ຄວາມເປັນສານຸສິດທີ່ຍືນຍົງ
ເຮົາຈະສາມາດພົບຄວາມໝັ້ນໃຈທາງວິນຍານ ແລະ ສັນຕິສຸກ ຂະນະທີ່ເຮົາບຳລຸງລ້ຽງນິໄສອັນບໍລິສຸດ ແລະ ກິດຈະວັດອັນຊອບທຳ ທີ່ສາມາດຄໍ້າຈູນ ແລະ ຈຸດໄຟແຫ່ງສັດທາຂອງເຮົາ.
ໃນຊ່ວງລະດູຮ້ອນທີ່ຜ່ານມານີ້, ຄົນໜຸ່ມຂອງພວກເຮົາຫລາຍກວ່າ 200,000 ຄົນ ໃນທົ່ວໂລກ ໄດ້ເຕີບໂຕໃນສັດທາ ຢູ່ທີ່ການປະຊຸມໜຶ່ງສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ ທີ່ຍາວເປັນຮ້ອຍໆອາທິດ, ຫລື ການປະຊຸມ FSY. ການທີ່ອອກມາຈາກການແຍກຕົວໃນຊ່ວງໂຣກລະບາດ, ສຳລັບຫລາຍໆຄົນແລ້ວ ມັນເປັນການສະແດງສັດທາໃນພຣະຜູ້ເປັນເຈົ້າ ແມ່ນແຕ່ໃນການເຂົ້າຮ່ວມ. ຊາວໜຸ່ມຜູ້ເຂົ້າຮ່ວມຫລາຍຄົນ ເບິ່ງຄືວ່າຕິດຕາມເສັ້ນໂຄ້ງທີ່ຊີ້ຂຶ້ນເທິງ ຊຶ່ງນຳໄປສູ່ການປ່ຽນໃຈເຫລື້ອມໃສທີ່ເລິກເຊິ່ງຍິ່ງຂຶ້ນ. ໃນຕອນທ້າຍອາທິດ, ຂ້າພະເຈົ້າມັກຈະຖາມພວກເຂົາວ່າ, “ເປັນແນວໃດ?”
ບາງເທື່ອພວກເຂົາກໍເວົ້າທຳນອງນີ້: “ມື້ວັນຈັນ ຂ້ານ້ອຍຮູ້ສຶກລຳຄານແມ່ຂ້ານ້ອຍຫລາຍ ເພາະລາວບັງຄັບໃຫ້ຂ້ານ້ອຍມາເຮັດສິ່ງນີ້. ແລະ ຂ້ານ້ອຍບໍ່ຮູ້ຈັກໃຜເລີຍ. ແລະ ຂ້ານ້ອຍບໍ່ຄິດວ່າ ນີ້ແມ່ນສຳລັບຂ້ານ້ອຍ. ແລະ ຂ້ານ້ອຍຄືຊິບໍ່ມີໝູ່ເລີຍ. … ແຕ່ມື້ນີ້ແມ່ນວັນສຸກ, ແລະ ຂ້ານ້ອຍຢາກຢູ່ນີ້. ຂ້ານ້ອຍພຽງຢາກຮູ້ສຶກເຖິງພຣະວິນຍານໃນຊີວິດຂອງຂ້ານ້ອຍ. ຂ້ານ້ອຍຢາກໃຊ້ຊີວິດແບບນີ້.”
ພວກເຂົາແຕ່ລະຄົນມີເລື່ອງລາວຂອງຕົນເອງ ເພື່ອເລົ່າເຖິງຊ່ວງເວລາແຫ່ງຄວາມຊັດເຈນ ແລະ ເຖິງຂອງປະທານທາງວິນຍານທີ່ໄຫລຜ່ານພວກເຂົາ ແລະ ອູ້ມຊູພວກເຂົາໄປຕາມເສັ້ນໂຄ້ງຂອງການເຕີບໂຕ. ຂ້າພະເຈົ້າກໍປ່ຽນໄປໂດຍການປະຊຸມ FSY ໃນລະດູຮ້ອນນີ້ເຊັ່ນກັນ ເມື່ອຂ້າພະເຈົ້າໄດ້ເຫັນພຣະວິນຍານຂອງພຣະເຈົ້າກຳລັງຕອບສະໜອງຢ່າງບໍ່ຢຸດຢ່ອນຕໍ່ຄວາມປາດຖະໜາທີ່ຊອບທຳຂອງແຕ່ລະຈິດໃຈຂອງຊາວໜຸ່ມເຫລົ່ານີ້ ຊຶ່ງແຕ່ລະຄົນໄດ້ພົບຄວາມກ້າຫານທີ່ຈະໄວ້ວາງໃຈໃນພຣະອົງ ໃນອາທິດທີ່ຢູ່ພາຍໃຕ້ການຮັກສາຂອງພຣະອົງ.
