ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ດ້ວຍ​ບາດ​ກ້າວ​ແຫ່ງ​ສັດ​ທາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2022


ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ດ້ວຍ​ບາດ​ກ້າວ​ແຫ່ງ​ສັດ​ທາ

ພຣະ​ຄຣິດ​ສາ​ມາດ​ຍົກ​ເຮົາ​ຂຶ້ນ​ໃນ​ວັນ​ເວ​ລາ​ນີ້ ຜ່ານ​ຜ່າ​ຊ່ວງ​ເວ​ລາ​ທີ່​ຫຍຸ້ງ​ຍາກ. ພຣະ​ອົງ​ໄດ້​ເຮັດ​ສິ່ງ​ນີ້​ສຳ​ລັບ​ຜູ້​ບຸກ​ເບີກ​ລຸ້ນ​ທຳ​ອິດ, ແລະ ພຣະ​ອົງ​ກໍ​ເຮັດ​ຢູ່​ໃນ​ເວ​ລາ​ນີ້​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ.

ຂໍ​ຂອບ​ໃຈ​ກຸ່ມ​ນັກ​ຮ້ອງ, ສຳ​ລັບ​ເພງ “Faith in Every Footstep [ສັດ​ທາ​ໃນ​ທຸກ​ບາດ​ກ້າວ].” ດົນ​ຕີ ແລະ ເນື້ອ​ເພງ​ຂອງ​ເພງ​ນັ້ນ​ແມ່ນ​ຖືກ​ປະ​ພັນ​ໂດຍ ບຣາ​ເດີ ນູ​ແວວ ເດ​ລີ ໃນ​ປີ 19961 ໃນ​ການ​ກະ​ກຽມ​ສຳ​ລັບ​ການ​ສະ​ຫລອງ​ວັນ​ຄົບ​ຮອບ 150 ປີ ຂອງ​ການ​ມາ​ເຖິງ​ຂອງ​ກຸ່ມ​ຜູ້​ບຸກ​ເບີກ​ລຸ້ນ​ທຳ​ອິດ ສູ່​ຮ່ອມ​ພູ​ເຊົາ​ເລັກ ໃນ​ປີ 1847.

ເຖິງ​ແມ່ນ​ວ່າ​ເພງ​ນີ້​ແມ່ນ​ແຕ່ງ​ຂຶ້ນ​ມາ​ໃນ​ການ​ກະ​ກຽມ​ສຳ​ລັບ​ການ​ສະ​ຫລອງ​ນັ້ນ, ແຕ່​ຂ່າວ​ສານ​ກໍ​ນຳ​ໃຊ້​ໄດ້​ກັບ​ໂລກ​ທັງ​ໝົດ.

ຂ້າ​ພະ​ເຈົ້າ​ມັກ​ອະ​ນຸ​ບົດ​ນີ້​ແຕ່​ໃດ​ມາ.

ດ້ວຍ​ສັດ​ທາ​ໃນ​ທຸກ​ບາດ​ກ້າວ, ເຮົາ​ຕິດ​ຕາມ​ພຣະ​ຄຣິດ, ພຣະ​ຜູ້​ເປັນ​ເຈົ້າ;

ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ​ຜ່ານ​ທາງ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ອົງ, ເຮົາ​ຮ້ອງ​ເພງ​ດ້ວຍ​ສຽງ​ດຽວ​ກັນ.2

