົງ​ຈະ​ກ່າວ​ຫຍັງ​ກັບ​ທ່ານ?

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ພຣະ​ອົງ​ຈະ​ເລີ່ມ​ໂດຍ​ການ​ກ່າວ​ເຖິງ​ຄວາມ​ຮັກ​ທີ່​ເລິກ​ເຊິ່ງ​ທີ່​ພຣະ​ອົງ​ມີ​ຕໍ່​ທ່ານ. ພຣະ​ອົງ​ອາດ​ກ່າວ​ມັນ​ດ້ວຍ​ວາ​ຈາ, ແຕ່​ມັນ​ອາດ​ໄຫລ​ອອກ​ມາ​ຢ່າງ​ແຮງ​ກ້າ—ພຽງ​ຈາກ​ການ​ປະ​ທັບ​ຢູ່​ຂອງ​ພຣະ​ອົງ—ຈົນ​ຜິດ​ພາດ​ບໍ່​ໄດ້, ວ່າ​ມັນ​ເຂົ້າ​ເຖິງ​ສ່ວນ​ເລິກ​ໃນ​ຫົວ​ໃຈ​ຂອງ​ທ່ານ, ເຕີມ​ເຕັມ​ຈິດ​ວິນ​ຍານ​ທັງ​ດວງ​ຂອງ​ທ່ານ!

ແລະ ແຕ່​ປານ​ນັ້ນ, ເພາະ​ເຮົາ​ທຸກ​ຄົນ​ອ່ອນ​ແອ ແລະ ບໍ່​ສົມ​ບູນ​ແບບ, ຄວາມ​ກັງ​ວົນ​ບາງ​ຢ່າງ​ອາດ​ຄືບ​ຄານ​ເຂົ້າ​ມາ​ໃນ​ຈິດ​ໃຈ​ຂອງ​ທ່ານ​ໄດ້. ທ່ານ​ອາດ​ຈື່​ຈຳ​ຄວາມ​ຜິດ​ທີ່​ທ່ານ​ເຄີຍ​ເຮັດ, ເວ​ລາ​ທີ່​ທ່ານ​ຍອມ​ຕົນ​ໃຫ້​ກັບ​ການ​ລໍ້​ລວງ, ສິ່ງ​ທີ່​ທ່ານ​ເສຍ​ໃຈ​ທີ່​ໄດ້​ເຮັດ—ຫລື ຫວັງ​ວ່າ​ທ່ານ​ຈະ​ເຮັດ​ໄດ້​ດີ​ກວ່າ​ເກົ່າ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ສຳ​ຜັດ​ໄດ້, ແລະ ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ພຣະ​ອົງ​ຈະ​ຮັບ​ຮອງ​ທ່ານ​ກັບ​ພຣະ​ຄຳ​ທີ່​ພຣະ​ອົງ​ໄດ້​ກ່າວ​ຢູ່​ໃນ​ພຣະ​ຄຳ​ພີ​ວ່າ:

“ຢ່າ​ສູ່​ຢ້ານ.”1

“ຢ່າ​ສົງ​ໄສ.”2

“ຈົ່ງ​ດີ​ໃຈ​ເຖີດ.”3

“ຢ່າ​ວຸ້ນ​ວາຍ​ໄປ.”4

ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ ພຣະ​ອົງ​ຈະ​ແກ້​ຕົວ​ສຳ​ລັບ​ຄວາມ​ຜິດ​ພາດ​ຂອງ​ທ່ານ. ພຣະ​ອົງ​ຈະ​ບໍ່​ລົດ​ມັນ​ລົງ. ບໍ່​ເລີຍ, ພຣະ​ອົງ​ຈະ​ຂໍ​ໃຫ້​ທ່ານ​ກັບ​ໃຈ—ເພື່ອ​ປະ​ຖິ້ມ​ບາບ​ຂອງ​ທ່ານ​ໄວ້​ຂ້າງ​ຫລັງ, ເພື່ອ​ປ່ຽນ​ແປງ, ເພື່ອ​ວ່າ​ພຣະ​ອົງ​ຈະ​ສາ​ມາດ​ອະ​ໄພ​ໃຫ້​ທ່ານ. ພຣະ​ອົງ​ຈະ​ເຕືອນ​ທ່ານ​ວ່າ ເມື່ອ 2,000 ປີ​ກ່ອນ ພຣະ​ອົງ​ໄດ້​ຮັບ​ເອົາ​ບາບ​ເຫລົ່າ​ນັ້ນ​ໄວ້​ກັບ​ພຣະ​ອົງ​ເອງ ເພື່ອ​ວ່າ​ທ່ານ​ຈະ ສາ​ມາດ ກັບ​ໃຈ. ນັ້ນ​ຄື​ພາກ​ສ່ວນ​ຂອງ​ແຜນ​ແຫ່ງ​ຄວາມ​ສຸກ ທີ່​ປະ​ທານ​ໃຫ້​ເຮົາ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ.

ພຣະ​ເຢ​ຊູ​ອາດ​ຈະ​ຊີ້​ບອກ​ວ່າ ທ່ານ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ—ໄດ້​ເຮັດ​ເມື່ອ​ທ່ານ​ຮັບ​ບັບ​ຕິ​ສະ​ມາ ແລະ ຕໍ່​ພັນ​ທະ​ສັນ​ຍາ​ທຸກ​ເທື່ອ​ທີ່​ທ່ານ​ຮັບ​ສ່ວນ​ສິນ​ລະ​ລຶກ—ໃຫ້​ທ່ານ​ມີ​ຄວາມ​ສຳ​ພັນ​ພິ​ເສດ​ກັບ​ພຣະ​ອົງ. ຄວາມ​ສຳ​ພັນ​ອັນ​ທີ່​ພຣະ​ຄຳ​ພີ​ບັນ​ຍາຍ​ວ່າ ເປັນ​ການ​ຊ່ວຍ​ກັນ​ທຽມ​ແອກ, ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ, ທ່ານ​ຈະ​ສາ​ມາດ​ແບກ​ຫາບ​ພາ​ລະ​ໃດໆ​ໄດ້.5

