ການພິທັກຮັກສາຝ່າຍແຜ່ນດິນໂລກຂອງເຮົາ
ພອນຝ່າຍວິນຍານທີ່ຍິ່ງໃຫຍ່ໄດ້ຖືກສັນຍາໄວ້ໃຫ້ຜູ້ທີ່ຮັກ ແລະ ດູແລແຜ່ນດິນໂລກ ແລະ ເພື່ອນຊາຍຍິງຂອງພວກເຂົາ.
ໃນຂະນະທີ່ໄປຢ້ຽມຢາມປະເທດບ້ານເກີດຂອງພວກເຮົາໃນຝຣັ່ງ, ເມື່ອບໍ່ດົນມານີ້ ຂ້າພະເຈົ້າ ແລະ ພັນລະຍາ ໄດ້ມີຄວາມສຸກທີ່ໄດ້ພາຫລານໆຂອງພວກເຮົາໄປສຳຫລວດສວນອັນງົດງາມ ທີ່ຕັ້ງຢູ່ເມືອງນ້ອຍໆຊື່ວ່າ ຈີເວີນີ. ພວກເຮົາໄດ້ມ່ວນຊື່ນໄປກັບການຍ່າງໄປຕາມທາງ ຊື່ນຊົມໄປກັບແປງດອກໄມ້ທີ່ສວຍງາມ, ດອກບົວທີ່ສະຫງ່າງາມ, ແລະ ແສງໄຟທີ່ສາດສ່ອງຢູ່ເທິງບຶງ.
ສະຖານທີ່ ທີ່ໜ້າອັດສະຈັນນີ້ ແມ່ນຜົນຂອງຄວາມຫລົງໄຫລທີ່ມີຄວາມຄິດສ້າງສັນຂອງຊາຍຄົນໜຶ່ງ: ນັກແຕ້ມຜູ້ຍິ່ງໃຫຍ່ ຄລອດ ໂມເນ, ຜູ້ທີ່ໃຊ້ເວລາ 40 ປີ ໃນການປູກສວນຂອງລາວ ແລະ ຄ່ອຍໆເຮັດໃຫ້ມັນເປັນຮູບເປັນຮ່າງຢ່າງອ່ອນໂຍນ ເພື່ອໃຫ້ມັນເປັນພື້ນທີ່ເຮັດວຽກແຕ້ມຮູບຂອງລາວ. ໂມເນ ໄດ້ເຮັດໃຫ້ຕົວເອງດື່ມດໍ່າໄປກັບຄວາມສວຍງາມຂອງທຳມະຊາດ, ແລ້ວຫລັງຈາກນັ້ນ, ດ້ວຍຟອຍທາສີຂອງລາວ, ລາວໄດ້ຖ່າຍທອດຄວາມປະທັບໃຈທີ່ລາວຮູ້ສຶກ ດ້ວຍລາຍເສັ້ນຂອງສີ ແລະ ແສງ. ເປັນເວລາຫລາຍປີ, ລາວໄດ້ສ້າງຄໍເລັກຊັນທີ່ໜ້າງຶດງໍ້ຂອງຮູບແຕ້ມຫລາຍຮ້ອຍຮູບ, ຊຶ່ງໄດ້ເປັນແຮງບັນດານໃຈມາຈາກສວນຂອງລາວໂດຍກົງ.
