ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຊົມ​ຊື່ນ​ຍິນ​ດີ​ແທນ​ທີ່​ຈະ​ໂສກ​ເສົ້າ: ຂັ້ນ​ຕອນ​ປິ່ນ​ປົວ​ຂອງ​ການ​ໃຫ້​ອະ​ໄພ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2022


ຊົມ​ຊື່ນ​ຍິນ​ດີ​ແທນ​ທີ່​ຈະ​ໂສກ​ເສົ້າ: ຂັ້ນ​ຕອນ​ປິ່ນ​ປົວ​ຂອງ​ການ​ໃຫ້​ອະ​ໄພ

ເພື່ອ​ຈະ​ດຳ​ລົງ​ຊີ​ວິດ​ໃນ​ວິ​ທີ​ທາງ​ທີ່​ທ່ານ​ເປັນ​ຜູ້​ມອບ​ໃຫ້ ຊົມ​ຊື່ນ​ຍິນ​ດີ​ແທນ​ທີ່​ຈະ​ໂສກ​ເສົ້າ​ໃນ​ຊີ​ວິດ​ຂອງ​ທ່ານ ແມ່ນ​ການ​ກະ​ທຳ​ແຫ່ງ​ສັດ​ທາ ທີ່​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ພຣະ​ທຳ​1 ຊາ​ມູ​ເອນ ແມ່ນ​ລວມ​ດ້ວຍ​ເລື່ອງ​ລາວ​ທີ່​ບໍ່​ຄ່ອຍ​ມີ​ຄົນ​ຮູ້​ຈັກ​ຫລາຍ​ກ່ຽວ​ກັບ​ດາ​ວິດ, ກະ​ສັດ​ໃນ​ອະ​ນາ​ຄົດ​ຂອງ​ອິດ​ສະ​ຣາ​ເອນ, ແລະ ຜູ້​ຍິງ​ຄົນ​ໜຶ່ງ​ຊື່​ອາ​ບີ​ກາຍ.

ຫລັງ​ຈາກ​ການ​ເສຍ​ຊີ​ວິດ​ຂອງ​ຊາ​ມູ​ເອນ, ດາ​ວິດ ແລະ ຄົນ​ຂອງ​ເພິ່ນ​ໄດ້​ໜີ​ໄປ​ຈາກ​ກະ​ສັດ​ຊາ​ອູນ, ຜູ້​ທີ່​ຢາກ​ເອົາ​ຊີ​ວິດ​ຂອງ​ດາ​ວິດ. ເຂົາ​ເຈົ້າ​ໄດ້​ດູ​ແລ​ຝູງ​ແກະ ແລະ ເປັນ​ຄົນ​ຮັບ​ໃຊ້​ຂອງ​ຊາຍ​ຮັ່ງ​ມີ​ຄົນ​ໜຶ່ງ​ຊື່​ນາ​ບານ, ຜູ້​ທີ່​ເປັນ​ຄົນ​ໃຈ​ແຂງ ແລະ ໂຫດ​ຮ້າຍ. ດາ​ວິດ​ໄດ້​ສົ່ງ​ຊາຍ​ໜຸ່ມ​ສິບ​ຄົນ​ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ ໄປ​ຫາ​ນາ​ບານ ແລະ ຂໍ​ອາ​ຫານ ແລະ ສະ​ບຽງ​ທີ່​ຈຳ​ເປັນ​ດ້ວຍ.

ນາ​ບານ​ໄດ້​ຕອບ​ຄຳ​ຮ້ອງ​ຂໍ​ຂອງ​ດາ​ວິດ​ດ້ວຍ​ການ​ດູ​ຖູກ ແລະ ໄດ້​ສົ່ງ​ຄົນ​ຮັບ​ໃຊ້​ຂອງ​ເພິ່ນ​ກັບ​ຄືນ​ໄປ​ດ້ວຍ​ມື​ເປົ່າ.

ໂດຍ​ທີ່​ໃຈ​ຮ້າຍ, ດາ​ວິດ​ໄດ້​ກະ​ກຽມ​ຄົນ​ຂອງ​ເພິ່ນ​ເພື່ອ​ຂຶ້ນ​ໄປ​ຕໍ່​ສູ້​ກັບ​ນາ​ບານ ແລະ ຄອບ​ຄົວ​ຂອງ​ລາວ, ໂດຍ​ກ່າວ​ວ່າ, “ອັນ​ນີ້​ບໍ ຄື​ການ​ຕອບ​ແທນ​ໃນ​ສິ່ງ​ທີ່​ຂ້ອຍ​ໃຫ້​ການ​ຊ່ວຍ​ເຫລືອ​ແກ່​ລາວ.”1 ຄົນ​ຮັບ​ໃຊ້​ໄດ້​ບອກ​ນາງ​ອາ​ບີ​ກາຍ, ເມຍ​ຂອງ​ນາ​ບານ, ກ່ຽວ​ກັບ​ການ​ປະ​ຕິ​ບັດ​ທີ່​ຮ້າຍ​ກາດ​ຂອງ​ຜົວ​ຂອງ​ນາງ​ຕໍ່​ຄົນ​ຂອງ​ດາ​ວິດ. ນາງ​ອາ​ບີ​ກາຍ​ໄດ້​ຟ້າວ​ຕຽມ​ອາ​ຫານ ແລະ ສະ​ບຽງ​ທີ່​ຈຳ​ເປັນ ແລະ ໄດ້​ອອກ​ໄປ​ໄກ່​ເກ່ຍ​ແທນ.