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພຣະ​ເຢ​ຊູ​ຄຣິດ​ຈະ​ຢາກ​ໃຫ້​ທ່ານ​ເຫັນ, ຮູ້​ສຶກ, ແລະ ຮູ້​ວ່າ ພຣະ​ອົງ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ທ່ານ. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ, ມັນ​ບໍ່​ມີ​ຂອບ​ເຂດ​ໃນ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້. ວ່າ​ສັກ​ກະ​ຍະ​ພາບ​ຂອງ​ທ່ານ​ບໍ່​ມີ​ຂອບ​ເຂດ. ພຣະ​ອົງ​ຈະ​ຢາກ​ໃຫ້​ທ່ານ​ເຫັນ​ຕົວ​ເອງ​ໃນ​ທາງ​ທີ່​ພຣະ​ອົງ​ເຫັນ​ທ່ານ. ແລະ ນັ້ນ​ແຕກ​ຕ່າງ​ຫລາຍ​ຈາກ​ວິ​ທີ​ທີ່​ໂລກ​ເຫັນ​ທ່ານ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ປະ​ກາດ, ໃນ​ພຣະ​ຄຳ​ທີ່​ແນ່​ນອນ, ວ່າ​ທ່ານ​ເປັນ​ທິ​ດາ ຫລື ເປັນ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ​ເປັນ​ຜູ້​ທີ່​ຮຸ່ງ​ໂລດ​ທີ່​ສຸດ​ໃນ​ຈັກ​ກະ​ວານ, ເຕັມ​ໄປ​ດ້ວຍ​ຄວາມ​ຮັກ, ​ຄວາມ​ສຸກ, ຄວາມ​ບໍ​ລິ​ສຸດ, ຄວາມ​ສັກ​ສິດ, ຄວາມ​ສະ​ຫວ່າງ, ພຣະ​ຄຸນ, ແລະ ຄວາມ​ຈິງ. ແລະ ໃນ​ວັນ​ໜຶ່ງ ພຣະ​ອົງ​ຈະ​ຢາກ​ໃຫ້​ທ່ານ​ຮັບ​ມູນ​ມໍ​ລະ​ດົກ​ທັງ​ໝົດ​ທີ່​ພຣະ​ອົງ​ມີ.6

ມັນ​ຄື​ເຫດ​ຜົນ​ທີ່​ທ່ານ​ມາ​ຢູ່​ເທິງ​ແຜ່ນ​ດິນ​ໂລກ—ເພື່ອ​ຮຽນ​ຮູ້, ເຕີບ​ໂຕ, ແລະ ກ້າວ​ໜ້າ ແລະ ກາຍ​ເປັນ​ທຸກ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສ້າງ​ທ່ານ​ໃຫ້​ເປັນ.

ເພື່ອ​ເຮັດ​ໃຫ້​ສິ່ງ​ນີ້​ເປັນ​ໄປ​ໄດ້, ພຣະ​ອົງ​ຈຶ່ງ​ໄດ້​ສົ່ງ​ພຣະ​ເຢ​ຊູ​ຄຣິດ​ມາ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ທ່ານ. ມັນ​ເປັນ​ຈຸດ​ປະ​ສົງ​ໃນ​ເບື້ອງ​ຫລັງ​ຂອງ​ແຜນ​ແຫ່ງ​ຄວາມ​ສຸກ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ, ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ, ແລະ ພຣະ​ຄຳ​ພີ—ທັງ​ໝົດ​ນັ້ນ.

ນັ້ນ ຄື​ຈຸດ​ໝາຍ​ປາຍ​ທາງ​ຂອງ​ທ່ານ. ນັ້ນ ຄື​ອະ​ນາ​ຄົດ​ຂອງ​ທ່ານ. ມັນ​ເປັນ​ການ​ເລືອກ​ຂອງ​ທ່ານ!

ຄວາມ​ຈິງ ແລະ ການ​ເລືອກ

ຈຸດ​ສູນ​ກາງ​ໃນ​ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ຄວາມ​ສຸກ​ຂອງ​ທ່ານ ແມ່ນ​ອຳ​ນາດ​ທີ່​ຈະ​ເລືອກ​ຂອງ​ທ່ານ.7 ແນ່​ນອນ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ​ຢາກ​ໃຫ້​ທ່ານ​ເລືອກ​ຄວາມ​ສຸກ​ນິ​ລັນ​ດອນ​ຮ່ວມ​ກັບ​ພຣະ​ອົງ, ແລະ ພຣະ​ອົງ​ຈະ​ຊ່ວຍ​ທ່ານ​ບັນ​ລຸ​ມັນ, ແຕ່​ພຣະ​ອົງ​ຈະ​ບໍ່​ເຄີຍ​ບັງ​ຄັບ​ໃຫ້​ທ່ານ​ຮັບ​ເອົາ.

ສະ​ນັ້ນ ພຣະ​ອົງ​ຈຶ່ງ​ອະ​ນຸ​ຍາດ​ໃຫ້​ທ່ານ​ເລືອກ​: ຄວາມ​ສະ​ຫວ່າງ ຫລື ຄວາມ​ມືດ? ຄວາມ​ດີ ຫລື ຄວາມ​ຊົ່ວ? ຄວາມ​ສຸກ ຫລື ຄວາມ​ທຸກ​ທໍ​ລະ​ມານ? ຊີ​ວິດ​ນິ​ລັນ​ດອນ ຫລື ຄວາມ​ຕາຍ​ທາງ​ວິນ​ຍານ?8

ເມື່ອ​ຟັງ​ເບິ່ງ ມັນ​ເປັນ​ການ​ເລືອກ​ທີ່​ງ່າຍໆ, ແມ່ນ​ບໍ? ແຕ່​ເຖິງ​ຢ່າງ​ໃດ, ຢູ່​ເທິງ​ໂລກ​ນີ້, ເບິ່ງ​ຄື​ຊັບ​ຊ້ອນ​ຫລາຍ​ກວ່າ​ທີ່​ຄວນ​ຈະ​ເປັນ.

ບັນ​ຫາ​ຄື ເຮົາ​ບໍ່​ຫລຽວ​ເຫັນ​ສິ່ງ​ຕ່າງໆ​ຢ່າງ​ແຈ່ມ​ແຈ້ງ ເທົ່າ​ທີ່​ເຮົາ​ຕ້ອງ​ການ. ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ປຽບ​ທຽບ​ມັນ​ໃສ່​ກັບ​ການ “ເຫັນ​ພໍ​ມົວໆ, ເໝືອນ​ເບິ່ງ​ໃນ​ແວ່ນ.”9 ມັນ​ມີ​ຄວາມ​ສັບ​ສົນ​ຢ່າງ​ຫລວງ​ຫລາຍ​ຢູ່​ໃນ​ໂລກ​ກ່ຽວ​ກັບ​ສິ່ງ​ທີ່​ຖືກ ແລະ ຜິດ. ຄວາມ​ຈິງ​ຖືກ​ບິດ​ເບືອນ​ເພື່ອ​ໃຫ້​ຄວາມ​ຊົ່ວ​ເບິ່ງ​ຄື​ວ່າ​ດີ ແລະ ຄວາມ​ດີ​ເບິ່ງ​ຄື​ວ່າ​ຊົ່ວ.10

