ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2022


ການ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ

ການ​ສະ​ແຫວງ​ຫາ​ທີ່​ຈະ​ໄດ້​ຮູ້​ຈັກ ແລະ ຮັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ແຍກ​ຕົວ​ເອງ​ອອກ​ຈາກ​ໂລກ ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ໂດຍ​ການ​ເປັນ​ຄົນ​ແຕກ​ຕ່າງ, ບໍ່​ທຳ​ມະ​ດາ, ແລະ ພິ​ເສດ, ໂດຍ​ທີ່​ບໍ່​ແຍກ​ຕົວ​ອອກ​ຫ່າງ​ຈາກ​ຄົນ​ອື່ນ ຜູ້​ເຊື່ອ​ຖື​ແຕກ​ຕ່າງ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຄ່ຳ​ຄືນນີ້​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ຜູ້​ຕິດ​ຕາມ​ທີ່​ຖ່ອມ​ຕົວ ແລະ ອຸ​ທິດ​ຕົນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເມື່ອ​ຂ້າ​ພະ​ເຈົ້າ​ເຫັນ​ຄວາມ​ດີ​ງາມ​ໃນ​ຊີ​ວິດ​ຂອງ​ທ່ານ ແລະ ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ຢູ່​ທີ່​ນີ້ ໃນ​ປະ​ເທດ​ນີ້ ແລະ ໃນ​ປະ​ເທດ​ອື່ນໆ​ຕະ​ຫລອດ​ທົ່ວ​ໂລກ, ຂ້າ​ພະ​ເຈົ້າ​ຮັກ​ທ່ານ​ຫລາຍ​ຂຶ້ນ.

ໃນ​ທ້າຍ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ, ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ໄດ້​ຂໍ​ໃຫ້​ພຣະ​ອົງ​ບອກ​ພວກ​ເຂົາ​ກ່ຽວ​ກັບ “ໝາຍ​ສຳ​ຄັນ​ເຖິງ [ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ], ແລະ ເຖິງ​ການ​ສິ້ນ​ສຸດ​ຂອງ​ໂລກ.”1

ພຣະ​ເຢ​ຊູ​ໄດ້​ບອກ​ພວກ​ເຂົາ​ເຖິງ​ສະ​ພາບ​ທີ່​ຈະ​ເກີດ​ຂຶ້ນ​ກ່ອນ​ການ​ສະ​ເດັດ​ກັບ​ມາ​ຂອງ​ພຣະ​ອົງ ແລະ ໄດ້​ສະ​ຫລຸບ​ໂດຍ​ການ​ປະ​ກາດ​ວ່າ, “ເມື່ອ​ພວກ​ເຈົ້າ​ເຫັນ​ເຫດ​ການ​ເກີດ​ຂຶ້ນ, [ພວກ​ເຈົ້າ​ຈະ] ຮູ້​ໄດ້​ວ່າ ເວ​ລາ​ໃກ້​ເຂົ້າ​ມາ​ແລ້ວ.”2

ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຄັ້ງ​ທີ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ຕັ້ງ​ໃຈ​ຈົດ​ຈໍ່​ຟັງ​ຖ້ອຍ​ຄຳ​ຂອງ​ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ທີ່​ວ່າ: “ເຮົາ​ແຕ່​ລະ​ຄົນ,” ເພິ່ນ​ກ່າວ, “ບໍ່​ວ່າ​ເຮົາ​ຈະ​ຢູ່​ໃສ, ຕ່າງ​ກໍ​ຮູ້​ວ່າ ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ຊ່ວງ​ເວ​ລາ​ທີ່​ອັນ​ຕະ​ລາຍ​ຫລາຍ​ຂຶ້ນ​ເລື້ອຍໆ. … ຜູ້​ໃດ​ມີ​ຕາ​ເພື່ອ​ເຫັນ​ສັນ​ຍານ​ຂອງ​ເວ​ລາ ແລະ ມີ​ຫູ​ເພື່ອ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ກໍ​ຮູ້​ວ່າ​ເປັນ​ຄວາມ​ຈິງ.”3

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຍົກ​ຍ້ອງ​ສາ​ນຸ​ສິດ​ທີ່​ກ້າ​ຫານ​ຂອງ​ພຣະ​ອົງ​ວ່າ: “ຕາ ຂອງ​ພວກ​ເຈົ້າ ກໍ​ເປັນ​ສຸກ​ແລ້ວ, ເພາະ​ພວກ​ເຈົ້າ​ໄດ້​ເຫັນ: ແລະ ຫູ ຂອງ​ພວກ​ເຈົ້າ ກໍ​ເປັນ​ສຸກ​ແລ້ວ, ເພາະ​ໄດ້​ຍິນ.”4 ຂໍ​ໃຫ້​ພອນ​ນີ້​ເປັນ​ຂອງ​ເຮົາ ເມື່ອ​ເຮົາ​ຮັບ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ໃກ້​ຊິດ ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ ແລະ ຄົນ​ອື່ນໆ​ໃນ​ກອງ​ປະ​ຊຸມ​ໃຫຍ່​ນີ້.

ເຂົ້າ​ດີ ແລະ ເຂົ້າ​ນົກ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອະ​ທິ​ບາຍ​ວ່າ ໃນ​ຄັ້ງ​ສຸດ​ທ້າຍ​ກ່ອນ​ພຣະ​ອົງ​ຈະ​ກັບ​ຄືນ​ມາ, “ເຂົ້າ​ດີ,” ທີ່​ພຣະ​ອົງ​ບັນ​ຍາຍ​ວ່າ​ເປັນ “ປະ​ຊາ​ຊົນ​ແຫ່ງ​ອາ​ນາ​ຈັກ,”5 ຈະ​ເຕີບ​ໂຕ​ຂຶ້ນ​ກັບ “ເຂົ້າ​ນົກ,” ຫລື ຜູ້​ທີ່​ບໍ່​ຮັກ​ພຣະ​ເຈົ້າ ແລະ ບໍ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ທັງ​ສອງ “ຈະ​ເຕີບ​ໂຕ,”6 ໄປ​ນຳ​ກັນ.