ເຊັ່ນດຽວກັບເຮືອທີ່ຫຸ້ມເຫລັກຢ່າງຊານສະຫລາດຢູ່ທະເລ, ເຮົາອາໄສຢູ່ໃນສະພາບແວດລ້ອມທີ່ຂຶ້ນສະໜິມທາງວິນຍານ ບ່ອນທີ່ຄວາມເຊື່ອໝັ້ນທີ່ເປັ່ງປະກາຍທີ່ສຸດ ຕ້ອງໄດ້ຮັບການບຳລຸງຮັກສາຢ່າງເອົາໃຈໃສ່ ຖ້າບໍ່ດັ່ງນັ້ນ ມັນຈະລອກ, ຂຶ້ນສະໜິມ, ແລະ ໝຸ່ນສະຫລາຍໄປ.
ເຮົາສາມາດເຮັດຫຍັງໄດ້ແດ່ ເພື່ອທີ່ຈະຮັກສາໄຟແຫ່ງຄວາມເຊື່ອໝັ້ນຂອງເຮົາ?
ປະສົບການເຊັ່ນນີ້ໃນການປະຊຸມ FSY, ໃນຄ້າຍ, ໃນກອງປະຊຸມສິນລະລຶກ, ແລະ ໃນການເຜີຍແຜ່ ສາມາດຊ່ວຍໃຫ້ປະຈັກພະຍານຂອງເຮົາລຸກໄໝ້ຂຶ້ນ, ນຳເຮົາຜ່ານເສັ້ນໂຄ້ງແຫ່ງການເຕີບໂຕ ແລະ ການຄົ້ນພົບທາງວິນຍານ ໄປຍັງສະຖານທີ່ແຫ່ງສັນຕິສຸກ. ແຕ່ເຮົາຄວນເຮັດຢ່າງໃດ ເພື່ອຈະໄດ້ຢູ່ທີ່ນັ້ນ ແລະ ສືບຕໍ່ທີ່ຈະ “ມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ” (2 ນີໄຟ 31:20) ແທນທີ່ຈະຖອຍຫລັງ? ເຮົາຕ້ອງສືບຕໍ່ທີ່ຈະເຮັດໃນສິ່ງທີ່ນຳພາເຮົາໄປສູ່ບ່ອນນັ້ນຕັ້ງແຕ່ແລກ, ເຊັ່ນ ການອະທິຖານຢູ່ເລື້ອຍໆ, ການຈົມຢູ່ກັບພຣະຄຳພີ, ແລະ ການຮັບໃຊ້ຢ່າງຈິງໃຈ.
ສຳລັບພວກເຮົາບາງຄົນ, ມັນອາດຮຽກຮ້ອງໃຫ້ເຮົາໃຊ້ຄວາມໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແມ່ນແຕ່ໃນການເຂົ້າຮ່ວມກອງປະຊຸມສິນລະລຶກ. ແຕ່ເມື່ອເຮົາໄປຮອດແລ້ວ, ອິດທິພົນແຫ່ງການປິ່ນປົວຂອງສິນລະລຶກຂອງພຣະຜູ້ເປັນເຈົ້າ, ການຮັບເອົາຫລັກທຳພຣະກິດຕິຄຸນ, ແລະ ການບຳລຸງລ້ຽງຂອງຊຸມຊົນໃນສາດສະໜາຈັກ ສາມາດສົ່ງເຮົາກັບບ້ານດ້ວຍລະດັບທີ່ສູງກວ່າເກົ່າ.
ພະລັງຂອງການເຕົ້າໂຮມກັນແບບຕົວຕໍ່ຕົວມາຈາກໃສ?