ແຕ່​ເມື່ອ​ທ່ານ​ສະ​ແຫວງ​ຫາ​ຄວາມ​ຈິງ​ຢ່າງ​ຈິງ​ຈັງ—ຄວາມ​ຈິງ​ນິ​ລັນ​ດອນ​ທີ່​ບໍ່​ປ່ຽນ​ແປງ—ການ​ເລືອກ​ຂອງ​ທ່ານ​ຈະ​ແຈ່ມ​ແຈ້ງ​ຫລາຍ​ຂຶ້ນ. ແມ່ນ​ແລ້ວ, ທ່ານ​ຍັງ​ຈະ​ປະ​ສົບ​ກັບ​ການ​ລໍ້​ລວງ ແລະ ການ​ທົດ​ລອງ. ສິ່ງ​ບໍ່​ດີ​ຍັງ​ຈະ​ເກີດ​ຂຶ້ນ. ສິ່ງ​ທີ່​ເຮັດ​ໃຫ້​ງົງ. ສິ່ງ​ທີ່​ໂສກ​ເສົ້າ. ແຕ່​ທ່ານ​ສາ​ມາດ​ຈັດ​ການ​ໄດ້ ເມື່ອ​ທ່ານ​ຮູ້​ວ່າ​ທ່ານ​ເປັນ​ໃຜ, ເປັນ​ຫຍັງ​ທ່ານ​ຈຶ່ງ​ມາ​ຢູ່​ທີ່​ນີ້, ແລະ ເມື່ອ​ທ່ານ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ.

ສະ​ນັ້ນ ທ່ານ​ຈະ​ຫາ​ຄວາມ​ຈິງ​ໄດ້​ຢູ່​ໃສ?

ມັນ​ບັນ​ຈຸ​ຢູ່​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ແລະ ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນນັ້ນ​ໄດ້​ຖືກ​ສິດ​ສອນ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ພຣະ​ເຢ​ຊູ​ຄຣິດ​ໄດ້​ກ່າວ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ທາງ​ນັ້ນ, ເປັນ​ຄວາມ​ຈິງ, ແລະ ເປັນ​ຊີ​ວິດ: ບໍ່​ມີ​ຜູ້​ໃດ​ມາ​ເຖິງ​ພຣະ​ບິ​ດາ​ເຈົ້າ​ໄດ້, ນອກ​ຈາກ​ມາ​ທາງ​ເຮົາ.”11

ເມື່ອ​ທ່ານ​ຕ້ອງ​ໄດ້​ຕັດ​ສິນ​ໃຈ​ເຮັດ​ສິ່ງ​ທີ່​ສຳ​ຄັນ, ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ​ເປັນ​ການ​ເລືອກ​ທີ່​ດີ​ທີ່​ສຸດ. ເມື່ອ​ທ່ານ​ມີ​ຄຳ​ຖາມ, ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ​ຈະ​ເປັນ​ຄຳ​ຕອບ​ທີ່​ດີ​ທີ່​ສຸດ. ເມື່ອ​ທ່ານ​ຮູ້​ສຶກ​ອ່ອນ​ແອ, ພຣະ​ເຢ​ຊູ​ຄຣິດ​ຈະ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ທ່ານ.

ພຣະ​ອົງ​ໄດ້​ປະ​ທານ​ພະ​ລັງ​ໃຫ້​ແກ່​ຄົນ​ອ່ອນ​ເພຍ; ແລະ ແກ່​ຜູ້​ທີ່​ບໍ່​ມີ​ກຳ​ລັງ, ພຣະ​ອົງ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້.

ຜູ້​ທີ່​ລໍ​ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ຮັບ​ການ​ຟື້ນ​ຟູ​ດ້ວຍ​ພະ​ລັງ​ຂອງ​ພຣະ​ອົງ.12

ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ

ເພື່ອ​ຊ່ວຍ​ໃຫ້​ທ່ານ​ພົບ​ເຫັນ​ທາງ​ນັ້ນ ແລະ ຊ່ວຍ​ໃຫ້​ທ່ານ​ເຮັດ​ໃຫ້​ຄຳ​ສອນ​ຂອງ​ພຣະ​ຄຣິດ​ມີ​ອິດ​ທິ​ພົນ​ເຍືອງ​ທາງ​ໃນ​ຊີ​ວິດ​ຂອງ​ທ່ານ, ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ກະ​ກຽມ​ແຫລ່ງ​ຊ່ວຍ​ເຫລືອ​ໃໝ່, ສະ​ບັບ​ປັບ​ປຸງ​ຂອງ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ.

ຮູບ​ພາບ
ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ສະ​ບັບ​ປີ 2011

ເປັນ​ເວ​ລາ​ຫລາຍ​ກວ່າ 50 ປີ, ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ໄດ້​ເປັນ​ສິ່ງ​ນຳ​ທາງ​ສຳ​ລັບ​ຫລາຍ​ລຸ້ນ​ຄົນ​ຂອງ​ຊາວ​ໜຸ່ມ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຂ້າ​ພະ​ເຈົ້າ​ໄດ້​ເກັບ​ຫົວ​ໜຶ່ງ​ໄວ້​ໃນ​ຖົງ​ເສື້ອ​ຂອງ​ຂ້າ​ພະ​ເຈົ້າ​ສະ​ເໝີ, ແລະ ຂ້າ​ພະ​ເຈົ້າ​ໄດ້​ແບ່ງ​ປັນ​ມັນ​ກັບ​ຜູ້​ທີ່​ຢາກ​ຮູ້​ກ່ຽວ​ກັບ​ມາດ​ຕະ​ຖານ​ຂອງ​ພວກ​ເຮົາ. ມັນ​ຖືກ​ອັບ​ເດດ ແລະ ແກ້​ໄຂ​ໃຫ້​ເຂົ້າ​ກັບ​ການ​ທ້າ​ທາຍ ແລະ ການ​ລໍ້​ລວງ​ໃນ​ວັນ​ເວ​ລາ​ຂອງ​ເຮົາ​ໄດ້​ດີ​ກວ່າ​ເກົ່າ. ປຶ້ມ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ຫົວ​ໃໝ່​ນີ້ ມີ​ໃຫ້​ບໍ​ລິ​ການ​ທາງ​ອອນ​ລາຍ​ໃນ 50 ພາ​ສາ​ທີ່​ແຕກ​ຕ່າງ​ກັນ ແລະ ຈະ​ມີ​ເປັນ​ປຶ້ມ​ໃຫ້​ໃຊ້​ນຳ​ອີກ. ມັນ​ຈະ​ຊ່ວຍ​ໄດ້​ດີ​ຫລາຍ​ໃນ​ການ​ເຮັດ​ການ​ເລືອກ​ໃນ​ຊີ​ວິດ​ຂອງ​ທ່ານ. ຈົ່ງ​ມີ​ມັນ​ເປັນ​ຂອງ​ຕົວ​ເອງ ແລະ ແບ່ງ​ປັນ​ມັນ​ໃຫ້​ກັບ​ໝູ່​ເພື່ອນ​ຂອງ​ທ່ານ.