ນີ້​ຈະ​ເປັນ​ໂລກ​ຂອງ​ເຮົາ​ຈົນ​ກວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ກັບ​ຄືນ​ມາ, ຊຶ່ງ​ມີ​ຫລາຍ​ສິ່ງ​ທີ່​ດີ ແລະ ຫລາຍ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຢູ່​ຮອບ​ດ້ານ.7

ບາງ​ເທື່ອ​ທ່ານ​ອາດ​ບໍ່​ຮູ້​ສຶກ​ເປັນ​ເຂົ້າ​ດີ​ທີ່​ເຂັ້ມ​ແຂງ ແລະ ໃຫຍ່​ພໍ. ຈົ່ງ​ມີ​ຄວາມ​ອົດ​ທົນ​ກັບ​ຕົວ​ທ່ານ​ເອງ! ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຂົ້າ​ດີ​ອາດ​ລວມ​ທັງ ພວມ​ປົ່ງ​ໃບ​ອ່ອນ.8 ເຮົາ​ທຸກ​ຄົນ​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຂອງ​ພຣະ​ອົງ, ແລະ ເຖິງ​ແມ່ນ​ວ່າ​ເຮົາ​ຍັງ​ບໍ່​ແມ່ນ​ທຸກ​ຢ່າງ​ທີ່​ຢາກ​ເປັນ, ແຕ່​ເຮົາ​ຈິງ​ຈັງ​ໃນ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ທີ່​ຈະ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ອົງ.

ເສີມ​ສ້າງ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ

ເຮົາ​ຮັບ​ຮູ້​ວ່າ ເມື່ອ​ຄວາມ​ຊົ່ວ​ຮ້າຍ​ມີ​ເພີ່ມ​ຫລາຍ​ຂຶ້ນ​ຢູ່​ໃນ​ໂລກ, ຄວາມ​ຢູ່​ລອດ​ທາງວິນ​ຍານ​ຂອງ​ເຮົາ, ແລະ ຄວາມ​ຢູ່​ລອດ​ທາງວິນ​ຍານ​ຂອງ​ຄົນ​ທີ່​ເຮົາ​ຮັກ, ຈະ​ຮຽກ​ຮ້ອງ​ໃຫ້​ເຮົາ​ຫລໍ່​ລ້ຽງ, ປ້ອງ​ກັນ, ແລະ ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ຮາກ​ແຫ່ງ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ. ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ແນະ​ນຳ​ເຮົາ​ໃຫ້​ຢັ່ງ​ຮາກ,9 ຄົງ​ທີ່, ແລະ ຍຶດ​ໝັ້ນ10 ໃນ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ. ມື້​ນີ້ ແລະ ໃນ​ວັນ​ຂ້າງ​ໜ້າ ຈະ​ຮຽກ​ຮ້ອງ​ຄວາມ​ພະ​ຍາ​ຍາມ​ທີ່​ມີ​ສະ​ມາ​ທິ ແລະ ຄວາມ​ຕັ້ງ​ໃຈ​ຫລາຍ​ຂຶ້ນ, ໃນ​ການ​ປ້ອງ​ກັນ​ຈາກ​ການ​ຫັນ​ປ່ຽນ ແລະ ການ​ບໍ່​ສົນ​ໃຈ.11

ແຕ່​ເຖິງ​ແມ່ນ​ອິດ​ທິ​ພົນ​ທາງ​ໂລກ​ມີ​ເພີ່ມ​ຂຶ້ນ​ຮອບ​ຕົວ​ເຮົາ, ແຕ່​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ຢ້ານ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ເຄີຍ​ປະ​ຖິ້ມ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ. ມັນ​ມີ​ພະ​ລັງ​ຊົດ​ເຊີຍ​ຂອງ​ປະ​ທານ​ທາງວິນ​ຍານ ແລະ ການ​ຊີ້​ນຳ​ຈາກ​ສະ​ຫວັນ​ສຳ​ລັບ​ຄົນ​ຊອບ​ທຳ.12 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພອນ​ເພີ່ມ​ເຕີມ​ຂອງ​ພະ​ລັງ​ທາງ​ວິນ​ຍານ​ນີ້, ບໍ່​ໄດ້​ມາ​ສູ່​ເຮົາ​ພຽງ​ແຕ່ ເພາະ​ວ່າ​ເຮົາ​ເປັນ​ພາກ​ສ່ວນ​ໃນ​ຄົນ​ລຸ້ນນີ້​ເທົ່າ​ນັ້ນ. ມັນ​ມາ​ເຖິງ​ເມື່ອ​ເຮົາ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຮົາ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ, ເມື່ອ​ເຮົາ​ມາ​ຮູ້​ຈັກ​ພຣະ​ອົງ ແລະ ຮັກ​ພຣະ​ອົງ. “ນີ້​ແມ່ນ​ຊີ​ວິດ​ນິ​ລັນ​ດອນ,” ພຣະ​ເຢ​ຊູ​ໄດ້​ອະ​ທິ​ຖານ, “ຄື​ໃຫ້​ພວກ​ເຂົາ​ຮູ້​ຈັກ​ພຣະ​ອົງ ຜູ້​ເປັນ​ພຣະ​ເຈົ້າ​ທ່ຽງ​ແທ້​ແຕ່​ອົງ​ດຽວ, ແລະ ຮູ້​ຈັກ​ພຣະ​ເຢ​ຊູ​ຄຣິດ​ຜູ້​ທີ່​ພຣະ​ອົງ​ໃຊ້​ມາ.”13

ດັ່ງ​ທີ່​ເຮົາ​ຮູ້​ຈັກ​ດີ, ການ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ແມ່ນ​ຫລາຍ​ກວ່າ​ການ​ຕັດ​ສິນ​ໃຈ​ຄັ້ງ​ດຽວ—ຫລາຍ​ກວ່າ​ເຫດ​ການ​ທີ່​ເກີດ​ຂຶ້ນ​ພຽງ​ຄັ້ງ​ດຽວ. ມັນ​ເປັນ​ຂະ​ບວນ​ການ​ສັກ​ສິດ​ທີ່​ດຳ​ເນີນ​ຢູ່ ທີ່​ເຕີບ​ໂຕ ແລະ ຂະ​ຫຍາຍ​ຕະ​ຫລອດ​ລະ​ດູ​ການ​ໃນ​ຊີ​ວິດ​ຂອງ​ເຮົາ, ສືບ​ຕໍ່​ຈົນ​ເຮົາ​ໄດ້​ນັ່ງ​ຄຸ​ເຂົ່າ​ຢູ່​ທີ່​ພຣະ​ບາດ​ຂອງ​ພຣະ​ອົງ.

ຂະ​ນະ​ທີ່​ເຂົ້າ​ດີ​ເຕີບ​ໂຕ​ທ່າມ​ກາງ​ເຂົ້າ​ນົກ​ຢູ່​ໃນ​ໂລກ, ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ມຸ່ງ​ໝັ້ນ​ຂອງ​ເຮົາ​ເລິກ​ເຊິ່ງ ແລະ ເຂັ້ມ​ແຂງ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ວັນ​ຂ້າງ​ໜ້າ​ໄດ້​ແນວ​ໃດ?

