ສັນຕິສຸກຂອງພຣະຄຣິດກຳຈັດຄວາມເປັນສັດຕູກັນ
ເມື່ອຄວາມຮັກຂອງພຣະຄຣິດພັດທະນາໃນຊີວິດຂອງເຮົາ, ເຮົາຈະສາມາດປະເຊີນກັບການຄັດຄ້ານດ້ວຍຄວາມອ່ອນນ້ອມ, ຄວາມອົດທົນ, ແລະ ຄວາມເມດຕາ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ລະຫວ່າງການກວດສອບຄວາມກົດດັນ, ຫົວໃຈຈະຕ້ອງທຳງານໜັກກວ່າເກົ່າ. ຫົວໃຈທີ່ສາມາດທົນກັບການຍ່າງ ອາດຕໍ່ສູ້ດີ້ນລົນກັບການແລ່ນຂຶ້ນຄ້ອຍ. ໃນທາງນີ້, ການກວດສອບຄວາມກົດດັນຈຶ່ງສາມາດເປີດເຜີຍພະຍາດທີ່ແອບແຝງຢູ່ ຊຶ່ງບໍ່ສາມາດພົບເຫັນໄດ້ໃນວິທີອື່ນ. ບັນຫາໃດໆທີ່ພົບເຫັນ ຈະຖືກຮັກສາໃນເວລານັ້ນ ກ່ອນມັນຈະສ້າງບັນຫາໜັກໃຫ້ແກ່ຊີວິດປະຈຳວັນ.
ການລະບາດຂອງພະຍາດໂຄວິດ-19 ເປັນການກວດສອບຄວາມກົດດັນທົ່ວທັງໂລກແທ້ໆ! ການກວດສອບໄດ້ສະແດງຜົນແບບເຄິ່ງດີເຄິ່ງຮ້າຍ. ວັກຊີນທີ່ປອດໄພ ແລະ ມີປະສິດທິພາບໄດ້ຖືກພັດທະນາ.1 ຜູ້ຊ່ຽວຊານດ້ານການແພດ, ນາຍຄູ, ຜູ້ດູແລ, ແລະ ບຸກຄົນອື່ນໆໄດ້ເສຍສະລະຢ່າງກ້າຫານ—ແລະ ກໍສືບຕໍ່ຈົນເຖິງທຸກວັນນີ້. ຜູ້ຄົນຢ່າງຫລວງຫລາຍໄດ້ສະແດງນ້ຳໃຈທີ່ເພື່ອແຜ່ ແລະ ຄວາມມີເມດຕາ—ແລະ ກໍສືບຕໍ່ຈົນເຖິງທຸກວັນນີ້. ເຖິງປານນັ້ນ, ກໍຍັງມີຈຸດອ່ອນທີ່ແອບແຝງຢູ່ ປະກົດໃຫ້ເຫັນແຈ້ງ. ບຸກຄົນທີ່ອ່ອນໄຫວໄດ້ຮັບທຸກທໍລະມານ—ແລະ ກໍສືບຕໍ່ຈົນເຖິງທຸກວັນນີ້. ບຸກຄົນທີ່ທຳງານເພື່ອຈັດການກັບຄວາມບໍ່ເທົ່າທຽມກັນທີ່ແອບແຝງຢູ່ເຫລົ່ານີ້ ຄວນໄດ້ຮັບການສະໜັບສະໜູນ ແລະ ຄວາມຂອບໃຈ.