ຮູບ​ພາບ
ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ສະ​ບັບ​ປີ 2022

ປຶ້ມ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ຫົວ​ໃໝ່​ນີ້​ມີ​ຄຳ​ບັນ​ຍາຍ ຄຳ​ແນະ​ນຳ​ສຳ​ລັບ​ການ​ເລືອກ.

ຖ້າ​ຈະ​ເວົ້າ​ແຈ້ງໆ​ແລ້ວ, ຜູ້​ແນະ​ນຳ​ທີ່​ດີ​ທີ່​ສຸດ​ເມື່ອ​ທ່ານ​ເຮັດ​ການ​ເລືອກ​ຄື ພຣະ​ເຢ​ຊູ​ຄຣິດ. ພຣະ​ເຢ​ຊູ​ຄຣິດ ເປັນ ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ.

ສະ​ນັ້ນ ຈຸດ​ປະ​ສົງ​ຂອງ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ຄື​ການ​ຊີ້​ໃຫ້​ທ່ານ​ໄປ​ຫາ​ພຣະ​ອົງ. ມັນ​ສິດ​ສອນ​ທ່ານ​ເຖິງ​ຄວາມ​ຈິງ​ນິ​ລັນ​ດອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ—ຄວາມ​ຈິງ​ກ່ຽວ​ກັບ​ຕົວ​ທ່ານ, ພຣະ​ອົງ​ເປັນ​ໃຜ, ແລະ ສິ່ງ​ທີ່​ທ່ານ​ສາ​ມາດ​ບັນ​ລຸ​ດ້ວຍ​ພະ​ລັງ​ຂອງ​ພຣະ​ອົງ. ມັນ​ສິດ​ສອນ​ວິ​ທີ​ທີ່​ທ່ານ​ເຮັດ​ການ​ເລືອກ​ທີ່​ຊອບ​ທຳ ອີງ​ຕາມ​ຄວາມ​ຈິງ​ນິ​ລັນ​ດອນ​ຂອງ​ມັນ.13

ມັນ​ກໍ​ສຳ​ຄັນ​ທີ່​ຈະ​ຮູ້​ເຖິງ​ສິ່ງ​ທີ່ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ບໍ່​ເຮັດ​ນຳ​ອີກ. ມັນ​ບໍ່​ໄດ້​ຕັດ​ສິນ​ໃຈ​ເພື່ອ​ທ່ານ. ມັນ​ບໍ່​ໄດ້​ຕອບ​ທ່ານ​ວ່າ “ແມ່ນ” ຫລື “ບໍ່​ແມ່ນ” ກ່ຽວ​ກັບ​ທຸກ​ການ​ເລືອກ​ທີ່​ທ່ານ​ອາດ​ປະ​ເຊີນ. ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ສຸມ​ໃສ່​ພື້ນ​ຖານ​ສຳ​ລັບ​ການ​ເລືອກ​ຂອງ​ທ່ານ. ມັນ​ສຸມ​ໃສ່​ຄຸນ​ຄ່າ, ຫລັກ​ທຳ, ແລະ ຄຳ​ສອນ ແທນ​ທີ່​ຈະ​ສຸມ​ໃສ່​ພຶດ​ຕິ​ກຳ​ສະ​ເພາະ​ທຸກ​ຢ່າງ.

ພຣະ​ຜູ້​ເປັນ​ເຈົ້າ, ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ, ໄດ້​ນຳ​ພາ​ເຮົາ​ໃນ​ທິດ​ທາງ​ນັ້ນ​ສະ​ເໝີ. ເພິ່ນ​ໄດ້​ຂໍ​ໃຫ້​ເຮົາ​ເພີ່ມ “ຄວາມ​ສາ​ມາດ​ທາງ​ວິນ​ຍານ [ຂອງ​ເຮົາ] ທີ່​ຈະ​ຮັບ​ເອົາ​ການ​ເປີດ​ເຜີຍ.”14 ເພິ່ນ​ເຊື້ອ​ເຊີນ​ເຮົາ​ວ່າ “ຈົ່ງ​ຟັງ​ພຣະ​ອົງ.”15 ເພິ່ນ​ເອີ້ນ​ເຮົາ​ໃຫ້​ຕິດ​ຕາມ​ພຣະ​ອົງ​ໃນ​ທາງ​ທີ່​ສຸງ​ກວ່າ ແລະ ບໍ​ລິ​ສຸດ​ກວ່າ.16 ແລະ ເຮົາ​ກຳ​ລັງ​ຮຽນ​ຮູ້​ວິ​ທີ​ທີ່​ຄ້າຍ​ຄື​ກັນ​ນັ້ນ​ທຸກ​ອາ​ທິດ​ໃນ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ.

ຂ້າ​ພະ​ເຂົ້າ​ຄິດ​ວ່າ ປຶ້ມ​ຄູ່​ມື​ສາ​ມາດ​ໃຫ້​ລາຍ​ການ​ຍາວໆ​ກ່ຽວ​ກັບ​ເສື້ອ​ຜ້າ​ທີ່​ທ່ານ​ບໍ່​ຄວນ​ນຸ່ງ, ຄຳ​ເວົ້າ​ທີ່​ທ່ານ​ບໍ່​ຄວນ​ເວົ້າ, ແລະ ໜັງ​ເລື່ອງ​ທີ່​ທ່ານ​ບໍ່​ຄວນ​ເບິ່ງ. ແຕ່​ມັ​ນ​ຈະ​ເປັນ​ປະ​ໂຫຍດ​ແທ້ໆ​ບໍ​ສຳລັບ​ສາດ​ສະ​ໜາ​ຈັກ​ທີ່​ຢູ່​ທົ່ວ​ໂລກ? ວິ​ທີ​ການ​ເຊັ່ນ​ນັ້ນ​ຈະ​ຊ່ວຍ​ກະ​ກຽມ​ທ່ານ​ໃຫ້​ພ້ອມ​ສຳ​ລັບ​ການ​ດຳ​ລົງ​ຊີ​ວິດ​ເໝືອນ​ພຣະ​ຄຣິດ​ຕະ​ຫລອດ​ຊີ​ວິດ​ຫລື​ບໍ່?