ນີ້​ຄື​ແນວ​ຄິດ​ສາມ​ຢ່າງ:

ສຶກ​ສາ​ກ່ຽວ​ກັບ​ພຣະ​ຊົນ​ຊີບ​ຂອງ​ພຣະ​ເຢ​ຊູ

ທຳ​ອິດ, ເຮົາ​ສາ​ມາດ​ສຶກ​ສາ​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ພຣະ​ຊົນ​ຊີບ​ຂອງ​ພຣະ​ເຢ​ຊູ, ຄຳ​ສອນ​ຂອງ​ພຣະ​ອົງ, ສະ​ຫງ່າ​ລາ​ສີ​ຂອງ​ພຣະ​ອົງ, ອຳ​ນາດ​ຂອງ​ພຣະ​ອົງ, ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວວ່າ “ຈົ່ງເບິ່ງທີ່​ເຮົາ​ໃນຄວາມ​ນຶກ​ຄິດ​ທຸກ​ຢ່າງ.”14 ອັກ​ຄະ​ສາ​ວົກ​ໂຢ​ຮັນ​ເຕືອນ​ເຮົາ​ວ່າ, “ຝ່າຍ​ເຮົາ​ທັງ​ຫລາຍ​ໄດ້​ຮັກ, ເພາະ​ພຣະ​ອົງ​ຊົງ​ຮັກ​ພວກ​ເຮົາ​ກ່ອນ.”15 ເມື່ອ​ເຮົາ​ປະ​ສົບ​ກັບ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຫລາຍ​ຂຶ້ນ, ເຮົາ​ກໍ​ຈະ​ຮັກ​ພຣະ​ອົງ​ຫລາຍ​ກວ່າ​ເກົ່າ ແລະ, ຕາມ​ທຳ​ມະ​ຊາດ, ຈະ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ຮັກ ແລະ ການ​ດູ​ແລ​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ. ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ຊອບ​ທຳ​ຕໍ່​ພຣະ​ອົງ, ເຮົາ​ເຫັນ​ພຣະ​ອົງ​ແຈ້ງ​ຊັດ​ຫລາຍ​ຂຶ້ນ.16 ເຮົາ​ຮັກ​ພຣະ​ອົງ ແລະ ເຮົາ​ພະ​ຍາ​ຍາມ​ໃນ​ທາງ​ທີ່​ເລັກ​ນ້ອຍ​ຂອງ​ເຮົາ ທີ່​ຈະ​ຮຽນ​ແບບ​ພຣະ​ອົງ.17

ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ

ຕໍ່​ໄປ, ເມື່ອ​ເຮົາ​ມາ​ຮູ້​ຈັກ ແລະ ຮັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ, ເຮົາ​ຈະ​ປາດ​ຖະ​ໜາ​ຫລາຍ​ຂຶ້ນ​ທີ່​ຈະ​ສັນ​ຍາ​ກັບ​ພຣະ​ອົງ​ວ່າ ເຮົາ​ຈະ​ຈົງ​ຮັກ​ພັກ​ດີ ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ອົງ. ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ. ເຮົາ​ເລີ່ມ​ຕົ້ນ​ດ້ວຍ​ຄຳ​ສັນ​ຍາ​ເມື່ອ​ຮັບ​ບັບ​ຕິ​ສະ​ມາ, ແລະ ເຮົາ​ຢືນ​ຢັນ​ຄຳ​ສັນ​ຍາ​ເຫລົ່າ​ນີ້ ແລະ ອື່ນໆ ເມື່ອ​ເຮົາ​ກັບ​ໃຈ​ທຸກວັນ, ທູນ​ຂໍ​ການ​ໃຫ້​ອະ​ໄພ, ແລະ ຕັ້ງ​ຕາ​ລໍ​ຄອຍ​ທີ່​ຈະ​ຮັບ​ສິນ​ລະ​ລຶກ​ທຸກ​ອາ​ທິດ. ເຮົາ​ປະ​ຕິ​ຍານ​ວ່າ​ຈະ “ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.”18

ເມື່ອ​ເຮົາ​ພ້ອມ, ເຮົາ​ຮັບ​ເອົາ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫານ. ຄວາມ​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ນິ​ລັນ​ດອນ​ໃນ​ຊ່ວງ​ເວ​ລາ​ທີ່​ສັກ​ສິດ ແລະ ງຽບ​ສະ​ຫງັດ​ຂອງ​ເຮົາ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ຍິນ​ດີ​ເຮັດ​ພັ​ນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ແລະ ​ເສີມ​ສ້າງ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ທີ່​ຈະ​ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ.

ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ອະ​ນຸ​ຍາດ​ໃຫ້​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຝັງ​ເລິກ​ໃນ​ໃຈ​ເຮົາ​ຫລາຍ​ຂຶ້ນ. ໃນ​ວາ​ລະ​ສານ Liahona, ເດືອນ​ນີ້, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ: “ພັນ​ທະ​ສັນ​ຍາ [ຂອງ​ເຮົາ] ຈະ​ນຳ​ພາ​ເຮົາ​ໃຫ້​ເຂົ້າ​ໃກ້​ຊິດ​ກັບ​ພຣະ​ອົງ​ຫລາຍ​ຂຶ້ນ​ເລື້ອຍໆ. … ພຣະ​ເຈົ້າ​ຈະ​ບໍ່​ປະ​ຖິ້ມ​ຄວາມ​ສຳ​ພັນ​ຂອງ​ພຣະ​ອົງ​ກັບ​ຜູ້​ທີ່​ໄດ້​ສ້າງ​ຄວາມ​ຜູກ​ພັນ​ເຊັ່ນ​ນັ້ນ​ກັບ​ພຣະ​ອົງ.”19 ແລະ ດັ່ງ​ທີ່​ປະ​ທານ​ແນວ​ສັນ​ໄດ້​ກ່າວ​ຢ່າງ​ສວຍ​ງາມ​ໃນ​ເຊົ້າ​ມື້​ນີ້​ວ່າ, “ດ້ວຍ​ການ​ອຸ​ທິດ​ຂອງ​ພຣະ​ວິ​ຫານ​ໃໝ່​ໃນ​ແຕ່​ລະ​ແຫ່ງ, ອຳ​ນາດ​ຂອງ​ພຣະ​ເຈົ້າ​ໄດ້​ເພີ່ມ​ເຂົ້າ​ມາ​ໃນ​ໂລກ​ນີ້ ເພື່ອ​ເຮັດ​ໃຫ້​ເຮົາ​ເຂັ້ມ​ແຂງ​ຂຶ້ນ ແລະ ຕໍ່​ຕ້ານ​ຄວາມ​ພະ​ຍາ​ຍາມ​ທີ່​ຮຸນ​ແຮງ​ຂອງ​ຜູ້​ປໍ​ລະ​ປັກ.”20

ເຮົາ​ເຫັນ​ບໍ່​ວ່າ​ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊີ້​ນຳ​ໃຫ້​ສາດ​ສະ​ດາ​ຂອງ​ພຣະ​ອົງ​ນຳ​ພຣະ​ວິ​ຫານ​ທີ່​ສັກ​ສິດ​ມາ​ຕັ້ງ​ຢູ່​ໃກ້​ເຮົາ​ຫລາຍ​ຂຶ້ນ ແລະ ອະ​ນຸ​ຍາດ​ໃຫ້​ເຮົາ​ໄດ້​ຢູ່​ໃນ​ບ້ານ​ຂອງ​ພຣະ​ອົງ​ເລື້ອຍ​ກວ່າ​ເກົ່າ?

