ໃຫ້ການເຮັດດີເປັນເລື່ອງປົກກະຕິສຳລັບເຮົາ
ຖ້າເຮົາແນ່ວແນ່ ແລະ ບໍ່ຫວັ່ນໄຫວໃນການເຮັດດີ, ຂະນົບທຳນຽມຂອງເຮົາຈະຊ່ວຍໃຫ້ເຮົາຢູ່ໃນເສັ້ນທາງແຫ່ງພັນທະສັນຍາ.
ຂ້າພະເຈົ້າຮູ້ບຸນຄຸນສະເໝີຕໍ່ວຽກງານມອບໝາຍໃນສາດສະໜາຈັກ ທີ່ພາຂ້າພະເຈົ້າໄປຢູ່ຫລາຍໆປະເທດທີ່ແຕກຕ່າງກັນ. ພວກເຮົາພົບກັບຄວາມຫລາກຫລາຍ ແລະ ຜູ້ຄົນທີ່ບໍ່ທຳມະດາ ທີ່ມີຂະນົບທຳນຽມ ແລະ ຮີດຄອງປະເພນີທີ່ແຕກຕ່າງກັນໃນແຕ່ລະປະເທດເຫລົ່ານີ້.
ພວກເຮົາທຸກຄົນມີຂະນົບທຳນຽມ ແລະ ຮີດຄອງປະເພນີທີ່ເປັນສ່ວນຕົວ, ຈາກຄອບຄົວຂອງພວກເຮົາ, ຫລື ຈາກຊຸມຊົນທີ່ພວກເຮົາອາໄສຢູ່, ແລະ ພວກເຮົາຫວັງຈະຮັກສາໃຫ້ທຸກສິ່ງເຫລົ່ານີ້ສອດຄ່ອງກັບຫລັກທຳແຫ່ງພຣະກິດຕິຄຸນ. ການປັບປຸງຂະນົບທຳນຽມ ແລະ ຮີດຄອງປະເພນີ ເປັນພື້ນຖານຂອງຄວາມພະຍາຍາມຂອງເຮົາທີ່ຈະຢູ່ໃນເສັ້ນທາງແຫ່ງພັນທະສັນຍາ, ແລະ ສິ່ງທີ່ເປັນອຸປະສັກ, ເຮົາຄວນປະຕິເສດມັນ.
ຂະນົບທຳນຽມ ແມ່ນການປະຕິບັດ ຫລື ວິທີຄິດທີ່ເຫັນເລື້ອຍໆ ແລະ ເປັນນິໄສ ສຳລັບບຸກຄົນ, ວັດທະນະທຳ, ຫລື ຮີດຄອງປະເພນີໃດໜຶ່ງ. ຫລາຍເທື່ອ, ພວກເຮົາຮັບຮູ້ວ່າ ສິ່ງທີ່ພວກເຮົາຄິດ ແລະ ເຮັດໃນວິທີທີ່ເປັນນິໄສນັ້ນ ເປັນເລື່ອງປົກກະຕິ.