ເມື່ອ​ນາງ​ອາ​ບີ​ກາຍ​ໄດ້​ພົບ​ເພິ່ນ, ນາງ​ໄດ້ “ກົ້ມ​ຂາບ​ລົງ​ດິນ,

“ຂາບ​ລົງ​ທີ່​ຕີນ​ຂອງ​ດາ​ວິດ ແລະ ເວົ້າ​ວ່າ, ທ່ານ​ເອີຍ ກະ​ລຸ​ນາ​ຟັງ​ຂ້າ​ນ້ອຍ​ກ່ອນ​ທ້ອນ ໃຫ້​ຂ້າ​ນ້ອຍ​ຮັບ​ເອົາ​ຄວາມ​ຜິດ​ທັງ​ໝົດ​ນັ້ນ​ສາ. …

“ທ່ານ​ເອີຍ, … ພຣະ​ເຈົ້າ​ໄດ້​ຫ້າມ​ທ່ານ​ບໍ່​ໃຫ້​ແກ້​ແຄ້ນ ແລະ ຂ້າ​ສັດ​ຕູ​ຂອງ​ທ່ານ. …

“… ຂໍ​ທ່ານ​ກະ​ລຸ​ນາ​ຮັບ​ເອົາ​ຂອງ​ຂວັນ​ທີ່​ຂ້າ​ນ້ອຍ​ນຳ​ມາ​ໃຫ້​ທ່ານ ແລະ ແຈກ​ຢາຍ​ໃຫ້​ຄົນ​ຂອງ​ທ່ານ​ກິນ​ເຖີດ. …

“ຂໍ​ໂຜດ​ກະ​ລຸ​ນາ​ຍົກ​ໂທດ​ໃນ​ສິ່ງ​ໃດໆ​ທີ່​ຂ້າ​ນ້ອຍ​ໄດ້​ເຮັດ​ຜິດ​ໄປ​ນັ້ນ​ສາ. …

“ດາ​ວິດ​ເວົ້າ​ກັບ​ນາງ​ວ່າ, ສັນ​ລະ​ເສີນ​ພຣະ​ເຈົ້າ ພຣະ​ເຈົ້າ​ຂອງ​ຊາດ​ອິດ​ສະ​ຣາ​ເອນ ທີ່​ໄດ້​ສົ່ງ​ເຈົ້າ​ມາ​ພົບ​ຂ້ອຍ​ໃນ​ວັນ​ນີ້:

“ຂອບ​ຄຸນ​ພຣະ​ເຈົ້າ​ໃນ​ຄວາມ​ສະ​ຫລາດ​ຂອງ​ເຈົ້າ ແລະ ຕໍ່​ສິ່ງ​ທີ່​ເຈົ້າ​ເຮັດ​ໃນ​ວັນ​ນີ້ ຄື​ປ້ອງ​ກັນ​ຂ້ອຍ​ຈາກ​ໂທດ​ຂ້າ​ຄົນ ແລະ ຈາກ​ໂທດ​ທີ່​ລົງ​ມື​ແກ້​ແຄ້ນ​ໂດຍ​ຕົນ​ເອງ. …

“ແລ້ວ​ດາ​ວິດ​ກໍ​ຮັບ​ເອົາ​ເຄື່ອງ​ຂອງ​ທີ່​ນາງ​ນຳ​ມາ​ນັ້ນ ແລະ ກ່າວ​ແກ່​ນາງ​ວ່າ, ໃຫ້​ເຈົ້າ​ກັບ​ເມືອ​ສາ ຢ່າ​ໄດ້​ກັງ​ວົນ​ເລີຍ ຂ້ອຍ​ຈະ​ເຮັດ​ຕາມ​ທີ່​ເຈົ້າ​ຕ້ອງ​ການ.”2

ທັງ​ສອງ​ໄດ້​ຈາກ​ໄປ​ໃນ​ຄວາມ​ສັນ​ຕິ​ສຸກ.

ໃນ​ເລື່ອງ​ນີ້, ຈະ​ເຫັນ​ນາງ​ອາ​ບີ​ກາຍ​ໄດ້​ວ່າ​ເປັນ​ຕົ້ນ​ແບບ ຫລື ສັນ​ຍາ​ລັກ​ທີ່​ມີ​ພະ​ລັງ​ຂອງ​ພຣະ​ເຢ​ຊູ​ຄຣິດ.3 ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ອົງ​ສາ​ມາດ​ປົດ​ປ່ອຍ​ເຮົາ​ຈາກ​ບາບ ແລະ ຄວາມ​ໜັກ​ໜ່ວງ​ຂອງ​ຄວາມ​ບາດ​ໝາງ​ໃນ​ໃຈ ແລະ ຈັດ​ຫາ​ສະ​ບຽງ​ທີ່​ເຮົາ​ຕ້ອງ​ການ​ໃຫ້​ແກ່​ເຮົາ.4