ຢູ່ທີ່ການປະຊຸມ FSY, ຊາວໜຸ່ມຫລາຍກວ່າສອງຮ້ອຍພັນຄົນໄດ້ມາເພື່ອຮູ້ຈັກກັບພຣະຜູ້ຊ່ວຍໃຫ້ລອດໃຫ້ດີກວ່າເກົ່າ ໂດຍການໃຊ້ສູດທີ່ລຽບງ່າຍຂອງການເຂົ້າມາລວມກັນ ບ່ອນທີ່ສອງຄົນຂຶ້ນໄປໃນພວກເຂົາໄດ້ມາເຕົ້າໂຮມກັນໃນພຣະນາມຂອງພຣະອົງ (ເບິ່ງ ມັດທາຍ 18:20), ແລະ ການມີສ່ວນຮ່ວມໃນພຣະກິດຕິຄຸນ ແລະ ພຣະຄຳພີ, ການຮ້ອງເພງນຳກັນ, ການອະທິຖານນຳກັນ, ແລະ ການພົບສັນຕິສຸກໃນພຣະຄຣິດ. ນີ້ແມ່ນໃບສັ່ງຢາທີ່ມີພະລັງສຳລັບການຕື່ນຂຶ້ນທາງວິນຍານ.
ບັດນີ້, ກຸ່ມອ້າຍເອື້ອຍນ້ອງທີ່ຢູ່ຫ່າງໄກ ໄດ້ກັບບ້ານໄປເພື່ອພິຈາລະນາວ່າ ການທີ່ຍັງຄົງ “ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ” (ສຸພາສິດ 3:5; ຄຳຂວັນຂອງຊາວໜຸ່ມປີ 2022) ນັ້ນ ໝາຍຄວາມວ່າແນວໃດ ເມື່ອຖືກພັດພາໄປໃນສຽງແຊວອຶກກະທຶກຂອງໂລກທີ່ຄຶກຄະນອງ. ການເຮັດຕາມ “ຈົ່ງຟັງທ່ານ” (ໂຈເຊັບ ສະມິດ—ປະຫວັດ 1:17) ໃນສະຖານທີ່ແຫ່ງການໄຕ່ຕອງທີ່ມິດງຽບ ທີ່ມີພຣະຄຳພີເປີດອອກໄວ້ກວ້າງໆ ແມ່ນເລື່ອງໜຶ່ງ. ແຕ່ການນຳຄວາມເປັນສານຸສິດຂອງເຮົາໄປສູ່ຄວາມວຸ້ນວາຍແຫ່ງມະຕະຂອງສິ່ງລົບກວນສະມາທິຕ່າງໆ, ບ່ອນທີ່ເຮົາຕ້ອງພະຍາຍາມຢ່າງໜັກທີ່ຈະເຮັດຕາມຄຳວ່າ “ຈົ່ງຟັງທ່ານ” ແມ່ນແຕ່ຜ່ານຄວາມມົວໝອງຂອງຄວາມເຫັນແກ່ຕົວ ແລະ ຄວາມໝັ້ນໃຈທີ່ສັ່ນຄອນນັ້ນ ແມ່ນອີກເລື່ອງໜຶ່ງ. ຂໍຢ່າໄດ້ມີຄວາມສົງໄສເລີຍ: ນີ້ແມ່ນສິ່ງທີ່ບັນດາວິລະບຸລຸດເຮັດ ຊຶ່ງຖືກສະແດງໃຫ້ເຫັນໂດຍຊາວໜຸ່ມຂອງເຮົາ ເມື່ອພວກເຂົາຕັ້ງຈິດຕັ້ງໃຈຂອງພວກເຂົາ ເພື່ອທີ່ຈະຢືນກົງຕໍ່ຕ້ານການປ່ຽນແປງພື້ນຖານທາງດ້ານສິນທຳໃນວັນເວລາຂອງເຮົາ.
ຄອບຄົວສາມາດເຮັດຫຍັງໄດ້ແດ່ ເພື່ອເສີມສ້າງແຮງຜັກດັນ ທີ່ສ້າງຈາກກິດຈະກຳຕ່າງໆໃນສາດສະໜາຈັກ?