ເມື່ອ​ເຮົາ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ, ເຮົາ​ເປັນ​ອິດ​ສະ​ລະ​ຊົ່ວ​ໄລ​ຍະ​ໜຶ່ງ​ຈາກ​ອິດ​ທິ​ພົນ​ຂອງ​ໂລກ ທີ່​ບຽດ​ບຽນ​ເຮົາ ຂະ​ນະ​ທີ່​ເຮົາ​ຮຽນ​ຮູ້​ເຖິງ​ຈຸດ​ປະ​ສົງ​ຂອງ​ເຮົາ​ໃນ​ຊີ​ວິດ ແລະ ຂອງ​ປະ​ທານ​ນິ​ລັນ​ດອນ​ທີ່​ສະ​ເໜີ​ມອບ​ໃຫ້​ແກ່​ເຮົາ​ຜ່ານ​ທາງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ.

ປ້ອງ​ກັນ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ສຸດ​ທ້າຍ, ແນວ​ຄິດ​ຢ່າງ​ທີ​ສາມ​ຂອງ​ຂ້າ​ພະ​ເຈົ້າ: ໃນ​ການ​ສະ​ແຫວງ​ຫາ​ອັນ​ສັກ​ສິດ​ນີ້, ເຮົາ​ທະ​ນຸ​ຖະ​ໜອມ, ປົກ​ປ້ອງ, ຮັກ​ສາ, ແລະ ປ້ອງ​ກັນ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ທັງ​ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ ໃນ​ຕອນ​ບ່າຍ​ມື້​ນີ້ ແລະ ແອວ​ເດີ ແຄ​ວິນ ດັບ​ເບິນ​ຢູ ເພຍ​ສັນ ທີ່​ຫາ​ກໍ​ກ່າວ​ມື້​ກີ້​ນີ້ ໄດ້​ອ້າງ​ເຖິງ​ຄຳ​ເຕືອນ​ຂອງ​ສາດ​ສະ​ດາ ຈາກ​ປະ​ທານ​ແນວ​ສັນ ຊຶ່ງ​ຂ້າ​ພະ​ເຈົ້າ​ຈະ​ກ່າວ​ລຶ້ມ​ຄືນ​ອີກ​ວ່າ: “ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ເຮົາ​ຈະ​ປອດ​ໄພ​ທາງ​ວິນ​ຍານ ຖ້າ​ປາດ​ສະ​ຈາກ​ການ​ນຳ​ພາ, ການ​ຊີ້​ນຳ, ການ​ປອບ​ໂຍນ, ແລະ ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຢູ່​ສະ​ເໝີ.”21 ມັນ​ແມ່ນ​ຂອງ​ປະ​ທານ​ທີ່​ເກີນ​ກວ່າ​ລາ​ຄາ. ເຮົາ​ເຮັດ​ດີ​ທີ່​ສຸດ​ເພື່ອ​ປົກ​ປ້ອງ​ປະ​ສົບ​ການ​ປະ​ຈຳ​ວັນ​ຂອງ​ເຮົາ ເພື່ອ​ວ່າ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຍັງ​ຄົງ​ຢູ່​ກັບ​ເຮົາ. ເຮົາ​ເປັນ​ແສງ​ສະ​ຫວ່າງ​ໃຫ້​ໂລກ, ແລະ ເມື່ອ​ຈຳ​ເປັນ ເຮົາ​ເຕັມ​ໃຈ​ທີ່​ຈະ​ເລືອກ​ເປັນ​ຄົນ​ແຕກ​ຕ່າງ​ຈາກ​ຄົນ​ອື່ນ. ເມື່ອ​ບໍ່​ດົນ​ມາ​ນີ້​ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ຖາມ​ກຸ່ມ​ຜູ້​ໃຫຍ່​ໜຸ່ມ​ວ່າ: “[ພວກ​ທ່ານ] ‘ກ້າ​ທີ່​ຈະ​ແຕກ​ຕ່າງ​ບໍ່?’ … ທີ່​ສຳ​ຄັນ [ໂດຍ​ສະ​ເພາະ] ຄື … ການ​ເລືອກ​ທີ່​ພວກ​ທ່ານ​ຕ້ອງ​ເຮັດ​ໃນ​ຊີ​ວິດ​ສ່ວນ​ຕົວ​ຂອງ​ພວກ​ທ່ານ. … ພວກ​ທ່ານ​ຈະ​ດຳ​ເນີນ​ໄປ​ໜ້າ​ຂັດ​ກັບ​ການ​ຕໍ່​ຕ້ານ​ຂອງ​ໂລກ​ບໍ?”22

ເລືອກ​ທີ່​ຈະ​ແຕກ​ຕ່າງ​ຈາກ​ໂລກ

ໃນ​ໂພດ​ສື່​ສັງ​ຄົມ​ເມື່ອ​ບໍ່​ດົນ​ມາ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຂໍ​ໃຫ້​ສາ​ນຸ​ສິດ​ແບ່ງ​ປັນ​ການ​ເລືອກ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ ທີ່​ຮຽກ​ຮ້ອງ​ໃຫ້​ເຂົາ​ເຈົ້າ​ແຕກ​ຕ່າງ​ຈາກ​ຊາວ​ໂລກ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຫລາຍ​ຮ້ອຍ​ຄຳ​ຕອບ.23 ນີ້​ເປັນ​ພຽງ​ສ່ວນ​ນ້ອຍ​ໜຶ່ງ:

ອາ​ແມນ​ດາ: ຂ້າ​ນ້ອຍ​ເປັນ​ນາງ​ພະ​ຍາ​ບານ ເຮັດ​ວຽກ​ຢູ່​ຄຸກ​ໃນ​ຕົວ​ເມືອງ. ຂ້າ​ນ້ອຍ​ພະ​ຍາ​ຍາມ​ດູ​ແລ​ຄົນ​ໂທດ​ດັ່ງ​ທີ່​ພຣະ​ຄຣິດ​ຈະ​ເຮັດ.