ອ້າຍເອື້ອຍນ້ອງທັງຫລາຍ, ການປະຕິສຳພັນຂອງເຮົາກັບຄວາມງາມຂອງທຳມະຊາດຮອບຕົວເຮົາ ສາມາດສ້າງປະສົບການທີ່ມີແຮງບັນດານໃຈ ແລະ ໜ້າຊົມຊື່ນຍິນດີທີ່ສຸດໃນຊີວິດ. ອາລົມທີ່ເຮົາຮູ້ສຶກ ຈຸດປະກາຍຄວາມຮູ້ສຶກສຳນຶກຄຸນຢ່າງສຸດຊຶ້ງຢູ່ພາຍໃນຕົວເຮົາຕໍ່ພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຜູ້ທີ່ໄດ້ສ້າງແຜ່ນດິນໂລກອັນງົດງາມນີ້—ພ້ອມທັງພູເຂົາ ແລະ ສາຍນໍ້າ, ພືດພັນ ແລະ ສັດສາວາສິ່ງຂອງມັນ—ແລະ ພໍ່ແມ່ຜູ້ທຳອິດຂອງເຮົາ, ຄືອາດາມ ແລະ ເອວາ.1
ວຽກງານແຫ່ງການສ້າງ ບໍ່ແມ່ນຈຸດຈົບໃນຕົວຂອງມັນເອງ. ມັນແມ່ນສ່ວນສຳຄັນໃນແຜນຂອງພຣະເຈົ້າສຳລັບລູກໆຂອງພຣະອົງ. ຈຸດປະສົງຂອງມັນກໍຄື ເພື່ອຈັດກຽມສະພາບແວດລ້ອມ ຊຶ່ງຊາຍ ແລະ ຍິງຈະຖືກທົດສອບ, ໃຊ້ອຳເພີໃຈຂອງພວກເຂົາ, ພົບກັບຄວາມສຸກ, ແລະ ຮຽນຮູ້ ແລະ ກ້າວໜ້າ, ເພື່ອວ່າພວກເຂົາຈະສາມາດກັບຄືນສູ່ທີ່ປະທັບຂອງພຣະຜູ້ສ້າງຂອງພວກເຂົາ ແລະ ຮັບຊີວິດນິລັນດອນເປັນມູນມໍລະດົກ.
ການສ້າງທີ່ໜ້າອັດສະຈັນເຫລົ່ານີ້ ໄດ້ຖືກກຽມໄວ້ເພື່ອຜົນປະໂຫຍດຂອງເຮົາທັງໝົດ ແລະ ເປັນຫລັກຖານທີ່ມີຊີວິດຢູ່ຂອງຄວາມຮັກທີ່ພຣະຜູ້ສ້າງມີຕໍ່ລູກໆຂອງພຣະອົງ. ພຣະຜູ້ເປັນເຈົ້າໄດ້ປະກາດວ່າ, “ແທ້ຈິງແລ້ວ, ທຸກສິ່ງທີ່ເກີດຈາກແຜ່ນດິນໂລກ … ໄດ້ເກີດຂຶ້ນເພື່ອເປັນປະໂຫຍດ ແລະ ເພື່ອການໃຊ້ສອຍຂອງມະນຸດ, ທັງເພື່ອເປັນສິ່ງປະທັບຕາ ແລະ ຍິນດີໃນໃຈນຳອີກ.2
ເຖິງຢ່າງໃດກໍຕາມ, ຂອງປະທານແຫ່ງສະຫວັນຂອງການສ້າງ ບໍ່ໄດ້ມາໂດຍປາດສະຈາກໜ້າທີ່ ແລະ ຄວາມຮັບຜິດຊອບ. ໜ້າທີ່ເຫລົ່ານີ້ຖືກບັນຍາຍໄດ້ດີທີ່ສຸດໂດຍແນວຄິດຂອງ ການພິທັກຮັກສາ. ໃນຄຳສັບພຣະກິດຕິຄຸນ, ຄຳວ່າ ການພິທັກຮັກສາ ລະບຸເຖິງໜ້າທີ່ຮັບຜິດຊອບອັນສັກສິດທາງວິນຍານ ຫລື ທາງໂລກ ໃນການດູແລບາງສິ່ງທີ່ເປັນຂອງພຣະເຈົ້າ ຊຶ່ງເຮົາຕ້ອງຮັບຜິດຊອບ.3
ດັ່ງທີ່ສິດສອນໃນພຣະຄຳພີສັກສິດ, ການພິທັກຮັກສາທາງໂລກຂອງເຮົາ ລວມທັງຫລັກທຳດັ່ງຕໍ່ໄປນີ້:
ຫລັກທຳຂໍ້ທຳອິດ: ແຜ່ນດິນໂລກທັງໃບ, ລວມທັງທຸກຊີວິດໃນນັ້ນ, ເປັນຂອງພຣະເຈົ້າ.