ດັ່ງ​ທີ່​ນາງ​ອາ​ບີ​ກາຍ​ເຕັມ​ໃຈ​ຈະ​ຮັບ​ເອົາ​ບາບ​ຂອງ​ນາ​ບານ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ—ໃນ​ທາງ​ທີ່​ເກີນ​ກວ່າ​ຈະ​ເຂົ້າ​ໃຈ​ໄດ້—ກໍ​ໄດ້​ຮັບ​ເອົາ​ບາບ​ຂອງ​ເຮົາ ແລະ ບາບ​ຂອງ​ຜູ້​ຄົນ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ເຈັບ​ປວດ ຫລື ເຄືອງ​ໃຈ.5 ຢູ່​ທີ່​ເຄັດ​ເຊ​ມາ​ເນ ແລະ ຢູ່​ເທິງ​ໄມ້​ກາງ​ແຂນ, ພຣະ​ອົງ​ໄດ້​ຮັບ​ເອົາ​ບາບ​ເຫລົ່າ​ນີ້. ພຣະ​ອົງ​ໄດ້​ຈັດ​ຫາ​ທາງ​ໃຫ້​ເຮົາ​ປ່ອຍ​ວາງ​ຄວາມ​ແຄ້ນ​ໃຈ. “ທາງ” ນັ້ນ​ແມ່ນ​ຜ່ານ​ທາງ​ການ​ໃຫ້​ອະ​ໄພ—ຊຶ່ງ​ສາ​ມາດ​ເປັນ​ສິ່ງ​ທີ່​ຍາກ​ທີ່​ສຸດ​ທີ່​ເຮົາ​ເຄີຍ​ເຮັດ ແລະ ເປັນ​ສິ່ງ​ທີ່​ສູງ​ສົ່ງ​ທີ່​ສຸດ​ທີ່​ເຮົາ​ຈະ​ປະ​ສົບ. ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ໃຫ້​ອະ​ໄພ, ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຫລັ່ງ​ໄຫລ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຮົາ ແລະ ເລີ່ມ​ປິ່ນ​ປົວ​ຄວາມ​ເຈັບ​ປວດ​ທີ່​ໜັກ​ໜ່ວງ​ຂອງ​ຫົວ​ໃຈ ແລະ ຈິດ​ວິນ​ຍານ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເໜີ​ມອບ​ຄວາມ​ສາ​ມາດ​ໃຫ້​ເຮົາ​ເພື່ອ​ຈະ​ໃຫ້​ອະ​ໄພ:

“ຜ່ານ​ທາງ​ການ​ຊົດ​ໃຊ້​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ, ທ່ານ​ສາ​ມາດ​ໃຫ້​ອະ​ໄພ​ຄົນ​ທີ່​ໄດ້​ເຮັດ​ໃຫ້​ທ່ານ​ເຈັບ​ປວດ ແລະ ຄົນ​ທີ່​ບໍ່​ເຄີຍ​ຍອມ​ຮັບ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ຄວາມ​ຮ້າຍ​ກາດ​ທີ່​ເຂົາ​ໄດ້​ເຮັດ​ກັບ​ທ່ານ.

“ມັນ​ເປັນ​ສິ່ງ​ງ່າຍ​ທີ່​ຈະ​ໃຫ້​ອະ​ໄພ​ແກ່​ຄົນ​ທີ່​ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ​ຈາກ​ທ່ານ​ດ້ວຍ​ຄວາມ​ຈິງ​ໃຈ ແລະ ດ້ວຍ​ຄວາມ​ຖ່ອມ​ຕົນ. ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ປະ​ທານ​ຄວາມ​ສາ​ມາດ​ໃຫ້​ທ່ານ ເພື່ອ​ຈະ​ໃຫ້​ອະ​ໄພ​ຄົນ​ທີ່​ໄດ້​ເຮັດ​ຜິດ​ຕໍ່​ທ່ານ ບໍ່​ວ່າ​ຈະ​ເປັນ​ໃນ​ຮູບ​ແບບ​ໃດ​ກໍ​ຕາມ. ແລ້ວ​ການ​ກະ​ທຳ​ອັນ​ເຈັບ​ປວດ​ຂອງ​ເຂົາ​ຈະ​ບໍ່​ລົບ​ກວນ​ຈິດ​ວິນ​ຍານ​ຂອງ​ທ່ານ​ອີກ​ຕໍ່​ໄປ.”6

ການ​ທີ່​ນາງ​ອາ​ບີ​ກາຍ​ນຳ​ອາ​ຫານ ແລະ ສະ​ບຽງ​ຢ່າງ​ຫລວງ​ຫລາຍ​ມາ​ໃຫ້ ສາ​ມາດ​ສິດ​ສອນ​ເຮົາ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກໍ​ສະ​ເໜີ​ມອບ​ໃຫ້​ແກ່​ຜູ້​ທີ່​ຖືກ​ເຮັດ​ໃຫ້​ເຈັບ​ປວດ ແລະ ຖືກ​ບາດ​ເຈັບ ສະ​ບຽງ​ທີ່​ຈຳ​ເປັນ ແລະ ຄວາມ​ຊ່ວຍ​ເຫລືອ​ທີ່​ເຮົາ​ຕ້ອງ​ການ​ເພື່ອ​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ ແລະ ຖືກ​ເຮັດ​ໃຫ້​ຫາຍ​ດີ.7 ເຮົາ​ບໍ່​ໄດ້​ຖືກ​ປະ​ຖິ້ມ​ໃຫ້​ຮັບ​ມື​ກັບ​ຜົນ​ສະ​ທ້ອນ​ຂອງ​ການ​ກະ​ທຳ​ຂອງ​ຄົນ​ອື່ນ​ດ້ວຍ​ຕົວ​ເຮົາ​ເອງ; ເຮົາ​ສາ​ມາດ​ຖືກ​ເຮັດ​ໃຫ້​ຫາຍ​ດີ​ຄື​ກັນ ແລະ ໄດ້​ຮັບ​ໂອ​ກາດ​ທີ່​ຈະ​ລອດ​ພົ້ນ​ຈາກ​ຄວາມ​ໜັກ​ໜ່ວງ​ຂອງ​ຄວາມ​ບາດ​ໝາງ​ໃນ​ໃຈ ແລະ ການ​ກະ​ທຳ​ໃດໆ​ທີ່​ອາດ​ຈະ​ຕາມ​ມາ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ໃຫ້​ອະ​ໄພ​ຜູ້​ທີ່​ເຮົາ​ຈະ​ໃຫ້​ອະ​ໄພ, ແຕ່​ພວກ​ເຈົ້າ​ຖືກ​ຮຽກ​ຮ້ອງ​ໃຫ້​ອະ​ໄພ​ແກ່​ມະ​ນຸດ​ທັງ​ປວງ.”8 ພຣະ​ຜູ້​ເປັນ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ເຮົາ​ໃຫ້​ອະ​ໄພ​ເພື່ອ​ຄວາມ​ດີ​ຂອງ​ເຮົາ​ເອງ.9 ແຕ່​ພຣະ​ອົງ​ບໍ່​ໄດ້​ຮຽກ​ຮ້ອງ​ໃຫ້​ເຮົາ​ເຮັດ​ສິ່ງ​ນັ້ນ​ປາດ​ສະ​ຈາກ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ອົງ, ຄວາມ​ຮັກ, ຄວາມ​ເຂົ້າ​ໃຈ​ຂອງ​ພຣະ​ອົງ. ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ແຕ່​ລະ​ຄົນ​ສາ​ມາດ​ໄດ້​ຮັບ​ອຳ​ນາດ​ທີ່​ເສີມ​ພະ​ລັງ, ການ​ຊີ້​ນຳ, ແລະ ຄວາມ​ຊ່ວຍ​ເຫລືອ​ທີ່​ເຮົາ​ຕ້ອງ​ການ ທັງຈະ​ໃຫ້​ອະ​ໄພ ແລະ ໄດ້​ຮັບ​ການ​ໃຫ້​ອະ​ໄພ.