ຄັ້ງໜຶ່ງ, ຂ້າພະເຈົ້າເຄີຍຮັບໃຊ້ໃນຖານະສາມີຂອງປະທານອົງການຍິງໜຸ່ມປະຈຳສະເຕກ. ຄືນໜຶ່ງ, ຂ້າພະເຈົ້າໄດ້ຮັບມອບໝາຍໃຫ້ຈັດເຂົ້າໜົມໃນຫ້ອງໂຖງ ຂະນະທີ່ພັນລະຍາຂອງຂ້າພະເຈົ້າກຳລັງຈັດການເຕົ້າໂຮມຂ້າງກອງໄຟໃນໂບດສຳລັບພໍ່ແມ່ ແລະ ລູກສາວຂອງເຂົາເຈົ້າ ທີ່ກຳລັງກຽມຕົວເພື່ອໄປເຂົ້າຮ່ວມຄ້າຍຍິງໜຸ່ມອາທິດໜ້າ. ຫລັງຈາກທີ່ອະທິບາຍວ່າຈະຈັດຢູ່ໃສ ແລະ ຈະຕ້ອງເອົາຫຍັງໄປນຳ, ລາວໄດ້ເວົ້າວ່າ, “ບັດນີ້, ວັນອັງຄານຕອນເຊົ້າ ເມື່ອພວກທ່ານໄປສົ່ງລູກສາວທີ່ໜ້າຮັກຂອງພວກທ່ານຢູ່ລົດເມ, ໃຫ້ພວກທ່ານກອດພວກເຂົາໃຫ້ແໜ້ນໆ. ແລະ ໃຫ້ພວກທ່ານຈູບລາພວກເຂົາ—ເພາະພວກເຂົາຈະບໍ່ກັບຄືນມາ.”
ຂ້າພະເຈົ້າໄດ້ຍິນສຽງຄົນຫາຍໃຈເຂົ້າແຮງໆ, ແລະ ຂ້າພະເຈົ້າກໍໄດ້ຮູ້ວ່າ ແມ່ນຂ້າພະເຈົ້າເອງ. “ຈະບໍ່ກັບຄືນມາ?”
ແຕ່ບາດແລ້ວ ລາວກໍເວົ້າຕໍ່ວ່າ: “ເມື່ອພວກທ່ານໄປສົ່ງເດັກຍິງໃນວັນອັງຄານຕອນເຊົ້າເຫລົ່ານັ້ນແລ້ວ, ພວກເຂົາຈະຖິ້ມສິ່ງລົບກວນສະມາທິທີ່ບໍ່ສຳຄັນໄວ້ທາງຫລັງ ແລະ ໃຊ້ເວລາໜຶ່ງອາທິດນຳກັນ ເພື່ອຮຽນຮູ້ ແລະ ເຕີບໂຕ ແລະ ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ. ພວກເຮົາຈະອະທິຖານນຳກັນ ແລະ ຮ້ອງເພງ ແລະ ເຮັດອາຫານ ແລະ ຮັບໃຊ້ນຳກັນ ແລະ ແບ່ງປັນປະຈັກພະຍານນຳກັນ ແລະ ເຮັດໃນສິ່ງທີ່ຊ່ວຍໃຫ້ພວກເຮົາຮູ້ສຶກເຖິງພຣະວິນຍານຂອງພຣະບິດາເທິງສະຫວັນ, ໝົດອາທິດ, ຈົນກວ່າມັນຈະຊຶມຊັບເຂົ້າໄປຈົນຮອດກະດູກຂອງເຮົາ. ແລະ ໃນວັນອາທິດ, ເດັກຍິງເຫລົ່ານັ້ນທີ່ພວກທ່ານເຫັນຕອນກຳລັງລົງລົດເມ ຈະບໍ່ແມ່ນຄົນທີ່ພວກທ່ານໄປສົ່ງໃນວັນອັງຄານນັ້ນ. ພວກເຂົາຈະເປັນຄົນໃໝ່. ແລະ ຖ້າພວກທ່ານຊ່ວຍພວກເຂົາໃຫ້ເດີນທາງຕໍ່ຈາກລະດັບທີ່ສູງກວ່ານັ້ນແລ້ວ, ພວກເຂົາຈະເຮັດໃຫ້ພວກທ່ານງຶດງໍ້ໃຈ. ພວກເຂົາຈະສືບຕໍ່ທີ່ຈະປ່ຽນແປງ ແລະ ເຕີບໂຕ. ແລະ ຄອບຄົວຂອງພວກທ່ານກໍຈະປ່ຽນແປງເຊັ່ນກັນ.”
