ດ້ວຍວ່າແອກຂອງພຣະອົງກໍພໍເໝາະ ແລະ ພາລະຂອງພຣະອົງກໍເບົາ
ຂໍໃຫ້ເຮົາຈົ່ງຈື່ຈຳໄວ້ວ່າ ແຕ່ລະຄົນຢູ່ເທິງແຜ່ນດິນໂລກນີ້ເປັນລູກຂອງພຣະເຈົ້າ ແລະ ວ່າພຣະອົງຮັກແຕ່ລະຄົນ.
ມີເລື່ອງເລົ່າກ່ຽວກັບຜູ້ຊາຍຄົນໜຶ່ງ ຊື່ແຈັກ ຜູ້ທີ່ມີໝາລ່ານົກທີ່ລາວຮັກຊື່ແຄຊີ. ແຈັກພູມໃຈໃນຕົວໝາແຄຊີຫລາຍ ແລະ ມັກຈະອວດວ່າໝາຕົວນີ້ມີຄວາມສາມາດຫລາຍ. ເພື່ອພິສູດສິ່ງນີ້, ແຈັກໄດ້ເຊີນໝູ່ເພື່ອນມາເບິ່ງແຄຊີສະແດງ. ຫລັງຈາກໄດ້ມາເຖິງສະໂມສອນການລ່າ, ແຈັກໄດ້ປ່ອຍໃຫ້ແຄຊີແລ່ນເລາະຫລິ້ນຂະນະທີ່ລາວເຂົ້າໄປຈົດທະບຽນຢູ່ຂ້າງໃນ.
ເມື່ອເຖິງເວລາເລີ່ມກິດຈະກຳ, ແຈັກກໍຕື່ນເຕັ້ນທີ່ຈະອວດທັກສະທີ່ອັດສະຈັນຂອງແຄຊີ. ແຕ່, ແຄຊີມີພຶດຕິກຳແປກໆ. ມັນບໍ່ຟັງຄຳສັ່ງຂອງແຈັກຕາມທີ່ມັນເຄີຍເຮັດມາຢ່າງເຕັມໃຈ. ສິ່ງທີ່ມັນຢາກເຮັດກໍພຽງແຕ່ຢູ່ຄຽງຂ້າງແຈັກ.
ແຈັກຫງຸດຫງິດ ແລະ ລະອາຍ ແລະ ໃຈຮ້າຍໃຫ້ແຄຊີ; ບໍ່ດົນລາວໄດ້ແນະນຳວ່າເຂົາເຈົ້າຄວນອອກໄປຈາກທີ່ນັ້ນ. ແຄຊີບໍ່ສາມາດກະໂດດຂຶ້ນກົ້ນລົດກະບະ, ສະນັ້ນແຈັກຈຶ່ງໄດ້ຍົກມັນຂຶ້ນ ແລະ ຍູ້ມັນເຂົ້າຄອກຂອງມັນແບບໝົດຄວາມອົດທົນ. ລາວໃຈຮ້າຍຫລາຍເມື່ອໝູ່ເພື່ອນທີ່ຢູ່ກັບລາວໄດ້ເວົ້າເຍາະເຍີ້ຍພຶດຕິກຳຂອງໝາລາວຕະຫລອດທາງກັບບ້ານ. ແຈັກບໍ່ເຂົ້າໃຈວ່າເປັນຫຍັງແຄຊີຈຶ່ງປະພຶດບໍ່ດີແບບນັ້ນ. ມັນໄດ້ຮັບການຝຶກຝົນມາເປັນຢ່າງດີ, ແລະ ຄວາມປາດຖະໜາຂອງມັນໃນອະດີດແມ່ນຈະເຮັດໃຫ້ເຈົ້າຂອງພໍໃຈ ແລະ ຮັບໃຊ້ລາວ.