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເມື່ອ​ເຮົາ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ດ້ວຍ​ບາດ​ກ້າວ​ແຫ່ງ​ສັດ​ທາ, ກໍ​ຍັງ​ມີ​ຄວາມ​ຫວັງ. ຍັງ​ມີ​ຄວາມ​ຫວັງ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ຍັງ​ມີ​ຄວາມ​ຫວັງ​ສຳ​ລັບ​ທຸກ​ຄົນ​ໃນ​ຊີ​ວິດ​ນີ້. ຍັງ​ມີ​ຄວາມ​ຫວັງ​ທີ່​ຈະ​ເອົາ​ຊະ​ນະ​ຄວາມ​ຜິດ​ພາດ​ຂອງ​ເຮົາ, ຄວາມ​ໂສກ​ເສົ້າ​ຂອງ​ເຮົາ, ການ​ດີ້ນ​ລົນ​ຂອງ​ເຮົາ, ແລະ ການ​ທົດ​ລອງ​ຂອງ​ເຮົາ ແລະ ບັນ​ຫາ​ຂອງ​ເຮົາ. ຍັງ​ມີ​ຄວາມ​ຫວັງ​ໃນ​ການ​ກັບ​ໃຈ ແລະ ໄດ້​ຮັບ​ການ​ໃຫ້​ອະ​ໄພ ແລະ ໃນ​ການ​ໃຫ້​ອະ​ໄພ​ຄົນ​ອື່ນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຍັງ​ມີ​ຄວາມ​ຫວັງ ແລະ ສັນ​ຕິ​ສຸກ​ໃນ​ພຣະ​ຄຣິດ. ພຣະ​ອົງ​ສາ​ມາດ​ຍົກ​ເຮົາ​ຂຶ້ນ​ໃນ​ວັນ​ເວ​ລາ​ນີ້ ຜ່ານ​ຜ່າ​ຊ່ວງ​ເວ​ລາ​ທີ່​ຫຍຸ້ງ​ຍາກ. ພຣະ​ອົງ​ໄດ້​ເຮັດ​ສິ່ງ​ນີ້​ສຳ​ລັບ​ຜູ້​ບຸກ​ເບີກ​ລຸ້ນ​ທຳ​ອິດ, ແລະ ພຣະ​ອົງ​ຈະ​ເຮັດ​ໃນ​ເວ​ລາ​ນີ້​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ.

ປີ​ນີ້​ແມ່ນ​ປີ​ຄົບ​ຮອບ​ທີ 175 ນັບ​ຕັ້ງ​ແຕ່​ການ​ມາ​ເຖິງ​ຂອງ​ຜູ້​ບຸກ​ເບີກ​ລຸ້ນ​ທຳ​ອິດ ສູ່​ຮ່ອມ​ພູ​ເຊົາ​ເລັກ, ຊຶ່ງ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ສະ​ທ້ອນ​ຄິດ​ເຖິງ​ບັນ​ພະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າ, ບາງ​ຄົນ​ໄດ້​ຍ່າງ​ມາ​ຈາກ​ເມືອງ​ນາ​ວູ​ເຖິງ​ຮ່ອມ​ພູ​ເຊົາ​ເລັກ. ຂ້າ​ພະ​ເຈົ້າ​ມີ​ພໍ່​ຕູ້​ແມ່​ຕູ້​ທວດ​ຜູ້​ທີ່​ໄດ້​ຍ່າງ​ຂ້າມ​ທົ່ງ​ພຽງ​ມາ​ໃນ​ໄວ​ໜຸ່ມ​ຂອງ​ພວກ​ເພິ່ນ. ເຮັນ​ຣີ ບາ​ເລີດ ມີ​ອາ​ຍຸ 20 ປີ;3 ມາ​ກາ​ແຣັດ ອາ​ຍຸ 13 ປີ;4 ແລະ ໂຈ​ເຊັບ ແອັຟ ສະ​ມິດ, ທີ່​ຕໍ່​ມາ​ໄດ້​ກາຍ​ເປັນ​ປະ​ທານ​ຄົນ​ທີ​ຫົກ​ຂອງ​ສາດ​ສະ​ໜາ​ຈັກ, ມີ​ອາ​ຍຸ​ພຽງ​ແຕ່ 9 ປີ ເມື່ອ​ເພິ່ນ​ໄດ້​ມາ​ເຖິງ​ຮ່ອມ​ພູ​ເຊົາ​ເລັກ.5