ໃນວັນເສົານັ້ນ, ມັນເປັນດັ່ງທີ່ລາວໄດ້ຄາດໄວ້. ຂະນະທີ່ຂ້າພະເຈົ້າເອົາຜ້າເຕັນຂຶ້ນລົດ, ຂ້າພະເຈົ້າກໍໄດ້ຍິນສຽງຂອງພັນລະຍາຂອງຂ້າພະເຈົ້າໃນໂຮງລະຄອນກາງແຈ້ງນ້ອຍໆທີ່ເຮັດດ້ວຍໄມ້ ບ່ອນທີ່ເດັກຍິງໄປລວມຕົວກັນກ່ອນທີ່ຈະກັບບ້ານ. ຂ້າພະເຈົ້າໄດ້ຍິນລາວເວົ້າວ່າ, “ໂອ, ຢູ່ນີ້ເອງ. ພວກເຮົາໄດ້ເບິ່ງພວກເຈົ້າໝົດອາທິດ. ເດັກຍິງວັນເສົາ.”
ຊາວໜຸ່ມທີ່ເຂັ້ມແຂງແຫ່ງຊີໂອນກຳລັງເດີນທາງຜ່ານຊ່ວງເວລາທີ່ໜ້າຕື່ນຕາ. ການພົບຄວາມຊື່ນຊົມ ໃນ ໂລກຂອງການຢຸດຊະງັກທີ່ໄດ້ທຳນາຍໄວ້ນີ້ ໂດຍທີ່ບໍ່ໄດ້ກາຍເປັນສ່ວນໜຶ່ງ ຂອງ ໂລກນັ້ນ, ທີ່ມີຈຸດບອດສູ່ຄວາມບໍລິສຸດ, ແມ່ນພາລະໜ້າທີ່ສະເພາະຂອງພວກເຂົາ. ປະມານໜຶ່ງຮ້ອຍປີກ່ອນ, ຈີ ເຄ ເຈດສະເທີທັນ ໄດ້ກ່າວໄວ້ ຄືກັບວ່າ ລາວໄດ້ເຫັນການສະແຫວງຫານີ້ ແມ່ນການມີບ້ານເປັນສູນກາງ ແລະ ຮັບການສະໜັບສະໜູນຈາກສາດສະໜາຈັກ ເມື່ອລາວເວົ້າວ່າ “ພວກເຮົາຕ້ອງຮູ້ສຶກເຖິງຈັກກະວານໃນເວລາດຽວກັນ ດັ່ງຜາສາດຂອງຍັກ, ທີ່ຈະຖືກໂຈມຕີ, ແຕ່ກໍເໝືອນດັ່ງຕູບນ້ອຍຂອງເຮົາ, ຊຶ່ງເຮົາສາມາດກັບຄືນເມືອຫາໄດ້ໃນຕອນແລງ” (Orthodoxy [1909], 130).
ໂຊກດີທີ່, ພວກເຂົາບໍ່ຈຳເປັນຕ້ອງໄດ້ອອກໄປຄົນດຽວ. ພວກເຂົາມີກັນແລະກັນ. ແລະ ພວກເຂົາມີທ່ານ. ແລະ ພວກເຂົາຕິດຕາມສາດສະດາທີ່ມີຊີວິດຢູ່, ປະທານຣະໂຊ ເອັມ ແນວສັນ, ຜູ້ທີ່ນຳພາດ້ວຍການເບິ່ງໂລກໃນແງ່ດີ ທີ່ຮອບຮູ້ຂອງຜູ້ພະຍາກອນ ໂດຍປະກາດວ່າ ຄວາມພະຍາຍາມອັນຍິ່ງໃຫຍ່ຂອງເວລານີ້—ການເຕົ້າໂຮມອິດສະຣາເອນ—ຈະຍິ່ງໃຫຍ່ ແລະ ສະຫງ່າຜ່າເຜີຍ (ເບິ່ງ “Hope of Israel” [worldwide youth devotional, June 3, 2018], HopeofIsrael.ChurchofJesusChrist.org).