ຂໍ​ໃຫ້​ຮູ້​ໄວ້​ວ່າ ການ​ໃຫ້​ອະ​ໄພ​ຄົນ​ບາງ​ຄົນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ທ່ານ​ຈະ​ວາງ​ຕົວ​ເອງ​ຢູ່​ໃນ​ສະ​ພາບ​ການ ບ່ອນ​ທີ່​ທ່ານ​ຈະ​ໄດ້​ຮັບ​ບາດ​ເຈັບ​ຕໍ່​ໄປ. “ເຮົາ​ສາ​ມາດ​ພະ​ຍາ​ຍາມ​ໃຫ້​ອະ​ໄພ​ຄົນ​ໃດ​ຄົນ​ໜຶ່ງ ແລະ ຍັງ​ຮູ້​ສຶກ​ກະ​ຕຸ້ນ​ໂດຍ​ພຣະ​ວິນ​ຍານ​ວ່າ​ໃຫ້​ຢູ່​ຫ່າງໆ​ຈາກ​ຄົນ​ເຫລົ່າ​ນັ້ນ.”10

ດັ່ງ​ທີ່​ນາງ​ອາ​ບີ​ກາຍ​ໄດ້​ຊ່ວຍ​ດາ​ວິດ​ບໍ່​ໃຫ້ “ເສຍ​ໃຈ”11 ແລະ ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ທີ່​ເພິ່ນ​ຕ້ອງ​ການ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກໍ​ຈະ​ຊ່ວຍ​ທ່ານ​ຄື​ກັນ. ພຣະ​ອົງ​ຮັກ​ທ່ານ, ແລະ ພຣະ​ອົງ​ຈະ​ພົບ​ທ່ານ​ດ້ວຍ “ການ​ປິ່ນ​ປົວ” ຢູ່​ໃນ​ເສັ້ນ​ທາງ​ຂອງ​ທ່ານ.12 ພຣະ​ອົງ​ປະ​ສົງ​ໃຫ້​ທ່ານ​ໄດ້​ຮັບ​ສັນ​ຕິ​ສຸກ.

ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ການ​ມະ​ຫັດ​ສະ​ຈັນ​ຂອງ​ພຣະ​ຄຣິດ​ປິ່ນ​ປົວ​ຄວາມ​ບາດ​ໝາງ​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເອງ. ໂດຍ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ພໍ່​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ເຕີບ​ໂຕ​ມາ​ໃນ​ຄອບ​ຄົວ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮູ້​ສຶກ​ປອດ​ໄພ​ເພາະ​ຖືກ​ກະ​ທຳ​ຜິດ​ຕໍ່​ທາງ​ອາ​ລົມ ແລະ ວາ​ຈາ. ໃນ​ໄວ​ໜຸ່ມ ແລະ ຕອນ​ເປັນ​ຜູ້​ໃຫຍ່​ໜຸ່ມ, ຂ້າ​ພະ​ເຈົ້າ​ຄຽດ​ແຄ້ນ​ໃຫ້​ພໍ່​ຂອງ​ຂ້າ​ພະ​ເຈົ້າ ແລະ ໄດ້​ມີ​ຄວາມ​ໂກດ​ຮ້າຍ​ໃນ​ໃຈ​ຈາກ​ຄວາມ​ເຈັບ​ປວດ​ນັ້ນ.

ໃນ​ໄລ​ຍະ​ຫລາຍ​ປີ​ທີ່​ຜ່ານ​ມາ ແລະ ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຈະ​ໄດ້​ພົບ​ສັນ​ຕິ​ສຸກ ແລະ ການ​ປິ່ນ​ປົວ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ໃຫ້​ອະ​ໄພ, ຂ້າ​ພະ​ເຈົ້າ​ໄດ້​ມາ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ວ່າ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ອົງ​ດຽວ​ກັນ​ທີ່​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ຂ້າ​ພະ​ເຈົ້າ ກໍ​ເປັນ​ພຣະ​ຜູ້​ໄຖ່​ອົງ​ດຽວ​ກັນ​ທີ່​ຈະ​ຊ່ວຍ​ຜູ້​ຄົນ​ທີ່​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ເຈັບ​ປວດ​ຫລາຍ​ຄື​ກັນ. ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ເຊື່ອ​ຄວາມ​ຈິງ​ຂໍ້​ທຳ​ອິດ​ໄດ້​ປາດ​ສະ​ຈາກ​ການ​ເຊື່ອ​ຂໍ້​ທີ​ສອງ.