ກະລຸນາໃຫ້ຂ້າພະເຈົ້າຍົກຕົວຢ່າງເລື່ອງນີ້: ແພັດທຣິເຊຍ, ພັນລະຍາທີ່ຮັກຂອງຂ້າພະເຈົ້າ, ມັກດື່ມນໍ້າໝາກພ້າວ ແລະ ແລ້ວກໍກິນໃນໝາກພ້າວ. ລະຫວ່າງການຢ້ຽມຢາມຄັ້ງທຳອິດທີ່ ປູເອບະລາ, ແມັກຊິໂກ, ພວກເຮົາໄປສະຖານທີ່ໜຶ່ງທີ່ພວກເຮົາຊື້ໝາກພ້າວ. ຫລັງຈາກດື່ມນໍ້າໝາກພ້າວແລ້ວ, ພັນລະຍາຂອງຂ້າພະເຈົ້າໄດ້ຂໍໃຫ້ເຂົາຜ່າໝາກພ້າວ ແລ້ວເອົາຕ່ອນໝາກພ້າວມາໃຫ້ລາວກິນ. ຕອນເຂົາເອົາມັນມາ, ມັນຊໍ້າພັດເປັນສີແດງໆ. ເຂົາເຈົ້າໄດ້ໂຮຍໝາກເຜັດໃສ່! ໝາກພ້າວຫວານກັບໝາກເຜັດ! ມັນເບິ່ງຄືແປກຫລາຍສຳລັບພວກເຮົາ. ແຕ່ຕໍ່ມາ ພວກເຮົາໄດ້ຮູ້ວ່າ ຜູ້ທີ່ແປກແມ່ນຂ້າພະເຈົ້າ ແລະ ພັນລະຍາ, ຜູ້ທີ່ບໍ່ກິນໝາກພ້າວກັບໝາກເຜັດ. ເຖິງຢ່າງໃດກໍຕາມ, ໃນແມັກຊິໂກ, ມັນບໍ່ແມ່ນເລື່ອງທີ່ຫາຍາກ; ມັນເປັນເລື່ອງປົກກະຕິຫລາຍ.
ໃນອີກໂອກາດໜຶ່ງ ພວກເຮົາກຳລັງກິນເຂົ້າຢູ່ບຣາຊິນກັບໝູ່, ແລະ ເຂົາເຈົ້າກໍໄດ້ເອົາໝາກອາໂວກາໂດມາເສີບໃຫ້ພວກເຮົາ. ພໍດີຕອນທີ່ພວກເຮົາກຳລັງຈະໂຮຍເກືອໃສ່, ໝູ່ຂອງພວກເຮົາກໍເວົ້າກັບພວກເຮົາວ່າ: “ພວກເຈົ້າກຳລັງເຮັດຫຍັງ? ພວກເຮົາເອົານໍ້າຕານໃສ່ອາໂວກາໂດແລ້ວ!” ອາໂວກາໂດກັບນໍ້າຕານ! ມັນເບິ່ງຄືແປກຫລາຍສຳລັບພວກເຮົາ. ແຕ່ແລ້ວ ພວກເຮົາໄດ້ຮູ້ວ່າ ຜູ້ທີ່ແປກແມ່ນຂ້າພະເຈົ້າ ແລະ ພັນລະຍາ, ຜູ້ທີ່ບໍ່ກິນອາໂວກາໂດກັບນໍ້າຕານ. ໃນບຣາຊິນ, ອາໂວກາໂດໂຮຍນໍ້າຕານ ແມ່ນປົກກະຕິ.
ສິ່ງທີ່ເປັນເລື່ອງປົກກະຕິສຳລັບບາງຄົນ ອາດເປັນເລື່ອງແປກສຳລັບຄົນອື່ນ, ຂຶ້ນຢູ່ກັບຂະນົບທຳນຽມ ແລະ ຮີດຄອງປະເພນີຂອງພວກເຂົາ.
ຂະນົບທຳນຽມ ແລະ ຮີດຄອງປະເພນີໃດທີ່ເປັນເລື່ອງປົກກະຕິໃນຊີວິດຂອງເຮົາ?
ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ: “ທຸກມື້ນີ້ເຮົາໄດ້ຍິນກ່ຽວກັບ ‘ຄວາມປົກກະຕິໃໝ່.’ ຖ້າຫາກທ່ານຢາກຮັບເອົາຄວາມປົກກະຕິໃໝ່, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ຫັນຫົວໃຈ, ຈິດໃຈ, ແລະ ຈິດວິນຍານຂອງທ່ານມາຫາພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ ໃຫ້ຫລາຍກວ່າເກົ່າ. ຂໍໃຫ້ມັນເປັນຄວາມປົກກະຕິໃໝ່ ຂອງທ່ານ” (“A New Normal,” Liahona, Nov. 2020, 118).