ໂຈ​ເຊັບ ສະ​ມິດ ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ສິດ​ສອນ​ຫລັກ​ທຳ​ທີ່​ຖືກ​ຕ້ອງ​ໃຫ້​ເຂົາ​ເຈົ້າ, ແລະ ໃຫ້​ເຂົາ​ເຈົ້າ​ປົກ​ຄອງ​ຕົນ​ເອງ.”17

ແລະ ກະ​ສັດ​ເບັນ​ຢາ​ມິນ​ໄດ້​ບອກ​ຜູ້​ຄົນ​ຂອງ​ເພິ່ນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ວ່າ, “ຂ້າ​ພະ​ເຈົ້າ​ບອກ​ພວກ​ທ່ານ​ບໍ່​ໄດ້​ທຸກ​ເລື່ອງ ໂດຍ​ການ​ທີ່​ພວກ​ທ່ານ​ຈະ​ກະ​ທຳ​ບາບ; ເພາະ​ມີ​ທາງ ແລະ ວິ​ທີ​ຕ່າງໆ​ຊຶ່ງ​ມີ​ຫລາຍ​ຈົນ​ຂ້າ​ພະ​ເຈົ້າ​ນັບ​ບໍ່​ໄດ້.”18

ກະ​ສັດ​ເບັນ​ຢາ​ມິນ​ໄດ້​ກ່າວ​ຕື່ມ​ວ່າ, “ແຕ່​ຂ້າ​ພະ​ເຈົ້າ​ບອກ​ພວກ​ທ່ານ, … ລະ​ວັງ​ຕົວ ແລະ ຄວາມ​ນຶກ​ຄິດ ຂອງ​ພວກ​ທ່ານ, ແລະ ຄຳ​ເວົ້າ​ຂອງ​ພວກ​ທ່ານ, ແລະ ການ​ກະ​ທຳ​ຂອງ​ພວກ​ທ່ານ, ແລະ ຍຶດ​ຖື​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແລະ ດຳ​ເນີນ​ໄປ​ດ້ວຍ​ສັດ​ທາ​ເຖິງ … ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ, ເຖິງ​ແມ່ນ​ຈົນ​ເຖິງ​ທີ່​ສຸດ​ແຫ່ງ​ຊີ​ວິດ​ຂອງ​ພວກ​ທ່ານ.”19

ຮູບ​ພາບ
ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ

ມັນ​ຜິດ​ບໍ​ທີ່​ຈະ​ມີ​ກົດ? ບໍ່​ຜິດ. ເຮົາ​ທຸກ​ຄົນ​ຕ້ອງ​ການ​ມັນ​ທຸກ​ວັນ. ແຕ່​ຜິດ​ທີ່​ຈະ​ສຸມ​ໃຈ​ໃສ່​ພຽງ​ແຕ່​ກົດ ແທນ​ທີ່​ຈະ​ສຸມ​ໃຈ​ໃສ່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ທ່ານ​ຈຳ​ເປັນ​ຕ້ອງ​ຮູ້​ສາ​ເຫດ ແລະ ວິ​ທີ ແລະ ແລ້ວ​ພິ​ຈາ​ລະ​ນາ​ຜົນ​ສະ​ທ້ອນ​ຂອງ​ການ​ເລືອກ​ຂອງ​ທ່ານ. ທ່ານ​ຕ້ອງ​ໄວ້​ວາງ​ໃຈ​ໃນ​ພຣະ​ເຢ​ຊູ​ຄຣິດ. ພຣະ​ອົງ​ຈະ​ນຳ​ພາ​ທ່ານ​ໄປ​ໃນ​ທາງ​ທີ່​ຖືກ​ຕ້ອງ. ພຣະ​ອົງ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ທ່ານ.20

ພະ​ລັງ​ຂອງ​ຄຳ​ສອນ​ທີ່​ແທ້​ຈິງ

ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ກ້າ​ປະ​ກາດ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ມັນ​ກ້າ​ໃນ​ການ​ເຊື້ອ​ເຊີນ​ທ່ານ​ໃຫ້​ເຮັດ​ການ​ເລືອກ​ອີງ​ຕາມ​ຄຳ​ສອນ​ຂອງ​ພຣະ​ຄຣິດ. ແລະ ມັນ​ກ້າ​ໃນ​ການ​ບັນ​ຍາຍ​ພອນ​ທີ່​ພຣະ​ເຢ​ຊູ​ຄຣິດ​ສັນ​ຍາ​ກັບ​ຜູ້​ທີ່​ຕິດ​ຕາມ​ທາງ​ຂອງ​ພຣະ​ອົງ.21

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ: “ເມື່ອ​ຄວາມ​ປາດ​ຖະ​ໜາ​ສູງ​ສຸດ​ຂອງ​ທ່ານ ແມ່ນ​ການ​ຢາກ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ [ໃນ​ຊີ​ວິດ​ຂອງ​ທ່ານ], … ການ​ຕັດ​ສິນ​ໃຈ​ຫລາຍໆ​ຢ່າງ​ຈະ​ງ່າຍ​ຂຶ້ນ. … ບັນ​ຫາ​ຫລາຍ​ຢ່າງ​ຈະ​ໝົດ​ໄປ! ທ່ານ​ຈະ​ຮູ້​ຈັກ​ວິ​ທີ​ແຕ່ງ​ຕົວ​ທີ່​ຮຽບ​ຮ້ອຍ. ທ່ານ​ຈະ​ຮູ້​ຈັກ​ວ່າ​ຄວນ​ເບິ່ງ​ຫຍັງ ແລະ ອ່ານ​ຫຍັງ, ວ່າ​ຄວນ​ໃຊ້​ເວ​ລາ​ກັບ​ສິ່ງ​ໃດ, ແລະ ຄວນ​ພົບ​ປະ​​ສັງ​ສັນ​ກັບ​ຄົນ​ໃດ. ທ່ານ​ຈະ​ຮູ້​ວ່າ ຢາກ​ບັນ​ລຸ​ສິ່ງ​ໃດ. ທ່ານ​ຈະ​ຮູ້​ວ່າ ທ່ານ … ຢາກ​ເປັນ​ຄົນ​ແບບ​ໃດ​ແທ້ໆ.”22

ມາດ​ຕະ​ຖານ​ທີ່​ສູງ​ກວ່າ

ພຣະ​ເຢ​ຊູ​ຄຣິດ​ມີ​ມາດ​ຕະ​ຖານ​ທີ່​ສູງ​ຫລາຍ​ສຳ​ລັບ​ຜູ້​ຕິດ​ຕາມ​ພຣະ​ອົງ. ແລະ ການ​ເຊື້ອ​ເຊີນ​ໃຫ້​ສະ​ແຫວງ​ຫາ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ຢ່າງ​ພາກ​ພຽນ ແລະ ດຳ​ລົງ​ຊີ​ວິດ​ຕາມ​ຄວາມ​ຈິງ​ຂອງ​ພຣະ​ອົງ​ແມ່ນ​ມາດ​ຕະ​ຖານ​ທີ່​ສູງ​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້!

ການ​ເລືອກ​ທາງ​ໂລກ ແລະ ທາງ​ວິນ​ຍານ​ທີ່​ສຳ​ຄັນ ບໍ່​ຄວນ​ຂຶ້ນ​ຢູ່​ກັບ​ຄວາມ​ມັກ​ຊອບ​ສ່ວນ​ຕົວ ຫລື ສິ່ງ​ທີ່​ສະ​ດວກ ຫລື ເປັນ​ທີ່​ນິ​ຍົມ.23 ພຣະ​ຜູ້​ເປັນ​ເຈົ້າ ບໍ່ ໄດ້​ກ່າວ​ວ່າ, “ຢາກ​ເຮັດ​ຫຍັງ​ກໍ​ເຮັດ​ໂລດ.”