ການລະບາດກໍເປັນການກວດສອບຄວາມກົດດັນທາງວິນຍານນຳອີກ ສຳລັບສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ສະມາຊິກໃນນັ້ນ. ຜົນກໍເປັນແບບເຄິ່ງດີເຄິ່ງຮ້າຍ. ຊີວິດຂອງເຮົາໄດ້ຮັບພອນໂດຍການປະຕິບັດສາດສະໜາກິດ ໃນ “ວິທີທີ່ສູງກວ່າ ແລະ ສັກສິດກວ່າ,”2 ປຶ້ມ ຈົ່ງຕາມເຮົາມາ ທີ່ເປັນຫລັກສູດ, ແລະ ມີບ້ານເຮືອນເປັນສູນກາງ, ຊຶ່ງມີສາດສະໜາຈັກສະໜັບສະໜູນການຮຽນຮູ້ພຣະກິດຕິຄຸນ. ຜູ້ຄົນຢ່າງຫລວງຫລາຍໄດ້ຊ່ວຍເຫລືອຄົນອື່ນດ້ວຍຄວາມເຫັນອົກເຫັນໃຈ ແລະ ໃຫ້ການປອບໂຍນໃນຊ່ວງເວລາທີ່ຫຍຸ້ງຍາກເຫລົ່ານີ້ ແລະ ກໍສືບຕໍ່ຈົນເຖິງທຸກວັນນີ້.3
ເຖິງປານນັ້ນ, ໃນບາງກໍລະນີ, ການກວດສອບຄວາມກົດດັນທາງວິນຍານກໍສະແດງໃຫ້ເຫັນເຖິງການໂນ້ມອ່ຽງໄປຫາຄວາມຂັດແຍ້ງ ແລະ ຄວາມແຕກແຍກ. ສິ່ງນີ້ແນະນຳວ່າ ເຮົາມີວຽກງານທີ່ຈະເຮັດ ເພື່ອປັບປ່ຽນຫົວໃຈ ແລະ ກັບມາເປັນນ້ຳໜຶ່ງໃຈດຽວກັນໃນຖານະສານຸສິດທີ່ແທ້ຈິງຂອງພຣະຜູ້ຊ່ວຍໃຫ້ລອດ. ສິ່ງນີ້ບໍ່ແມ່ນການທ້າທາຍແບບໃໝ່, ແຕ່ມັນແມ່ນການທ້າທາຍທີ່ສຳຄັນທີ່ສຸດຢ່າງໜຶ່ງ.4
ເມື່ອພຣະຜູ້ຊ່ວຍໃຫ້ລອດໄດ້ມາຢ້ຽມຢາມຊາວນີໄຟ, ພຣະອົງໄດ້ສິດສອນວ່າ, “ມັນຈະບໍ່ມີການໂຕ້ຖຽງກັນໃນບັນດາພວກເຈົ້າ. … ຜູ້ທີ່ມີວິນຍານແຫ່ງການຂັດແຍ້ງນັ້ນບໍ່ໄດ້ມາຈາກເຮົາ, ແຕ່ມາຈາກມານ, ຜູ້ເປັນບິດາຂອງການຂັດແຍ້ງ ແລະ ມັນໄດ້ຍຸຍົງໃຈຂອງມະນຸດໃຫ້ຂັດແຍ້ງກັນດ້ວຍຄວາມຄຽດແຄ້ນ.”5 ເມື່ອເຮົາຂັດແຍ້ງກັນດ້ວຍຄວາມຄຽດແຄ້ນ, ຊາຕານຈະຫົວ ແລະ ພຣະເຈົ້າແຫ່ງສະຫວັນຈະກັນແສງ.6
ຊາຕານຈະຫົວ ແລະ ພຣະເຈົ້າແຫ່ງສະຫວັນຈະກັນແສງໃນເຫດຜົນຢ່າງໜ້ອຍສອງຢ່າງ. ຢ່າງທຳອິດ, ການຂັດແຍ້ງຈະລົດພະຍານເປັນກຸ່ມກ້ອນຂອງພວກເຮົາຕໍ່ໂລກ ເຖິງພຣະເຢຊູຄຣິດ ແລະ ການໄຖ່ທີ່ມີມາ ຜ່ານທາງ “ພຣະຄຸນຄວາມດີ, … ພຣະເມດຕາ, ແລະ ພຣະຄຸນ” ຂອງພຣະອົງ.7 ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວວ່າ, “ເຮົາມອບກົດບັນຍັດຂໍ້ໃໝ່ໃຫ້ພວກເຈົ້າຄື, ຈົ່ງຮັກຊຶ່ງກັນແລະກັນ. … ຖ້າພວກເຈົ້າຮັກຊຶ່ງກັນແລະກັນ, ທຸກຄົນກໍຈະຮູ້ວ່າພວກເຈົ້າເປັນສາວົກຂອງເຮົາ.”8 ສິ່ງທີ່ກ່າວມານັ້ນກໍເປັນຄວາມຈິງ—ທຸກຄົນຮູ້ວ່າ ພວກເຮົາບໍ່ໄດ້ເປັນສານຸສິດຂອງພຣະອົງ ຖ້າຫາກພວກເຮົາບໍ່ສະແດງຄວາມຮັກຕໍ່ກັນແລະກັນ. ວຽກງານໃນຍຸກສຸດທ້າຍຂອງພຣະອົງຈະບໍ່ກ້າວໜ້າ ເມື່ອມີການຂັດແຍ້ງ ຫລື ຄວາມເປັນສັດຕູກັນ9 ຢູ່ໃນບັນດາສານຸສິດຂອງພຣະອົງ.10 ຢ່າງທີສອງ, ການຂັດແຍ້ງແມ່ນບໍ່ດີຕໍ່ສຸຂະພາບທາງວິນຍານສຳລັບເຮົາແຕ່ລະຄົນ. ສັນຕິສຸກ, ຄວາມຊື່ນຊົມ, ແລະ ຄວາມພັກຜ່ອນຂອງເຮົາຈະຖືກລັກເອົາໄປ, ແລະ ຄວາມສາມາດຂອງເຮົາທີ່ຈະຮູ້ສຶກເຖິງພຣະວິນຍານຈະອ່ອນແອລົງ.
ພຣະເຢຊູຄຣິດໄດ້ອະທິບາຍວ່າ ຄຳສອນຂອງພຣະອົງ ບໍ່ແມ່ນ “ທີ່ຈະຍຸຍົງໃຈຂອງມະນຸດໃຫ້ມີຄວາມຄຽດແຄ້ນຕໍ່ກັນ; ແຕ່ [ນີ້ເປັນຄຳສອນຂອງພຣະອົງ] ຄື ຄວນໃຫ້ເລື່ອງເຊັ່ນນັ້ນໝົດໄປ.”11 ຖ້າຫາກຂ້າພະເຈົ້າຄຽດໄວ ຫລື ຕອບຮັບຄວາມຄິດຄວາມເຫັນທີ່ແຕກຕ່າງໂດຍການຮູ້ສຶກໃຈຮ້າຍ ຫລື ຕັດສິນ, ແລ້ວຂ້າພະເຈົ້າກໍຈະ “ລົ້ມເຫລວ” ໃນການກວດສອບຄວາມກົດດັນທາງວິນຍານ. ການກວດສອບທີ່ລົ້ມເຫລວນີ້ບໍ່ໄດ້ໝາຍຄວາມວ່າ ຂ້າພະເຈົ້າຈະສິ້ນຫວັງ. ກົງກັນຂ້າມ, ມັນຊີ້ບອກວ່າ ຂ້າພະເຈົ້າຕ້ອງປ່ຽນແປງ. ແລະ ນັ້ນກໍເປັນການດີທີ່ຈະຮູ້.
ຫລັງຈາກພຣະຜູ້ຊ່ວຍໃຫ້ລອດໄດ້ມາຢ້ຽມຢາມອາເມຣິກາ, ຜູ້ຄົນໄດ້ເປັນນ້ຳໜຶ່ງໃຈດຽວກັນ; “ມັນກໍບໍ່ໄດ້ມີຄວາມຂັດແຍ້ງກັນໃນທົ່ວແຜ່ນດິນເລີຍ.”12 ທ່ານຄິດວ່າ ຜູ້ຄົນເປັນນ້ຳໜຶ່ງໃຈດຽວກັນຍ້ອນວ່າພວກເຂົາທຸກຄົນຄືກັນໝົດບໍ, ຫລື ຍ້ອນວ່າພວກເຂົາບໍ່ມີຄວາມຄິດຄວາມເຫັນທີ່ແຕກຕ່າງກັນ? ຂ້າພະເຈົ້າບໍ່ຄິດວ່າແນວນັ້ນ. ກົງກັນຂ້າມ, ການຂັດແຍ້ງ ແລະ ຄວາມເປັນສັດຕູກັນໄດ້ຫາຍໄປຍ້ອນວ່າພວກເຂົາໄດ້ໃຫ້ການເປັນສານຸສິດຂອງພຣະຜູ້ຊ່ວຍໃຫ້ລອດຂອງພວກເຂົາມີຄວາມສຳຄັນກວ່າທຸກສິ່ງອື່ນໝົດ. ຄວາມແຕກຕ່າງຂອງພວກເຂົາບໍ່ສຳຄັນເມື່ອປຽບທຽບໃສ່ກັບຄວາມຮັກຂອງພວກເຂົາຕໍ່ພຣະຜູ້ຊ່ວຍໃຫ້ລອດ, ແລະ ພວກເຂົາເປັນນ້ຳໜຶ່ງໃຈດຽວກັນໃນຖານະ “ທາຍາດຂອງອານາຈັກຂອງພຣະເຈົ້າ.”13 ຜົນກໍຄື “ຄົງບໍ່ມີຜູ້ຄົນກຸ່ມໃດທີ່ມີຄວາມສຸກຫລາຍໄປກວ່ານີ້ … ທີ່ພຣະຫັດຂອງພຣະເຈົ້າໄດ້ສ້າງຂຶ້ນມາ.”14
ຄວາມເປັນນ້ຳໜຶ່ງໃຈດຽວກັນຮຽກຮ້ອງຄວາມພະຍາຍາມ.15 ມັນພັດທະນາເມື່ອເຮົາປູກຝັງຄວາມຮັກຂອງພຣະເຈົ້າໄວ້ໃນຫົວໃຈຂອງເຮົາ16 ແລະ ເຮົາຈະເອົາໃຈໃສ່ຕໍ່ຈຸດໝາຍປາຍທາງນິລັນດອນຂອງເຮົາ.17 ເຮົາເປັນນ້ຳໜຶ່ງໃຈດຽວກັນໂດຍເອກະລັກທຳມະຊາດທີ່ຄືກັນ ໃນຖານະລູກໆຂອງພຣະເຈົ້າ18 ແລະ ຄຳໝັ້ນສັນຍາຂອງເຮົາຕໍ່ຄວາມຈິງແຫ່ງພຣະກິດຕິຄຸນທີ່ຖືກຟື້ນຟູ. ຜົນກໍຄື, ຄວາມຮັກຂອງເຮົາຕໍ່ພຣະເຈົ້າ ແລະ ຕໍ່ການເປັນສານຸສິດຂອງພຣະເຢຊູຄຣິດຂອງເຮົາ ຈະເຮັດໃຫ້ເກີດຄວາມຫ່ວງໃຍຕໍ່ຄົນອື່ນດ້ວຍຄວາມຈິງໃຈ. ເຮົາໃຫ້ຄຸນຄ່າແກ່ບຸກຄະລິກລັກສະນະ, ມຸມມອງ, ແລະ ພອນສະຫວັນທີ່ຫລາກຫລາຍຂອງຄົນອື່ນ.19 ຖ້າຫາກເຮົາບໍ່ສາມາດເຮັດໃຫ້ການເປັນສານຸສິດຂອງພຣະເຢຊູຄຣິດຂອງເຮົາເໜືອກວ່າຄວາມສົນໃຈ ແລະ ທັດສະນະຄະຕິສ່ວນຕົວ, ແລ້ວເຮົາຄວນສຳຫລວດລຳດັບຄວາມສຳຄັນຂອງເຮົາ ແລະ ໃຫ້ປ່ຽນແປງ.
ເຮົາອາດຈະມັກເວົ້າວ່າ, “ແນ່ນອນພວກເຮົາສາມາດເປັນນ້ຳໜຶ່ງໃຈດຽວກັນ—ຖ້າຫາກຄົນອື່ນເຫັນດ້ວຍກັບຂ້ອຍ!” ຄຳເວົ້າທີ່ດີກວ່າຄືຄຳຖາມທີ່ວ່າ, “ໃຫ້ຂ້ອຍເຮັດແນວໃດຈຶ່ງຈະມີຄວາມເປັນນ້ຳໜຶ່ງໃຈດຽວກັນ? ຂ້ອຍຈະເຮັດແນວໃດຈຶ່ງຈະສາມາດຊ່ວຍຄົນຜູ້ນີ້ໃຫ້ເຂົ້າໃກ້ພຣະຄຣິດຫລາຍຂຶ້ນ? ໃຫ້ຂ້ອຍເຮັດແນວໃດເພື່ອຈະໄດ້ຢຸດການຂັດແຍ້ງກັນ ແລະ ສ້າງຊຸມຊົນສາດສະໜາຈັກທີ່ມີຄວາມເຫັນອົກເຫັນໃຈ ແລະ ຫ່ວງໃຍກັນ?”