ຫລັງຈາກມາເຖິງບ້ານ, ແຈັກເລີ່ມກວດເບິ່ງແຄຊີວ່າມີບາດແຜ, ມີຮອຍ, ຫລື ໂຕເຫັບຫລືບໍ່, ດັ່ງທີ່ລາວເຄີຍເຮັດຕາມປົກກະຕິ. ເມື່ອລາວໄດ້ເອົາມືວາງໃສ່ເອິກຂອງໝາ, ລາວຮູ້ສຶກວ່າມີຫຍັງປຽກໆ ແລະ ໄດ້ພົບເຫັນວ່າມືລາວມີເລືອດ. ອັບອາຍ ແລະ ຢ້ານກົວ, ລາວໄດ້ເຫັນວ່າແຄຊີໄດ້ມີບາດແຜກວ້າງຍາວຢູ່ຂ້າງຂວາກະດູກເອິກຂອງມັນ. ລາວໄດ້ພົບເຫັນອີກບ່ອນໜຶ່ງຢູ່ຂາໜ້າເບື້ອງຂວາ, ຢູ່ໃກ້ກະດູກຄືກັນ.
ແຈັກໄດ້ໂອບກອດແຄຊີໄວ້ໃນອ້ອມແຂນ ແລະ ເລີ່ມຮ້ອງໄຫ້. ຄວາມອັບອາຍຂອງລາວທີ່ລາວໄດ້ຕັດສິນຜິດ ແລະ ເຮັດຜິດຕໍ່ແຄຊີກໍໜັກໜ່ວງ. ແຄຊີໄດ້ສະແດງພຶດຕິກຳທີ່ຜິດປົກກະຕິໃນຕົ້ນວັນນັ້ນເພາະມັນເຈັບປວດ. ພຶດຕິກຳຂອງມັນແມ່ນເປັນເພາະຄວາມເຈັບປວດ, ຄວາມທໍລະມານ, ແລະ ບາດແຜຂອງມັນ. ມັນບໍ່ໄດ້ກ່ຽວກັບການຂາດຄວາມປາດຖະໜາທີ່ຈະເຊື່ອຟັງແຈັກ ຫລື ຂາດຄວາມຮັກທີ່ມີໃຫ້ລາວເລີຍ.1
ຂ້າພະເຈົ້າໄດ້ຍິນເລື່ອງລາວນີ້ດົນນານມາແລ້ວ ແລະ ຂ້າພະເຈົ້າບໍ່ເຄີຍລືມມັນເລີຍ. ເຮົາມີຈັກຄົນທີ່ມີບາດແຜໃນບັນດາພວກເຮົາ? ເລື້ອຍປານໃດທີ່ເຮົາຕັດສິນຄົນອື່ນອີງຕາມຮູບລັກສະນະ ແລະ ການກະທຳພາຍນອກຂອງເຂົາເຈົ້າ, ຫລື ຂາດ ການກະທຳ, ເມື່ອ, ຖ້າເຮົາເຂົ້າໃຈຢ່າງເຕັມທີ່, ແທນນັ້ນເຮົາຈະຕອບຮັບດ້ວຍຄວາມເຫັນອົກເຫັນໃຈ ແລະ ປາດຖະໜາຈະຊ່ວຍເຫລືອແທນທີ່ຈະເພີ່ມພາລະໜັກໃຫ້ເຂົາເຈົ້າດ້ວຍການຕັດສິນຂອງເຮົາ?
ຂ້າພະເຈົ້າກໍໄດ້ເຮັດຜິດໃນເລື່ອງນີ້ຫລາຍໆເທື່ອໃນຊີວິດ, ແຕ່ພຣະຜູ້ເປັນເຈົ້າໄດ້ສິດສອນຂ້າພະເຈົ້າດ້ວຍຄວາມອົດທົນ ຜ່ານທາງປະສົບການສ່ວນຕົວ ແລະ ຂ້າພະເຈົ້າໄດ້ຮັບຟັງປະສົບການຊີວິດຂອງຫລາຍໆຄົນ. ຂ້າພະເຈົ້າຊາບຊຶ້ງກັບຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດທີ່ຮັກຂອງເຮົາຢ່າງເຕັມທີ່ ຂະນະທີ່ພຣະອົງໄດ້ໃຊ້ເວລາ ຂອງພຣະອົງ ຢ່າງຫລວງຫລາຍເພື່ອປະຕິບັດສາດສະໜາກິດຕໍ່ຄົນອື່ນດ້ວຍຄວາມຮັກ.