ພວກ​ເພິ່ນ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ຂາດ​ແຄນ​ຕ່າງໆ​ນາໆ​ຕະ​ຫລອດ​ເສັ້ນ​ທາງ, ດັ່ງ​ເຊັ່ນ​ລະ​ດູ​ໜາວ​ທີ່​ເຍືອກ​ເຢັນ, ການ​ເຈັບ​ປ່ວຍ, ແລະ ການ​ຂາດ​ອາ​ຫານ​ການ​ກິນ ແລະ ເສື້ອ​ຜ້າ​ທີ່​ບໍ່​ພຽງ​ພໍ. ຕົວ​ຢ່າງ​ເຊັ່ນ, ເມື່ອ​ເຮັນ​ຣີ ບາ​ເລີດ ໄດ້​ມາ​ເຖິງ​ຮ່ອມ​ພູ​ເຊົາ​ເລັກ, ເພິ່ນ​ປິ​ຕິ​ຍິນ​ດີ​ກັບ​ການ​ໄດ້​ເຫັນ “ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ” ແຕ່​ໄດ້​ໃຊ້​ຊີ​ວິດ​ກັບ​ຄວາມ​ຢ້ານ​ກົວ​ວ່າ ຈະ​ມີ​ຄົນ​ເຫັນ​ເພິ່ນ ເພາະ​ເຄື່ອງ​ນຸ່ງ​ທີ່​ເພິ່ນ​ໃສ່​ຢູ່​ນັ້ນ​ຂາດ​ສ້ອຍ​ຫລາຍ​ຈົນ​ບໍ່​ຫຸ້ມ​ຫໍ່​ຮ່າງ​ກາຍ​ທັງ​ໝົດ​ຂອງ​ເພິ່ນ. ເພິ່ນ​ໄດ້​ລີ້​ຢູ່​ຂ້າງ​ຟຸ່ມ​ໄມ້​ໃນ​ຕອນ​ກາງ​ເວັນ​ຈົນ​ຮອດ​ຕອນ​ຄ່ຳ. ແລ້ວ​ເພິ່ນ​ໄດ້​ໄປ​ຫາ​ເຮືອນ​ຫລັງ​ໜຶ່ງ​ເພື່ອ​ຂໍ​ເສື້ອ​ຜ້າ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ເດີນ​ທາງ​ຕໍ່​ໄປ ເພື່ອ​ຊອກ​ຫາ​ພໍ່​ແມ່​ຂອງ​ເພິ່ນ. ເພິ່ນ​ໄດ້​ຂອບ​ຄຸນ​ພຣະ​ເຈົ້າ​ທີ່​ເພິ່ນ​ໄດ້​ໄປ​ຮອດ​ໄປ​ເຖິງ​ເຮືອນ​ໃນ​ອະ​ນາ​ຄົດ​ຂອງ​ເພິ່ນ​ຢ່າງ​ປອດ​ໄພ.6

ພໍ່​ຕູ້​ແມ່​ຕູ້​ທວດ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ດ້ວຍ​ບາດ​ກ້າວ​ແຫ່ງ​ສັດ​ທາ ໃນ​ທຸກ​ການ​ທົດ​ລອງ​ຂອງ​ພວກ​ເພິ່ນ. ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ ທີ່​ພວກ​ເພິ່ນ​ບໍ່​ເຄີຍ​ຍອມ​ແພ້. ບາດ​ກ້າວ​ແຫ່ງ​ສັດ​ທາ​ຂອງ​ພວກ​ເພິ່ນ​ໄດ້​ເປັນ​ພອນ​ໃຫ້​ແກ່​ຂ້າ​ພະ​ເຈົ້າ ແລະ ຫລາຍໆ​ລຸ້ນ​ຄົນ​ຕໍ່​ມາ, ດັ່ງ​ທີ່​ບາດ​ກ້າວ​ແຫ່ງ​ສັດ​ທາ​ຂອງ​ທ່ານ​ໃນ​ມື້​ນີ້​ຈະ​ເປັນ​ພອນ​ໃຫ້​ແກ່​ລູກ​ຫລານ​ຂອງ​ທ່ານ.