ພຣະ​ອົງ​ກ່າວ​ວ່າ, “ຂໍ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ.”

ພຣະ​ອົງ​ກ່າວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.”24

ພຣະ​ອົງ​ກ່າວ​ວ່າ, “ດຳ​ລົງ​ຊີ​ວິດ​ໃນ​ທາງ​ທີ່​ບໍ​ລິ​ສຸດກວ່າ, ສູງກວ່າ, ເປັນ​ຜູ້​ໃຫຍ່​ກວ່າ.”

ພຣະ​ອົງ​ກ່າວ​ວ່າ, “ຈົ່ງ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ເຮົາ.”

ພຣະ​ເຢ​ຊູ​ຄຣິດ​ເປັນ​ຕົວ​ຢ່າງ​ທີ່​ສົມ​ບູນ​ແບບ, ແລະ ເຮົາ​ກໍ​ພະ​ຍາ​ຍາມ​ຈົນ​ສຸດ​ພະ​ລັງ​ຂອງ​ຈິດ​ວິນ​ຍານ​ຂອງ​ເຮົາ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ.

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ຍ້ຳ​ອີກ​ຄັ້ງ, ຖ້າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢືນ​ຢູ່​ທີ່​ນີ້ ໃນ​ວັນ​ນີ້, ພຣະ​ອົງ​ຈະ​ສະ​ແດງ​ຄວາມ​ຮັກ​ອັນ​ບໍ່​ມີ​ສິ້ນ​ສຸດ​ຕໍ່​ທ່ານ, ຄວາມ​ໝັ້ນ​ໃຈ​​ຢ່າງ​ເຕັມ​ທີ່​ໃນ​ຕົວ​ທ່ານ. ພຣະ​ອົງ​ຈະ​ບອກ​ທ່ານ​ວ່າ ທ່ານ​ສາ​ມາດ​ເຮັດ​ໄດ້. ທ່ານ​ສາ​ມາດ​ສ້າງ​ຊີ​ວິດ​ທີ່​ຊື່ນ​ຊົມ ແລະ ມີ​ຄວາມ​ສຸກ​ໄດ້​ເພາະ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ທ່ານ. ທ່ານ​ສາ​ມາດ​ພົບ​ຄວາມ​ໝັ້ນ​ໃຈ, ສັນ​ຕິ​ສຸກ, ຄວາມ​ປອດ​ໄພ, ຄວາມ​ສຸກ, ແລະ ການ​ເປັນ​ພາກ​ສ່ວນ​ໃນ​ເວ​ລານີ້ ແລະ ຊົ່ວ​ນິ​ລັນ​ດອນ, ເພາະ​ທ່ານ​ຈະ​ພົບ​ທັງ​ໝົດ​ນັ້ນ​ໃນ​ພຣະ​ເຢ​ຊູ​ຄຣິດ, ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ແລະ ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

​ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ເລື່ອງນີ້​ໃນ​ຖາ​ນະ​​ອັກ​ຄະ​ສາ​ວົກ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ຂໍ​ມອບ​ພອນ​ຈາກ​ໃຈ​ຈິງ​ໃນ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ ແລະ ຄວາມ​ຮັກ​ຕໍ່​ທ່ານ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ລູ​ກາ 5:10; 8:50; 12:7; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 38:15; 50:41; 98:1.

  2. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:36.

  3. ມັດ​ທາຍ 14:27; ໂຢ​ຮັນ 16:33; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 61:36; 68:6; 78:18.

  4. ໂຢ​ຮັນ 14:1, 27.

  5. ເບິ່ງ ມັດ​ທາຍ 11:28–30.

  6. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:38.

  7. ທ່ານ​ອາດ​ເວົ້າ​ວ່າ ແຜນ​ຂອງ​ພຣະ​ບິ​ດາ​ໄດ້​ຖືກ​ອອກ​ແບບ​ເພື່ອ​ໃຫ້​ທ່ານ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ​ຜ່ານ​ທາງ​ການ​ເລືອກ​ຂອງ​ທ່ານ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ໄດ້​ຮັບ​ຜົນ​ທີ່​ສົມ​ບູນ​ຕາມ​ທີ່​ທ່ານ​ປາດ​ຖະ​ໜາ. ດັ່ງ​ທີ່​ແອວ​ເດີ ແດວ ຈີ ເຣັນ​ລັນ ໄດ້​ສິດ​ສອນ, “ເປົ້າ​ໝາຍ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໃນ​ການ​ເປັນ​ພໍ່​ແມ່ ບໍ່​ແມ່ນ​ຈະ​ໃຫ້​ລູກໆ​ຂອງ​ພຣະ​ອົງ ເຮັດ ສິ່ງ​ທີ່​ຖືກ​ຕ້ອງ; ແຕ່​ແມ່ນ​ໃຫ້​ລູກໆ​ຂອງ​ພຣະ​ອົງ ເລືອກ ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ໃນ​ທີ່​ສຸດ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ” (“Choose You This Day,” Liahona, Nov. 2018, 104).

  8. ເບິ່ງ 2 ນີ​ໄຟ 2:26–27.

  9. 1 ໂກ​ຣິນ​ໂທ 13:12.

  10. ເບິ່ງ ເອ​ຊາ​ຢາ 5:20.

  11. ໂຢ​ຮັນ 14:6.

  12. ເບິ່ງ ເອ​ຊາ​ຢາ 40:29–31.

  13. ໃນ​ຖາ​ນະ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ສ່ວນ​ຫລາຍ​ເຮົາ​ຈະ​ຖືກ​ຮູ້​ຈັກ​ເພາະ​ສິ່ງ​ທີ່​ເຮົາ​ເຮັດ ແລະ ບໍ່​ເຮັດ—ພຶດ​ຕິ​ກຳ​ຂອງ​ເຮົາ. ສິ່ງ​ນີ້​ອາດ​ເປັນ​ເລື່ອງ​ດີ, ແຕ່​ມັນ​ຈະ​ດີ​ກວ່າ​ຖ້າ​ຖືກ​ຮູ້​ຈັກ​ເພາະ​ສິ່ງ​ທີ່​ເຮົາ ຮູ້ (ຄວາມ​ຈິງ​ທີ່​ຂັບ​ເຄື່ອນ​ພຶດ​ຕິ​ກຳ​ຂອງ​ເຮົາ) ແລະ ເພາະ ຜູ້ ທີ່​ເຮົາ​ຮູ້ (ພຣະ​ຜູ້​ຊ່ວຍ​ໃຫ້​ລອດ—ແລະ ວິ​ທີ​ທີ່​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ອົງ​ດົນ​ໃຈ​ພຶດ​ຕິ​ກຳ​ຂອງ​ເຮົາ).