ປະສົບການຊີວິດຂອງລູກສາວຫລ້າຂອງຂ້າພະເຈົ້າແມ່ນລວມທັງການທ້າທາຍທາງສຸຂະພາບອາລົມຕັ້ງແຕ່ນາງຍັງນ້ອຍ. ມີຫລາຍຊ່ວງເວລາຕະຫລອດຊີວິດຂອງນາງເມື່ອນາງໄດ້ຮູ້ສຶກວ່ານາງຈະໄປຕໍ່ບໍ່ໄດ້. ພວກເຮົາກະຕັນຍູຕະຫລອດໄປຕໍ່ເທວະດາເດີນດິນຜູ້ທີ່ໄດ້ຊ່ວຍເຫລືອນາງໃນຊ່ວງເວລາເຫລົ່ານັ້ນ: ນັ່ງຢູ່ກັບນາງ, ຮັບຟັງນາງ, ຮ້ອງໄຫ້ກັບນາງ, ຕະຫລອດທັງການແບ່ງປັນຂອງປະທານພິເສດ, ຄວາມເຂົ້າໃຈທາງຝ່າຍວິນຍານ, ແລະ ຄວາມສຳພັນແຫ່ງຄວາມຮັກທີ່ມີ ດ້ວຍກັນ. ໃນສະຖານະການປ່ຽມດ້ວຍ ຄວາມຮັກ ນີ້, ພາລະໜັກກໍຖືກຍົກອອກ ທັງສອງ ຝ່າຍ.
ແອວເດີ ໂຈເຊັບ ບີ ເວີດລິນ, ໂດຍອ້າງອີງ 1 ໂກຣິນໂທ ໄດ້ກ່າວວ່າ, “ເຖິງແມ່ນເຮົາເວົ້າພາສາແປກໆໄດ້ ຈະເປັນພາສາມະນຸດ ຫລື ພາສາຂອງເທວະດາກໍຕາມ, ແຕ່ບໍ່ມີຄວາມຮັກ ການເວົ້າຂອງເຮົາກໍເປັນເໝືອນສຽງຄ້ອງ ແລະ ສຽງແຊ່ງທີ່ດັງອຶກກະທຶກ.”2
ເພິ່ນໄດ້ກ່າວຕໍ່ໄປວ່າ:
“ຂ່າວສານຂອງໂປໂລເຖິງໄພ່ພົນໃໝ່ແມ່ນລຽບງ່າຍ ແລະ ກົງໄປກົງມາ: ບໍ່ມີສິ່ງໃດທີ່ທ່ານເຮັດຈະສ້າງຄວາມແຕກຕ່າງຖ້າຫາກທ່ານບໍ່ມີຄວາມໃຈບຸນ. ທ່ານສາມາດເວົ້າພາສາແປກໆໄດ້, ມີຂອງປະທານແຫ່ງການພະຍາກອນ, ເຂົ້າໃຈຄວາມລຶກລັບ, ແລະ ຄອບຄອງຄວາມຮູ້ທັງໝົດ, ແມ່ນແຕ່ຖ້າຫາກທ່ານມີສັດທາທີ່ຈະຍ້າຍພູເຂົາ, ປາດສະຈາກຄວາມໃຈບຸນ ມັນຈະບໍ່ໃຫ້ຜົນປະໂຫຍດດີອັນໃດແກ່ທ່ານເລີຍ.