ຄຳ​ວ່າ ບຸກ​ເບີກ ເປັນ​ຄຳ​ນາມ ແລະ ເປັນ​ຄຳ​ກິ​ລິ​ຍາ. ຕາມ​ຄຳ​ນາມ​ມັນ​ຈະ​ໝາຍ​ເຖິງ​ບຸກ​ຄົນ​ຜູ້​ທີ່​ເປັນ​ຄົນ​ໜຶ່ງ​ໃນ​ບັນ​ດາ​ກຸ່ມ​ຄົນ​ທຳ​ອິດ​ທີ່​ສຳ​ຫລວດ ຫລື ຕັ້ງ​ຖິ່ນ​ຖານ​ໃນ​ອາ​ນາ​ເຂດ​ໃໝ່. ຕາມ​ຄຳ​ກິ​ລິ​ຍາ, ມັນ​ຈະ​ໝາຍ​ຄວາມ​ວ່າ​ຈະ​ເປີດ ຫລື ກະ​ກຽມ​ເສັ້ນ​ທາງ​ເພື່ອ​ໃຫ້​ຄົນ​ອື່ນ​ຕິດ​ຕາມ.7

ເມື່ອ​ຂ້າ​ພະ​ເຈົ້າ​ຄິດ​ກ່ຽວ​ກັບ​ຜູ້​ບຸກ​ເບີກ ຜູ້​ທີ່​ໄດ້​ກະ​ກຽມ​ເສັ້ນ​ທາງ​ໃຫ້​ຄົນ​ອື່ນ, ທຳ​ອິດ​ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ. ໂຈ​ເຊັບ​ໄດ້​ເປັນ​ຜູ້​ບຸກ​ເບີກ​ເພາະ​ບາດ​ກ້າວ​ແຫ່ງ​ສັດ​ທາ​ຂອງ​ເພິ່ນ​ໄດ້​ນຳ​ເພິ່ນ​ໄປ​ຫາ​ປ່າ​ໄມ້, ບ່ອນ​ທີ່​ເພິ່ນ​ໄດ້​ຄຸ​ເຂົ່າ​ໃນ​ການ​ອະ​ທິ​ຖານ ແລະ ໄດ້​ເປີດ​ເສັ້ນ​ທາງ​ໃຫ້​ເຮົາ​ເພື່ອ​ຈະ​ມີ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ສັດ​ທາ​ຂອງ​ໂຈ​ເຊັບ​ທີ່​ຈະ “ທູນ​ຂໍ​ຈາກ​ພຣະ​ເຈົ້າ”8 ໃນ​ເຊົ້າ​ລະ​ດູ​ໃບ​ໄມ້​ປົ່ງ​ໃນ​ປີ 1820 ໄດ້​ເປີດ​ເສັ້ນ​ທາງ​ສຳ​ລັບ​ການ​ຟື້ນ​ຟູ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ຊຶ່ງ​ລວມ​ທັງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ທີ່​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ຢູ່​ເທິງ​ໂລກ​ອີກ​ຄັ້ງ.9 ຂ້າ​ພະ​ເຈົ້າ​ຮູ້​ວ່າ​ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ບາດ​ກ້າວ​ທີ່​ເຕັມ​ໄປ​ດ້ວຍ​ສັດ​ທາ​ຂອງ​ເພິ່ນ​ໄດ້​ນຳ​ເພິ່ນ​ໄປ​ຄຸ​ເຂົ່າ​ລົງ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ.

ບາດ​ກ້າວ​ທີ່​ເຕັມ​ໄປ​ດ້ວຍ​ສັດ​ທາ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ໄດ້​ເຮັດ​ໃຫ້​ເພິ່ນ​ສາ​ມາດ​ເປັນ​ເຄື່ອງ​ມື​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ນຳ​ພຣະ​ຄຳ​ພີ​ມໍ​ມອນ​ອອກ​ມາ ຊຶ່ງ​ເປັນ​ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ຄຸນ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ຜ່ານ​ທາງ​ສັດ​ທາ ແລະ ຄວາມ​ມາ​ນະ​ອົດ​ທົນ​ຂອງ​ໂຈ​ເຊັບ ສະ​ມິດ ໃນ​ການ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຍາກ​ລຳ​ບາກ ແລະ ການ​ຕໍ່​ຕ້ານ​ທີ່​ຮ້າຍ​ແຮງ, ເພິ່ນ​ກໍ​ສາ​ມາດ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ອີກ​ຄັ້ງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