ເມື່ອຄວາມຮັກຂອງພຣະຄຣິດພັດທະນາໃນຊີວິດຂອງເຮົາ,20 ເຮົາຈະສາມາດປະເຊີນກັບການຄັດຄ້ານດ້ວຍຄວາມອ່ອນນ້ອມ, ຄວາມອົດທົນ, ແລະ ຄວາມເມດຕາ.21 ເຮົາເປັນຫ່ວງໜ້ອຍລົງກັບຄວາມຮູ້ສຶກຂອງເຮົາເອງ ແລະ ເປັນຫ່ວງຫລາຍຂຶ້ນກັບຄວາມຮູ້ສຶກຂອງເພື່ອນບ້ານ. ເຮົາ “ພະຍາຍາມຢຸດການໂຕ້ແຍ້ງ ແລະ ເປັນນ້ຳໜຶ່ງໃຈດຽວກັນ.”22 ເຮົາບໍ່ມີສ່ວນຮ່ວມໃນ “ການໂຕ້ຖຽງທີ່ໜ້າສົງໄສ,” ຕັດສິນຜູ້ທີ່ເຮົາບໍ່ເຫັນດ້ວຍ, ຫລື ພະຍາຍາມເຮັດໃຫ້ເຂົາສະດຸດ.23 ກົງກັນຂ້າມ, ເຮົາຄິດວ່າຄົນທີ່ເຮົາບໍ່ເຫັນດ້ວຍກຳລັງພະຍາຍາມຈົນສຸດຄວາມສາມາດດ້ວຍປະສົບການຊີວິດທີ່ເຂົາມີ.
ພັນລະຍາຂອງຂ້າພະເຈົ້າມີອາຊີບຝ່າຍກົດໝາຍເປັນເວລາຫລາຍກວ່າ 20 ປີ. ໃນຖານະເປັນທະນາຍຄວາມ, ລາວມັກຈະໄດ້ທຳງານກັບຄົນອື່ນໆ ທີ່ສະໜັບສະໜູນຄວາມຄິດຄວາມເຫັນຂອງຝ່າຍກົງກັນຂ້າມຢ່າງຊັດເຈນ. ແຕ່ລາວໄດ້ຮຽນຮູ້ທີ່ຈະບໍ່ເຫັນດ້ວຍ ປາດສະຈາກຄຳຫຍາບຄາຍ ຫລື ໂມໂຫຮ້າຍ. ລາວອາດເວົ້າກັບທະນາຍຄວາມຝ່າຍກົງກັນຂ້າມວ່າ, “ຂ້ອຍເຫັນໄດ້ວ່າ ພວກເຮົາບໍ່ເຫັນດີນຳກັນກ່ຽວກັບບັນຫານີ້. ຂ້ອຍມັກຄົນແບບເຈົ້າ. ຂ້ອຍນັບຖືຄວາມຄິດຄວາມເຫັນຂອງເຈົ້າ. ຂ້ອຍຫວັງວ່າເຈົ້າຈະໃຊ້ມາລະຍາດແບບດຽວກັບຂ້ອຍ.” ສ່ວນຫລາຍແລ້ວ ສິ່ງນີ້ຈະຊ່ວຍໃຫ້ເກີດຄວາມເຄົາລົບຊຶ່ງກັນແລະກັນ ແລະ ແມ່ນແຕ່ມິດຕະພາບ ເຖິງແມ່ນຈະມີຄວາມແຕກຕ່າງ.