ໃນລະດູຮ້ອນນີ້, ຂ້າພະເຈົ້າ ແລະ ພັນລະຍາຂອງຂ້າພະເຈົ້າ, ຄາລີນ, ໄດ້ປ່ຽນຍົນທີ່ ອາມສະເຕີອາມ ບ່ອນທີ່, ເມື່ອຫລາຍປີກ່ອນ, ຂ້າພະເຈົ້າເປັນຜູ້ສອນສາດສະໜາໃໝ່. ຫລັງຈາກທີ່ຂ້າພະເຈົ້າໄດ້ໃຊ້ເວລາຫລາຍເດືອນພະຍາຍາມຮຽນພາສາໂຮນລັງ, ຖ້ຽວບິນ KLM ຂອງພວກເຮົາກຳລັງລົງຈອດ, ແລະ ກັບຕັນໄດ້ປະກາດຜ່ານລະບົບປະກາດສຽງສາທາລະນະໃນພາສາທີ່ພວກເຮົາບໍ່ເຂົ້າໃຈ. ຫລັງຈາກທີ່ງຽບໄປຊົ່ວໄລຍະໜຶ່ງ, ຄູ່ສອນຂອງຂ້າພະເຈົ້າກໍເວົ້າຄ່ອຍໆວ່າ, “ຂ້ອຍຄິດວ່າມັນແມ່ນພາສາໂຮນລັງ.” ພວກເຮົາເງີຍໜ້າຂຶ້ນ, ຕ່າງກໍອ່ານໃຈກັນວ່າ: “ຕາຍຄັກບາດນີ້.”
ແຕ່ຍັງມີຄວາມຫວັງຢູ່. ຂະນະທີ່ຂ້າພະເຈົ້າຮູ້ສຶກອັດສະຈັນໃຈກັບການກ້າວກະໂດດຂອງສັດທາທີ່ພວກເຮົາມີ ລະຫວ່າງທີ່ພວກເຮົາຍ່າງຜ່ານສະໜາມບິນນີ້ໄປສູ່ການອັດສະຈັນທີ່ ຈະຖອກເທລົງມາເທິງພວກເຮົາ ໃນຖານະຜູ້ສອນສາດສະໜາ, ຂ້າພະເຈົ້າໄດ້ຖືກນຳກັບຄືນມາສູ່ປະຈຸບັນຢ່າງກະທັນຫັນ ເມື່ອເຫັນຜູ້ສອນສາດສະໜາຄົນໜຶ່ງທີ່ມີຊີວິດຢູ່, ຫາຍໃຈຢູ່ ຜູ້ທີ່ກຳລັງຈະຂຶ້ນຍົນກັບບ້ານ. ລາວໄດ້ແນະນຳຕົວເອງ ແລະ ຖາມວ່າ, “ປະທານລັນ, ຂ້ານ້ອຍຕ້ອງເຮັດແນວໃດບາດນີ້? ຂ້ານ້ອຍຕ້ອງເຮັດແນວໃດ ຈຶ່ງຈະເຂັ້ມແຂງຢູ່ຕໍ່ໄປ?”
ແລ້ວ, ຄຳຖາມດຽວກັນນີ້ ທີ່ຢູ່ໃນໃຈຂອງຊາວໜຸ່ມຂອງພວກເຮົາ ຕອນທີ່ພວກເຂົາກຳລັງອອກຈາກການປະຊຸມ FSY, ຄ້າຍຊາວໜຸ່ມ, ແລະ ການເດີນທາງໄປພຣະວິຫານ ແລະ ທຸກເທື່ອທີ່ພວກເຮົາຮູ້ສຶກເຖິງອຳນາດແຫ່ງສະຫວັນ: “ການຮັກພຣະເຈົ້າຈະກາຍເປັນສານຸສິດທີ່ຍືນຍົງໄດ້ແນວໃດ?”
ຂ້າພະເຈົ້າຮູ້ສຶກເຖິງຄວາມຮັກທີ່ເຕັມປ່ຽມຕໍ່ຜູ້ສອນສາດສະໜາທີ່ແວວຕາແຈ່ມໃສຄົນນີ້ ຜູ້ທີ່ຮັບໃຊ້ວຽກງານເຜີຍແຜ່ຂອງລາວໃນຊົ່ວໂມງສຸດທ້າຍ, ແລະ ໃນຄວາມງຽບຊົ່ວຂະນະໜຶ່ງຂອງພຣະວິນຍານ, ຂ້າພະເຈົ້າໄດ້ຍິນສຽງຂອງຂ້າພະເຈົ້າສັ່ນ ຂະນະທີ່ຂ້າພະເຈົ້າເວົ້າງ່າຍໆວ່າ, “ເຈົ້າບໍ່ຈຳເປັນຕ້ອງໃສ່ປ້າຍເສື້ອ ເພື່ອຮັບພຣະນາມຂອງພຣະອົງ.”