ລະ​ຫວ່າງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເທື່ອ​ແລ້ວ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ກ່ຽວ​ກັບ​ວ່າ ການ​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ​​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເປັນ​ພອນ​ໃຫ້​ແກ່​ຂ້າ​ພະ​ເຈົ້າ​ແນວ​ໃດ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ສິດ​ສອນ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ​ອັນ​ຮຸ່ງ​ໂລດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ​ຂອງ​ໂຈ​ເຊັບ ສະ​ມິດ, ແລະ ການ​ແປ​ພຣະ​ຄຳ​ພີ​ມໍ​ມອນ​ຂອງ​ເພິ່ນ. ການ​ສິດ​ສອນ ແລະ ຄຳ​ສອນ​ທີ່​ຖືກ​ຟື້ນ​ຟູ​ເຫລົ່າ​ນີ້​ໄດ້​ນຳ​ບາດ​ກ້າວ​ແຫ່ງ​ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ການ​ສິດ​ສອນ​ຜູ້​ຄົນ​ທີ່​ເຕັມ​ໃຈ​ຈະ​ຮັບ​ຟັງ​ຂ່າວ​ສານ​ແຫ່ງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ.

ຜູ້​ສອນ​ສາດ​ສະ​ໜາ​ຂອງ​ເຮົາ​ໃນ​ທຸກ​ວັນ​ນີ້​ກໍ​ເປັນ​ຜູ້​ບຸກ​ເບີກ​ສະ​ໄໝ​ໃໝ່ ເພາະ​ວ່າ​ເຂົາ​ເຈົ້າ​ແບ່ງ​ປັນ​ຂ່າວ​ສານ​ທີ່​ຮຸ່ງ​ໂລດ​ນີ້​ກັບ​ຜູ້​ຄົນ​ຕະ​ຫລອດ​ທົ່ວ​ໂລກ, ຊຶ່ງ​ເປີດ​ເສັ້ນ​ທາງ​ໃຫ້​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ພຣະ​ອົງ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ການ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປີດ​ເສັ້ນ​ທາງ​ໃຫ້​ທຸກ​ຄົນ​ເພື່ອ​ກະ​ກຽມ ແລະ ຮັບ​ເອົາ​ພິ​ທີ​ການ ແລະ ພອນ​ຂອງ​ສາດ​ສະ​ໜາ​ຈັກ ແລະ ພຣະ​ວິ​ຫານ.

ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເທື່ອ​ແລ້ວ​ນີ້, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ຢືນ​ຢັນ​ອີກ​ຄັ້ງ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ຊາຍ​ໜຸ່ມ​ທີ່​ມີ​ຄ່າ​ຄວນ ແລະ ສາ​ມາດ​ທຸກ​ຄົນ ກຽມ​ພ້ອມ ແລະ ຮັບ​ໃຊ້​ເຜີຍ​ແຜ່” ແລະ ວ່າ “ການ​ເຜີຍ​ແຜ່​ກໍ​ເປັນ​ໂອ​ກາດ​ທີ່​ມີ​ພະ​ລັງ​ຄື​ກັນ, ແຕ່​ເລືອກ​ເຮັດ​ໄດ້” ສຳ​ລັບ “ເອື້ອຍ​ນ້ອງ​ຄົນ​ໜຸ່ມ.”10

ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ທີ່​ຮັກ​ແພງ​ທັງ​ຫລາຍ, ບາດ​ກ້າວ​ແຫ່ງ​ສັດ​ທາ​ຂອງ​ພວກ​ເຈົ້າ​ຈະ​ຊ່ວຍ​ພວກ​ເຈົ້າ​ເຮັດ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ຈະ​ຮັບ​ໃຊ້​ເຜີຍ​ແຜ່—ເປັນ​ຜູ້​ບຸກ​ເບີກ​ສະ​ໄໝ​ໃໝ່—ໂດຍ​ການ​ເປີດ​ເສັ້ນ​ທາງ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ເຈົ້າ ໃຫ້​ພົບ​ເຫັນ ແລະ ຄົງ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ທີ່​ນຳ​ກັບ​ຄືນ​ໄປ​ສູ່​ທີ່​ປະ​ທັບ​ອັນ​ຮຸ່ງ​ໂລດ​ຂອງ​ພຣະ​ອົງ.