ແມ່ນແຕ່ສັດຕູເກົ່າ ກໍສາມາດເປັນນ້ຳໜຶ່ງໃຈດຽວກັນໄດ້ ໃນການເປັນສານຸສິດຂອງພຣະຜູ້ຊ່ວຍໃຫ້ລອດ.24 ໃນປີ 2006, ຂ້າພະເຈົ້າໄດ້ໄປຮ່ວມການອຸທິດພຣະວິຫານ ແຮວຊິນກີ ແຟງລັງ ເພື່ອໃຫ້ກຽດແກ່ພໍ່ ແລະ ພໍ່ຕູ້ປູ່ ແລະ ແມ່ຕູ້ຍ່າຂອງຂ້າພະເຈົ້າ, ຜູ້ໄດ້ປ່ຽນໃຈເຫລື້ອມໃສເຂົ້າຮ່ວມສາດສະໜາຈັກ ໃນປະເທດແຟງລັງ. ຊາວແຟງລັງ, ລວມທັງພໍ່ຂອງຂ້າພະເຈົ້າ, ໄດ້ໄຝ່ຝັນຢາກມີພຣະວິຫານໃນປະເທດແຟງລັງເປັນເວລາຫລາຍທົດສະວັດແລ້ວ. ໃນເວລານັ້ນ, ທ້ອງຖິ່ນພຣະວິຫານແມ່ນລວມດ້ວຍປະເທດແຟງລັງ, ແອັດສະໂຕນີ, ເລັດເວຍ, ລິດຕົວນີ, ເບລາຣຸດຊີ, ແລະ ລັດເຊຍ.
ໃນພິທີອຸທິດ, ຂ້າພະເຈົ້າໄດ້ຮຽນຮູ້ບາງສິ່ງທີ່ໜ້າແປກໃຈ. ມື້ທຳອິດທີ່ຈະເປີດພຣະວິຫານເປັນທາງການ ໄດ້ຖືກຈັດໄວ້ສຳລັບສະມາຊິກຊາວລັດເຊຍ ເພື່ອເຮັດພິທີການພຣະວິຫານ. ຍາກທີ່ຈະອະທິບາຍເຖິງຄວາມໜ້າອັດສະຈັນໃຈຂອງເລື່ອງນີ້. ລັດເຊຍກັບແຟງລັງໄດ້ຕໍ່ສູ້ກັນໃນສົງຄາມເປັນເວລາຫລາຍສັດຕະວັດ. ພໍ່ຂອງຂ້າພະເຈົ້າບໍ່ໄວ້ວາງໃຈ ແລະ ບໍ່ມັກພຽງແຕ່ປະເທດລັດເຊຍເທົ່ານັ້ນ ແຕ່ຄົນລັດເຊຍທັງໝົດນຳອີກ. ເພິ່ນໄດ້ບອກເຖິງຄວາມຮູ້ສຶກຈິງຈັງຂອງເພິ່ນ, ແລະ ຄວາມຮູ້ສຶກຂອງເພິ່ນກໍເປັນແບບຄວາມເປັນສັດຕູກັນກັບປະເທດລັດເຊຍ. ເພິ່ນໄດ້ທ່ອງຈຳຄຳກອນເລື່ອງການສູ້ຮົບທີ່ເປັນປະຫວັດສາດຂອງການເຮັດສົງຄາມໃນສັດຕະວັດທີ 19 ລະຫວ່າງຊາວແຟງລັງ ແລະ ຊາວລັດເຊຍ. ປະສົບການຂອງເພິ່ນລະຫວ່າງສົງຄາມໂລກຄັ້ງທີສອງ, ຕອນແຟງລັງ ແລະ ລັດເຊຍເປັນຄູ່ຕໍ່ສູ້ກັນອີກ, ກໍບໍ່ໄດ້ຊ່ວຍຫຍັງເລີຍເພື່ອປ່ຽນຄວາມຮູ້ສຶກຂອງເພິ່ນ.