ພຣະຜູ້ສ້າງໄດ້ມອບຊັບພະຍາກອນໂລກ ແລະ ສິ່ງມີຊີວິດທຸກຮູບແບບ ໃຫ້ຢູ່ພາຍໃຕ້ການດູແລຂອງເຮົາ, ແຕ່ພຣະອົງຍັງຄົງຄວາມເປັນເຈົ້າຂອງຢ່າງເຕັມຮູບແບບ. ພຣະອົງໄດ້ກ່າວວ່າ, “ເຮົາ, ພຣະຜູ້ເປັນເຈົ້າ, ໄດ້ຢືດຟ້າສະຫວັນອອກ, ແລະ ສ້າງແຜ່ນດິນໂລກ, ຝີມືຂອງເຮົາເອງ; ແລະ ທຸກສິ່ງໃນນັ້ນເປັນຂອງເຮົາທັງໝົດ.”4 ທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກເປັນຂອງພຣະເຈົ້າ, ລວມທັງຄອບຄົວຂອງເຮົາ, ຮ່າງກາຍທີ່ມີເນື້ອໜັງຂອງເຮົາ, ແລະ ແມ່ນແຕ່ຊີວິດຂອງເຮົາເອງ.5
ຫລັກທຳຂໍ້ທີສອງ: ໃນຖານະຜູ້ພິທັກຮັກສາສິ່ງນິລະມິດສ້າງຂອງພຣະເຈົ້າ, ເຮົາມີໜ້າທີ່ໃຫ້ກຽດ ແລະ ດູແລສິ່ງເຫລົ່ານັ້ນ.
ໃນຖານະລູກໆຂອງພຣະເຈົ້າ, ເຮົາໄດ້ຮັບໜ້າທີ່ໃຫ້ເປັນຜູ້ພິທັກຮັກສາ, ຜູ້ດູແລ, ແລະ ຜູ້ປົກຄອງສິ່ງນິລະມິດສ້າງແຫ່ງສະຫວັນຂອງພຣະອົງ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ພຣະອົງໄດ້ເຮັດໃຫ້ “ທຸກຄົນຮັບຜິດຊອບ, ເປັນຜູ້ພິທັກຮັກສາພອນຝ່າຍແຜ່ນດິນໂລກ, ຊຶ່ງເຮົາໄດ້ສ້າງ ແລະ ຕຽມໄວ້ໃຫ້ສິ່ງທີ່ມີຊີວິດຢູ່ຂອງເຮົາ.”6
ພຣະບິດາເທິງສະຫວັນຂອງເຮົາອະນຸຍາດໃຫ້ເຮົາໃຊ້ຊັບພະຍາກອນໃນໂລກ ຕາມຄວາມສະໝັກໃຈຂອງເຮົາເອງ. ແຕ່ອຳເພີໃຈຂອງເຮົາບໍ່ຄວນຖືກຕີຄວາມໝາຍວ່າເປັນໃບອະນຸຍາດໃຫ້ເຮົາໃຊ້ ຫລື ບໍລິໂພກຄວາມຮັ່ງມີຂອງໂລກນີ້ປາດສະຈາກສະຕິປັນຍາ ຫລື ຫັກຫ້າມໃຈ. ພຣະຜູ້ເປັນເຈົ້າໄດ້ໃຫ້ຄຳຕັກເຕືອນນີ້ວ່າ: “ແລະ ມັນເປັນສິ່ງພໍພຣະໄທຕໍ່ພຣະເຈົ້າທີ່ພຣະອົງໄດ້ປະທານສິ່ງເຫລົ່ານີ້ທັງໝົດໃຫ້ແກ່ມະນຸດ; ເພາະທຸກສິ່ງໄດ້ຖືກສ້າງຂຶ້ນເພື່ອໃຫ້ໃຊ້ສອຍ, ດ້ວຍການພິຈາລະນາ, ບໍ່ໃຫ້ເກີນຂອບເຂດ, ທັງບໍ່ແມ່ນໂດຍການຂົ່ມຂູ່ກັນ.”7