ຣາ​ເຊັນ: ຂ້າ​ນ້ອຍ​ເປັນ​ນັກ​ຮ້ອງ​ໂອ​ປະ​ຣ່າ, ແລະ ມັກ​ຈະ​ຖືກ​ມອງ​ຂ້າມ ແບບ​ວ່າ​ຂ້າ​ນ້ອຍ​ຕ້ອງ​ນຸ່ງ​ຊຸດ​ໃດ​ກໍ​ຕາມ​ທີ່​ນຳ​ມາ​ໃຫ້​ຂ້າ​ນ້ອຍ​ນຸ່ງ, ໂດຍ​ບໍ່​ຄຳ​ນຶງ​ເຖິງ​ຄວາມ​ສຸ​ພາບ​ຮຽບ​ຮ້ອຍ. [ເພາະ​ຂ້າ​ນ້ອຍ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ,] ຂ້າ​ນ້ອຍ​ຈຶ່ງ​ໄດ້​ບອກ [ຜູ້​ກຳ​ກັບ] ວ່າ​ຊຸດ​ເສື້ອ​ຜ້າ​ຕ້ອງ [ສຸ​ພາບ​ຮຽບ​ຮ້ອຍ]. ພວກ​ເຂົາ​ບໍ່​ພໍ​ໃຈ … ແຕ່​ໄດ້​ທຳ​ການ​ປ່ຽນ​ແປງ​ຢ່າງ​ບໍ່​ເຕັມ​ໃຈ. ຂ້າ​ນ້ອຍ​ຈະ​ບໍ່​ແລກ​ປ່ຽນ​ສັນ​ຕິ​ສຸກ​ທີ່​ມາ​ຈາກ​ການ​ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ຄຣິດ​ຕະ​ຫລອດ​ເວ​ລາ.

ຄຣິສ: ຂ້າ​ນ້ອຍ​ເປັນ​ຄົນ​ຕິດ​ເຫລົ້າ (ກຳ​ລັງ​ຮັບ​ການ​ປິ່ນ​ປົວ), ມີ​ຄ່າ​ຄວນ​ສຳ​ລັບ​ພຣະ​ວິ​ຫານ, ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ຂ້າ​ນ້ອຍບໍ່​ງຽບ​ກ່ຽວ​ກັບ​ປະ​ສົບ​ການ​ຕິດ​ແສດ​ຂອງ​ຂ້າ​ນ້ອຍ ແລະ ການ​ມີ​ປະ​ຈັກ​ພະ​ຍານ​ເຖິງ​ການ​ຊົດ​ໃຊ້ [ຂອງ​ພຣະ​ເຢ​ຊູ​ຄຣິດ].

ລໍ​ເຣນ: ຂ້າ​ນ້ອຍ​ກຳ​ລັງ​ຂຽນ​ເລື່ອງ​ຕະ​ຫລົກ​ກັບ​ເພື່ອນ​ຫ້ອງ​ຮຽນ​ຊັ້ນ​ມັດ​ທະ​ຍົມ. ພວກ​ເຂົາ​ຢາກ​ໃຫ້​ຕົວ​ລະ​ຄອນ​ທີ່​ງຽບ​ຂຶມ​ຄື​ຂ້າ​ນ້ອຍ ສະ​ແດງ​ຄວາມ​ຫຍາບ​ຄາຍ​ອອກ​ມາ​ໃນ​ທັນ​ທີ​ທັນ​ໃດ. ພວກ​ເຂົາ​ໄດ້​ກົດ​ດັນ​ຂ້າ​ນ້ອຍ, ແຕ່​ຂ້າ​ນ້ອຍ​ປະ​ຕິ​ເສດ ແລະ ຍຶດ​ໝັ້ນ.

ອາ​ດາມ: ຫລາຍ​ຄົນ​ບໍ່​ເຊື່ອ​ຂ້າ​ນ້ອຍ ເມື່ອ​ຂ້າ​ນ້ອຍ​ເວົ້າ​ວ່າ​ຂ້າ​ນ້ອຍ​ຮັກ​ສາ​ກົດ​ພົມ​ມະ​ຈັນ ແລະ ເລືອກ​ທີ່​ຈະ​ຫລີກ​ເວັ້ນ​ຈາກ​ຮູບ​ພາບ​ລາ​ມົກ. ພວກ​ເຂົາ​ບໍ່​ເຂົ້າ​ໃຈ​ຂໍ້​ດີ​ຂອງ​ຄວາມ​ສຸກ ແລະ ຄວາມ​ອຸ່ນ​ໃຈ​ທີ່​ສິ່ງ​ນີ້​ນຳ​ມາ​ໃຫ້​ຂ້າ​ນ້ອຍ.

ແອວ​ລາ: ພໍ່​ຂອງ​ຂ້າ​ນ້ອຍ​ເປັນ​ສະ​ມາ​ຊິກ​ຂອງ​ຊຸມ​ຊົນ LGBTQ. ຂ້າ​ນ້ອຍ​ພະ​ຍາ​ຍາມ​ນຶກ​ເຖິງ​ຄວາມ​ຮູ້​ສຶກ​ຂອງ​ຄົນ​ອື່ນ​ຢູ່​ສະ​ເໝີ ຂະ​ນະ​ທີ່​ຢືນ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ ແລະ ຊື່​ຕົງ​ຕໍ່​ສິ່ງ​ທີ່​ຂ້າ​ນ້ອຍ​ເຊື່ອ.

ອານ​ດະ​ເຣດ: ຂ້າ​ນ້ອຍ​ໄດ້​ຕັດ​ສິນ​ໃຈ​ໄປ​ໂບດ​ເໝືອນ​ເດີມ ເຖິງ​ແມ່ນ​ຄອບ​ຄົວ​ຂອງ​ຂ້າ​ນ້ອຍ​ຕັດ​ສິນ​ໃຈ​ບໍ່​ໄປ​ອີກ​ແລ້ວ.