ໜຶ່ງປີກ່ອນການອຸທິດພຣະວິຫານແຮວຊິນກີ ແຟງລັງ, ຄະນະກຳມະການພຣະວິຫານ, ປະກອບດ້ວຍສະມາຊິກຊາວແຟງລັງເທົ່ານັ້ນ, ໄດ້ຮ່ວມປະຊຸມເພື່ອວາງແຜນການອຸທິດ. ລະຫວ່າງການປະຊຸມ, ບາງຄົນໄດ້ສັງເກດເຫັນວ່າ ໄພ່ພົນຊາວລັດເຊຍຈະເດີນທາງມາຮ່ວມການອຸທິດ ແລະ ຫວັງວ່າຈະໄດ້ຮັບພອນພຣະວິຫານຂອງເຂົາເຈົ້າ ກ່ອນເຂົາເຈົ້າຈະກັບຄືນບ້ານ. ບຣາເດີ ຊະເວັນ ເອກລັນ ປະທານຄະນະກຳມະການ ໄດ້ແນະນຳວ່າ ຊາວແຟງລັງສາມາດລໍຖ້າຈັກໜ້ອຍໜຶ່ງ, ເພື່ອວ່າຊາວລັດເຊຍຈະໄດ້ເປັນສະມາຊິກກຸ່ມທຳອິດເຂົ້າເຮັດພິທີການພຣະວິຫານຢູ່ໃນພຣະວິຫານ. ສະມາຊິກໃນຄະນະກຳມະການທຸກຄົນກໍເຫັນດ້ວຍ. ໄພ່ພົນຍຸກສຸດທ້າຍທີ່ຊື່ສັດຊາວແຟງລັງໄດ້ຮັບພອນພຣະວິຫານຂອງເຂົາເຈົ້າ ເພື່ອຊ່ວຍໄພ່ພົນຊາວລັດເຊຍກ່ອນ.
ແອວເດີ ເດັນນິສ ບີ ນວນສະວານເດີ ປະທານເຂດທີ່ໄດ້ມີໜ້າຢູ່ໃນການປະຊຸມຄະນະກຳມະການພຣະວິຫານ, ຕໍ່ມາ ໄດ້ຂຽນວ່າ: “ຂ້າພະເຈົ້າບໍ່ເຄີຍປາບປື້ມກັບຊາວແຟງລັງຫລາຍກວ່າເວລານີ້. ປະຫວັດສາດອັນຫຍຸ້ງຍາກຂອງປະເທດແຟງລັງກັບເພື່ອນບ້ານເບື້ອງຕາເວັນອອກ … ແລະ ຄວາມຕື່ນເຕັ້ນທີ່ໃນທີ່ສຸດກໍມີ [ພຣະວິຫານ] ຢູ່ໃນປະເທດຂອງຕົວເອງ, ໄດ້ຖືກປ່ອຍວາງ. ການອະນຸຍາດໃຫ້ຊາວລັດເຊຍເຂົ້າໄປໃນພຣະວິຫານກ່ອນ [ໄດ້] ເປັນການສະແດງເຖິງຄວາມຮັກ ແລະ ການເສຍສະລະ.”25
ເມື່ອຂ້າພະເຈົ້າໄດ້ລາຍງານເລື່ອງຄວາມເມດຕານີ້ຕໍ່ພໍ່ຂອງຂ້າພະເຈົ້າ, ຫົວໃຈຂອງເພິ່ນໄດ້ອ່ອນລົງ ແລະ ເພິ່ນຮ້ອງໄຫ້, ຊຶ່ງເປັນພາບທີ່ເຫັນໄດ້ຍາກສຳລັບຊາຍແຟງລັງທີ່ໃຈແຂງຄົນນີ້. ຈາກເວລານັ້ນມາຈົນເຖິງມື້ເພິ່ນເສຍ ໃນສາມປີຕໍ່ມາ, ເພິ່ນບໍ່ເຄີຍເວົ້າຄວາມບໍ່ດີກ່ຽວກັບປະເທດລັດເຊຍຈັກເທື່ອ. ໂດຍໄດ້ຮັບການດົນໃຈຈາກຕົວຢ່າງຂອງຊາວແຟງລັງຂອງເພິ່ນ, ພໍ່ຂອງຂ້າພະເຈົ້າໄດ້ເລືອກເອົາການເປັນສານຸສິດຂອງພຣະເຢຊູຄຣິດແທນທຸກສິ່ງອື່ນໝົດ. ຊາວແຟງລັງກໍເປັນຊາວແຟງລັງຢູ່; ຊາວລັດເຊຍກໍເປັນຊາວລັດເຊຍຢູ່; ທັງສອງກຸ່ມບໍ່ໄດ້ປະຖິ້ມວັດທະນະທຳ, ປະຫວັດສາດ, ຫລື ປະສົບການຂອງຕົນ ເພື່ອກຳຈັດຄວາມເປັນສັດຕູກັນ. ເຂົາເຈົ້າບໍ່ຈຳເປັນທີ່ຈະເຮັດ. ກົງກັນຂ້າມ, ເຂົາເຈົ້າໄດ້ເລືອກເຮັດໃຫ້ການເປັນສານຸສິດຂອງພຣະເຢຊູຄຣິດມາກ່ອນທຸກສິ່ງອື່ນໝົດ.26