ຄັ້ງໜຶ່ງ, ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ: “ໃນຖານະຜູ້ຮັບຜົນປະໂຫຍດຈາກການສ້າງແຫ່ງສະຫວັນນີ້, ເຮົາຄວນເຮັດແນວໃດ? ເຮົາຄວນດູແລແຜ່ນດິນໂລກ, ເປັນຜູ້ພິທັກຮັກສາທີ່ສະຫລາດຂອງມັນ, ແລະ ຮັກສາມັນໄວ້ໃຫ້ຄົນລຸ້ນຫລັງ.”8
ນອກຈາກຈະເປັນພຽງຄວາມຈຳເປັນທາງວິທະຍາສາດ ຫລື ທາງການເມືອງແລ້ວ, ການດູແລແຜ່ນດິນໂລກ ແລະ ສິ່ງແວດລ້ອມທາງທຳມະຊາດຂອງເຮົາ ແມ່ນໜ້າທີ່ຮັບຜິດຊອບອັນສັກສິດ ທີ່ໄດ້ຖືກມອບໝາຍໃຫ້ແກ່ເຮົາໂດຍພຣະເຈົ້າ, ຊຶ່ງຄວນເຮັດໃຫ້ເຮົາເຕັມໄປດ້ວຍຄວາມຮູ້ສຶກທີ່ເລິກເຊິ່ງໃນໜ້າທີ່ ແລະ ຄວາມຖ່ອມຕົວ. ມັນເປັນອົງປະກອບທີ່ສຳຄັນຂອງການເປັນສານຸສິດຂອງເຮົາ. ເຮົາຈະສາມາດໃຫ້ກຽດ ແລະ ຮັກພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ໂດຍທີ່ບໍ່ໃຫ້ກຽດ ແລະ ຮັກສິ່ງນິລະມິດສ້າງຂອງພຣະອົງໄດ້ຢ່າງໃດ?
ມີຫລາຍສິ່ງທີ່ເຮົາສາມາດເຮັດໄດ້—ທັງເປັນສ່ວນລວມ ແລະ ເປັນສ່ວນບຸກຄົນ—ເພື່ອທີ່ຈະເປັນຜູ້ພິທັກຮັກສາທີ່ດີ. ເມື່ອພິຈາລະນາເຖິງສະພາບການສ່ວນບຸກຄົນຂອງເຮົາແລ້ວ, ເຮົາແຕ່ລະຄົນສາມາດໃຊ້ຊັບພະຍາກອນອັນອຸດົມສົມບູນຂອງແຜ່ນດິນໂລກດ້ວຍຄວາມຄາລະວະ ແລະ ຮອບຄອບຍິ່ງຂຶ້ນ. ເຮົາສາມາດສະໜັບສະໜູນຄວາມພະຍາຍາມຂອງຊຸມຊົນໃນການດູແລແຜ່ນດິນໂລກ. ເຮົາສາມາດນຳໃຊ້ວິຖີຊີວິດ ແລະ ພຶດຕິກຳສ່ວນຕົວທີ່ເຄົາລົບສິ່ງນິລະມິດສ້າງຂອງພຣະເຈົ້າ ແລະ ເຮັດໃຫ້ພື້ນທີ່ຢູ່ອາໄສຂອງເຮົາເປັນລະບຽບຂຶ້ນກວ່າເກົ່າ, ງາມຂຶ້ນກວ່າເກົ່າ, ແລະ ເປັນແຮງບັນດານໃຈຫລາຍກວ່າເກົ່າ.9
ຄວາມເປັນຜູ້ພິທັກຮັກສາຂອງເຮົາຕໍ່ສິ່ງນິລະມິດສ້າງຂອງພຣະເຈົ້າ ຍັງລວມທັງ, ໃນຈຸດສູງສຸດຂອງມັນ, ໜ້າທີ່ອັນສັກສິດໃນການຮັກ, ເຄົາລົບ, ແລະ ດູແລເພື່ອນມະນຸດທຸກຄົນທີ່ເຮົາແບ່ງປັນແຜ່ນດິນໂລກນີ້ນຳ. ພວກເຂົາເປັນບຸດ ແລະ ທິດາຂອງພຣະເຈົ້າ, ອ້າຍເອື້ອຍນ້ອງຂອງເຮົາ, ແລະ ຄວາມສຸກອັນເປັນນິລັນດອນຂອງພວກເຂົາ ແມ່ນຈຸດປະສົງທີ່ແທ້ຈິງຂອງວຽກງານແຫ່ງການສ້າງ.