ຂະ​ນະ​ທີ່​ຄວາມ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມີ​ຫລາຍ​ຂຶ້ນ, ຂ້າ​ພະ​ເຈົ້າ​ກໍ​ປາດ​ຖະ​ໜາ​ທີ່​ຈະ​ເອົາ​ຫວ້ານ​ຢາ​ປິ່ນ​ປົວ​ຂອງ​ພຣະ​ອົງ​ມາ​ປິ່ນ​ປົວ​ຄວາມ​ເຈັບ​ປວດ ແລະ ຄວາມ​ໂກດ​ຮ້າຍ​ຂອງ​ຂ້າ​ພະ​ເຈົ້າ​ຄື​ກັນ. ມັນ​ໄດ້​ເປັນ​ຂັ້ນ​ຕອນ​ເປັນ​ເວ​ລາ​ຫລາຍ​ປີ, ທີ່​ຮຽກ​ຮ້ອງ​ຄວາມ​ກ້າ​ຫານ, ຄວາມ​ອ່ອນ​ໄຫວ, ຄວາມ​ມາ​ນະ​ອົດ​ທົນ, ແລະ ການ​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ອຳ​ນາດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຈະ​ຊ່ວຍ​ໃຫ້​ລອດ ແລະ ປິ່ນ​ປົວ. ຂ້າ​ພະ​ເຈົ້າ​ຍັງ​ຕ້ອງ​ພະ​ຍາ​ຍາມ​ຕໍ່​ໄປ, ແຕ່​ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ບໍ່​ຮູ້​ສຶກ​ໂກດ​ຮ້າຍ ແລະ ຢາກ​ແກ້​ແຄ້ນ​ອີກ​ເລີຍ. ຂ້າ​ພະ​ເຈົ້າ​ໄດ້​ຮັບ “ຈິດ​ໃຈ​ໃໝ່”13—ຈິດ​ໃຈ​ທີ່​ໄດ້​ຮູ້​ສຶກ​ຄວາມ​ຮັກ​ທີ່​ເລິກ​ເຊິ່ງ ແລະ ທົນ​ທານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສ່ວນ​ຕົວ, ພຣະ​ອົງ​ທີ່​ໄດ້​ສະ​ຖິດ​ຢູ່​ຄຽງ​ຂ້າງ​ຂ້າ​ພະ​ເຈົ້າ, ທີ່​ໄດ້​ນຳ​ພາ​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ອ່ອນ​ໂຍນ ແລະ ຄວາມ​ອົດ​ທົນ​ໄປ​ສູ່​ບ່ອນ​ທີ່​ດີ​ກວ່າ, ທີ່​ໄດ້​ຮ້ອງ​ໄຫ້​ນຳ​ຂ້າ​ພະ​ເຈົ້າ, ທີ່​ໄດ້​ຮູ້​ຈັກ​ຄວາມ​ໂສກ​ເສົ້າ​ຂອງ​ຂ້າ​ພະ​ເຈົ້າ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ພອນ​ຊົດ​ເຊີຍ​ມາ​ໃຫ້​ຂ້າ​ພະ​ເຈົ້າ​ດັ່ງ​ທີ່​ນາງ​ອາ​ບີ​ກາຍ​ໄດ້​ນຳ​ສິ່ງ​ທີ່​ດາ​ວິດ​ຕ້ອງ​ການ​ມາ​ໃຫ້. ພຣະ​ອົງ​ໄດ້​ສົ່ງ​ທີ່​ປຶກ​ສາ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ. ແລະ ທີ່​ຫວານ​ຊື່ນ ແລະ ປ່ຽນ​ແປງ​ຫລາຍ​ທີ່​ສຸດ​ກໍ​ແມ່ນ​ຄວາມ​ສຳ​ພັນ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ຂ້າ​ພະ​ເຈົ້າ. ຜ່ານ​ທາງ​ພຣະ​ອົງ, ດ້ວຍ​ຄວາມ​ກະ​ຕັນ​ຍູ ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຈັກ​ຄວາມ​ຮັກ​ທີ່​ອ່ອນ​ໂຍນ, ປົກ​ປ້ອງ, ແລະ ນຳ​ພາ​ຂອງ​ພຣະ​ບິ​ດາ​ທີ່​ດີ​ພ້ອມ.

ແອວ​ເດີ ຣິ​ເຈີດ ຈີ ສະ​ກາດ ໄດ້​ກ່າວ​ວ່າ: “ທ່ານ​ບໍ່​ສາ​ມາດ ລົບ​ລ້າງ​ສິ່ງ​ທີ່​ຖືກ​ກະ​ທຳ​ໄປ​ແລ້ວ, ແຕ່​ທ່ານ​ສາ​ມາດ​ໃຫ້​ອະ​ໄພ.14 ການ​ໃຫ້​ອະ​ໄພ​ປິ່ນ​ປົວ​ບາດ​ແຜ​ທີ່​ຮ້າຍ​ກາດ ແລະ ໂສກ​ເສົ້າ, ເພາະ​ມັນ​ອະ​ນຸ​ຍາດ​ໃຫ້​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ມາ​ກຳ​ຈັດ​ສານ​ພິດ​ຂອງ​ຄວາມ​ກຽດ​ຊັງ​ອອກ​ໄປ​ຈາກ​ຫົວ​ໃຈ ແລະ ຈິດ​ໃຈ​ຂອງ​ທ່ານ. ມັນ​ຊຳ​ລະ​ລ້າງ​ຈິດ​ສຳ​ນຶກ​ທີ່​ປາດ​ຖະ​ໜາ​ຈະ​ແກ້​ແຄ້ນ​ຂອງ​ທ່ານ. ມັນ​ຈະ​ໃຫ້​ພື້ນ​ທີ່​ສຳ​ລັບ​ຄວາມ​ຮັກ​ທີ່​ຊຳ​ລະ​ໃຫ້​ບໍ​ລິ​ສຸດ, ທີ່​ປິ່ນ​ປົວ, ທີ່​ຟື້ນ​ຟູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”15