“‘ຄວາມໃຈບຸນຄືຄວາມຮັກອັນບໍລິສຸດຂອງພຣະຄຣິດ’ [ໂມໂຣໄນ 7:47]. ພຣະຜູ້ຊ່ວຍໃຫ້ລອດເປັນຕົວຢ່າງຂອງຄວາມຮັກນັ້ນ.”3
ໃນ ໂຢຮັນ ເຮົາອ່ານວ່າ, “ຖ້າພວກເຈົ້າ ຮັກ ຊຶ່ງກັນແລະກັນ, ທຸກຄົນກໍຈະຮູ້ວ່າພວກເຈົ້າເປັນສາວົກຂອງເຮົາ.”4
ຜູ້ນຳຂອງສາດສະໜາຈັກໄດ້ກ່າວປາໄສຫລາຍບົດກ່ຽວກັບຄວາມໃຈບຸນ, ຄວາມເປັນໜຶ່ງດຽວກັນ, ຄວາມຮັກ, ຄວາມກະລຸນາ, ຄວາມເຫັນອົກເຫັນໃຈ, ການໃຫ້ອະໄພ, ແລະ ຄວາມເມດຕາ. ຂ້າພະເຈົ້າເຊື່ອວ່າພຣະຜູ້ຊ່ວຍໃຫ້ລອດກຳລັງເຊື້ອເຊີນເຮົາໃຫ້ດຳລົງຊີວິດໃນວິທີທີ່ສູງກວ່າ, ບໍລິສຸດກວ່າ4—ໃນວິທີທາງແຫ່ງຄວາມຮັກ ຂອງພຣະອົງ ບ່ອນທີ່ ທຸກຄົນ ຈະສາມາດຮູ້ສຶກວ່າເຂົາເຈົ້າເປັນພາກສ່ວນ ແລະ ເປັນທີ່ຕ້ອງການແທ້ໆ.
ເຮົາຖືກບັນຊາໃຫ້ ຮັກ ຄົນອື່ນ,6 ບໍ່ແມ່ນໃຫ້ຕັດສິນເຂົາເຈົ້າ.7 ຂໍໃຫ້ເຮົາຈົ່ງວາງພາລະໜັກນັ້ນລົງສາ; ມັນບໍ່ໄດ້ເປັນຂອງເຮົາທີ່ຈະແບກຫາບ.8 ແທນນັ້ນ, ເຮົາສາມາດຍົກເອົາແອກແຫ່ງຄວາມຮັກ ແລະ ຄວາມເຫັນອົກເຫັນໃຈຂອງພຣະຜູ້ຊ່ວຍໃຫ້ລອດຂຶ້ນໄດ້.
“ບັນດາຜູ້ທີ່ເຮັດການໜັກໜ່ວງ ແລະ ແບກພາລະໜັກ, ຈົ່ງມາຫາເຮົາ, ແລະ ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ.
“ຈົ່ງຮັບເອົາແອກຂອງເຮົາແບກໄວ້ ແລ້ວຮຽນຮູ້ຈາກເຮົາ; …
“ດ້ວຍວ່າ ແອກ ຂອງເຮົາ ກໍພໍເໝາະ ແລະ ພາລະ ຂອງເຮົາ ກໍເບົາ.”9
ພຣະຜູ້ຊ່ວຍໃຫ້ລອດບໍ່ໄດ້ຍອມຮັບບາບ ແຕ່ພຣະອົງໃຫ້ຄວາມຮັກຂອງພຣະອົງແກ່ເຮົາ ແລະ ສະເໜີໃຫ້ການໃຫ້ອະໄພ ເມື່ອເຮົາກັບໃຈ. ຕໍ່ຜູ້ຍິງທີ່ຖືກຈັບໄດ້ໃນຖານຫລິ້ນຊູ້, ພຣະອົງໄດ້ກ່າວວ່າ, “ເຮົາ ກໍບໍ່ລົງໂທດເຈົ້າເໝືອນກັນ: ຈົ່ງໄປສາ, ຕໍ່ໄປຢ່າເຮັດບາບອີກ.”10 ຜູ້ຄົນທີ່ພຣະອົງໄດ້ສຳຜັດໄດ້ຮູ້ສຶກເຖິງ ຄວາມຮັກ ຂອງພຣະອົງ, ແລະ ຄວາມຮັກນັ້ນໄດ້ປິ່ນປົວ ແລະ ປ່ຽນແປງເຂົາເຈົ້າ. ຄວາມຮັກ ຂອງພຣະອົງ ໄດ້ດົນໃຈເຂົາເຈົ້າໃຫ້ ຢາກ ປ່ຽນແປງຊີວິດຂອງເຂົາເຈົ້າ. ການດຳລົງຊີວິດຕາມວິທີ ຂອງພຣະອົງ ນຳຄວາມຊື່ນຊົມ ແລະ ສັນຕິສຸກມາໃຫ້, ແລະ ພຣະອົງໄດ້ເຊື້ອເຊີນຄົນອື່ນໃຫ້ດຳລົງຊີວິດແບບນັ້ນດ້ວຍຄວາມອ່ອນນ້ອມ, ຄວາມກະລຸນາ, ແລະ ຄວາມຮັກ.