ປະ​ທານ​ແນວ​ສັນ​ກໍ​ໄດ້​ເປັນ​ຜູ້​ບຸກ​ເບີກ​ໃນ​ສາດ​ສະ​ໜາ​ຈັກ. ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ ເພິ່ນ​ໄດ້​ເດີນ​ທາງ​ໄປ ແລະ ໄດ້​ຈັດ​ຕຽມ​ຫລາຍໆ​ແຜ່ນ​ດິນ​ເພື່ອ​ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ. ບໍ່​ດົນ​ຫລັງ​ຈາກ​ເພິ່ນ​ໄດ້​ເປັນ​ສາດ​ສະ​ດາ ແລະ ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ເພິ່ນ​ໄດ້​ອ້ອນ​ວອນ​ໃຫ້​ເຮົາ “ເພີ່ມ​ຄວາມ​ສາ​ມາດ​ທາງ​ວິນ​ຍານ [ຂອງ​ເຮົາ] ເພື່ອ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ.”11 ເພິ່ນ​ສິດ​ສອນ​ເຮົາ​ຕໍ່​ໄປ​ໃຫ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ເຮົາ. ໃນ​ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ສຳ​ລັບ​ຜູ້​ໃຫຍ່​ໜຸ່ມ, ເພິ່ນ​ໄດ້​ກ່າວ​ວ່າ:

“ຂ້າ​ພະ​ເຈົ້າ​ຂໍ​ອ້ອນ​ວອນ​ໃຫ້​ທ່ານ​ຮັບ​ຜິດ​ຊອບ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ. ພະ​ຍາ​ຍາມ​ທີ່​ຈະ​ມີ​ມັນ. ເປັນ​ເຈົ້າ​ຂອງ​ມັນ. ດູ​ແລ​ມັນ. ບຳ​ລຸງ​ລ້ຽງ​ມັນ ເພື່ອ​ວ່າ​ມັນ​ຈະ​ເຕີບ​ໂຕ. …

“[ແລ້ວ] ໃຫ້​ເຝົ້າ​ເບິ່ງ​ສິ່ງ​ມະ​ຫັດ​ສະ​ຈັນ​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ທ່ານ.”12

ເພິ່ນ​ກຳ​ລັງ​ສິດ​ສອນ​ເຮົາ​ວິ​ທີ​ທີ່​ຈະ​ກຸ້ມ​ຕົນ​ເອງ​ຫລາຍ​ຂຶ້ນ​ທາງ​ຝ່າຍ​ວິນ​ຍານ. ເພິ່ນ​ໄດ້​ກ່າວ​ວ່າ, “ໃນ​ອະ​ນາ​ຄົດ, ມັນ​ເປັນ​ໄປ​ບໍ່​ໄດ້ ທີ່​ເຮົາ​ຈະ​ປອດ​ໄພ​ທາງ​ວິນ​ຍານ​ຖ້າ​ປາດ​ສະ​ຈາກ​ການ​ນຳ​ພາ, ການ​ຊີ້​ນຳ, ການ​ປອບ​ໂຍນ, ແລະ ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຢູ່​ສະ​ເໝີ.”13

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ຢູ່​ໃນ​ໂລກ​ທຸກ​ວັນ​ນີ້.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ເປັນ​ຜູ້​ບຸກ​ເບີກ​ທີ່​ສຸດ​ຍອດ​ໃນ​ການ​ກະ​ກຽມ​ເສັ້ນ​ທາງ. ແທ້ໆ​ແລ້ວ, ພຣະ​ອົງ ເປັນ “ທາງ​ນັ້ນ”14 ເພື່ອ​ແຜນ​ແຫ່ງ​ຄວາມ​ລອດ​ຈະ​ບັນ​ລຸ​ຜົນ​ສຳ​ເລັດ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ກັບ​ໃຈ ແລະ, ຜ່ານ​ທາງ​ສັດ​ທາ​ໃນ​ພຣະ​ອົງ, ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ.

ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ “ເຮົາ​ນີ້​ແຫລະ​ເປັນ​ທາງ​ນັ້ນ, ເປັນ​ຄວາມ​ຈິງ, ແລະ ເປັນ​ຊີ​ວິດ: ບໍ່​ມີ​ຜູ້​ໃດ​ມາ​ເຖິງ​ພຣະ​ບິ​ດາ​ໄດ້​ນອກ​ຈາກ​ມາ​ທາງ​ເຮົາ.”15 ພຣະ​ອົງ​ໄດ້​ສັນ​ຍາ​ວ່າ​ຈະ​ບໍ່​ປະ​ຖິ້ມ​ເຮົາ; ພຣະ​ອົງ​ຈະ​ມາ​ຫາ​ເຮົາ​ໃນ​ການ​ທົດ​ລອງ​ຂອງ​ເຮົາ.16 ພຣະ​ອົງ​ໄດ້​ເຊື້ອ​ເຊີນ​ໃຫ້​ເຮົາ “ມາ​ຫາ [ພຣະ​ອົງ] ດ້ວຍ​ຈຸດ​ປະ​ສົງ​ເຕັມ​ທີ່​ແຫ່ງ​ໃຈ, ແລະ [ພຣະ​ອົງ] ຈະ​ປິ່ນ​ປົວ [ເຮົາ].”17

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ຜູ້​ວິງ​ວອນ​ນຳ​ພຣະ​ບິ​ດາ​ແທນ​ເຮົາ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ເປີດ​ເສັ້ນ​ທາງ​ໃຫ້​ແກ່​ເຮົາ​ເພື່ອ​ຈະ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ ໂດຍ​ການ​ຕິດ​ຕາມ​ພຣະ​ບຸດ​ທີ່​ຊົງ​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ດ້ວຍ​ສັດ​ທາ​ໃນ​ທຸກ​ບາດ​ກ້າວ.

ພໍ່​ຕູ້​ແມ່​ຕູ້​ທວດ​ຂອງ​ຂ້າ​ພະ​ເຈົ້າ ແລະ ຜູ້​ບຸກ​ເບີກ​ຄົນ​ອື່ນໆ​ລຸ້ນ​ທຳ​ອິດ ໄດ້​ປະ​ເຊີນ​ໜ້າ​ກັບ​ອຸ​ປະ​ສັກ​ຫລາຍ​ຢ່າງ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄດ້​ເດີນ​ທາງ​ມາ​ສູ່​ຮ່ອມ​ພູ​ເຊົາ​ເລັກ​ກັບ​ຂະ​ບວນ​ກວຽນ, ລໍ້​ລາກ, ແລະ ການ​ຍ່າງ​ມາ. ເຮົາ​ກໍ​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ໃນ​ການ​ເດີນ​ທາງ​ສ່ວນ​ຕົວ​ຂອງ​ເຮົາ​ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ​ຄື​ກັນ. ເຮົາ​ບໍ່​ໄດ້​ລາກ​ລໍ້ ຫລື ຂີ່​ກວຽນ​ງົວ​ລາກ​ຂ້າມ​ພູ​ສູງ​ຊັນ ແລະ ຜ່ານ​ຫິ​ມະ​ເລິກ; ເຮົາ​ກຳ​ລັງ​ພະ​ຍາ​ຍາມ​ດັ່ງ​ທີ່​ເຂົາ​ເຈົ້າ​ໄດ້​ພະ​ຍາ​ຍາມ​ເອົາ​ຊະ​ນະ​ການ​ລໍ້​ລວງ ແລະ ການ​ທ້າ​ທາຍ​ທາງ​ຝ່າຍ​ວິນ​ຍານ​ຂອງ​ວັນ​ເວ​ລາ​ຂອງ​ເຮົາ. ເຮົາ​ກໍ​ມີ​ເສັ້ນ​ທາງ​ທີ່​ຈະ​ຍ່າງ​ໄປ; ເຮົາ​ມີ​ເນີນ​ພູ—ແລະ ບາງ​ເທື່ອ​ກໍ​ເປັນ​ພູ​ເຂົາ—ທີ່​ເຮົາ​ຕ້ອງ​ປີນ. ເຖິງ​ແມ່ນ​ວ່າ​ການ​ທົດ​ລອງ​ໃນ​ວັນ​ເວ​ລາ​ນີ້​ແຕກ​ຕ່າງ​ຈາກ​ການ​ທົດ​ລອງ​ຂອງ​ຜູ້​ບຸກ​ເບີກ​ລຸ້ນ​ທຳ​ອິດ, ມັນ​ກໍ​ບໍ່​ໄດ້​ເປັນ​ການ​ທ້າ​ທາຍ​ທີ່​ງ່າຍ​ກວ່າ​ສຳ​ລັບ​ເຮົາ.