ຄຳເຊື້ອເຊີນນີ້ແມ່ນສຳລັບທຸກຄົນ. ມັນບໍ່ສຳຄັນວ່າເຮົາຈະຍາກຈົນ ຫລື ຮັ່ງມີ, ມີການສຶກສາ ຫລື ບໍ່ມີການສຶກສາ, ເຖົ້າ ຫລື ໜຸ່ມ, ເຈັບປ່ວຍ ຫລື ມີສຸຂະພາບດີ. ເພິ່ນໄດ້ເຊື້ອເຊີນໃຫ້ພວກເຮົາເຮັດໃຫ້ສິ່ງທີ່ເປັນປົກກະຕິ ໃນຊີວິດຂອງເຮົາ ເປັນສິ່ງທີ່ຊ່ວຍໃຫ້ເຮົາຢູ່ໃນເສັ້ນທາງແຫ່ງພັນທະສັນຍາ.
ບໍ່ມີປະເທດໃດທີ່ບັນຈຸແຕ່ສິ່ງທີ່ດີ ຫລື ໜ້າຊື່ນຊົມທັງໝົດ. ດັ່ງນັ້ນ, ດັ່ງທີ່ໂປໂລ ແລະ ສາດສະດາ ໂຈເຊັບ ສະມິດ ໄດ້ສິດສອນ:
“ຫາກມີສິ່ງໃດທີ່ເປັນ ຄຸນນະທຳ, ງົດງາມ, ຫລື ຈາກການລາຍງານດີ ຫລື ຄວນສັນລະເສີນ, ພວກເຮົາສະແຫວງຫາສິ່ງເຫລົ່ານີ້” (ຫລັກແຫ່ງຄວາມເຊື່ອ 1:13).
“ຖ້າມີສິ່ງໃດຄວນແກ່ການສັນລະເສີນ ຈົ່ງພິຈາລະນາເຖິງສິ່ງເຫລົ່ານັ້ນ” (ຟີລິບປອຍ 4:8).
ໃຫ້ສັງເກດວ່າ ນີ້ແມ່ນການແນະນຳ, ບໍ່ແມ່ນພຽງແຕ່ການສະແດງຄວາມຄິດເຫັນທຳມະດາ.
ຂ້າພະເຈົ້າຢາກໃຫ້ເຮົາທຸກຄົນໃຊ້ເວລາເພື່ອຕຶກຕອງເຖິງຂະນົບທຳນຽມຂອງເຮົາ ແລະ ການທີ່ມັນມີອິດທິພົນຕໍ່ຄອບຄົວຂອງເຮົາ.
ທ່າມກາງນິໄສຕ່າງໆທີ່ໜ້າອັດສະຈັນ ທີ່ຄວນເປັນເລື່ອງປົກກະຕິສຳລັບສະມາຊິກຂອງສາດສະໜາຈັກ ມີສີ່ຢ່າງດັ່ງນີ້:
-
ການສຶກສາພຣະຄຳພີເປັນສ່ວນຕົວ ແລະ ເປັນຄອບຄົວ. ເພື່ອທີ່ຈະປ່ຽນໃຈເຫລື້ອມໃສຕໍ່ອົງພຣະເຢຊູຄຣິດເຈົ້າ, ແຕ່ລະຄົນມີໜ້າທີ່ຮັບຜິດຊອບໃນການຮຽນຮູ້ພຣະກິດຕິຄຸນ. ພໍ່ແມ່ມີໜ້າທີ່ຮັບຜິດຊອບໃນການສິດສອນພຣະກິດຕິຄຸນໃຫ້ແກ່ລູກໆຂອງພວກເຂົາ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 68:25; 93:40).
-
ການອະທິຖານເປັນສ່ວນຕົວ ແລະ ເປັນຄອບຄົວ. ພຣະຜູ້ຊ່ວຍໃຫ້ລອດໄດ້ບັນຊາໃຫ້ເຮົາອະທິຖານຢູ່ສະເໝີ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 19:38). ການອະທິຖານຊ່ວຍໃຫ້ເຮົາສື່ສານເປັນການສ່ວນຕົວກັບພຣະບິດາເທິງສະຫວັນຂອງເຮົາໃນພຣະນາມຂອງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ.
-
ການເຂົ້າຮ່ວມກອງປະຊຸມສິນລະລຶກທຸກອາທິດ (ເບິ່ງ 3 ນີໄຟ 18:1–12; ໂມໂຣໄນ 6:5–6). ເຮົາເຮັດເຊັ່ນນັ້ນ ເພື່ອລະນຶກເຖິງພຣະເຢຊູຄຣິດ ເມື່ອເຮົາຮັບສິນລະລຶກ. ໃນພິທີການນີ້ ສະມາຊິກຂອງສາດສະໜາຈັກໄດ້ຕໍ່ພັນທະສັນຍາຂອງເຂົາເຈົ້າ ໃນການຮັບເອົາພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດ, ໃນການລະນຶກເຖິງພຣະອົງຕະຫລອດເວລາ, ແລະ ໃນການຮັກສາພຣະບັນຍັດຂອງພຣະອົງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 20:77, 79).
-
ການມີພາກສ່ວນໃນວຽກງານພຣະວິຫານ ແລະ ປະຫວັດຄອບຄົວເລື້ອຍໆ. ວຽກງານນີ້ແມ່ນວິທີຂອງການລວມຕົວ ແລະ ຜະນຶກຄອບຄົວຊົ່ວນິລັນດອນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 128:15).
ເຮົາຮູ້ສຶກແນວໃດເມື່ອໄດ້ຍິນສີ່ຢ່າງນີ້? ມັນເປັນສ່ວນໜຶ່ງຂອງຊີວິດປົກກະຕິຂອງເຮົາແລ້ວບໍ່?
ມີຫລາຍຮີດຄອງປະເພນີທີ່ສາມາດເປັນສ່ວນໜຶ່ງຂອງຄວາມປົກກະຕິທີ່ເຮົາໄດ້ນຳມາໃຊ້, ນັ້ນກໍຄື ໃຫ້ພຣະເຈົ້າໄຊຊະນະໃນຊີວິດຂອງເຮົາ.
ເຮົາຈະສາມາດກຳນົດໄດ້ແນວໃດວ່າ ສິ່ງໃດຈະເປັນເລື່ອງປົກກະຕິໃນຊີວິດຂອງເຮົາ ແລະ ໃນຄອບຄົວຂອງເຮົາ? ໃນພຣະຄຳພີ ເຮົາພົບເຫັນແບບຢ່າງທີ່ຍິ່ງໃຫຍ່; ໃນ ໂມໄຊຢາ 5:15 ມີກ່າວໄວ້ວ່າ, “ຂ້າພະເຈົ້າຢາກໃຫ້ພວກທ່ານແນ່ວແນ່ ແລະ ບໍ່ຫວັ່ນໄຫວ, ແຕ່ເຕັມໄປດ້ວຍວຽກງານດີຢູ່ສະເໝີ.”
ຂ້າພະເຈົ້າມັກຖ້ອຍຄຳເຫລົ່ານີ້ຫລາຍ ເພາະເຮົາຮູ້ວ່າ ສິ່ງທີ່ກາຍເປັນເລື່ອງປົກກະຕິໃນຊີວິດເຮົາ ແມ່ນສິ່ງທີ່ເຮົາເຮັດຊໍ້າແລ້ວຊໍ້າອີກ. ຖ້າເຮົາແນ່ວແນ່ ແລະ ບໍ່ຫວັ່ນໄຫວໃນການເຮັດດີ, ຂະນົບທຳນຽມຂອງເຮົາ ກໍຈະເປັນໄປຕາມຫລັກທຳຂອງພຣະກິດຕິຄຸນ ແລະ ມັນຈະຊ່ວຍໃຫ້ເຮົາຢູ່ໃນເສັ້ນທາງແຫ່ງພັນທະສັນຍາ.