ແລະ ທ້າຍ​ສຸດ, ຈາກ​ແຊ​ຣີ: ພວກ​ເຮົາ​ໄດ້​ໄປ​ຮ່ວມ​ງານ​ທີ່​ຄະ​ລື​ຫາດ​ຂອງ​ເຈົ້າ​ລັດ. ເຂົາ​ເຈົ້າ​ເລີ່ມ​ຢາຍ​ຈອກ​ເຫລົ້າ​ເພື່ອ​ຍົກ “ໄຊ​ໂຍ.” ຂ້າ​ນ້ອຍ​ໄດ້​ຂໍ​ເອົາ​ນ້ຳ, ເຖິງ​ແມ່ນ​ພະ​ນັກ​ງານ​ເວົ້າ​ວ່າ ອາດ​ເປັນ​ເລື່ອງ​ຜິດ​ໃຈ. ພວກ​ເຮົາ​ໄດ້​ຍົກ​ໄຊ​ໂຍ​ເຈົ້າ​ລັດ, ແລະ ຂ້າ​ນ້ອຍ​ໄດ້​ຍົກ​ຈອກ​ນ້ຳ​ຂອງ​ຂ້າ​ນ້ອຍ​ຂຶ້ນ​ສູງ! ເຈົ້າ​ລັດ​ບໍ່​ໄດ້​ຜິດ​ໃຈ.

ປະ​ທານ​ແນວ​ສັນ​ໄດ້​ກ່າວ​ວ່າ, “ແມ່ນ​ແລ້ວ, ພວກ​ເຈົ້າ​ມີ​ຊີ​ວິດ​ຢູ່​ໃນ​ໂລກ, ແຕ່​ພວກ​ເຈົ້າ​ມີ​ມາດ​ຕະ​ຖານ​ທີ່​ແຕກ​ຕ່າງ​ຈາກ​ໂລກ ເພື່ອ​ຊ່ວຍ​ພວກ​ເຈົ້າ​ຫລີກ​ເວັ້ນ​ຈາກ​ຄວາມ​ດ່າງ​ພ້ອຍ​ຂອງ​ໂລກ.”24

ອາ​ນາ​ສະ​ຕາ​ເຊຍ, ແມ່​ໜຸ່ມ​ຄົນ​ໜຶ່ງ​ໃນ​ປະ​ເທດ​ອູ​ກະ​ແລນ ຢູ່​ໂຮງ​ໝໍ​ຄອດ​ລູກ​ຜູ້​ຊາຍ ເມື່ອ​ລະ​ເບີດ​ເລີ່ມ​ຖະ​ຫລົ່ມ​ເມືອງ​ຄຽບ ໃນ​ເດືອນ​ກຸມ​ພາ​ຜ່ານ​ມາ​ນີ້. ນາງ​ພະ​ຍາ​ບານ​ເປີດ​ປະ​ຕູ​ຫ້ອງ​ໂຮງ​ໝໍ ແລະ ເວົ້າ​ດ້ວຍ​ນ້ຳ​ສຽງ​ຮີບ​ຮ້ອນ​ວ່າ, “ອູ້ມ​ເອົາ​ລູກ​ເຈົ້າ, ຫໍ່​ໃສ່​ຜ້າ​ຫົ່ມ, ແລະ ອອກ​ໄປ​ຫາ​ຫ້ອງ​ໂຖງ—ດຽວ​ນີ້!”

ຕໍ່​ມາ, ອາ​ນາ​ສະ​ຕາ​ເຊຍ ໄດ້​ເວົ້າ​ວ່າ:

“ຂ້າ​ນ້ອຍ​ບໍ່​ຄິດ​ເລີຍ​ວ່າ ມື້​ທຳ​ອິດ​ຂອງ​ການ​ເປັນ​ແມ່​ຈະ​ຍາກ​ຂະ​ໜາດ​ນີ້, … ແຕ່ … ຂ້າ​ນ້ອຍ​ຈົດ​ຈໍ່​ຢູ່​ທີ່ … ພອນ ແລະ ການ​ອັດ​ສະ​ຈັນ​ທີ່​ຂ້າ​ນ້ອຍ​ເຫັນ. …

“ໃນ​ຕອນ​ນີ້, ອາດ​ເບິ່ງ​ຄື​ວ່າ ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ໃຫ້​ອະ​ໄພ​ຜູ້​ທີ່​ກໍ່​ໃຫ້​ເກີດ​ຄວາມ​ພິ​ນາດ ແລະ ອັນ​ຕະ​ລາຍ​ຢ່າງ​ຫລວງ​ຫລາຍ … , ແຕ່​ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ, ​ຂ້າ​ນ້ອຍ​ມີ​ສັດ​ທາ​ວ່າ ຂ້າ​ນ້ອຍ​ຈະ​ສາ​ມາດ [ໃຫ້​ອະ​ໄພ]. …

“ຂ້າ​ນ້ອຍ​ບໍ່​ຮູ້​ທັງ​ໝົດ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ … ແຕ່​ຂ້າ​ນ້ອຍ​ຮູ້​ວ່າ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຈະ​ອະ​ນຸ​ຍາດ​ໃຫ້​ພຣະ​ວິນ​ຍານ​ຢູ່​ກັບ​ຂ້າ​ນ້ອຍ​ຕະ​ຫລອດ​ເວ​ລາ, … ອະ​ນຸ​ຍາດ​ໃຫ້​ຂ້າ​ນ້ອຍ​ຮູ້​ສຶກ​ຊື່ນ​ຊົມ ແລະ ມີ​ຄວາມ​ຫວັງ, … ແມ່ນ​ແຕ່​ໃນ​ຊ່ວງ​ເວ​ລາ​ທີ່​ຫຍຸ້ງ​ຍາກ.”25

ຄຳ​ສັນ​ຍາ​ຂອງ​ຊີ​ວິດ​ນິ​ລັນ​ດອນ ແລະ ລັດ​ສະ​ໝີ​ພາບ​ຊັ້ນ​ສູງ

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ຢ່າງ​ລົ້ນ​ເຫລືອ​ດ້ວຍ​ການ​ໄດ້​ຮັບ​ຄວາມ​ຮັກ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຊົງ​ຮັກ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່ ແລະ ຊີ້​ນຳ​ວຽກ​ງານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ບໍ່​ມີ​ຄຳ​ເວົ້າ​ທີ່​ຈະ​ສະ​ແດງ​ຄວາມ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ພຣະ​ອົງ​ຢ່າງ​ເຕັມ​ທີ່.