ມັນ​ສຳ​ຄັນ​ທີ່​ຈະ​ຕິດ​ຕາມ​ສາດ​ສະ​ດາ ແລະ ເດັດ​ດ່ຽວ​ຢູ່​ຢ່າງ​ໝັ້ນ​ຄົງ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ຄວາມ​ຊື່​ສັດ, ດັ່ງ​ທີ່​ມັນ​ໄດ້​ເປັນ​ສຳ​ລັບ​ຜູ້​ບຸກ​ເບີກ​ລຸ້ນ​ທຳ​ອິດ.

ຂໍ​ໃຫ້​ເຮົາ​ຈົ່ງ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ດ້ວຍ​ສັດ​ທາ​ໃນ​ທຸກ​ບາດ​ກ້າວ. ເຮົາ​ຕ້ອງ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ແລະ ຮັບ​ໃຊ້​ກັນ​ແລະ​ກັນ. ເຮົາ​ຕ້ອງ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ໃຫ້​ຕົວ​ເຮົາ​ເອງ ໂດຍ​ການ​ຮັກ​ສາ ແລະ ໃຫ້​ກຽດ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ. ເຮົາ​ຄວນ​ຮູ້​ສຶກ​ສະ​ເໝີ​ວ່າ​ມັນ​ເປັນ​ເລື່ອງ​ຂັບ​ຂັນ​ທີ່​ເຮົາ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ. ຊາ​ຕານ​ພະ​ຍາ​ຍາມ​ເຮັດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ແລະ ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະ​ເຈົ້າ ແລະ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ອ່ອນ​ແອ​ລົງ. ຂໍ​ຈົ່ງ​ຈື່​ຈຳ​ໄວ້​ວ່າ ຖ້າ​ຫາກ​ມີ​ຄົນ​ໃດ​ຫລົງ​ທາງ​ໄປ, ເຮົາ​ຈະ​ບໍ່​ໄດ້​ເປັນ​ຄົນ​ທີ່​ເສຍ​ໄປ​ສຳ​ລັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ດ້ວຍ​ພອນ​ຂອງ​ການ​ກັບ​ໃຈ, ເຮົາ​ສາ​ມາດ​ຫັນ​ໄປ​ຫາ​ພຣະ​ອົງ. ພຣະ​ອົງ​ຈະ​ຊ່ວຍ​ເຮົາ​ຮຽນ​ຮູ້, ເຕີບ​ໂຕ, ແລະ ປ່ຽນ​ແປງ ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ຍຶດ​ໝັ້ນ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ຂໍ​ໃຫ້​ເຮົາ​ຈົ່ງ​ຕິດ​ຕາມ​ບາດ​ກ້າວ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ, ດ້ວຍ​ສັດ​ທາ​ໃນ​ທຸກ​ບາດ​ກ້າວ​ຂອງ​ເຮົາ, ສຸມ​ໃຈ​ໃສ່​ຢູ່​ທີ່​ພຣະ​ອົງ, ເດັດ​ດ່ຽວ​ຢູ່​ຢ່າງ​ໝັ້ນ​ຄົງ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຕະ​ຫລອດ​ໄປ, ນີ້​ຄື​ຄຳ​ອະ​ທິ​ຖານ​ທີ່​ຖ່ອມ​ຕົນ​ຂອງ​ຂ້າ​ພະ​ເຈົ້າ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