ປະທານແນວສັນຍັງໄດ້ແນະນຳວ່າ: “ຈົ່ງຮັບເອົາຄວາມປົກກະຕິໃໝ່ຂອງທ່ານດ້ວຍການກັບໃຈທຸກວັນ. ຈົ່ງສະແຫວງຫາທີ່ຈະເພີ່ມຄວາມບໍລິສຸດໃນຄວາມຄິດ, ໃນຄຳວາຈາ, ແລະ ໃນການກະທຳ. ຈົ່ງປະຕິບັດສາດສະໜາກິດຕໍ່ຄົນອື່ນ. ຈົ່ງຮັກສາທັດສະນະນິລັນດອນ. ຈົ່ງຂະຫຍາຍການເອີ້ນຂອງທ່ານ. ບໍ່ວ່າການທ້າທາຍຂອງທ່ານຈະເປັນສິ່ງໃດກໍຕາມ, ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຈົ່ງດຳລົງຊີວິດທຸກວັນ ໃນທາງທີ່ ທ່ານ ຈະກຽມພ້ອມທີ່ຈະພົບກັບພຣະຜູ້ສ້າງຂອງທ່ານ” (“A New Normal,” 118).
ດຽວນີ້ ມັນບໍ່ເປັນເລື່ອງແປກສຳລັບພັນລະຍາຂອງຂ້າພະເຈົ້າ, ແພັດທຣິເຊຍ, ຫລື ສຳລັບຂ້າພະເຈົ້າ ທີ່ຈະກິນໝາກພ້າວກັບໝາກເຜັດ ແລະ ກິນອາໂວກາໂດໃສ່ນ້ຳຕານ—ຕາມຄວາມຈິງແລ້ວ, ພວກເຮົາມັກມັນ. ເຖິງຢ່າງໃດກໍຕາມ, ຄວາມສູງສົ່ງ ແມ່ນເໜືອກວ່າປະສາດສຳຜັດທາງລົດຊາດ; ມັນແມ່ນຫົວຂໍ້ທີ່ກ່ຽວຂ້ອງກັບຄວາມເປັນນິລັນດອນ.
ຂ້າພະເຈົ້າອະທິຖານວ່າ ຄວາມປົກກະຕິຂອງເຮົາຈະຊ່ວຍໃຫ້ເຮົາປະສົບກັບສະພາບແຫ່ງ “ຄວາມສຸກທີ່ບໍ່ມີວັນສິ້ນສຸດ” (ໂມໄຊຢາ 2:41) ທີ່ໄດ້ສັນຍາໄວ້ຕໍ່ຜູ້ທີ່ຮັກສາພຣະບັນຍັດຂອງພຣະເຈົ້າ ແລະ ໃນຂະນະທີ່ເຮົາເຮັດເຊັ່ນນັ້ນ, ເຮົາຈະສາມາດເວົ້າໄດ້ວ່າ, “ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາມີຊີວິດຢູ່ຕາມທາງແຫ່ງຄວາມສຸກ” (2 ນີໄຟ 5:27).
ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າເປັນພະຍານເຖິງຊາຍ 15 ທ່ານທີ່ພວກເຮົາສະໜັບສະໜູນໃຫ້ເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ, ລວມທັງສາດສະດາທີ່ຮັກແພງຂອງເຮົາ, ປະທານຣະໂຊ ເອັມ ແນວສັນ. ຂ້າພະເຈົ້າເປັນພະຍານວ່າ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍແມ່ນແທ້ຈິງ. ຂ້າພະເຈົ້າເປັນພະຍານໂດຍສະເພາະເຖິງພຣະເຢຊູຄຣິດ, ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.