ແອວເດີ ແກຣີ ອີ ສະຕີບເວັນສັນ ໄດ້ກ່າວວ່າ: “ເມື່ອເຮົາປະເຊີນໜ້າກັບລົມ ແລະ ພະຍຸຝົນແຫ່ງຊີວິດ, ຄວາມເຈັບປ່ວຍ ແລະ ການບາດເຈັບ, ພຣະຜູ້ເປັນເຈົ້າ—ຜູ້ລ້ຽງຂອງເຮົາ, ຜູ້ດູແລຂອງເຮົາ—ຈະບຳລຸງລ້ຽງເຮົາດ້ວຍຄວາມຮັກ ແລະ ດ້ວຍຄວາມເມດຕາ. ພຣະອົງຈະປິ່ນປົວຫົວໃຈ ແລະ ນຳຈິດວິນຍານຂອງເຮົາກັບຄືນມາ.”11 ໃນຖານະຜູ້ຕິດຕາມຂອງພຣະເຢຊູຄຣິດ, ເຮົາບໍ່ຄວນເຮັດແບບດຽວກັນບໍ?
ພຣະຜູ້ຊ່ວຍໃຫ້ລອດຂໍໃຫ້ເຮົາຮຽນຮູ້ຈາກພຣະອົງ12 ແລະ ເຮັດໃນສິ່ງທີ່ເຮົາໄດ້ເຫັນພຣະອົງກະທຳ.13 ພຣະອົງຄືສັນຍາລັກແຫ່ງຄວາມໃຈບຸນ, ຄວາມຮັກອັນບໍລິສຸດ. ເມື່ອເຮົາຮຽນເຮັດສິ່ງທີ່ພຣະອົງຂໍຮ້ອງໃຫ້ເຮົາເຮັດເພີ່ມຂຶ້ນ—ບໍ່ແມ່ນເພາະມັນເປັນໜ້າທີ່ ຫລື ແມ່ນແຕ່ເພື່ອພອນຕ່າງໆທີ່ເຮົາອາດໄດ້ຮັບ ແຕ່ເປັນເພາະຄວາມຮັກທີ່ມີຕໍ່ພຣະອົງ ແລະ ພຣະບິດາເທິງສະຫວັນຂອງເຮົາ13—ຄວາມຮັກຂອງພຣະອົງຈະໄຫລຜ່ານຕົວເຮົາ ແລະ ເຮັດໃຫ້ທຸກສິ່ງທີ່ພຣະອົງຂໍຮ້ອງບໍ່ພຽງແຕ່ເປັນໄປໄດ້ ແຕ່ໃນທີ່ສຸດມັນຈະງ່າຍຂຶ້ນ ແລະ ເບົາລົງ15 ແລະ ໜ້າຊື່ນຊົມຫລາຍກວ່າທີ່ເຮົາຈິນຕະນາການໄດ້. ມັນຈະຮຽກຮ້ອງການຝຶກຝົນ; ມັນອາດຕ້ອງໃຊ້ເວລາຫລາຍປີ, ດັ່ງທີ່ມັນໄດ້ເປັນສຳລັບຂ້າພະເຈົ້າ, ແຕ່ເມື່ອເຮົາພຽງແຕ່ປາດຖະໜາຈະໃຫ້ຄວາມຮັກເປັນແຮງຜັກດັນ, ພຣະອົງສາມາດເຮັດໃຫ້ຄວາມປາດຖະໜານັ້ນ,16 ເມັດພືດນັ້ນ, ແລະ ໃນທີ່ສຸດປ່ຽນມັນໃຫ້ເປັນຕົ້ນໄມ້ທີ່ສວຍງາມ, ເຕັມໄປດ້ວຍຜົນລະໄມ້ທີ່ຫວານທີ່ສຸດ.17