ນັກຂຽນ ອອງຕວນ ເດີ ຊັງ-ແຕຈູເປຣີ ໄດ້ ເລົ່າເລື່ອງດັ່ງຕໍ່ໄປນີ້: ມື້ໜຶ່ງ, ໃນຂະນະທີ່ກຳລັງເດີນທາງໂດຍລົດໄຟນັ້ນ, ລາວໄດ້ພົບວ່າ ຕົວເອງກຳລັງນັ່ງຢູ່ທ່າມກາງຊາວອົບພະຍົບກຸ່ມໜຶ່ງ. ໂດຍສະເທືອນໃຈຢ່າງສຸດຊຶ້ງກັບຄວາມສິ້ນຫວັງທີ່ລາວເຫັນໃນໃບໜ້າຂອງເດັກນ້ອຍຄົນໜຶ່ງ, ລາວໄດ້ອຸທານອອກມາວ່າ: “ເມື່ອດອກກຸຫລາບພັນໃໝ່ເກີດຂຶ້ນໃນສວນ, ຄົນສວນທຸກຄົນກໍປິຕິຍິນດີ. ພວກເຂົາກໍແຍກກຸຫລາບນັ້ນ, ເບິ່ງແຍງມັນ, ບຳລຸງລ້ຽງມັນ. ແຕ່ບໍ່ມີຄົນສວນສຳລັບມະນຸດ.”10
ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ເຮົາບໍ່ຄວນເປັນຄົນສວນສຳລັບເພື່ອນມະນຸດຊາຍຍິງຂອງເຮົາບໍ? ເຮົາບໍ່ໄດ້ເປັນຄົນດູແລຮັກສາພີ່ນ້ອງຂອງເຮົາບໍ? ພຣະເຢຊູໄດ້ບັນຊາໃຫ້ເຮົາຮັກເພື່ອນບ້ານເໝືອນຮັກຕົນເອງ.11 ຈາກພຣະໂອດຂອງພຣະອົງ, ຄຳວ່າ ເພື່ອນບ້ານ ບໍ່ໄດ້ໝາຍເຖິງແຕ່ຄວາມໃກ້ທາງພູມສາດເທົ່ານັ້ນ; ມັນໝາຍເຖິງຄວາມໃກ້ຊິດທາງໃຈນຳອີກ. ມັນຄອບກວມເຖິງຜູ້ຢູ່ອາໄສທັງໝົດໃນໂລກໃບນີ້, ບໍ່ວ່າພວກເຂົາຈະຢູ່ໃກ້ເຮົາ ຫລື ຢູ່ປະເທດທີ່ຫ່າງໄກກໍຕາມ, ໂດຍບໍ່ຄຳນຶງເຖິງຕົ້ນກຳເນີດ, ພື້ນຖານສ່ວນຕົວ, ຫລື ສະພາບການຕ່າງໆຂອງພວກເຂົາ.
ໃນຖານະສານຸສິດຂອງພຣະຄຣິດ, ເຮົາມີໜ້າທີ່ອັນຈິງຈັງໃນການເຮັດວຽກຢ່າງບໍ່ອິດເມື່ອຍ ເພື່ອຄວາມສະຫງົບ ແລະ ຄວາມປອງດອງ ໃນທ່າມກາງທຸກປະຊາຊາດຂອງແຜ່ນດິນໂລກ. ເຮົາຕ້ອງເຮັດສຸດຄວາມສາມາດຂອງເຮົາ ເພື່ອປົກປ້ອງ ແລະ ນຳເອົາການປອບໂຍນ ແລະ ການບັນເທົາທຸກມາໃຫ້ຄົນອ່ອນແອ, ຄົນຂັດສົນ, ແລະ ທຸກຄົນທີ່ທົນທຸກ ຫລື ຖືກກົດຂີ່. ເໜືອສິ່ງອື່ນໃດ, ຂອງຂວັນແຫ່ງຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດທີ່ເຮົາສາມາດມອບໃຫ້ເພື່ອນມະນຸດຂອງເຮົາໄດ້ ຄືການແບ່ງປັນຄວາມຊື່ນຊົມແຫ່ງພຣະກິດຕິຄຸນກັບພວກເຂົາ ແລະ ເຊື້ອເຊີນພວກເຂົາໃຫ້ມາຫາພຣະຜູ້ຊ່ວຍໃຫ້ລອດຂອງພວກເຂົາ ຜ່ານທາງພັນທະສັນຍາ ແລະ ພິທີການສັກສິດ.