ເຮົາ​ທຸກ​ຄົນ​ເປັນ “ລູກ​ແຫ່ງ​ພັນ​ທະ​ສັນ​ຍາ” ນັບ​ເປັນ​ລ້ານໆ, ແຜ່​ຂະ​ຫຍາຍ​ໄປ​ທົ່ວ​ໂລກ ໃນ​ປະ​ເທດ ແລະ ວັດ​ທະ​ນະ​ທຳ ໃນ​ທຸກ​ທະ​ວີບ, ຂະ​ນະ​ທີ່​ເຮົາ​ລໍ​ຄອຍ​ການ​ກັບ​ມາ​ອັນ​ຮຸ່ງ​ໂລດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ໃນ​ການ​ສ່ອງ​ແສງ​ເປັນ​ຄວາມ​ສະ​ຫວ່າງ​ໃຫ້​ແກ່​ຄົນ​ອ້ອມ​ຂ້າງ​ເຮົາ, ເຮົາ​ໄດ້​ປັບ​ປ່ຽນ​ຄວາມ​ປາດ​ຖະ​ໜາ, ຄວາມ​ຄິດ, ການ​ເລືອກ, ແລະ ການ​ກະ​ທຳ​ຂອງ​ເຮົາ​ຢ່າງ​ມີ​ສະ​ຕິ. ໂດຍ​ທີ່​ສະ​ແຫວງ​ຫາ​ດ້ວຍ​ສຸດ​ໃຈ ເພື່ອ​ຈະ​ໄດ້​ຮູ້​ຈັກ ແລະ ຮັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ແຍກ​ຕົວ​ເອງ​ອອກ​ຈາກ​ໂລກ ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ໂດຍ​ການ​ເປັນ​ຄົນ​ແຕກ​ຕ່າງ, ບໍ່​ທຳ​ມະ​ດາ, ແລະ ພິ​ເສດ, ຂະ​ນະ​ທີ່​ເຮົາ​ໃຫ້​ກຽດ​ພຣະ​ອົງ ແລະ ຄຳ​ສອນ​ຂອງ​ພຣະ​ອົງ ໂດຍ​ທີ່ບໍ່​ແຍກ​ຕົວ​ອອກ​ຫ່າງ​ຈາກ​ຄົນ​ອື່ນ ຜູ້​ເຊື່ອ​ຖື​ແຕກ​ຕ່າງ.

ມັນ​ເປັນ​ການ​ເດີນ​ທາງ​ທີ່​ມະ​ຫັດ​ສະ​ຈັນ ທີ່​ໄດ້​ເປັນ​ເຂົ້າ​ດີ​ໃນ​ທ່າມ​ກາງ​ເຂົ້າ​ນົກ, ບາງ​ຄັ້ງ​ເຕັມ​ໄປ​ດ້ວຍ​ຄວາມ​ເຈັບ​ປວດ​ໃຈ ແຕ່​ສ່ວນ​ຫລາຍ​ຈະ​ສະ​ຫງົບ​ດ້ວຍ​ສັດ​ທາ​ທີ່​ເຕີບ​ໂຕ​ເຕັມ​ທີ່ ແລະ ໝັ້ນ​ຄົງ. ເມື່ອ​ທ່ານ​ຍອມ​ໃຫ້​ຄວາມ​ຮັກ​ຂອງ​ທ່ານ​ທີ່​ມີ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ທ່ານ​ຝັງ​ເລິກ​ຢູ່​ໃນ​ໃຈ​ທ່ານ, ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ທ່ານ​ຈະ​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ​ເພີ່ມ​ເຕີມ, ສັນ​ຕິ​ສຸກ, ແລະ ຊື່ນ​ຊົມ​ໃນ​ການ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ໃນ​ຊີ​ວິດ​ຂອງ​ທ່ານ. ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສັນ​ຍາ​ກັບ​ເຮົາ​ວ່າ: “ເຮົາ [ຈະ] ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ເຮົາ, ຕາມ​ຄຳ​ອຸ​ປະ​ມາ​ເລື່ອງ​ເຂົ້າ​ດີ ແລະ ເຂົ້າ​ນົກ, ເພື່ອ​ວ່າ​ເຂົ້າ​ດີ​ຈະ​ຖືກ​ເກັບ​ໄວ້​ໃນ​ສາງ​ເພື່ອ​ຈະ​ໄດ້​ມີ​ຊີ​ວິດ​ນິ​ລັນ​ດອນ, ແລະ ໄດ້​ຮັບ​ການ​ສວມ​ມຸງ​ກຸດ ດ້ວຍ​ລັດ​ສະ​ໝີ​ພາບ​ຂອງ​ຊັ້ນ​ສູງ.”26 ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ມັດ​ທາຍ 24:3.

  2. ມັດ​ທາຍ 24:33.

  3. Henry B. Eyring, “Steady in the Storms,” Liahona, May 2022, 27.

  4. ມັດ​ທາຍ 13:16; ເນັ້ນ​ຄຳ​ເນີ້ງ.

  5. ມັດ​ທາຍ 13:38.

  6. ມັດ​ທາຍ 13:30.

  7. ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ກ່າວ​ວ່າ: “ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ຢູ່​ໃນ​ສະ​ພາບ​ເປັນ​ແບບ​ເຂົ້າ​ດີ ແລະ ເຂົ້າ​ນົກ ຈົນ​ກວ່າ​ເຖິງ​ຊ່ວງ​ໄລ​ຍະ​ໜຶ່ງ​ພັນ​ປີ. ເຂົ້າ​ນົກ​ແທ້​ຈິງ​ບາງ​ຕົ້ນ​ກໍ​ປອມ​ຕົວ​ເປັນ​ເຂົ້າ​ດີ” (“Becometh as a Child,” Ensign, May 1996, 68).

  8. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 86:4, 6.

  9. ເບິ່ງ ໂກ​ໂລ​ຊາຍ 2:7.

  10. ເບິ່ງ ໂກ​ໂລ​ຊາຍ 1:23; ເບິ່ງ ເອ​ເຟ​ໂຊ 3:17; Neal A. Maxwell, “Grounded, Rooted, Established, and Settled” (Brigham Young University devotional, Sept. 15, 1981), speeches.byu.edu ນຳ​ອີກ.