ໃນເພງສວດໂປດປານເພງໜຶ່ງທີ່ເຮົາຮ້ອງກັນວ່າ: “ຂ້າເປັນໃຜໃຍໄປຕັດສິນພີ່ນ້ອງ ເມື່ອຍັງບົກພ່ອງນານາ? ໃນໃຈງຽບງັນນັ້ນຊ້ອນໂສກາຊຶ່ງດວງຕາຄົ້ນຫາບໍ່ພົບ.”18 ມີໃຜແດ່ໃນບັນດາ ພວກເຮົາ ທີ່ອາດມີຄວາມໂສກເສົ້າຊ້ອນຢູ່? ເດັກນ້ອຍ ຫລື ໄວລຸ້ນທີ່ເບິ່ງຄືວ່າກະບົດ, ລູກໆຂອງພໍ່ແມ່ທີ່ຢ່າຮ້າງ, ແມ່ ຫລື ພໍ່ລ້ຽງດ່ຽວ, ຜູ້ຄົນທີ່ມີການທ້າທາຍທາງດ້ານສຸຂະພາບກາຍ ຫລື ຈິດໃຈ, ຜູ້ທີ່ສົງໄສສັດທາຂອງຕົນ, ຜູ້ທີ່ປະສົບກັບການຈຳແນກເຊື້ອຊາດ ຫລື ອະຄະຕິທາງວັດທະນະທຳ, ຜູ້ທີ່ຮູ້ສຶກໂດດດ່ຽວ, ຜູ້ທີ່ຢາກແຕ່ງງານ, ຜູ້ທີ່ມີການຕິດແສດ, ແລະ ອີກຫລາຍໆຄົນທີ່ກຳລັງຮັບມືກັບປະສົບການຊີວິດທີ່ທ້າທາຍຢ່າງຫລາກຫລາຍ—ສ່ວນຫລາຍແລ້ວແມ່ນແຕ່ຜູ້ທີ່ມີຊີວິດແບບເຜີນໆ ທີ່ປະກົດວ່າສົມບູນແບບ.
ບໍ່ມີຜູ້ໃດໃນບັນດາພວກເຮົາມີຊີວິດ ຫລື ຄອບຄົວທີ່ສົມບູນແບບ; ແນ່ນອນວ່າຂ້າພະເຈົ້າບໍ່ມີ. ເມື່ອເຮົາສະແຫວງຫາທີ່ຈະເອົາໃຈໃສ່ກັບຄົນອື່ນ ຜູ້ທີ່ມີການທ້າທາຍ ແລະ ຄວາມບົກພ່ອງ ຄືກັນ, ມັນສາມາດຊ່ວຍເຂົາເຈົ້າໃຫ້ຮູ້ສຶກໄດ້ວ່າເຂົາເຈົ້າບໍ່ໄດ້ຢູ່ຄົນດຽວໃນການດີ້ນລົນ ຂອງເຂົາເຈົ້າ. ທຸກໆຄົນ ຕ້ອງການຈະຮູ້ສຶກວ່າເຂົາເຈົ້າ ເປັນ ພາກສ່ວນແທ້ໆ ແລະ ເປັນ ທີ່ຕ້ອງການໃນພຣະກາຍຂອງພຣະຄຣິດ.19 ຄວາມປາດຖະໜາທີ່ຍິ່ງໃຫຍ່ຂອງຊາຕານແມ່ນວ່າຈະແບ່ງແຍກລູກໆຂອງພຣະເຈົ້າ, ແລະ ມັນກໍໄດ້ສຳເລັດຜົນຫລາຍ, ແຕ່ຍັງມີພະລັງຍິ່ງໃຫຍ່ໃນຄວາມເປັນອັນໜຶ່ງດຽວກັນ.20 ແລະ ເຮົາຕ້ອງຮ່ວມໄມ້ຮ່ວມມືກັນ ແລະ ສະໜັບສະໜູນກັນແລະກັນໃນການເດີນທາງທີ່ທ້າທາຍໃນຊ່ວງມະຕະນີ້!