ຫລັກທຳຂໍ້ທີສາມ: ເຮົາຖືກເຊື້ອເຊີນໃຫ້ມີສ່ວນຮ່ວມໃນວຽກງານແຫ່ງການສ້າງ.
ຂະບວນການແຫ່ງສະຫວັນຂອງການສ້າງນັ້ນ ຍັງບໍ່ທັນສຳເລັດເທື່ອ. ທຸກໆມື້, ສິ່ງນິລະມິດສ້າງຂອງພຣະເຈົ້າ ສືບຕໍ່ທີ່ຈະເຕີບໂຕ, ຂະຫຍາຍ, ແລະ ເພີ່ມທະວີ. ສິ່ງທີ່ໜ້າອັດສະຈັນທີ່ສຸດກໍຄື ພຣະບິດາເທິງສະຫວັນເຊື້ອເຊີນໃຫ້ເຮົາມີສ່ວນຮ່ວມໃນວຽກງານອັນສ້າງສັນຂອງພຣະອົງ.
ເຮົາມີສ່ວນຮ່ວມໃນວຽກງານແຫ່ງການສ້າງ ທຸກຄັ້ງທີ່ເຮົາປູກຝັງໃນແຜ່ນດິນໂລກ ຫລື ຕື່ມການປຸກສ້າງຂອງເຮົາເອງໃສ່ໃນໂລກ—ຕາບໃດທີ່ເຮົາສະແດງຄວາມເຄົາລົບຕໍ່ສິ່ງນິລະມິດສ້າງຕ່າງໆຂອງພຣະເຈົ້າ. ການປະກອບສ່ວນຂອງເຮົາ ສາມາດຖືກສະແດງອອກຜ່ານທາງວຽກງານຂອງການສ້າງ ໃນສິລະປະ, ສະຖາປັດຕະຍະກຳ, ດົນຕີ, ວັນນະຄະດີ, ແລະ ວັດທະນະທຳ, ຊຶ່ງຕົກແຕ່ງໂລກຂອງເຮົາ, ເຮັດໃຫ້ປະສາດສຳຜັດຂອງເຮົາວ່ອງໄວຂຶ້ນ, ແລະ ເຮັດໃຫ້ຊີວິດຂອງເຮົາສົດໃສຂຶ້ນ. ເຮົາຍັງປະກອບສ່ວນຜ່ານການຄົ້ນພົບທາງວິທະຍາສາດ ແລະ ທາງການແພດ ທີ່ຮັກສາແຜ່ນດິນໂລກ ແລະ ຊີວິດທີ່ຢູ່ໃນນັ້ນ. ປະທານທອມມັສ ແອັສ ມອນສັນ ໄດ້ສະຫລຸບແນວຄິດນີ້ດ້ວຍຖ້ອຍຄຳທີ່ງົດງາມວ່າ: “ພຣະເຈົ້າປ່ອຍໃຫ້ໂລກນີ້ບໍ່ສຳເລັດ ເພື່ອວ່າມະນຸດຈະໃຊ້ທັກສະຂອງເຂົາ … ເພື່ອວ່າມະນຸດຈະໄດ້ຮູ້ຈັກເຖິງຄວາມຊົມຊື່ນຍິນດີ ແລະ ລັດສະໝີພາບຂອງການສ້າງ.”12