ຖ້າຫາກເຂົາເຈົ້າເຮັດໄດ້, ເຮົາກໍເຮັດໄດ້ຄືກັນ. ເຮົາສາມາດນຳມໍລະດົກ, ວັດທະນະທຳ, ແລະ ປະສົບການຂອງເຮົາມາສູ່ສາດສະໜາຈັກຂອງພຣະເຢຊູຄຣິດ. ຊາມູເອນບໍ່ໄດ້ປະຖິ້ມມໍລະດົກຂອງເພິ່ນໃນຖານະຊາວເລມັນ,27 ມໍມອນກໍຄືກັນ ບໍ່ໄດ້ປະຖິ້ມຄວາມເປັນຊາວນີໄຟ.28 ແຕ່ລະຄົນໄດ້ໃຫ້ການເປັນສານຸສິດຂອງພຣະຜູ້ຊ່ວຍໃຫ້ລອດມາກ່ອນ.
ຖ້າຫາກເຮົາບໍ່ເປັນໜຶ່ງ, ເຮົາກໍບໍ່ໄດ້ເປັນຂອງພຣະອົງ.29 ຄຳເຊື້ອເຊີນຂອງຂ້າພະເຈົ້າແມ່ນໃຫ້ກ້າຫານທີ່ຈະໃຫ້ຄວາມຮັກຂອງເຮົາຕໍ່ພຣະເຈົ້າ ແລະ ໃຫ້ການເປັນສານຸສິດຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາມາກ່ອນທຸກສິ່ງອື່ນໝົດ.30 ຂໍໃຫ້ເຮົາຈົ່ງຍຶດຖືພັນທະສັນຍາທີ່ເຮົາໄດ້ຮັບໃນການເປັນສານຸສິດຂອງເຮົາ—ພັນທະສັນຍາທີ່ຈະເປັນໜຶ່ງ.
ຂໍໃຫ້ເຮົາຈົ່ງເຮັດຕາມຕົວຢ່າງຂອງໄພ່ພົນຈາກຕະຫລອດທົ່ວໂລກ ຜູ້ໄດ້ກາຍເປັນສານຸສິດທີ່ມີປະສິດທິພາບຂອງພຣະຄຣິດ. ເຮົາສາມາດເພິ່ງອາໄສພຣະເຢຊູຄຣິດ, ຜູ້ເປັນ “ອົງສັນຕິລາດຂອງເຮົາ, … ໄດ້ຊົງຮື້ກຳແພງທີ່ຂັ້ນ ລະຫວ່າງການເປັນສັດຕູກັນນັ້ນຖິ້ມເສຍ; [ໂດຍໄດ້ກຳຈັດຄວາມເປັນສັດຕູກັນນັ້ນໃນການເສຍສະລະຊົດໃຊ້ຂອງພຣະອົງ].”31 ການເປັນພະຍານຂອງເຮົາເຖິງພຣະເຢຊູຄຣິດຕໍ່ໂລກຈະເຂັ້ມແຂງຂຶ້ນ, ແລະ ເຮົາຈະສືບຕໍ່ມີສຸຂະພາບດີທາງວິນຍານ.32 ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາ “ຫລີກເວັ້ນຈາກການຂັດແຍ້ງ” ແລະ “ມີໃຈເໝືອນພຣະຜູ້ເປັນເຈົ້າໃນຄວາມຮັກ ແລະ ຮ່ວມກັບພຣະອົງໃນສັດທາ,” ແລ້ວສັນຕິສຸກຂອງພຣະອົງຈະເປັນຂອງເຮົາ.33 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.