ເມື່ອ​ບໍ່​ດົນ​ມາ​ນີ້ ພໍ່​ເທິງ​ໂລກ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ມີ​ການ​ປ່ຽນ​ແປງ​ໃນ​ໃຈ​ຢ່າງ​ມະ​ຫັດ​ສະ​ຈັນ​ຄື​ກັນ ແລະ ໄດ້​ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ—ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຄາດ​ຄິດ​ເລີຍ​ໃນ​ຊີ​ວິດ​ນີ້. ນີ້​ກໍ​ເປັນ​ປະ​ຈັກ​ພະ​ຍານ​ຕໍ່​ຂ້າ​ພະ​ເຈົ້າ​ອີກ​ຢ່າງ​ໜຶ່ງ​ເຖິງ​ອຳ​ນາດ​ທີ່​ສົມ​ບູນ ແລະ ປ່ຽນ​ແປງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ອົງ​ສາ​ມາດ​ປິ່ນ​ປົວ​ຄົນ​ບາບ ແລະ ຜູ້​ທີ່​ຖືກ​ກະ​ທຳ​ບາບ​ຕໍ່. ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ໂລກ, ອົງ​ທີ່​ໄດ້​ສະ​ລະ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ມີ​ຊີ​ວິດ​ອີກ​ຄັ້ງ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ເທິງ​ຂ້າ​ນ້ອຍ, ເພາະ​ພຣະ​ອົງ​ໄດ້​ຫົດ​ສົງ​ແຕ່ງ​ຕັ້ງ​ຂ້າ​ນ້ອຍ​ໄວ້​ໃຫ້​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ຄົນ​ຍາກ​ຈົນ; ພຣະ​ອົງ​ໃຊ້​ຂ້າ​ນ້ອຍ​ໄປ ປິ່ນ​ປົວ​ຫົວ​ໃຈ​ທີ່​ຊອກ​ຊ້ຳ, ປະ​ກາດ​ອິດ​ສະ​ລະ​ພາບ​ແກ່​ຄົນ​ທັງ​ຫລາຍ​ທີ່​ຖືກ​ຈຳ​ຈອງ, ແລະ ຄົນ​ຕາ​ບອດ​ຈະ​ເຫັນ​ຮຸ່ງ​ອີກ, ປົດ​ປ່ອຍ​ຜູ້​ຖືກ​ກົດ​ຂີ່​ໃຫ້​ເປັນ​ອິດ​ສະ​ລະ.”16

ຕໍ່​ທຸກ​ຄົນ​ທີ່​ມີ​ຫົວ​ໃຈ​ທີ່​ຊອກ​ຊ້ຳ, ຖືກ​ຈຳ​ຈອງ, ຖືກ​ກົດ​ຂີ່, ແລະ ບາງ​ເທື່ອ​ບໍ່​ເຫັນ​ຮຸ່ງ​ຍ້ອນ​ຄວາມ​ເຈັບ​ປວດ ຫລື ບາບ, ພຣະ​ອົງ​ສະ​ເໜີ​ມອບ​ການ​ປິ່ນ​ປົວ, ການ​ຟື້ນ​ຕົວ, ແລະ ການ​ປົດ​ປ່ອຍ​ໃຫ້​ແກ່​ທ່ານ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ການ​ປິ່ນ​ປົວ ແລະ ການ​ຟື້ນ​ຕົວ​ທີ່​ພຣະ​ອົງ​ສະ​ເໜີ​ມອບ​ໃຫ້​ນັ້ນ​ມີ​ຈິງ. ວັນ​ເວ​ລາ​ຂອງ​ການ​ປິ່ນ​ປົວ​ນັ້ນ​ເປັນ​ເລື່ອງ​ສ່ວນ​ບຸກ​ຄົນ, ແລະ ເຮົາ​ບໍ່​ສາ​ມາດ​ຕັດ​ສິນ​ວັນ​ເວ​ລາ​ຂອງ​ຄົນ​ອື່ນ​ໄດ້. ມັນ​ສຳ​ຄັນ​ທີ່​ຈະ​ໃຫ້​ເວ​ລາ​ທີ່​ຈຳ​ເປັນ​ແກ່​ຕົວ​ເຮົາ​ເອງ ທີ່​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ ແລະ ໃຫ້​ມີ​ເມດ​ຕາ​ກັບ​ຕົວ​ເຮົາ​ເອງ​ໃນ​ຂັ້ນ​ຕອນ​ນີ້. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມີ​ເມດ​ຕາ ແລະ ໃສ່​ໃຈ​ສະ​ເໝີ ແລະ ພ້ອມ​ທີ່​ຈະ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ທີ່​ເຮົາ​ຕ້ອງ​ການ.17

ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ໃຫ້​ອະ​ໄພ ແລະ ການ​ປິ່ນ​ປົວ ຍັງ​ມີ​ທາງ​ເລືອກ​ທີ່​ຈະ​ບໍ່​ສືບ​ຕໍ່​ໃນ​ວົງ​ຈອນ ຫລື ຄວາມ​ສຳ​ພັນ​ທີ່​ບໍ່​ດີ​ນີ້​ໃນ​ຄອບ​ຄົວ ຫລື ບ່ອນ​ອື່ນ​ໃດ. ຕໍ່​ທຸກ​ຄົນ​ທີ່​ຢູ່​ພາຍ​ໃຕ້​ອິດ​ທິ​ພົນ​ຂອງ​ເຮົາ, ເຮົາ​ສາ​ມາດ​ສະ​ເໜີ​ມອບ​ຄວາມ​ເມດ​ຕາ​ແທນ​ຄວາມ​ໂຫດ​ຮ້າຍ, ຄວາມ​ຮັກ​ແທນ​ຄວາມ​ກຽດ​ຊັງ, ຄວາມ​ອ່ອນ​ນ້ອມ​ແທນ​ຄວາມ​ຫຍາບ​ຄາຍ, ຄວາມ​ປອດ​ໄພ​ແທນ​ຄວາມ​ຍາກ​ລຳ​ບາກ, ແລະ ສັນ​ຕິ​ສຸກ​ແທນ​ການ​ຂັດ​ແຍ້ງ.

ເພື່ອ​ຈະ​ໃຫ້​ສິ່ງ​ທີ່​ທ່ານ​ຖືກ​ປະ​ຕິ​ເສດ​ນັ້ນ ແມ່ນ​ພາກ​ສ່ວນ​ຂອງ​ການ​ປິ່ນ​ປົວ​ທີ່​ສູງ​ສົ່ງ ທີ່​ເປັນ​ໄປ​ໄດ້​ຜ່ານ​ທາງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ. ເພື່ອ​ຈະ​ດຳ​ລົງ​ຊີ​ວິດ​ໃນ​ວິ​ທີ​ທາງ​ທີ່​ທ່ານ​ເປັນ​ຜູ້​ມອບ​ໃຫ້, ດັ່ງ​ທີ່​ເອ​ຊາ​ຢາ​ໄດ້​ກ່າວ, ຊົມ​ຊື່ນ​ຍິນ​ດີ​ແທນ​ທີ່​ຈະ​ໂສກ​ເສົ້າ​ໃນ​ຊີ​ວິດ​ຂອງ​ທ່ານ18 ແມ່ນ​ການ​ກະ​ທຳ​ແຫ່ງ​ສັດ​ທາ ທີ່​ຕິດ​ຕາມ​ຕົວ​ຢ່າງ​ທີ່​ສູງ​ສຸດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຜູ້​ທີ່​ໄດ້​ທົນ​ທຸກ​ທໍ​ລະ​ມານ​ທຸກ​ສິ່ງ​ເພື່ອ​ວ່າ​ພຣະ​ອົງ​ຈະ​ໄດ້​ຊ່ວຍ​ເຫລືອ​ທຸກ​ຄົນ.

ໂຢ​ເຊັບ​ແຫ່ງ​ເອ​ຢິບ​ໄດ້​ດຳ​ລົງ​ຊີ​ວິດ​ດ້ວຍ​ຄວາມ​ໂສກ​ເສົ້າ. ເພິ່ນ​ຖືກ​ພວກ​ອ້າຍ​ກຽດ​ຊັງ, ຖືກ​ທໍ​ລະ​ຍົດ, ຖືກ​ຂາຍ​ໄປ​ເປັນ​ຂ້າ​ທາດ, ຖືກ​ຈຳ​ຄຸກ​ຜິດ, ແລະ ຖືກ​ລືມ​ໄລ​ໂດຍ​ຜູ້​ທີ່​ໄດ້​ສັນ​ຍາ​ວ່າ​ຈະ​ຊ່ວຍ​ເຫລືອ. ແຕ່​ເພິ່ນ​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. “ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ກັບ​ໂຢ​ເຊັບ”19 ແລະ ໄດ້​ຖວາຍ​ການ​ທົດ​ລອງ​ຂອງ​ເພິ່ນ​ໃຫ້​ເປັນ​ພອນ ແລະ ການ​ເຕີບ​ໂຕ​ຂອງ​ເພິ່ນ—ແລະ ໃນ​ການ​ຊ່ວຍ​ຄອບ​ຄົວ​ຂອງ​ເພິ່ນ ແລະ ເອ​ຢິບ​ທັງ​ໝົດ​ໃຫ້​ລອດ.

ເມື່ອ​ໂຢ​ເຊັບ​ໄດ້​ພົບ​ກັບ​ພວກ​ອ້າຍ​ຂອງ​ເພິ່ນ​ໃນ​ຖາ​ນະ​ຜູ້​ນຳ​ທີ່​ຍິ່ງ​ໃຫຍ່​ໃນ​ເອ​ຢິບ, ການ​ໃຫ້​ອະ​ໄພ ແລະ ທັດ​ສະ​ນະ​ຄະ​ຕິ​ທີ່​ຖືກ​ຫລໍ່​ຫລອມ​ຂອງ​ເພິ່ນ​ກໍ​ຖືກ​ສະ​ແດງ​ໃຫ້​ປະ​ຈັກ ໃນ​ຖ້ອຍ​ຄຳ​ທີ່​ມີ​ເມດ​ຕາ​ທີ່​ເພິ່ນ​ໄດ້​ກ່າວ:

“ບັດ​ນີ້ ຢ່າ​ເປັນ​ທຸກ​ໃຈ ຫລື ກ່າວ​ໂທດ​ຕົນ​ເອງ ທີ່​ໄດ້​ຂາຍ​ຂ້ອຍ​ມາ​ທີ່​ນີ້, ແມ່ນ​ພຣະ​ເຈົ້າ​ທີ່​ໄດ້​ສົ່ງ​ຂ້ອຍ​ມາ​ນີ້​ກ່ອນ ເພື່ອ​ຊ່ວຍ​ຊີ​ວິດ​ມະ​ນຸດ. …

“ດັ່ງ​ນັ້ນ ຈຶ່ງ​ບໍ່​ແມ່ນ​ພວກ​ເຈົ້າ​ທີ່​ໄດ້​ສົ່ງ​ຂ້ອຍ​ມາ​ທີ່​ນີ້, ແຕ່​ແມ່ນ​ພຣະ​ເຈົ້າ.”20

ຜ່ານ​ທາງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຊີ​ວິດ​ຂອງ​ໂຢ​ເຊັບ​ກໍ​ໄດ້ “ຊົມ​ຊື່ນ​ຍິນ​ດີ​ແທນ​ທີ່​ຈະ​ໂສກ​ເສົ້າ.”21

ແຄ​ວິນ ເຈ ເວີດ​ເຕັນ, ປະ​ທານ​ມະ​ຫາ​ວິ​ທະ​ຍາ​ໄລ​ບຣິ​ກຳ ຢັງ, ໄດ້​ກ່າວ​ວ່າ ພຣະ​ເຈົ້າ “ສາ​ມາດ​ເຮັດ​ໃຫ້​ຄວາມ​ດີ​ມີ​ມາ … ບໍ່​ພຽງ​ແຕ່​ຈາກ​ຄວາມ​ສຳ​ເລັດ​ຂອງ​ເຮົາ​ເທົ່າ​ນັ້ນ ແຕ່​ຈາກ​ຄວາມ​ລົ້ມ​ເຫລວ​ຂອງ​ເຮົາ ແລະ ຄວາມ​ລົ້ມ​ເຫລວ​ຂອງ​ຄົນ​ອື່ນ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ເຈັບ​ປວດ​ນຳ​ອີກ. ພຣະ​ເຈົ້າ​ແມ່ນ​ເກັ່ງ​ຂະ​ໜາດ ແລະ ມີ​ອຳ​ນາດ​ຂະ​ໜາດ​ນັ້ນ.”22

“ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຕົວ​ຢ່າງ​ແຫ່ງ​ຄວາມ​ຮັກ ແລະ ການ​ໃຫ້​ອະ​ໄພ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ແມ່ນ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ຜູ້​ຢູ່​ໃນ​ຄວາມ​ເຈັບ​ປວດ​ອັນ​ຂົມ​ຂື່ນ​ໄດ້​ກ່າວ​ວ່າ, “ພຣະ​ບິ​ດາ​ເຈົ້າ​ເອີຍ, ໂຜດ​ຍົກ​ໂທດ​ໃຫ້​ພວກ​ເຂົາ​ດ້ວຍ​ເຖີດ; ເພາະ​ພວກ​ເຂົາ​ບໍ່​ຮູ້​ຈັກ​ວ່າ ພວກ​ເຂົາ​ກຳ​ລັງ​ເຮັດ​ຫຍັງ.”23

ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ​ປະ​ສົງ​ຈະ​ໃຫ້​ຄວາມ​ດີ​ງາມ ແລະ ຄວາມ​ຫວັງ​ແກ່​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ. ໃນ​ພຣະ​ທຳ​ເຢ​ເຣ​ມີ​ຢາ ເຮົາ​ອ່ານ​ວ່າ, “ເຮົາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ຮູ້​ແຜນ​ການ​ຂອງ​ເຮົາ​ສຳ​ລັບ​ພວກ​ເຈົ້າ, ພຣະ​ເຈົ້າ​ກ່າວ, ຄື​ແຜນ​ການ​ທີ່​ນຳ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ມາ​ສູ່​ພວກ​ເຈົ້າ.”24

ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ເມ​ຊີ​ອາ​ສ່ວນ​ຕົວ​ຂອງ​ທ່ານ, ພຣະ​ຜູ້​ໄຖ່ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຮັກ​ຂອງ​ທ່ານ, ຜູ້​ຮູ້​ຄຳ​ອ້ອນ​ວອນ​ຂອງ​ໃຈ​ທ່ານ. ພຣະ​ອົງ​ປະ​ສົງ​ໃຫ້​ທ່ານ​ໄດ້​ຮັບ​ການ​ປິ່ນ​ປົວ ແລະ ມີ​ຄວາມ​ສຸກ. ພຣະ​ອົງ​ຮັກ​ທ່ານ. ພຣະ​ອົງ​ກັນ​ແສງ​ນຳ​ທ່ານ​ໃນ​ຄວາມ​ໂສກ​ເສົ້າ​ຂອງ​ທ່ານ ແລະ ປິ​ຕິ​ຍິນ​ດີ​ທີ່​ຈະ​ເຮັດ​ໃຫ້​ທ່ານ​ຫາຍ​ດີ. ຂໍ​ໃຫ້​ເຮົາ​ຈົ່ງ​ມີ​ກຳ​ລັງ​ໃຈ ແລະ ຄວາມ​ຫວັງ ແລະ ຈັບ​ພຣະ​ຫັດ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ເດ່​ອອກ​ມາ25 ຂະ​ນະ​ທີ່​ເຮົາ​ກ້າວ​ເດີນ​ໄປ​ຢູ່​ໃນ​ຂັ້ນ​ຕອນ​ປິ່ນ​ປົວ​ຂອງ​ການ​ໃຫ້​ອະ​ໄພ ນີ້​ຄື​ຄຳ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