ສາດສະດາຂອງເຮົາ, ປະທານຣະໂຊ ເອັມ ແນວສັນ, ໄດ້ກ່າວວ່າ: “ການທຳຮ້າຍ ຫລື ອະຄະຕິ ໃດໆຕໍ່ຄົນອື່ນເພາະສັນຊາດ, ເຊື້ອຊາດ, ແນວໂນ້ມທາງເພດ, ເພດ, ລະດັບການສຶກສາ, ວັດທະນະທຳ, ຫລື ຕົວລະບຸສຳຄັນອື່ນໆ ກໍເປັນການກະທຳຜິດຕໍ່ພຣະຜູ້ສ້າງຂອງເຮົາ! ການທຳຜິດດັ່ງກ່າວເຮັດໃຫ້ເຮົາດຳລົງຊີວິດຕ່ຳກວ່າສັກກະຍະພາບຂອງເຮົາໃນຖານະບຸດ ແລະ ທິດາແຫ່ງພັນທະສັນຍາຂອງພຣະອົງ!”21
ເມື່ອປະທານແນວສັນໄດ້ເຊື້ອເຊີນເຮົາທຸກຄົນໃຫ້ເຂົ້າໄປ ແລະ ຍຶດໝັ້ນຢູ່ໃນເສັ້ນທາງແຫ່ງພັນທະສັນຍາທີ່ນຳເຮົາກັບໄປຫາພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ, ເພິ່ນຍັງໃຫ້ຄຳແນະນຳດັ່ງຕໍ່ໄປນີ້ວ່າ: “ຖ້າຫາກວ່າໝູ່ເພື່ອນ ແລະ ຄອບຄົວ … ກ້າວອອກໄປຈາກສາດສະໜາຈັກ, ໃຫ້ຮັກເຂົາເຈົ້າຕໍ່ໄປ. ທ່ານບໍ່ມີສິດທີ່ຈະຕັດສິນທາງເລືອກຂອງຄົນອື່ນຫລາຍໄປກວ່າທີ່ທ່ານສົມຄວນຈະຖືກວິຈານເພາະທ່ານຄົງຢູ່ຢ່າງຊື່ສັດ.”22
ໝູ່ເພື່ອນທັງຫລາຍ, ຂໍໃຫ້ເຮົາຈົ່ງຈື່ຈຳໄວ້ວ່າ ແຕ່ລະຄົນຢູ່ເທິງແຜ່ນດິນໂລກນີ້ເປັນລູກຂອງພຣະເຈົ້າ23 ແລະ ວ່າພຣະອົງຮັກແຕ່ລະຄົນ.24 ມີຜູ້ໃດບໍໃນເສັ້ນທາງ ຂອງທ່ານ ຜູ້ທີ່ທ່ານຮູ້ສຶກວ່າຢາກຕັດສິນ? ຖ້າວ່າມີ, ຂໍຈົ່ງຈື່ຈຳໄວ້ວ່າ ນີ້ເປັນໂອກາດທີ່ມີຄ່າສຳລັບເຮົາທີ່ຈະ ຝຶກຝົນ ການຮັກດັ່ງທີ່ພຣະຊ່ວຍໃຫ້ລອດຮັກ.25 ເມື່ອເຮົາເຮັດຕາມຕົວຢ່າງຂອງ ພຣະອົງ, ເຮົາຈະສາມາດຮ່ວມມືກັບ ພຣະອົງ ແລະ ຊ່ວຍສ້າງບັນຍາກາດແຫ່ງຄວາມຮັກ ແລະ ການເປັນພາກສ່ວນໃນຫົວໃຈຂອງລູກໆຂອງພຣະບິດາຂອງເຮົາທຸກໆຄົນ.
“ຝ່າຍເຮົາທັງຫລາຍໄດ້ຮັກ ເພາະພຣະອົງຊົງຮັກພວກເຮົາກ່ອນ.”26 ຂະນະທີ່ເຮົາເຕັມໄປດ້ວຍຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ, ແອກຂອງພຣະອົງກໍ ຈະ ພໍເໝາະແທ້ໆ, ແລະ ພາລະຂອງພຣະອົງກໍ ຈະ ຮູ້ສຶກວ່າເບົາ.27 ຂ້າພະເຈົ້າເປັນພະຍານເຖິງສິ່ງນີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.