ຂ້າພະເຈົ້າຢາກເອົາມືໄປວາງໄວ້ຢູ່ບ່າຂອງລາວ ແລະ ເວົ້າວ່າ, “ນີ້ຄືສິ່ງທີ່ເຈົ້າຄວນເຮັດ. ເຈົ້າກັບບ້ານໄປ, ແລະ ໃຫ້ເຈົ້າເປັນແບບ ນີ້ ແຫລະ. ເຈົ້າດີຫລາຍຈົນເຈົ້າເກືອບຈະເຮືອງແສງໃນຄວາມມືດ. ວິໄນຂອງວຽກງານເຜີຍແຜ່ຂອງເຈົ້າ ແລະ ການເສຍສະລະຂອງເຈົ້າ ໄດ້ເຮັດໃຫ້ເຈົ້າເປັນບຸດທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ໃຫ້ສືບຕໍ່ເຮັດຢູ່ບ້ານຂອງເຈົ້າ ສິ່ງທີ່ໄດ້ຜົນຢ່າງມີພະລັງສຳລັບເຈົ້າຢູ່ທີ່ນີ້. ເຈົ້າໄດ້ຮຽນຮູ້ການອະທິຖານ ແລະ ອະທິຖານເຖິງໃຜ ແລະ ພາສາຂອງການອະທິຖານ. ເຈົ້າໄດ້ສຶກສາພຣະຄຳຂອງພຣະອົງ ແລະ ໄດ້ຮັກພຣະຜູ້ຊ່ວຍລອດ ໂດຍການພະຍາຍາມທີ່ຈະເປັນເໝືອນດັ່ງພຣະອົງ. ເຈົ້າໄດ້ຮັກພຣະບິດາເທິງສະຫວັນ ດັ່ງທີ່ພຣະອົງໄດ້ຮັກພຣະບິດາຂອງພຣະອົງ, ຮັບໃຊ້ຄົນອື່ນ ດັ່ງທີ່ພຣະອົງໄດ້ຮັບໃຊ້ຄົນອື່ນ, ແລະ ໄດ້ດຳລົງຊີວິດຕາມພຣະບັນຍັດດັ່ງທີ່ພຣະອົງໄດ້ເຮັດ—ແລະ ເມື່ອເຈົ້າບໍ່ເຮັດ, ເຈົ້າກໍໄດ້ກັບໃຈ. ຄວາມເປັນສານຸສິດຂອງເຈົ້າ ບໍ່ແມ່ນພຽງເປັນແຕ່ຄຳຂວັນຢູ່ເທິງເສື້ອຢືດ—ມັນໄດ້ກາຍເປັນພາກສ່ວນໜຶ່ງໃນຊີວິດຂອງເຈົ້າ ໂດຍມີຈຸດປະສົງເພື່ອມີຊີວິດຢູ່ເພື່ອຜູ້ອື່ນ. ສະນັ້ນ ໃຫ້ເຈົ້າກັບບ້ານ ແລະ ໃຫ້ເຈົ້າເຮັດເຊັ່ນນັ້ນ. ເປັນແນວນັ້ນ. ແບກຮັບແຮງຜັກດັນທາງວິນຍານນີ້ໄປຕະຫລອດຊີວິດຂອງເຈົ້າ.”
ຂ້າພະເຈົ້າຮູ້ວ່າ ໂດຍຜ່ານທາງການໄວ້ວາງໃຈໃນອົງພຣະເຢຊູຄຣິດເຈົ້າ ແລະ ເສັ້ນທາງແຫ່ງພັນທະສັນຍາຂອງພຣະອົງ, ເຮົາຈະສາມາດພົບຄວາມໝັ້ນໃຈທາງວິນຍານ ແລະ ສັນຕິສຸກ ຂະນະທີ່ເຮົາບຳລຸງລ້ຽງນິໄສອັນບໍລິສຸດ ແລະ ກິດຈະວັດອັນຊອບທຳ ທີ່ສາມາດຄໍ້າຈູນ ແລະ ຈຸດໄຟແຫ່ງສັດທາຂອງເຮົາ. ຂໍໃຫ້ພວກເຮົາແຕ່ລະຄົນຫຍັບເຂົ້າມາໃກ້ໄຟທີ່ອຸ່ນ, ແລະ ບໍ່ວ່າສິ່ງໃດຈະມາເຖິງ, ໃຫ້ຄົງຢູ່ທີ່ນັ້ນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.