  11. ໃນ ມັດ​ທາຍ 13:22, ພຣະ​ເຢ​ຊູໄດ້​ເຕືອນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ບໍ່​ໃຫ້​ປ່ອຍ​ໃຫ້​ຄວາມ​ກັງ​ວົນ​ຂອງ​ໂລກ ແລະ ການ​ຫລອກ​ລວງ​ຂອງ​ຄວາມ​ຮັ່ງ​ມີ “ຫຸ້ມ​ຮັດ​ພຣະ​ທຳ” ແລະ ຢຸດ​ຄວາມ​ກ້າວ​ໜ້າ​ທາງ​ວິນ​ຍານ​ຂອງ​ເຂົາ. ຂ້າ​ພະ​ເຈົ້າ​ຢາກ​ເຊື່ອມ​ໂຍງ​ວະ​ລີ “ຫຸ້ມ​ຮັດ​ພຣະ​ທຳ” ໃສ່​ກັບ ບົດ​ທຳ​ອິດ​ຂອງ​ໂຢ​ຮັນ, ຊຶ່ງ​ໂຢ​ຮັນ​ປະ​ກາດ​ວ່າ​ພຣະ​ຄຳ​ແມ່ນ​ພຣະ​ເຢ​ຊູ: “ເມື່ອ​ຕົ້ນ​ເດີມ​ນັ້ນ ພຣະ​ທຳ​ຊົງ​ເປັນ​ຢູ່​ແລ້ວ, ພຣະ​ທຳ​ນັ້ນ​ຊົງ​ສະ​ຖິດ​ຢູ່​ກັບ​ພຣະ​ເຈົ້າ. … ພຣະ​ອົງ​ໄດ້​ຊົງ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໂດຍ​ທາງ​ພຣະ​ທຳ; ໃນ​ບັນ​ດາ​ສິ່ງ​ທີ່​ເປັນ​ມາ​ນັ້ນ ບໍ່​ມີ​ສິ່ງ​ໜຶ່ງ​ສິ່ງ​ໃດ​ທີ່​ເປັນ​ມາ​ໂດຍ​ນອກ​ຈາກ​ພຣະ​ທຳ” (ໂຢ​ຮັນ 1:1, 3). ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ, ຄ​ວາມ​ຕັ້ງ​ໃຈ​ຂອງ​ເຮົາ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ, ຄວາມ​ຮັກ​ຂອງ​ເຮົາ​ສຳ​ລັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ຖືກ​ຫຸ້ມ​ຮັດ, ຫລື ຖືກ​ກີດ​ກັນ​ຈາກ​ການ​ເຕີບ​ໂຕ, ເນື່ອງ​ຈາກ​ການ​ຂາດ​ແສງ​ສະ​ຫວ່າງ ແລະ ການ​ບຳ​ລຸງ​ລ້ຽງ​ທາງ​ວິນ​ຍານ (ເບິ່ງ ແອວ​ມາ 32:37–41).

  12. ເບິ່ງ Neil L. Andersen, “A Compensatory Spiritual Power for the Righteous” (Brigham Young University devotional, Aug. 18, 2015), speeches.byu.edu.

  13. ໂຢ​ຮັນ 17:3.

  14. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:36.

  15. 1 ໂຢ​ຮັນ 4:19.

  16. ແອວ​ເດີ ເດ​ວິດ ບີ ເຮດ ໄດ້​ກ່າວ​ວ່າ:

    “ມັນ​ເປັນ​ຄວາມ​ຈິງ​ທີ່​ບາງ​ຄົນ​ໄດ້​ເຫັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແຕ່​ເມື່ອ​ມີ​ຄົນ​ສຶກ​ສາ​ວັດ​ຈະ​ນະ​ນຸ​ກົມ, ເຂົາ​ໄດ້​ຮຽນ​ຮູ້​ວ່າ ມັນ​ມີ​ຫລາຍ​ຄວາມ​ໝາຍ​ກັບ​ຄຳ​ວ່າ ເຫັນ, ດັ່ງ​ເຊັ່ນ​ການ​ມາ​ຮູ້​ຈັກ​ພຣະ​ອົງ, ການ​ຫລິງ​ເຫັນ​ພຣະ​ອົງ, ການ​ຮູ້​ຈັກ​ພຣະ​ອົງ ແລະ ວຽກ​ງານ​ຂອງ​ພຣະ​ອົງ, ການ​ຮັບ​ຮູ້​ຄວາມ​ສຳ​ຄັນ​ຂອງ​ພຣະ​ອົງ, ຫລື ການ​ມາ​ເຂົ້າ​ໃຈ​ພຣະ​ອົງ.

    ຄວາມ​ຮູ້ ແລະ ພອນ​ຈາກ​ສະ​ຫວັນ​ເຊັ່ນ​ນັ້ນ ມີ​ໃຫ້​ເຮົາ​ແຕ່​ລະ​ຄົນ” (“Temples and Work Therein,” Ensign, Nov. 1990, 61).

  17. ເບິ່ງ ໂມ​ໄຊ​ຢາ 5:13.

  18. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77.

  19. Russell M. Nelson, “The Everlasting Covenant,” Liahona, Oct. 2022, 5.

  20. Russell M. Nelson, “What Is True?,” Liahona, Nov. 2022, 29.

  21. Russell M. Nelson, “Revelation for the Church, Revelation for Our Lives,” Liahona, May 2018, 96.

  22. Dallin H. Oaks, “Going Forward in the Second Century” (Brigham Young University devotional, Sept. 13, 2022), speeches.byu.edu. ປະ​ທານ​ໂອກສ໌​ໄດ້​ອ້າງ​ອີງ​ວະ​ລີ “dare to be different [ກ້າ​ທີ່​ຈະ​ແຕກ​ຕ່າງ]” ໃນ​ບົດ​ຄວາມ​ເມື່ອ​ບໍ່​ດົນ​ມາ​ນີ້​ໃນ Deseret Magazine ໂດຍ ແອວ​ເດີ ຄະ​ລາກ ຈີ ກຽວ​ເບີດ, ກໍາ​ມະ​ທິ​ການ​ລະ​ບົບ​ການ​ສຶກ​ສາ​ຂອງ​ສາດ​ສະ​ໜາ​ຈັກ, ກ່ຽວ​ກັບ​ການ​ຮັກ​ສາ​ເອ​ກະ​ລັກ​ທາງ​ສາດ​ສະ​ໜາ​ໃນ​ການ​ສຶກ​ສາ​ຊັ້ນ​ສູງ (ເບິ່ງ “Dare to Be Different,” Deseret Magazine, Sept. 2022, deseret.com).

  23. ຖ້າ​ທ່ານ​ຕ້ອງ​ການ​ຮຽນ​ຮູ້​ຈາກ​ຄົນ​ອື່ນ​ທີ່​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ວິ​ທີ​ທີ່​ເຂົາ​ເຈົ້າ​ແຕກ​ຕ່າງ​ຈາກ​ໂລກ, ທ່ານ​ສາ​ມາດ​ອ່ານ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ເຂົາ​ເຈົ້າ​ໄດ້​ໃນ​ເຟດ​ບຸກ (ເບິ່ງ Neil L. Andersen, Facebook, Aug. 18, 2022, facebook.com/neill.andersen) ຫລື ອິນ​ສະ​ຕາ​ແກຣມ (ເບິ່ງ Neil L. Andersen, Instagram, Aug. 18, 2022, instagram.com/neillandersen).

  24. Russell M. Nelson, “Hope of Israel” (worldwide youth devotional, June 3, 2018), HopeofIsrael.ChurchofJesusChrist.org.

  25. Anastasia Kocheva, “Facing the Conflict in Ukraine, Healing the Conflict in My Heart,” YA Weekly, May 2022.

  26. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 101:65.

ພິມ