ໃນຄຳອຸປະມາຂອງພຣະເຢຊູກ່ຽວກັບຕະລັນຕົນ, ເມື່ອເຈົ້ານາຍກັບຄືນຈາກການເດີນທາງຂອງລາວ, ລາວໄດ້ຍົກຍ້ອງ ແລະ ໃຫ້ລາງວັນຄົນຮັບໃຊ້ສອງຄົນທີ່ເຮັດໃຫ້ຕະລັນຕົນຂອງຕົນເອງງອກເງີຍ ແລະ ເພີ່ມພູນຂຶ້ນ. ກົງກັນຂ້າມ, ລາວໄດ້ເອີ້ນຜູ້ຮັບໃຊ້ທີ່ເຊື່ອງຕະລັນຕົນດຽວຂອງລາວໃນຂີ້ດິນວ່າ “ຜູ້ບໍ່ມີປະໂຫຍດ,” ແລະ ເຈົ້ານາຍກໍໄດ້ເອົາໄປ ແມ່ນແຕ່ສິ່ງທີ່ລາວໄດ້ຮັບ.13
ເຊັ່ນດຽວກັນ, ໜ້າທີ່ຂອງເຮົາໃນຖານະຜູ້ພິທັກຮັກສາຂອງສິ່ງນິລະມິດສ້າງຂອງໂລກ ບໍ່ແມ່ນພຽງແຕ່ການສະຫງວນ ຫລື ການຮັກສາມັນເທົ່ານັ້ນ. ພຣະຜູ້ເປັນເຈົ້າຄາດຫວັງໃຫ້ເຮົາເຮັດວຽກຢ່າງພາກພຽນ, ຕາມທີ່ພຣະວິນຍານສັກສິດຂອງພຣະອົງກະຕຸ້ນ, ເພື່ອເພີ່ມພູນ, ເສີມຂະຫຍາຍ, ແລະ ພັດທະນາຊັບພະຍາກອນທີ່ພຣະອົງໄດ້ມອບໝາຍໃຫ້ແກ່ເຮົາ—ບໍ່ແມ່ນແຕ່ເພື່ອຜົນປະໂຫຍດຂອງເຮົາເທົ່ານັ້ນ ແຕ່ເພື່ອເປັນພອນໃຫ້ແກ່ຜູ້ອື່ນນຳອີກ.
ທ່າມກາງຄວາມສຳເລັດທັງໝົດຂອງມະນຸດ, ບໍ່ມີສິ່ງໃດຈະທຽບເທົ່າກັບປະສົບການໃນການກາຍເປັນ ຜູ້ຮ່ວມສ້າງ ກັບພຣະເຈົ້າ ໃນການໃຫ້ຊີວິດ ຫລື ໃນການຊ່ວຍໃຫ້ເດັກນ້ອຍຮຽນຮູ້, ເຕີບໂຕ, ແລະ ກ້າວໜ້າ—ບໍ່ວ່າຈະຢູ່ໃນຖານະພໍ່ແມ່, ຄູສອນ, ຫລື ຜູ້ນຳ, ຫລື ຢູ່ໃນບົດບາດໃດກໍຕາມ. ບໍ່ມີຄວາມເປັນຜູ້ພິທັກຮັກສາໃດທີ່ຈະສັກສິດໄປກວ່າ, ບັນລຸຜົນໄປກວ່າ, ແລະ ກໍຮຽກຮ້ອງຄວາມຕ້ອງການຫລາຍໄປກວ່າ, ການຮ່ວມງານກັບພຣະຜູ້ສ້າງຂອງເຮົາ ໃນການໃຫ້ຮ່າງກາຍແກ່ລູກໆທາງວິນຍານຂອງພຣະອົງ ແລະ ຊ່ວຍໃຫ້ພວກເຂົາບັນລຸສັກກະຍະພາບແຫ່ງສະຫວັນຂອງພວກເຂົາ.