  14. Russell M. Nelson, “Revelation for the Church, Revelation for Our Lives,” Liahona, May 2018, 96.

  15. ເບິ່ງ Russell M. Nelson, “Hear Him,” Liahona, May 2020, 88–92.

  16. ການ​ເຂົ້າ​ຫາ​ຫລັກ​ທຳ​ຂັ້ນ​ພື້ນ​ຖານ​ໃນ​ຄູ່​ມື ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ໃໝ່​ນີ້ ແມ່ນ​​ສອດ​ຄ່ອງ​ກັບ​ການ​ລິ​ເລີ່ມ​ທີ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນະ​ນຳ, ລວມ​ທັງ​ປຶ້ມ ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ບ້ານ​ເຮືອນ​ເປັນ​ສູນ​ກາງ ຈົ່ງ​ຕາມ​ເຮົາ​ມາ, ໂຄງ​ການ​ເດັກ ແລະ ຊາວ​ໜຸ່ມ, ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ General Handbook ເຫລັ້ມ​ໃໝ່. ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງ​ວ່າ, ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ສ້າງ​ຄວາມ​ສາ​ມາດ​ທາງ​ວິນ​ຍານ​ຂອງ​ເຮົາ. ພຣະ​ອົງ​ສະ​ແດງ​ຄວາມ​ໄວ້​ວາງ​ໃຈ​ຫລາຍ​ຂຶ້ນ​ໃນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ ໃນ​ຍຸກ​ສຸດ​ທ້າຍ.

  17. Teachings of Presidents of the Church: Joseph Smith (2007), 284.

  18. ໂມ​ໄຊ​ຢາ 4:29. ຖ້າ​ຈະ​ເວົ້າ​ແລ້ວ, ນີ້​ຄື​ສິ່ງ​ທີ່​ພວກ​ຟາ​ຣີ​ຊາຍ​ໃນ​ວັນ​ເວ​ລາ​ຂອງ​ພຣະ​ເຢ​ຊູ​ພະ​ຍາ​ຍາມ​ເຮັດ. ໃນ​ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ພວກ​ເຂົາ​ທີ່​ຈະ​ຢຸດ​ຜູ້​ຄົນ​ຈາກ​ການ​ເຮັດ​ຜິດ​ກົດ​ໝາຍ, ພວກ​ເຂົາ​ໄດ້​ຮວບ​ຮວມ​ກົດ​ຫລາຍ​ຮ້ອຍ​ຂໍ້ ອີງ​ຕາມ​ຄວາມ​ເຂົ້າ​ໃຈ​ຂອງ​ພວກ​ເຂົາ​ກ່ຽວ​ກັບ​ການ​ຂຽນ​ທີ່​ສັກ​ສິດ. ສິ່ງ​ທີ່​ພວກ​ຟາ​ຣີ​ຊາຍ​ເຮັດ​ຜິດ​ຄື ພວກ​ເຂົາ​ຄິດ​ວ່າ​ກົດ​ຂອງ​ພວກ​ເຂົາ​ຈະ​ຊ່ວຍ​ພວກ​ເຂົາ​ໃຫ້​ລອດ. ແລ້ວ, ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມາ​ປະ​ກົດ, ພວກ​ເຂົາ​ບໍ່​ຮູ້​ຈັກ​ພຣະ​ອົງ​ເລີຍ.

  19. ໂມ​ໄຊ​ຢາ 4:30; ເນັ້ນ​ຄຳ​ເນີ້ງ.

  20. ອີກ​ເຫດ​ຜົນ​ໜຶ່ງ​ທີ່​ຕ້ອງ​ການ ການ​ເຂົ້າ​ຫາ​ຫລັກ​ທຳ​ຂັ້ນ​ພື້ນ​ຖານ​ໃນ​ທຸກ​ວັນ​ນີ້​ຄື​ຄວາມ​ຫລາກ​ຫລາຍ​ທາງ​ວັດ​ທະ​ນະ​ທຳ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຫລັກ​ທຳ​ແມ່ນ​ນິ​ລັນ​ດອນ ແລະ ສາ​ກົນ. ກົດ​ສະ​ເພາະ ຫລື ການ​ນຳ​ໃຊ້​ຫລັກ​ທຳ​ເຫລົ່າ​ນັ້ນ​ໃຊ້​ໄດ້​ດີ​ໃນ​ບາງ​ແຫ່ງ ແຕ່​ບໍ່​ສາ​ມາດ​ເຮັດ​ໄດ້​ໃນ​ແຫ່ງ​ອື່ນໆ. ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ເປັນ​ໜຶ່ງ​ແມ່ນ​ພຣະ​ເຢ​ຊູ​ຄຣິດ ແລະ ຄວາມ​ຈິງ​ນິ​ລັນ​ດອນ​ທີ່​ພຣະ​ອົງ​ໄດ້​ສິດ​ສອນ, ເຖິງແມ່ນ​ວ່າ​ການ​ນຳ​ໃຊ້​ສະ​ເພາະ​ແມ່ນ​ແຕກ​ຕ່າງ​ເມື່ອ​ເວ​ລາ​ຜ່ານ​ໄປ ແລະ ຂ້າມ​ວັດ​ທະ​ນະ​ທຳ. ສະ​ນັ້ນ​ບັນ​ຫາ​ກ່ຽວ​ກັບ​ການ​ເຮັດ​ລາຍ​ການ​ສິ່ງ​ທີ່​ເຮັດ​ໄດ້ ແລະ ບໍ່​ສາ​ມາດ​ເຮັດ ບໍ່​ແມ່ນ​ພຽງ​ແຕ່​ມັນ​ບໍ່​ໄດ້​ຜົນ ແລະ ບໍ່​ຍືນ​ຍົງ. ບັນ​ຫາ​ຄື ມັນ​ປ່ຽນ​ຈຸດ​ສຸມ​ຂອງ​ເຮົາ​ຈາກ​ແຫລ່ງ​ຄວາມ​ຈິງ​ຂອງ​ພະ​ລັງ​ຂອງ​ເຮົາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ.

  21. ເມື່ອ​ຫລາຍ​ປີ​ກ່ອນ, ປະ​ທານ​ບອຍ ເຄ ແພ໊ກ​ເກີ ໄດ້​ກ່າວ​ຖ້ອຍ​ຄຳ​ທີ່​ມີ​ພະ​ລັງ​ເຫລົ່າ​ນີ້: “ຄຳ​ສອນ​ທີ່​ແທ້​ຈິງ, ເມື່ອ​ເຂົ້າ​ໃຈ, ຈະ​ປ່ຽນ​ແປງ​ທັດ​ສະ​ນະ ແລະ ພຶດ​ຕິ​ກຳ. ການ​ສຶກ​ສາ​ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຈະ​ເຮັດ​ໃຫ້​ພຶດ​ຕິ​ກຳ​ດີ​ຂຶ້ນ​ໄວ​ກວ່າ​ການ​ສຶກ​ສາ​ພຶດ​ຕິ​ກຳ​ຈະ​ປັບ​ປຸງ​ພຶດ​ຕິ​ກຳ” (“Do Not Fear,” Liahona, May 2004, 79).