ໜ້າທີ່ຮັບຜິດຊອບຂອງການຮ່ວມສ້າງ ເປັນສິ່ງເຕືອນໃຈຢູ່ສະເໝີວ່າ ຊີວິດ ແລະ ຮ່າງກາຍຂອງແຕ່ລະຄົນນັ້ນສັກສິດ, ວ່າມັນບໍ່ເປັນຂອງໃຜອື່ນນອກຈາກພຣະເຈົ້າ, ແລະ ວ່າພຣະອົງໄດ້ໃຫ້ເຮົາເປັນຜູ້ປົກຄອງເພື່ອເຄົາລົບ, ປົກປ້ອງ, ແລະ ດູແລມັນ. ພຣະບັນຍັດຂອງພຣະເຈົ້າ, ຊຶ່ງປົກຄອງອຳນາດແຫ່ງການໃຫ້ກຳເນີດ ແລະ ການສ້າງຕັ້ງຄອບຄົວນິລັນດອນ, ຈະນຳທາງເຮົາໃນຄວາມເປັນຜູ້ພິທັກຮັກສາອັນສັກສິດນີ້, ຊຶ່ງເປັນສິ່ງສຳຄັນຫລາຍຕໍ່ແຜນຂອງພຣະອົງ.
ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າເອີຍ, ເຮົາຄວນຮູ້ໄວ້ວ່າ ທຸກສິ່ງແມ່ນຝ່າຍວິນຍານສຳລັບພຣະຜູ້ເປັນເຈົ້າ—ລວມທັງແງ່ມຸມຝ່າຍໂລກທີ່ສຸດໃນຊີວິດຂອງເຮົາ. ຂ້າພະເຈົ້າເປັນພະຍານວ່າ ພອນຝ່າຍວິນຍານໄດ້ຖືກສັນຍາໄວ້ໃຫ້ຜູ້ທີ່ຮັກ ແລະ ດູແລແຜ່ນດິນໂລກ ແລະ ເພື່ອນຊາຍຍິງຂອງພວກເຂົາ. ເມື່ອທ່ານຍັງຄົງສັດຊື່ໃນຄວາມເປັນຜູ້ພິທັກຮັກສາອັນສັກສິດຂອງທ່ານ ແລະ ນັບຖືພັນທະສັນຍານິລັນດອນຂອງທ່ານ, ທ່ານຈະເຕີບໂຕໃນຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ແລະ ທ່ານຈະຮູ້ສຶກເຖິງຄວາມຮັກຂອງພວກພຣະອົງ ແລະ ອິດທິພົນຂອງພວກພຣະອົງໃນຊີວິດຂອງທ່ານຫລາຍຍິ່ງຂຶ້ນ. ທຸກສິ່ງເຫລົ່ານີ້ຈະກຽມທ່ານເພື່ອໃຫ້ພ້ອມທີ່ຈະຢູ່ກັບພວກພຣະອົງ ແລະ ຮັບອຳນາດທີ່ສ້າງສັນເພີ່ມເຕີມ14 ໃນຊີວິດທີ່ຈະມາເຖິງ.
ໃນບັ້ນທ້າຍຂອງການມີຊີວິດໃນຊ່ວງມະຕະນີ້, ເຈົ້ານາຍຈະຂໍໃຫ້ເຮົາອະທິບາຍກ່ຽວກັບຄວາມເປັນຜູ້ພິທັກຮັກສາອັນສັກສິດຂອງເຮົາ, ລວມທັງວ່າ ເຮົາໄດ້ດູແລສິ່ງນິລະມິດສ້າງຂອງພຣະອົງແນວໃດ. ຂ້າພະເຈົ້າອະທິຖານວ່າ ເຮົາຈະໄດ້ຍິນພຣະຄຳແຫ່ງຄວາມຮັກຂອງພຣະອົງ ສື່ມໃສ່ໃຈຂອງເຮົາວ່າ: “ດີແລ້ວ ຄົນຮັບໃຊ້ທີ່ດີ ແລະ ສັດຊື່ເອີຍ: ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍ, ເຮົາຈະໃຫ້ເຈົ້າຮັບຜິດຊອບດູແລສິ່ງຂອງຫລາຍຢ່າງ: ຈົ່ງມາຮ່ວມຊົມຊື່ນຍິນດີກັບເຮົາເຖີດ.”15 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.