    ປະ​ທານ​ເອ​ສະ​ຣາ ແທັບ ເບັນ​ສັນ ໄດ້​ສິດ​ສອນ​ຄວາມ​ຈິງ​ທີ່​ຄ້າຍ​ຄື​ກັນ​ນີ້​ວ່າ: “ພຣະ​ຜູ້​ເປັນ​ເຈົ້າ​ທຳ​ງານ​ຈາກ​ພາຍ​ໃນ​ຫາ​ພາຍ​ນອກ. ໂລກ​ທຳ​ງານ​ຈາກ​ພາຍ​ນອກ​ຫາ​ພາຍ​ໃນ. … ໂລກ​ຈະ​ປ່ຽນ​ພຶດ​ຕິ​ກຳ​ຂອງ​ມະ​ນຸດ, ແຕ່​ພຣະ​ຄຣິດ​ຈະ​ສາ​ມາດ​ປ່ຽນ​ທຳ​ມະ​ຊາດ​ຂອງ​ມະ​ນຸດ” (“Born of God,” Ensign, Nov. 1985, 6).

    ເມື່ອ​ແອວ​ມາ​ສາດ​ສະ​ດາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ເຫັນ​ຄວາມ​ຊົ່ວ​ໃນ​ໂລກ​ຢູ່​ອ້ອມ​ຂ້າງ​ເພິ່ນ, ເພິ່ນ​ໄດ້​ຫັນ​ຫາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ເພາະ​ເພິ່ນ​ຮູ້ “ມັນ​ໄດ້​ໃຫ້​ຜົນ​ທີ່​ມີ​ອຳ​ນາດ​ແກ່​ຈິດ​ໃຈ​ຂອງ​ຜູ້​ຄົນ​ຍິ່ງ​ກວ່າ​ດາບ, ຫລື ເໜືອ​ກວ່າ​ສິ່ງ​ໃດໆ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ພວກ​ເຂົາ—ສະ​ນັ້ນ ແອວ​ມາ​ຈຶ່ງ​ຄິດ​ວ່າ ມັນ​ສົມ​ຄວນ​ແລ້ວ ທີ່​ພວກ​ເພິ່ນ​ຈະ​ທົດ​ລອງ​ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ” (ແອວ​ມາ 31:5).

  22. Russell M. Nelson, “Let God Prevail,” Liahona, Nov. 2020, 94. ປະ​ທານ​ແນວ​ສັນ​ໄດ້​ເປັນ​ຕົວ​ຢ່າງ​ກ່ຽວ​ກັບ​ວິ​ທີ​ການ ເມື່ອ​ເພິ່ນ​ສິດ​ສອນ​ເຮົາ​ກ່ຽວ​ກັບ​ການ​ໃຫ້​ກຽດ​ແກ່​ວັນ​ຊະ​ບາ​ໂຕ: “ໃນ​ຕອນ​ຂ້າ​ພະ​ເຈົ້າ​ຍັງ​ໜຸ່ມ​ຫລາຍ​ກວ່າ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ສຶກ​ສາ​ວຽກ​ງານ​ຂອງ​ຄົນ​ອື່ນ​ທີ່​ໄດ້​ຂຽນ​ລາຍ​ຊື່​ຂອງ​ສິ່ງ​ທີ່​ຕ້ອງ​ເຮັດ ຫລື ບໍ່ ເຮັດ​ໃນ​ວັນ​ຊະ​ບາ​ໂຕ. ຕໍ່​ມາ​ຫລາຍ​ປີ​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ​ວ່າ ພຶດ​ຕິ​ກຳ ແລະ ທັດ​ສະ​ນະ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເປັນ ສັນ​ຍານ ລະ​ຫວ່າງ​ຂ້າ​ພະ​ເຈົ້າ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ຂ້າ​ພະ​ເຈົ້າ. ດ້ວຍ​ຄວາມ​ເຂົ້າ​ໃຈ​ນັ້ນ, ຂ້າ​ພະ​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ລາຍ​ຊື່​ຂອງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຄວນ ຫລື ບໍ່​ຄວນ​ເຮັດ​ອີກ​ຕໍ່​ໄປ. ເມື່ອ​ຂ້າ​ພະ​ເຈົ້າ​ຕ້ອງ​ໄດ້​ຕັດ​ສິນ​ໃຈ​ວ່າ​ກິດ​ຈະ​ກຳ​ໃດ​ເໝາະ​ສົມ​ກັບ​ວັນ​ຊະ​ບາ​ໂຕ​ຫລື​ບໍ່, ຂ້າ​ພະ​ເຈົ້າ​ພຽງ​ແຕ່​ໄດ້​ຖາມ​ຕົນ​ເອງ​ວ່າ, ‘ເຮົາ​ຢາກ​ມອບ ສັນ​ຍານ ໃດ​ໃຫ້​ແກ່​ພຣະ​ເຈົ້າ?’ ຄຳ​ຖາມ​ນັ້ນ​ໄດ້​ເຮັດ​ໃຫ້​ການ​ເລືອກ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ວັນ​ຊະ​ບາ​ໂຕ​ແຈ່ມ​ແຈ້ງ​ຂຶ້ນ” (“The Sabbath Is a Delight,” Liahona, May 2015, 130).

  23. ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ວ່າ “ຫລັກ​ທຳ​ແຫ່ງ​ຄວາມ​ຊອບ​ທຳ … ຊ່ວຍ​ເຮົາ​ໃຫ້​ເບິ່ງ​ຜ່ານ​ກາຍ​ຄວາມ​ມັກ​ຊອບ​ສ່ວນ​ຕົວ ແລະ ຄວາມ​ປາດ​ຖະ​ໜາ​ທີ່​ເຫັນ​ແກ່​ຕົວ​ຂອງ​ເຮົາ​ນຳ​ອີກ ໂດຍ​ການ​ໃຫ້​ທັດ​ສະ​ນະ​ທີ່​ມີ​ຄ່າ​ຂອງ​ຄວາມ​ຈິງ​ນິ​ລັນ​ດອນ​ແກ່​ເຮົາ ຂະ​ນະ​ທີ່​ເຮົາ​ຜ່ານ​ຜ່າ​ສະ​ຖາ​ນະ​ການ, ການ​ທ້າ​ທາຍ, ການ​ຕັດ​ສິນ​ໃຈ, ແລະ ປະ​ສົບ​ການ​ທີ່​ຫຍຸ້ງ​ຍາກ​ໃນ​ຊ່ວງ​ມະ​ຕະ” (“The Principles of My Gospel,” Liahona, May 2021, 123–24).

  24. ລູ​ກາ 18:22.

ພິມ